ວັນທີ 24-30 ກັນຍາ
ໂຢຮັນ 7-8
ເພງ 12 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ພະເຍຊູໃຫ້ກຽດພໍ່ຂອງເພິ່ນສະເໝີ”: (10 ນາທີ)
ໂຢ. 7:15-18—ເມື່ອພະເຍຊູຖືກຍ້ອງຍໍວ່າສອນເກັ່ງ ເພິ່ນກໍໃຫ້ຄຳຍ້ອງຍໍນັ້ນກັບພະເຢໂຫວາ (ຕປ ໜ້າ 100-101 ຂໍ້ 5-6)
ໂຢ. 7:28, 29—ພະເຍຊູບອກວ່າເພິ່ນຖືກສົ່ງມາເປັນຕົວແທນຂອງພະເຢໂຫວາ ເຊິ່ງສະແດງໃຫ້ເຫັນວ່າເພິ່ນຢູ່ພາຍໃຕ້ອຳນາດຂອງພະອົງ
ໂຢ. 8:29—ພະເຍຊູບອກຜູ້ຟັງວ່າເພິ່ນເຮັດສິ່ງທີ່ພະເຢໂຫວາພໍໃຈສະເໝີ (ຫ 15/3/11 ໜ້າ 11 ຂໍ້ 19)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ໂຢ. 7:8-10—ພະເຍຊູເວົ້າຕົວະນ້ອງໆທີ່ບໍ່ມີຄວາມເຊື່ອໃນຕົວເພິ່ນບໍ? (ຫ 1/2/07 ໜ້າ 6 ຫຍໍ້ໜ້າ 4)
ໂຢ. 8:58—ເປັນຫຍັງຈຶ່ງມີການແປສ່ວນສຸດທ້າຍຂອງຂໍ້ນີ້ວ່າ “ເຮົາກໍເປັນຢູ່ແລ້ວ” ແທນທີ່ຈະແປວ່າ “ເຮົາແມ່ນ” ແລະເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? (nwtsty-E ຂໍ້ມູນສຳລັບສຶກສາ)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ໂຢ. 8:31-47
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ກັບໄປຢາມເທື່ອທີສອງ: (ບໍ່ເກີນ 3 ນາທີ) ເລີ່ມໂດຍໃຊ້ຕົວຢ່າງການສົນທະນາ. ຈາກນັ້ນເຊີນເຈົ້າຂອງເຮືອນມາປະຊຸມ.
ກັບໄປຢາມເທື່ອທີສາມ: (ບໍ່ເກີນ 3 ນາທີ) ເລືອກຂໍ້ຄຳພີເອງແລະສະເໜີປຶ້ມສຳລັບສຶກສາ.
ນຳການສຶກສາ: (ບໍ່ເກີນ 6 ນາທີ) ຮພ ໜ້າ 9-10 ຂໍ້ 10-11
ຊີວິດຄລິດສະຕຽນ
“ສະແດງຄວາມຖ່ອມຕົວແລະຄວາມຈຽມຕົວແບບພະເຍຊູ”: (15 ນາທີ) ພິຈາລະນາຖາມ-ຕອບ. ເປີດແຕ່ລະວິດີໂອ.
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ຍທ ບົດ 36
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (3 ນາທີ)
ເພງ 119 ແລະຄຳອະທິດຖານ