ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 43
  • ການ​ສອນ​ດ້ວຍ​ຄຳ​ອຸປະມາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ສອນ​ດ້ວຍ​ຄຳ​ອຸປະມາ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ການ​ຮັບ​ປະໂຫຍດ​ຈາກ​ຄວາມ​ອຸປະມາ​ຂອງ​ພະ​ເຍຊູ
  • ໄດ້​ພະ​ພອນ​ໂດຍ​ຮັບ​ຄຳ​ສັ່ງ​ສອນ​ຫຼາຍ​ຂຶ້ນ
  • “ປັດສະຈາກ​ຄຳ​ອຸປະມາ​ພະອົງ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ແກ່​ເຂົາ”
    “ຕາມເຮົາໄປເຖີ້ນ”
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 43

ບົດ 43

ການ​ສອນ​ດ້ວຍ​ຄຳ​ອຸປະມາ

ເບິ່ງ​ຄື​ວ່າ​ພະ​ເຍຊູ​ຢູ່​ໃນ​ເມືອງ​ກັບເອນາອູມ​ເມື່ອ​ພະອົງ​ຕຳໜິ​ພວກ​ຟາລິຊຽນ. ຫຼັງ​ຈາກ​ນັ້ນ​ໃນ​ມື້​ດຽວ​ກັນ ພະອົງ​ເດີນ​ທາງ​ອອກ​ຈາກ​ເຮືອນ​ແລະ​ຍ່າງ​ໄປ​ຮອດ​ທະເລ​ຄາລິເລ​ທີ່​ຢູ່​ໃກ້ໆ ບ່ອນ​ນັ້ນ​ມີ​ປະຊາຊົນ​ຫຼາຍ​ຄົນ​ມາ​ໂຮມ​ກັນ. ພະອົງ​ໄດ້​ລົງ​ເຮືອ​ແລະ​ຍະ​ອອກ​ຈາກ​ຕາ​ຝັ່ງ​ໄປ​ໜ້ອຍ​ໜຶ່ງ ແລ້ວ​ເລີ່ມ​ສັ່ງ​ສອນ​ປະຊາຊົນ​ຢູ່​ຕາ​ຝັ່ງ​ກ່ຽວ​ກັບ​ລາຊະອານາຈັກ​ຝ່າຍ​ສະຫວັນ. ພະອົງ​ເຮັດ​ເຊັ່ນ​ນັ້ນ​ໂດຍ​ໃຊ້​ຄຳ​ອຸປະມາ​ຫຼື​ອຸທາຫອນ​ເປັນ​ແຕ່​ລະ​ເລື່ອງ​ໄປ ທຸກ​ເລື່ອງ​ມີ​ສາກ​ເຫດການ​ທີ່​ຜູ້​ຟັງ​ລຶ້ງ​ເຄີຍ​ດີ.

ກ່ອນ​ອື່ນ ພະ​ເຍຊູ​ກ່າວ​ເຖິງ​ຜູ້​ຫວ່ານ​ເມັດ​ພືດ. ລາງ​ເມັດ​ຕົກ​ໃສ່​ແຄມ​ທາງ ແລະ​ນົກ​ໄດ້​ມາ​ຈິກ​ກິນ. ລາງ​ເມັດ​ຕົກ​ລົງ​ດິນ​ຕື້ນໆ ເທິງ​ພື້ນ​ຫີນ. ເນື່ອງ​ຈາກ​ຮາກ​ຢັ່ງ​ລົງ​ບໍ່​ເລິກ ຕົ້ນ​ອ່ອນ​ກໍ​ຫ່ຽວ​ແຫ້ງ​ໄປ​ເມື່ອ​ຖືກ​ແດດ​ຮ້ອນ. ສ່ວນ​ເມັດ​ພືດ​ອື່ນໆ ຕົກ​ກາງ​ກົກ​ໜາມ ເຊິ່ງ​ຕົ້ນ​ພືດ​ງອກ​ຂຶ້ນ​ບໍ່​ໄດ້. ໃນ​ທີ່​ສຸດ ລາງ​ເມັດ​ໄດ້​ຕົກ​ໃສ່​ດິນ​ດີ ແລ້ວ​ເກີດ​ໝາກ​ຮ້ອຍ​ທໍ່​ແດ່ ຫົກ​ສິບ​ທໍ່​ແດ່ ແລະ​ສາມ​ສິບ​ທໍ່​ແດ່.

ໃນ​ຄຳ​ອຸປະມາ​ອີກ​ເລື່ອງ​ໜຶ່ງ ພະ​ເຍຊູ​ປຽບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຄື​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ຫວ່ານ​ເມັດ​ພືດ. ຫຼັງ​ຈາກ​ເວລາ​ຜ່ານ​ໄປ ບໍ່​ວ່າ​ຊາຍ​ນັ້ນ​ນອນ​ຫຼັບ​ຫຼື​ຕື່ນ​ຂຶ້ນ ເມັດ​ພືດ​ກໍ​ງອກ​ຂຶ້ນ. ຊາຍ​ຄົນ​ນັ້ນ​ບໍ່​ຮູ້​ວ່າ​ພືດ​ນັ້ນ​ງອກ​ຂຶ້ນ​ມາ​ໄດ້​ແນວ​ໃດ. ມັນ​ໃຫຍ່​ຂຶ້ນ​ມາ​ເອງ​ແລະ​ມີ​ເມັດ. ເມື່ອ​ເມັດ​ເຂົ້າ​ສຸກ​ດີ​ແລ້ວ ຊາຍ​ນັ້ນ​ກໍ​ເກັບ​ກ່ຽວ.

ພະ​ເຍຊູ​ຍົກ​ອຸປະມາ​ເລື່ອງ​ທີ​ສາມ​ມາ​ກ່າວ​ເຖິງ​ຊາຍ​ທີ່​ຫວ່ານ​ເມັດ​ພືດ​ດີ ແຕ່ “ເມື່ອ​ຄົນ​ທັງ​ຫຼາຍ​ພວມ​ນອນ​ຫຼັບ​ຢູ່” ສັດຕູ​ໄດ້​ມາ​ຫວ່ານ​ເຂົ້າ​ນົກ​ໃສ່​ທ່າມກາງ​ເຂົ້າ​ດີ. ຄົນ​ໃຊ້​ໄດ້​ຖາມ​ຊາຍ​ນັ້ນ​ວ່າ ຈະ​ໃຫ້​ລາວ​ຫຼົກ​ເຂົ້າ​ນົກ​ອອກ​ຫຼື​ບໍ່. ຊາຍ​ຄົນ​ນັ້ນ​ຕອບ​ວ່າ “ຢ່າຊູ​ໄປ ຢ້ານ​ວ່າ​ພວມ​ເກັບ​ເຂົ້າ​ນົກ​ນັ້ນ ຫມູ່​ເຈົ້າ​ຈະ​ຫຼົກ​ເຂົ້າ​ດີ​ດ້ວຍ. ຈົ່ງ​ໃຫ້​ທັງ​ສອງ​ໃຫຍ່​ຂຶ້ນ​ມາ​ດ້ວຍ​ກັນ ຈົນ​ເຖິງ​ລະດູ​ກ່ຽວ​ເຂົ້າ ແລະ​ໃນ​ເວລາ​ລະດູ​ກ່ຽວ​ເຂົ້າ​ນັ້ນ ເຮົາ​ຈະ​ບອກ​ພວກ​ກ່ຽວ​ວ່າ ຈົ່ງ​ກ່ຽວ​ເຂົ້າ​ນົກ​ກ່ອນ ແລະ​ມັດ​ເປັນ​ຟ່ອນ​ເພື່ອ​ຈະ​ໄດ້​ຈູດ​ເສຍ ແຕ່​ວ່າ​ເຂົ້າ​ເມັດ​ດີ​ນັ້ນ ຈົ່ງ​ໂຮມ​ໄວ້​ໃສ່​ໃນ​ເລົ້າ​ເຂົ້າ​ຂອງ​ເຮົາ​ເທີ້ນ.”

ໂດຍ​ສືບ​ຕໍ່​ການ​ບັນຍາຍ​ຕໍ່​ຝູງ​ຊົນ​ຢູ່​ເທິງ​ຕາ​ຝັ່ງ ພະ​ເຍຊູ​ໃຫ້​ຄຳ​ອຸປະມາ​ອີກ​ສອງ​ເລື່ອງ. ພະອົງ​ຊີ້​ແຈງ​ວ່າ “ແຜ່ນດິນ​ສະຫວັນ [ລາຊະອານາຈັກ​ສະຫວັນ]” ປຽບ​ເໝືອນ​ດັ່ງ​ເມັດ​ພືດ​ມັດສະຕາດ​ເມັດ​ໜຶ່ງ​ທີ່​ຄົນ​ປູກ​ໄວ້. ເຖິງ​ວ່າ​ເມັດ​ມັນ​ຈະ​ນ້ອຍ​ທີ່​ສຸດ​ໃນ​ບັນດາ​ເມັດ​ພືດ​ທັງ​ໝົດ​ກໍ​ຕາມ ເມື່ອ​ງອກ​ຂຶ້ນ​ແລ້ວ​ມັນ​ຊ້ຳ​ພັດ​ໃຫຍ່​ກວ່າ​ພືດ​ຜັກ​ອື່ນໆ. ມັນ​ກາຍ​ເປັນ​ຕົ້ນ​ໄມ້​ທີ່​ນົກ​ມາ​ພັກ​ພິງ​ຕາມ​ກິ່ງ​ງ່າ​ໄດ້.

ບາງ​ຄົນ​ໃນ​ປັດຈຸບັນ​ນີ້​ຄັດ​ຄ້ານ​ວ່າ ຍັງ​ມີ​ເມັດ​ພືດ​ທີ່​ນ້ອຍ​ກວ່າ​ເມັດ​ມັດສະຕາດ, ແຕ່​ພະ​ເຍຊູ​ບໍ່​ໄດ້​ສອນ​ບົດຮຽນ​ເລື່ອງ​ພຶກສາ​ສາດ. ເທົ່າ​ທີ່​ຊາວ​ຄາລິເລ​ຮູ້​ຈັກ​ເມັດ​ພືດ​ໃນ​ສະໄໝ​ຂອງ​ພະອົງ ເມັດ​ມັດສະຕາດ​ແມ່ນ​ນ້ອຍ​ທີ່​ສຸດ​ແທ້ໆ. ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ໃຈ​ໄດ້​ເຖິງ​ການ​ເຕີບໂຕ​ອັນ​ງຶດງໍ້​ຕາມ​ທີ່​ພະ​ເຍຊູ​ອະທິບາຍ​ໃນ​ຄຳ​ອຸປະມາ.

ໃນ​ທີ່​ສຸດ ພະ​ເຍຊູ​ປຽບ “ແຜ່ນດິນ​ສະຫວັນ” ກັບ​ເຊື້ອ​ແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ແປ້ງ​ສາມ​ຖ້ວຍ. ພະອົງ​ກ່າວ​ວ່າ ເມື່ອ​ຮອດ​ເວລາ ເຊື້ອ​ກໍ​ເຮັດ​ໃຫ້​ແປ້ງ​ທັງ​ໝົດ​ຟູ​ຂຶ້ນ.

ຫຼັງ​ຈາກ​ການ​ຍົກ​ຄຳ​ອຸປະມາ​ຫ້າ​ເລື່ອງ​ນີ້​ແລ້ວ ພະ​ເຍຊູ​ລາ​ຈາກ​ຝູງ​ຊົນ​ໄປ​ແລະ​ເມືອ​ເຮືອນ​ທີ່​ພະອົງ​ພັກ​ຢູ່. ບໍ່​ດົນ​ອັກຄະສາວົກ 12 ຄົນ​ແລະ​ຄົນ​ອື່ນໆ ກໍ​ມາ​ຫາ​ພະອົງ​ຢູ່​ບ່ອນ​ນັ້ນ.

ການ​ຮັບ​ປະໂຫຍດ​ຈາກ​ຄວາມ​ອຸປະມາ​ຂອງ​ພະ​ເຍຊູ

ເມື່ອ​ສາວົກ​ໄດ້​ມາ​ຫາ​ພະ​ເຍຊູ​ຫຼັງ​ຈາກ​ພະອົງ​ບັນຍາຍ​ໃຫ້​ຝູງ​ຊົນ​ຟັງ​ທີ່​ຫາດ​ຊາຍ​ນັ້ນ ພວກ​ເຂົາ​ເຈົ້າ​ສົນ​ໃຈ​ຢາກ​ຮູ້​ວິທີ​ສັ່ງ​ສອນ​ແບບ​ໃໝ່​ຂອງ​ພະອົງ. ເຂົາ​ເຈົ້າ​ເຄີຍ​ໄດ້​ຍິນ​ພະອົງ​ໃຊ້​ອຸປະມາ ແຕ່​ບໍ່​ຫຼາຍ​ປານ​ນີ້. ດັ່ງ​ນັ້ນ ເຂົາ​ຈຶ່ງ​ຖາມ​ວ່າ “ເປັນ​ສັນ​ໃດ​ພະອົງ​ໄດ້​ປາກ​ກັບ​ເຂົາ​ເປັນ​ຄຳ​ອຸປະມາ.”

ເຫດຜົນ​ປະການ​ໜຶ່ງ​ທີ່​ພະອົງ​ໄດ້​ເຮັດ​ເຊັ່ນ​ນັ້ນ​ກໍ​ເພື່ອ​ໃຫ້​ສົມ​ຈິງ​ຕາມ​ຄຳ​ພະຍາກອນ​ທີ່​ວ່າ “ເຮົາ​ຈະ​ອ້າ​ປາກ​ເປັນ​ຄຳ​ອຸປະມາ ເຮົາ​ຈະ​ບອກ​ຄຳ​ທີ່​ອຳ​ໄວ້ ຕັ້ງ​ແຕ່​ຕົ້ນ​ເດີມ​ໂລກ.” ຍັງ​ມີ​ເຫດຜົນ​ຫຼາຍ​ກວ່າ​ນີ້. ພະອົງ​ໃຊ້​ຄຳ​ອຸປະມາ​ເພື່ອ​ເປີດ​ເຜີຍ​ເຈຕະຄະຕິ​ໃນ​ຫົວໃຈ​ຂອງ​ປະຊາຊົນ.

ທີ່​ຈິງ ຄົນ​ສ່ວນ​ຫຼາຍ​ສົນ​ໃຈ​ໃນ​ພະ​ເຍຊູ​ຍ້ອນ​ພະອົງ​ເລົ່າ​ເລື່ອງ​ເກ່ງ​ແລະ​ເປັນ​ຜູ້​ເຮັດ​ອັດສະຈັນ​ເທົ່າ​ນັ້ນ ບໍ່​ແມ່ນ​ຍ້ອນ​ເປັນ​ບຸກຄົນ​ທີ່​ສົມຄວນ​ໄດ້​ຮັບ​ການ​ບົວລະບັດ​ໃນ​ຖານະ​ອົງ​ພະ​ຜູ້​ເປັນ​ເຈົ້າ​ທີ່​ຄວນ​ຕິດ​ຕາມ​ຢ່າງ​ບໍ່​ເຫັນ​ແກ່​ຕົວ. ເຂົາ​ບໍ່​ຕ້ອງການ​ມີ​ໃຜ​ມາ​ລົບກວນ​ວິຖີ​ຊີວິດ​ຫຼື​ໂລກະທັດ​ຂອງ​ຕົນ. ເຂົາ​ບໍ່​ຕ້ອງການ​ໃຫ້​ຂ່າວ​ສານ​ນັ້ນ​ມີ​ຜົນ​ກະທົບ​ຕໍ່​ຕົນ​ຂະໜາດ​ນັ້ນ.

ດັ່ງ​ນັ້ນ ພະ​ເຍຊູ​ກ່າວ​ວ່າ “ເຫດ​ສັນນີ້ ເຮົາ​ກ່າວ​ແກ່​ເຂົາ​ເປັນ​ຄຳ​ອຸປະມາ ເພາະ​ວ່າ​ເມື່ອ​ເຂົາ​ເບິ່ງ​ເຂົາ​ບໍ່​ເຫັນ​ແລະ​ເມື່ອ​ເຂົາ​ຟັງ​ເຂົາ​ບໍ່​ຍິນ​ແລະ​ບໍ່​ເຂົ້າ​ໃຈ. ແລະ​ຄຳ​ທຳນວາຍ​ແຫ່ງ​ທ່ານ​ເອຊາອີ​ເປັນ​ທີ່​ສຳເລັດ​ໃນ​ເຂົາ ຄຳ​ທີ່​ວ່າ . . . ດ້ວຍ​ວ່າ​ໃຈ​ແຫ່ງ​ພວກ​ນີ້​ແຂງ​ກະດ້າງ​ໄປ.”

ພະ​ເຍຊູ​ກ່າວ​ຕໍ່​ໄປ​ວ່າ “ຕາ​ຂອງ​ທ່ານ​ທັງ​ຫຼາຍ​ກໍ​ເປັນ​ສຸກ​ເພາະ​ໄດ້​ເຫັນ ແລະ​ຫູ​ຂອງ​ທ່ານ​ກໍ​ເປັນ​ສຸກ​ເພາະ​ໄດ້​ຍິນ. ເຫດ​ວ່າ​ຈິງ​ແທ້ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຜູ້​ທຳນວາຍ​ແລະ​ຜູ້​ຊອບທຳ​ຫຼາຍ​ຄົນ​ຢາກ​ໄດ້​ເຫັນ​ການ​ທີ່​ທ່ານ​ທັງ​ຫຼາຍ​ເຫັນ​ຢູ່ ແຕ່​ວ່າ​ເຂົາ​ບໍ່​ໄດ້​ເຫັນ ແລະ​ເຂົາ​ຢາກ​ໄດ້​ຍິນ​ຄຳ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ແຕ່​ວ່າ​ເຂົາ​ບໍ່​ໄດ້​ຍິນ.”

ແມ່ນ​ແລ້ວ ອັກຄະສາວົກ 12 ຄົນ​ແລະ​ຜູ້​ທີ່​ຢູ່​ນຳ​ເຂົາ​ເຈົ້າ​ໄດ້​ສະແດງ​ວ່າ​ເປັນ​ຄົນ​ມີ​ຫົວໃຈ​ຮັບ​ເອົາ. ສະນັ້ນ ພະ​ເຍຊູ​ກ່າວ​ດັ່ງ​ນີ້ “ຂໍ້​ເລິກ​ແຫ່ງ​ແຜ່ນດິນ​ສະຫວັນ​ເປັນ​ທີ່​ໂປດ​ປະທານ​ແກ່​ທ່ານ​ທັງ​ຫຼາຍ​ໃຫ້​ຮູ້​ຈັກ ແຕ່​ວ່າ​ບໍ່​ໂປດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ນັ້ນ.” ເນື່ອງ​ຈາກ​ເຫຼົ່າ​ສາວົກ​ຢາກ​ເຂົ້າ​ໃຈ ພະ​ເຍຊູ​ຈຶ່ງ​ໄດ້​ອະທິບາຍ​ຄຳ​ອຸປະມາ​ເລື່ອງ​ຜູ້​ຫວ່ານ​ພືດ​ໃຫ້​ຟັງ.

“ເຂົ້າ​ປູກ​ນັ້ນ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ” ຕາມ​ພະ​ເຍຊູ​ກ່າວ ແລະ​ດິນ​ນັ້ນ​ແມ່ນ​ຫົວໃຈ. ກ່ຽວ​ກັບ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ແໜ້ນ​ຢູ່​ແຄມ​ທາງ​ນັ້ນ ພະອົງ​ຊີ້​ແຈງ​ວ່າ “ພະຍາມານ​ມາ​ແລະ​ຍາດ​ເອົາ​ພະ​ຄຳ​ອອກ​ຈາກ​ໃຈ​ຂອງ​ເຂົາ​ຢ້ານ​ວ່າ​ເຂົາ​ຈະ​ໄດ້​ພົ້ນ​ເວລາ​ເຊື່ອ.”

ສ່ວນ​ພືດ​ທີ່​ຫວ່ານ​ລົງ​ດິນ​ເຊິ່ງ​ພື້ນ​ດິນ​ເປັນ​ຫີນ​ນັ້ນ ແມ່ນ​ກ່ຽວ​ຂ້ອງ​ກັບ​ຫົວໃຈ​ຂອງ​ຜູ້​ຮັບ​ເອົາ​ພະ​ຄຳ​ດ້ວຍ​ຄວາມ​ຍິນດີ. ແນວ​ໃດ​ກໍ​ຕາມ ຍ້ອນ​ພະ​ຄຳ​ບໍ່​ສາມາດ​ຢັ່ງ​ຮາກ​ລົງ​ເລິກ​ໃນ​ຫົວໃຈ​ຊະນິດ​ນີ້ ເວລາ​ມີ​ການ​ທົດລອງ​ຫຼື​ການ​ຂົ່ມເຫງ ຄົນ​ພວກ​ນີ້​ຈຶ່ງ​ໄດ້​ປະ​ຖິ້ມ​ຄວາມ​ເຊື່ອ.

ສຳລັບ​ພືດ​ທີ່​ຕົກ​ລົງ​ທ່າມກາງ​ກົກ​ໜາມ ພະ​ເຍຊູ​ຊີ້​ເຖິງ​ບຸກຄົນ​ທີ່​ໄດ້​ຍິນ​ພະ​ຄຳ​ແລ້ວ, ແຕ່​ເຂົາ​ຍອມ​ໃຫ້​ຄວາມ​ກັງວົນ, ຊັບ​ສົມບັດ, ແລະ​ຄວາມ​ສະຫນຸກສະໜານ​ຍຶດ​ເຂົາ​ໄວ້ ດັ່ງ​ນັ້ນ ເຂົາ​ຈຶ່ງ​ສະຫງັດ​ງັນ​ໄປ ບໍ່​ງອກ​ງາມ​ເທົ່າ​ທີ່​ຄວນ.

ໃນ​ທີ່​ສຸດ ສຳລັບ​ເມັດ​ພືດ​ທີ່​ຫວ່ານ​ລົງ​ເທິງ​ດິນ​ດີ​ນັ້ນ​ພະ​ເຍຊູ​ກ່າວ​ວ່າ ຄົນ​ເຫຼົ່າ​ນີ້​ແມ່ນ​ຜູ້​ທີ່​ຟັງ​ພະ​ຄຳ​ດ້ວຍ​ຫົວໃຈ​ເຫຼື້ອມໃສ​ສັດທາ​ແລະ​ຮັກສາ​ໄວ້ ຈຶ່ງ​ເກີດ​ຜົນ​ດ້ວຍ​ຄວາມ​ພຽນ.

ຖື​ວ່າ​ເປັນ​ພະ​ພອນ​ແກ່​ເຫຼົ່າ​ສາວົກ​ທີ່​ໄດ້​ຫາ​ພົບ​ພະ​ເຍຊູ​ເພື່ອ​ໄດ້​ຄຳ​ອະທິບາຍ​ສິ່ງ​ທີ່​ພະອົງ​ສັ່ງ​ສອນ! ພະ​ເຍຊູ​ປະສົງ​ໃຫ້​ຄຳ​ອຸປະມາ​ຂອງ​ພະອົງ​ເປັນ​ທີ່​ເຂົ້າ​ໃຈ​ໄດ້ ເພື່ອ​ຖ່າຍ​ທອດ​ຄວາມ​ຈິງ​ໃຫ້​ແກ່​ຄົນ​ອື່ນ. ພະອົງ​ຖາມ​ວ່າ “ເຂົາ​ເອົາ​ໂຄມ​ໄຟ​ມາ ເພື່ອ​ຈະ​ບັງ​ໄວ້​ທັງ​ລຸ່ມ​ກະບຸງ ຫຼື​ທັງ​ລຸ່ມ​ຕຽງ​ນອນ​ຫຼື”? ບໍ່​ເປັນ​ເຊັ່ນ​ນັ້ນ ແຕ່ “ຕັ້ງ​ໄວ້​ເທິງ​ຕີນ​ໂຄມ​ໄຟ.” ດັ່ງ​ນັ້ນ ພະ​ເຍຊູ​ກ່າວ​ເສີມ​ວ່າ “ຈົ່ງ​ລະວັງ​ໃຫ້​ດີ ດ້ວຍ​ສິ່ງ​ທັງ​ຫຼາຍ​ທີ່​ທ່ານ​ໄດ້​ຍິນ.”

ໄດ້​ພະ​ພອນ​ໂດຍ​ຮັບ​ຄຳ​ສັ່ງ​ສອນ​ຫຼາຍ​ຂຶ້ນ

ຫຼັງ​ຈາກ​ພວກ​ສາວົກ​ໄດ້​ຮັບ​ຄຳ​ອະທິບາຍ​ກ່ຽວ​ກັບ​ອຸປະມາ​ເລື່ອງ​ຜູ້​ຫວ່ານ​ພືດ ເຂົາ​ເຈົ້າ​ຕ້ອງການ​ຮຽນ​ຮູ້​ຫຼາຍ​ຂຶ້ນ. ເຂົາ​ຂໍຮ້ອງ​ວ່າ “ຄຳ​ອຸປະມາ​ແຫ່ງ​ເຂົ້າ​ນົກ​ໃນ​ນາ​ນັ້ນ ຂໍ​ພະອົງ​ເຊີນ​ແກ້​ໃຫ້​ຫມູ່​ຂ້າພະເຈົ້າ​ເຂົ້າ​ໃຈ​ເທີ້ນ.”

ເຫຼົ່າ​ສາວົກ​ມີ​ທັດສະນະ​ຕ່າງ​ຈາກ​ຝູງ​ຊົນ​ທີ່​ຢູ່​ຫາດ​ຊາຍ​ນັ້ນ​ແທ້ໆ! ພວກ​ນັ້ນ​ບໍ່​ປາຖະໜາ​ຈະ​ຮຽນ​ຮູ້​ຄວາມ​ໝາຍ​ທີ່​ແຝງ​ຢູ່​ໃນ​ອຸປະມາ​ຕ່າງໆ ຢ່າງ​ຈິງ​ຈັງ ເຂົາ​ພໍ​ໃຈ​ຮູ້​ແຕ່​ສັງເຂບ​ເທົ່າ​ນັ້ນ. ເມື່ອ​ທຽບ​ລະຫວ່າງ​ຄົນ​ທົ່ວ​ໄປ​ທີ່​ຢູ່​ແຄມ​ທະເລ​ກັບ​ສາວົກ​ທີ່​ມັກ​ຊັກ​ຖາມ​ເຊິ່ງ​ໄດ້​ມາ​ຫາ​ພະອົງ​ຢູ່​ເຮືອນ ພະ​ເຍຊູ​ຈຶ່ງ​ກ່າວ​ວ່າ:

“ທ່ານ​ຈະ​ເອົາ​ຂອງ​ຜອງ​ຢ່າງ​ໃດ​ຈະ​ຜອງ​ໃຫ້​ເຂົາ ເຂົາ​ຈະ​ເອົາ​ຂອງ​ຜອງ​ຢ່າງ​ນັ້ນ​ຈະ​ຜອງ​ໃຫ້​ທ່ານ ແລະ​ເຂົາ​ຍັງ​ຈະ​ຕື່ມ​ອີກ​ແກ່​ທ່ານ​ທັງ​ຫຼາຍ.” ເຫຼົ່າ​ສາວົກ​ຜອງ​ດ້ວຍ​ການ​ໃຫ້​ຄວາມ​ສົນ​ໃຈ​ແລະ​ຕັ້ງ​ອົກ​ຕັ້ງ​ໃຈ​ເອົາໃຈໃສ່​ຕໍ່​ຄຳ​ຂອງ​ພະ​ເຍຊູ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ໄດ້​ພະ​ພອນ​ຄື​ການ​ຮັບ​ຄຳ​ແນະນຳ​ເພີ່ມ​ຂຶ້ນ. ສະນັ້ນ​ພະ​ເຍຊູ​ຈຶ່ງ​ຕອບ​ຄຳຖາມ​ຂອງ​ເຫຼົ່າ​ສາວົກ ໂດຍ​ອະທິບາຍ​ວ່າ:

“ຜູ້​ທີ່​ຫວ່ານ​ເມັດ​ດີ​ນັ້ນ​ເປັນ​ບຸດ​ມະນຸດ ແລະ​ທົ່ງ​ນາ​ນັ້ນ​ເປັນ​ໂລກ​ນີ້ ແລະ​ເມັດ​ດີ​ເປັນ​ລູກ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ [ຂອງ​ພະເຈົ້າ] ແລະ​ເຂົ້າ​ນົກ​ເປັນ​ລູກ​ທັງ​ຫຼາຍ​ຂອງ​ຜູ້​ຊົ່ວ​ຮ້າຍ ແລະ​ຜູ້​ສັດຕູ​ທີ່​ໄດ້​ຫວ່ານ​ເຂົ້າ​ນົກ​ເປັນ​ພະຍາມານ ແລະ​ລະດູ​ກ່ຽວ​ເຂົ້າ​ນັ້ນ​ເປັນ​ທີ່​ສຸດ​ແຫ່ງ​ໂລກ​ນີ້ ແລະ​ຜູ້​ກ່ຽວ​ເຂົ້າ​ນັ້ນ​ເປັນ​ພວກ​ທູດ​ສະຫວັນ.”

ຫຼັງ​ຈາກ​ພະອົງ​ໄດ້​ລະບຸ​ລັກສະນະ​ສະເພາະ​ແຕ່​ລະ​ຢ່າງ​ໃນ​ຄຳ​ອຸປະມາ​ແລ້ວ ພະ​ເຍຊູ​ພັນລະນາ​ເຖິງ​ຜົນ​ທີ່​ຕາມ​ມາ. ພະອົງ​ບອກ​ວ່າ ໃນ​ໄລຍະ​ອະວະສານ​ຂອງ​ລະບົບ​ແຫ່ງ​ສິ່ງ​ຕ່າງໆ ຜູ້​ກ່ຽວ​ຫຼື​ທູດ​ສະຫວັນ​ຈະ​ແຍກ​ຄລິດສະຕຽນ​ປອມ​ເຊິ່ງ​ປຽບ​ຄື​ເຂົ້າ​ນົກ​ອອກ​ຈາກ “ລູກ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ [ຂອງ​ພະເຈົ້າ].” ແລ້ວ “ລູກ​ທັງ​ຫຼາຍ​ຂອງ​ຜູ້​ຊົ່ວ​ຮ້າຍ” ຈະ​ຖືກ​ໝາຍ​ໄວ້​ໃຫ້​ພິນາດ ແຕ່​ລູກ​ຂອງ​ລາຊະອານາຈັກ​ຂອງ​ພະເຈົ້າ “ພວກ​ຊອບທຳ” ຈະ​ຮຸ່ງເຮືອງ​ສຸກ​ໃສ​ໃນ​ລາຊະອານາຈັກ​ແຫ່ງ​ພະ​ບິດາ.

ຕໍ່​ຈາກ​ນັ້ນ ພະ​ເຍຊູ​ອວຍ​ພອນ​ສາວົກ​ທີ່​ໄຕ່​ຖາມ​ພະອົງ​ດ້ວຍ​ອຸປະມາ​ອີກ​ສາມ​ເລື່ອງ. ຄຳ​ອຸປະມາ​ເລື່ອງ​ທຳອິດ ພະອົງ​ກ່າວ​ວ່າ “ແຜ່ນດິນ​ສະຫວັນ​ເປັນ​ເໝືອນ​ດັ່ງ​ສິ່ງ​ຂອງ​ແພງ ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ ທີ່​ທ່ານ​ຜູ້​ໜຶ່ງ​ເມື່ອ​ໄດ້​ພົບ​ແລ້ວ​ໄດ້​ອຳ​ໄວ້ ແລະ​ເພາະ​ຄວາມ​ຍິນດີ ທ່ານ​ຈຶ່ງ​ໄປ​ຂາຍ​ສັບພະ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່ ແລະ​ໄປ​ຊື້​ນາ​ນັ້ນ.”

ພະອົງ​ເລົ່າ​ຕໍ່​ໄປ​ວ່າ “ອັນ​ໜຶ່ງ​ອີກ ແຜ່ນດິນ​ສະຫວັນ​ເປັນ​ເໝືອນ​ດັ່ງ​ນາຍ​ຮ້ອຍ [“ພໍ່​ຄ້າ​ຜູ້​ໜຶ່ງ,” ປ.ມ.] ທີ່​ຊອກ​ຫາ​ແກ້ວ​ຫອຍ​ອັນ​ດີ​ອັນ​ງາມ ແລະ​ເມື່ອ​ໄດ້​ພົບ​ແກ້ວ​ຫອຍ​ໜ່ວຍ​ໜຶ່ງ​ທີ່​ມີ​ລາຄາ​ແພງ​ປະເສີດ​ຫຼາຍ​ແລ້ວ ທ່ານ​ໄປ​ຂາຍ​ສັບພະ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່ ແລະ​ໄດ້​ໄປ​ຊື້​ແກ້ວ​ຫອຍ​ນັ້ນ.”

ພະ​ເຍຊູ​ເອງ​ປຽບ​ເໝືອນ​ຜູ້​ທີ່​ພົບ​ຂຸມ​ຊັບ​ທີ່​ເຊື່ອງ​ໄວ້ ແລະ​ຄື​ນາຍ​ຮ້ອຍ​ຫຼື​ພໍ່​ຄ້າ​ຜູ້​ໜຶ່ງ​ຜູ້​ທີ່​ພົບ​ແກ້ວ​ຫອຍ​ລາຄາ​ແພງ. ພະອົງ​ໄດ້​ຂາຍ​ທຸກ​ສິ່ງ ໄດ້​ສະລະ​ຕຳແໜ່ງ​ອັນ​ມີ​ກຽດ​ສະຫງ່າ​ໃນ​ສະຫວັນ​ແລະ​ໄດ້​ມາ​ກຳເນີດ​ເປັນ​ມະນຸດ​ທີ່​ຕ່ຳ​ຕ້ອຍ. ຈາກ​ນັ້ນ ໃນ​ຖານະ​ເປັນ​ມະນຸດ​ຢູ່​ເທິງ​ໂລກ​ນີ້ ພະອົງ​ຮັບ​ຄຳ​ຕິຕຽນ​ແລະ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ກຽດ​ຊັງ ເຊິ່ງ​ເປັນ​ການ​ພິສູດ​ວ່າ ພະອົງ​ຄູ່​ຄວນ​ກັບ​ການ​ເປັນ​ຜູ້​ປົກຄອງ​ລາຊະອານາຈັກ​ຂອງ​ພະເຈົ້າ.

ສາວົກ​ຂອງ​ພະ​ເຍຊູ​ຕ້ອງ​ປະ​ເຊີນ​ກັບ​ການ​ທ້າທາຍ​ເຊັ່ນ​ກັນ​ທີ່​ຈະ​ຂາຍ​ທຸກ​ສິ່ງ​ເພື່ອ​ໄດ້​ລາງວັນ​ອັນ​ຍອດ​ຢ້ຽມ​ເພື່ອ​ກາຍ​ເປັນ​ຜູ້​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ ຫຼື​ເປັນ​ພົນລະເມືອງ​ຢູ່​ເທິງ​ແຜ່ນດິນ​ໂລກ​ພາຍ​ໃຕ້​ລາຊະອານາຈັກ. ເຮົາ​ຈະ​ຖື​ວ່າ​ການ​ມີ​ສ່ວນ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ສິ່ງ​ລ້ຳ​ຄ່າ​ຍິ່ງ​ກວ່າ​ແນວ​ອື່ນ​ທັງ​ໝົດ​ໃນ​ຊີວິດ ເໝືອນ​ກັບ​ຂຸມ​ຊັບ​ມີ​ຄ່າ​ມະຫາສານ ຫຼື​ເໝືອນ​ແກ້ວ​ຫອຍ​ທີ່​ສູງ​ຄ່າ​ບໍ?

ໃນ​ທີ່​ສຸດ ພະ​ເຍຊູ​ປຽບ “ລາຊະອານາຈັກ​ສະຫວັນ” ຄື​ກັບ​ດາງ​ກວາດ​ທີ່​ລາກ​ປາ​ທຸກ​ຊະນິດ​ໄດ້. ເມື່ອ​ແຍກ​ປາ ປາ​ທີ່​ບໍ່​ດີ​ແລ້ວ​ກໍ​ຈະ​ໂຍນ​ຖິ້ມ​ໄປ ເກັບ​ໄວ້​ແຕ່​ປາ​ດີ. ພະ​ເຍຊູ​ກ່າວ​ວ່າ ຈະ​ເປັນ​ເຊັ່ນ​ນັ້ນ​ໃນ​ຕອນ​ອະວະສານ​ຂອງ​ລະບົບ​ນີ້ ທູດ​ສະຫວັນ​ຈະ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ຊອບທຳ ກັນ​ຄົນ​ຊົ່ວ​ໄວ້​ເພື່ອ​ທຳລາຍ​ລ້າງ.

ພະ​ເຍຊູ​ເອງ​ເລີ່ມ​ໂຄງການ​ຈັບ​ປາ​ນີ້​ໂດຍ​ຮຽກ​ສາວົກ​ກຸ່ມ​ທຳອິດ​ໃຫ້​ເປັນ “ຜູ້​ຫາ​ຄົນ” (ປ.ມ.) ພາຍ​ໃຕ້​ການ​ດູ​ແລ​ຈາກ​ທູດ​ສະຫວັນ ວຽກ​ງານ​ຈັບ​ຄົນ​ນີ້​ດຳເນີນ​ຕໍ່​ເນື່ອງ​ມາ​ຫຼາຍ​ສະຕະວັດ. ໃນ​ທີ່​ສຸດ​ເຖິງ​ເວລາ​ລາກ “ດາງ​ກວາດ” ເຂົ້າ​ມາ ເຊິ່ງ​ໝາຍ​ເຖິງ​ອົງການ​ທັງ​ສິ້ນ​ໃນ​ໂລກ​ນີ້​ທີ່​ອ້າງ​ຕົວ​ເປັນ​ຄລິດສະຕຽນ ລວມ​ທັງ​ປະຊາຄົມ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ດ້ວຍ.

ເຖິງ​ແມ່ນ​ວ່າ​ປາ​ທີ່​ບໍ່​ດີ​ຖືກ​ເລືອກ​ຖິ້ມ​ໄປ​ສູ່​ຄວາມ​ພິນາດ ເຮົາ​ກໍ​ຮູ້ສຶກ​ຂອບຄຸນ​ທີ່ “ປາ​ຢ່າງ​ດີ” ຖືກ​ເກັບ​ຮັກສາ​ໄວ້. ໂດຍ​ການ​ສະແດງ​ຄວາມ​ປາຖະໜາ​ຢ່າງ​ຈິງ​ຈັງ​ທີ່​ຢາກ​ໄດ້​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ເຊັ່ນ​ດຽວ​ກັບ​ສາວົກ​ຂອງ​ພະ​ເຍຊູ ເຮົາ​ຈະ​ໄດ້​ພະ​ພອນ​ບໍ່​ພຽງ​ແຕ່​ຮັບ​ຄວາມ​ຮູ້​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ແຕ່​ພະເຈົ້າ​ຍັງ​ຈະ​ອວຍ​ພອນ​ໃຫ້​ເຮົາ​ໄດ້​ຊີວິດ​ຕະຫຼອດ​ໄປ. ມັດທາຽ 13:1-52; ມາລະໂກ 4:1-34; ລຶກາ 8:4-18; ຄຳເພງ 78:2; ເອຊາອີ 6:9, 10.

▪ ພະ​ເຍຊູ​ໄດ້​ກ່າວ​ຄຳ​ອຸປະມາ​ໃຫ້​ຝູງ​ຊົນ​ຟັງ​ເມື່ອ​ໃດ​ແລະ​ຢູ່​ໃສ?

▪ ພະ​ເຍຊູ​ຍົກ​ອຸປະມາ​ຫ້າ​ເລື່ອງ​ໃດ​ແດ່​ຂຶ້ນ​ມາ​ກ່າວ​ຕໍ່​ຝູງ​ຊົນ?

▪ ຍ້ອນ​ຫຍັງ​ພະ​ເຍຊູ​ຈຶ່ງ​ກ່າວ​ວ່າ ເມັດ​ມັດສະຕາດ​ນ້ອຍ​ທີ່​ສຸດ​ໃນ​ບັນດາ​ເມັດ​ພືດ​ທັງ​ມວນ?

▪ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ກ່າວ​ເປັນ​ຄຳ​ອຸປະມາ?

▪ ສາວົກ​ຂອງ​ພະ​ເຍຊູ​ສະແດງ​ຕົວ​ຕ່າງ​ຈາກ​ຝູງ​ຊົນ​ແນວ​ໃດ?

▪ ກ່ຽວ​ກັບ​ອຸປະມາ​ເລື່ອງ​ຄົນ​ຫວ່ານ​ພືດ ພະ​ເຍຊູ​ຊີ້​ແຈງ​ເຖິງ​ຫຍັງ?

▪ ສາວົກ​ຂອງ​ພະ​ເຍຊູ​ແຕກຕ່າງ​ຈາກ​ຝູງ​ຊົນ​ທີ່​ຫາດ​ຊາຍ​ແນວ​ໃດ?

▪ ຜູ້​ຫວ່ານ​ພືດ, ທົ່ງ​ນາ, ເມັດ​ດີ, ສັດຕູ, ລະດູ​ກ່ຽວ, ແລະ​ຜູ້​ກ່ຽວ​ເປັນ​ພາບ​ເລັງ​ເຖິງ​ໃຜ ຫຼື​ສິ່ງ​ໃດ?

▪ ຄຳ​ອຸປະມາ​ອີກ​ສາມ​ເລື່ອງ​ທີ່​ພະ​ເຍຊູ​ຍົກ​ຂຶ້ນ​ມາ​ນັ້ນ​ມີ​ເລື່ອງ​ໃດ​ແດ່ ແລະ​ອຸປະມາ​ເຫຼົ່າ​ນີ້​ໃຫ້​ບົດຮຽນ​ຫຍັງ​ແກ່​ເຮົາ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌