ສາລະບານ
ອາທິດເລີ່ມວັນທີ 29 ພຶດສະພາ 2017-4 ມິຖຸນາ 2017
3 ໃຫ້ເຮັດຕາມທີ່ປະຕິຍານໄວ້
ເຈົ້າໃຫ້ຄຳປະຕິຍານຈັກຢ່າງແກ່ພະເຢໂຫວາ? ເຈົ້າຮູ້ສຶກວ່າກຳລັງເຮັດຕາມຄຳປະຕິຍານເຫຼົ່ານັ້ນຢ່າງສຸດຄວາມສາມາດແລ້ວບໍ? ຈະວ່າແນວໃດກັບຄຳປະຕິຍານເມື່ອເຈົ້າອຸທິດຕົວຫຼືເມື່ອເຈົ້າແຕ່ງດອງ? ໃນບົດຄວາມນີ້ ເຈົ້າຈະຮຽນຈາກຕົວຢ່າງທີ່ດີຂອງເຢບເທແລະອານາເຊິ່ງເຮັດຕາມທີ່ໄດ້ປະຕິຍານໄວ້. ການຮຽນຮູ້ເລື່ອງເຫຼົ່ານີ້ຈະຊ່ວຍເຮົາໃຫ້ເຮັດຕາມຄຳປະຕິຍານທີ່ໃຫ້ກັບພະເຢໂຫວາ.
ອາທິດເລີ່ມວັນທີ 5-11 ມິຖຸນາ 2017
10 ເມື່ອລາຊະອານາຈັກມາປົກຄອງສິ່ງໃດແດ່ຈະຖືກກຳຈັດ?
ເຮົາມັກຄິດກ່ຽວກັບສິ່ງທີ່ພະເຢໂຫວາຈະໃຫ້ເຮົາໃນອຸທິຍານ. ແຕ່ໃນບົດຄວາມນີ້ ເຮົາຈະເບິ່ງ 4 ບັນຫາທີ່ພະເຢໂຫວາຈະກຳຈັດໃຫ້ໝົດໄປເພື່ອສ້າງໂລກທີ່ສະຫງົບແລະມີຄວາມສຸກ. ການຮຽນຮູ້ເລື່ອງນີ້ຊ່ວຍເສີມຄວາມເຊື່ອແລະຄວາມຕັ້ງໃຈຂອງເຮົາທີ່ຈະອົດທົນ.
ອາທິດເລີ່ມວັນທີ 12-18 ມິຖຸນາ 2017
15 “ຜູ້ພິພາກສາໂລກທັງສິ້ນ” ເຮັດສິ່ງຖືກຕ້ອງສະເໝີ
ອາທິດເລີ່ມວັນທີ 19-25 ມິຖຸນາ 2017
21 ເຈົ້າເບິ່ງເລື່ອງຄວາມຍຸຕິທຳຄືກັບພະເຢໂຫວາບໍ?
ເມື່ອເຮົາໝັ້ນໃຈວ່າເຮົາປະສົບກັບຄວາມບໍ່ຍຸຕິທຳຫຼືສັງເກດເຫັນຄວາມບໍ່ຍຸຕິທຳ ເລື່ອງນີ້ອາດທົດສອບຄວາມເຊື່ອ ຄວາມຖ່ອມ ແລະຄວາມພັກດີຂອງເຮົາ. ໃນສອງບົດຄວາມນີ້ ເຮົາຈະຮຽນກ່ຽວກັບປະສົບການຂອງ 3 ຄົນເຊິ່ງຈະຊ່ວຍເຮົາໃຫ້ເບິ່ງເລື່ອງຄວາມຍຸຕິທຳຄືກັບພະເຢໂຫວາ.
ອາທິດເລີ່ມວັນທີ 26 ມິຖຸນາ 2017-2 ກໍລະກົດ 2017
27 ຂໍໃຫ້ເຈົ້າມີນ້ຳໃຈອາສາສະໝັກເພື່ອໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ!
ເຖິງວ່າພະເຢໂຫວາບໍ່ຕ້ອງການສິ່ງໃດຈາກເຮົາ ແຕ່ພະອົງມີຄວາມສຸກເມື່ອເຫັນເຮົາພະຍາຍາມສະໜັບສະໜູນການປົກຄອງຂອງພະອົງ. ໃນຜູ້ຕັດສິນບົດທີ 4 ແລະ 5 ເຮົາຈະຮຽນຮູ້ວ່າພະເຢໂຫວາເຫັນຄຸນຄ່າຄວາມເຕັມໃຈຂອງເຮົາທີ່ຈະຮັບໃຊ້ແລະເຮັດຕາມຄຳແນະນຳຂອງພະອົງ.