ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຕົ້ນເດີມ 9-11
“ຄົນທົ່ວໂລກເວົ້າພາສາດຽວກັນ”
ໃນເມືອງບາເບນ ພະເຢໂຫວາເຮັດໃຫ້ຄົນທີ່ບໍ່ເຊື່ອຟັງກະຈັດກະຈາຍກັນໄປທົ່ວໂລກໂດຍເຮັດໃຫ້ພາສາຂອງພວກເຂົາສັບສົນ. ໃນທຸກມື້ນີ້ ພະອົງກຳລັງລວບລວມຄົນຝູງໃຫຍ່ຈາກທຸກຊົນຊາດ ແລະທຸກພາສາ ແລະໃຫ້ພວກເຂົາເວົ້າ “ພາສາບໍລິສຸດ” ເພື່ອພວກເຂົາ “ຈະຮ້ອງອອກຊື່ພະເຢໂຫວາແລະຈະຮັບໃຊ້ຄຽງບ່າຄຽງໄຫຼ່ກັນ.” (ຊໂຟ 3:9, ລ.ມ.; ພນມ 7:9) “ພາສາບໍລິສຸດ” ແມ່ນຄວາມຈິງກ່ຽວກັບພະເຢໂຫວາແລະຈຸດປະສົງຂອງພະອົງຕາມທີ່ບອກໄວ້ໃນຄຳພີໄບເບິນ.
ການຮຽນພາສາໃໝ່ ບໍ່ໄດ້ມີແຕ່ການຈື່ຄຳສັບໃໝ່ໆເທົ່ານັ້ນ ແຕ່ຕ້ອງຮຽນວິທີຄິດແບບໃໝ່ນຳອີກ. ຄ້າຍຄືກັນ ເມື່ອເຮົາຮຽນພາສາບໍລິສຸດເຊິ່ງກໍຄືຄວາມຈິງໃນຄຳພີໄບເບິນ ເຮົາຕ້ອງປ່ຽນຄວາມຄິດຂອງເຮົານຳ. (ຣມ 12:2) ນີ້ເປັນຂັ້ນຕອນທີ່ຕ້ອງເຮັດຢ່າງຕໍ່ເນື່ອງເພື່ອຊ່ວຍເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນກັບພີ່ນ້ອງທົ່ວໂລກ.—1ກຣ 1:10