ບົດ 111
ສັນຍະລັກຂອງຍຸກສຸດທ້າຍ
ຕອນນີ້ແມ່ນບ່າຍວັນອັງຄານ. ຂະນະທີ່ພະເຍຊູນັ່ງຢູ່ເທິງພູເຂົາກົກໝາກກອກ ມອງເບິ່ງພະວິຫານທີ່ຢູ່ທາງລຸ່ມ ເປໂຕ, ອັນດະເລອາ, ຍາໂກໂບ, ແລະໂຍຮັນເຂົ້າໄປຫາພະອົງຕອນທີ່ບໍ່ມີຄົນອື່ນ. ເຂົາເຈົ້າເປັນຫ່ວງໃນເລື່ອງພະວິຫານ ເນື່ອງຈາກພະເຍຊູຫາກໍ່ບອກລ່ວງໜ້າວ່າ ຫີນທີ່ຊ້ອນກັນເຫຼົ່ານີ້ກໍຈະຖືກທຳລາຍບໍ່ເຫຼືອຈັກກ້ອນ.
ຕອນທີ່ເຂົາເຈົ້າເຂົ້າຫາພະເຍຊູນັ້ນ ເບິ່ງຄືຍັງມີເລື່ອງອື່ນຄາໃຈຢູ່. ບໍ່ທໍ່ໃດອາທິດກ່ອນໜ້ານັ້ນ ພະອົງກ່າວເຖິງເລື່ອງ “ການປະທັບ” ຂອງພະອົງ ສະໄໝເມື່ອ “ບຸດມະນຸດຈະປາກົດ.” (ລ.ມ.) ແລະໃນໂອກາດໜຶ່ງກ່ອນໜ້ານັ້ນ ພະອົງໄດ້ບອກເຂົາເຈົ້າເລື່ອງ “ທີ່ສຸດແຫ່ງໂລກນີ້.” ດັ່ງນັ້ນ ອັກຄະສາວົກຈຶ່ງຢາກຮູ້ຢາກເຫັນຫຼາຍຂຶ້ນ.
ເຂົາເຈົ້າກ່າວວ່າ “ການທັງຫຼາຍນີ້ຈະບັງເກີດມາເວລາໃດ [ເຊິ່ງຈະນຳໄປເຖິງການພິນາດຂອງເມືອງເຢຣຶຊາເລມແລະພະວິຫານ] ແລະສິ່ງໃດຈະເປັນສຳຄັນວ່າ ພະອົງສະເດັດມາແລະເປັນທີ່ສຸດແຫ່ງໂລກນີ້”? ຄວາມຈິງແລ້ວ ຄຳຖາມຂອງເຂົາເຈົ້າມີສາມຕອນ. ກ່ອນອື່ນເຂົາຢາກຮູ້ເລື່ອງອະວະສານຂອງເມືອງເຢຣຶຊາເລມແລະວິຫານຂອງເມືອງນັ້ນ ຕໍ່ຈາກນັ້ນແມ່ນກ່ຽວກັບການປະທັບດ້ວຍສິດອຳນາດກະສັດຂອງພະເຍຊູ ແລະໃນທີ່ສຸດກ່ຽວກັບເລື່ອງອະວະສານຂອງລະບົບທັງສິ້ນ.
ພະເຍຊູຕອບຄຳຖາມທັງສາມຕອນນັ້ນໂດຍຄຳຕອບທີ່ຂ້ອນຂ້າງຍາວ. ພະອົງຈັດຕຽມສັນຍະລັກທີ່ລະບຸເຖິງຕອນສິ້ນສຸດຂອງລະບົບຢິວ ແລະໃຫ້ຫຼາຍກວ່ານັ້ນອີກ. ພະອົງຍັງໃຫ້ສັນຍະລັກໄວ້ເພື່ອໃນອະນາຄົດລູກສິດຈະຮູ້ເມື່ອວ່າເຂົາເຈົ້າມີຊີວິດໃນສະໄໝທີ່ພະອົງມາປະທັບແລ້ວ ແລະໃກ້ຈະເຖິງອະວະສານຂອງລະບົບທັງສິ້ນຂອງໂລກນີ້.
ເມື່ອຫຼາຍປີຜ່ານໄປ ພວກອັກຄະສາວົກສັງເກດເຫັນຄຳພະຍາກອນຂອງພະເຍຊູໄດ້ສຳເລັດເປັນຈິງ. ແມ່ນແລ້ວ ສິ່ງທີ່ພະອົງບອກລ່ວງໜ້າໄວ້ນັ້ນເລີ່ມເກີດຂຶ້ນໃນສະໄໝຂອງເຂົາເຈົ້າ. ດັ່ງນັ້ນ 37 ປີຕໍ່ມາ ໃນປີສາກົນສັກກະຫຼາດ 70 ຄລິດສະຕຽນທີ່ມີຊີວິດຢູ່ໃນຕອນນັ້ນ ບໍ່ໄດ້ຖືກທຳລາຍລ້າງພ້ອມກັບລະບົບຢິວລວມທັງພະວິຫານໂດຍບໍ່ຮູ້ຕົວ.
ຢ່າງໃດກໍດີ ການປະທັບຂອງພະຄລິດບໍ່ໄດ້ເລີ່ມຕົ້ນໃນປີສາກົນສັກກະຫຼາດ 70. ການປະທັບດ້ວຍສິດອຳນາດກະສັດເລີ່ມຕົ້ນຂຶ້ນພາຍຫຼັງນັ້ນອີກດົນ. ຈະເລີ່ມຕົ້ນເມື່ອໃດ? ການພິຈາລະນາຄຳພະຍາກອນຂອງພະເຍຊູເຜີຍໃຫ້ເຂົ້າໃຈເລື່ອງນີ້.
ພະເຍຊູບອກລ່ວງໜ້າວ່າຈະມີ “ການທຳເສິກ ແລະເລື່ອງລືແຫ່ງການທຳເສິກ.” “ພວກປະເທດຈະຢືນຂຶ້ນຕໍ່ສູ້ພວກປະເທດ” ແລະຈະມີການຂາດແຄນອາຫານ, ແຜ່ນດິນໄຫວ ແລະໂລກລະບາດ. ສາວົກຂອງພະອົງຈະຖືກກຽດຊັງແລະຖືກຂ້າ. ຈະມີຜູ້ພະຍາກອນປອມເກີດຂຶ້ນແລະພາຫຼາຍຄົນໃຫ້ຫຼົງຜິດ. ການລະເລີຍກົດໝາຍຈະເພີ່ມທະວີຂຶ້ນ ແລະຄວາມຮັກຂອງຄົນສ່ວນຫຼາຍຈະເຢັນລົງ. ໃນເວລາດຽວກັນ ຂ່າວດີເລື່ອງລາຊະອານາຈັກຈະໄດ້ປະກາດອອກໄປເພື່ອເປັນພິຍານແກ່ທຸກໆ ຊາດ.
ແມ່ນວ່າຄຳພະຍາກອນຂອງພະເຍຊູຈະສຳເລັດເປັນຈິງໃນຂອບເຂດທີ່ຈຳກັດກ່ອນເມືອງເຢຣຶຊາເລມຖືກທຳລາຍໃນປີສາກົນສັກກະຫຼາດ 70 ກໍຕາມ. ຄວາມສຳເລັດເປັນຈິງສ່ວນຫຼາຍຈະເກີດຂຶ້ນໃນໄລຍະພະເຍຊູປະທັບແລະເປັນອະວະສານແຫ່ງລະບົບນີ້. ເມື່ອທົບທວນຢ່າງຮອບຄອບເຖິງສິ່ງຕ່າງໆ ທີ່ເກີດຂຶ້ນໃນໂລກຕັ້ງແຕ່ປີ 1914 ພວກເຮົາເຫັນວ່າຄຳພະຍາກອນສຳຄັນຂອງພະເຍຊູໄດ້ເປັນຈິງໃນຂອບເຂດທີ່ໃຫຍ່ຕັ້ງແຕ່ປີນັ້ນມາ.
ອີກສ່ວນໜຶ່ງຂອງສັນຍະລັກທີ່ພະເຍຊູໃຫ້ໄວ້ກໍແມ່ນການປາກົດຂອງ “ສິ່ງຂອງອັນໜ້າກຽດໜ້າຊັງ ທີ່ຈະກະທຳໃຫ້ຈິບຫາຍໄປ.” ໃນປີສາກົນສັກກະຫຼາດ 66 ສິ່ງອັນໜ້າກຽດໜ້າຊັງນີ້ປາກົດໃນລັກສະນະຂອງ ‘ກອງທັບຕັ້ງຄ້າຍ’ ຂອງໂລມທີ່ອ້ອມເມືອງເຢຣຶຊາເລມແລະຂຸດອຸມົງລຸ່ມກຳແພງພະວິຫານ. “ສິ່ງຂອງອັນໜ້າກຽດໜ້າຊັງ” ຕັ້ງຢູ່ບ່ອນທີ່ມັນບໍ່ຄວນຈະຢູ່.
ໃນການສຳເລັດເປັນຈິງໃນຂອບເຂດທີ່ໃຫຍ່ກວ່າຂອງສັນຍະລັກນັ້ນ ສິ່ງອັນໜ້າກຽດໜ້າຊັງແມ່ນສັນນິບາດຊາດແລະຜູ້ທີ່ສືບຕຳແໜ່ງຂອງມັນຄື ອົງການສະຫະປະຊາຊາດ. ຄລິດສາສະໜາຈັກຖືວ່າອົງການເພື່ອສັນຕິພາບໂລກນີ້ເປັນອົງການເຮັດໜ້າທີ່ແທນລາຊະອານາຈັກຂອງພະເຈົ້າ. ຈັ່ງແມ່ນເປັນຕາໜ້າກຽດໜ້າຊັງແທ້ໆ! ສະນັ້ນ ໃນທີ່ສຸດ ອຳນາດທາງການເມືອງເຊິ່ງມີຄວາມສຳພັນກັບສະຫະປະຊາຊາດຈະຫັນມາໂຈມຕີຄລິດສາສະໜາຈັກ (ເຊິ່ງເຢຣຶຊາເລມເປັນພາບເລັງເຖິງ) ແລະທຳລາຍສາສະໜາຈັກນັ້ນໃຫ້ຮາບ.
ດັ່ງນັ້ນ ພະເຍຊູບອກລ່ວງໜ້າໄວ້ວ່າ “ຈະມີຄວາມທຸກທໍລະມານຢ່າງໜັກ [“ຄວາມທຸກລຳບາກອັນໃຫຍ່ຫຼວງ,” ລ.ມ.] ຕັ້ງແຕ່ຕົ້ນເດີມໂລກມາ ຈົນເຖິງທຸກວັນນີ້ ຄວາມທຸກຢ່າງໜັກປານນັ້ນກໍບໍ່ມີ ແລະເມື່ອໜ້າຈະບໍ່ມີອີກສັກເທື່ອ.” ເມື່ອເຢຣຶຊາເລມຖືກທຳລາຍໃນປີສາກົນສັກກະຫຼາດ 70 ນັບວ່າເປັນຄວາມທຸກລຳບາກອັນໃຫຍ່ອີ່ຫຼີ ມີລາຍງານໄວ້ວ່າ ຫຼາຍກວ່າໜຶ່ງລ້ານຄົນຖືກສັງຫານ. ສ່ວນນີ້ແຫ່ງຄຳພະຍາກອນຂອງພະເຍຊູຍັງຈະສຳເລັດເປັນຈິງໃນຂອບເຂດທີ່ກວ້າງໃຫຍ່ກວ່ານີ້ອີກ.
ຄວາມໝັ້ນໃຈໃນລະຫວ່າງຍຸກສຸດທ້າຍ
ເມື່ອຕາເວັນໃກ້ຈະລັບຂອບຟ້າຂອງວັນອັງຄານທີ 11 ເດືອນນີຊານ ພະເຍຊູສົນທະນາກັບສາວົກຂອງພະອົງຕໍ່ໄປກ່ຽວກັບສັນຍະລັກແຫ່ງການປະທັບດ້ວຍສິດອຳນາດກະສັດຂອງພະອົງແລະອະວະສານຂອງລະບົບນີ້. ພະອົງເຕືອນເຂົາເຈົ້າໃນເລື່ອງການຕິດຕາມພະຄລິດປອມ. ພະອົງກ່າວວ່າ ຈະມີການພະຍາຍາມທີ່ຈະ “ລໍ້ລວງຄົນທັງຫຼາຍທີ່ເລືອກໄວ້ ໃຫ້ຫຼົງຜິດ ຖ້າແມ່ນລໍ້ລວງໄດ້.” ຜູ້ຖືກເລືອກສັນເຫຼົ່ານີ້ມີສາຍຕາຍາວໄກຄືດັ່ງນົກອີນຊີ ເຂົາເຈົ້າໂຮມກັນໃນບ່ອນທີ່ໄດ້ອາຫານຝ່າຍວິນຍານແທ້ໆ ນັ້ນກໍຄືຢູ່ຮ່ວມກັນກັບພະຄລິດແທ້ ໃນເວລາທີ່ພະອົງປະທັບໂດຍບໍ່ປາກົດແກ່ຕາ. ເຂົາເຈົ້າຈະບໍ່ຖືກພາໃຫ້ຫຼົງເຂົ້າໄປຮ່ວມກັບພະຄລິດປອມ.
ພະຄລິດປອມເຮັດໄດ້ກໍພຽງແຕ່ປາກົດໃຫ້ເຫັນດ້ວຍຕາເທົ່ານັ້ນ. ກົງກັນຂ້າມ ການປະທັບຂອງພະຄລິດຈະບໍ່ປາກົດໃຫ້ເຫັນດ້ວຍຕາ. ພະເຍຊູກ່າວວ່າຫຼັງຈາກການທຸກຍາກລຳບາກອັນໃຫຍ່ນີ້ເລີ່ມຕົ້ນ “ດວງຕາເວັນຈະມືດໄປແລະດວງເດືອນຈະບໍ່ສ່ອງແຈ້ງ.” ແມ່ນແລ້ວ ໄລຍະເວລານີ້ຈະມືດມົນທີ່ສຸດໃນປະຫວັດສາດຂອງມະນຸດຊາດ. ຈະເປັນຄືກັບດວງອາທິດທີ່ມືດໄປໃນຕອນກາງເວັນ ແລະເໝືອນກັບດວງຈັນບໍ່ສ່ອງແສງໃນຍາມຄ່ຳຄືນ.
ພະເຍຊູກ່າວຕໍ່ໄປວ່າ “ອຳນາດຂອງຟ້າອາກາດຈະຫວັ່ນໄຫວໄປ.” ດັ່ງນີ້ ພະອົງຊີ້ແຈງວ່າທ້ອງຟ້າແທ້ໆ ຈະມີປາກົດການບົ່ງບອກເຖິງເຫດການເລວຮ້າຍ. ຄວາມຢ້ານກົວແລະຄວາມຮຸນແຮງຈະຫຼາຍເກີນກວ່າສິ່ງໃດໆ ທີ່ມະນຸດເຄີຍປະສົບມາກ່ອນ.
ຜົນກໍເປັນດັ່ງເຊັ່ນພະເຍຊູໄດ້ກ່າວໄວ້ວ່າ “ເທິງແຜ່ນດິນໂລກຈະມີຄວາມວຸ່ນວາຍໃຈຂອງພວກຕ່າງປະເທດທີ່ຈະສະຫຼ້າງຕົກໃຈ ເພາະເຫດສຽງອັນດັງແຫ່ງນ້ຳທະເລແລະນ້ຳຟອງ. ຄົນທັງຫຼາຍຈະໄດ້ຖອດຈິດໃຈຂອງເຂົາອອກເສຍດ້ວຍຄວາມຢ້ານແລະເພາະເຂົາຈະຄອຍຖ້າການທັງຫຼາຍທີ່ບັງເກີດມາເທິງແຜ່ນດິນໂລກ.” ທີ່ຈິງ ຕອນທີ່ໄລຍະອັນມືດມົນທີ່ສຸດແຫ່ງການເປັນຢູ່ຂອງມະນຸດຊາດກຳລັງໃກ້ເຖິງຈຸດອະວະສານຂອງມັນ “ການສຳຄັນແຫ່ງບຸດມະນຸດຈະປາກົດໃນທ້ອງຟ້າ ແລະເມື່ອນັ້ນຄົນທັງຫຼາຍທຸກກະກູນແຫ່ງແຜ່ນດິນໂລກຈະຮ້ອງຄາງ [“ຮ່ຳໄຮຮ້ອງໄຫ້,” ລ.ມ.].”
ຢ່າງໃດກໍຕາມ ບໍ່ແມ່ນວ່າໝົດທຸກຄົນຮ່ຳໄຮຮ້ອງໄຫ້ເມື່ອບຸດມະນຸດມາເຖິງພ້ອມດ້ວຍສິດອຳນາດກະສັດເພື່ອຈະທຳລາຍລະບົບຊົ່ວຂອງໂລກນີ້. ຄົນທີ່ຖືກ “ເລືອກໄວ້” 144,000 ຄົນເຊິ່ງຈະມີສ່ວນຮ່ວມປົກຄອງໃນລາຊະອານາຈັກຝ່າຍສະຫວັນກັບພະຄລິດ ແລະສະຫາຍຂອງເຂົາເຈົ້າ ເຊິ່ງພະເຍຊູເອີ້ນເຂົາກ່ອນໜ້ານັ້ນວ່າ “ແກະອື່ນ” ຂອງພະອົງກໍຈະບໍ່ຮ່ຳໄຮຮ້ອງໄຫ້. ເຖິງແມ່ນຈະດຳລົງຊີວິດຢູ່ໃນໄລຍະເວລາທີ່ມືດມົນທີ່ສຸດໃນປະຫວັດສາດຂອງມະນຸດກໍຕາມ ຄົນເຫຼົ່ານີ້ປະຕິບັດຢ່າງເໝາະສົມກັບຄຳຫນູນກຳລັງໃຈຂອງພະເຍຊູທີ່ວ່າ “ເວລາການທັງຫຼາຍນີ້ຈະຕັ້ງຕົ້ນບັງເກີດມາ ທ່ານທັງຫຼາຍຈົ່ງເບິ່ງທັງເທິງແລະເງີຍຫົວຂຶ້ນ ເພາະວ່າຄວາມພົ້ນຂອງທ່ານທັງຫຼາຍກໍມາໃກ້ແລ້ວ.”
ເພື່ອເຫຼົ່າສາວົກເຊິ່ງມີຊີວິດໃນລະຫວ່າງຍຸກສຸດທ້າຍນີ້ຈະຮູ້ວ່າຈຸດອະວະສານໃກ້ເຂົ້າມາແລ້ວ ພະເຍຊູໃຫ້ຄຳອຸປະມາດັ່ງນີ້ “ທ່ານທັງຫຼາຍຈົ່ງເບິ່ງກົກໝາກເດື່ອເທດແລະກົກໄມ້ທັງຫຼາຍ. ເວລາເຫັນເຂົາປົ່ງອອກແລ້ວ ທ່ານທັງຫຼາຍຮູ້ຈັກດ້ວຍລຳພັງເອງວ່າລະດູຮ້ອນມາໃກ້ແລ້ວ. ຢ່າງນັ້ນແລ້ວ ເມື່ອທ່ານທັງຫຼາຍຈະເຫັນສິ່ງທັງຫຼາຍນັ້ນພວມບັງເກີດມາ ຈົ່ງຮູ້ຈັກວ່າ ແຜ່ນດິນຂອງພະເຈົ້າມາໃກ້ແລ້ວ ຈິງແທ້ເຮົາກ່າວແກ່ທ່ານທັງຫຼາຍວ່າ ເຊື້ອຊາດນີ້ [“ຄົນຊົ່ວອາຍຸນີ້,” ລ.ມ.] ຈະບໍ່ກາຍໄປກ່ອນສັບພະການນັ້ນຈະໄດ້ບັງເກີດມາແລ້ວ.”
ດ້ວຍເຫດນີ້ ເມື່ອສາວົກຂອງພະອົງເຫັນສັນຍະລັກສຳຄັນໃນລັກສະນະຕ່າງໆ ສຳເລັດເປັນຈິງ ເຂົາຄວນຈະສຳນຶກວ່າຈຸດອະວະສານຂອງລະບົບນັ້ນໃກ້ເຂົ້າມາແລ້ວ ແລະລາຊະອານາຈັກຂອງພະເຈົ້າຈະກວາດລ້າງຄວາມຊົ່ວທັງໝົດໃນອີກບໍ່ດົນ. ຄວາມຈິງແລ້ວ ຈຸດອະວະສານຈະເລີ່ມຂຶ້ນໃນໄລຍະເວລາຂອງຊົ່ວອາຍຸຄົນທີ່ເຫັນຄວາມສຳເລັດເປັນຈິງຂອງທຸກສິ່ງທີ່ພະເຍຊູກ່າວໄວ້ລ່ວງໜ້າ. ພະເຍຊູເຕືອນສະຕິເຫຼົ່າສາວົກເຊິ່ງມີຊີວິດໃນສະໄໝອະວະສານອັນສຳຄັນນັ້ນວ່າ:
“ຈົ່ງລະວັງໃຫ້ດີແກ່ຕົວເອງ ຢ້ານວ່າໃຈຂອງທ່ານທັງຫຼາຍຈະເກີດໜາດ້ວຍການມັກກິນເຫຼືອກຳນົດແລະເມົາເຫຼົ້າແລະດ້ວຍຄວາມອຸກໃຈແຫ່ງໂລກນີ້ ແລະວັນນັ້ນຈະມາເຖິງທ່ານທັງຫຼາຍເມື່ອທ່ານບໍ່ທັນຄຶດ. ເຫດວ່າວັນນັ້ນຈະຕົກເໝືອນດັ່ງແຫຈັບປາເທິງຄົນທັງຫຼາຍທີ່ອາໄສເທິງທົ່ວແຜ່ນດິນໂລກ. ເຫດສັນນີ້ ຈົ່ງເຝົ້າລະວັງອ້ອນວອນທຸກເມື່ອ ເພື່ອທ່ານທັງຫຼາຍຈະເປັນທີ່ຖືສົມຄວນຈະໄດ້ພົ້ນຈາກການທັງປວງທີ່ຕ້ອງບັງເກີດມານັ້ນ ແລະເພື່ອທ່ານຈະໄດ້ຢັ້ງຢືນຢູ່ຕໍ່ໜ້າບຸດມະນຸດ.”
ສາວປອດສະຫຼາດແລະສາວປອດໂງ່
ພະເຍຊູຕອບຄຳຂໍຮ້ອງຂອງອັກຄະສາວົກໃຫ້ມີສັນຍະລັກເຖິງການທີ່ພະອົງປະທັບດ້ວຍສິດອຳນາດກະສັດ. ພະອົງໃຫ້ລາຍລະອຽດຂອງສັນຍະລັກນັ້ນເພີ່ມຂຶ້ນອີກດ້ວຍຄຳອຸປະມາສາມເລື່ອງ.
ຄົນເຫຼົ່ານັ້ນທີ່ມີຊີວິດຢູ່ໃນລະຫວ່າງສະໄໝພະອົງປະທັບຈະສັງເກດເຖິງການສຳເລັດເປັນຈິງຂອງຄຳອຸປະມາແຕ່ລະເລື່ອງ. ພະອົງເລີ່ມຕົ້ນຄຳອຸປະມາເລື່ອງທຳອິດດ້ວຍຄຳວ່າ “ເມື່ອນັ້ນ ແຜ່ນດິນສະຫວັນຈະເປັນທີ່ປຽບເໝືອນດັ່ງຜູ້ສາວປອດສິບຄົນທີ່ໄດ້ເອົາໂຄມໄຟຂອງເຂົາ ແລະອອກໄປຕ້ອນຮັບເຈົ້າບ່າວ. ແລະໃນຫມູ່ຍິງນັ້ນ ມີຄົນສະຫຼາດຫ້າຄົນ ແລະມີຄົນໂງ່ຫ້າຄົນ.”
ໂດຍກ່າວຖ້ອຍຄຳທີ່ວ່າ “ແຜ່ນດິນສະຫວັນຈະເປັນທີ່ປຽບເໝືອນດັ່ງຜູ້ສາວປອດສິບຄົນ.” ພະເຍຊູບໍ່ໄດ້ໝາຍຄວາມວ່າເຄິ່ງໜຶ່ງຂອງບັນດາຜູ້ທີ່ຈະຮັບລາຊະອານາຈັກຝ່າຍສະຫວັນເປັນມໍລະດົກນັ້ນເປັນຄົນໂງ່ແລະອີກເຄິ່ງໜຶ່ງເປັນຄົນສະຫຼາດ! ພະອົງອະທິບາຍກ່ຽວກັບລາຊະອານາຈັກຝ່າຍສະຫວັນນັ້ນວ່າ ມີລັກສະນະພິເສດເປັນຢ່າງນີ້ຫຼືຢ່າງນັ້ນ ຫຼືກ່ຽວກັບຄວາມເປັນຈິງຕ່າງໆ ຂອງລາຊະອານາຈັກຝ່າຍສະຫວັນຈະເປັນແນວນີ້ແລະແນວນັ້ນ.
ສາວປອດສິບຄົນໝາຍເຖິງຄລິດສະຕຽນທຸກຄົນເຊິ່ງມີໂອກາດຈະໄດ້ຮັບລາຊະອານາຈັກຝ່າຍສະຫວັນ ຫຼືຜູ້ທີ່ຖືວ່າຕົນເອງຈະຢູ່ໃນແນວທາງນັ້ນ. ເມື່ອຕອນເທສະການເພນເຕກອດຂອງປີສາກົນສັກກະຫຼາດ 33 ນັ້ນແຫຼະທີ່ປະຊາຄົມຄລິດສະຕຽນໄດ້ຖືກໝັ້ນໝາຍໄວ້ເພື່ອຈະແຕ່ງດອງກັບພະເຍຊູຄລິດ ເຈົ້າບ່າວທີ່ມີສະຫງ່າລາສີເຊິ່ງຟື້ນຈາກຕາຍແລ້ວ. ການແຕ່ງດອງນັ້ນຈະມີຂຶ້ນທີ່ສະຫວັນເວລາໃດເວລາໜຶ່ງໃນອະນາຄົດທີ່ບໍ່ເຈາະຈົງ.
ໃນຄຳອຸປະມານັ້ນ ສາວປອດສິບຄົນອອກໄປເພື່ອຕ້ອນຮັບເຈົ້າບ່າວແລະຮ່ວມໃນຂະບວນແຫ່ບ່າວສາວ. ເມື່ອເຈົ້າບ່າວມາເຖິງ ສາວປອດເຫຼົ່ານີ້ຈະໄຕ້ຕະກຽງຂອງຕົນໃຫ້ເຍືອງໃສ່ເສັ້ນທາງທີ່ຂະບວນຜ່ານໄປ ວິທີນີ້ເປັນການໃຫ້ກຽດເພິ່ນເມື່ອຕອນເຈົ້າບ່າວພາເຈົ້າສາວເຂົ້າໄປໃນເຮືອນທີ່ໄດ້ກະກຽມໄວ້. ຢ່າງໃດກໍດີ ພະເຍຊູຊີ້ແຈງວ່າ “ຫມູ່ຄົນໂງ່ນັ້ນໄດ້ເອົາໂຄມໄຟໄປແຕ່ວ່າບໍ່ໄດ້ເອົານ້ຳມັນໄປນຳ. ແຕ່ວ່າຫມູ່ຄົນສະຫຼາດນັ້ນໄດ້ເອົານ້ຳມັນໄປໃນກະຖັງຂອງເຂົາກັບທັງໂຄມໄຟຂອງເຂົາ. ອັນນຶ່ງ ເມື່ອເຈົ້າບ່າວມາຊ້ານານຢູ່ ເຂົາທັງປວງໄດ້ນອນຫຼັບໄປ.”
ການທີ່ເຈົ້າບ່າວນານມາຮອດນັ້ນບົ່ງບອກວ່າການປະທັບໃນຖານະພະມະຫາກະສັດຂອງພະເຍຊູຈະຕ້ອງຢູ່ໃນອະນາຄົດອັນຫ່າງໄກ. ໃນທີ່ສຸດພະອົງມາຮອດແລະຂຶ້ນເທິງບັນລັງໃນປີ 1914. ຕະຫຼອດໄລຍະເວລາຄ່ຳຄືນອັນຍາວນານກ່ອນໜ້ານັ້ນ ສາວປອດທັງໝົດກໍນອນຫຼັບ. ເລື່ອງນອນຫຼັບນັ້ນບໍ່ໄດ້ເຮັດໃຫ້ເຂົາເຈົ້າຖືກຕິຕຽນ. ສາວປອດໂງ່ເຫຼົ່ານີ້ໄດ້ຖືກຕິຕຽນຍ້ອນເຂົາເຈົ້າບໍ່ມີນ້ຳມັນໃນກະຖັງຂອງຕົນ. ພະເຍຊູຊີ້ແຈງເຫດການທີ່ສາວປອດຕື່ນຂຶ້ນຢ່າງໃດກ່ອນເຈົ້າບ່າວມາຮອດວ່າ “ເວລາທ່ຽງຄືນ ກໍມີສຽງຮ້ອງວ່າ ຈົ່ງເບິ່ງ ເຈົ້າບ່າວມາແລ້ວ ຈົ່ງອອກໄປຕ້ອນຮັບທ່ານເທີ້ນ. ເມື່ອນັ້ນ ຜູ້ສາວທັງຫຼາຍໄດ້ລຸກຂຶ້ນແລະໄດ້ຈັດແຈ່ງໂຄມໄຟຂອງເຂົາ. ແລະຫມູ່ຍິງໂງ່ນັ້ນໄດ້ກ່າວແກ່ຫມູ່ຍິງສະຫຼາດວ່າ ນ້ຳມັນຂອງຫມູ່ເຈົ້າ ຂໍໃຫ້ຫມູ່ເຮົາແດ່ເທີ້ນ ເພາະວ່າໂຄມໄຟຂອງຫມູ່ເຮົາພວມມອດໄປເສຍ. ແຕ່ວ່າຫມູ່ຍິງສະຫຼາດໄດ້ຕອບວ່າ ໃຫ້ບໍ່ໄດ້ ຢ້ານວ່າຈະມີບໍ່ພໍສຳລັບຫມູ່ເຮົາກັບຫມູ່ເຈົ້າ ຫມູ່ເຈົ້າຈົ່ງໄປຫາຫມູ່ຄົນຂາຍ ແລະຊື້ເອົາສຳລັບຫມູ່ເຈົ້າເອງ ກໍດີກວ່າ.”
ນ້ຳມັນໝາຍເຖິງສິ່ງທີ່ເຮັດໃຫ້ຄລິດສະຕຽນແທ້ສ່ອງແຈ້ງໃນຖານະເປັນດວງສະຫວ່າງ. ນັ້ນແມ່ນພະຄຳທີ່ໄດ້ຮັບການດົນບັນດານຈາກພະເຈົ້າ ເຊິ່ງຄລິດສະຕຽນຕ້ອງຍຶດເອົາໄວ້ໃຫ້ໝັ້ນ ພ້ອມກັບພະວິນຍານບໍລິສຸດທີ່ຈະຊ່ວຍເຂົາເຈົ້າໃຫ້ເຂົ້າໃຈພະຄຳນັ້ນ. ນ້ຳມັນຝ່າຍວິນຍານເຮັດໃຫ້ສາວປອດທີ່ສະຫຼາດສາມາດເຍືອງແຈ້ງອອກມາເພື່ອຕ້ອນຮັບເຈົ້າບ່າວເມື່ອຂະບວນແຫ່ມາເຖິງງານລ້ຽງກິນດອງ. ຊົນຈຳພວກສາວປອດໂງ່ນັ້ນບໍ່ມີນ້ຳມັນຝ່າຍວິນຍານທີ່ຈຳເປັນນັ້ນຢູ່ໃນຕົວເອງ ຫຼືໃນກະຖັງຂອງເຂົາເຈົ້າ. ດັ່ງນັ້ນ ພະເຍຊູຈຶ່ງພັນລະນາສິ່ງທີ່ເກີດຂຶ້ນວ່າ:
“ອັນໜຶ່ງເມື່ອເຂົາ [ສາວປອດໂງ່] ຍັງພວມໄປຊື້ນ້ຳມັນ ເຈົ້າບ່າວໄດ້ມາ ແລະຫມູ່ຍິງທີ່ພ້ອມແລ້ວໆ ນັ້ນໄດ້ເຂົ້າໄປນຳທ່ານໃນການງານບ່າວສາວ ແລະປະຕູງັບໄວ້ແລ້ວ. ພາຍຫຼັງນັ້ນຍິງສາວຫມູ່ອື່ນນັ້ນຈຶ່ງມາກ່າວວ່າ ພະອົງເຈົ້າຂ້າ ພະອົງເຈົ້າຂ້າ ຂໍເຊີນປືດປະຕູໃຫ້ຫມູ່ຂ້າພະເຈົ້າເທີ້ນ. ແຕ່ວ່າພະອົງໄດ້ຕອບແລະກ່າວວ່າ ຈິງແທ້ ເຮົາກ່າວແກ່ຫມູ່ເຈົ້າວ່າເຮົາບໍ່ຮູ້ຈັກຫມູ່ເຈົ້າ.”
ພາຍຫຼັງພະເຍຊູມາຮອດໃນລາຊະອານາຈັກຝ່າຍສະຫວັນແລ້ວ ຊົນຈຳພວກສາວປອດທີ່ສະຫຼາດເຊິ່ງປະກອບດ້ວຍຄລິດສະຕຽນແທ້ຜູ້ຖືກເຈີມກໍຕື່ນຕົວຕໍ່ສິດທິພິເສດຂອງຕົນໃນການສ່ອງແສງສະຫວ່າງໃນໂລກທີ່ມືດມົນນີ້ໂດຍການສັນລະເສີນເຈົ້າບ່າວທີ່ໄດ້ມາເຖິງ. ຄົນເຫຼົ່ານັ້ນທີ່ສາວປອດໂງ່ເປັນພາບເລັງເຖິງ ບໍ່ພ້ອມທີ່ຈະຕ້ອນຮັບເຈົ້າບ່າວໃນການຖວາຍຄຳສັນລະເສີນ. ດັ່ງນັ້ນ ເມື່ອເຖິງເວລາ ພະເຍຊູບໍ່ໄດ້ເປີດປະຕູງານລ້ຽງກິນດອງໃນສະຫວັນໃຫ້ແກ່ເຂົາເຈົ້າ. ພະອົງປະເຂົາເຈົ້າໄວ້ທາງນອກ ໃນຍາມຄ່ຳຄືນອັນມືດມິດທີ່ສຸດຂອງໂລກເພື່ອໃຫ້ສູນສິ້ນໄປກັບຄົນທັງຫຼາຍທີ່ລະເລີຍກົດໝາຍ. ພະເຍຊູສະຫລຸບວ່າ “ເຫດສັນນີ້ ຈົ່ງເຝົ້າລະວັງຢູ່ ເພາະວ່າທ່ານທັງຫຼາຍບໍ່ຮູ້ຈັກວັນໃດແລະໂມງໃດ.”
ຄຳອຸປະມາເລື່ອງເງິນຕາລັນ
ພະເຍຊູສົນທະນາກັບເຫຼົ່າສາວົກຂອງພະອົງເທິງພູເຂົາໝາກກອກຕໍ່ໄປໂດຍການເລົ່າຄຳອຸປະມາອີກເລື່ອງໜຶ່ງ ເປັນເລື່ອງທີສອງໃນສາມເລື່ອງ. ສອງສາມມື້ກ່ອນ ຕອນທີ່ພະອົງຢູ່ເມືອງເຢລິໂກ ພະອົງເລົ່າຄຳອຸປະມາເລື່ອງຫຼຽນຄຳເພື່ອສະແດງໃຫ້ເຫັນວ່າລາຊະອານາຈັກຍັງຢູ່ໃນອະນາຄົດອີກໄກ. ຄຳອຸປະມາທີ່ພະອົງເລົ່າຢູ່ຕອນນີ້ ແມ່ນວ່າຈະມີລັກສະນະຄ້າຍກັນຫຼາຍຢ່າງ ແຕ່ພັດໄດ້ພັນລະນາເຖິງກິດຈະການເຊິ່ງເກີດຂຶ້ນເມື່ອຄຳອຸປະມານັ້ນສຳເລັດເປັນຈິງໄລຍະທີ່ພະເຍຊູມາປະທັບດ້ວຍສິດອຳນາດກະສັດ. ເລື່ອງນັ້ນສະແດງວ່າສາວົກຂອງພະອົງຈະຕ້ອງເຮັດວຽກເມື່ອຍັງຢູ່ເທິງແຜ່ນດິນໂລກເພື່ອເພີ່ມ “ຊັບສົມບັດ” (ປ.ມ.) ຂອງພະອົງ.
ພະເຍຊູເລີ່ມຕົ້ນວ່າ “[ສະພາບການກ່ຽວກັບລາຊະອານາຈັກ] ຍັງປຽບເໝືອນຊາຍຜູ້ໜຶ່ງກຳລັງຈະອອກເດີນທາງໄປ ຈຶ່ງເອີ້ນພວກຂ້ອຍໃຊ້ຂອງຕົນມາຝາກຊັບສົມບັດໄວ້ກັບເຂົາ.” (ປ.ມ.) ພະເຍຊູແມ່ນຊາຍຄົນນັ້ນເຊິ່ງກ່ອນອອກເດີນທາງໄປສະຫວັນໄດ້ມອບຊັບສົມບັດຂອງຕົນໄວ້ກັບຂ້າໃຊ້ເຊິ່ງແມ່ນສາວົກເຫຼົ່ານັ້ນທີ່ມີຄວາມຫວັງຈະຢູ່ໃນລາຊະອານາຈັກຝ່າຍສະຫວັນ. ຊັບສົມບັດເຫຼົ່ານີ້ບໍ່ແມ່ນສິ່ງຂອງຝ່າຍວັດຖຸ ແຕ່ເປັນພາບເລັງເຖິງເຂດປູກຝັງເຊິ່ງພະອົງໄດ້ກະທຳໃຫ້ມີຄວາມອາດສາມາດເພື່ອເພີ່ມພູນສາວົກ.
ພະເຍຊູມອບຊັບສົມບັດຂອງພະອົງໄວ້ກັບພວກຂ້າໃຊ້ກ່ອນຈະກັບຂຶ້ນສູ່ສະຫວັນ. ໂດຍວິທີໃດ? ໂດຍສັ່ງເຂົາເຈົ້າໃຫ້ເຮັດວຽກຕໍ່ໄປໃນທົ່ງນາປູກຝັງເຊິ່ງໝາຍເຖິງການປະກາດຂ່າວສານເລື່ອງລາຊະອານາຈັກໄປທົ່ວທີ່ສຸດປາຍແຜ່ນດິນໂລກ. ດັ່ງທີ່ພະເຍຊູໄດ້ກ່າວໄວ້ວ່າ “ຄົນໜຶ່ງເພິ່ນໃຫ້ເງິນຫ້າຕາລັນຕົນ ຄົນໜຶ່ງສອງຕາລັນຕົນ ແລະອີກຄົນໜຶ່ງໃຫ້ຕາລັນຕົນດຽວ ຕາມຄວາມສາມາດຂອງແຕ່ລະຄົນ ແລ້ວກໍອອກເດີນທາງໄປ.” (ປ.ມ.)
ເງິນແປດຕາລັນແມ່ນຊັບສົມບັດຂອງພະເຍຊູເຊິ່ງໄດ້ແຈກຢາຍອອກໄປຕາມຄວາມສາມາດ ຫຼືຄວາມເປັນໄປໄດ້ທາງຝ່າຍວິນຍານຂອງຂ້າໃຊ້. ຂ້າໃຊ້ເຫຼົ່ານັ້ນໝາຍເຖິງຊົນຈຳພວກຕ່າງໆ ຂອງບັນດາສາວົກ. ໃນສະຕະວັດທຳອິດ ຊົນຈຳພວກທີ່ຮັບເງິນຫ້າຕາລັນແມ່ນຈະນັບທັງອັກຄະສາວົກ. ພະເຍຊູເລົ່າຕໍ່ໄປວ່າຂ້າໃຊ້ເຊິ່ງຮັບຫ້າຕາລັນແລະສອງຕາລັນຕ່າງກໍໄດ້ເພີ່ມພູນເງິນນັ້ນເປັນສອງເທົ່າ ໂດຍການປະກາດຂ່າວສານເລື່ອງລາຊະອານາຈັກແລະເຮັດໃຫ້ຄົນເຂົ້າມາເປັນສາວົກ. ຢ່າງໃດກໍຕາມ ຂ້າໃຊ້ທີ່ຮັບໜຶ່ງຕາລັນເອົາເງິນນັ້ນໄປເຊື່ອງໄວ້ໃນດິນ.
ພະເຍຊູເລົ່າຕໍ່ໄປວ່າ “ພາຍຫຼັງນັ້ນດົນແລ້ວ ເຈົ້ານາຍຂອງພວກຂ້າໃຊ້ນັ້ນຈຶ່ງມາ ແລະໄດ້ຄິດນັບເສັ້ນເງິນກັບເຂົາ.” ພະເຍຊູບໍ່ໄດ້ກັບມາຄິດບັນຊີຈົນກະທັ່ງສະຕະວັດທີ 20 ປະມານ 1900 ປີຕໍ່ມາ ດັ່ງນັ້ນ ຈຶ່ງເປັນເວລາ “ພາຍຫຼັງນັ້ນດົນ” ແທ້ໆ. ຈາກນັ້ນພະເຍຊູຊີ້ແຈງຕໍ່ໄປດັ່ງນີ້:
“ຜູ້ທີ່ໄດ້ຮັບເງິນຫ້າຕາລັນຕົນ ກໍເອົາເງິນກຳໄລຫ້າຕາລັນຕົນມາແຈ້ງວ່າ ‘ນາຍເອີຍ, ນາຍໄດ້ຝາກເງິນຫ້າຕາລັນຕົນໄວ້ນຳຂ້ານ້ອຍ ນີ້ແຫຼະ ຂ້ານ້ອຍໄດ້ກຳໄລຕື່ມອີກຫ້າຕາລັນຕົນ.’ ຝ່າຍນາຍກໍຕອບວ່າ ‘ດີແລ້ວ ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫຼາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເທີ້ນ.’ ” (ປ.ມ.) ຂ້າໃຊ້ທີ່ໄດ້ຮັບເງິນສອງຕາລັນກໍໄດ້ເຮັດໃຫ້ເງິນເພີ່ມເປັນສອງເທົ່າຄືກັນ ເຂົາເຈົ້າຈຶ່ງໄດ້ຮັບການຊົມເຊີຍແລະລາງວັນເຊັ່ນກັນ.
ຂ້າໃຊ້ສັດຊື່ເຫຼົ່ານີ້ພັດໄດ້ເຂົ້າຮ່ວມຄວາມຍິນດີກັບນາຍຂອງຕົນໄດ້ຢ່າງໃດ? ຄວາມຍິນດີຂອງພະເຍຊູຄລິດ ຜູ້ເປັນນາຍແມ່ນຕອນທີ່ພະອົງຂຶ້ນໄປຫາພະບິດາໃນສະຫວັນເພື່ອຮັບອຳນາດປົກຄອງລາຊະອານາຈັກ. ສຳລັບຂ້າໃຊ້ທີ່ສັດຊື່ໃນປັດຈຸບັນ ເຂົາເຈົ້າຈະມີຄວາມຍິນດີຫຼາຍທີ່ໄດ້ຮັບມອບໝາຍວຽກງານກ່ຽວກັບລາຊະອານາຈັກເພີ່ມຂຶ້ນ ແລະເມື່ອຊີວິດຂອງເຂົາເຈົ້າເທິງແຜ່ນດິນໂລກຈົບລົງ ເຂົາເຈົ້າກໍຈະໄດ້ຮັບຄວາມຍິນດີສຸດຍອດໂດຍການຖືກປຸກໃຫ້ຄືນມາຈາກຕາຍໄປຮັບລາຊະອານາຈັກຝ່າຍສະຫວັນ. ແລ້ວຂ້າໃຊ້ຄົນທີສາມເດ?
ຂ້າໃຊ້ຜູ້ນີ້ຈົ່ມວ່າ “ນາຍເອີຍ, ຂ້ານ້ອຍຮູ້ຈັກທ່ານແລ້ວວ່າທ່ານເປັນຄົນໃຈແຂງ. ແລະຂ້ານ້ອຍຢ້ານ ຈຶ່ງໄດ້ເອົາເງິນຕາລັນຕົນຂອງທ່ານໄປເຊື່ອງໄວ້ໃຕ້ພື້ນດິນ ນີ້ແຫຼະ ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ.” (ປ.ມ.) ຂ້າໃຊ້ນັ້ນຈົງໃຈບໍ່ເຮັດວຽກໃນທົ່ງນາທີ່ປູກຝັງເອົາໄວ້ແລ້ວໂດຍການປະກາດແລະເຮັດໃຫ້ຄົນເປັນສາວົກ. ດັ່ງນັ້ນນາຍຈຶ່ງເອີ້ນເຂົາວ່າ “ອ້າຍຂ້າໃຊ້ຜູ້ຊົ່ວແລະຂີ້ຄ້ານ.” ແລ້ວຖະແຫຼງຄຳພິພາກສາວ່າ “ຈົ່ງຍົກເງິນຕາລັນຕົນດຽວນັ້ນໄປຈາກມັນເສຍ . . . ເອົາອ້າຍຂ້າໃຊ້ຜູ້ບໍ່ມີປະໂຫຍດໄປຖິ້ມເສຍບ່ອນມືດພາຍນອກບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່.” (ປ.ມ.) ຂ້າໃຊ້ຊົ່ວເຫຼົ່ານີ້ຖືກຖິ້ມໄວ້ທາງນອກ ແລ້ວຂາດຄວາມຍິນດີຝ່າຍວິນຍານ.
ເລື່ອງນີ້ໃຫ້ບົດຮຽນສຳຄັນແກ່ທຸກຄົນ ທີ່ອ້າງວ່າເປັນສາວົກຂອງພະຄລິດ. ຖ້າເຂົາເຈົ້າຢາກໄດ້ຄຳຊົມເຊີຍແລະລາງວັນຈາກພະອົງ ແລະຫຼີກເວັ້ນຈາກການຖືກຖິ້ມໄວ້ໃນທີ່ມືດທາງນອກ ແລະໃນທີ່ສຸດກໍພິນາດໄປ ເຂົາເຈົ້າຈຳເປັນຕ້ອງມີຜົນງານທີ່ເພີ່ມພູນຊັບສົມບັດຂອງນາຍທາງຝ່າຍສະຫວັນຂອງຕົນ ໂດຍມີສ່ວນຮ່ວມຢ່າງເຕັມທີໃນງານປະກາດ. ເຮົາເອງໝັ່ນພຽນໃນວຽກງານນີ້ບໍ?
ເມື່ອພະຄລິດມາຮອດດ້ວຍສິດອຳນາດກະສັດ
ພະເຍຊູຍັງຢູ່ເທິງພູເຂົາກົກໝາກກອກກັບເຫຼົ່າສາວົກ. ເພື່ອຕອບຄຳຂໍຮ້ອງໃຫ້ສະແດງສັນຍະລັກຂອງການປະທັບແລະອະວະສານຂອງລະບົບໂລກນີ້ ພະອົງເລົ່າຄຳອຸປະມາເລື່ອງສຸດທ້າຍໃນສາມເລື່ອງ. ໂດຍເລີ່ມຕົ້ນວ່າ “ອັນໜຶ່ງ ເມື່ອບຸດມະນຸດຈະສະເດັດມາໃນລັດສະໝີແຫ່ງພະອົງກັບຝູງທູດທັງປວງແຫ່ງພະອົງ ເມື່ອນັ້ນພະອົງຈະນັ່ງເທິງພະທີ່ນັ່ງລັດສະໝີແຫ່ງພະອົງ.”
ການມາຮອດນີ້ຈະເກີດຂຶ້ນເມື່ອຕອນລະບົບຂອງໂລກນີ້ໃກ້ຈະສິ້ນສຸດລົງ. ດ້ວຍຈຸດປະສົງຫຍັງ? ພະເຍຊູຊີ້ແຈງວ່າ “ພວກປະເທດທັງປວງຈະເປັນທີ່ໂຮມກັນຕໍ່ໜ້າພະອົງ ແລະພະອົງຈະແຍກເຂົາຈາກກັນ ເໝືອນດັ່ງຜູ້ລ້ຽງແພະ [ແກະ] ໄດ້ແຍກຝູງແພະ [ແກະ] ອອກຈາກຝູງແບ້. ແລະຝູງແພະ [ແກະ] ນັ້ນ ພະອົງຈະຕັ້ງໄວ້ເບື້ອງຂວາມືແຫ່ງພະອົງແລະຝູງແບ້ນັ້ນຈະຕັ້ງໄວ້ເບື້ອງຊ້າຍມື.”
ເມື່ອພັນລະນາເຖິງສິ່ງທີ່ຈະເກີດຂຶ້ນກັບຄົນເຫຼົ່ານັ້ນທີ່ຖືກແຍກໃຫ້ຢູ່ຝ່າຍທີ່ໄດ້ຮັບຄວາມໂປດປານ ພະເຍຊູກ່າວວ່າ “ເມື່ອນັ້ນ ເຈົ້າກະສັດຈະກ່າວແກ່ຄົນທັງຫຼາຍທີ່ຢູ່ເບື້ອງຂວານັ້ນວ່າ ທ່ານທັງຫຼາຍທີ່ໄດ້ຮັບພອນແຕ່ພະບິດາຂອງເຮົາ ຈົ່ງມາຮັບເອົາແຜ່ນດິນເປັນມູນລະດົກ ທີ່ຈັດແຈ່ງໄວ້ສຳລັບທ່ານທັງຫຼາຍ ຕັ້ງແຕ່ຕົ້ນເດີມສ້າງໂລກ.” ແກະໃນຄຳອຸປະມານີ້ຈະບໍ່ປົກຄອງຮ່ວມກັນກັບພະເຍຊູໃນສະຫວັນ ແຕ່ຈະຮັບລາຊະອານາຈັກເປັນມໍລະດົກໂດຍການເປັນປະຊາກອນເທິງແຜ່ນດິນໂລກ. “ຕົ້ນເດີມສ້າງໂລກ” ໄດ້ເກີດຂຶ້ນຕັ້ງແຕ່ອາດາມແລະເອວາເລີ່ມໃຫ້ກຳເນີດລູກຫຼານຜູ້ສາມາດຈະໄດ້ຮັບປະໂຫຍດຈາກການຈັດຕຽມຂອງພະເຈົ້າເພື່ອໄຖ່ຖອນມະນຸດຊາດ.
ບັດນີ້ ເປັນຫຍັງແກະຖືກແຍກໃຫ້ຢູ່ເບື້ອງຂວາມືເຊິ່ງເປັນທີ່ໂປດປານຂອງພະມະຫາກະສັດ? ກະສັດຕອບວ່າ “ເພາະວ່າ ເຮົາໄດ້ຫິວອາຫານແລະທ່ານທັງຫຼາຍໄດ້ໃຫ້ເຮົາກິນ ເຮົາໄດ້ຫິວນ້ຳ ແລະທ່ານທັງຫຼາຍໄດ້ໃຫ້ເຮົາກິນ ເຮົາເປັນແຂກບ້ານແລະທ່ານທັງຫຼາຍໄດ້ຮັບເຮົາໄວ້ໃຫ້ອາໄສຢູ່. ເຮົາເປັນເປືອຍຕົວແລະທ່ານທັງຫຼາຍໄດ້ເອົາເສື້ອຜ້າມາໃຫ້ເຮົານຸ່ງຫົ່ມ ເຮົາໂຊຢູ່ແລະທ່ານທັງຫຼາຍໄດ້ມາຢາມເຮົາ ເຮົາໄດ້ຢູ່ໃນຄຸກ ແລະທ່ານທັງຫຼາຍໄດ້ມາຫາເຮົາ.”
ເນື່ອງຈາກແກະຢູ່ເທິງແຜ່ນດິນໂລກ ເຂົາເຈົ້າຢາກຮູ້ເຖິງວິທີເຮັດດີດັ່ງກ່າວຕໍ່ກະສັດທາງພາກສະຫວັນຈຶ່ງຖາມວ່າ “ພະອົງເຈົ້າຂ້າ ຂ້າພະເຈົ້າທັງຫຼາຍໄດ້ເຫັນພະອົງຫິວອາຫານແລະໄດ້ໃຫ້ພະອົງກິນ ຫຼືຫິວນ້ຳແລະໄດ້ໃຫ້ພະອົງກິນເວລາໃດ. ແລະຂ້າພະເຈົ້າທັງຫຼາຍໄດ້ເຫັນພະອົງເປັນແຂກບ້ານແລະໄດ້ຮັບໄວ້ໃຫ້ພະອົງອາໄສຢູ່ ຫຼືເປືອຍຕົວແລະໄດ້ເອົາເສື້ອຜ້າມາໃຫ້ພະອົງນຸ່ງຫົ່ມເວລາໃດ. ແລະຂ້າພະເຈົ້າທັງຫຼາຍໄດ້ເຫັນພະອົງໂຊຢູ່ ຫຼືຢູ່ໃນຄຸກແລະໄດ້ໄປຢາມພະອົງເວລາໃດ”?
ຜູ້ເປັນກະສັດຕອບວ່າ “ຈິງແທ້ ເຮົາກ່າວແກ່ທ່ານທັງຫຼາຍວ່າ ເພາະເຫດທ່ານທັງຫຼາຍໄດ້ກະທຳການນັ້ນສຳລັບຄົນເລັກນ້ອຍທີ່ສຸດຜູ້ໜຶ່ງໃນພວກພີ່ນ້ອງຂອງເຮົານີ້ ທ່ານທັງຫຼາຍໄດ້ກະທຳສຳລັບເຮົາ.” ພີ່ນ້ອງຂອງພະຄລິດແມ່ນຊົນທີ່ເຫຼືອແຫ່ງ 144,000 ຄົນ ຜູ້ທີ່ຈະປົກຄອງຮ່ວມກັບພະອົງໃນສະຫວັນ ເຊິ່ງຍັງຢູ່ເທິງແຜ່ນດິນໂລກນີ້. ພະເຍຊູກ່າວວ່າ ການກະທຳດີແກ່ເຂົາເຈົ້າກໍຄືກັບກະທຳດີແກ່ພະອົງ.
ຈາກນັ້ນ ກະສັດກ່າວແກ່ພວກແບ້ວ່າ “ທ່ານທັງຫຼາຍຜູ້ຖືກດ່າ ຈົ່ງໜີຈາກເຮົາ ເຂົ້າໄປໃນໄຟທີ່ໄໝ້ຢູ່ສືບໆ ໄປເປັນນິດເປັນທີ່ຈັດແຈ່ງໄວ້ສຳລັບພະຍາມານແລະພວກທູດແຫ່ງຕົນ. ເພາະວ່າ ເຮົາໄດ້ຫິວອາຫານແລະທ່ານທັງຫຼາຍບໍ່ໃຫ້ເຮົາກິນ ເຮົາໄດ້ຫິວນ້ຳແລະທ່ານທັງຫຼາຍບໍ່ໃຫ້ເຮົາກິນ. ເຮົາເປັນແຂກບ້ານແລະທ່ານທັງຫຼາຍບໍ່ໄດ້ຮັບເຮົາໄວ້ໃຫ້ອາໄສຢູ່ ເຮົາເປັນເປືອຍຕົວແລະທ່ານທັງຫຼາຍບໍ່ເອົາເສື້ອຜ້າມາໃຫ້ເຮົານຸ່ງຫົ່ມ. ເຮົາໂຊຢູ່ແລະຢູ່ໃນຄຸກ ແລະທ່ານທັງຫຼາຍບໍ່ມາຢາມເຮົາ.”
ພວກແບ້ພັດໄດ້ຈົ່ມວ່າ “ພະອົງເຈົ້າຂ້າ ຂ້າພະເຈົ້າທັງຫຼາຍໄດ້ເຫັນພະອົງຫິວອາຫານ ຫຼືຫິວນ້ຳ ຫຼືເປັນແຂກບ້ານ ຫຼືເປືອຍຕົວ ຫຼືໂຊຢູ່ ຫຼືຢູ່ໃນຄຸກເວລາໃດ ແລະຂ້າພະເຈົ້າທັງຫຼາຍບໍ່ໄດ້ບົວລະບັດພະອົງ”? ການຕັດສິນຢ່າງເປັນຜົນຮ້າຍຕໍ່ພວກແບ້ ແລະການຕັດສິນໃຫ້ເປັນທີ່ໂປດປານແກ່ພວກແກະນັ້ນອາໄສຫຼັກເກນດຽວກັນ. ພະເຍຊູຕອບວ່າ “ເພາະເຫດທ່ານທັງຫຼາຍບໍ່ໄດ້ກະທຳການນັ້ນສຳລັບຄົນຜູ້ໜຶ່ງໃນຫມູ່ເລັກນ້ອຍທີ່ສຸດນີ້ [ພີ່ນ້ອງຂອງເຮົາ] ທ່ານທັງຫຼາຍບໍ່ໄດ້ກະທຳສຳລັບເຮົາ.”
ດັ່ງນັ້ນ ການປະທັບຂອງພະຄລິດດ້ວຍອຳນາດກະສັດ ເຊິ່ງຈະມາກ່ອນຕອນສິ້ນສຸດຂອງລະບົບຊົ່ວນີ້ໃນຄວາມທຸກລຳບາກອັນໃຫຍ່ຫຼວງ ຈະລວມເອົາໄລຍະເວລາແຫ່ງການພິພາກສາໄປນຳ. ພວກແບ້ “ຈະເຂົ້າໄປໃນໂທດທໍລະມານອັນຕະຫຼອດໄປເປັນນິດ ແລະຄົນຊອບທຳທັງຫຼາຍ [ພວກແກະ] ຈະເຂົ້າໄປໃນຊີວິດອັນຕະຫຼອດໄປເປັນນິດ.” ມັດທາຽ 24:2-25:46; 13:40, 49; ມາລະໂກ 13:3-37; ລຶກາ 21:7-36; 19:43, 44; 17:20-30; 2 ຕີໂມເຕ 3:1-5; ໂຍຮັນ 10:16.
▪ ແມ່ນຫຍັງເຮັດໃຫ້ອັກຄະສາວົກຖາມ ແຕ່ເບິ່ງຄືຍັງມີເລື່ອງຫຍັງຄາໃຈເຂົາຢູ່?
▪ ສ່ວນໃດໃນຄຳພະຍາກອນຂອງພະເຍຊູສຳເລັດເປັນຈິງໃນປີສາກົນສັກກະຫຼາດ 70 ແຕ່ສິ່ງໃດບໍ່ໄດ້ເກີດຂຶ້ນຕອນນັ້ນ?
▪ ຄຳພະຍາກອນຂອງພະເຍຊູສຳເລັດເປັນຈິງເທື່ອທຳອິດເມື່ອໃດ ແຕ່ວ່າເມື່ອໃດຈະມີຄວາມສຳເລັດເປັນຈິງໃນຂອບເຂດທີ່ໃຫຍ່ກວ່າ?
▪ ສິ່ງໜ້າກຽດໜ້າຊັງໝາຍເຖິງຫຍັງເທື່ອທຳອິດ ແລະເທື່ອສຸດທ້າຍແມ່ນຫຍັງ?
▪ ເປັນຫຍັງຄວາມພິນາດຂອງເມືອງເຢຣຶຊາເລມບໍ່ແມ່ນການສຳເລັດເປັນຈິງຂອງຄວາມທຸກລຳບາກອັນໃຫຍ່ຫຼວງ?
▪ ສະພາບການຂອງໂລກທີ່ເປັນສັນຍະລັກເຖິງການປະທັບຂອງພະຄລິດຈະເປັນແນວໃດ?
▪ ເມື່ອໃດ “ຄົນທັງຫຼາຍທຸກກະກູນແຫ່ງແຜ່ນດິນໂລກຈະຮ້ອງຄາງ” ແຕ່ສາວົກຂອງພະຄລິດຈະເຮັດຫຍັງ?
▪ ພະເຍຊູກ່າວຄຳອຸປະມາຫຍັງເພື່ອຊ່ວຍສາວົກຮຸ່ນຫຼັງໆ ໃຫ້ເບິ່ງອອກວ່າຈຸດອະວະສານໃກ້ເຂົ້າມາແລ້ວ?
▪ ພະເຍຊູໃຫ້ຄຳຕັກເຕືອນແກ່ເຫຼົ່າສາວົກທີ່ຈະມີຊີວິດຢູ່ໃນສະໄໝສຸດທ້າຍຢ່າງໃດ?
▪ ສາວປອດສິບຄົນເປັນພາບເລັງເຖິງໃຜ?
▪ ເມື່ອໃດປະຊາຄົມຄລິດສະຕຽນໄດ້ໝັ້ນໝາຍໄວ້ເພື່ອຈະແຕ່ງດອງກັບເຈົ້າບ່າວ ແຕ່ເຈົ້າບ່າວຈະມາຮັບເອົາເຈົ້າສາວເພື່ອເຂົ້າໄປໃນງານກິນດອງເມື່ອໃດ?
▪ ນ້ຳມັນໝາຍເຖິງສິ່ງໃດ ແລະການເປັນເຈົ້າຂອງນ້ຳມັນນັ້ນເຮັດໃຫ້ສາວປອດທີ່ສະຫຼາດສາມາດເຮັດສິ່ງໃດໄດ້?
▪ ງານກິນດອງຈັດຂຶ້ນຢູ່ໃສ?
▪ ແມ່ນຫຍັງເປັນລາງວັນອັນດີເລີດທີ່ສາວປອດໂງ່ໄດ້ສູນເສຍໄປ ແລະບັ້ນປາຍຂອງເຂົາເຈົ້າເປັນຢ່າງໃດ?
▪ ຄຳອຸປະມາກ່ຽວກັບເງິນຕາລັນໃຫ້ບົດຮຽນຫຍັງ?
▪ ໃຜແມ່ນເຫຼົ່າຂ້າໃຊ້ ແລະຊັບສົມບັດທີ່ເຂົາເຈົ້າໄດ້ຮັບນັ້ນແມ່ນຫຍັງ?
▪ ນາຍຈະເຂົ້າມາຄິດບັນຊີເມື່ອໃດ ແລະລາວພົບຫຍັງ?
▪ ຂ້າໃຊ້ທີ່ສັດຊື່ເຂົ້າຮ່ວມຄວາມຍິນດີຫຍັງ ແລະເກີດຫຍັງຂຶ້ນກັບຂ້າໃຊ້ຄົນທີສາມຜູ້ຊົ່ວຮ້າຍນັ້ນ?
▪ ລະຫວ່າງໄລຍະການປະທັບຂອງພະຄລິດ ພະອົງຈະເຮັດການພິພາກສາຫຍັງ?
▪ ແກະຈະຮັບລາຊະອານາຈັກເປັນມໍລະດົກໃນຄວາມໝາຍໃດ?
▪ “ຕົ້ນເດີມສ້າງໂລກ” ເກີດຂຶ້ນໃນຕອນໃດ?
▪ ການຕັດສິນວ່າຜູ້ໃດເປັນແກະຫຼືເປັນແບ້ແມ່ນອາໄສຫຼັກເກນໃດ?