ບົດ 94
ຄວາມຈຳເປັນໃນເລື່ອງການອະທິດຖານແລະຄວາມຖ່ອມໃຈ
ເມື່ອຕອນຢູ່ໃນແຂວງຢູເດ ພະເຍຊູເລົ່າອຸທາຫອນເລື່ອງໜຶ່ງກ່ຽວກັບຄວາມສຳຄັນໃນການພຽນອະທິດຖານ. ບັດນີ້ ໃນການເດີນທາງໄປເມືອງເຢຣຶຊາເລມຮອບສຸດທ້າຍ ພະອົງເນັ້ນເຖິງຄວາມຈຳເປັນໃນການອະທິດຖານຢ່າງບໍ່ລົດລະ. ພະເຍຊູຄົງຈະຍັງຢູ່ໃນແຂວງສະມາລີຫຼືແຂວງຄາລິເລເມື່ອພະອົງເລົ່າອຸທາຫອນເລື່ອງຕໍ່ໄປນີ້ກັບສາວົກຂອງພະອົງວ່າ:
“ໃນເມືອງໜຶ່ງ ມີຜູ້ຕັດສິນຜູ້ໜຶ່ງທີ່ບໍ່ຢ້ານຢຳພະເຈົ້າ ແລະບໍ່ນັບຖືຄົນທັງຫຼາຍ. ແລະໃນເມືອງດຽວນັ້ນ ມີແມ່ໝ້າຍຜູ້ໜຶ່ງໄດ້ໄປຫາຜູ້ຕັດສິນນັ້ນກ່າວແກ່ເພິ່ນວ່າ ຂໍເຊີນທ່ານຊຳລະການຕັດສິນຊ່ອຍຂ້າພະເຈົ້າຈາກຜູ້ສັດຕູຂອງຂ້າພະເຈົ້າເທີ້ນ. ແລະຜູ້ຕັດສິນບໍ່ຢາກກະທຳການນັ້ນເວລາດົນແລ້ວ ແຕ່ວ່າພາຍຫຼັງເພິ່ນໄດ້ຄຶດໃນໃຈເອງວ່າ ແມ່ນວ່າເຮົາບໍ່ຢ້ານຢຳພະເຈົ້າ ແລະບໍ່ນັບຖືຄົນທັງຫຼາຍ ເພາະເຫດແມ່ໝ້າຍຜູ້ນັ້ນ ໄດ້ມາກວນໃຈເຮົາເລື້ອຍ ເຮົາຈະຊຳລະຕັດສິນໃຫ້ເພິ່ນ ຢ້ານວ່າ ເພິ່ນຈະມາກະທຳໃຫ້ເຮົາລຳຄານໃຈອີກເລື້ອຍ.”
ຈາກນັ້ນພະເຍຊູອະທິບາຍເຖິງຄວາມໝາຍຂອງເລື່ອງນັ້ນ ໂດຍກ່າວວ່າ “ທ່ານທັງຫຼາຍຈົ່ງຟັງຖ້ອຍຄຳຂອງຜູ້ຕັດສິນອັນບໍ່ຊອບທຳນັ້ນ. ແລະຄົນທັງຫຼາຍທີ່ພະເຈົ້າໄດ້ເລືອກໄວ້ ທີ່ໄດ້ຮ້ອງຫາພະອົງທັງກາງເວັນແລະກາງຄືນ ພະເຈົ້າຈະບໍ່ຊ່ອຍໃຫ້ພົ້ນຫຼື ແລະພະອົງຈະຊ້ານານສຳລັບເຂົາຫຼື”?
ພະເຍຊູບໍ່ໄດ້ໝາຍຄວາມວ່າພະເຢໂຫວາພະເຈົ້າເປັນຄືກັບຜູ້ພິພາກສາອະທຳຄົນນັ້ນ. ແຕ່ຖ້າເວົ້າໃຫ້ຖືກແລ້ວ ຫາກຜູ້ພິພາກສາອະທຳຍັງຍອມຮັບຕໍ່ການອ້ອນວອນແບບບໍ່ລົດລະ ຈຶ່ງບໍ່ຄວນຈະສົງໄສວ່າ ພະເຈົ້າເຊິ່ງພຽບພ້ອມໄປດ້ວຍຄວາມຊອບທຳແລະຄວາມດີທັງປວງຍ່ອມຈະຕອບ ຫາກຜູ້ຮັບໃຊ້ຂອງພະອົງອະທິດຖານຢ່າງບໍ່ຢຸດຢ່ອນ. ດັ່ງນັ້ນ ພະເຍຊູກ່າວຕໍ່ໄປວ່າ “ເຮົາກ່າວແກ່ທ່ານທັງຫຼາຍວ່າ ຍັງບໍ່ດົນ ພະອົງຈະຊ່ອຍເຂົາໃຫ້ພົ້ນ.”
ຄົນຕ່ຳຕ້ອຍແລະຄົນທຸກຍາກບໍ່ຄ່ອຍຈະໄດ້ຮັບຄວາມຍຸດຕິທຳຢູ່ເລື້ອຍໆ ແຕ່ວ່າມັກຈະມີການເຂົ້າຂ້າງຜູ້ມີອຳນາດແລະຄົນຮັ່ງມີສະເໝີ. ຢ່າງໃດກໍດີ ພະເຈົ້າບໍ່ພຽງແຕ່ໃຫ້ຄົນຊົ່ວໄດ້ຮັບໂທດຢ່າງທ່ຽງທຳເທົ່ານັ້ນ ແຕ່ຍັງຈະເຮັດໃຫ້ຜູ້ຮັບໃຊ້ຂອງພະອົງໄດ້ຮັບການປະຕິບັດຢ່າງຍຸດຕິທຳໂດຍປະທານຊີວິດອັນຕະຫຼອດໄປໃຫ້ກັບເຂົາເຈົ້າ. ແຕ່ມີຈັກຄົນທີ່ເຊື່ອແທ້ໆ ວ່າພະເຈົ້າຈະເລ່ງຄວາມຍຸດຕິທຳໃຫ້ເກີດຂຶ້ນຢ່າງບໍ່ຊັກຊ້າ?
ເມື່ອພາດພິງສະເພາະເຖິງຄວາມເຊື່ອເລື່ອງພະລັງຂອງການອະທິດຖານ ພະເຍຊູຖາມວ່າ “ເວລາບຸດມະນຸດຈະສະເດັດມາ ພະອົງຈະພົບຄວາມເຊື່ອເທິງແຜ່ນດິນໂລກຫຼື”? ເຖິງແມ່ນວ່າຄຳຖາມນັ້ນຖືກປ່ອຍໄວ້ໂດຍບໍ່ມີຄຳຕອບກໍຕາມ ໂດຍໄນແລ້ວອາດເປັນໄປໃນແບບທີ່ວ່າ ຄວາມເຊື່ອແບບນີ້ຈະບໍ່ແພ່ຫຼາຍເມື່ອພະຄລິດສະເດັດມາດ້ວຍສິດອຳນາດກະສັດ.
ໃນຈຳພວກຄົນເຫຼົ່ານັ້ນທີ່ກຳລັງຟັງພະເຍຊູ ມີລາງຄົນຮູ້ສຶກໝັ້ນໃຈໃນຄວາມເຊື່ອຂອງຕົນເອງຫຼາຍ. ເຂົາເຈົ້າເຊື່ອວ່າຕົວເອງຊອບທຳແລະດູຖູກຄົນອື່ນໆ. ສາວົກບາງຄົນຂອງພະເຍຊູອາດຈະຮ່ວມຢູ່ໃນຄົນກຸ່ມນັ້ນດ້ວຍ. ດັ່ງນັ້ນ ພະອົງຈຶ່ງຍົກອຸທາຫອນຕໍ່ໄປນີ້ແກ່ຄົນພວກນີ້:
“ຄົນສອງຄົນໄດ້ຂຶ້ນໄປໃນວິຫານເພື່ອຈະອ້ອນວອນ ຜູ້ໜຶ່ງເປັນຟາລິຊຽນ ຜູ້ໜຶ່ງເປັນຄົນເກັບພາສີ. ຄົນຟາລິຊຽນນັ້ນໄດ້ຢືນຢູ່ຕ່າງຫາກອ້ອນວອນໃນໃຈເອງວ່າ ໂອ້ພະເຈົ້າເຈົ້າຂ້າ ຂ້າພະເຈົ້າອະນຸໂມທະນາພະຄຸນພະອົງເພາະເຫດຂ້າພະເຈົ້າບໍ່ເປັນເໝືອນດັ່ງຄົນທັງປວງທີ່ເປັນຄົນລັກ ຄົນບໍ່ຊອບທຳ ຄົນຫຼິ້ນຊູ້ສູ່ຜົວເມຍທ່ານ ແລະບໍ່ເປັນເໝືອນຄົນເກັບພາສີຜູ້ນີ້. ຂ້າພະເຈົ້າຖືສິນອົດອາຫານ ໃນອາທິດໜຶ່ງສອງເທື່ອ ແລະຂ້າພະເຈົ້າເອົາສິ່ງຂອງທັງປວງຂອງຂ້າພະເຈົ້າແບ່ງເປັນສິບສ່ວນແລະຖວາຍສ່ວນໜຶ່ງເປັນທານ.”
ພວກຟາລິຊຽນມີຊື່ສຽງໃນເລື່ອງມັກອວດອ້າງຄວາມຊອບທຳຂອງຕົນເອງເພື່ອເຮັດໃຫ້ຄົນອື່ນປະທັບໃຈ. ເຂົາເຈົ້າມັກຈະອົດອາຫານໃນວັນຈັນແລະວັນພະຫັດ ແລະຖວາຍໜຶ່ງສ່ວນສິບແມ່ນແຕ່ຈຳພວກຮາກໄມ້ຕົ້ນນ້ອຍໆ ຈາກທົ່ງນາ. ສອງສາມເດືອນກ່ອນໜ້ານັ້ນ ການດູຖູກສາມັນຊົນປາກົດແຈ້ງໃນຕອນເທສະການຕັ້ງທັບອາໄສ ເມື່ອພວກເຂົາກ່າວວ່າ “ແຕ່ວ່າຝູງຄົນນີ້ທີ່ບໍ່ເຂົ້າໃຈພະບັນຍັດ [ນັ້ນແມ່ນການຕີຄວາມໝາຍພະບັນຍັດຂອງພວກຟາລິຊຽນເອງ] ກໍຖືກຄວາມດ່າແລ້ວ.”
ພະເຍຊູຈຶ່ງກ່າວເຖິງຄົນໜຶ່ງທີ່ “ຖືກຄວາມດ່າ” ເມື່ອເລົ່າອຸທາຫອນຕໍ່ໄປວ່າ “ຄົນເກັບພາສີໄດ້ຢືນຢູ່ໄກ ແລະບໍ່ຫານແຫງນຕາເບິ່ງທັງຟ້າສະຫວັນ ແຕ່ວ່າໄດ້ຕີອົກເອງກ່າວວ່າ ໂອ້ພະເຈົ້າເຈົ້າຂ້າຂໍໂປດອີດູຂ້າພະເຈົ້າຜູ້ເປັນຄົນບາບ.” ເພາະວ່າຄົນເກັບພາສີຖ່ອມໃຈຍອມຮັບຂໍ້ບົກພ່ອງຂອງລາວເອງ ພະເຍຊູກ່າວວ່າ “ເຮົາກ່າວແກ່ທ່ານທັງຫຼາຍວ່າ ຄົນຜູ້ນີ້ໄດ້ລົງເມືອເຮືອນແຫ່ງຕົນເປັນທີ່ຖືວ່າຜູ້ຊອບທຳຍິ່ງກວ່າຜູ້ນັ້ນ ເຫດວ່າຄົນທຸກຄົນທີ່ຍົກຍໍຕົວຂຶ້ນຈະເປັນທີ່ຖ່ອມລົງ ແລະຜູ້ທີ່ຖ່ອມຕົວລົງຈະເປັນທີ່ຍົກຍໍຂຶ້ນ.”
ດ້ວຍເຫດນີ້ ພະເຍຊູເນັ້ນອີກເທື່ອໜຶ່ງເຖິງຄວາມຈຳເປັນທີ່ຈະເປັນຄົນຖ່ອມ. ເນື່ອງຈາກເຫຼົ່າສາວົກໄດ້ຮັບການລ້ຽງດູໃນສັງຄົມຂອງພວກຟາລິຊຽນເຊິ່ງຖືວ່າຕົນເອງຊອບທຳນັ້ນມີອິດທິພົນຫຼາຍແລະມີການເນັ້ນເລື່ອງຕຳແໜ່ງແລະຍົດຖາບັນດາສັກຢູ່ສະເໝີ ຈຶ່ງບໍ່ແມ່ນເລື່ອງແປກເລີຍທີ່ພວກສາວົກຂອງພະເຍຊູກໍຍັງໄດ້ຮັບຜົນກະທົບດ້ວຍ. ເຖິງຢ່າງນັ້ນ ພະເຍຊູໃຫ້ບົດຮຽນທີ່ດີວິເສດຊ່ຳໃດໃນເລື່ອງຄວາມຖ່ອມໃຈ! ລຶກາ 18:1-14; ໂຍຮັນ 7:49.
▪ ເປັນຫຍັງຜູ້ພິພາກສາອະທຳຍອມເຮັດຕາມຄຳຂໍຮ້ອງຂອງແມ່ໝ້າຍ ແລະອຸທາຫອນຂອງພະເຍຊູສອນບົດຮຽນຫຍັງ?
▪ ພະເຍຊູຈະຊອກຫາຄວາມເຊື່ອແບບໃດເມື່ອພະອົງສະເດັດມາປະທັບ?
▪ ພະເຍຊູຍົກອຸທາຫອນເລື່ອງຄົນຟາລິຊຽນແລະຄົນເກັບພາສີໃຫ້ກັບໃຜ?
▪ ພວກຟາລິຊຽນມີເຈຕະຄະຕິແບບໃດທີ່ເຮົາຄວນຈະຫຼີກລ້ຽງ?