ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ມີນາ ໜ້າ 15
  • ເລືອກໝູ່ຢ່າງສະຫຼາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລືອກໝູ່ຢ່າງສະຫຼາດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ເລືອກ​ຄົບ​ໝູ່​ຢ່າງ​ສະຫຼາດ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ສຳຄັນບໍທີ່ຈະແຕກຕ່າງຈາກຄົນອື່ນ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ມີນາ ໜ້າ 15
ຜູ້​ຍິງ​ໂມອາບ​ຊວນ​ຜູ້​ຊາຍ​ອິດສະຣາເອນ​ໃຫ້​ໄປ​ກັບ​ເຂົາ​ເຈົ້າ.

ຊີວິດ​ຄລິດສະຕຽນ

ເລືອກ​ໝູ່​ຢ່າງ​ສະຫຼາດ

ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ອິດສະຣາເອນ​ຢູ່​ແຜ່ນດິນ​ໂມອາບ​ເປັນ​ຕົວຢ່າງ​ເຕືອນ​ໃຈ​ສຳລັບ​ຄລິດສະຕຽນ. (1​ກຣ 10:6, 8, 11) ຄົນ​ອິດສະຣາເອນ​ທີ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ໂມອາບ​ທີ່​ເຮັດ​ຜິດສິນລະທຳ​ທາງ​ເພດ​ແລະ​ໄຫວ້​ຮູບ​ບູຊາ​ຖືກ​ລໍ້​ລວງ​ໃຫ້​ເຮັດ​ຜິດ​ຮ້າຍແຮງ. ຍ້ອນ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ເກີດ​ໄພ​ພິບັດ​ຄັ້ງ​ໃຫຍ່. (ຈົດເຊັນ 25:9) ເຮົາ​ເອງ​ກໍ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ເຊັ່ນ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ ໝູ່​ຢູ່​ໂຮງ​ຮຽນ ເພື່ອນ​ບ້ານ ຍາດ​ພີ່ນ້ອງ ແລະ​ຄົນ​ຮູ້ຈັກ. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ເລື່ອງ​ນີ້​ກ່ຽວ​ກັບ​ອັນຕະລາຍ​ຂອງ​ການ​ຄົບຫາ​ກັບ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ?

ເບິ່ງ​ວິດີໂອ​ສັ້ນ​ຕົວຢ່າງ​ເຕືອນ​ໃຈ​ສຳລັບ​ສະໄໝ​ຂອງ​ເຮົາ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ​ສັ້ນ ‘ຕົວຢ່າງ​ເຕືອນ​ໃຈ​ສຳລັບ​ສະໄໝ​ຂອງ​ເຮົາ.’ ຊີມລີ​ບອກ​ຢາມີນ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ຜູ້​ຍິງ​ໂມອາບ.

    ຊີມລີ​ກັບ​ພັກ​ພວກ​ມີ​ຄວາມ​ຄິດ​ຜິດໆແນວ​ໃດ​ຕອນ​ທີ່​ເວົ້າ​ກັບ​ຢາມີນ?

  • ສາກ​ໜຶ່ງ​ຈາກ​ວິດີໂອ​ສັ້ນ ‘ຕົວຢ່າງ​ເຕືອນ​ໃຈ​ສຳລັບ​ສະໄໝ​ຂອງ​ເຮົາ.’ ຟີເນ​ຫາ​ເຫດຜົນ​ກັບ​ຢາມີນ.

    ຟີເນ​ຊ່ວຍ​ຢາມີນ​ແນວ​ໃດ​ໃຫ້​ເບິ່ງ​ເລື່ອງ​ຕ່າງໆຢ່າງ​ເໝາະ​ສົມ?

  • ການ​ເປັນ​ມິດ​ແລະ​ການ​ເປັນ​ໝູ່​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຕ່າງ​ກັນ​ແນວ​ໃດ?

  • ເປັນ​ຫຍັງ​ເຮົາ​ຄວນ​ເລືອກ​ໝູ່​ສະໜິດ​ຢ່າງ​ຮອບຄອບ​ເຖິງ​ວ່າ​ຈະ​ຢູ່​ໃນ​ປະຊາຄົມ​ກໍ​ຕາມ?

  • ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເຂົ້າ​ກຸ່ມ​ສົ່ງ​ຂໍ້​ຄວາມ​ໃນ​ສື່​ສັງຄົມ​ອອນລາຍ​ທີ່​ມີ​ຄົນ​ທີ່​ເຮົາ​ບໍ່​ຮູ້ຈັກ​ເປັນ​ສ່ວນ​ໂຕ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌