ວັນທີ 10-16 ກັນຍາ
ໂຢຮັນ 3-4
ເພງ 57 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ພະເຍຊູປະກາດກັບຜູ້ຍິງສະມາລີ”: (10 ນາທີ)
ໂຢ. 4:6, 7—ເຖິງວ່າພະເຍຊູຈະເມື່ອຍ ແຕ່ເພິ່ນກໍເລີ່ມປະກາດກັບຜູ້ຍິງສະມາລີ (nwtsty-E ຂໍ້ມູນສຳລັບສຶກສາໃນໂຢ. 4:6)
ໂຢ. 4:21-24—ການສົນທະນາເລື່ອງທົ່ວໆໄປເປີດໂອກາດໃຫ້ພະເຍຊູໄດ້ປະກາດ
ໂຢ. 4:39-41—ຄວາມພະຍາຍາມຂອງພະເຍຊູໄດ້ເຮັດໃຫ້ຊາວສະມາລີຫຼາຍຄົນເຊື່ອໃນເພິ່ນ.
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ໂຢ. 3:29—ຂໍ້ຄຳພີນີ້ໝາຍຄວາມວ່າແນວໃດ? (nwtsty-E ຂໍ້ມູນສຳລັບສຶກສາ)
ໂຢ. 4:10—ຍິງສະມາລີອາດເຂົ້າໃຈແນວໃດກັບຄຳວ່າ “ນ້ຳອັນມີຊີວິດ” ແຕ່ພະເຍຊູໝາຍຄວາມວ່າແນວໃດ? (nwtsty-E ຂໍ້ມູນສຳລັບສຶກສາ)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ໂຢ. 4:1-15
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ການປະກາດ: (ບໍ່ເກີນ 2 ນາທີ) ໃຊ້ຕົວຢ່າງການສົນທະນາ.
ວິດີໂອກັບໄປຢາມເທື່ອທຳອິດ: (5 ນາທີ) ເປີດວິດີໂອແລະພິຈາລະນາຖາມ-ຕອບ.
ບັນລະຍາຍ: (ບໍ່ເກີນ 6 ນາທີ) ຫ 1/7/02 ໜ້າ 5 ຂໍ້ 2-5—ຫົວຂໍ້: ໂຢຮັນ 4:23 ໃຫ້ອະທິບາຍ.
ຊີວິດຄລິດສະຕຽນ
“ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ການເລີ່ມສົນທະນາທີ່ເຮັດໃຫ້ເຮົາມີໂອກາດປະກາດ”: (15 ນາທີ) ພິຈາລະນາຖາມ-ຕອບ. ສະຫຼຸບໂດຍສະໜັບສະໜູນພີ່ນ້ອງໃຫ້ພະຍາຍາມລົມກັບຜູ້ຄົນຢ່າງໜ້ອຍໜຶ່ງຄົນໃນອາທິດນີ້. ໃນການປະຊຸມກາງອາທິດຕໍ່ໄປພີ່ນ້ອງຈະໄດ້ມີໂອກາດເລົ່າປະສົບການ.
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ຍທ ບົດ 35 ຂໍ້ 20-27 ຂອບໜ້າ 89
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (3 ນາທີ)
ເພງ 35 ແລະຄຳອະທິດຖານ