ບົດ 116
ການກຽມເຫຼົ່າອັກຄະສາວົກເພື່ອການຈາກໄປຂອງພະອົງ
ອາຫານຄາບອະນຸສອນຈົບລົງແລ້ວ ແຕ່ພະເຍຊູແລະສາວົກຂອງພະອົງຍັງຢູ່ຫ້ອງຊັ້ນເທິງ. ເຖິງວ່າພະເຍຊູຈະຕ້ອງຈາກໄປໃນອີກບໍ່ຊ້າ ພະອົງຍັງມີອີກຫຼາຍສິ່ງທີ່ຈະກ່າວ. ພະອົງປອບໃຈເຂົາເຈົ້າວ່າ “ຢ່າໃຫ້ໃຈຂອງທ່ານທັງຫຼາຍວຸ່ນວາຍໄປ ພວກທ່ານເຊື່ອໃນພະເຈົ້າ.” ພ້ອມນັ້ນພະອົງກ່າວເສີມອີກວ່າ “ຈົ່ງເຊື່ອໃນເຮົາດ້ວຍ.”
ພະເຍຊູກ່າວຕໍ່ໄປວ່າ “ໃນເຮືອນແຫ່ງພະບິດາຂອງເຮົາມີທີ່ຢູ່ຫຼາຍບ່ອນ. . . . ເຫດວ່າເຮົາໄປຈັດແຈ່ງບ່ອນສຳລັບພວກທ່ານ. . . . ເພື່ອວ່າເຮົາຢູ່ທີ່ໃດທ່ານທັງຫຼາຍຈະຢູ່ທີ່ນັ້ນດ້ວຍ. ແລະທ່ານທັງຫຼາຍຮູ້ຈັກບ່ອນໃດເຮົາໄປ ແລະທ່ານຮູ້ຈັກທາງໄປນັ້ນ.” ພວກອັກຄະສາວົກບໍ່ເຂົ້າໃຈວ່າພະເຍຊູກຳລັງກ່າວເຖິງເລື່ອງການຈາກໄປສູ່ສະຫວັນ ດັ່ງນັ້ນ ໂທມາຈຶ່ງຖາມຂຶ້ນວ່າ “ພະອົງເຈົ້າຂ້າ ພວກຂ້າພະເຈົ້າບໍ່ຮູ້ຈັກພະອົງໄປໃສແລະພວກຂ້າພະເຈົ້າອາດຮູ້ຈັກທາງໄປນັ້ນດ້ວຍຢ່າງໃດໄດ້”?
ພະເຍຊູຕອບວ່າ “ເຮົາເປັນທາງນັ້ນແລະເປັນຄວາມຈິງແລະເປັນຊີວິດ.” ແມ່ນແລ້ວ ໂດຍການຍອມຮັບພະອົງ ແລະຮຽນແບບແນວທາງຊີວິດຂອງພະເຍຊູເທົ່ານັ້ນ ຄົນໃດຄົນໜຶ່ງຈຶ່ງສາມາດເຂົ້າໃນລາຊະສຳນັກຝ່າຍສະຫວັນຂອງພະບິດາໄດ້ ຍ້ອນແນວນັ້ນພະເຍຊູໄດ້ກ່າວວ່າ “ບໍ່ມີຜູ້ໃດມາຫາພະບິດາເທົ່າເວັ້ນໄວ້ມາດ້ວຍເຮົາ.”
ຟີລິບອ້ອນວອນວ່າ “ຂໍສະແດງພະບິດາໃຫ້ຂ້ານ້ອຍທັງຫຼາຍໄດ້ເຫັນ ພວກຂ້ານ້ອຍກໍພໍໃຈແລ້ວ.” (ທ.ປ.) ເບິ່ງຄືວ່າຟີລິບຕ້ອງການໃຫ້ພະເຍຊູເຮັດໃຫ້ລາວເຫັນພະເຈົ້າ ຄືດັ່ງທີ່ໂມເຊ ເອລີ ແລະເອຊາອີເຫັນພະເຈົ້າໃນນິມິດເມື່ອສະໄໝບູຮານ ແຕ່ທີ່ຈິງແລ້ວ ພວກອັກຄະສາວົກມີບາງສິ່ງທີ່ດີກວ່ານິມິດນັ້ນອີກ ດັ່ງທີ່ພະເຍຊູກ່າວວ່າ “ຟີລິບເອີຍ ເຮົາໄດ້ຢູ່ກັບພວກທ່ານເຫິງມາເຖິງພຽງນີ້ ແຕ່ພວກທ່ານຍັງບໍ່ຮູ້ຈັກເຮົາອີກຫຼື. ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພະບິດາ.” (ທ.ປ.)
ພະເຍຊູສະທ້ອນບຸກຄະລິກລັກສະນະຂອງພະບິດາຢ່າງຄົບຖ້ວນ ຈົນການຢູ່ຮ່ວມແລະການສັງເກດວິທີການດຳລົງຊີວິດຂອງພະອົງ ຄືກັບການເຫັນພະບິດາອີ່ຫຼີ. ເຖິງຢ່າງນັ້ນກໍຕາມ ພະບິດາມີຖານະສູງກວ່າພະບຸດ ດັ່ງທີ່ພະເຍຊູຍອມຮັບວ່າ “ຄຳທັງຫຼາຍທີ່ເຮົາໄດ້ເວົ້າແກ່ທ່ານທັງຫຼາຍ ເຮົາບໍ່ໄດ້ເວົ້າດ້ວຍລຳພັງຂອງເຮົາເອງ.” ພະເຍຊູຍົກຍ້ອງແລະໃຫ້ກຽດຢ່າງເໝາະສົມແກ່ພະບິດາຝ່າຍສະຫວັນສຳລັບຄຳສອນທັງໝົດຂອງພະອົງ.
ຄົງຈະເປັນການໃຫ້ກຳລັງໃຈພຽງໃດຕໍ່ພວກອັກຄະສາວົກໃນຂະນະນີ້ທີ່ໄດ້ຍິນພະເຍຊູບອກເຂົາເຈົ້າວ່າ “ຜູ້ທີ່ເຊື່ອໃນເຮົາກໍຈະກະທຳກິດຈະການທີ່ເຮົາກະທຳນັ້ນດ້ວຍ ແລະຜູ້ນັ້ນຈະກະທຳການອັນໃຫຍ່ກວ່າການທັງຫຼາຍນີ້.” ພະເຍຊູບໍ່ໄດ້ໝາຍຄວາມວ່າສາວົກຈະສະແດງອຳນາດອັດສະຈັນຍິ່ງໃຫຍ່ກວ່າພະອົງ ແຕ່ພະອົງໝາຍຄວາມວ່າ ເຂົາເຈົ້າຈະດຳເນີນວຽກງານສັ່ງສອນຕໍ່ໄປເປັນເວລາດົນກວ່າ ກວມພື້ນທີ່ໃຫຍ່ກວ່າ ແລະໄປເຖິງປວງຊົນຈຳນວນຫຼາຍກວ່າ.
ເມື່ອພະເຍຊູຈາກໄປ ພະອົງຈະບໍ່ຖິ້ມເຫຼົ່າສາວົກເລີຍ. ພະອົງສັນຍາວ່າ “ສິ່ງໜຶ່ງສິ່ງໃດທີ່ທ່ານທັງຫຼາຍຈະຂໍໃນນາມຊື່ຂອງເຮົາ ເຮົາຈະກະທຳສິ່ງນັ້ນ.” ນອກຈາກນັ້ນ ພະອົງກ່າວວ່າ “ເຮົາຈະອ້ອນວອນພະບິດາ ແລະພະບິດາຈະປະທານຜູ້ເລົ້າໂລມ [“ຜູ້ຊ່ອຍຊູ,” ທ.ປ.] ອົງໜຶ່ງໃຫ້ແກ່ທ່ານທັງຫຼາຍ ເພື່ອພະອົງຈະຢູ່ນຳທ່ານທັງຫຼາຍສືບໆ ໄປເປັນນິດ. ເປັນພະວິນຍານແຫ່ງຄວາມຈິງ.” ຫຼັງຈາກພະອົງຂຶ້ນໄປສູ່ສະຫວັນແລ້ວ ພະເຍຊູໄດ້ເທພະວິນຍານບໍລິສຸດເຊິ່ງເປັນຜູ້ຊ່ວຍອີກຜູ້ໜຶ່ງລົງເທິງເຫຼົ່າສາວົກຂອງພະອົງ.
ການຈາກໄປຂອງພະເຍຊູໃກ້ຈະເຖິງແລ້ວ ດັ່ງທີ່ພະເຍຊູກ່າວວ່າ “ຍັງສັກເວລາໜຶ່ງແລະມະນຸດສະໂລກຈະບໍ່ເຫັນເຮົາຕໍ່ໄປ.” ພະເຍຊູຈະເປັນກາຍວິນຍານທີ່ບໍ່ມີມະນຸດຄົນໃດເຫັນພະອົງໄດ້. ແນວໃດກໍຕາມ ພະເຍຊູສັນຍາກັບສາວົກທີ່ສັດຊື່ຂອງພະອົງອີກເທື່ອໜຶ່ງວ່າ “ທ່ານທັງຫຼາຍຈະເຫັນເຮົາ ເພາະເຮົາມີຊີວິດຢູ່ ພວກທ່ານຈະມີຊີວິດດ້ວຍ.” ຖືກແລ້ວ ພະເຍຊູບໍ່ພຽງແຕ່ຈະປາກົດແກ່ເຂົາເຈົ້າໃນລັກສະນະມະນຸດຫຼັງຈາກການຄືນຈາກຕາຍເທົ່ານັ້ນ ແຕ່ເມື່ອເຖິງເວລາອັນຄວນພະອົງຈະປຸກເຂົາເຈົ້າໃຫ້ກັບຄືນສູ່ຊີວິດເພື່ອຢູ່ຮ່ວມກັບພະອົງໃນສະຫວັນຖານະເປັນກາຍວິນຍານ.
ບັດນີ້ ພະເຍຊູຖະແຫຼງກົດງ່າຍໆ ວ່າ “ຜູ້ທີ່ມີຄຳສັ່ງທັງຫຼາຍຂອງເຮົາແລະຖືຮັກສາຄຳສັ່ງນັ້ນ ເປັນຜູ້ນັ້ນທີ່ຮັກເຮົາ. ແລະຜູ້ທີ່ຮັກເຮົາ ຜູ້ນັ້ນຈະເປັນທີ່ຮັກຂອງພະບິດາຂອງເຮົາ ແລະເຮົາຈະຮັກຜູ້ນັ້ນແລະຈະໃຫ້ເພິ່ນຮູ້ຈັກເຮົາ.”
ເຖິງຕອນນີ້ ອັກຄະສາວົກຢູດາຜູ້ເຊິ່ງມີອີກຊື່ໜຶ່ງວ່າ ຕາດາ ເວົ້າແຊກຂຶ້ນວ່າ “ນາຍເຈົ້າເອີຍ ເປັນດ້ວຍເຫດໃດທ່ານຈຶ່ງສະແດງຕົວໃຫ້ປາກົດແກ່ພວກຂ້ານ້ອຍ ແຕ່ບໍ່ໃຫ້ປາກົດແກ່ໂລກ”? (ປ.ມ.)
ພະເຍຊູຕອບວ່າ “ຖ້າຜູ້ໜຶ່ງຜູ້ໃດຮັກເຮົາ ຜູ້ນັ້ນຈະຖືຮັກສາພະຄຳຂອງເຮົາ ແລະພະບິດາຂອງເຮົາຈະຮັກຜູ້ນັ້ນ . . . ຜູ້ທີ່ບໍ່ຮັກເຮົາ ກໍບໍ່ຖືຮັກສາຄຳທັງຫຼາຍຂອງເຮົາ.” ຕ່າງຈາກພວກສາວົກທີ່ເຊື່ອຟັງຂອງພະອົງ ໂລກບໍ່ເອົາຫົວຊາຕໍ່ຄຳສອນຂອງພະຄລິດ. ດັ່ງນັ້ນ ພະອົງຈຶ່ງບໍ່ເປີດເຜີຍພະອົງເອງໃຫ້ພວກເຂົາຮູ້ຈັກ.
ລະຫວ່າງງານສັ່ງສອນຂອງພະອົງເທິງແຜ່ນດິນໂລກນີ້ ພະເຍຊູສອນອັກຄະສາວົກຫຼາຍສິ່ງ. ເຂົາເຈົ້າຈະຈື່ສິ່ງທັງໝົດໄດ້ຢ່າງໃດ ໂດຍສະເພາະຢ່າງຍິ່ງ ມາຮອດຕອນນີ້ຍັງມີອີກຫຼາຍໆ ສິ່ງທີ່ເຂົາເຈົ້າບໍ່ເຂົ້າໃຈ? ໜ້າຍິນດີທີ່ພະເຍຊູສັນຍາວ່າ “ຜູ້ເລົ້າໂລມ [“ຜູ້ຊ່ອຍຊູ,” ທ.ປ.] ແມ່ນພະວິນຍານບໍລິສຸດທີ່ພະບິດາຈະໃຊ້ມາໃນນາມຊື່ຂອງເຮົາ ກໍຈະສັ່ງສອນສັບພະທຸກສິ່ງແກ່ທ່ານທັງຫຼາຍ ແລະຈະໃຫ້ທ່ານທັງຫຼາຍຈື່ສິ່ງທັງປວງທີ່ເຮົາໄດ້ກ່າວແກ່ທ່ານແລ້ວ.”
ພະເຍຊູປອບໂຍນເຂົາເຈົ້າຕື່ມວ່າ “ເຮົາໃຫ້ຄວາມສຸກສຳລານຢູ່ກັບທ່ານທັງຫຼາຍ ເຮົາປະທານຄວາມສຸກສຳລານຂອງເຮົາໃຫ້ແກ່ທ່ານທັງຫຼາຍ. . . . ຢ່າໃຫ້ໃຈຂອງທ່ານທັງຫຼາຍວຸ່ນວາຍໄປ.” ຈິງແທ້ ພະເຍຊູກຳລັງຈະຈາກໄປ ແຕ່ພະອົງຊີ້ແຈງວ່າ “ຖ້າທ່ານທັງຫຼາຍໄດ້ຮັກເຮົາ ທ່ານຈະໄດ້ຊົມຊື່ນຍິນດີເພາະເຮົາໄປຫາພະບິດາ ເຫດວ່າພະບິດາຂອງເຮົາກໍໃຫຍ່ກວ່າເຮົາ.”
ເວລາທີ່ພະເຍຊູຢູ່ນຳເຂົາເຈົ້ານັ້ນເຫຼືອໜ້ອຍ. ພະອົງກ່າວວ່າ “ເຮົາຈະປາກກັບທ່ານທັງຫຼາຍບໍ່ຫຼາຍຄວາມຕໍ່ໄປ ເຫດວ່າເຈົ້ານາຍແຫ່ງໂລກນີ້ພວມມາ ແລະເພິ່ນບໍ່ມີສິ່ງໜຶ່ງສິ່ງໃດໃນເຮົາ.” ຊາຕານພະຍາມານ ຜູ້ທີ່ສາມາດເຂົ້າສິງແລະຄອບງຳຢູດານັ້ນເປັນຜູ້ປົກຄອງໂລກ. ຢ່າງໃດກໍຕາມ ບໍ່ມີຄວາມອ່ອນແອທີ່ເກີດຈາກບາບຢູ່ໃນຕົວພະເຍຊູເຊິ່ງຊາຕານຈະໃຊ້ເພື່ອເຮັດໃຫ້ພະອົງຫັນເຫຈາກງານຮັບໃຊ້ພະເຈົ້າໄດ້.
ການມີສຳພັນທະພາບອັນສະໜິດສະໜົມ
ຫຼັງຈາກອາຫານຄາບແລງອະນຸສອນແລ້ວໆ ພະເຍຊູຫນູນກຳລັງໃຈອັກຄະສາວົກຂອງພະອົງດ້ວຍຄຳກ່າວທີ່ຈິງໃຈແລະເປັນກັນເອງ. ເວລານັ້ນອາດຈະກາຍທ່ຽງຄືນໄປແລ້ວ. ດັ່ງນັ້ນພະເຍຊູຈຶ່ງເລ່ງວ່າ “ທ່ານທັງຫຼາຍຈົ່ງລຸກຂຶ້ນ ເຮົາທັງຫຼາຍຈົ່ງໜີຈາກທີ່ນີ້ເທີ້ນ.” ຢ່າງໃດກໍດີ ກ່ອນເຂົາເຈົ້າຈະອອກໄປ ດ້ວຍຄວາມຮັກທີ່ພະອົງມີຕໍ່ເຂົາເຈົ້ານັ້ນ ພະອົງກ່າວຕໍ່ໄປ ໂດຍການຍົກເອົາອຸທາຫອນທີ່ກະຕຸ້ນໃຈເລື່ອງໜຶ່ງ.
ພະອົງເລີ່ມກ່າວວ່າ “ເຮົາເປັນເຄືອອະງຸ່ນອັນແທ້ ແລະພະບິດາຂອງເຮົາເປັນຜູ້ບົວລະບັດ [“ຜູ້ເພາະປູກ,” ລ.ມ.].” ພະເຢໂຫວາພະເຈົ້າເປັນຜູ້ເພາະປູກອົງຍິ່ງໃຫຍ່ ໄດ້ປູກອະງຸ່ນໂດຍໄນນີ້ເມື່ອພະເຈົ້າໄດ້ເຈີມພະເຍຊູດ້ວຍພະວິນຍານບໍລິສຸດຕອນທີ່ພະເຍຊູຮັບບັບເຕມາໃນລະດູໃບໄມ້ຫຼົ່ນປີສາກົນສັກກະຫຼາດ 29. ແນວໃດກໍຕາມ ພະເຍຊູຊີ້ແຈງຕໍ່ໄປວ່າ ເຄືອອະງຸ່ນບໍ່ໄດ້ເປັນພາບເລັງເຖິງພະເຍຊູເທົ່ານັ້ນ ໂດຍກ່າວວ່າ “ກິ່ງທຸກກິ່ງທີ່ບໍ່ເກີດໝາກໃນເຮົາ ພະເຈົ້າຕັດເສຍ ແລະກິ່ງທຸກກິ່ງທີ່ເກີດໝາກ ພະເຈົ້າຕອນເສຍເພື່ອໃຫ້ມັນເກີດໝາກຫຼາຍກວ່າອີກ. . . . ກິ່ງເກີດໝາກເອງບໍ່ໄດ້ເທົ່າເວັ້ນໄວ້ມັນຕິດນຳເຄືອສັນໃດ ທ່ານທັງຫຼາຍບໍ່ໄດ້ສັນນັ້ນເທົ່າເວັ້ນໄວ້ທ່ານຕັ້ງຢູ່ໃນເຮົາ. ເຮົາເປັນເຄືອອະງຸ່ນ ພວກທ່ານເປັນກິ່ງ.”
ໃນຕອນເທສະການເພນເຕກອດ 51 ມື້ຕໍ່ມາ ເຫຼົ່າອັກຄະສາວົກແລະຄົນອື່ນໆ ໄດ້ກາຍເປັນກິ່ງຂອງເຄືອອະງຸ່ນເມື່ອພະວິນຍານບໍລິສຸດຖືກເທລົງມາໃສ່ເຂົາເຈົ້າ. ໃນທີ່ສຸດ 144,000 ຄົນໄດ້ກາຍເປັນກິ່ງຂອງເຄືອອະງຸ່ນທີ່ເປັນໄນນັ້ນ. ພ້ອມກັບຕົ້ນອະງຸ່ນເຊິ່ງໝາຍເຖິງພະເຍຊູຄລິດ ຄົນເຫຼົ່ານີ້ປະກອບເປັນເຄືອອະງຸ່ນໂດຍໄນເຊິ່ງກໍ່ໃຫ້ເກີດໝາກຜົນແຫ່ງລາຊະອານາຈັກຂອງພະເຈົ້າ.
ພະເຍຊູຊີ້ແຈງເຖິງສິ່ງທີ່ຈະກໍ່ໃຫ້ເກີດໝາກຜົນວ່າ “ຜູ້ທີ່ຕັ້ງຢູ່ໃນເຮົາແລະເຮົາຕັ້ງຢູ່ໃນເພິ່ນ ຜູ້ນັ້ນເກີດໝາກຫຼາຍ ເຫດວ່ານອກຈາກເຮົາ ທ່ານທັງຫຼາຍກະທຳສິ່ງໜຶ່ງສິ່ງໃດບໍ່ໄດ້.” ຢ່າງໃດກໍຕາມ ກ່ຽວກັບຄົນທີ່ບໍ່ເກີດຜົນ ພະເຍຊູກ່າວວ່າ “ຜູ້ນັ້ນເປັນທີ່ຖິ້ມພາຍນອກເໝືອນກິ່ງແລະເພິ່ນຫ່ຽວແຫ້ງໄປ ແລະເຂົາເກັບກິ່ງນັ້ນແລະຖິ້ມເຂົາໃນໄຟແລະເຂົາໄໝ້ເສຍ.” ນອກຈາກນັ້ນ ພະເຍຊູສັນຍາວ່າ “ຖ້າທ່ານທັງຫຼາຍຕັ້ງຢູ່ໃນເຮົາ ແລະຄຳທັງຫຼາຍຂອງເຮົາຕັ້ງຢູ່ໃນທ່ານ ທ່ານທັງຫຼາຍຈະຂໍສິ່ງໃດທີ່ທ່ານຢາກໄດ້ແລະສິ່ງນັ້ນຈະບັງເກີດມາແກ່ທ່ານ.”
ພະເຍຊູບອກສາວົກຕໍ່ໄປວ່າ “ໃນການນີ້ພະບິດາຂອງເຮົາມີລັດສະໝີຄືວ່າໃຫ້ທ່ານທັງຫຼາຍເກີດໝາກຫຼາຍ ແລະທ່ານທັງຫຼາຍຈະເປັນລູກສິດຂອງເຮົາ.” ໝາກຜົນທີ່ພະເຈົ້າປະສົງຈາກກິ່ງທັງຫຼາຍແມ່ນຄຸນລັກສະນະແບບພະຄລິດທີ່ເຂົາເຈົ້າສະແດງອອກມາ ໂດຍສະເພາະແມ່ນຄວາມຮັກ. ນອກຈາກນັ້ນ ເນື່ອງຈາກພະຄລິດເປັນຜູ້ປະກາດກ່ຽວກັບລາຊະອານາຈັກຂອງພະເຈົ້າ ຜົນທີ່ພະອົງປະສົງຈຶ່ງລວມເອົາວຽກງານເຮັດໃຫ້ຄົນອື່ນເຂົ້າມາເປັນສາວົກຄືດັ່ງທີ່ພະອົງເຮັດຢູ່.
ບັດນີ້ ພະເຍຊູແນະນຳວ່າ “ພວກທ່ານຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ.” ເຫຼົ່າອັກຄະສາວົກຈະເຮັດເຊັ່ນນັ້ນໄດ້ຢ່າງໃດ? ພະອົງກ່າວວ່າ “ຖ້າທ່ານທັງຫຼາຍຖືຮັກສາຄຳສັ່ງທັງຫຼາຍຂອງເຮົາ ທ່ານຈະຕັ້ງຢູ່ໃນຄວາມຮັກຂອງເຮົາ.” ພະເຍຊູຊີ້ແຈງຕໍ່ໄປອີກວ່າ “ອັນນີ້ເປັນຄຳສັ່ງຂອງເຮົາ ໃຫ້ພວກທ່ານຮັກກັນແລະກັນເໝືອນດັ່ງເຮົາໄດ້ຮັກທ່ານທັງຫຼາຍ. ບໍ່ມີຜູ້ໃດມີຄວາມຮັກອັນໃຫຍ່ກວ່ານີ້ ຄືວ່າໄດ້ປົງຊີວິດແຫ່ງຕົນຕາງສ່ຽວທັງຫຼາຍແຫ່ງຕົນ.”
ໃນບໍ່ທໍ່ໃດຊົ່ວໂມງ ພະເຍຊູຈະພິສູດຄວາມຮັກອັນເລີດລ້ຳນີ້ໂດຍການສະລະຊີວິດພະອົງເອງແທນເຫຼົ່າອັກຄະສາວົກແລະຄົນອື່ນໆ ທີ່ສະແດງຄວາມເຊື່ອໃນພະອົງ. ຕົວຢ່າງຂອງພະອົງຄວນຈະກະຕຸ້ນເຫຼົ່າສາວົກໃຫ້ມີຄວາມຮັກແບບເສຍສະລະຕົວເອງຢ່າງດຽວກັນນີ້ຕໍ່ກັນແລະກັນ. ຄວາມຮັກເຊັ່ນນີ້ຈະພິສູດຕົວເຂົາເຈົ້າ ດັ່ງທີ່ພະເຍຊູຖະແຫຼງກ່ອນໜ້ານັ້ນວ່າ “ຄົນທັງປວງຈະຮູ້ຈັກວ່າ ທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.”
ໃນການລະບຸຕົວສະຫາຍຂອງພະອົງ ພະເຍຊູກ່າວວ່າ “ຖ້າທ່ານທັງຫຼາຍກະທຳສັບພະທຸກສິ່ງທີ່ເຮົາສັ່ງແກ່ທ່ານໆ ເປັນສ່ຽວຂອງເຮົາ. ເຮົາບໍ່ເອີ້ນທ່ານທັງຫຼາຍວ່າຂ້າໃຊ້ຕໍ່ໄປ ເຫດວ່າຂ້າໃຊ້ບໍ່ຮູ້ຈັກການທີ່ເຈົ້ານາຍແຫ່ງຕົນກະທຳ ແຕ່ວ່າເຮົາໄດ້ເອີ້ນທ່ານທັງຫຼາຍວ່າສ່ຽວ ເພາະວ່າເຮົາໄດ້ໂຜດໃຫ້ພວກທ່ານຮູ້ຈັກສັບພະທຸກສິ່ງທີ່ເຮົາໄດ້ຍິນແຕ່ພະບິດາຂອງເຮົາ.”
ນັ້ນເປັນສຳພັນທະພາບອັນລ້ຳຄ່າແທ້ໆ—ຄືເປັນມິດສະໜິດຂອງພະເຍຊູ! ແຕ່ເພື່ອຈະມີສຳພັນທະພາບເຊັ່ນນີ້ຕໍ່ໄປ ສາວົກຂອງພະອົງຕ້ອງ “ເກີດໝາກ.” ຫາກເຂົາເຮັດເຊັ່ນນັ້ນ ພະເຍຊູກ່າວວ່າ “ສັບພະທຸກສິ່ງທີ່ທ່ານທັງຫຼາຍຈະຂໍນຳພະບິດາໃນນາມຊື່ຂອງເຮົາ ພະບິດາຈະໃຫ້ແກ່ທ່ານທັງຫຼາຍ.” ແນ່ນອນ ນັ້ນເປັນບຳເໜັດທີ່ລ້ຳຄ່າຂອງການເກີດຜົນແຫ່ງລາຊະອານາຈັກ! ຫຼັງຈາກເຕືອນອັກຄະສາວົກໃຫ້ “ຮັກກັນແລະກັນ” ພະເຍຊູຊີ້ແຈງວ່າໂລກຈະກຽດຊັງເຂົາເຈົ້າ, ແຕ່ພະອົງປອບໃຈວ່າ “ຖ້າມະນຸດສະໂລກກຽດຊັງພວກທ່ານ ຈົ່ງຮູ້ຈັກວ່າເຂົາໄດ້ກຽດຊັງເຮົາກ່ອນໄດ້ກຽດຊັງພວກທ່ານ.” ຕໍ່ຈາກນັ້ນ ພະເຍຊູໄດ້ເປີດເຜີຍສາເຫດທີ່ໂລກກຽດຊັງສາວົກຂອງພະອົງ ໂດຍກ່າວວ່າ “ເພາະທ່ານບໍ່ຢູ່ຝ່າຍ [“ບໍ່ເປັນສ່ວນຂອງ,” ລ.ມ.] ມະນຸດສະໂລກ ແຕ່ວ່າເຮົາໄດ້ເລືອກເອົາທ່ານທັງຫຼາຍຈາກມະນຸດສະໂລກ ເພາະເຫດນັ້ນ ມະນຸດສະໂລກກຽດຊັງພວກທ່ານ.”
ເພື່ອອະທິບາຍເພີ່ມເຖິງເຫດຜົນທີ່ໂລກກຽດຊັງເຂົາເຈົ້າ ພະເຍຊູກ່າວຕໍ່ໄປວ່າ “ເຂົາຈະກະທຳສິ່ງທັງປວງນີ້ແກ່ທ່ານທັງຫຼາຍເພາະເຫັນແກ່ນາມຊື່ຂອງເຮົາ ເພາະວ່າເຂົາບໍ່ຮູ້ຈັກ [ພະເຢໂຫວາ] ພະເຈົ້າທີ່ໄດ້ໃຊ້ເຮົາມາ.” ແທ້ຈິງແລ້ວ ການອັດສະຈັນຕ່າງໆ ຂອງພະເຍຊູພິສູດວ່າ ຄົນເຫຼົ່ານັ້ນທີ່ກຽດຊັງພະອົງມີຄວາມຜິດ ດັ່ງທີ່ພະອົງຊີ້ແຈງວ່າ “ຖ້າເຮົາບໍ່ໄດ້ກະທຳກິດຈະການໃນທ່າມກາງເຂົາ ເປັນກິດຈະການທີ່ບໍ່ມີຜູ້ໃດໄດ້ກະທຳສັກເທື່ອ ເຂົາຈະໄດ້ບໍ່ມີບາບ ແຕ່ວ່າດຽວນີ້ເຂົາໄດ້ເຫັນແລະໄດ້ກຽດຊັງເຮົາກໍດີ ພະບິດາຂອງເຮົາກໍດີ.” ດ້ວຍເຫດນີ້ ພະເຍຊູຊີ້ບອກວ່າຂໍ້ຄຳພີສຳເລັດເປັນຈິງທີ່ວ່າ “ເຂົາໄດ້ກຽດຊັງເຮົາປາສະຈາກເຫດ.”
ດັ່ງທີ່ໄດ້ເຮັດກ່ອນໜ້ານັ້ນ ພະເຍຊູປອບໃຈເຂົາເຈົ້າຕື່ມອີກໂດຍສັນຍາວ່າຈະສົ່ງຜູ້ຊ່ວຍຄື ພະວິນຍານບໍລິສຸດ ເຊິ່ງເປັນພະລັງປະຕິບັດການທີ່ມີອານຸພາບຂອງພະເຈົ້າ. “ພະອົງນັ້ນຈະເປັນພິຍານຝ່າຍເຮົາ ແລະພວກທ່ານຈະເປັນພິຍານດ້ວຍ.”
ຄຳຕັກເຕືອນເພີ່ມຕື່ມກ່ອນແຍກຈາກກັນ
ພະເຍຊູແລະບັນດາອັກຄະສາວົກກຽມພ້ອມຈະອອກຈາກຫ້ອງຊັ້ນເທິງ. ພະອົງກ່າວຕໍ່ໄປວ່າ “ຄຳທັງຫຼາຍນີ້ ເຮົາໄດ້ກ່າວແກ່ທ່ານທັງຫຼາຍ ເພື່ອທ່ານຈະບໍ່ຊູນສະດຸດໃຈ.” ແລ້ວພະອົງໃຫ້ຄຳເຕືອນທີ່ສຳຄັນວ່າ “ເຂົາຈະຂັບໄລ່ທ່ານທັງຫຼາຍຈາກໂຮງທຳທັງຫຼາຍ. ແມ່ນອີ່ຫຼີ ຍາມມາເວລາຄົນທຸກຄົນທີ່ຈະຂ້າທ່ານທັງຫຼາຍກໍຈະຄຶດວ່າເພິ່ນກະທຳການຖວາຍແກ່ພະເຈົ້າ.”
ເບິ່ງຄືວ່າຄຳເຕືອນນີ້ເຮັດໃຫ້ອັກຄະສາວົກທຸກໃຈຢ່າງໜັກ. ເຖິງວ່າພະເຍຊູໄດ້ບອກໄວ້ກ່ອນນັ້ນແລ້ວວ່າໂລກຈະກຽດຊັງເຂົາເຈົ້າກໍຕາມ ພະອົງບໍ່ໄດ້ເປີດເຜີຍກົງໆ ວ່າເຂົາເຈົ້າຈະຖືກຂ້າ. ພະອົງອະທິບາຍວ່າ “ຄຳທັງຫຼາຍນີ້ເຮົາໄດ້ກ່າວແກ່ພວກທ່ານ ບໍ່ໃຊ່ແຕ່ເດີມ ເຫດວ່າເຮົາໄດ້ຢູ່ກັບພວກທ່ານ.” ເຖິງຢ່າງນັ້ນກໍຕາມ ດີສ່ຳໃດທີ່ໄດ້ໃຫ້ເຂົາເຈົ້າຮູ້ເລື່ອງນີ້ລ່ວງໜ້າກ່ອນພະອົງຈະຈາກໄປ!
ພະເຍຊູກ່າວຕໍ່ໄປວ່າ “ແຕ່ວ່າດຽວນີ້ເຮົາໄປຫາພະເຈົ້າທີ່ໄດ້ໃຊ້ເຮົາມາ ແລະບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ ພະອົງໄປໃສ”? ຕອນຫົວຄ່ຳ ເຂົາເຈົ້າຖາມເຖິງເລື່ອງທີ່ວ່າພະອົງຈະໄປໃສ ແຕ່ຕອນນີ້ສິ່ງທີ່ພະອົງບອກໄວ້ນັ້ນເຮັດໃຫ້ເຂົາເຈົ້າຫວັ່ນໄຫວຈົນເຂົາບໍ່ຖາມເຖິງເລື່ອງນີ້ອີກ. ດັ່ງທີ່ພະເຍຊູກ່າວວ່າ “ໃຈຂອງທ່ານທັງຫຼາຍເຕັມໄປດ້ວຍຄວາມທຸກ ເພາະເຫດເຮົາໄດ້ກ່າວຄຳທັງຫຼາຍນີ້ແກ່ພວກທ່ານ.” ພວກອັກຄະສາວົກເປັນທຸກບໍ່ແມ່ນເພາະຮູ້ວ່າຈະປະສົບການຂົ່ມເຫງທີ່ໜ້າສະຫຍົດສະຫຍອງ ແລະຖືກປະຫານເທົ່ານັ້ນ ແຕ່ເພາະນາຍຂອງເຂົາເຈົ້າກຳລັງຈະຈາກໄປ.
ດັ່ງນັ້ນ ພະເຍຊູຊີ້ແຈງວ່າ “ການທີ່ເຮົາຈາກໄປກໍເປັນປະໂຫຍດແກ່ພວກທ່ານ. ເພາະຖ້າເຮົາບໍ່ຈາກໄປ ພະຜູ້ຊ່ອຍຊູກໍຈະບໍ່ມາຫາພວກທ່ານ. ແຕ່ຖ້າເຮົາຈາກໄປແລ້ວ ເຮົາຈະໃຊ້ພະອົງມາຫາພວກທ່ານ.” (ທ.ປ.) ໃນຖານະທີ່ເປັນມະນຸດ ພະເຍຊູບໍ່ສາມາດຢູ່ຫຼາຍສະຖານທີ່ໃນເວລາດຽວກັນໄດ້ ແຕ່ເມື່ອພະອົງຢູ່ໃນສະຫວັນ ພະອົງສາມາດສົ່ງຜູ້ຊ່ວຍຄືພະວິນຍານຂອງພະເຈົ້າມາໃຫ້ສາວົກຂອງພະອົງບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍຕາມເທິງແຜ່ນດິນໂລກ. ດັ່ງນັ້ນ ການຈາກໄປຂອງພະເຍຊູຈະເປັນຜົນດີ.
ພະເຍຊູກ່າວວ່າ ພະວິນຍານບໍລິສຸດ “ຈະໃຫ້ມະນຸດສະໂລກຍອມເຫັນບາບແລະຄວາມຊອບທຳແລະການຕັດສິນ.” ຄວາມຜິດບາບຂອງໂລກກໍຄືຄວາມລົ້ມແຫຼວໃນການສະແດງຄວາມເຊື່ອຕໍ່ພະບຸດຂອງພະເຈົ້າແມ່ນຈະຖືກເປີດເຜີຍ. ນອກຈາກນັ້ນ ການທີ່ພະເຍຊູຂຶ້ນໄປຫາພະບິດາໃນສະຫວັນສະແດງໃຫ້ເຫັນຫຼັກຖານທີ່ເຊື່ອຖືໄດ້ກ່ຽວກັບຄວາມຊອບທຳຂອງພະອົງ. ການທີ່ຊາຕານແລະໂລກຊົ່ວຮ້າຍຂອງມັນບໍ່ສາມາດທຳລາຍຄວາມຈົງຮັກພັກດີຂອງພະເຍຊູນັ້ນ ກໍເປັນພິຍານຫຼັກຖານວ່າຜູ້ຄອງໂລກຖືກຕັດສິນລົງໂທດແລ້ວ.
ພະເຍຊູກ່າວຕໍ່ໄປວ່າ “ເຮົາຍັງມີຄວາມເວົ້າແກ່ພວກທ່ານຫຼາຍປະການ ແຕ່ວ່າທ່ານທົນຄວາມນັ້ນບໍ່ໄດ້ດຽວນີ້.” ເພາະສະນັ້ນ ພະເຍຊູສັນຍາວ່າເມື່ອພະອົງເທພະວິນຍານບໍລິສຸດ ເຊິ່ງໝາຍເຖິງພະລັງປະຕິບັດການຂອງພະເຈົ້າລົງມາແລ້ວ ພະວິນຍານຈະເຮັດໃຫ້ເຂົາເຈົ້າເຂົ້າໃຈສິ່ງຕ່າງໆ ເຫຼົ່ານັ້ນຕາມຄວາມສາມາດຂອງເຂົາເຈົ້າເອງ.
ພວກອັກຄະສາວົກບໍ່ເຂົ້າໃຈວ່າພະເຍຊູຈະເສຍຊີວິດແລ້ວຈະປາກົດແກ່ເຂົາເຈົ້າຫຼັງຈາກຟື້ນຄືນຈາກຕາຍ. ດັ່ງນັ້ນເຂົາເຈົ້າເວົ້າກັນວ່າ “ເປັນສິ່ງໃດທີ່ພະອົງກ່າວແກ່ພວກເຮົາວ່າ ເວລາສັກໜ້ອຍແລະທ່ານທັງຫຼາຍຈະບໍ່ເຫັນເຮົາ ແລະຍັງເວລາສັກໜ້ອຍແລະທ່ານຈະເຫັນເຮົາ ແລະເພາະວ່າເຮົາໄປຫາພະບິດາ”?
ພະເຍຊູເຂົ້າໃຈວ່າເຂົາເຈົ້າຕ້ອງການຖາມພະອົງ ດັ່ງນັ້ນພະອົງຈຶ່ງຊີ້ແຈງວ່າ “ຈິງແທ້ໆ ເຮົາກ່າວແກ່ພວກທ່ານວ່າ ທ່ານຈະຮ້ອງໄຫ້ແລະຈະຄາງ ແລະມະນຸດສະໂລກຈະຊົມຊື່ນຍິນດີ ແລະຝ່າຍພວກທ່ານໆ ຈະມີຄວາມທຸກໃຈ ແຕ່ວ່າຄວາມທຸກໃຈຂອງທ່ານຈະປ່ຽນເປັນຄວາມຍິນດີ.” ຫຼັງຈາກນັ້ນໃນຕອນບ່າຍຂອງມື້ນັ້ນເມື່ອພະເຍຊູຖືກປະຫານ ພວກຫົວໜ້າສາສະໜາຝ່າຍໂລກຊື່ນຊົມຍິນດີ ແຕ່ເຫຼົ່າສາວົກໂສກເສົ້າເສຍໃຈ. ຢ່າງໃດກໍດີ ຄວາມໂສກເສົ້າໄດ້ປ່ຽນເປັນຄວາມຍິນດີ ເມື່ອພະເຍຊູຖືກປຸກໃຫ້ຄືນຈາກຕາຍ! ເຂົາເຈົ້າມີຄວາມຍິນດີຕໍ່ໄປເມື່ອພະອົງມອບອຳນາດໃຫ້ເຂົາເຈົ້າເພື່ອເປັນພິຍານຂອງພະອົງ ໂດຍການເທພະວິນຍານບໍລິສຸດຂອງພະເຈົ້າລົງໃສ່ເຂົາເຈົ້າເມື່ອຄາວເທສະການເພນເຕກອດ!
ໃນການປຽບທຽບສະພາບຂອງອັກຄະສາວົກກັບຜູ້ຍິງທີ່ເຈັບທ້ອງຈະອອກລູກ ພະເຍຊູກ່າວວ່າ “ຜູ້ຍິງທີ່ເກີດລູກກໍມີຄວາມທຸກ ເພາະວ່າຍາມຂອງເພິ່ນມາແລ້ວ.” ເມື່ອລູກເກີດມາແລ້ວ ພະເຍຊູກ່າວວ່າ ເພິ່ນບໍ່ຄິດເຖິງຄວາມທຸກນັ້ນອີກຕໍ່ໄປ ແລະພະອົງຊູກຳລັງໃຈອັກຄະສາວົກຂອງພະອົງອີກວ່າ “ເຫດສັນນີ້ທ່ານທັງຫຼາຍມີຄວາມທຸກໃຈດຽວນີ້ ແຕ່ວ່າເຮົາຈະເຫັນທ່ານທັງຫຼາຍອີກ [ເມື່ອເຮົາຖືກປຸກຈາກຕາຍ] ແລະໃຈຂອງທ່ານຈະຊົມຊື່ນຍິນດີ ແລະບໍ່ມີຜູ້ໃດຈະເອົາຄວາມຍິນດີຂອງທ່ານທັງຫຼາຍໄປເສຍ.”
ຈົນກະທັ່ງເວລານີ້ ພວກອັກຄະສາວົກບໍ່ເຄີຍຂໍໃນນາມຂອງພະເຍຊູເລີຍ ແຕ່ຕອນນີ້ພະອົງກ່າວວ່າ “ສັບພະທຸກສິ່ງທີ່ທ່ານທັງຫຼາຍຈະຂໍນຳພະບິດາໃນນາມຊື່ຂອງເຮົາ ພະເຈົ້າຈະປະທານໃຫ້ແກ່ທ່ານທັງຫຼາຍ. . . . ເພາະວ່າພະບິດາເອງຮັກທ່ານທັງຫຼາຍ ເຫດວ່າທ່ານໄດ້ຮັກເຮົາ ແລະໄດ້ເຊື່ອວ່າເຮົາໄດ້ອອກມາແຕ່ພະເຈົ້າ. ເຮົາໄດ້ອອກມາແຕ່ພະບິດາແລະເຮົາໄດ້ມາໃນໂລກ ແລະເຮົາລາໂລກອີກແລະໄປຫາພະບິດາ.”
ຖ້ອຍຄຳຂອງພະເຍຊູໃຫ້ກຳລັງໃຈຫຼາຍແກ່ເຫຼົ່າອັກຄະສາວົກ. ເຂົາເຈົ້າກ່າວວ່າ “ເພາະເຫດນັ້ນພວກຂ້າພະເຈົ້າເຊື່ອວ່າ ພະອົງໄດ້ມາແຕ່ພະເຈົ້າ.” ພະເຍຊູຖາມວ່າ “ທ່ານທັງຫຼາຍເຊື່ອດຽວນີ້ຫຼື. ເບິ່ງເທີ້ນ ຍາມມາແລະໄດ້ມາແລ້ວ. ທ່ານທັງຫຼາຍຈະພັດພາກຈາກກັນທຸກຄົນໃນທີ່ອາໄສແຫ່ງຕົນ ແລະທ່ານທັງຫຼາຍຈະປະເຮົາຢູ່ຜູ້ດຽວ.” ເຖິງວ່າເລື່ອງນີ້ເປັນຕາເຫຼືອເຊື່ອ ເຫດການນີ້ໄດ້ເກີດຂຶ້ນກ່ອນຄືນນັ້ນສິ້ນສຸດລົງ!
ໃນຕອນທ້າຍພະເຍຊູກ່າວວ່າ “ເຮົາໄດ້ບອກເລື່ອງນີ້ແກ່ພວກທ່ານເພື່ອວ່າພວກທ່ານຈະມີສັນຕິສຸກໂດຍຮ່ວມເຂົ້າກັບເຮົາ. ໂລກຈະເຮັດໃຫ້ພວກທ່ານທົນທຸກທໍລະມານ. ແຕ່ຈົ່ງມີໃຈກ້າເຖີດ! ເຮົາໄດ້ຊະນະໂລກແລ້ວ!” (ທ.ປ.) ພະເຍຊູໄດ້ຊະນະໂລກໂດຍການເຮັດໃຫ້ຈຸດປະສົງຂອງພະເຈົ້າສຳເລັດດ້ວຍຄວາມສັດຊື່ ເຖິງແມ່ນວ່າຊາຕານແລະໂລກຂອງມັນໄດ້ເຮັດຫຼາຍສິ່ງຫຼາຍຢ່າງເພື່ອພະຍາຍາມທຳລາຍຄວາມສັດຊື່ພັກດີຂອງພະເຍຊູ.
ຄຳອະທິດຖານລົງທ້າຍໃນຫ້ອງຊັ້ນເທິງ
ດ້ວຍການກະຕຸ້ນຈາກຄວາມຮັກອັນເລິກເຊິ່ງຕໍ່ອັກຄະສາວົກຂອງພະອົງ ພະເຍຊູຈຶ່ງໄດ້ກຽມເຂົາເຈົ້າໄວ້ສຳລັບການຈາກໄປຂອງພະອົງເຊິ່ງໃກ້ຈະເຖິງແລ້ວ. ຕອນນີ້ຫຼັງຈາກການຕັກເຕືອນແລະປອບໂຍນເຂົາເຈົ້າຢ່າງຍືດຍາວແລ້ວ ພະອົງຈຶ່ງແຫງນໜ້າຂຶ້ນສູ່ສະຫວັນແລ້ວອ້ອນວອນຕໍ່ພະບິດາວ່າ “ໃຫ້ພະບຸດຂອງພະອົງມີລັດສະໝີ ເພື່ອພະບຸດຂອງພະອົງຈະໃຫ້ພະອົງມີລັດສະໝີ. ເໝືອນດັ່ງພະເຈົ້າໄດ້ປະທານອຳນາດເທິງເນື້ອໜັງທັງປວງໃຫ້ແກ່ພະບຸດ ເພື່ອພະບຸດຈະໄດ້ປະທານຊີວິດອັນຕະຫຼອດໄປເປັນນິດໃຫ້ແກ່ຄົນທັງປວງທີ່ພະບິດາໄດ້ປະທານໃຫ້ແກ່ພະບຸດ.”
ເປັນການກະຕຸ້ນໃຈແທ້ໆ ທີ່ພະເຍຊູເລີ່ມຍົກຫົວເລື່ອງກ່ຽວກັບຊີວິດຕະຫຼອດໄປຂຶ້ນມາ! ເນື່ອງຈາກໄດ້ຮັບ “ອຳນາດເທິງເນື້ອໜັງທັງປວງ” ພະເຍຊູສາມາດຖ່າຍທອດຜົນປະໂຫຍດຈາກເຄື່ອງບູຊາໄຖ່ແກ່ມະນຸດທັງໝົດທີ່ກຳລັງຈະຕາຍນັ້ນໄດ້. ແມ່ນແລ້ວ ພະອົງຈະປະທານ “ຊີວິດອັນຕະຫຼອດໄປເປັນນິດ” ໃຫ້ແກ່ຜູ້ທີ່ພະບິດາພໍໃຈເທົ່ານັ້ນ. ໃນການຂະຫຍາຍຫົວເລື່ອງຊີວິດຕະຫຼອດໄປ ພະເຍຊູອະທິດຖານຕໍ່ໄປວ່າ:
“ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າ ໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.” ຖືກແລ້ວ ຄວາມລອດຂຶ້ນຢູ່ກັບການຮັບເອົາຄວາມຮູ້ກ່ຽວກັບພະເຈົ້າແລະພະບຸດຂອງພະອົງ. ເຖິງຢ່າງໃດກໍຕາມ ຈຳເປັນຕ້ອງມີຫຼາຍກວ່າຄວາມຮູ້ໃນສະໝອງທໍ່ນັ້ນ.
ຄົນເຮົາຕ້ອງມາຮູ້ຈັກພະເຈົ້າແລະພະບຸດຢ່າງສະໜິດສະໜົມ ໂດຍການພັດທະນາມິດຕະພາບຢ່າງມີຄວາມເຂົ້າໃຈຕໍ່ທັງສອງພະອົງ. ຄົນເຮົາຕ້ອງຮູ້ສຶກ ແລະເບິ່ງສິ່ງຕ່າງໆ ເຊັ່ນດຽວກັບທັງສອງພະອົງເບິ່ງ. ຍິ່ງກວ່າສິ່ງອື່ນທັງໝົດ ຄົນເຮົາຕ້ອງພະຍາຍາມຮຽນແບບຄຸນລັກສະນະອັນບໍ່ມີທີ່ທຽບໄດ້ຂອງທັງສອງພະອົງໃນການປະຕິບັດຕໍ່ຄົນອື່ນ.
ພະເຍຊູອະທິດຖານຕໍ່ໄປວ່າ “ຂ້າພະເຈົ້າໄດ້ໃຫ້ພະເຈົ້າມີລັດສະໝີເທິງແຜ່ນດິນໂລກ ການທີ່ພະເຈົ້າໄດ້ໃຫ້ຂ້າພະເຈົ້າກະທຳນັ້ນ ຂ້າພະເຈົ້າໄດ້ກະທຳເສັດແລ້ວ.” ເນື່ອງຈາກໄດ້ປະຕິບັດໜ້າທີ່ມອບໝາຍໃຫ້ບັນລຸຜົນສຳເລັດເຖິງຂັ້ນນີ້ ແລະພະອົງໝັ້ນໃຈໃນເລື່ອງຜົນສຳເລັດທີ່ຈະມີໃນພາຍໜ້າ ພະອົງຈຶ່ງອ້ອນວອນວ່າ “ພະບິດາເຈົ້າຂ້າ ຂໍໃຫ້ຂ້າພະເຈົ້າມີລັດສະໝີນຳພະເຈົ້າເອງ ແຕ່ລັດສະໝີທີ່ຂ້າພະເຈົ້າມີຢູ່ແລ້ວກ່ອນໂລກໄດ້ເປັນຢູ່.” ຖືກແລ້ວ ຕອນນີ້ພະອົງຂໍເພື່ອຈະໄດ້ກັບຄືນສູ່ສະຫງ່າລາສີໃນສະຫວັນດັ່ງທີ່ພະອົງເຄີຍມີມາກ່ອນນັ້ນ ໂດຍທາງການຄືນມາຈາກຕາຍ.
ໃນການສະຫລຸບວຽກງານສຳຄັນຂອງພະອົງເທິງແຜ່ນດິນໂລກ ພະເຍຊູກ່າວວ່າ “ຂ້າພະເຈົ້າໄດ້ກະທຳໃຫ້ນາມຊື່ຂອງພະເຈົ້າເປັນທີ່ຮູ້ຈັກແກ່ຄົນທັງຫຼາຍທີ່ພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າຈາກໂລກ. ເຂົາເປັນຂອງພະເຈົ້າ ແລະພະເຈົ້າໄດ້ປະທານເຂົາໃຫ້ແກ່ຂ້າພະເຈົ້າ ແລະເຂົາໄດ້ຖືຮັກສາພະຄຳຂອງພະເຈົ້າ.” ພະເຍຊູໃຊ້ນາມຊື່ຂອງພະເຈົ້າພະເຢໂຫວາໃນງານຮັບໃຊ້ແລະສະແດງການອອກສຽງທີ່ຖືກຕ້ອງຂອງນາມຊື່ນັ້ນ ແຕ່ພະອົງເຮັດຫຼາຍກວ່າການສະແດງນາມຊື່ຂອງພະເຈົ້າແກ່ອັກຄະສາວົກຂອງພະອົງ. ພະອົງໄດ້ເພີ່ມພູນຄວາມຮູ້ແລະຄວາມຮູ້ຄຸນຄ່າຕໍ່ພະເຢໂຫວາ ບຸກຄະລິກລັກສະນະແລະຈຸດປະສົງຂອງພະອົງນຳອີກ.
ໂດຍການຍົກຍ້ອງພະເຢໂຫວາຖານະຜູ້ທີ່ສູງສົ່ງກວ່າພະອົງ ຜູ້ທີ່ພະອົງຮັບໃຊ້ຢູ່ ພະເຍຊູຍອມຮັບດ້ວຍຄວາມຖ່ອມໃຈວ່າ “ເຫດວ່າຄຳທັງຫຼາຍທີ່ພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າໆ ໄດ້ປະທານໃຫ້ແກ່ເຂົາ ແລະເຂົາໄດ້ຮັບເອົາຄຳນັ້ນ ແລະເຂົາໄດ້ຮູ້ຈັກເປັນອັນແທ້ວ່າຂ້າພະເຈົ້າໄດ້ອອກມາແຕ່ພະເຈົ້າ ແລະເຂົາໄດ້ເຊື່ອວ່າພະເຈົ້າໄດ້ໃຊ້ຂ້າພະເຈົ້າມາ.”
ໃນການສະແດງໃຫ້ເຫັນຄວາມແຕກຕ່າງລະຫວ່າງເຫຼົ່າສາວົກແລະມະນຸດຊາດຄົນອື່ນໆ ພະເຍຊູອະທິດຖານຕໍ່ໄປວ່າ “ຂ້າພະເຈົ້າຂໍສຳລັບເຂົາ ຂ້າພະເຈົ້າບໍ່ຂໍສຳລັບໂລກ ແຕ່ວ່າສຳລັບຄົນທັງຫຼາຍທີ່ພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ . . . ເວລາຂ້າພະເຈົ້າຢູ່ນຳເຂົາ ຂ້າພະເຈົ້າໄດ້ຮັກສາເຂົາ . . . ຂ້າພະເຈົ້າໄດ້ຮັກສາຄົນທັງຫຼາຍທີ່ພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າແລ້ວ ແລະໃນພວກເຂົາບໍ່ມີຜູ້ໃດໄດ້ສູນເສຍໄປ ເທົ່າເວັ້ນໄວ້ແຕ່ລູກແຫ່ງຄວາມຈິບຫາຍ” ນັ້ນໝາຍເຖິງຢູດາອີດສະກາລີໂອດ. ຕອນນີ້ແຫຼະ ຢູດາກຳລັງດຳເນີນແຜນການຮ້າຍກາດຂອງຕົນເພື່ອຈະທໍລະຍົດຕໍ່ພະເຍຊູ. ດ້ວຍເຫດນີ້ ຢູດາເຮັດໃຫ້ພະຄຳພີສຳເລັດເປັນຈິງໂດຍບໍ່ຕັ້ງໃຈ.
ພະເຍຊູອະທິດຖານຕໍ່ໄປວ່າ “ມະນຸດສະໂລກໄດ້ກຽດຊັງເຂົາ . . . ຂ້າພະເຈົ້າບໍ່ຂໍໃຫ້ພະເຈົ້າເອົາເຂົາອອກຈາກໂລກ ແຕ່ວ່າໃຫ້ພະເຈົ້າຮັກສາເຂົາຈາກການຊົ່ວຮ້າຍ. ເຂົາບໍ່ເປັນຝ່າຍໂລກ [“ບໍ່ເປັນສ່ວນຂອງໂລກ,” ລ.ມ.] ເໝືອນດັ່ງຂ້າພະເຈົ້າບໍ່ເປັນຝ່າຍໂລກ.” ສາວົກຂອງພະເຍຊູຢູ່ໃນໂລກນີ້ ຢູ່ໃນສັງຄົມມະນຸດທີ່ຖືກຈັດຕັ້ງຂຶ້ນເຊິ່ງຊາຕານເປັນຜູ້ປົກຄອງ ແຕ່ເຂົາເຈົ້າຕ້ອງແຍກຕົວຢູ່ຕ່າງຫາກຈາກໂລກແລະຄວາມຊົ່ວຂອງໂລກຢູ່ສະເໝີ.
ພະເຍຊູກ່າວຕໍ່ວ່າ “ຂໍໂຜດຊຳລະເຂົາໃຫ້ບໍລິສຸດດ້ວຍຄວາມຈິງ ພະທຳຂອງພະອົງນັ້ນເປັນຄວາມຈິງ.” (ປ.ມ.) ໃນນີ້ພະເຍຊູເອີ້ນພະຄຳພີພາກພາສາເຫບເລີທີ່ໄດ້ຮັບການດົນບັນດານເຊິ່ງພະອົງໄດ້ຍົກຂຶ້ນມາອ້າງອີງຢູ່ເລື່ອຍໆ ວ່າ “ຄວາມຈິງ.” ເຖິງແນວນັ້ນ ສິ່ງທີ່ພະອົງໄດ້ສອນສາວົກແລະສິ່ງທີ່ເຂົາເຈົ້າໄດ້ຂຽນໃນພາຍຫຼັງໂດຍການດົນບັນດານຖານະເປັນພະຄຳພີຄລິດສະຕຽນພາກພາສາກຣີກນັ້ນກໍເປັນ “ຄວາມຈິງ” ເຊັ່ນກັນ. ຄວາມຈິງນີ້ສາມາດເຮັດໃຫ້ຄົນເຮົາບໍລິສຸດ ເຮັດໃຫ້ຄົນເຮົາປ່ຽນແປງທຸກແງ່ມຸມຂອງວິຖີຊີວິດ ແລະແຍກຄົນເຮົາໃຫ້ຢູ່ຕ່າງຫາກຈາກໂລກໄດ້.
ບັດນີ້ພະເຍຊູອະທິດຖານວ່າ “ຂ້ານ້ອຍບໍ່ໄດ້ອ້ອນວອນເພື່ອຄົນເຫຼົ່ານີ້ພວກດຽວ ແຕ່ເພື່ອຄົນທັງປວງທີ່ວາງໃຈໃນ [ພະອົງ] ເພາະຖ້ອຍຄຳຂອງເຂົາ.” (ປ.ມ.) ດັ່ງນັ້ນ ພະເຍຊູອະທິດຖານເພື່ອຄົນເຫຼົ່ານັ້ນທີ່ຈະເຂົ້າມາເປັນສາວົກທີ່ຖືກເຈີມຂອງພະອົງແລະສາວົກຄົນອື່ນໆ ທີ່ຈະຖືກໂຮມເຂົ້າມາເປັນ “ຝູງອັນດຽວ.” ພະອົງຂໍສິ່ງໃດສຳລັບຄົນເຫຼົ່ານັ້ນທຸກຄົນ?
“ເພື່ອເຂົາທັງປວງຈະເປັນອັນໜຶ່ງເໝືອນດັ່ງພະບິດາຢູ່ໃນຂ້າພະເຈົ້າ ແລະຂ້າພະເຈົ້າຢູ່ໃນພະບິດາ . . . ເພື່ອເຂົາຈະເປັນອັນໜຶ່ງເໝືອນດັ່ງເຮົາທັງສອງເປັນອັນໜຶ່ງ.” ພະເຍຊູແລະພະບິດາຂອງພະອົງບໍ່ແມ່ນບຸກຄົນຜູ້ດຽວກັນຕາມຕົວອັກສອນ ແຕ່ທັງສອງພະອົງເຫັນກົງກັນໃນທຸກສິ່ງ. ພະເຍຊູອະທິດຖານເພື່ອສາວົກຂອງພະອົງຈະປະສົບຄວາມເປັນອັນໜຶ່ງອັນດຽວຄືກັນເພື່ອວ່າ “ມະນຸດສະໂລກຈະໄດ້ຍອມຮູ້ຈັກວ່າ ພະບິດາໄດ້ໃຊ້ຂ້າພະເຈົ້າມາ ແລະພະບິດາໄດ້ຮັກເຂົາເໝືອນດັ່ງໄດ້ຮັກຂ້າພະເຈົ້າ.”
ຕອນນີ້ພະເຍຊູໄດ້ຂໍພະບິດາຝ່າຍສະຫວັນເພື່ອເຫັນແກ່ຄົນເຫຼົ່ານັ້ນເຊິ່ງຈະມາເປັນສາວົກຜູ້ຖືກເຈີມຂອງພະອົງ. ພະເຍຊູຂໍສິ່ງໃດ? “ຂ້າພະເຈົ້າຢູ່ບ່ອນໃດ ໃຫ້ຄົນທັງຫຼາຍ . . . ຢູ່ບ່ອນນັ້ນດ້ວຍກັນກັບຂ້າພະເຈົ້າ ເພື່ອເຂົາຈະໄດ້ເຫັນລັດສະໝີຂອງຂ້າພະເຈົ້າທີ່ພະບິດາໄດ້ປະທານໃຫ້ແກ່ຂ້າພະເຈົ້າ ເພາະວ່າພະບິດາໄດ້ຮັກຂ້າພະເຈົ້າກ່ອນໄດ້ສ້າງໂລກ” ນັ້ນແມ່ນເວລາກ່ອນອາດາມແລະເອວາມີລູກ. ດົນນານກ່ອນນັ້ນອີກ ພະເຈົ້າຮັກພະບຸດອົງດຽວຂອງພະອົງ ຜູ້ເຊິ່ງໄດ້ມາເປັນພະເຍຊູຄລິດ.
ຕອນຈົບຂອງຄຳອະທິດຖານ ພະເຍຊູເນັ້ນອີກວ່າ “ຂ້າພະເຈົ້າໄດ້ກະທຳໃຫ້ເຂົາຮູ້ຈັກນາມຊື່ຂອງພະບິດາແລະຂ້າພະເຈົ້າຈະໃຫ້ເຂົາຮູ້ຈັກອີກ ເພື່ອຄວາມຮັກຂອງພະບິດາສຳລັບຂ້າພະເຈົ້າຈະໄດ້ຢູ່ໃນເຂົາ ແລະຂ້າພະເຈົ້າຢູ່ໃນເຂົາ.” ສຳລັບອັກຄະສາວົກ ການຮຽນຮູ້ນາມຊື່ຂອງພະເຈົ້າກ່ຽວຂ້ອງກັບການມາຮູ້ຈັກຄວາມຮັກຂອງພະເຈົ້າເປັນສ່ວນຕົວ. ໂຍຮັນ 14:1–17:26; 13:27, 35, 36; 10:16; ລຶກາ 22:3, 4; ອຸປະຍົກໜີ 24:10; 1 ກະສັດ 19:9-13; ເອຊາອີ 6:1-5; ຄາລາຊີ 6:16; ຄຳເພງ 35:19; 69:4; ສຸພາສິດ 8:22, 30.
▪ ພະເຍຊູຈະໄປໃສ ແລະໂທມາໄດ້ຮັບຄຳຕອບກ່ຽວກັບທາງທີ່ພະອົງຈະໄປນັ້ນແນວໃດ?
▪ ໂດຍຄຳຂໍຂອງເຂົາ ເບິ່ງຄືວ່າຟີລິບຕ້ອງການໃຫ້ພະເຍຊູສະແດງຫຍັງ?
▪ ເປັນຫຍັງຜູ້ທີ່ໄດ້ເຫັນພະເຍຊູກໍໄດ້ເຫັນພະບິດານຳອີກ?
▪ ເຫຼົ່າສາວົກຂອງພະເຍຊູຈະເຮັດວຽກທີ່ຍິ່ງໃຫຍ່ກວ່າພະອົງເຄີຍເຮັດຢ່າງໃດ?
▪ ຊາຕານບໍ່ມີສິດເໜືອພະເຍຊູໃນຄວາມໝາຍໃດ?
▪ ພະເຢໂຫວາປູກເຄືອອະງຸ່ນໂດຍໄນນັ້ນເມື່ອໃດ ແລະຄົນອື່ນໆ ເຂົ້າມາເປັນສ່ວນຂອງເຄືອອະງຸ່ນນັ້ນເມື່ອໃດແລະດ້ວຍວິທີໃດ?
▪ ໃນທີ່ສຸດ ເຄືອອະງຸ່ນທີ່ເປັນໄນນີ້ມີຈັກກິ່ງ?
▪ ພະເຈົ້າປະສົງຜົນແບບໃດຈາກກິ່ງເຫຼົ່ານີ້?
▪ ເຮົາຈະເປັນມິດສະຫາຍກັບພະເຍຊູຢ່າງໃດ?
▪ ເປັນຫຍັງໂລກຈຶ່ງກຽດຊັງສາວົກຂອງພະເຍຊູ?
▪ ພະເຍຊູເຮັດໃຫ້ອັກຄະສາວົກບໍ່ສະບາຍໃຈດ້ວຍຄຳເຕືອນຫຍັງ?
▪ ເປັນຫຍັງອັກຄະສາວົກບໍ່ຖາມພະເຍຊູເຖິງເລື່ອງທີ່ພະອົງຈະໄປນັ້ນ?
▪ ເລື່ອງໃດສະເພາະທີ່ອັກຄະສາວົກບໍ່ເຂົ້າໃຈ?
▪ ພະເຍຊູຍົກອຸທາຫອນອັນໃດເພື່ອສະແດງວ່າສະພາບການຂອງອັກຄະສາວົກຈະປ່ຽນຈາກຄວາມທຸກໂສກມາເປັນຄວາມຍິນດີ?
▪ ພະເຍຊູກ່າວວ່າໃນອີກບໍ່ດົນພວກອັກຄະສາວົກຈະເຮັດສິ່ງໃດ?
▪ ພະເຍຊູຊະນະໂລກໂດຍວິທີໃດ?
▪ ພະເຍຊູໄດ້ຮັບ “ອຳນາດເທິງເນື້ອໜັງທັງປວງ” ໃນຄວາມໝາຍໃດ?
▪ ການຮັບເອົາຄວາມຮູ້ກ່ຽວກັບພະເຈົ້າແລະພະບຸດໝາຍຄວາມວ່າຢ່າງໃດ?
▪ ພະເຍຊູເຮັດໃຫ້ນາມຊື່ຂອງພະເຈົ້າປາກົດແຈ້ງໂດຍວິທີໃດ?
▪ “ຄວາມຈິງ” ແມ່ນຫຍັງ ແລະຄວາມຈິງເຮັດໃຫ້ຄລິດສະຕຽນ “ບໍລິສຸດ” ໄດ້ຢ່າງໃດ?
▪ ພະເຈົ້າ, ພະບຸດ ແລະຜູ້ນະມັດສະການແທ້ທຸກໆ ຄົນເປັນອັນໜຶ່ງອັນດຽວກັນແນວໃດ?
▪ ເມື່ອໃດເປັນຕອນ “ສ້າງໂລກ”?