ມີຄວາມຫວັງອັນໃດສຳລັບຄົນທີ່ເຮົາຮັກເຊິ່ງຕາຍໄປແລ້ວ?
“ຖ້າຄົນຜູ້ໜຶ່ງຕາຍເພິ່ນຈະຄືນມາອີກຫຼື?” ຊາຍຜູ້ໜຶ່ງຊື່ໂຢບໄດ້ຖາມດົນນານມາແລ້ວ. (ໂຢບ 14:14) ບາງທີເຈົ້າເອງກໍເຄີຍສົງໄສເລື່ອງນີ້ຄືກັນ. ຖ້າຮູ້ວ່າມີທາງເປັນໄປໄດ້ທີ່ຈະຢູ່ນຳຄົນທີ່ເຈົ້າຮັກອີກເທື່ອໜຶ່ງເທິງແຜ່ນດິນໂລກພາຍໃຕ້ສະພາບການທີ່ດີທີ່ສຸດ ເຈົ້າຈະຮູ້ສຶກແນວໃດ?
ຄຳພີໄບເບິນສັນຍາວ່າ “ຄົນຕາຍທັງຫຼາຍຂອງພະອົງຈະມີຊີວິດຢູ່. ... [ເຂົາເຈົ້າ] ຈະລຸກຂຶ້ນອີກ.” ແລະຄຳພີໄບເບິນຍັງກ່າວອີກວ່າ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.”—ເອຊາອີ 26:19; ຄຳເພງ 37:29.
ເພື່ອຈະມີຄວາມໝັ້ນໃຈຢ່າງແທ້ຈິງໃນຄຳສັນຍາດັ່ງກ່າວ ເຮົາຕ້ອງຕອບຄຳຖາມພື້ນຖານບາງຂໍ້ເຊັ່ນ ເປັນຫຍັງຄົນເຮົາຈຶ່ງຕາຍ? ຄົນຕາຍແລ້ວໄປຢູ່ໃສ? ແລະເຮົາຈະແນ່ໃຈໄດ້ແນວໃດວ່າເຂົາເຈົ້າຈະມີຊີວິດອີກເທື່ອໜຶ່ງ?
ຄວາມຕາຍແລະສິ່ງທີ່ເກີດຂຶ້ນເມື່ອຄົນເຮົາຕາຍ
ຄຳພີໄບເບິນບອກຢ່າງຊັດເຈນວ່າແຕ່ເດີມພະເຈົ້າບໍ່ປະສົງໃຫ້ມະນຸດຕາຍ. ພະອົງສ້າງອາດາມແລະເອວາມະນຸດຄູ່ທຳອິດໃຫ້ຢູ່ໃນສວນອຸທິຍານເທິງແຜ່ນດິນໂລກເຊິ່ງເອີ້ນວ່າເອເດນ ແລະຍັງບອກເຂົາທັງສອງໃຫ້ກຳເນີດລູກຫຼານແລະຂະຫຍາຍບ້ານທີ່ເປັນອຸທິຍານໃຫ້ກວ້າງອອກໄປທົ່ວໂລກ. ແນວໃດກໍຕາມ ເຂົາເຈົ້າຈະຕ້ອງຕາຍຖ້າຫາກບໍ່ເຊື່ອຟັງຄຳສັ່ງຂອງພະອົງ.—ຕົ້ນເດີມ 1:28; 2:15-17.
ເນື່ອງຈາກຂາດຄວາມສຳນຶກບຸນຄຸນຕໍ່ຄວາມກະລຸນາຂອງພະເຈົ້າ ອາດາມແລະເອວາໄດ້ລະເມີດຄຳສັ່ງ ດັ່ງນັ້ນເຂົາເຈົ້າຈຶ່ງຕ້ອງຖືກໂທດຕາມທີ່ບອກໄວ້. ພະເຈົ້າບອກອາດາມວ່າ “ເຈົ້າຈະຫຼົບໄປໃນດິນອີກ ເພາະວ່າເຈົ້າໄດ້ອອກມາຈາກດິນ ເພາະວ່າເຈົ້າເປັນຂີ້ຝຸ່ນ ແລະເຈົ້າຈະຫຼົບໄປໃນຂີ້ຝຸ່ນອີກ.” (ຕົ້ນເດີມ 3:19) ກ່ອນພະເຈົ້າສ້າງອາດາມຂຶ້ນມາ ລາວບໍ່ມີຊີວິດຢູ່; ລາວເປັນແຕ່ຂີ້ຝຸ່ນ. ຍ້ອນການບໍ່ເຊື່ອຟັງຫຼືບາບ ອາດາມຈຶ່ງຖືກຕັດສິນໃຫ້ຫຼົບໄປເປັນຂີ້ຝຸ່ນ ຄືຫຼົບໄປຢູ່ໃນສະພາບທີ່ບໍ່ມີຊີວິດ.
ສະນັ້ນຄວາມຕາຍຈຶ່ງເປັນສະພາບທີ່ບໍ່ມີຊີວິດ. ຄຳພີໄບເບິນຊີ້ໃຫ້ເຫັນຄວາມແຕກຕ່າງກັນດັ່ງນີ້ “ຄ່າຈ້າງຂອງຄວາມບາບເປັນຄວາມຕາຍ ແຕ່ວ່າຂອງປະທານພະຄຸນແຫ່ງພະເຈົ້າເປັນຊີວິດ ອັນຕະຫຼອດໄປເປັນນິດ.” (ໂລມ 6:23) ເພື່ອຊີ້ໃຫ້ເຫັນວ່າຄວາມຕາຍຄືສະພາບທີ່ບໍ່ມີຄວາມຮູ້ສຶກເລີຍ ຄຳພີໄບເບິນຈຶ່ງກ່າວວ່າ “ເຫດວ່າຄົນທັງຫຼາຍທີ່ຍັງເປັນກໍຮູ້ຈັກວ່າເຂົາຈະຕາຍໄປ ແຕ່ວ່າພວກຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ.” (ຜູ້ເທສະໜາປ່າວປະກາດ 9:5) ຄຳພີໄບເບິນອະທິບາຍວ່າ ເມື່ອຄົນເຮົາຕາຍ “ກໍຈະກັບຄືນເປັນຂີ້ຝຸ່ນດິນ; ແລ້ວແຜນການທັງໝົດກໍເຖິງທີ່ຈົບສິ້ນ.”—ຄຳເພງ 146:3, 4, ທ.ປ.
ໃນເມື່ອມີແຕ່ອາດາມກັບເອວາເທົ່ານັ້ນທີ່ຂັດຂືນຄຳສັ່ງໃນສວນເອເດນ ແລ້ວເປັນຫຍັງພວກເຮົາທຸກຄົນຈຶ່ງຕ້ອງຕາຍ? ເພາະວ່າພວກເຮົາທຸກຄົນເກີດນຳຫຼັງການບໍ່ເຊື່ອຟັງຂອງອາດາມ ດັ່ງນັ້ນພວກເຮົາທຸກຄົນຈຶ່ງໄດ້ຮັບບາບແລະຄວາມຕາຍຈາກລາວ. ຕາມທີ່ຄຳພີໄບເບິນບອກ “ຄວາມບາບໄດ້ເຂົ້າມາໃນໂລກເພາະຄົນຜູ້ດຽວ [ອາດາມ] ສັນໃດ ແລະຄວາມຕາຍເຂົ້າມາດ້ວຍຄວາມບາບນັ້ນ ແລະສັນນັ້ນຄວາມຕາຍໄດ້ມາຖືກຄົນທັງປວງ.”—ໂລມ 5:12; ໂຢບ 14:4.
ແຕ່ບາງຄົນອາດຖາມວ່າ ‘ມະນຸດມີວິນຍານທີ່ເປັນອະມະຕະເຊິ່ງຍັງຄົງມີຊີວິດຢູ່ຫຼັງຈາກຕາຍແລ້ວບໍ່ແມ່ນບໍ?’ ຫຼາຍຄົນເຄີຍສອນແບບນັ້ນແລະບອກຕື່ມວ່າຄວາມຕາຍແມ່ນທາງໄປສູ່ຊີວິດອີກແບບໜຶ່ງ. ແຕ່ຄວາມຄຶດເຫັນແບບນັ້ນບໍ່ໄດ້ມາຈາກຄຳພີໄບເບິນ. ກົງກັນຂ້າມ ພະຄຳຂອງພະເຈົ້າສອນວ່າເຮົາເປັນ ຈິດວິນຍານ ຈິດວິນຍານກໍຄືໂຕເຮົາເອງ ເຊິ່ງລວມທັງຄຸນລັກສະນະທາງດ້ານຮ່າງກາຍແລະຈິດໃຈ. (ຕົ້ນເດີມ 2:7; ເຢເຣມີ 2:34; ສຸພາສິດ 2:10) ນອກນັ້ນຄຳພີໄບເບິນຍັງກ່າວວ່າ “ຈິດໃຈ [“ຈິດວິນຍານ,” ພາສາເດີມ] ທີ່ຈະເຮັດການບາບ [ຈິດວິນຍານ] ນັ້ນກໍຈະຕາຍໄປ.” (ເອເຊກຽນ 18:4) ບໍ່ມີບ່ອນໃດໃນຄຳພີໄບເບິນທີ່ບອກວ່າມະນຸດມີຈິດວິນຍານທີ່ເປັນອະມະຕະເຊິ່ງຍັງຄົງມີຊີວິດຢູ່ພາຍຫຼັງຮ່າງກາຍໄດ້ຕາຍໄປແລ້ວ.
ວິທີທີ່ມະນຸດຈະມີຊີວິດອີກ
ຫຼັງຈາກບາບແລະຄວາມຕາຍໄດ້ເຂົ້າມາໃນໂລກແລ້ວ ພະເຈົ້າໄດ້ເປີດເຜີຍໃຫ້ຮູ້ວ່າພະອົງປະສົງຈະໃຫ້ຄົນຕາຍຟື້ນຂຶ້ນມາມີຊີວິດອີກໂດຍການປຸກໃຫ້ຟື້ນຄືນມາຈາກຕາຍ. ດ້ວຍເຫດນີ້ຄຳພີໄບເບິນຈຶ່ງບອກວ່າ “ທ່ານອັບລາຫາມໄດ້ເຊື່ອວ່າພະເຈົ້າອາດໂຜດໃຫ້ທ່ານອີຊາກເປັນຄືນມາຈາກຫມູ່ຄົນຕາຍໄດ້.” (ເຫບເລີ 11:17-19) ຄວາມໄວ້ໃຈຂອງອັບລາຫາມບໍ່ຜິດພາດ ເພາະຄຳພີໄບເບິນກ່າວເຖິງພະເຈົ້າຜູ້ມີລິດເດດອັນໃຫຍ່ວ່າ “ພະເຈົ້າບໍ່ເປັນພະເຈົ້າຂອງຄົນຕາຍ ແຕ່ວ່າເປັນພະເຈົ້າຂອງຄົນຜູ້ຍັງເປັນ ເຫດວ່າເຂົາທັງປວງຍັງເປັນສຳລັບພະເຈົ້າ.”—ລືກາ 20:37, 38.
ຖືກແລ້ວ ພະເຈົ້າຜູ້ມີລິດເດດອັນໃຫຍ່ບໍ່ພຽງແຕ່ມີລິດອຳນາດ ແຕ່ມີຄວາມປາຖະໜາທີ່ຈະປຸກຜູ້ທີ່ພະອົງເຫັນວ່າສົມຄວນໃຫ້ຟື້ນຂຶ້ນມາຈາກຕາຍອີກດ້ວຍ. ພະເຍຊູຄລິດເອງໄດ້ກ່າວວ່າ “ຢ່າປະຫຼາດໃຈດ້ວຍສິ່ງນັ້ນ ເພາະວ່າຄາວມາໃກ້ແລ້ວເວລາຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດ ແລະເຂົາຈະອອກມາ.”—ໂຢຮັນ 5:28, 29; ກິດຈະການ 24:15.
ຫຼັງຈາກກ່າວເຊັ່ນນັ້ນບໍ່ດົນ ພະເຍຊູກໍໄດ້ພົບກັບຂະບວນແຫ່ສົບທີ່ອອກມາຈາກເມືອງນາອີນໃນແຜ່ນດິນອິດສະລາແອນ. ຊາຍຫນຸ່ມທີ່ຕາຍແມ່ນລູກໂທນຂອງຍິງໝ້າຍ. ເມື່ອເຫັນລາວທຸກໂສກຍິ່ງນັກ ພະເຍຊູຈຶ່ງຮູ້ສຶກອີ່ຕົນ. ດັ່ງນັ້ນ ພະອົງກ່າວແກ່ສົບນັ້ນວ່າ “ຊາຍຫນຸ່ມເອີຍ ເຮົາບອກເຈົ້າວ່າຈົ່ງລຸກຂຶ້ນເຖີ້ນ.” ຊາຍຫນຸ່ມນັ້ນກໍລຸກຂຶ້ນນັ່ງ ແລະພະເຍຊູໄດ້ມອບລາວໃຫ້ແກ່ແມ່.—ລືກາ 7:11-17.
ເຊັ່ນດຽວກັບກໍລະນີຂອງຍິງໝ້າຍ ມີຄວາມປິຕິຍິນດີຫຼາຍຄືກັນ ເມື່ອພະເຍຊູໄປເຮືອນຂອງຢາອີລຶດຜູ້ເປັນນາຍໂຮງທຳຂອງພວກຢິວ. ລູກສາວຂອງລາວອາຍຸ 12 ປີໄດ້ຕາຍ. ແຕ່ເມື່ອພະເຍຊູໄປຮອດເຮືອນຂອງຢາອີລຶດ ພະອົງຍ່າງໄປຫາເດັກນ້ອຍທີ່ຕາຍແລ້ວກ່າວວ່າ “ຜູ້ສາວເອີຍ ຈົ່ງລຸກຂຶ້ນເຖີ້ນ.” ແລະເດັກຍິງນັ້ນກໍລຸກຂຶ້ນແທ້ໆ!—ລືກາ 8:40-56.
ຕໍ່ມາລາຊະໂລສະຫາຍຂອງພະເຍຊູຕາຍ. ຕອນທີ່ພະເຍຊູມາຮອດເຮືອນຂອງລາຊະໂລ ລາວຕາຍໄດ້ສີ່ມື້ແລ້ວ. ເຖິງແມ່ນວ່າໂສກເສົ້າເສຍໃຈທີ່ສຸດ ມາທາເອື້ອຍຂອງລາວກ່າວສະແດງຄວາມຫວັງວ່າ “ຂ້າພະເຈົ້າຮູ້ຈັກວ່າເພິ່ນຈະຄືນມາຈາກຕາຍໃນການຄືນມາຈາກຕາຍເວລາວັນທີ່ສຸດ.” ແຕ່ພະເຍຊູໄປບ່ອນທີ່ຝັງສົບ ສັ່ງໃຫ້ຍົກກ້ອນຫີນອອກ ແລ້ວຮ້ອງດ້ວຍສຽງດັງວ່າ “ລາຊະໂລເອີຍ ຈົ່ງອອກມາທາງນອກເຖີ້ນ.” ແລະລາວກໍອອກມາ!—ໂຢຮັນ 11:11-14.
ບັດນີ້ລອງຄິດເບິ່ງວ່າ ໃນລະຫວ່າງສີ່ມື້ທີ່ລາຊະໂລໄດ້ຕາຍໄປ ສະພາບຂອງລາວເປັນແນວໃດ? ລາຊະໂລບໍ່ໄດ້ເວົ້າຈັກໜ້ອຍກ່ຽວກັບສະຫວັນທີ່ແສນສະບາຍຫຼືຢູ່ນາລົກທີ່ແສນທໍລະມານ ລາວຄົງຈະຕ້ອງເວົ້າໃນທຳນອງນັ້ນຢ່າງແນ່ນອນຖ້າໄດ້ໄປມາແລ້ວ. ໃນຂະນະທີ່ລາຊະໂລຕາຍ ລາວບໍ່ໄດ້ໄປໃສ ບໍ່ຮູ້ສຶກຫຍັງໝົດ ແລະກໍຄົງຈະຢູ່ໃນສະພາບນັ້ນຈົນເຖິງ “ການຄືນມາຈາກຕາຍເວລາວັນທີ່ສຸດ” ຖ້າຫາກພະເຍຊູບໍ່ໄດ້ປຸກລາວໃຫ້ຟື້ນຂຶ້ນມາມີຊີວິດ.
ເປັນຄວາມຈິງທີ່ການອັດສະຈັນເຫຼົ່ານີ້ໃຫ້ປະໂຫຍດພຽງຊົ່ວຄາວເທົ່ານັ້ນ ເນື່ອງຈາກຄົນທີ່ພະອົງປຸກໃຫ້ຟື້ນຂຶ້ນມາຈາກຕາຍນັ້ນກໍຍັງໄດ້ຕາຍອີກ. ຢ່າງໃດກໍຕາມ ເມື່ອ 1.900 ກວ່າປີມາແລ້ວ ພະອົງໄດ້ໃຫ້ຫຼັກຖານຢືນຢັນດ້ວຍລິດອຳນາດຂອງພະເຈົ້າວ່າ ຄົນທີ່ຕາຍໄປແລ້ວຈະມີຊີວິດອີກ! ດັ່ງນັ້ນ ໂດຍການອັດສະຈັນພະເຍຊູສະແດງໃຫ້ເຫັນໃນຂອບເຂດນ້ອຍໆຂອງສິ່ງທີ່ຈະເກີດຂຶ້ນເທິງແຜ່ນດິນໂລກພາຍໃຕ້ລາຊະອານາຈັກຂອງພະເຈົ້າ.
ເມື່ອຄົນທີ່ເຮົາຮັກຕາຍ
ເມື່ອມີການຕາຍເກີດຂຶ້ນ ເຮົາຍ່ອມໂສກເສົ້າທີ່ສຸດເຖິງແມ່ນວ່າເຮົາມີຄວາມຫວັງໃນເລື່ອງການຟື້ນຂຶ້ນມາຈາກຕາຍກໍຕາມ. ອັບລາຫາມເຊື່ອວ່າເມຍຂອງລາວຈະມີຊີວິດອີກຄັ້ງໜຶ່ງ ແຕ່ເຮົາກໍຍັງອ່ານວ່າ “ທ່ານອັບລາຫາມໄດ້ມາຮ້ອງໄຫ້ຮ່ຳໄຮຄຶດຮອດນາງຊາລາ.” (ຕົ້ນເດີມ 23:2) ແລະພະເຍຊູເດ? ເມື່ອລາຊະໂລຕາຍ “ຈິດໃຈພະອົງຈຶ່ງສຳພັດກັບເຫດການນັ້ນ ແລະເສົ້າໂສກໜັກ” ແລະຫຼັງຈາກນັ້ນບໍ່ດົນພະອົງ “ກໍຮ້ອງໄຫ້.” (ໂຢຮັນ 11:33, 35, ທ.ປ.) ດັ່ງນັ້ນ ເມື່ອຄົນທີ່ເຮົາຮັກຕາຍ ການຮ້ອງໄຫ້ຈຶ່ງບໍ່ໄດ້ໝາຍຄວາມວ່າເຮົາອ່ອນແອ.
ເມື່ອລູກຕາຍ ໂດຍສະເພາະຜູ້ເປັນແມ່ຈະໂສກເສົ້າເສຍໃຈຫຼາຍ. ເຖິງຢ່າງນັ້ນ ຄຳພີໄບເບິນບໍ່ໄດ້ຕຳໜິທີ່ແມ່ຈະໂສກເສົ້າປານນັ້ນ. (2 ກະສັດ 4:27) ແນ່ນອນ ຜູ້ເປັນພໍ່ເອງກໍຍ່ອມຮູ້ສຶກໂສກເສົ້າຄືກັນ. ກະສັດດາວິດໂສກເສົ້າອາໄລເຖິງອາບຊາໂລມລູກຊາຍທີ່ຖືກຂ້າຕາຍດັ່ງນີ້ “ຂໍໃຫ້ຂ້ອຍຕາຍຕາງເຈົ້າ.”—2 ຊາເມືອນ 18:33.
ແຕ່ຍ້ອນເຈົ້າມີຄວາມເຊື່ອໝັ້ນໃນເລື່ອງການຟື້ນຂຶ້ນມາຈາກຕາຍ ຄວາມໂສກເສົ້າຂອງເຈົ້າຄົງຈະບັນເທົາລົງໄປໄດ້. ຕາມທີ່ກ່າວໄວ້ໃນຄຳພີໄບເບິນ ເຈົ້າຈະ “ບໍ່ມີຄວາມທຸກໂສກເໝືອນດັ່ງຄົນອື່ນທີ່ບໍ່ມີຄວາມໄວ້ໃຈ.” (1 ເທຊະໂລນີກ 4:13) ຫຼາຍກວ່ານັ້ນເຈົ້າຈະຫຍັບເຂົ້າໃກ້ຊິດພະເຈົ້າດ້ວຍການອະທິດຖານ ແລະຄຳພີໄບເບິນໃຫ້ຄຳສັນຍາວ່າ “ພະອົງຈະອຸດຫນູນເຈົ້າ.”—ຄຳເພງ 55:22.
ເວັ້ນແຕ່ລະບຸໄວ້ເປັນຢ່າງອື່ນ ຂໍ້ພະຄຳພີທີ່ຍົກມາກ່າວແມ່ນມາຈາກຄຳພີໄບເບິນພາສາລາວສະບັບແປເກົ່າ. ຕົວຫຍໍ້ ທ.ປ. ໝາຍເຖິງພະຄຳພີຂອງຊາວຄິດພາສາຂອງຄົນທົ່ວໄປ.