ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ທັນວາ ໜ້າ 3
  • ເຮົາສະແດງຄວາມຮັກໂດຍເຮັດຕາມຄຳສັ່ງສອນຂອງພະເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາສະແດງຄວາມຮັກໂດຍເຮັດຕາມຄຳສັ່ງສອນຂອງພະເຢໂຫວາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ການສັ່ງສອນເປັນການສະແດງເຖິງຄວາມຮັກຂອງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເມື່ອ​ຄົນ​ທີ່​ເຮົາ​ຮັກ​ປະ​ຖິ້ມ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເປັນ​ຫຍັງ​ການ​ຕັດ​ສຳພັນ​ຈຶ່ງ​ເປັນ​ການ​ຈັດ​ຕຽມ​ທີ່​ສະແດງ​ເຖິງ​ຄວາມ​ຮັກ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ການ​ສັ່ງ​ສອນ​ເປັນ​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ທັນວາ ໜ້າ 3

ຊີວິດ​ຄລິດສະຕຽນ

ເຮົາ​ສະແດງ​ຄວາມ​ຮັກ​ໂດຍ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ

ການ​ຕັດ​ສຳພັນ​ຈະ​ປົກ​ປ້ອງ​ປະຊາຄົມ​ແລະ​ສັ່ງ​ສອນ​ຄົນ​ທີ່​ເຮັດ​ຜິດ​ທີ່​ບໍ່​ກັບ​ໃຈ. (1​ກຣ 5:6, 11) ຖ້າ​ເຮົາ​ເຮັດ​ຕາມ​ການ​ສັ່ງ​ສອນ​ນີ້​ຂອງ​ພະ​ເຢໂຫວາ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ເພິ່ນ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ການ​ຕັດ​ສຳພັນ​ເຮັດ​ໃຫ້​ຄົນ​ທີ່​ເປັນ​ຍາດ​ພີ່ນ້ອງ​ແລະ​ຄົນ​ທີ່​ຢູ່​ໃນ​ຄະນະ​ກຳມະການ​ຕັດສິນ​ຄວາມ​ຕ້ອງ​ເຈັບ​ປວດ?

ທີ່​ສຳຄັນ​ທີ່​ສຸດ ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ປົກ​ປ້ອງ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ແລະ​ມາດຕະຖານ​ຄວາມ​ບໍລິສຸດ​ຂອງ​ເພິ່ນ. (1ປຕ 1:14-16) ນອກ​ຈາກ​ນັ້ນ ເຮົາ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່ຄົນ​ທີ່​ຖືກ​ຕັດ​ສຳພັນ​ນຳ. ເຖິງ​ວ່າ​ການ​ສັ່ງ​ສອນ​ທີ່​ແຮງໆຈະເຮັດ​ໃຫ້​ເຈັບ​ປວດ ແຕ່​ການ​ເຮັດ​ແນວ​ນັ້ນ​ຈະ​ຝຶກ​ຝົນ​ພວກເຮົາ “ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ມີ​ສັນຕິສຸກ.” (ຮຣ 12:5, 6, 11) ຖ້າ​ເຮົາ​ຍັງ​ຄົບຫາ​ກັບ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ແລະ​ຄົນ​ທີ່​ຕັດ​ຕົວ​ເອງ​ອອກ​ຈາກ​ປະຊາຄົມ ເຮົາ​ກໍ​ຂັດ​ຂວາງ​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ. ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ສັ່ງ​ສອນ​ຄົນ​ຂອງ​ເພິ່ນ “ຕາມ​ສົມຄວນ.” (ຢເຣ 30:11, ລ.ມ.) ເມື່ອ​ເຮົາ​ເຮັດ​ຕາມ​ການ​ສັ່ງ​ສອນ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ກິດຈະກຳ​ທີ່​ເສີມ​ຄວາມ​ເຊື່ອ​ຕໍ່ໆໄປ ກໍ​ສະແດງ​ວ່າ​ເຮົາ​ຍັງ​ຫວັງ​ວ່າ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ເມດຕາ.—ເອຊາ 1:16-18; 55:7

ເປີດ​ວິດີໂອ​ພັກດີ​ສະເໝີ​ດ້ວຍ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ພັກດີ​ສະເໝີ​ດ້ວຍ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ.’ ກາບຣຽນລາ​ແລະ​ເບນ​ເສຍໃຈ​ຫຼັງ​ຈາກ​ໄດ້​ອ່ານ​ຈົດ​ໝາຍ​ຂອງ​ລູກ​ຊາຍ​ທີ່​ອອກ​ຈາກ​ເຮືອນ.

    ເມື່ອ​ລູກ​ປະ​ຖິ້ມ​ພະ​ເຢໂຫວາ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຈະ​ຮູ້ສຶກ​ເຈັບ​ປວດ​ສ່ຳ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ພັກດີ​ສະເໝີ​ດ້ວຍ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ.’ ໝູ່​ໃນ​ປະຊາຄົມ​ກອດ​ແລະ​ໃຫ້​ກຳລັງ​ໃຈ​ກາບຣຽນລາ​ແລະ​ເບນ​ຫຼັງ​ຈາກ​ເລີກ​ປະຊຸມ.

    ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເຫຼືອ​ຄົນ​ທີ່​ຍັງ​ສັດ​ຊື່​ໃນ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດ​ສຳພັນ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ພັກດີ​ສະເໝີ​ດ້ວຍ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ.’ ກາບຣຽນລາ​ຄິດ​ພາບ​ເຖິງ​ເລື່ອງ​ການ​ກະບົດ​ຂອງ​ໂກຣາ.

    ຕົວຢ່າງ​ຂອງ​ໃຜ​ໃນ​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ພັກດີ​ຕໍ່​ພະ​ເຢໂຫວາ​ຫຼາຍ​ກວ່າ​ພັກດີ​ຕໍ່​ຄອບຄົວ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ພັກດີ​ສະເໝີ​ດ້ວຍ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ.’ ຫຼັງ​ຈາກ​ເລີກ​ປະຊຸມ ກາບຣຽນລາ​ບອກ​ເບນ​ວ່າ​ລາວ​ໄດ້​ຮັບ​ຂໍ້​ຄວາມ​ຈາກ​ລູກ​ຊາຍ.

    ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ​ຫຼາຍ​ກວ່າ​ຄົນ​ໃນ​ຄອບຄົວ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌