ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜຂ ບົດ 99
  • ໃນຫ້ອງຊັ້ນເທິງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃນຫ້ອງຊັ້ນເທິງ
  • ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ອາຫານ​ແລງ​ຄາບ​ສຸດທ້າຍ​ຂອງ​ພະ​ເຢຊູ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ການ​ລະນຶກ​ເຖິງ​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ພະອົງ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ອາຫານ​ແລງ​ຂອງ​ພະອົງ​ເຈົ້າ—ການ​ສະຫລອງ​ທີ່​ຖວາຍ​ກຽດ​ແກ່​ພະ​ເຢໂຫວາ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ການ​ປະຊຸມ​ອະນຸສອນ​ແບບ​ຮຽບ​ງ່າຍ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ກະສັດ​ເທິງ​ສະຫວັນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ໜຂ ບົດ 99

ບົດ 99

ໃນ​ຫ້ອງ​ຊັ້ນ​ເທິງ

ຕໍ່​ມາ​ອີກ​ສອງ​ມື້ ເປັນ​ຄ່ຳ​ຄືນ​ວັນ​ພະຫັດ. ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ 12 ຄົນ​ໄດ້​ມາ​ທີ່​ຫ້ອງ​ໃຫຍ່​ຊັ້ນ​ເທິງ​ເພື່ອ​ກິນ​ອາຫານ​ປັດສະຄາ. ຊາຍ​ທີ່​ເຈົ້າ​ເຫັນ​ພວມ​ຍ່າງ​ອອກ​ໄປ​ນັ້ນ​ຄື​ຢູດາ​ອີດສະກາລີໂອດ. ເຂົາ​ພວມ​ອອກ​ໄປ​ບອກ​ພວກ​ປະໂລຫິດ​ເຖິງ​ວິທີ​ທີ່​ຈະ​ຈັບ​ພະ​ເຍຊູ​ໄດ້.

ມື້​ກ່ອນ​ນັ້ນ ຢູດາ​ໄປ​ຫາ​ພວກ​ເຂົາ​ແລະ​ຖາມ​ວ່າ: ‘ຖ້າ​ຂ້ອຍ​ຊ່ວຍ​ຈັບ​ພະ​ເຍຊູ​ທ່ານ​ຈະ​ເອົາ​ສິ່ງ​ໃດ​ໃຫ້​ຂ້ອຍ?’ ເຂົາ​ບອກ​ວ່າ: ‘ເງິນ​ສາມ​ສິບ​ແຜ່ນ.’ ດັ່ງ​ນັ້ນ​ຂະນະ​ນີ້​ຢູດາ​ພວມ​ອອກ​ໄປ​ພົບ​ຄົນ​ເຫຼົ່າ​ນັ້ນ​ເພື່ອ​ຈະ​ນຳ​ເຂົາ​ໄປ​ເຖິງ​ພະ​ເຍຊູ. ນັ້ນ​ເປັນ​ສິ່ງ​ທີ່​ຮ້າຍກາດ​ທີ່​ສຸດ​ບໍ່​ແມ່ນ​ບໍ?

ການ​ກິນ​ອາຫານ​ປັດສະຄາ​ສຳເລັດ​ແລ້ວ. ແຕ່​ຂະນະ​ນີ້​ພະ​ເຍຊູ​ເລີ່ມ​ກິນ​ອາຫານ​ຄາບ​ພິເສດ​ອີກ​ແນວ​ນຶ່ງ. ພະອົງ​ຍື່ນ​ເຂົ້າຈີ່​ໃຫ້​ພວກ​ສາວົກ​ແລ້ວ​ຕັດ​ວ່າ: ‘ຈົ່ງ​ຮັບ​ເອົາ​ກິນ​ເຖີດ ເພາະ​ນີ້​ໝາຍ​ເຖິງ​ກາຍ​ຂອງ​ເຮົາ​ຊຶ່ງ​ຈະ​ໃຫ້​ເພື່ອ​ທ່ານ.’ ແລ້ວ​ພະອົງ​ຍື່ນ​ຈອກ​ເຫຼົ້າ​ອະງຸ່ນ​ໃຫ້​ເຂົາ​ແລະ​ຕັດ​ວ່າ: ‘ຈົ່ງ​ດື່ມ​ເຖີດ ເພາະ​ນີ້​ໝາຍ​ເຖິງ​ເລືອດ​ຂອງ​ເຮົາ ຊຶ່ງ​ຈະ​ຕ້ອງ​ຖືກ​ເທ​ອອກ​ເພື່ອ​ທ່ານ.’ ພະ​ຄຳພີ​ເອີ້ນ​ອາຫານ​ຄາບ​ນີ້​ວ່າ: ‘ອາຫານ​ຕອນ​ແລງ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ.’

ຊົນ​ຍິດສະລາເອນ​ໄດ້​ກິນ​ປັດສະຄາ​ນີ້​ເພື່ອ​ເຕືອນ​ໃຫ້​ພວກ​ເຂົາ​ລຳລຶກ​ເຖິງ​ເມື່ອ​ທູດ​ສະຫວັນ​ຂອງ​ພະເຈົ້າ ‘ຜ່ານ​ຂ້າມ’ ເຮືອນ​ຂອງ​ເຂົາ​ໃນ​ປະເທດ​ອີຢີບ ແຕ່​ໄດ້​ຂ້າ​ລູກ​ຫົວປີ​ໃນ​ເຮືອນ​ແຫ່ງ​ຊາວ​ອີຢີບ. ແຕ່​ຂະນະ​ນີ້​ພະ​ເຍຊູ​ຢາກ​ໃຫ້​ພວກ​ສາວົກ​ຂອງ​ພະອົງ​ລຳລຶກ​ເຖິງ​ພະອົງ ແລະ​ເຖິງ​ວິທີ​ທີ່​ພະອົງ​ສະລະ​ຊີວິດ​ເພື່ອ​ເຂົາ. ດ້ວຍ​ປະການ​ສັນນີ້​ພະອົງ​ຈຶ່ງ​ບອກ​ພວກ​ເຂົາ​ໃຫ້​ສະຫຼອງ​ອາຫານ​ຄາບ​ພິເສດ​ນີ້​ທຸກ​ປີ.

ຫຼັງ​ຈາກ​ການ​ກິນ​ອາຫານ​ແລງ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ແລ້ວ ພະ​ເຍຊູ​ບອກ​ພວກ​ອັກຄະສາວົກ​ຂອງ​ພະອົງ​ໃຫ້​ມີ​ໃຈ​ກ້າຫານ​ແລະ​ເຂັ້ມແຂງ​ໃນ​ຄວາມ​ເຊື່ອ. ໃນ​ທີ່​ສຸດ ເຂົາ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ​ແລະ​ແລ້ວ​ອອກ​ໄປ. ເວລາ​ນີ້​ເດິກ​ຫຼາຍ​ແລ້ວ ຄົງ​ເລີຍ​ທ່ຽງ​ຄືນ​ແລ້ວ. ໃຫ້​ເຮົາ​ເບິ່ງ​ວ່າ​ພວກ​ເຂົາ​ໄປ​ໃສ.

ມັດທາຍ 26:​14-30; ລຶກາ 22:​1-39; ໂຍຮັນ ບົດ 13 ເຖິງ 17; 1 ໂກລິນໂທ 11:⁠20.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌