ບົດ 54
“ເຂົ້າຈີ່ອັນແທ້ທີ່ມາແຕ່ສະຫວັນ”
ມື້ກ່ອນເຕັມໄປດ້ວຍຫຼາຍເຫດການ. ພະເຍຊູເຮັດການອັດສະຈັນລ້ຽງອາຫານຫຼາຍພັນຄົນ ແລ້ວຫຼົບຫຼີກຝູງຊົນທີ່ພະຍາຍາມຈະຕັ້ງພະອົງໃຫ້ເປັນກະສັດ. ຄືນນັ້ນ ພະອົງຍ່າງເທິງທະເລຄາລິເລຂະນະທີ່ມີຄື້ນລົມແຮງ; ໄດ້ຊ່ວຍເປໂຕຜູ້ໃກ້ຈະຈົມນ້ຳເມື່ອຍ່າງເທິງໜ້ານ້ຳທະເລສະເທືອນໄປມາຍ້ອນພາຍຸ; ທັງຫ້າມຄື້ນລົມເພື່ອຊ່ວຍສາວົກຈາກຄວາມຫາຍານະເຮືອຫຼົ້ມ.
ດຽວນີ້ ຝູງຊົນທີ່ພະເຍຊູໄດ້ລ້ຽງອາຫານໂດຍການອັດສະຈັນທີ່ຢູ່ທາງທິດຕາເວັນອອກສຽງເໜືອຂອງທະເລຄາລິເລ ໄດ້ມາຫາພະອົງໃກ້ເມືອງກັບເອນາອູມແລະຖາມວ່າ “ພະອາຈານເຈົ້າຂ້າ ພະອົງໄດ້ມາຢູ່ພີ້ໃນເວລາໃດ”? ພະອົງວ່າກ່າວເຂົາເຈົ້າວ່າ ເຂົາມາຫາພະອົງກໍພຽງເພື່ອຫວັງຈະໄດ້ອາຫານອີກຄາບໜຶ່ງໂດຍບໍ່ຕ້ອງເສຍເງິນ. ພະອົງແນະນຳເຂົາເຈົ້າໃຫ້ຫາອາຫານທີ່ຄົງຢູ່ເພື່ອຊີວິດຕະຫຼອດໄປ ບໍ່ແມ່ນອາຫານທີ່ຈະສູນເສຍໄປ. ດັ່ງນັ້ນ ເຂົາຈຶ່ງຖາມວ່າ “ພວກເຮົາຈະເຮັດແນວໃດ ຈະກະທຳກິດຈະການຂອງພະເຈົ້າໄດ້”?
ພະເຍຊູຊີ້ເຖິງວຽກງານຢ່າງດຽວທີ່ມີຄ່າສູງສຸດວ່າ “ອັນນີ້ເປັນກິດຈະການຂອງພະເຈົ້າ ເປັນທີ່ທ່ານທັງຫຼາຍເຊື່ອໃນພະອົງທີ່ພະເຈົ້າໄດ້ໃຊ້ມານັ້ນ.”
ແມ່ນວ່າພະອົງໄດ້ເຮັດການອັດສະຈັນຫຼາຍເທື່ອ ປະຊາຊົນກໍບໍ່ໄດ້ສະແດງຄວາມເຊື່ອໃນພະເຍຊູ. ບໍ່ເປັນຕາເຊື່ອເລີຍ ແມ່ນແຕ່ຫຼັງຈາກການອັດສະຈັນຫຼາຍໆ ຢ່າງທີ່ພະອົງໄດ້ກະທຳ ເຂົາຍັງຖາມວ່າ “ທ່ານກະທຳການສຳຄັນອັນໃດເພື່ອພວກເຮົາຈະໄດ້ເຫັນແລະຈະໄດ້ເຊື່ອທ່ານ. ທ່ານໄດ້ກະທຳການໃດ. ພວກປູ່ຍ່າຕານາຍຂອງເຮົາທັງຫຼາຍໄດ້ກິນມານາໃນປ່າດິນຊາຍ ຕາມມີຄຳຂຽນໄວ້ວ່າ ພະເຈົ້າໄດ້ປະທານເຂົ້າຈີ່ແຕ່ສະຫວັນໃຫ້ເຂົາກິນ.”
ເມື່ອເຂົາຂໍໝາຍສຳຄັນ ພະເຍຊູຊີ້ຊັດເຖິງທີ່ມາຂອງການອັດສະຈັນນັ້ນວ່າ “ໂມເຊບໍ່ໄດ້ປະທານເຂົ້າຈີ່ມາແຕ່ສະຫວັນໃຫ້ແກ່ທ່ານ ແຕ່ວ່າພະບິດາຂອງເຮົາກໍປະທານເຂົ້າຈີ່ອັນແທ້ທີ່ມາແຕ່ສະຫວັນໃຫ້ແກ່ທ່ານທັງຫຼາຍ. ເພາະວ່າເຂົ້າຈີ່ຂອງພະເຈົ້າເປັນພະອົງທີ່ລົງມາຈາກສະຫວັນແລະທີ່ປະທານຊີວິດໃຫ້ແກ່ມະນຸດສະໂລກ.”
ຝູງຊົນຂໍຮ້ອງວ່າ “ພະອົງເຈົ້າຂ້າ ຂໍປະທານເຂົ້າຈີ່ນັ້ນໃຫ້ພວກເຮົາຢູ່ເລື້ອຍ.”
ພະເຍຊູອະທິບາຍວ່າ “ເຮົາເປັນເຂົ້າຈີ່ແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຫິວເຂົ້າຈັກເທື່ອ ແລະຜູ້ທີ່ເຊື່ອໃນເຮົາຈະບໍ່ຫິວນ້ຳຈັກເທື່ອ ແຕ່ວ່າເຮົາໄດ້ກ່າວແກ່ພວກທ່ານວ່າ ທ່ານທັງຫຼາຍໄດ້ເຫັນເຮົາດ້ວຍແລະທ່ານບໍ່ເຊື່ອ. ຄົນທັງປວງທີ່ພະບິດາໄດ້ປະທານໃຫ້ແກ່ເຮົານັ້ນ ກໍຈະມາຫາເຮົາທຸກຄົນ ແລະຜູ້ທີ່ມາຫາເຮົາ ຜູ້ນັ້ນເຮົາຈະບໍ່ຖິ້ມພາຍນອກຈັກເທື່ອ. ເຫດວ່າເຮົາໄດ້ລົງມາຈາກສະຫວັນ ເພື່ອຈະໄດ້ກະທຳບໍ່ໃຊ່ຕາມນ້ຳໃຈຂອງເຮົາເອງ ແຕ່ວ່າຕາມນ້ຳໃຈຂອງພະເຈົ້າທີ່ໄດ້ໃຊ້ເຮົາມາ. ອັນນຶ່ງ ນ້ຳໃຈຂອງພະເຈົ້າທີ່ໄດ້ໃຊ້ເຮົາມາ ກໍເປັນອັນນີ້ວ່າຄົນທັງປວງທີ່ພະເຈົ້າໄດ້ປະທານໃຫ້ແກ່ເຮົານັ້ນ ເຮົາຈະບໍ່ໃຫ້ເສຍຈັກຄົນ ແຕ່ວ່າເຮົາຈະໃຫ້ເຂົາຄືນມາຈາກຕາຍໃນວັນທີ່ສຸດ. ເຫດວ່າອັນນີ້ເປັນນ້ຳໃຈແຫ່ງພະບິດາຂອງເຮົາຄືວ່າ ຄົນທຸກຄົນທີ່ເຫັນພະບຸດແລະເຊື່ອໃນພະບຸດນັ້ນຈະໄດ້ມີຊີວິດອັນຕະຫຼອດໄປເປັນນິດ.”
ຕອນນີ້ພວກຢິວເລີ່ມຕົ້ນຈົ່ມເພາະພະເຍຊູກ່າວດັ່ງນີ້ “ເຮົາເປັນເຂົ້າຈີ່ທີ່ໄດ້ລົງມາຈາກສະຫວັນ.” ເຂົາມີແຕ່ຄິດວ່າພະອົງເປັນລູກຊາຍເຊິ່ງມີພໍ່ແມ່ເປັນມະນຸດ ດັ່ງນັ້ນ ເຊັ່ນດຽວກັນກັບຊາວນາຊາເລດເຂົາຈຶ່ງຄັດຄ້ານວ່າ “ຜູ້ນີ້ເປັນທ່ານເຍຊູລູກຂອງທ່ານໂຍເຊບບໍ່ໃຊ່ຫຼື. ແລະເຮົາທັງຫຼາຍຮູ້ຈັກພໍ່ແມ່ຂອງທ່ານ ເຫດສັນໃດຜູ້ນີ້ອາດເວົ້າໄດ້ວ່າ ເຮົາໄດ້ລົງມາຈາກສະຫວັນ”?
ພະເຍຊູຕອບວ່າ “ທ່ານທັງຫຼາຍຢ່າຊູຈົ່ມກັນແລະກັນ. ບໍ່ມີຜູ້ໃດອາດມາຫາເຮົາໄດ້ ເທົ່າເວັ້ນໄວ້ພະບິດາທີ່ໄດ້ໃຊ້ເຮົາມານັ້ນກໍຊັກຊວນເອົາເພິ່ນ ແລະຝ່າຍເຮົາ ເຮົາຈະໃຫ້ຜູ້ນັ້ນຄືນມາຈາກຕາຍໃນວັນທີ່ສຸດ. ມີຄຳຂຽນໄວ້ໃນໜັງສືຜູ້ທຳນວາຍວ່າ ແລະເຂົາທັງປວງຈະຮັບເອົາຄວາມສັ່ງສອນແຕ່ພະເຈົ້າ ຄົນທຸກຄົນທີ່ໄດ້ຍິນແຕ່ພະບິດາ ແລະໄດ້ຮຽນແຕ່ພະອົງ ຜູ້ນັ້ນກໍມາຫາເຮົາ. ແມ່ນວ່າບໍ່ມີຜູ້ໃດໄດ້ເຫັນພະບິດາ ເທົ່າເວັ້ນໄວ້ແຕ່ພະອົງທີ່ມາແຕ່ພະເຈົ້າ ພະອົງນັ້ນໄດ້ເຫັນພະບິດາ. ຈິງແທ້ໆ ເຮົາກ່າວແກ່ທ່ານທັງຫຼາຍວ່າ ຜູ້ທີ່ເຊື່ອໃນເຮົາກໍມີຊີວິດອັນຕະຫຼອດໄປເປັນນິດ.”
ພະເຍຊູຢ້ຳຕໍ່ອີກວ່າ “ເຮົາເປັນເຂົ້າຈີ່ແຫ່ງຊີວິດ. ພວກປູ່ຍ່າຕານາຍຂອງທ່ານທັງຫຼາຍໄດ້ກິນມານາໃນປ່າດິນຊາຍແລະເຂົາໄດ້ຕາຍ. ອັນນີ້ເປັນເຂົ້າຈີ່ທີ່ລົງມາຈາກສະຫວັນ ເພື່ອຄົນໃດທຸກຄົນຈະກິນແລະບໍ່ຕາຍ. ເຮົາເປັນເຂົ້າຈີ່ອັນເປັນຊີວິດ ທີ່ໄດ້ລົງມາຈາກສະຫວັນ ຖ້າຜູ້ໜຶ່ງຜູ້ໃດກິນແຕ່ເຂົ້າຈີ່ນີ້ ຜູ້ນັ້ນຈະມີຊີວິດອັນຕະຫຼອດໄປເປັນນິດ.” ແມ່ນແລ້ວ ໂດຍການສະແດງຄວາມເຊື່ອໃນພະເຍຊູ ຜູ້ເຊິ່ງພະເຈົ້າໄດ້ໃຊ້ມາ ຜູ້ຄົນຈະໄດ້ຊີວິດຕະຫຼອດໄປເປັນນິດ. ບໍ່ແມ່ນມານາຫຼືອາຫານຢ່າງໜຶ່ງຢ່າງໃດ ຈະໃຫ້ມີຊີວິດນິລັນດອນໄດ້!
ການຖົກຖຽງບັນຫາເລື່ອງອາຫານຈາກສະຫວັນນີ້ ເບິ່ງຄືວ່າເລີ່ມຫຼັງຈາກຜູ້ຄົນໄດ້ພົບພະເຍຊູໃກ້ເມືອງກັບເອນາອູມ. ບໍ່ພຽງແຕ່ເທົ່ານັ້ນ ເຂົາຍັງຖົກຖຽງກັນຈົນເຖິງທີ່ສຸດໃນຕອນຫຼັງຕໍ່ມາ ຂະນະທີ່ພະເຍຊູສັ່ງສອນຢູ່ໃນໂຮງທຳຂອງເມືອງກັບເອນາອູມ. ໂຍຮັນ 6:25-51, 59; ຄຳເພງ 78:24; ເອຊາອີ 54:13; ມັດທາຽ 13:55-57.
▪ ມີເຫດການຫຍັງມາກ່ອນການຖົກຖຽງກັບພະເຍຊູເລື່ອງອາຫານເຊິ່ງມາຈາກສະຫວັນ?
▪ ເມື່ອຄຳນຶງເຖິງສິ່ງທີ່ພະເຍຊູຫາກໍ່ເຮັດນັ້ນ ເປັນຫຍັງຈຶ່ງບໍ່ສົມຄວນທີ່ຈະຂໍໝາຍສຳຄັນ?
▪ ເປັນຫຍັງພວກຢິວຈຶ່ງຈົ່ມ ເມື່ອພະເຍຊູອ້າງວ່າຕົນເອງເປັນອາຫານແທ້ທີ່ມາຈາກສະຫວັນ?
▪ ມີການຖົກຖຽງກັນເລື່ອງອາຫານຈາກສະຫວັນຢູ່ບ່ອນໃດ?