ຂ1
ເລື່ອງຫຼັກໃນຄຳພີໄບເບິນ
ພະເຢໂຫວາພະເຈົ້າມີສິດປົກຄອງ. ວິທີປົກຄອງຂອງເພິ່ນດີທີ່ສຸດ. ຄວາມຕ້ອງການຂອງເພິ່ນສຳລັບໂລກແລະມະນຸດຈະຕ້ອງເກີດຂຶ້ນແທ້ແນ່ນອນ.
ຫຼັງ 4026 ກ່ອນ ຄ.ສ “ງູ” ຕັ້ງຂໍ້ສົງໄສວ່າພະເຢໂຫວາມີສິດທີ່ຈະປົກຄອງມະນຸດບໍ ແລະວິທີທີ່ເພິ່ນປົກຄອງດີແທ້ໆບໍ? ພະເຢໂຫວາສັນຍາວ່າຈະໃຫ້ມີ “ເຊື້ອສາຍ” ຄົນໜຶ່ງມາຢຽບຫົວຂອງງູຫຼືຊາຕານຈົນມຸ່ນ. (ປະຖົມມະການ 3:1-5, 15) ໃນລະຫວ່າງນັ້ນພະເຢໂຫວາຍອມໃຫ້ມະນຸດປົກຄອງໂຕເອງໂດຍຢູ່ພາຍໃຕ້ອິດທິພົນຂອງຊາຕານ. |
1943 ກ່ອນ ຄ.ສ ພະເຢໂຫວາບອກອັບຣາຮາມວ່າເຊື້ອສາຍທີ່ສັນຍາໄວ້ຈະມາທາງລູກຫຼານຂອງລາວ.—ປະຖົມມະການ 22:18 |
ຫຼັງ 1070 ກ່ອນ ຄ.ສ ພະເຢໂຫວາຢືນຢັນກັບກະສັດດາວິດແລະໂຊໂລໂມນລູກຊາຍຂອງລາວວ່າເຊື້ອສາຍທີ່ສັນຍາໄວ້ຈະມາທາງລູກຫຼານຂອງເຂົາເຈົ້າ.—2 ຊາມູເອນ 7:12, 16; 1 ກະສັດ 9:3-5; ເອຊາຢາ 9:6, 7 |
ຄ.ສ 29 ພະເຢໂຫວາເປີດເຜີຍວ່າພະເຢຊູແມ່ນເຊື້ອສາຍທີ່ສັນຍາໄວ້ເຊິ່ງຈະໄດ້ຂຶ້ນບັນລັງຂອງກະສັດດາວິດ.—ລູກາ 1:31-33; 3:21, 22; ຄາລາເຕຍ 3:16 |
ຄ.ສ 33 ງູຫຼືຊາຕານເຮັດໃຫ້ “ສົ້ນຕີນ” ຂອງເຊື້ອສາຍທີ່ສັນຍາໄວ້ບວມຊ້ຳຊົ່ວຄາວໂດຍເຮັດໃຫ້ພະເຢຊູຖືກຂ້າ. ແຕ່ພະເຢໂຫວາໄດ້ປຸກພະເຢຊູໃຫ້ມີຊີວິດໃນສະຫວັນ ແລະເພິ່ນຮັບຊີວິດມະນຸດສົມບູນທີ່ພະເຢຊູເສຍສະລະເປັນຄ່າໄຖ່ ເພື່ອລູກຫຼານຂອງອາດາມຈະໄດ້ຮັບການໃຫ້ອະໄພບາບແລະມີຊີວິດຕະຫຼອດໄປ.—ປະຖົມມະການ 3:15; ກິດຈະການ 2:32-36; 1 ໂກຣິນໂທ 15:21, 22 |
ປະມານ ຄ.ສ 1914 ພະເຢຊູຖິ້ມງູຫຼືຊາຕານລົງມາໂລກ ແລະໃຫ້ຢູ່ແຕ່ໃນໂລກໃນໄລຍະເວລາສັ້ນໆ.—ພະນິມິດ 12:7-9, 12 |
ອະນາຄົດ ພະເຢຊູຂັງຊາຕານໄວ້ 1.000 ປີ. ຫຼັງຈາກນັ້ນ ເພິ່ນກໍທຳລາຍມັນເຊິ່ງເປັນຄືກັບການຢຽບຫົວຂອງມັນຈົນມຸ່ນ. ຄວາມຕ້ອງການທຳອິດຂອງພະເຢໂຫວາສຳລັບໂລກແລະມະນຸດຈະເກີດຂຶ້ນແທ້ແນ່ນອນ. ຊື່ຂອງເພິ່ນຈະພົ້ນຈາກຄຳຕຳໜິແລະວິທີປົກຄອງຂອງເພິ່ນໄດ້ຮັບການພິສູດວ່າດີທີ່ສຸດ.—ພະນິມິດ 20:1-3, 10; 21:3, 4 |