ບົດ 130
ຕອນຢູ່ທະເລຄາລິເລ
ຕອນນີ້ເຫຼົ່າອັກຄະສາວົກກັບຄືນໄປແຂວງຄາລິເລ ຕາມພະເຍຊູໄດ້ສັ່ງໃຫ້ເຂົາເຈົ້າທຳກ່ອນໜ້ານັ້ນ. ເຖິງແນວນັ້ນກໍຕາມ ເຂົາເຈົ້າຍັງບໍ່ແນ່ໃຈຊ້ຳວ່າພວກຕົນຄວນຈະເຮັດຫຍັງຢູ່ຫັ້ນ. ເມື່ອຜ່ານໄປໄດ້ໄລຍະໜຶ່ງ ເປໂຕບອກໂທມາ, ນະທານາເອນ, ຍາໂກໂບແລະໂຍຮັນນ້ອງຊາຍຂອງລາວ ກັບອັກຄະສາວົກອີກສອງຄົນວ່າ “ຂ້ອຍຈະໄປຫາປາ.”
ຫົກຄົນນັ້ນຕອບວ່າ “ພວກເຮົາຈະໄປນຳເຈົ້າ.” (ປ.ມ.)
ໃນຕະຫຼອດຄືນເຂົາເຈົ້າບໍ່ໄດ້ປາຈັກໂຕຊ້ຳ. ຢ່າງໃດກໍດີ ຕອນໃກ້ຊິແຈ້ງ ພະເຍຊູປາກົດຕົວຢູ່ຫາດຊາຍ ແຕ່ພວກອັກຄະສາວົກເບິ່ງບໍ່ອອກວ່ານັ້ນແມ່ນພະເຍຊູ. ພະອົງຮ້ອງໃສ່ເຂົາເຈົ້າວ່າ “ລູກເອີຍ ທ່ານທັງຫຼາຍມີຂອງກິນຫຼື”?
ເຂົາເຈົ້າຮ້ອງຂ້າມນ້ຳມາວ່າ “ບໍ່ມີ.”
ພະອົງບອກວ່າ “ຈົ່ງຖິ້ມມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ.” (ທ.ປ.) ເມື່ອເຂົາເຈົ້າເຮັດຕາມນັ້ນຈຶ່ງໄດ້ປາຫຼາຍຈົນດຶງມອງບໍ່ຂຶ້ນ.
ໂຍຮັນຮ້ອງວ່າ “ແມ່ນອົງພະຜູ້ເປັນເຈົ້າ.” (ປ.ມ.)
ເມື່ອໄດ້ຍິນຄຳນັ້ນ ເປໂຕຈຶ່ງຈັບເສື້ອຊັ້ນນອກມາໃສ່ ແລ້ວໂຕນລົງທະເລ. ຈາກນັ້ນ ລາວລອຍນ້ຳປະມານ 90 ແມັດເພື່ອໄປຮອດຕາຝັ່ງ. ອັກຄະສາວົກຄົນອື່ນໆ ຂີ່ເຮືອນ້ອຍມານຳຫຼັງ ທັງລາກມອງທີ່ມີປາເຕັມມານຳພ້ອມ.
ເມື່ອເຂົາເຈົ້າມາເຖິງຝັ່ງ ມີຖ່ານໄຟກອງໜຶ່ງ ມີປາວາງຢູ່ເທິງໄຟແລະຍັງມີເຂົ້າຈີ່ນຳອີກ. ພະເຍຊູກ່າວວ່າ “ປາທີ່ທ່ານທັງຫຼາຍໄດ້ຈັບນັ້ນເອົາມາພີ້ລາງຕົວ.” ເປໂຕໄປທີ່ເຮືອແລ້ວລາກມອງຂຶ້ນຝັ່ງ. ມີປາໂຕໃຫຍ່ໆ ຕັ້ງວ່າ 153 ໂຕ!
ພະເຍຊູເຊີນເຂົາເຈົ້າວ່າ “ທ່ານທັງຫຼາຍຈົ່ງມາກິນງາຍເທີ້ນ.”
ໃນບັນດາອັກຄະສາວົກບໍ່ມີຈັກຄົນທີ່ຖາມວ່າ “ທ່ານເປັນຜູ້ໃດ”? ເພາະທຸກຄົນຮູ້ແລ້ວວ່າຜູ້ນັ້ນແມ່ນພະເຍຊູ. ນີ້ເປັນການປາກົດຕົວເທື່ອທີເຈັດຫຼັງຈາກການຟື້ນຄືນຈາກຕາຍແລະເປັນເທື່ອທີສາມທີ່ພະອົງປາກົດຕໍ່ອັກຄະສາວົກເປັນກຸ່ມ. ຕອນນີ້ພະອົງແຈກອາຫານເຊົ້າ ປັນເຂົ້າຈີ່ແລະປາໃຫ້ທຸກຄົນ.
ເມື່ອກິນເຂົ້າແລ້ວ ບາງທີພະເຍຊູຫຼຽວເບິ່ງປາຈຳນວນຫຼາຍທີ່ຈັບໄດ້ ແລ້ວຖາມເປໂຕວ່າ “ຊີໂມນລູກໂຍນາເອີຍ ທ່ານຮັກເຮົາຫຼາຍກວ່າຄົນທັງຫຼາຍນີ້ [“ສິ່ງເຫຼົ່ານີ້,” ລ.ມ.] ຫຼື”? ພະອົງຄົງຈະໝາຍຄວາມວ່າ ເປໂຕມັກວຽກຈັບປາຫຼາຍກວ່າວຽກທີ່ພະອົງໄດ້ຈັດຕຽມໄວ້ໃຫ້ລາວບໍ?
ເປໂຕຕອບວ່າ “ພະອົງຮູ້ຈັກວ່າຂ້າພະເຈົ້າຮັກພະອົງ.”
ພະເຍຊູກ່າວວ່າ “ຈົ່ງລ້ຽງລູກແພະ [“ແກະ,” ປ.ມ.] ທັງຫຼາຍຂອງເຮົາເທີ້ນ.”
ພະອົງຖາມອີກເປັນເທື່ອທີສອງວ່າ “ຊີໂມນລູກໂຍນາເອີຍ ທ່ານຮັກເຮົາຫຼື”?
ເປໂຕຕອບຢ່າງຈິງໃຈວ່າ “ພະອົງເຈົ້າຂ້າ ພະອົງຮູ້ຈັກວ່າຂ້າພະເຈົ້າຮັກພະອົງ.”
ພະເຍຊູບອກອີກວ່າ “ຈົ່ງເປັນຜູ້ລ້ຽງແພະ [ແກະ] ທັງຫຼາຍຂອງເຮົາເທີ້ນ.”
ພະອົງຍັງຖາມເປັນເທື່ອທີສາມວ່າ “ຊີໂມນລູກໂຍນາເອີຍ ທ່ານຮັກເຮົາຫຼື”?
ຮອດຕອນນີ້ເປໂຕຮູ້ສຶກເປັນທຸກໃຈ. ລາວອາດກັງວົນວ່າພະເຍຊູຈະສົງໄສໃນຄວາມຈົ່ງຮັກພັກດີຂອງລາວ. ທີ່ຈິງແລ້ວ ເມື່ອບໍ່ດົນມານີ້ຕອນທີ່ພະເຍຊູຖືກພິຈາລະນາຄະດີຈົນເຖິງແກ່ຊີວິດ ເປໂຕບໍ່ຍອມຮັບວ່າຮູ້ຈັກພະອົງຕັ້ງສາມເທື່ອ. ດັ່ງນັ້ນ ເປໂຕຈຶ່ງກ່າວວ່າ “ພະອົງເຈົ້າຂ້າ ພະອົງຮູ້ຈັກສັບພະທຸກສິ່ງ ພະອົງຮູ້ຈັກວ່າຂ້າພະເຈົ້າຮັກພະອົງ.”
ພະເຍຊູໄດ້ບອກສັ່ງເປໂຕເປັນເທື່ອທີສາມວ່າ “ຈົ່ງລ້ຽງແພະ [ແກະ] ທັງຫຼາຍຂອງເຮົາເທີ້ນ.”
ດ້ວຍເຫດນີ້ ໂດຍທາງເປໂຕ ພະເຍຊູເຮັດໃຫ້ຄົນອື່ນສຳນຶກເຖິງຄວາມສຳຄັນຂອງວຽກທີ່ພະອົງຕ້ອງການໃຫ້ເຂົາເຈົ້າເຮັດ. ອີກບໍ່ດົນພະອົງກໍຈະຈາກໂລກນີ້ໄປ ແລະພະອົງປະສົງໃຫ້ເຂົາເຈົ້ານຳໜ້າໃນການຮັບໃຊ້ຄົນເຫຼົ່ານັ້ນເຊິ່ງຈະຖືກຊັກຊວນໃຫ້ເຂົ້າມາໃນຄອກແກະຂອງພະເຈົ້າ.
ພະເຍຊູເປີດເຜີຍວ່າ ພະອົງຖືກມັດແລະຖືກປະຫານເພາະພະອົງເຮັດວຽກທີ່ພະເຈົ້າມອບໝາຍໃຫ້ຢ່າງໃດ ເປໂຕກໍຈະປະສົບເຫດການຄ້າຍໆ ກັນຢ່າງນັ້ນ. ພະເຍຊູບອກລາວວ່າ “ເວລາທ່ານເປັນຄົນຫນຸ່ມ ທ່ານໄດ້ຄາດແອວເອງ ແລະບ່ອນໃດທ່ານຢາກໄປກໍໄດ້ໄປ. ແຕ່ວ່າເວລາທ່ານຈະເປັນຄົນເຖົ້າແລ້ວ ທ່ານຈະຢຽດມືຂອງຕົນ ແລະຄົນຜູ້ອື່ນຈະຄາດແອວທ່ານ ແລະຈະພາທ່ານໄປບ່ອນທ່ານບໍ່ຢາກໄປ.” ເຖິງແມ່ນວ່າເປໂຕຈະປະເຊີນຄວາມຕາຍແບບເສຍສະລະກໍຕາມ ພະເຍຊູຍັງຊັກຊວນລາວວ່າ “ຈົ່ງຕາມເຮົາໄປເທີ້ນ.”
ເມື່ອເປໂຕຫຼຽວກັບໄປ ລາວເຫັນໂຍຮັນ ຈຶ່ງຖາມວ່າ “ແລະຜູ້ນີ້ ສິ່ງໃດຈະບັງເກີດມາກັບເພິ່ນ”?
ພະເຍຊູຕອບວ່າ “ຖ້າເຮົາຢາກໃຫ້ເພິ່ນຍັງຕັ້ງຢູ່ຈົນເຖິງເຮົາຈະມາ ເປັນສິ່ງໃດກັບທ່ານ. ທ່ານຈົ່ງຕາມເຮົາໄປເທີ້ນ.” ຖ້ອຍຄຳເຫຼົ່ານີ້ຂອງພະເຍຊູເຮັດໃຫ້ສາວົກຫຼາຍຄົນເຂົ້າໃຈວ່າອັກຄະສາວົກໂຍຮັນຈະບໍ່ຕາຍເລີຍ. ຢ່າງໃດກໍຕາມ ຫຼັງຈາກນັ້ນອັກຄະສາວົກໂຍຮັນໄດ້ຊີ້ແຈງວ່າ ພະເຍຊູບໍ່ໄດ້ກ່າວວ່າລາວຈະບໍ່ຕາຍ ພະອົງພຽງແຕ່ກ່າວວ່າ “ຖ້າເຮົາຢາກໃຫ້ເພິ່ນຍັງຕັ້ງຢູ່ຈົນເຖິງເຮົາຈະມາ ເປັນສິ່ງໃດກັບທ່ານ”?
ຕໍ່ມາໂຍຮັນໃຫ້ຂໍ້ສັງເກດທີ່ສຳຄັນອີກວ່າ “ຍັງມີກິດຈະການອື່ນຫຼາຍປະການທີ່ພະເຍຊູໄດ້ກະທຳ. ຖ້າສິ່ງທັງຫຼາຍນັ້ນເປັນທີ່ຂຽນໄວ້ທຸກປະການ ເຮົາຄຶດວ່າໜັງສືທັງຫຼາຍທີ່ເຂົາຈະຂຽນໄວ້ນັ້ນ ໂລກທັງໝົດຈະຖືໄວ້ບໍ່ໄດ້.” ໂຍຮັນ 21:1-25; ມັດທາຽ 26:32; 28:7, 10.
▪ ແມ່ນຫຍັງສະແດງວ່າເຫຼົ່າອັກຄະສາວົກບໍ່ແນ່ໃຈວ່າເຂົາເຈົ້າຄວນຈະເຮັດຫຍັງຕອນຢູ່ແຂວງຄາລິເລ?
▪ ຕອນຢູ່ທະເລຄາລິເລນັ້ນເຫຼົ່າອັກຄະສາວົກຈື່ພະເຍຊູໄດ້ຢ່າງໃດ?
▪ ເຖິງຕອນນີ້ ພະເຍຊູປາກົດຕົວຈັກເທື່ອແລ້ວຕັ້ງແຕ່ພະອົງຟື້ນຄືນຈາກຕາຍ?
▪ ພະເຍຊູເຮັດໃຫ້ອັກຄະສາວົກສຳນຶກເຖິງຄວາມສຳຄັນຂອງສິ່ງທີ່ພະອົງປະສົງໃຫ້ເຂົາເຈົ້າເຮັດໂດຍວິທີໃດ?
▪ ພະເຍຊູຊີ້ແຈງວິທີທີ່ເປໂຕຈະຕາຍຢ່າງໃດ?
▪ ພະເຍຊູກ່າວຫຍັງກ່ຽວກັບໂຍຮັນທີ່ສາວົກຫຼາຍຄົນເຂົ້າໃຈຜິດ?