ບົດໜຶ່ງ
ມີເຄັດລັບສຳລັບຄວາມສຸກໃນຄອບຄົວບໍ?
1. ເປັນຫຍັງຄອບຄົວທີ່ຕັ້ງຂຶ້ນຢ່າງໝັ້ນຄົງຈຶ່ງສຳຄັນໃນສັງຄົມມະນຸດ?
ຄອບຄົວເປັນສະຖາບັນເກົ່າແກ່ທີ່ສຸດເທິງແຜ່ນດິນໂລກ ແລະມີບົດບາດສຳຄັນໃນສັງຄົມມະນຸດ. ຕະຫຼອດປະຫວັດສາດ ຄອບຄົວທີ່ຕັ້ງຂຶ້ນຢ່າງໝັ້ນຄົງໄດ້ຊ່ວຍສ້າງສັງຄົມໝັ້ນຄົງ. ຄອບຄົວເປັນການຈັດກຽມທີ່ດີທີ່ສຸດເພື່ອອົບຮົມລ້ຽງລູກໆ ໃຫ້ເປັນຜູ້ໃຫຍ່ທີ່ອາວຸໂສ.
2-5. (ກ) ຈົ່ງພັນລະນາຄວາມຮູ້ສຶກໝັ້ນຄົງປອດໄພຂອງລູກໆ ໃນຄອບຄົວທີ່ມີຄວາມສຸກ. (ຂ) ມີລາຍງານກ່ຽວກັບບັນຫາອັນໃດແດ່ໃນບາງຄອບຄົວ?
2 ຄອບຄົວທີ່ມີຄວາມສຸກເປັນທີ່ກຳບັງທີ່ປອດໄພແລະໝັ້ນຄົງ. ລອງນຶກພາບຄອບຄົວໃນອຸດົມຄະຕິຈັກບຶດໜຶ່ງ. ລະຫວ່າງການກິນເຂົ້າແລງ ພໍ່ແມ່ທີ່ໃສ່ໃຈນັ່ງຢູ່ກັບລູກໆ ແລ້ວສົນທະນາເລື່ອງເຫດການປະຈຳວັນ. ລູກໆ ລົມກັນເຈື້ອຍແຈ້ວຢ່າງຕື່ນເຕັ້ນຕອນທີ່ພວກເຂົາເລົ່າສິ່ງທີ່ເກີດຂຶ້ນທີ່ໂຮງຮຽນໃຫ້ພໍ່ແມ່ຟັງ. ການໃຊ້ໄລຍະເວລາທີ່ຜ່ອນຄາຍນຳກັນນັ້ນເຮັດໃຫ້ທຸກຄົນສົດຊື່ນຂຶ້ນສຳລັບມື້ຕໍ່ໄປໃນໂລກນອກບ້ານ.
3 ໃນຄອບຄົວທີ່ມີຄວາມສຸກ ລູກຮູ້ວ່າພໍ່ແລະແມ່ຈະເອົາໃຈໃສ່ເບິ່ງແຍງເຂົາເມື່ອເຈັບໄຂ້ ບາງທີຜັດປ່ຽນກັນເຝົ້າຂ້າງຕຽງເຂົາຕະຫຼອດຄືນ. ເຂົາຮູ້ວ່າສາມາດເຂົ້າຫາພໍ່ຫຼືແມ່ພ້ອມກັບບັນຫາຊີວິດໄວເຍົາແລະໄດ້ຮັບຄຳແນະນຳແລະການເກື້ອກູນ. ຖືກແລ້ວ ລູກໆ ຮູ້ສຶກປອດໄພ ບໍ່ວ່າໂລກພາຍນອກອາດຈະເຕັມໄປດ້ວຍຄວາມຫຍຸ້ງຍາກປານໃດກໍຕາມ.
4 ເມື່ອລູກໃຫຍ່ຂຶ້ນ ຕາມປົກກະຕິເຂົາແຕ່ງດອງແລະມີຄອບຄົວຂອງຕົວເອງ. ພາສິດທາງຕາເວັນອອກຂໍ້ໜຶ່ງກ່າວໄວ້ວ່າ “ຄົນເຮົາສຳນຶກວ່າຕົນເປັນໜີ້ບຸນຄຸນພໍ່ແມ່ຫຼາຍພຽງໃດ ເມື່ອເຂົາມີລູກຂອງເຂົາເອງ.” ດ້ວຍຄວາມສຳນຶກເຖິງບຸນຄຸນແລະຄວາມຮັກທີ່ເລິກເຊິ່ງ ລູກທີ່ໃຫຍ່ຂຶ້ນແລ້ວຍ່ອມພະຍາຍາມເຮັດໃຫ້ຊີວິດຄອບຄົວຂອງຕົນມີຄວາມສຸກ ແລະເອົາໃຈໃສ່ເບິ່ງແຍງພໍ່ແມ່ທີ່ຕອນນີ້ສູງອາຍຸແລ້ວ ຜູ້ຊຶ່ງຍິນດີໃນການມີຫຼານໆ ເປັນຫມູ່.
5 ບາງທີມາເຖິງຈຸດນີ້ເຈົ້າອາດຈະຄຶດວ່າ ‘ຂ້ອຍຮັກຄອບຄົວ ແຕ່ຄອບຄົວຂອງຂ້ອຍບໍ່ໄດ້ເປັນຢ່າງທີ່ຫາກໍພັນລະນາມານັ້ນ. ຄູ່ຊີວິດກັບຂ້ອຍເຮັດວຽກຄົນລະເວລາແລະບໍ່ຄ່ອຍພໍ້ກັນ. ສ່ວນຫຼາຍ ເຮົາຈະລົມກັນເຖິງບັນຫາເລື່ອງເງິນ.’ ຫຼືເຈົ້າເວົ້າບໍວ່າ ‘ລູກແລະຫຼານກໍຢູ່ອີກເມືອງໜຶ່ງ ແລະຂ້ອຍບໍ່ຄ່ອຍພົບພວກເຂົາເລີຍ?’ ຖືກແລ້ວ ເພາະເຫດຜົນຕ່າງໆ ທີ່ຫຼາຍເທື່ອຄົນເຫຼົ່ານັ້ນຊຶ່ງກ່ຽວຂ້ອງດ້ວຍ ເກີນວິໄສທີ່ຈະຄວບຄຸມໄດ້ ຊີວິດຄອບຄົວສ່ວນໃຫຍ່ບໍ່ເປັນໄປຕາມອຸດົມຄະຕິ. ເຖິງຢ່າງນັ້ນ ບາງຄົນມີຊີວິດຄອບຄົວທີ່ສຸກສະບາຍ. ໂດຍວິທີໃດ? ມີເຄັດລັບສຳລັບຄວາມສຸກໃນຄອບຄົວບໍ? ຄຳຕອບຄື ມີ. ແຕ່ກ່ອນຈະພິຈາລະນາວ່າເຄັດລັບນັ້ນແມ່ນຫຍັງ ເຮົາຄວນຕອບຄຳຖາມທີ່ສຳຄັນຂໍ້ໜຶ່ງ!
ຄອບຄົວແມ່ນຫຍັງ?
6. ຈະມີການພິຈາລະນາເຖິງຄອບຄົວປະເພດໃດແດ່ໃນໜັງສືເຫຼັ້ມນີ້?
6 ໃນປະເທດທາງຕາເວັນຕົກ ຄອບຄົວສ່ວນໃຫຍ່ປະກອບດ້ວຍພໍ່, ແມ່, ແລະລູກ. ປູ່ຍ່າຕານາຍຢູ່ກັນລຳພັງໃນຄອບຄົວຂອງເຂົາເອງຕາບເທົ່າທີ່ເຂົາຈະຢູ່ໄດ້. ຂະນະທີ່ມີການຕິດຕໍ່ກັບຍາດທີ່ຫ່າງກວ່າ ຄວາມຮັບຜິດຊອບຕໍ່ຄົນພວກນີ້ກໍຢູ່ໃນວົງຈຳກັດ. ໂດຍທົ່ວໄປ ຄອບຄົວແບບນີ້ແຫຼະທີ່ເຮົາຈະພິຈາລະນາໃນໜັງສືເຫຼັ້ມນີ້. ຢ່າງໃດກໍຕາມ ຄອບຄົວແບບອື່ນກາຍເປັນເລື່ອງທຳມະດາຫຼາຍຂຶ້ນທຸກບ່ອນໃນບໍ່ຈັກປີມານີ້ ເຊັ່ນຄອບຄົວທີ່ມີພໍ່ຫຼືແມ່ຝ່າຍດຽວ, ຄອບຄົວທີ່ມີພໍ່ລ້ຽງຫຼືແມ່ລ້ຽງ, ແລະຄອບຄົວທີ່ພໍ່ແມ່ບໍ່ໄດ້ຢູ່ນຳກັນເນື່ອງດ້ວຍເຫດຜົນອັນໃດອັນໜຶ່ງ.
7. ຄອບຄົວຂະຫຍາຍແມ່ນຄອບຄົວແບບໃດ?
7 ໃນບາງວັດທະນະທຳຄອບຄົວຂະຫຍາຍເປັນເລື່ອງທຳມະດາ. ໃນລັກສະນະຄອບຄົວເຊັ່ນນີ້ ເທົ່າທີ່ເປັນໄປໄດ້ ປູ່ຍ່າຕານາຍຈະຮັບການເບິ່ງແຍງເອົາໃຈໃສ່ເປັນປະຈຳຈາກລູກຫຼານ ແລະຄວາມຜູກພັນໃກ້ຊິດແລະຄວາມຮັບຜິດຊອບຕ່າງໆ ແຜ່ເຖິງຍາດພີ່ນ້ອງຫ່າງໆ. ເຊັ່ນວ່າ ສະມາຊິກໃນຄອບຄົວອາດຊ່ວຍຄ້ຳຊູ, ລ້ຽງດູ, ແລະແມ່ນແຕ່ສົ່ງເສຍຄ່າຮ່ຳຮຽນໃຫ້ຫຼານສາວ, ຫຼານຊາຍ, ຫຼືຍາດທີ່ຫ່າງກວ່ານັ້ນດ້ວຍຊ້ຳ. ຫຼັກການທີ່ຈະພິຈາລະນາໃນໜັງສືເຫຼັ້ມນີ້ນຳມາໃຊ້ໄດ້ກັບຄອບຄົວຂະຫຍາຍດ້ວຍເຊັ່ນກັນ.
ຄອບຄົວຢູ່ພາຍໃຕ້ຄວາມຕຶງຄຽດ
8, 9. ບັນຫາອັນໃດໃນບາງປະເທດສະແດງວ່າຄອບຄົວພວມປ່ຽນໄປ?
8 ທຸກມື້ນີ້ຄອບຄົວພວມປ່ຽນແປງ ແລະໜ້າເສົ້າທີ່ຕ້ອງກ່າວວ່າບໍ່ແມ່ນໃນທາງທີ່ດີຂຶ້ນ. ຕົວຢ່າງໜຶ່ງເຫັນໄດ້ໃນອິນເດຍ ຊຶ່ງພັນລະຍາອາດຢູ່ກັບຄອບຄົວຂອງສາມີແລະເຮັດວຽກໃນບ້ານພາຍໃຕ້ການບົງການຂອງຍາດຝ່າຍສາມີ. ຢ່າງໃດກໍຕາມ ຕອນນີ້ບໍ່ແມ່ນເລື່ອງຜິດປົກກະຕິທີ່ພັນລະຍາຊາວອິນເດຍຈະຫາວຽກນອກບ້ານ. ເຖິງຢ່າງນັ້ນ ເບິ່ງຄືວ່າຍັງຄົງມີການຄາດໝາຍໃຫ້ນາງປະຕິບັດບົດບາດຕາມປະເພນີພາຍໃນບ້ານ. ບັນຫາທີ່ຍົກຂຶ້ນມາໃນຫຼາຍປະເທດຄືວ່າ ເມື່ອທຽບກັບສະມາຊິກຄົນອື່ນໃນຄອບຄົວ ຜູ້ຍິງທີ່ເຮັດການນອກເຮືອນຈະຖືກຄາດໝາຍໃຫ້ເຮັດວຽກໃນບ້ານນ້ອຍຫຼາຍປານໃດ?
9 ໃນສັງຄົມທາງຕາເວັນອອກ ຄວາມຜູກພັນທີ່ແໜ້ນແກ່ນຂອງຄອບຄົວຂະຫຍາຍນັ້ນເປັນປະເພນີທີ່ສືບທອດກັນມາ. ຢ່າງໃດກໍຕາມ ພາຍໃຕ້ອິດທິພົນຂອງປັດເຈກນິຍົມແບບຕາເວັນຕົກແລະຄວາມຕຶງຄຽດຂອງບັນຫາທາງເສດຖະກິດ ຄອບຄົວຂະຫຍາຍທີ່ມີສືບຕໍ່ກັນມາພວມອ່ອນແອລົງ. ດັ່ງນັ້ນ ຫຼາຍຄົນຖືວ່າການເບິ່ງແຍງຜູ້ສູງອາຍຸໃນຄອບຄົວເປັນພາລະແທນທີ່ຈະເປັນໜ້າທີ່ຫຼືສິດທິພິເສດ. ພໍ່ແມ່ທີ່ແກ່ຊະລາບາງຄົນໄດ້ຖືກປະຕິບັດຢ່າງທາລຸນ. ແທ້ຈິງ ການກະທຳຢ່າງທາລຸນແລະການບໍ່ຫົວຊາຕໍ່ຜູ້ຊະລາເຫັນໄດ້ໃນຫຼາຍປະເທດທຸກມື້ນີ້.
10, 11. ຂໍ້ເທດຈິງອັນໃດສະແດງວ່າຄອບຄົວພວມປ່ຽນແປງໄປໃນປະເທດຕ່າງໆ ແຖບຢູຣົບ?
10 ການຢ່າຮ້າງກາຍເປັນເລື່ອງທຳມະດາຫຼາຍຂຶ້ນເລື້ອຍໆ. ໃນສະເປນອັດຕາການຢ່າຮ້າງສູງຂຶ້ນເຖິງ 1 ໃນທຸກ 8 ລາຍສົມລົດໃນຕອນຕົ້ນທົດສະວັດປີ 1990—ສູງພຸ່ງຂຶ້ນຈາກ 1 ໃນທຸກ 100 ລາຍພຽງ 25 ປີກ່ອນໜ້ານີ້. ບຣິເຕນ ຊຶ່ງຕາມລາຍງານແລ້ວມີອັດຕາການຢ່າຮ້າງສູງສຸດໃນຢູຣົບ (ການສົມລົດ 4 ໃນທຸກ 10 ລາຍຄາດວ່າຈະລົ້ມເຫຼວ) ເຫັນວ່າມີການເພີ່ມຂຶ້ນຢ່າງບໍ່ຄາດໄວ້ໃນຈຳນວນຂອງຄອບຄົວທີ່ມີພໍ່ຫຼືແມ່ຝ່າຍດຽວ.
11 ຫຼາຍຄົນໃນເຢຍລະມັນເບິ່ງຄືຈະລະຖິ້ມຄອບຄົວແບບທີ່ມີມາແຕ່ກ່ອນໆ ທັງມວນ. ທົດສະວັດປີ 1990 ຄອບຄົວຊາວເຢຍລະມັນທັງໝົດ ປາກົດວ່າ 35 ເປີເຊັນປະກອບດ້ວຍຄົນດຽວ ແລະ 31 ເປີເຊັນປະກອບດ້ວຍພຽງແຕ່ສອງບຸກຄົນ. ຊາວຝຣັ່ງເສດແຕ່ງດອງນ້ອຍລົງດ້ວຍຄືກັນແລະຜູ້ທີ່ໄດ້ແຕ່ງດອງກໍຢ່າຮ້າງກັນຫຼາຍຂຶ້ນແລະໄວກວ່າແຕ່ກ່ອນ. ຄົນຈຳນວນຫຼາຍຂຶ້ນເລື້ອຍໆ ມັກທີ່ຈະຢູ່ກິນດ້ວຍກັນໂດຍບໍ່ມີການຮັບຜິດຊອບຕໍ່ການສົມລົດ. ແນວໂນ້ມຄ້າຍກັນເຫັນໄດ້ທົ່ວໂລກ.
12. ເດັກໆ ໄດ້ຮັບທຸກຢ່າງໃດເນື່ອງຈາກການປ່ຽນແປງໃນຄອບຄົວສະໄໝປັດຈຸບັນ?
12 ເດັກນ້ອຍເດຈະວ່າຢ່າງໃດ? ໃນສະຫະລັດແລະປະເທດອື່ນຫຼາຍແຫ່ງເດັກຈຳນວນຫຼາຍຂຶ້ນເລື້ອຍໆ ເກີດນອກສາຍສົມລົດ ບາງຄົນເກີດຈາກຜູ້ທີ່ເລີ່ມເປັນໄວຮຸ່ນ. ສາວໄວຮຸ່ນຈຳນວນຫຼາຍມີລູກຫຼາຍຄົນທີ່ເກີດຈາກຄົນລະພໍ່. ລາຍງານທົ່ວໂລກເວົ້າເຖິງເດັກທີ່ບໍ່ມີບ້ານຢູ່ຫຼາຍລ້ານຄົນເລາະລຽບຢູ່ຕາມຫົນທາງ ຫຼາຍຄົນໜີອອກຈາກບ້ານທີ່ມີການທາລຸນເດັກ ຫຼືຖືກໄລ່ອອກຈາກຄອບຄົວທີ່ບໍ່ສາມາດລ້ຽງດູພວກເຂົາໄດ້ອີກຕໍ່ໄປ.
13. ບັນຫາທີ່ແພ່ຫຼາຍອັນໃດແດ່ທີ່ປຸ້ນຄວາມສຸກໄປຈາກຄອບຄົວ?
13 ຖືກແລ້ວ ຄອບຄົວຢູ່ໃນສະພາບວິກິດ. ນອກຈາກສິ່ງທີ່ກ່າວມາແລ້ວ ການຂືນອຳນາດໂດຍໄວຮຸ່ນ, ການທາລຸນເດັກ, ການໃຊ້ຄວາມຮຸນແຮງກັບຄູ່ແຕ່ງດອງ, ໂລກພິດສຸລາຊຳເຮື້ອ, ແລະບັນຫາທີ່ຍັງຄວາມເສຍຫາຍອື່ນໆ ປຸ້ນຄວາມສຸກໄປຈາກຫຼາຍຄອບຄົວ. ສຳລັບເດັກແລະຜູ້ໃຫຍ່ຈຳນວນຫຼາຍ ຄອບຄົວບໍ່ເປັນບ່ອນພັກພິງທີ່ປອດໄພເລີຍ.
14. (ກ) ຕາມຄຳກ່າວຂອງບາງຄົນ ອັນໃດເປັນເຫດແຫ່ງສະພາບວິກິດຂອງຄອບຄົວ? (ຂ) ນັກກົດໝາຍໃນສະຕະວັດທຳອິດພັນລະນາເຖິງໂລກທຸກມື້ນີ້ຢ່າງໃດ ແລະຄວາມສຳເລັດເປັນຈິງຂອງຖ້ອຍຄຳທີ່ທ່ານກ່າວນັ້ນມີຜົນກະທົບອັນໃດຕໍ່ຊີວິດຄອບຄົວ?
14 ເປັນຫຍັງຄອບຄົວຈຶ່ງເກີດສະພາບວິກິດ? ບາງຄົນໂທດການທີ່ຜູ້ຍິງອອກໄປເຮັດວຽກນອກບ້ານວ່າເປັນຕົ້ນເຫດແຫ່ງພາວະວິກິດຂອງຄອບຄົວສະໄໝປັດຈຸບັນ. ຄົນອື່ນຊີ້ເຖິງຄວາມເສື່ອມທາງສິນທຳໃນທຸກມື້ນີ້. ແລະມີການອ້າງເຖິງສາເຫດອື່ນນອກຈາກນີ້. ເກືອບສອງພັນປີມາແລ້ວ ນັກກົດໝາຍມີຊື່ສຽງຄົນໜຶ່ງໄດ້ບອກລ່ວງໜ້າໄວ້ວ່າ ຄວາມກົດດັນຫຼາຍຢ່າງຈະເຮັດໃຫ້ຄອບຄົວເດືອດຮ້ອນ ເມື່ອທ່ານຂຽນວ່າ “ໃນສະໄໝສຸດທ້າຍຈະມີວິກິດການຊຶ່ງຍາກທີ່ຈະຮັບມືໄດ້. ເພາະວ່າຄົນຈະຮັກຕົວເອງ, ຮັກເງິນທອງ, ອວດຕົວ, ຈອງຫອງ, ເປັນຄົນໝິ່ນປະໝາດ, ບໍ່ເຊື່ອຟັງພໍ່ແມ່, ອະກະຕັນຍູ, ບໍ່ພັກດີ, ບໍ່ມີຄວາມຮັກແພງຕາມທຳມະຊາດ, ບໍ່ຍອມຕົກລົງກັນ, ເປັນຄົນໃສ່ຮ້າຍ, ບໍ່ມີການຮູ້ຈັກບັງຄັບຕົນ, ດຸຮ້າຍ, ບໍ່ຮັກຄວາມດີ, ເປັນຄົນທໍລະຍົດ, ຫົວດື້, ພອງຕົວດ້ວຍຄວາມເຍີ້ຍິ່ງ, ເປັນຄົນຮັກການສະຫນຸກສະໜານແທນທີ່ຈະຮັກພະເຈົ້າ.” (2 ຕີໂມເຕ 3:1-4, ລ.ມ.) ໃຜແດ່ຈະສົງໄສວ່າ ຖ້ອຍຄຳເຫຼົ່ານີ້ໄດ້ສຳເລັດເປັນຈິງຫຼືບໍ່ໃນທຸກມື້ນີ້? ໃນໂລກທີ່ມີສະພາບການເຊັ່ນນີ້ ມັນແປກບໍທີ່ຫຼາຍຄອບຄົວຢູ່ໃນພາວະວິກິດ?
ເຄັດລັບສຳລັບຄວາມສຸກໃນຄອບຄົວ
15-17. ໃນໜັງສືນີ້ ຈະມີການຊີ້ເຖິງແຫຼ່ງໃດຊຶ່ງສະເໜີເຄັດລັບສຳລັບຄວາມສຸກໃນຄອບຄົວ?
15 ມີການສະເໜີຄຳແນະນຳເລື່ອງວິທີບັນລຸຄວາມສຸກໃນຄອບຄົວຈາກທຸກຫົນແຫ່ງ. ໃນປະເທດຕາເວັນຕົກ ໜັງສືແລະວາລະສານທີ່ໃຫ້ຄຳແນະນຳວິທີປະຕິບັດມີພິມອອກບໍ່ຂາດ. ບັນຫາກໍຄື ທີ່ປຶກສາຊຶ່ງເປັນມະນຸດຂັດແຍ້ງກັນເອງ ແລະຄຳແນະນຳທີ່ທັນສະໄໝໃນຕອນນີ້ ກໍອາດຖືວ່າໃຊ້ການບໍ່ໄດ້ອີກບໍ່ດົນ.
16 ດັ່ງນັ້ນແລ້ວ ເຮົາສາມາດມຸ່ງຫວັງເຄື່ອງນຳທາງທີ່ໄວ້ໃຈໄດ້ສຳລັບຄອບຄົວຈາກໃສ? ເຈົ້າຈະຫວັງເພິ່ງປຶ້ມທີ່ຂຽນສຳເລັດຄົບຖ້ວນປະມານ 1900 ປີມາແລ້ວບໍ? ຫຼືເຈົ້າຈະຮູ້ສຶກວ່າ ປຶ້ມແບບນີ້ຕ້ອງລ້າສະໄໝຢ່າງທີ່ຈະຫວັງອັນໃດບໍ່ໄດ້ແນ່ໆ ບໍ? ຄວາມຈິງແມ່ນ ເຄັດລັບແທ້ທີ່ຈະມີຄວາມສຸກໃນຄອບຄົວນັ້ນພົບໄດ້ໃນແຫຼ່ງເຊັ່ນວ່ານັ້ນລະ.
17 ແຫຼ່ງນັ້ນແມ່ນຄຳພີໄບເບິນ. ຈາກຫຼັກຖານທັງໝົດ ຄຳພີໄບເບິນມີຂຶ້ນໂດຍການດົນໃຈຈາກພະເຈົ້າໂດຍກົງ. ໃນຄຳພີໄບເບິນເຮົາພົບຖ້ອຍຖະແຫຼງດັ່ງນີ້ “ພະຄຳພີທຸກຕອນມີຂຶ້ນໂດຍການດົນໃຈຈາກພະເຈົ້າ ແລະເປັນປະໂຫຍດເພື່ອການສັ່ງສອນ, ເພື່ອການວ່າກ່າວ, ເພື່ອຈັດການເລື່ອງຕ່າງໆ ໃຫ້ຮຽບຮ້ອຍ, ເພື່ອຕີສອນດ້ວຍຄວາມຊອບທຳ.” (2 ຕີໂມເຕ 3:16, ລ.ມ.) ໃນໜັງສືນີ້ ເຮົາສະໜັບສະຫນູນເຈົ້າໃຫ້ພິຈາລະນາວິທີທີ່ຄຳພີໄບເບິນສາມາດຊ່ວຍເຈົ້າ ‘ຈັດການເລື່ອງຕ່າງໆ ໃຫ້ຮຽບຮ້ອຍ’ ເມື່ອຮັບມືກັບຄວາມຕຶງຄຽດແລະບັນຫາທີ່ຄອບຄົວຜະເຊີນຢູ່ໃນທຸກມື້ນີ້.
18. ເປັນຫຍັງຈຶ່ງມີເຫດຜົນທີ່ຈະຍອມຮັບຄຳພີໄບເບິນວ່າເປັນແຫຼ່ງໃນການໃຫ້ຄຳແນະນຳເລື່ອງຊີວິດສົມລົດ?
18 ຫາກເຈົ້າມີທ່າທີຈະປະຕິເສດຄວາມເປັນໄປໄດ້ທີ່ຄຳພີໄບເບິນສາມາດຊ່ວຍເຮັດໃຫ້ຄອບຄົວມີຄວາມສຸກແລ້ວ ຈົ່ງພິຈາລະນາຂໍ້ນີ້: ພະອົງຜູ້ດົນໃຈໃຫ້ມີຄຳພີໄບເບິນເປັນຜູ້ລິເລີ່ມການຈັດກຽມກ່ຽວກັບການແຕ່ງດອງ. (ຕົ້ນເດິມ 2:18-25) ຄຳພີໄບເບິນກ່າວວ່າ ນາມຊື່ຂອງພະອົງແມ່ນ ເຢໂຫວາ. (ຄຳເພງ 83:18) ພະຄຳພີຮຽກພະອົງວ່າພະຜູ້ສ້າງແລະ ‘ພະບິດາຊຶ່ງແຕ່ລະຄອບຄົວມີຊື່ເນື່ອງດ້ວຍພະອົງ.’ (ເອເຟດ 3:14, 15, ລ.ມ.) ພະເຢໂຫວາໄດ້ສັງເກດຊີວິດຄອບຄົວມາຕັ້ງແຕ່ການເລີ່ມຕົ້ນຂອງມະນຸດຊາດ. ພະອົງຮູ້ບັນຫາຊຶ່ງອາດເກີດຂຶ້ນແລະປະທານຄຳແນະນຳເພື່ອການແກ້ບັນຫາເຫຼົ່ານັ້ນ. ຕະຫຼອດປະຫວັດສາດ ຄົນເຫຼົ່ານັ້ນຊຶ່ງນຳຫຼັກການຈາກຄຳພີໄບເບິນມາໃຊ້ໃນຊີວິດຄອບຄົວຂອງຕົນພົບຄວາມສຸກຫຼາຍຂຶ້ນ.
19-21. ປະສົບການສະໄໝປັດຈຸບັນອັນໃດແດ່ສະແດງໃຫ້ເຫັນພະລັງຂອງຄຳພີໄບເບິນທີ່ຈະແກ້ໄຂບັນຫາໃນຊີວິດສົມລົດ?
19 ຕົວຢ່າງເຊັ່ນ ແມ່ບ້ານຜູ້ໜຶ່ງໃນອິນໂດເນເຊຍຕິດການພະນັນງອມແງມ. ເປັນເວລາຫຼາຍປີນາງປ່ອຍປະລະເລີຍລູກສາມຄົນແລະຜິດຖຽງກັບສາມີເປັນປະຈຳ. ຄັນແລ້ວນາງໄດ້ເລີ່ມສຶກສາຄຳພີໄບເບິນ. ເທື່ອລະນ້ອຍຜູ້ຍິງຄົນນີ້ເຊື່ອສິ່ງທີ່ຄຳພີໄບເບິນບອກໄວ້. ເມື່ອເອົາຄຳແນະນຳໃນພະຄຳພີມາໃຊ້ ນາງກາຍເປັນພັນລະຍາທີ່ດີຂຶ້ນ. ຄວາມພະຍາຍາມຂອງນາງ ທີ່ອາໄສຫຼັກການໃນຄຳພີໄບເບິນ ນຳຄວາມສຸກມາໃຫ້ທັງຄອບຄົວຂອງນາງ.
20 ພັນລະຍາຄົນໜຶ່ງໃນສະເປນກ່າວວ່າ “ເຮົາເລີ່ມມີບັນຫາຮ້າຍແຮງເມື່ອແຕ່ງດອງກັນໄດ້ພຽງໜຶ່ງປີເທົ່ານັ້ນ.” ຄວາມສົນໃຈຂອງນາງແລະສາມີຕ່າງກັນຫຼາຍ ແລະທັງສອງສົນທະນາກັນນ້ອຍຫຼາຍຍົກເວັ້ນຕອນໂຕ້ຖຽງກັນ. ທັງໆ ທີ່ມີລູກສາວນ້ອຍໆ ທັງສອງຄົນໄດ້ຕັດສິນໃຈທີ່ຈະແຍກກັນຢູ່ຖືກຕ້ອງຕາມກົດໝາຍ. ແຕ່ວ່າ ກ່ອນແຍກກັນ ເຂົາທັງສອງໄດ້ຮັບການສະໜັບສະຫນູນໃຫ້ອ່ານຄຳພີໄບເບິນ. ເຂົາໄດ້ສຶກສາຄຳແນະນຳໃນຄຳພີໄບເບິນສຳລັບຊາຍແລະຍິງທີ່ສົມລົດແລ້ວ ແລະເລີ່ມນຳເອົາຄຳແນະນຳນັ້ນມາໃຊ້. ບໍ່ດົນ ເຂົາສາມາດສື່ຄວາມກັນຢ່າງສັນຕິ ແລະຄອບຄົວນ້ອຍໆ ຂອງເຂົາປອງດອງກັນຢ່າງມີຄວາມສຸກ.
21 ຄຳພີໄບເບິນຊ່ວຍຜູ້ຄົນທີ່ສູງໄວດ້ວຍ. ເຊັ່ນ ຂໍພິຈາລະນາປະສົບການຂອງຄູ່ສົມລົດຊາວຍີ່ປຸ່ນຄູ່ໜຶ່ງ. ສາມີເປັນຄົນໃຈຮ້ອນແລະບາງເທື່ອອາລະວາດ. ທຳອິດ ລູກສາວເຂົາເລີ່ມສຶກສາຄຳພີໄບເບິນ ທັງໆ ທີ່ພໍ່ແມ່ຕໍ່ຕ້ານ. ຄັນແລ້ວ ສາມີໄດ້ສົມທົບກັບລູກສາວ ແຕ່ພັນລະຍາຍັງຄົງຄັດຄ້ານຢູ່ຕໍ່ໄປ. ຢ່າງໃດກໍຕາມ ຕະຫຼອດຫຼາຍປີ ນາງສັງເກດຜົນກະທົບໃນທາງດີຂອງຫຼັກການໃນຄຳພີໄບເບິນທີ່ມີຕໍ່ຄອບຄົວຂອງນາງ. ລູກສາວເອົາໃຈໃສ່ເບິ່ງແຍງນາງຢ່າງດີ ແລະສາມີກໍອ່ອນໂຍນກວ່າເກົ່າ. ການປ່ຽນແປງດັ່ງກ່າວກະຕຸ້ນຍິງຄົນນີ້ໃຫ້ອ່ານຄຳພີໄບເບິນດ້ວຍຕົນເອງ ແລະກໍເກີດຜົນກະທົບໃນທາງດີຕໍ່ນາງເຊັ່ນກັນ. ສຸພາບສະຕີສູງອາຍຸຄົນນີ້ໄດ້ເວົ້າຫຼາຍເທື່ອວ່າ “ເຮົາກາຍເປັນຄູ່ສົມລົດທີ່ແທ້ຈິງ.”
22, 23. ຄຳພີໄບເບິນຊ່ວຍຜູ້ຄົນຈາກທຸກພື້ນເພທາງເຊື້ອຊາດໃຫ້ປະສົບຄວາມສຸກໃນຊີວິດຄອບຄົວໂດຍວິທີໃດ?
22 ບຸກຄົນເຫຼົ່ານີ້ຢູ່ໃນບັນດາຄົນຈຳນວນຫຼວງຫຼາຍທີ່ໄດ້ຮຽນຮູ້ເຄັດລັບສຳລັບຄວາມສຸກໃນຄອບຄົວ. ພວກເຂົາໄດ້ຍອມຮັບຄຳແນະນຳໃນຄຳພີໄບເບິນແລ້ວນຳໄປໃຊ້. ຈິງຢູ່ ເຂົາມີຊີວິດຢູ່ໃນໂລກທີ່ຮຸນແຮງ, ຜິດສິນທຳ, ບີບຄັ້ນທາງເສດຖະກິດເຊັ່ນກັນກັບຜູ້ອື່ນທຸກຄົນ. ນອກຈາກນັ້ນ ເຂົາເປັນຄົນບໍ່ສົມບູນ ແຕ່ເຂົາພົບຄວາມສຸກໃນການພະຍາຍາມເຮັດຕາມພະໄທປະສົງຂອງພະອົງຜູ້ລິເລີ່ມການຈັດກຽມກ່ຽວກັບຄອບຄົວ. ດັ່ງທີ່ຄຳພີໄບເບິນກ່າວ ພະເຢໂຫວາພະເຈົ້າເປັນ “ຜູ້ສັ່ງສອນເຈົ້າສຳລັບປະໂຫຍດແກ່ເຈົ້າ ຜູ້ພາເຈົ້າໄປໃນຫົນທາງທີ່ເຈົ້າຕ້ອງໄປ.”—ເອຊາອີ 48:17.
23 ແມ່ນວ່າຄຳພີໄບເບິນຂຽນຄົບແລ້ວເກືອບສອງພັນປີມາແລ້ວກໍຕາມ ຄຳແນະນຳຂອງພະຄຳພີຍັງທັນສະໄໝແທ້ໆ. ນອກຈາກນີ້ ພະຄຳພີໄດ້ຮັບການຂຽນໄວ້ເພື່ອທຸກ ຄົນ. ຄຳພີໄບເບິນບໍ່ແມ່ນໜັງສືຂອງຊາວອາເມຣິກັນຫຼືຊາວຕາເວັນຕົກ. ພະເຢໂຫວາ “ໄດ້ສ້າງມະນຸດທຸກຊາດຈາກຄົນໆ ດຽວ” ແລະພະອົງຮູ້ນິດໄສຂອງມະນຸດທຸກຫົນແຫ່ງ. (ກິດຈະການ 17:26, ລ.ມ.) ຫຼັກການໃນຄຳພີໄບເບິນໃຊ້ໄດ້ກັບທຸກຄົນ. ຫາກເຈົ້ານຳຫຼັກການນັ້ນໄປໃຊ້ ເຈົ້າກໍຈະຮູ້ເຄັດລັບສຳລັບຄວາມສຸກໃນຄອບຄົວຄືກັນ.