ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 109
  • ພະ​ເຍຊູ​ປະ​ນາມ​ຜູ້​ຕໍ່​ຕ້ານ​ພະອົງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ປະ​ນາມ​ຜູ້​ຕໍ່​ຕ້ານ​ພະອົງ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢຊູ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພວກ​ຟາລິຊຽນ​ຈົງໃຈ​ບໍ່​ເຊື່ອ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 109

ບົດ 109

ພະ​ເຍຊູ​ປະ​ນາມ​ຜູ້​ຕໍ່​ຕ້ານ​ພະອົງ

ພະ​ເຍຊູ​ໄດ້​ເຮັດ​ໃຫ້​ຜູ້​ຕໍ່​ຕ້ານ​ທາງ​ສາສະໜາ​ຢຸດ​ຊະງັກ​ຈົນ​ເຂົາ​ບໍ່​ກ້າ​ຖາມ​ສິ່ງ​ໃດ​ອີກ​ຕໍ່​ໄປ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ສວຍ​ໂອກາດ​ເປີດ​ເຜີຍ​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ​ຂອງ​ເຂົາ. ພະອົງ​ຖາມ​ວ່າ “ທ່ານ​ທັງ​ຫຼາຍ​ຄຶດ​ເຫັນ​ຢ່າງ​ໃດ​ດ້ວຍ​ພະ​ຄລິດ ພະອົງ​ເປັນ​ບຸດ​ຂອງ​ຜູ້​ໃດ”?

ພວກ​ຟາລິຊຽນ​ຕອບ​ວ່າ “ເປັນ​ບຸດ​ຂອງ​ກະສັດ​ດາວິດ.”

ເຖິງ​ວ່າ​ພະ​ເຍຊູ​ບໍ່​ໄດ້​ປະຕິເສດ​ວ່າ​ດາວິດ​ເປັນ​ບັນພະບຸລຸດ​ທາງ​ເນື້ອ​ໜັງ​ຂອງ​ພະ​ຄລິດ​ຫຼື​ພະ​ເມຊີ​ກໍ​ຕາມ ພະອົງ​ກໍ​ຍັງ​ຖາມ​ວ່າ “ຖ້າ​ຢ່າງ​ນັ້ນ ເປັນ​ສັນ​ໃດ​ກະສັດ​ດາວິດ​ດ້ວຍ​ພະ​ວິນຍານ [“ການ​ດົນບັນດານ,” ລ.ມ.] (ທີ່​ຄຳເພງ​ບົດ 110) ຈຶ່ງ​ໄດ້​ເອີ້ນ​ຊື່​ພະ​ຄລິດ​ວ່າ​ພະອົງ​ເຈົ້າ ກ່າວ​ວ່າ ພະ​ເຢໂຫວາ​ໄດ້​ກ່າວ​ແກ່​ພະອົງ​ເຈົ້າ​ຂອງ​ຂ້າພະເຈົ້າ​ວ່າ ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງ​ເຮົາ​ຈົນ​ເຖິງ​ເຮົາ​ຈະ​ເອົາ​ສັດຕູ​ທັງ​ຫຼາຍ​ຂອງ​ພະອົງ​ລົງ​ມາ​ຢູ່​ໃຕ້​ຕີນ​ຂອງ​ພະອົງ. ເຫດ​ສັນນີ້ ຖ້າ​ກະສັດ​ດາວິດ​ເອີ້ນ​ພະ​ຄລິດ​ວ່າ​ພະອົງ​ເຈົ້າ ພະ​ຄລິດ​ຈະ​ເປັນ​ບຸດ​ຂອງ​ກະສັດ​ດາວິດ​ຢ່າງ​ໃດ”?

ພວກ​ຟາລິຊຽນ​ບໍ່​ປາກ ເພາະ​ເຂົາ​ບໍ່​ຮູ້​ເອກະລັກ​ແທ້​ຂອງ​ພະ​ຄລິດ​ຫຼື​ຜູ້​ຖືກ​ເຈີມ. ພະ​ເມຊີ​ບໍ່​ພຽງ​ແຕ່​ເປັນ​ລູກ​ຫຼານ​ທີ່​ເປັນ​ມະນຸດ​ຂອງ​ດາວິດ​ເທົ່າ​ນັ້ນ ດັ່ງ​ທີ່​ປາກົດ​ວ່າ​ພວກ​ຟາລິຊຽນ​ເຊື່ອ​ກັນ ແຕ່​ພະອົງ​ເຄີຍ​ດຳລົງ​ຢູ່​ໃນ​ສະຫວັນ​ແລະ​ມີ​ຖານະ​ສູງ​ກວ່າ​ດາວິດ ຫຼື​ເປັນ​ພະອົງ​ເຈົ້າ​ຂອງ​ດາວິດ.

ຕອນ​ນີ້​ພະ​ເຍຊູ​ຫັນ​ໄປ​ຫາ​ຝູງ​ຊົນ​ແລະ​ສາວົກ ພະອົງ​ກ່າວ​ເຕືອນ​ເລື່ອງ​ພວກ​ສະໝຽນ​ແລະ​ຟາລິຊຽນ. ເນື່ອງ​ຈາກ​ພວກ​ນີ້​ສອນ​ພະ​ບັນຍັດ​ຂອງ​ພະເຈົ້າ​ຢູ່​ໃນ “ບ່ອນ​ນັ່ງ​ຂອງ​ໂມເຊ” (ປ.ມ.) ພະ​ເຍຊູ​ສະໜັບສະຫນູນ​ວ່າ “ສັບພະ​ທຸກ​ສິ່ງ​ທີ່​ເຂົາ​ຈະ​ສັ່ງ​ທ່ານ​ທັງ​ຫຼາຍ​ໃຫ້​ກະທຳ ຈົ່ງ​ກະທຳ​ແລະ​ຂັບ​ຕາມ​ເທີ້ນ” ແຕ່​ພະອົງ​ເຕືອນ​ວ່າ “ຢ່າ​ໄດ້​ກະທຳ​ຕາມ​ກິດຈະການ​ຂອງ​ເຂົາ ເພາະ​ເຂົາ​ສັ່ງ​ແລະ​ບໍ່​ຂັບ​ຕາມ.”

ພວກ​ເຂົາ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ແລະ​ພະ​ເຍຊູ​ປະ​ນາມ​ເຂົາ​ດ້ວຍ​ພາສາ​ຢ່າງ​ດຽວ​ກັນ​ທີ່​ພະອົງ​ໄດ້​ໃຊ້​ຕອນ​ທີ່​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ຟາລິຊຽນ​ຄົນ​ໜຶ່ງ​ຫຼາຍ​ເດືອນ​ກ່ອນ. ພະອົງ​ກ່າວ​ວ່າ “ການ​ທັງ​ຫຼາຍ​ຂອງ​ເຂົາໆກະທຳ​ເພື່ອ​ໃຫ້​ຄົນ​ທັງ​ຫຼາຍ​ເຫັນ​ເຂົາ.” ແລະ​ພະອົງ​ຍົກ​ຕົວຢ່າງ​ຂຶ້ນ​ມາ​ວ່າ:

“ເຄື່ອງ​ແຕ່ງ​ແພ​ຄຽນ​ຫົວ​ຂອງ​ເຂົາໆ ກະທຳ​ໃຫ້​ກວ້າງ​ຂວາງ.” ແອບ​ນ້ອຍໆ ເຫຼົ່າ​ນີ້​ທີ່​ເຂົາ​ໃສ່​ໄວ້​ຢູ່​ໜ້າຜາກ​ຫຼື​ຢູ່​ແຂນ​ນັ້ນ ເຊິ່ງ​ບັນຈຸ​ພະ​ບັນຍັດ​ສີ່​ຕອນ​ແມ່ນ ອຸປະຍົກໜີ 13:1-10, 11-16; ແລະ​ພະບັນຍັດ 6:4-9; 11:13-21. ພວກ​ຟາລິຊຽນ​ເພີ່ມ​ຂະໜາດ​ຂອງ​ແອບ​ເຫຼົ່າ​ນີ້​ເພື່ອ​ໃຫ້​ເກີດ​ຄວາມ​ປະທັບ​ໃຈ​ວ່າ​ເຂົາ​ເປັນ​ຄົນ​ເຄັ່ງ​ຄັດ​ໃນ​ເລື່ອງ​ພະ​ບັນຍັດ.

ພະ​ເຍຊູ​ກ່າວ​ຕໍ່​ໄປ​ວ່າ ພວກ​ເຂົາ ‘ກະທຳ​ຍອຍ​ເສື້ອ​ໃຫ້​ຍາວ​ໄປ.’ ທີ່​ຈົດເຊັນບັນຊີ 15:38-40 ພວກ​ຍິດສະລາເອນ​ໄດ້​ຮັບ​ບັນຊາ​ໃຫ້​ເຮັດ​ຍອຍ​ເສື້ອ​ຂອງ​ຕົນ ແຕ່​ພວກ​ຟາລິຊຽນ​ເຮັດ​ຍອຍ​ເສື້ອ​ຂອງ​ຕົນ​ໃຫ້​ຍາວ​ກວ່າ​ຂອງ​ຄົນ​ອື່ນໆ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮັດ​ໄປ​ກໍ​ເພື່ອ​ໂອ້​ອວດ! ພະ​ເຍຊູ​ກ່າວ​ວ່າ “ເຂົາ​ມັກ​ນັ່ງ​ທີ່​ສູງ​ໃນ​ການ​ລ້ຽງ​ກັນ.”

ເປັນ​ຕາ​ໜ້າ​ເສົ້າ​ທີ່​ພວກ​ສາວົກ​ຂອງ​ພະອົງ​ເອງ​ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ເຮັດ​ໃຫ້​ຕົນ​ເປັນ​ຄົນ​ເດັ່ນ​ດັງ​ເຊັ່ນ​ກັນ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ແນະນຳ​ວ່າ “ຝ່າຍ​ທ່ານ​ທັງ​ຫຼາຍ​ຢ່າ​ເປັນ​ທີ່​ເອີ້ນ​ຊື່​ວ່າ ອາຈານ​ເຈົ້າ​ຂ້າ ເພາະ​ວ່າ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ພະ​ອາຈານ​ຂອງ​ທ່ານ​ທັງ​ຫຼາຍ​ແມ່ນ​ພະ​ຄລິດ ແລະ​ທ່ານ​ທັງ​ຫຼາຍ​ເປັນ​ພີ່​ນ້ອງ​ກັນ​ທຸກ​ຄົນ. ແລະ​ຢ່າຊູ​ເອີ້ນ​ຊື່​ຜູ້​ໃດ​ວ່າ ພໍ່​ໃນ​ແຜ່ນດິນ​ໂລກ ເພາະ​ວ່າ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ພະ​ບິດາ​ຂອງ​ທ່ານ​ທັງ​ຫຼາຍ​ແມ່ນ​ຜູ້​ຢູ່​ໃນ​ສະຫວັນ. ຢ່າ​ໃຫ້​ຜູ້​ໃດ​ເອີ້ນ​ຊື່​ທ່ານ​ທັງ​ຫຼາຍ​ວ່າ ເຈົ້ານາຍ ເພາະ​ວ່າ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ເຈົ້ານາຍ​ຂອງ​ທ່ານ​ທັງ​ຫຼາຍ​ແມ່ນ​ພະ​ຄລິດ.” ເຫຼົ່າ​ສາວົກ​ຕ້ອງ​ກຳຈັດ​ຄວາມ​ປາຖະໜາ​ທີ່​ຢາກ​ເປັນ​ຄົນ​ສຳຄັນ​ທີ່​ສຸດ! ພະ​ເຍຊູ​ຕັກ​ເຕືອນ​ວ່າ “ຜູ້​ໃຫຍ່​ທີ່​ສຸດ​ໃນ​ທ່າມກາງ​ທ່ານ​ທັງ​ຫຼາຍ ຈະ​ເປັນ​ຂ້າ​ໃຊ້​ຂອງ​ທ່ານ​ທັງ​ຫຼາຍ.”

ຈາກ​ນັ້ນ​ພະອົງ​ຖະແຫຼງ​ວິບາກ​ເປັນ​ເລື່ອງໆ ຕໍ່ໆ ກັນ​ແກ່​ພວກ​ສະໝຽນ​ແລະ​ພວກ​ຟາລິຊຽນ ພ້ອມ​ທັງ​ເອີ້ນ​ພວກ​ເຂົາ​ຫຼາຍ​ເທື່ອ​ຫຼາຍ​ຫົນ​ວ່າ​ຄົນ​ໜ້າ​ຊື່​ໃຈ​ຄົດ. ພະອົງ​ກ່າວ​ວ່າ “ທ່ານ​ທັງ​ຫຼາຍ​ໄດ້​ອັດ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ສະຫວັນ​ຕໍ່​ໜ້າ​ຄົນ​ທັງ​ຫຼາຍ” ແລະ “ທ່ານ​ທັງ​ຫຼາຍ​ກັດ​ກິນ​ຄອບຄົວ​ຂອງ​ພວກ​ແມ່​ໝ້າຍ ແລະ​ອ້ອນ​ວອນ​ໃຫ້​ຍືດ​ຍາວ​ຈະ​ມີ​ໜ້າ​ມີ​ຕາ.”

ພະ​ເຍຊູ​ກ່າວ​ວ່າ “ວິບາກ​ແກ່​ທ່ານ​ທັງ​ຫຼາຍ ຜູ້​ຕາ​ບອດ​ທີ່​ນຳ​ໜ້າ​ທາງ.” ພະອົງ​ຕຳໜິ​ການ​ຂາດ​ຄ່າ​ນິຍົມ​ທາງ​ຝ່າຍ​ວິນຍານ​ຂອງ​ພວກ​ຟາລິຊຽນ​ດັ່ງ​ເຊັ່ນ​ປາກົດ​ຈາກ​ການ​ແບ່ງ​ແຍກ​ຕາມ​ນ້ຳໃຈ​ທີ່​ເຂົາ​ເຮັດ​ຢູ່​ຫັ້ນ. ຕົວຢ່າງ​ເຊັ່ນ ເຂົາ​ບອກ​ວ່າ ‘ຖ້າ​ຜູ້​ໃດ​ສາບານ​ຕໍ່​ພະ​ວິຫານ​ຈະ​ບໍ່​ເປັນ​ຫຍັງ ແຕ່​ຫາກ​ຜູ້​ໃດ​ສາບານ​ຕໍ່​ຄຳ​ຂອງ​ພະ​ວິຫານ ຜູ້​ນັ້ນ​ຕ້ອງ​ປະຕິບັດ​ຕາມ​ທີ່​ໄດ້​ສາບານ​ໄວ້.’ ໂດຍ​ການ​ເນັ້ນ​ຄວາມ​ສຳຄັນ​ຂອງ​ຄຳ​ໃນ​ພະ​ວິຫານ​ຍິ່ງ​ກວ່າ​ຄຸນຄ່າ​ທາງ​ຝ່າຍ​ວິນຍານ​ຂອງ​ສະຖານ​ທີ່​ໃນ​ການ​ນະມັດສະການ ເຂົາ​ເຜີຍ​ໃຫ້​ເຫັນ​ວ່າ​ຕົນ​ເອງ​ເປັນ​ຄົນ​ຕາ​ບອດ​ທາງ​ດ້ານ​ສິນທຳ.

ດັ່ງ​ນັ້ນ ຄື​ກັບ​ສິ່ງ​ທີ່​ພະອົງ​ເຄີຍ​ເຮັດ​ກ່ອນ​ໜ້າ​ນັ້ນ ພະ​ເຍຊູ​ຕິຕຽນ​ພວກ​ຟາລິຊຽນ​ທີ່​ໄດ້​ປ່ອຍ​ປະ​ລະເລີຍ “ສ່ວນ​ຂໍ້​ສຳຄັນ​ຂອງ​ພະ​ບັນຍັດ ຄື​ຄວາມ​ຍຸ​ຕິ​ທຳ ຄວາມ​ເມດຕາ ຄວາມ​ສັດ​ຊື່” (ປ.ມ.) ຂະນະ​ທີ່​ໃຫ້​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ການ​ຖວາຍ​ໜຶ່ງ​ສ່ວນ​ສິບ​ຂອງ​ຢາ​ຮາກ​ໄມ້​ທີ່​ບໍ່​ສຳຄັນ.

ພະ​ເຍຊູ​ເອີ້ນ​ຟາລິຊຽນ​ພວກ​ນີ້​ວ່າ “ພວກ​ນຳ​ໜ້າ​ທາງ​ຕາ​ບອດ ຜູ້​ຕອງ​ແມງໝີ່​ອອກ​ເສຍ ແລະ​ກືນ​ຕົວ​ອູດ.” ເຂົາ​ຕອງ​ແມງໝີ່​ຈາກ​ເຫຼົ້າ​ອະງຸ່ນ ບໍ່​ແມ່ນ​ວ່າ​ມັນ​ເປັນ​ແມງ​ໄມ້​ທໍ່​ນັ້ນ ແຕ່​ຍ້ອນ​ວ່າ​ມັນ​ບໍ່​ສະອາດ​ທາງ​ດ້ານ​ພິທີ​ກຳ. ຊ້ຳ​ບໍ່​ຫນຳ​ເຂົາ​ບໍ່​ເອົາໃຈໃສ່​ຕໍ່​ເລື່ອງ​ທີ່​ສຳຄັນ​ກວ່າ​ໃນ​ພະ​ບັນຍັດ​ເຊິ່ງ​ປຽບ​ໄດ້​ກັບ​ການ​ກືນ​ຕົວ​ອູດ​ລົງ​ໄປ ເຊິ່ງ​ເປັນ​ສັດ​ບໍ່​ສະອາດ​ທາງ​ດ້ານ​ພິທີ​ກຳ​ຄື​ກັນ. ມັດທາຽ 22:41–23:24; ມາລະໂກ 12:35-40; ລຶກາ 20:41-47; ພວກ​ເລວີ 11:4, 21-24.

▪ ເປັນ​ຫຍັງ​ພວກ​ຟາລິຊຽນ​ຈຶ່ງ​ບໍ່​ປາກ​ເມື່ອ​ພະ​ເຍຊູ​ຖາມ​ເຖິງ​ຂໍ້​ຄວາມ​ທີ່​ດາວິດ​ກ່າວ​ໄວ້​ໃນ​ຄຳເພງ​ບົດ 110?

▪ ເປັນ​ຫຍັງ​ພວກ​ຟາລິຊຽນ​ຂະຫຍາຍ​ແອບ​ໃສ່​ຂໍ້​ພະ​ຄຳພີ​ຂອງ​ຕົນ​ໃຫ້​ກວ້າງ​ຂຶ້ນ​ແລະ​ຂະຫຍາຍ​ຍອຍ​ເສື້ອ​ໃຫ້​ຍາວ​ອອກ?

▪ ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ແນວ​ໃດ​ແກ່​ເຫຼົ່າ​ສາວົກ​ຂອງ​ພະອົງ?

▪ ພວກ​ຟາລິຊຽນ​ເຮັດ​ໃຫ້​ເກີດ​ການ​ແບ່ງ​ແຍກ​ຕາມ​ນ້ຳໃຈ​ຂອງ​ເຂົາ​ແນວ​ໃດ ແລະ​ພະ​ເຍຊູ​ຕິຕຽນ​ເຂົາ​ວ່າ​ປ່ອຍ​ປະ​ລະເລີຍ​ເລື່ອງ​ທີ່​ສຳຄັນ​ກວ່າ​ຢ່າງ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌