ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 118
  • ການ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ​ກຸມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ​ກຸມ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ພະເຍຊູຂະນະຢູ່ໃນສວນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຢຊູ​ຖືກ​ຈັບ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ອາຫານ​ແລງ​ທີ່​ເປັນ​ອະນຸສອນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ການ​ຮ່ວມ​ສະຫຼອງ​ປັດສະຄາ​ຄັ້ງ​ສຸດ​ທ້າຍ​ຂອງ​ພະ​ເຍຊູ​ໃກ້​ເຂົ້າ​ມາ​ແລ້ວ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 118

ບົດ 118

ການ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ​ກຸມ

ກາຍ​ທ່ຽງ​ຄືນ​ໄປ​ແລ້ວ​ເມື່ອ​ຢູດາ​ພາ​ກຸ່ມ​ໃຫຍ່​ທີ່​ປະກອບ​ດ້ວຍ​ທະຫານ ພວກ​ປະໂລຫິດ​ໃຫຍ່ ພວກ​ຟາລິຊຽນ ແລະ​ຄົນ​ອື່ນໆ ເຂົ້າ​ໄປ​ໃນ​ສວນ​ເຄດເຊມາເນ. ພວກ​ປະໂລຫິດ​ໄດ້​ຕົກ​ລົງ​ທີ່​ຈະ​ຈ່າຍ​ເງິນ 30 ແຜ່ນ​ໃຫ້​ແກ່​ຢູດາ​ສຳລັບ​ການ​ທໍລະຍົດ​ຕໍ່​ພະ​ເຍຊູ.

ກ່ອນ​ໜ້າ​ນັ້ນ ເມື່ອ​ຢູດາ​ອອກ​ໄປ​ຈາກ​ການ​ຮັບ​ປະທານ​ປັດສະຄາ​ແລ້ວ ເບິ່ງ​ຄື​ວ່າ​ເຂົາ​ໄດ້​ມຸ່ງ​ໄປ​ຫາ​ພວກ​ປະໂລຫິດ​ໃຫຍ່​ໂດຍ​ກົງ. ຄົນ​ເຫຼົ່າ​ນີ້​ໄດ້​ປະຊຸມ​ເຈົ້າ​ໜ້າທີ່​ຂອງ​ຕົນ ກັບ​ທະຫານ​ກຸ່ມ​ໜຶ່ງ. ບາງ​ເທື່ອ​ຢູດາ​ອາດ​ພາ​ຄົນ​ພວກ​ນີ້​ໄປ​ບ່ອນ​ທີ່​ພະ​ເຍຊູ​ກັບ​ອັກຄະສາວົກ​ໄດ້​ສະຫຼອງ​ປັດສະຄາ​ກ່ອນ. ເມື່ອ​ພົບ​ວ່າ​ເຂົາ​ເຈົ້າ​ໄດ້​ອອກ​ໄປ​ແລ້ວ ຄົນ​ກຸ່ມ​ໃຫຍ່​ທີ່​ແບກ​ອາວຸດ​ຖື​ໂຄມ​ໄຟ​ແລະ​ກະບອງ​ຕິດ​ຕາມ​ຢູດາ​ກໍ​ໄດ້​ອອກ​ຈາກ​ເມືອງ​ເຢຣຶຊາເລມ​ແລ້ວ​ຂ້າມ​ຮ່ອມ​ພູ​ເຊດຣົນ.

ຕອນ​ທີ່​ຢູດາ​ພາ​ຝູງ​ຊົນ​ຂຶ້ນ​ເທິງ​ພູເຂົາ​ກົກ​ໝາກ​ກອກ ລາວ​ແນ່​ໃຈ​ວ່າ​ຮູ້​ບ່ອນ​ທີ່​ຈະ​ພໍ້​ພະ​ເຍຊູ​ໄດ້. ຕະຫຼອດ​ສັບປະດາ​ທີ່​ຜ່ານ​ໄປ​ນັ້ນ ເມື່ອ​ພະ​ເຍຊູ​ແລະ​ອັກຄະສາວົກ​ໄປໆ ມາໆ ລະຫວ່າງ​ບ້ານ​ເບທະນີ​ແລະ​ເມືອງ​ເຢຣຶຊາເລມ ເຂົາ​ເຈົ້າ​ມັກ​ຈະ​ແວ່​ເຂົ້າ​ໄປ​ພັກ​ຜ່ອນ​ແລະ​ລົມ​ກັນ​ໃນ​ສວນ​ເຄດເຊມາເນ. ຕອນ​ນີ້ ພະ​ເຍຊູ​ອາດ​ຈະ​ບັງ​ຢູ່​ກ້ອງ​ຕົ້ນ​ໝາກ​ກອກ​ເທດ​ໃນ​ຄວາມ​ມືດ​ກໍ​ໄດ້ ທະຫານ​ຈະ​ຊີ້​ຕົວ​ພະອົງ​ໄດ້​ຢ່າງ​ໃດ? ເຂົາ​ອາດ​ຈະ​ບໍ່​ເຄີຍ​ເຫັນ​ພະອົງ​ມາ​ກ່ອນ​ກໍ​ໄດ້. ຢູດາ​ຈຶ່ງ​ໃຫ້​ສັນຍານ​ວ່າ “ເຮົາ​ຈະ​ຈູບ​ຜູ້​ໃດ​ເປັນ​ຜູ້​ນັ້ນ ຈົ່ງ​ຈັບ​ກຸມ​ທ່ານ​ໄວ້.”

ຢູດາ​ພາ​ຄົນ​ກຸ່ມ​ນັ້ນ​ເຂົ້າ​ໄປ​ໃນ​ສວນ ເຫັນ​ພະ​ເຍຊູ​ຢູ່​ນຳ​ອັກຄະສາວົກ ຈຶ່ງ​ກ້າວ​ກົງ​ເຂົ້າ​ໄປ​ຫາ​ພະອົງ​ແລ້ວ​ກ່າວ​ວ່າ “ພະ​ອາຈານ​ເຈົ້າ​ຂ້າ ຈົ່ງ​ຈຳເລີນ​ເທີ້ນ.” ແລ້ວ​ເຂົາ​ກໍ​ຈູບ​ພະອົງ​ຢ່າງ​ອ່ອນ​ໂຍນ.

ພະອົງ​ຢ້ອນ​ຖາມ​ວ່າ “ສ່ຽວ​ເອີຍ ທ່ານ​ໄດ້​ມາ​ກະທຳ​ການ​ໃດ”? ຈາກ​ນັ້ນ ເພື່ອ​ຕອບ​ຄຳຖາມ​ຂອງ​ພະອົງ​ເອງ​ພະອົງ​ກ່າວ​ວ່າ “ຢູດາ​ເອີຍ ທ່ານ​ມອບ​ບຸດ​ມະນຸດ​ໄວ້​ດ້ວຍ​ຈູບ​ຫຼື”? ແຕ່​ກໍ​ພໍ​ແລ້ວ​ສຳລັບ​ຄົນ​ທີ່​ທໍລະຍົດ​ຕໍ່​ພະອົງ! ພະ​ເຍຊູ​ກ້າວ​ອອກ​ສູ່​ແສງ​ກະບອງ​ແລະ​ໂຄມ​ໄຟ​ແລ້ວ​ຖາມ​ວ່າ “ທ່ານ​ທັງ​ຫຼາຍ​ຊອກ​ຫາ​ຜູ້​ໃດ”?

ຄຳຕອບ​ແມ່ນ “ພະ​ເຍຊູ​ຊາວ​ນາຊາເລດ.”

ພະ​ເຍຊູ​ຕອບ​ວ່າ “ເຮົາ​ເປັນ​ຜູ້​ນັ້ນ” ຂະນະ​ພະອົງ​ຢືນ​ຢ່າງ​ອົງ​ອາດ​ຕໍ່​ໜ້າ​ເຂົາ. ເພາະ​ງົງງວຍ​ເນື່ອງ​ຈາກ​ຄວາມ​ກ້າຫານ​ຂອງ​ພະອົງ​ແລະ​ບໍ່​ຮູ້​ວ່າ​ຈະ​ເກີດ​ສິ່ງ​ໃດ​ຂຶ້ນ ຄົນ​ພວກ​ນັ້ນ​ຈຶ່ງ​ຖອຍ​ຫຼັງ​ແລະ​ລົ້ມ​ລົງ​ກັບ​ພື້ນ.

ພະ​ເຍຊູ​ກ່າວ​ຢ່າງ​ສະຫງົບ​ຕໍ່​ໄປ​ວ່າ “ເຮົາ​ໄດ້​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ເຮົາ​ເປັນ​ຜູ້​ນັ້ນ. ເຫດ​ສັນນີ້ ຖ້າ​ທ່ານ​ທັງ​ຫຼາຍ​ຊອກ​ຫາ​ເຮົາ ຈົ່ງ​ໃຫ້​ຄົນ​ທັງ​ຫຼາຍ​ນີ້​ໄປ​ເສຍ​ເທີ້ນ.” ກ່ອນ​ໜ້າ​ນັ້ນ​ບໍ່​ດົນ​ຕອນ​ຢູ່​ຫ້ອງ​ຊັ້ນ​ເທິງ ພະ​ເຍຊູ​ກ່າວ​ນຳ​ພະ​ບິດາ​ໃນ​ຄຳ​ອະທິດຖານ​ວ່າ​ພະອົງ​ໄດ້​ຮັກສາ​ອັກຄະສາວົກ​ທີ່​ສັດ​ຊື່​ຂອງ​ພະອົງ​ໄວ້​ບໍ່​ໃຫ້​ເຂົາ​ເຈົ້າ​ຄົນ​ໜຶ່ງ​ຄົນ​ໃດ​ເສີຍ​ໄປ “ເທົ່າ​ເວັ້ນ​ໄວ້​ແຕ່​ລູກ​ແຫ່ງ​ຄວາມ​ຈິບຫາຍ.” ດັ່ງ​ນັ້ນ ເພື່ອ​ໃຫ້​ຄຳ​ຂອງ​ພະອົງ​ເປັນ​ຈິງ ພະອົງ​ຂໍ​ໃຫ້​ປ່ອຍ​ສາວົກ​ຂອງ​ພະອົງ​ໄປ.

ເມື່ອ​ພວກ​ທະຫານ​ຕັ້ງ​ສະຕິ​ໄດ້​ແລ້ວ ຈຶ່ງ​ຢືນ​ຂຶ້ນ​ແລະ​ເລີ່ມ​ມັດ​ພະ​ເຍຊູ​ໄວ້ ພວກ​ອັກຄະສາວົກ​ພໍ​ຈະ​ຮູ້​ວ່າ​ມີ​ຫຍັງ​ຈະ​ເກີດ​ຂຶ້ນ. ເຂົາ​ເຈົ້າ​ຖາມ​ວ່າ “ພະອົງ​ເຈົ້າ​ຂ້າ ພວກ​ຂ້າພະເຈົ້າ​ຈະ​ເອົາ​ດາບ​ຟັນ​ຫຼື”? ກ່ອນ​ພະ​ເຍຊູ​ຈະ​ຕອບ ເປໂຕ​ຊັກ​ດາບ​ໜຶ່ງ​ໃນ​ສອງ​ອັນ​ທີ່​ອັກຄະສາວົກ​ເອົາ​ມາ​ນຳ​ນັ້ນ ຟັນ​ມາລະໂຂ​ຂ້າ​ໃຊ້​ຄົນ​ໜຶ່ງ​ຂອງ​ປະໂລຫິດ​ໃຫຍ່. ເປໂຕ​ຟັນ​ບໍ່​ຖືກ​ຫົວ​ຂອງ​ຂ້າ​ໃຊ້​ນັ້ນ ແຕ່​ພາດ​ໄປ​ຕັດ​ເອົາ​ຫູ​ກ້ຳ​ຂວາ​ລາວ​ຂາດ.

ພະ​ເຍຊູ​ກ່າວ​ຕອນ​ທີ່​ພະອົງ​ເຂົ້າ​ແຊກ​ວ່າ “ຢ່າ​ເສຍ​ເທີ້ນ.” ໂດຍ​ບາຍ​ຫູ​ຂອງ​ມາລະໂຂ​ພະອົງ​ເຮັດ​ໃຫ້​ແຜ​ລາວ​ດີ. ຈາກ​ນັ້ນ​ພະອົງ​ຈຶ່ງ​ສອນ​ບົດຮຽນ​ທີ່​ສຳຄັນ ໂດຍ​ສັ່ງ​ເປໂຕ​ວ່າ “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ໃສ່​ໄວ້​ໃນ​ຝັກ​ມັນ ເພາະ​ວ່າ​ຄົນ​ທັງ​ປວງ​ທີ່​ຖື​ເອົາ​ດາບ​ຈະ​ຈິບຫາຍ​ດ້ວຍ​ດາບ. ທ່ານ​ຄຶດ​ວ່າ​ເຮົາ​ອາດ​ອ້ອນ​ວອນ​ພະ​ບິດາ​ຂອງ​ເຮົາ​ບໍ່​ໄດ້​ຫຼື ແລະ​ໃນ​ບັດ​ດຽວ​ນີ້ ພະເຈົ້າ​ຈະ​ປະທານ​ພວກ​ທູດ​ສະຫວັນ​ໃຫ້​ແກ່​ເຮົາ​ຫຼາຍ​ກວ່າ​ສິບ​ສອງ​ກອງທັບ”?

ພະ​ເຍຊູ​ເຕັມ​ໃຈ​ທີ່​ຈະ​ຖືກ​ຈັບ​ກຸມ ເພາະ​ພະອົງ​ອະທິບາຍ​ວ່າ “ເຫດ​ສັນນີ້​ພະ​ຄຳພີ​ທີ່​ຈົດ​ວ່າ ຈຳເປັນ​ຢ່າງ​ນັ້ນ ຈະ​ເປັນ​ທີ່​ສຳເລັດ​ຢ່າງ​ໃດ”? ແລະ​ພະອົງ​ກ່າວ​ເສີມ​ວ່າ “ຈອກ​ທີ່​ພະ​ບິດາ​ໄດ້​ປະທານ​ໃຫ້​ເຮົາ ເຮົາ​ຈະ​ບໍ່​ກິນ​ຫຼື”? ພະ​ເຍຊູ​ຍິນ​ຍອມ​ກັບ​ຄວາມ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ພະອົງ​ໂດຍ​ຕະຫຼອດ!

ຕໍ່​ຈາກ​ນັ້ນ ພະ​ເຍຊູ​ກ່າວ​ຕໍ່​ຝູງ​ຊົນ. ພະອົງ​ຖາມ​ວ່າ “ທ່ານ​ທັງ​ຫຼາຍ​ຖື​ດາບ​ຖື​ໄມ້​ຄ້ອນ​ອອກ​ມາ​ຈະ​ຈັບ​ເຮົາ​ເໝືອນ​ດັ່ງ​ຈະ​ຈັບ​ຄົນ​ຂະໂມຍ​ຫຼື. ເຮົາ​ໄດ້​ນັ່ງ​ຢູ່​ໃນ​ທ່າມກາງ​ທ່ານ​ທັງ​ຫຼາຍ​ທຸກ​ວັນ​ສັ່ງ​ສອນ​ໃນ​ວິຫານ ແລະ​ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ວ່າ​ການ​ທັງ​ຫຼາຍ​ນີ້​ໄດ້​ບັງເກີດ​ມາ ເພື່ອ​ພະ​ຄຳພີ​ຂອງ​ພວກ​ຜູ້​ທຳນວາຍ​ຈະ​ໄດ້​ສຳເລັດ​ແລ້ວ.”

ໃນ​ຕອນ​ນັ້ນ ພວກ​ທະຫານ ນາຍ​ທະຫານ ພ້ອມ​ທັງ​ເຈົ້າ​ໜ້າທີ່​ຂອງ​ພວກ​ຢິວ​ໄດ້​ຈັບ​ພະ​ເຍຊູ​ແລະ​ມັດ​ພະອົງ​ໄວ້. ເມື່ອ​ເຫັນ​ເຊັ່ນ​ນີ້ ເຫຼົ່າ​ອັກຄະສາວົກ​ຈຶ່ງ​ປະ​ພະ​ເຍຊູ​ແລ້ວ​ໜີ​ໄປ. ຢ່າງ​ໃດ​ກໍ​ດີ ຊາຍ​ຫນຸ່ມ​ຄົນ​ໜຶ່ງ​ຄື​ຈະ​ແມ່ນ​ສາວົກ​ມາລະໂກ​ຍັງ​ຢູ່​ທ່າມກາງ​ຝູງ​ຊົນ. ລາວ​ອາດ​ຢູ່​ໃນ​ເຮືອນ​ຫຼັງ​ທີ່​ພະ​ເຍຊູ​ສະຫຼອງ​ປັດສະຄາ ແລະ​ຫຼັງ​ຈາກ​ນັ້ນ​ໄດ້​ຕິດ​ຕາມ​ຝູງ​ຊົນ​ອອກ​ຈາກ​ທີ່​ນັ້ນ. ຢ່າງ​ໃດ​ກໍ​ຕາມ ຕອນ​ນີ້​ຄົນ​ພວກ​ນັ້ນ​ຈື່​ລາວ​ໄດ້​ແລະ​ພະຍາຍາມ​ຈະ​ຈັບ​ລາວ. ແຕ່​ລາວ​ໄດ້​ປະ​ເສື້ອ​ຄຸມ​ຜ້າ​ປ່ານ​ໄວ້​ແລ້ວ​ກໍ​ໜີ​ໄປ. ມັດທາຽ 26:47-56; ມາລະໂກ 14:43-52; ລຶກາ 22:47-53; ໂຍຮັນ 17:12; 18:3-12.

▪ ເປັນ​ຫຍັງ​ຢູດາ​ແນ່​ໃຈ​ວ່າ​ເຂົາ​ຈະ​ພໍ້​ພະ​ເຍຊູ​ໃນ​ສວນ​ເຄດເຊມາເນ?

▪ ພະ​ເຍຊູ​ສະແດງ​ຄວາມ​ຫ່ວງໃຍ​ຕໍ່​ເຫຼົ່າ​ອັກຄະສາວົກ​ຂອງ​ພະອົງ​ຢ່າງ​ໃດ?

▪ ເປໂຕ​ເຮັດ​ຫຍັງ​ເພື່ອ​ປົກ​ປ້ອງ​ພະ​ເຍຊູ ແຕ່​ພະ​ເຍຊູ​ກ່າວ​ຕໍ່​ເປໂຕ​ຢ່າງ​ໃດ?

▪ ພະ​ເຍຊູ​ເຜີຍ​ໃຫ້​ເຫັນ​ວ່າ ພະອົງ​ຍິນ​ຍອມ​ກັບ​ຄວາມ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ພະອົງ​ໂດຍ​ຕະຫຼອດ​ດ້ວຍ​ວິທີ​ໃດ?

▪ ເມື່ອ​ເຫຼົ່າ​ອັກຄະສາວົກ​ໄດ້​ປະ​ພະ​ເຍຊູ​ໄປ ໃຜ​ຍັງ​ຢູ່​ຕໍ່ ແລະ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌