ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄຄ ບົດທີ 13 ໜ້າ 153-162
  • ຫາກ​ຊີວິດ​ສົມລົດ​ຢູ່​ໃນ​ຂັ້ນ​ວິກິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຫາກ​ຊີວິດ​ສົມລົດ​ຢູ່​ໃນ​ຂັ້ນ​ວິກິດ
  • ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຈົ່ງ​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ
  • ເວົ້າ​ເລື່ອງ​ທີ່​ຜິດ​ໃຈ​ກັນ
  • ການ​ໃຫ້​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ
  • ເຫດຜົນ​ຕາມ​ຫຼັກ​ຄຳພີ​ໄບເບິນ​ສຳລັບ​ການ​ປະ​ຮ້າງ
  • ເຫດຜົນ​ສຳລັບ​ການ​ແຍກ​ກັນ​ຢູ່
  • ວິທີ​ກອບ​ກູ້​ຊີວິດ​ສົມລົດ​ທີ່​ແຕກ​ສະຫຼາຍ
  • ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ຄລິດສະຕຽນ​ປະສົບ​ຜົນ​ສຳເລັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ໃຫ້​ນັບຖື​ຊີວິດ​ແຕ່ງ​ດອງ​ທີ່​ພະເຈົ້າ​ຈັດ​ກຽມ​ໄວ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຊີວິດ​ສົມລົດ—ຂອງ​ປະທານ​ຈາກ​ພະເຈົ້າ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ປົກປ້ອງຊີວິດຄູ່ຂອງເຈົ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ເຄັດລັບສຳລັບຄວາມສຸກໃນຄອບຄົວ
ຄຄ ບົດທີ 13 ໜ້າ 153-162

ບົດ​ສິບ​ສາມ

ຫາກ​ຊີວິດ​ສົມລົດ​ຢູ່​ໃນ​ຂັ້ນ​ວິກິດ

1, 2. ເມື່ອ​ຊີວິດ​ສົມລົດ​ຢູ່​ພາຍ​ໃຕ້​ຄວາມ​ຕຶງ​ຄຽດ ຄວນ​ຈະ​ຖາມ​ຄຳຖາມ​ອັນ​ໃດ?

ໃນປີ 1988 ຍິງ​ຊາວ​ອີຕາລີ​ຄົນ​ໜຶ່ງ​ຊື່​ລູຊີອາ​ຮູ້ສຶກ​ຫົດ​ຫູ່​ໃຈ​ຫຼາຍ.a ຫຼັງ​ຈາກ​ສິບ​ປີ ຊີວິດ​ສົມລົດ​ຂອງ​ນາງ​ພວມ​ຈະ​ຈົບ​ລົງ. ນາງ​ພະຍາຍາມ​ຫຼາຍ​ເທື່ອ​ທີ່​ຈະ​ຄືນ​ດີ​ກັບ​ສາມີ ແຕ່​ບໍ່​ໄດ້​ຜົນ. ດັ່ງ​ນັ້ນ ນາງ​ຈຶ່ງ​ແຍກ​ໄປ​ຢູ່​ຕ່າງ​ຫາກ​ຍ້ອນ​ວ່າ​ເຂົ້າ​ກັນ​ບໍ່​ໄດ້​ແລະ​ຈາກ​ນັ້ນ​ຕ້ອງ​ຜະເຊີນ​ກັບ​ການ​ລ້ຽງ​ດູ​ລູກ​ສາວ​ສອງ​ຄົນ​ດ້ວຍ​ຕົນ​ເອງ. ເມື່ອ​ເບິ່ງ​ຄືນ​ຫຼັງ​ເຖິງ​ຕອນ​ນັ້ນ​ລູຊີອາ​ເລົ່າ​ວ່າ “ຂ້ອຍ​ໝັ້ນ​ໃຈ​ວ່າ​ບໍ່​ມີ​ສິ່ງ​ໃດ​ຈະ​ຮັກສາ​ຊີວິດ​ສົມລົດ​ຂອງ​ເຮົາ​ໄວ້​ໄດ້.”

2 ຫາກ​ເຈົ້າ​ພວມ​ມີ​ບັນຫາ​ໃນ​ຊີວິດ​ສົມລົດ ເຈົ້າ​ອາດ​ເຂົ້າ​ໃຈ​ໄດ້​ວ່າ​ລູຊີອາ​ຮູ້ສຶກ​ຢ່າງ​ໃດ. ຊີວິດ​ສົມລົດ​ຂອງ​ເຈົ້າ​ອາດ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ແລະ​ເຈົ້າ​ອາດ​ສົງໄສ​ວ່າ​ຊີວິດ​ສົມລົດ​ຂອງ​ເຈົ້າ​ຈະ​ພົ້ນ​ໄພ​ໄດ້​ຫຼື​ບໍ່. ຫາກ​ເປັນ​ກໍລະນີ​ເຊັ່ນ​ນີ້ ເຈົ້າ​ຈະ​ພົບ​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ພິຈາລະນາ​ຄຳຖາມ​ນີ້: ຂ້ອຍ​ໄດ້​ຕິດ​ຕາມ​ຄຳ​ແນະນຳ​ທີ່​ດີ​ທຸກ​ຢ່າງ​ຊຶ່ງ​ພະເຈົ້າ​ປະທານ​ໃຫ້​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ໃຫ້​ຊີວິດ​ສົມລົດ​ປະສົບ​ຜົນ​ສຳເລັດ​ບໍ?—ຄຳເພງ 119:105.

3. ເຖິງ​ແມ່ນ​ວ່າ​ການ​ປະ​ຮ້າງ​ກັນ​ກາຍ​ເປັນ​ທີ່​ນິຍົມ​ກັນ​ກໍ​ຕາມ ມີ​ການ​ລາຍງານ​ເຖິງ​ປະຕິກິລິຍາ​ເຊັ່ນ​ໃດ​ໃນ​ຫມູ່​ຄົນ​ຈຳນວນ​ຫຼາຍ​ທີ່​ປະ​ຮ້າງ​ກັນ​ແລະ​ຄອບຄົວ​ຂອງ​ເຂົາ?

3 ເມື່ອ​ເກີດ​ຄວາມ​ຕຶງ​ຄຽດ​ຢ່າງ​ຮຸນແຮງ​ລະຫວ່າງ​ສາມີ​ກັບ​ພັນລະຍາ ການ​ເລີກ​ລົ້ມ​ສາຍ​ສົມລົດ​ລົງ​ອາດ​ຈະ​ເບິ່ງ​ຄື​ເປັນ​ແນວ​ປະຕິບັດ​ທີ່​ງ່າຍ​ທີ່​ສຸດ. ແຕ່​ຂະນະ​ທີ່​ຫຼາຍ​ປະເທດ​ມີ​ຄອບຄົວ​ທີ່​ແຕກ​ແຍກ​ເພີ່ມ​ຂຶ້ນ​ຢ່າງ​ໜ້າ​ສະດຸ້ງ ການ​ວິໄຈ​ເມື່ອ​ບໍ່​ດົນ​ມາ​ນີ້​ສະແດງ​ວ່າ ຊາຍ​ແລະ​ຍິງ​ສ່ວນ​ຫຼາຍ​ທີ່​ປະ​ຮ້າງ​ກັນ​ເກີດ​ຄວາມ​ເສຍໃຈ​ພາຍ​ຫຼັງ​ທີ່​ປະກັນ. ຈຳນວນ​ໜຶ່ງ​ມີ​ບັນຫາ​ດ້ານ​ສຸຂະພາບ ທັງ​ທາງ​ຮ່າງ​ກາຍ​ແລະ​ທາງ​ຈິດໃຈ ຫຼາຍ​ກວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ຍັງ​ຮັກສາ​ສາຍ​ສົມລົດ​ໄວ້. ຄວາມ​ສັບສົນ​ແລະ​ການ​ຂາດ​ຄວາມ​ສຸກ​ຂອງ​ລູກ​ທີ່​ພໍ່​ແມ່​ປະກັນ​ນັ້ນ​ມັກ​ຈະ​ຄົງ​ຢູ່​ຕໍ່​ໄປ​ເປັນ​ເວລາ​ຫຼາຍ​ປີ. ພໍ່​ແມ່​ແລະ​ເພື່ອນ​ຂອງ​ຄອບຄົວ​ທີ່​ແຕກ​ແຍກ​ກັນ​ກໍ​ເປັນ​ທຸກ​ດ້ວຍ. ແລະ​ພະເຈົ້າ​ຜູ້​ລິເລີ່ມ​ການ​ສົມລົດ​ມີ​ທັດສະນະ​ຢ່າງ​ໃດ​ກັບ​ສະພາບການ​ນັ້ນ?

4. ຄວນ​ຈັດການ​ກັບ​ບັນຫາ​ໃນ​ຊີວິດ​ສົມລົດ​ໂດຍ​ວິທີ​ໃດ?

4 ດັ່ງ​ທີ່​ໄດ້​ຊີ້​ໃຫ້​ເຫັນ​ໃນ​ບົດ​ກ່ອນໆ ພະເຈົ້າ​ມຸ່ງ​ໝາຍ​ໃຫ້​ການ​ສົມລົດ​ເປັນ​ການ​ຜູກ​ພັນ​ຕະຫຼອດ​ຊີວິດ. (ຕົ້ນເດິມ 2:24) ຖ້າ​ເຊັ່ນ​ນັ້ນ ເປັນ​ຫຍັງ​ຊີວິດ​ສົມລົດ​ຫຼາຍ​ລາຍ​ແທ້ໆ ຈຶ່ງ​ລົ້ມ​ເລີກ? ສິ່ງ​ນັ້ນ​ຄົງ​ບໍ່​ໄດ້​ເກີດ​ຂຶ້ນ​ທັນທີ​ທັນໃດ. ຕາມ​ປົກກະຕິ​ມັກ​ຈະ​ມີ​ສັນຍານ​ເຕືອນ. ບັນຫາ​ນ້ອຍໆ ໃນ​ຊີວິດ​ສົມລົດ​ອາດ​ໃຫຍ່​ຂຶ້ນໆ ຈົນ​ກະທັ່ງ​ເບິ່ງ​ຄື​ຈະ​ເອົາ​ຊະນະ​ບໍ່​ໄດ້. ແຕ່​ຖ້າ​ໄດ້​ຈັດການ​ກັບ​ບັນຫາ​ເຫຼົ່າ​ນີ້​ທັນທີ​ໂດຍ​ອາໄສ​ຄຳພີ​ໄບເບິນ​ແລ້ວ ການ​ແຕກ​ແຍກ​ໃນ​ຊີວິດ​ສົມລົດ​ຫຼາຍ​ລາຍ​ອາດ​ຫຼີກ​ເວັ້ນ​ໄດ້.

ຈົ່ງ​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ

5. ສະພາບການ​ອັນ​ໃດ​ທີ່​ກົງ​ກັບ​ຄວາມ​ເປັນ​ຈິງ​ຊຶ່ງ​ຊີວິດ​ສົມລົດ​ບໍ່​ວ່າ​ລາຍ​ໃດ​ກໍ​ຕາມ​ຕ້ອງ​ຜະເຊີນ?

5 ປັດໄຈ​ສຳຄັນ​ອັນ​ໜຶ່ງ​ທີ່​ບາງ​ເທື່ອ​ນຳ​ໄປ​ສູ່​ບັນຫາ​ຕ່າງໆ ແມ່ນ​ການ​ທີ່​ຄູ່​ສົມລົດ​ຝ່າຍ​ໜຶ່ງ​ຫຼື​ທັງ​ສອງ​ຝ່າຍ​ອາດ​ມີ​ການ​ຄາດ​ໝາຍ​ແບບ​ທີ່​ບໍ່​ກົງ​ກັບ​ຄວາມ​ເປັນ​ຈິງ. ນິຍາຍ​ຮັກ, ນິດຕະຍະສານ, ລາຍ​ການ​ໂທລະທັດ, ແລະ​ພາບພະຍົນ​ຊຶ່ງ​ເປັນ​ທີ່​ນິຍົມ​ອາດ​ສ້າງ​ຄວາມ​ຫວັງ​ແລະ​ຄວາມ​ຝັນ​ທີ່​ໄກ​ລິບ​ຈາກ​ຊີວິດ​ແທ້. ເມື່ອ​ຄວາມ​ຝັນ​ເຫຼົ່າ​ນີ້​ບໍ່​ເປັນ​ຈິງ ຄົນ​ເຮົາ​ອາດ​ຮູ້ສຶກ​ວ່າ​ຖືກ​ຫຼອກ, ບໍ່​ພໍ​ໃຈ, ຊ້ຳ​ຍັງ​ຮູ້ສຶກ​ລະທົມ​ຂົມຂື່ນ. ແຕ່​ບຸກຄົນ​ທີ່​ບໍ່​ສົມບູນ​ສອງ​ຄົນ​ຈະ​ປະສົບ​ຄວາມ​ສຸກ​ໃນ​ຊີວິດ​ສົມລົດ​ໄດ້​ຢ່າງ​ໃດ? ຕ້ອງ​ພະຍາຍາມ​ບາກບັ່ນ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ສາຍ​ສຳພັນ​ທີ່​ປະສົບ​ຜົນ​ສຳເລັດ.

6. (ກ) ຄຳພີ​ໄບເບິນ​ໃຫ້​ທັດສະນະ​ທີ່​ສົມດຸນ​ອັນ​ໃດ​ໃນ​ເລື່ອງ​ຊີວິດ​ສົມລົດ? (ຂ) ມີ​ອັນ​ໃດ​ແດ່​ທີ່​ເປັນ​ເຫດ​ບາງ​ຢ່າງ​ຂອງ​ຄວາມ​ບໍ່​ລົງ​ຮອຍ​ກັນ​ໃນ​ຊີວິດ​ສົມລົດ?

6 ຄຳພີ​ໄບເບິນ​ໃຊ້​ໄດ້​ຜົນ​ແທ້. ພະ​ຄຳພີ​ຍອມ​ຮັບ​ວ່າ​ຊີວິດ​ສົມລົດ​ນຳ​ມາ​ຊຶ່ງ​ຄວາມ​ສຸກ ແຕ່​ຍັງ​ເຕືອນ​ດ້ວຍ​ວ່າ ຄົນ​ເຫຼົ່າ​ນັ້ນ​ທີ່​ແຕ່ງ​ດອງ “ຈະ​ມີ​ຄວາມ​ຍາກ​ລຳບາກ​ໃນ​ເນື້ອ​ໜັງ.” (1 ໂກລິນໂທ 7:28) ດັ່ງ​ທີ່​ຊີ້​ຄັກ​ແນ່​ແລ້ວ ຄູ່​ສົມລົດ​ທັງ​ສອງ​ຝ່າຍ​ເປັນ​ຄົນ​ບໍ່​ສົມບູນ​ແລະ​ມີ​ຄວາມ​ໂອນ​ອຽງ​ທີ່​ຈະ​ເຮັດ​ບາບ. ໂຄງ​ສ້າງ​ດ້ານ​ຈິດໃຈ​ແລະ​ດ້ານ​ອາລົມ​ແລະ​ການ​ລ້ຽງ​ດູ​ທີ່​ແຕ່​ລະ​ຝ່າຍ​ໄດ້​ຮັບ​ມາ​ນັ້ນ​ຕ່າງ​ກັນ. ບາງ​ເທື່ອ​ຄູ່​ສົມລົດ​ບໍ່​ເຫັນ​ພ້ອມ​ກັນ​ໃນ​ເລື່ອງ​ເງິນ, ລູກ, ແລະ​ຍາດ​ພີ່​ນ້ອງ​ຂອງ​ທັງ​ສອງ​ຝ່າຍ. ການ​ບໍ່​ມີ​ເວລາ​ພໍ​ທີ່​ຈະ​ເຮັດ​ສິ່ງ​ຕ່າງໆ ດ້ວຍ​ກັນ​ແລະ​ບັນຫາ​ເລື່ອງ​ເພດ​ກໍ​ອາດ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຂັດ​ແຍ້ງ​ກັນ​ໄດ້.b ຕ້ອງ​ໃຊ້​ເວລາ​ທີ່​ຈະ​ຈັດການ​ກັບ​ເລື່ອງ​ດັ່ງ​ນັ້ນ ແຕ່​ຈົ່ງ​ໃຫ້​ມີ​ກຳລັງ​ໃຈ! ຄູ່​ສົມລົດ​ສ່ວນ​ຫຼາຍ​ສາມາດ​ຜະເຊີນ​ກັບ​ບັນຫາ​ດັ່ງ​ກ່າວ​ແລະ​ພົບ​ທາງ​ແກ້​ທີ່​ທັງ​ສອງ​ຝ່າຍ​ຍອມ​ຮັບ​ໄດ້.

ເວົ້າ​ເລື່ອງ​ທີ່​ຜິດ​ໃຈ​ກັນ

7, 8. ຫາກ​ມີ​ຄວາມ​ບາດ​ໃຈ​ຫຼື​ມີ​ການ​ເຂົ້າ​ໃຈ​ຜິດ​ລະຫວ່າງ​ຄູ່​ສົມລົດ ອັນ​ໃດ​ເປັນ​ວິທີ​ຕາມ​ຫຼັກ​ພະ​ຄຳພີ​ໃນ​ການ​ຈັດການ​ກັບ​ເລື່ອງ​ເຫຼົ່າ​ນັ້ນ?

7 ຫຼາຍ​ຄົນ​ພົບ​ວ່າ​ຍາກ​ທີ່​ຈະ​ສະຫງົບ​ອາລົມ​ຢູ່​ໄດ້​ເມື່ອ​ເຂົາ​ຖົກ​ຖຽງ​ເລື່ອງ​ບາດ​ໃຈ​ກັນ, ຄວາມ​ເຂົ້າ​ໃຈ​ຜິດ, ຫຼື​ຄວາມ​ຜິດ​ພາດ​ສ່ວນ​ຕົວ. ແທນ​ທີ່​ຈະ​ເວົ້າ​ຢ່າງ​ກົງໆ ວ່າ “ຂ້ອຍ​ຮູ້ສຶກ​ວ່າ​ເຈົ້າ​ເຂົ້າ​ໃຈ​ຂ້ອຍ​ຜິດ” ຝ່າຍ​ໜຶ່ງ​ອາດ​ຈະ​ສະແດງ​ອາລົມ​ອອກ​ມາ​ເກີນ​ຄວນ​ແລະ​ເຮັດ​ໃຫ້​ບັນຫາ​ຂະຫຍາຍ​ຂຶ້ນ. ຫຼາຍ​ຄົນ​ຈະ​ເວົ້າ​ວ່າ “ເຈົ້າ​ສົນ​ໃຈ​ແຕ່​ຕົວ​ເອງ​ທໍ່​ນັ້ນ” ຫຼື “ເຈົ້າ​ບໍ່​ຮັກ​ຂ້ອຍ.” ເນື່ອງ​ຈາກ​ບໍ່​ຢາກ​ເຂົ້າ​ສູ່​ການ​ຜິດ​ຖຽງ​ກັນ ອີກ​ຝ່າຍ​ໜຶ່ງ​ອາດ​ບໍ່​ຍອມ​ຕອບ​ໂຕ້.

8 ແນວ​ທາງ​ດີ​ກວ່າ​ທີ່​ຄວນ​ຕິດ​ຕາມ​ແມ່ນ​ເອົາໃຈໃສ່​ຟັງ​ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ທີ່​ວ່າ “ເມື່ອ​ຮ້າຍ ຢ່າ​ກະທຳ​ຜິດ ຢ່າ​ໃຫ້​ຕາເວັນ​ຕົກ​ເວລາ​ຍັງ​ຮ້າຍ​ຢູ່.” (ເອເຟດ 4:26) ມີ​ການ​ຖາມ​ຄູ່​ສົມລົດ​ທີ່​ມີ​ຄວາມ​ສຸກ​ຄູ່​ໜຶ່ງ​ຕອນ​ມື້​ຄົບ​ຮອບ​ແຕ່ງ​ງານ 60 ປີ​ຂອງ​ເຂົາ​ກ່ຽວ​ກັບ​ເລື່ອງ​ເຄັດ​ລັບ​ຂອງ​ຊີວິດ​ສົມລົດ​ຂອງ​ເຂົາ​ທີ່​ປະສົບ​ຜົນ​ສຳເລັດ. ຜູ້​ທີ່​ເປັນ​ສາມີ​ຕອບ​ວ່າ “ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ບໍ່​ເຂົ້າ​ນອນ​ຈົນ​ກວ່າ​ຈະ​ໄດ້​ຈັດການ​ກັບ​ເລື່ອງ​ຜິດ​ໃຈ​ກັນ​ນັ້ນ​ໃຫ້​ຮຽບຮ້ອຍ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ເປັນ​ເລື່ອງ​ເລັກ​ນ້ອຍ​ຊ່ຳ​ໃດ​ກໍ​ຕາມ.”

9. (ກ) ໃນ​ພະ​ຄຳພີ​ມີ​ການ​ລະບຸ​ວ່າ​ອັນ​ໃດ​ເປັນ​ສ່ວນ​ສຳຄັນ​ຍິ່ງ​ຂອງ​ການ​ສື່​ຄວາມ? (ຂ) ຫຼາຍ​ເທື່ອ​ຄູ່​ສົມລົດ​ຕ້ອງ​ເຮັດ​ອັນ​ໃດ ເຖິງ​ແມ່ນ​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ຕ້ອງ​ມີ​ຄວາມ​ກ້າ​ແລະ​ຄວາມ​ຖ່ອມ​ໃຈ?

9 ເມື່ອ​ສາມີ​ແລະ​ພັນລະຍາ​ບໍ່​ເຫັນ​ພ້ອມ​ກັນ ແຕ່​ລະ​ຝ່າຍ​ຈຳຕ້ອງ “ວ່ອງ​ໄວໆ ຈະ​ຟັງ ໃຫ້​ຊ້າໆ ຈະ​ເວົ້າ ໃຫ້​ຊ້າໆ ຈະ​ຮ້າຍ.” (ຍາໂກໂບ 1:19) ຫຼັງ​ຈາກ​ຮັບ​ຟັງ​ຢ່າງ​ຖ້ວນ​ຖີ່​ແລ້ວ ທັງ​ຄູ່ ອາດ​ເຫັນ​ຄວາມ​ຈຳເປັນ​ຕ້ອງ​ຂໍ​ໂທດ. (ຍາໂກໂບ 5:16) ການ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ “ຂໍ​ໂທດ​ທີ່​ເຮັດ​ໃຫ້​ເຈົ້າ​ເສຍໃຈ” ຕ້ອງ​ໃຊ້​ຄວາມ​ຖ່ອມ​ແລະ​ຄວາມ​ກ້າ. ແຕ່​ການ​ຈັດການ​ກັບ​ຄວາມ​ຜິດ​ໃຈ​ກັນ​ດ້ວຍ​ທ່າ​ທີ​ເຊັ່ນ​ນີ້​ຈະ​ໄດ້​ຜົນ​ດີ​ຫຼາຍ​ໃນ​ການ​ຊ່ວຍ​ຄູ່​ສົມລົດ​ບໍ່​ພຽງ​ແຕ່​ແກ້​ບັນຫາ​ຂອງ​ເຂົາ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ພັດທະນາ​ຄວາມ​ອົບອຸ່ນ​ແລະ​ຄວາມ​ສະໜິດ​ສະໜົມ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ປະສົບ​ຄວາມ​ພໍ​ໃຈ​ຫຼາຍ​ຂຶ້ນ​ໃນ​ການ​ເປັນ​ເພື່ອນ​ກັນ​ແລະ​ກັນ.

ການ​ໃຫ້​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ

10. ວິທີ​ປ້ອງກັນ​ເຊັ່ນ​ໃດ​ທີ່​ໂປໂລ​ແນະນຳ​ຄລິດສະຕຽນ​ຊາວ​ໂກລິນໂທ​ຊຶ່ງ​ອາດ​ນຳ​ມາ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້?

10 ເມື່ອ​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ຊາວ​ໂກລິນໂທ ທ່ານ​ແນະນຳ​ໃຫ້​ເຮັດ​ການ​ສົມລົດ “ເນື່ອງ​ດ້ວຍ​ການ​ປະພຶດ​ຜິດ​ທາງ​ເພດ​ແພ່​ຫຼາຍ.” (1 ໂກລິນໂທ 7:2, ລ.ມ.) ໂລກ​ໃນ​ທຸກ​ມື້​ນີ້​ຊົ່ວ​ຮ້າຍ​ຄື​ກັນ​ກັບ​ເມືອງ​ໂກລິນໂທ​ບູຮານ ຫຼື​ຊົ່ວ​ຮ້າຍ​ຍິ່ງ​ກວ່າ​ອີກ. ເລື່ອງ​ຜິດ​ສິນທຳ​ທີ່​ຊາວ​ໂລກ​ສົນທະນາ​ກັນ​ຢ່າງ​ເປີດ​ເຜີຍ, ວິທີ​ທີ່​ເຂົາ​ແຕ່ງ​ກາຍ​ແບບ​ບໍ່​ສຸພາບ​ຮຽບຮ້ອຍ, ແລະ​ເລື່ອງ​ທາງ​ກາມະລົມ​ທີ່​ມີ​ສະແດງ​ຢ່າງ​ເດັ່ນ​ຊັດ​ໃນ​ນິດຕະຍະສານ​ແລະ​ໜັງສື, ໂທລະທັດ, ຫຼື​ພາບພະຍົນ, ລ້ວນ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ປາຖະໜາ​ທາງ​ເພດ​ແບບ​ຜິດ​ທຳນອງ​ຄອງ​ທຳ. ສຳລັບ​ຊາວ​ໂກລິນໂທ​ທີ່​ມີ​ຊີວິດ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ຄ້າຍ​ກັນ​ນັ້ນ ອັກຄະສາວົກ​ໂປໂລ​ກ່າວ​ວ່າ “ການ​ແຕ່ງ​ດອງ​ນັ້ນ​ດີ​ກວ່າ​ມີ​ໃຈ​ເຜົາ​ຮ້ອນ​ດ້ວຍ​ກາມະລາຄະ.”—1 ໂກລິນໂທ 7:9, ປ.ມ.

11, 12. (ກ) ອັນ​ໃດ​ທີ່​ສາມີ​ແລະ​ພັນລະຍາ​ຄວນ​ໃຫ້​ກັນ​ແລະ​ກັນ ແລະ​ຄວນ​ໃຫ້​ດ້ວຍ​ນ້ຳໃຈ​ແບບ​ໃດ? (ຂ) ຄວນ​ຈັດການ​ກັບ​ສະຖານະການ​ໂດຍ​ວິທີ​ໃດ​ຫາກ​ຕ້ອງ​ມີ​ການ​ງົດ​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ​ຈັກ​ໄລຍະ​ໜຶ່ງ?

11 ເພາະ​ສະນັ້ນ ຄຳພີ​ໄບເບິນ​ສັ່ງ​ຄລິດສະຕຽນ​ທີ່​ສົມລົດ​ແລ້ວ​ວ່າ “ສາມີ​ຄວນ​ໃຫ້​ແກ່​ພັນລະຍາ​ຂອງ​ຕົນ​ຕາມ​ທີ່​ນາງ​ຄວນ​ໄດ້​ຮັບ ແຕ່​ພັນລະຍາ​ຄວນ​ກະທຳ​ເຊັ່ນ​ກັນ​ຕໍ່​ສາມີ​ຂອງ​ຕົນ​ດ້ວຍ.” (1 ໂກລິນໂທ 7:3, ລ.ມ.) ຂໍ​ໃຫ້​ສັງເກດ​ວ່າ ມີ​ການ​ເນັ້ນ​ເລື່ອງ​ການ​ໃຫ້—ບໍ່​ແມ່ນ​ການ​ຮຽກ​ຮ້ອງ​ເອົາ. ເພດ​ສຳພັນ​ໃນ​ຊີວິດ​ສົມລົດ​ໃຫ້​ຄວາມ​ພໍ​ໃຈ​ຢ່າງ​ແທ້​ຈິງ​ໄດ້​ຕໍ່​ເມື່ອ​ຕ່າງ​ຄົນ​ຕ່າງ​ຄຳນຶງ​ເຖິງ​ຄວາມ​ພໍ​ໃຈ​ຂອງ​ອີກ​ຝ່າຍ​ໜຶ່ງ. ຕົວຢ່າງ​ວ່າ ຄຳພີ​ໄບເບິນ​ສັ່ງ​ສາມີ​ໃຫ້​ປະຕິບັດ​ກັບ​ພັນລະຍາ “ຕາມ​ຄວາມ​ຮູ້.” (1 ເປໂຕ 3:7) ນີ້​ເປັນ​ຄວາມ​ຈິງ​ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ເລື່ອງ​ການ​ໃຫ້​ແລະ​ການ​ຮັບ​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ. ຫາກ​ພັນລະຍາ​ບໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ນຸ່ມນວນ​ແລ້ວ ນາງ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ພໍ​ໃຈ​ໃນ​ດ້ານ​ນີ້​ຂອງ​ຊີວິດ​ສົມລົດ.

12 ມີ​ບາງ​ເທື່ອ​ທີ່​ຄູ່​ສົມລົດ​ອາດ​ຕ້ອງ​ຮອນ​ສິດ​ທີ່​ຄວນ​ຈະ​ໄດ້​ຂອງ​ກັນ​ແລະ​ກັນ​ໃນ​ຊີວິດ​ສົມລົດ. ອາດ​ເປັນ​ເຊັ່ນ​ນີ້​ກັບ​ພັນລະຍາ​ໃນ​ໄລຍະ​ໜຶ່ງ​ຂອງ​ເດືອນ​ຫຼື​ເມື່ອ​ນາງ​ຮູ້ສຶກ​ອ່ອນ​ເພຍ​ຫຼາຍ. (ທຽບ​ກັບ​ລະບຽບການພວກເລວີ 18:19.) ອາດ​ເປັນ​ເຊັ່ນ​ນັ້ນ​ກັບ​ສາມີ​ເມື່ອ​ເຂົາ​ພວມ​ຈັດການ​ກັບ​ບັນຫາ​ສຳຄັນ​ໃນ​ບ່ອນ​ເຮັດ​ການ​ແລະ​ຮູ້ສຶກ​ໝົດ​ພະລັງ​ໃຈ. ກໍລະນີ​ທີ່​ງົດ​ການ​ໃຫ້​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ​ຈັກ​ຄາວ​ໜຶ່ງ​ນັ້ນ ຍ່ອມ​ເປັນ​ການ​ຈັດການ​ທີ່​ດີ​ທີ່​ສຸດ​ຖ້າ​ທັງ​ສອງ​ຝ່າຍ​ຫາ​ລື​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ເລື່ອງ​ສະພາບການ​ນັ້ນ​ແລະ​ເຫັນ​ພ້ອມ​ກັນ​ໂດຍ “ທັງ​ສອງ​ຝ່າຍ​ຍິນ​ຍອມ.” (1 ໂກລິນໂທ 7:5, ລ.ມ.) ການ​ເຮັດ​ເຊັ່ນ​ນີ້​ຈະ​ປ້ອງກັນ​ບໍ່​ໃຫ້​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຟ້າວ​ລົງ​ຄວາມ​ເຫັນ​ຜິດໆ. ແຕ່​ຖ້າ​ພັນລະຍາ​ຕັ້ງ​ໃຈ​ຮອນ​ສິດ​ຂອງ​ສາມີ ຫຼື​ຫາກ​ສາມີ​ຈົງໃຈ​ບໍ່​ໃຫ້​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ​ດ້ວຍ​ທ່າ​ທີ​ທີ່​ສະແດງ​ຄວາມ​ຮັກ​ແລ້ວ ອາດ​ເປີດ​ໂອກາດ​ໃຫ້​ຄູ່​ຂອງ​ເຂົາ​ຕົກ​ເຂົ້າ​ສູ່​ການ​ລໍ້​ໃຈ​ໄດ້. ໃນ​ສະຖານະການ​ເຊັ່ນ​ນັ້ນ ບັນຫາ​ອາດ​ເກີດ​ຂຶ້ນ​ໃນ​ຊີວິດ​ສົມລົດ​ໄດ້.

13. ຄລິດສະຕຽນ​ຈະ​ຮັກສາ​ຄວາມ​ຄຶດ​ຂອງ​ຕົນ​ໃຫ້​ສະອາດ​ໄດ້​ໂດຍ​ວິທີ​ໃດ?

13 ເຊັ່ນ​ດຽວ​ກັບ​ຄລິດສະຕຽນ​ທຸກ​ຄົນ ຜູ້​ຮັບໃຊ້​ທີ່​ສົມລົດ​ແລ້ວ​ຂອງ​ພະເຈົ້າ​ຕ້ອງ​ຫຼີກ​ເວັ້ນ​ສື່​ລາມົກ ຊຶ່ງ​ອາດ​ກໍ່​ໃຫ້​ເກີດ​ຄວາມ​ປາຖະໜາ​ທີ່​ບໍ່​ສະອາດ​ແລະ​ຜິດ​ທຳມະຊາດ. (ໂກໂລດ 3:5) ເຂົາ​ຕ້ອງ​ລະວັງ​ຄວາມ​ຄຶດ​ແລະ​ການ​ກະທຳ​ຂອງ​ຕົນ​ເມື່ອ​ຕິດ​ຕໍ່​ກ່ຽວ​ຂ້ອງ​ກັບ​ສະມາຊິກ​ທຸກ​ຄົນ​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ. ພະ​ເຍຊູ​ເຕືອນ​ວ່າ “ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກ​ໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວ.” (ມັດທາຽ 5:28) ໂດຍ​ເອົາ​ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເລື່ອງ​ເພດ​ມາ​ໃຊ້ ຄູ່​ສົມລົດ​ໜ້າ​ຈະ​ສາມາດ​ຫຼີກ​ເວັ້ນ​ການ​ຕົກ​ເຂົ້າ​ສູ່​ການ​ລໍ້​ໃຈ​ແລະ​ເຮັດ​ການ​ຫຼິ້ນ​ຊູ້. ເຂົາ​ສາມາດ​ມີ​ຄວາມ​ສຸກ​ກັບ​ການ​ມີ​ເພດ​ສຳພັນ​ທີ່​ໜ້າ​ຍິນດີ​ໃນ​ຊີວິດ​ສົມລົດ​ຕໍ່​ໄປ​ໄດ້​ຊຶ່ງ​ເລື່ອງ​ເພດ​ຖື​ວ່າ​ແມ່ນ​ຂອງ​ປະທານ​ອັນ​ມີ​ຄ່າ​ທີ່​ດີ​ງາມ​ຈາກ​ພະ​ເຢໂຫວາ ຜູ້​ລິເລີ່ມ​ການ​ສົມລົດ.—ສຸພາສິດ 5:15-19.

ເຫດຜົນ​ຕາມ​ຫຼັກ​ຄຳພີ​ໄບເບິນ​ສຳລັບ​ການ​ປະ​ຮ້າງ

14. ບາງ​ເທື່ອ​ມີ​ສະຖານະການ​ໜ້າ​ເສົ້າ​ອັນ​ໃດ​ເກີດ​ຂຶ້ນ? ເພາະ​ເຫດ​ໃດ?

14 ໜ້າ​ຍິນດີ ໃນ​ຊີວິດ​ສົມລົດ​ຂອງ​ຄລິດສະຕຽນ​ສ່ວນ​ຫຼາຍ ບັນຫາ​ໃດໆ ທີ່​ເກີດ​ຂຶ້ນ​ສາມາດ​ຈັດການ​ໄດ້. ແຕ່​ບາງ​ເທື່ອ​ບໍ່​ເປັນ​ເຊັ່ນ​ນັ້ນ. ເພາະ​ວ່າ​ມະນຸດ​ບໍ່​ສົມບູນ​ແລະ​ຢູ່​ໃນ​ໂລກ​ທີ່​ມີ​ບາບ​ຊຶ່ງ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ຊາຕານ ຊີວິດ​ສົມລົດ​ບາງ​ລາຍ​ຈຶ່ງ​ເຖິງ​ຂັ້ນ​ວິກິດ​. (1 ໂຍຮັນ 5:19) ຄລິດສະຕຽນ​ຄວນ​ຮັບ​ມື​ກັບ​ສະພາບການ​ທີ່​ລຳບາກ​ເຊັ່ນ​ນີ້​ຢ່າງ​ໃດ?

15. (ກ) ອັນ​ໃດ​ເປັນ​ເຫດຜົນ​ດຽວ​ຕາມ​ຫຼັກ​ພະ​ຄຳພີ​ສຳລັບ​ການ​ປະ​ຮ້າງ​ແລ້ວ​ແຕ່ງ​ດອງ​ໃໝ່​ໄດ້? (ຂ) ເປັນ​ຫຍັງ​ບາງ​ຄົນ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ປະ​ຮ້າງ​ກັບ​ຄູ່​ສົມລົດ​ທີ່​ບໍ່​ສັດ​ຊື່​ຕໍ່​ຕົນ?

15 ດັ່ງ​ທີ່​ກ່າວ​ໄວ້​ໃນ​ບົດ 2 ຂອງ​ໜັງສື​ນີ້ ການ​ຜິດ​ປະເວນີ​ເປັນ​ເຫດຜົນ​ດຽວ​ຕາມ​ຫຼັກ​ຄຳພີ​ໄບເບິນ​ສຳລັບ​ການ​ປະ​ຮ້າງ​ແລ້ວ​ແຕ່ງ​ດອງ​ໃໝ່​ໄດ້.c (ມັດທາຽ 19:9) ຫາກ​ເຈົ້າ​ມີ​ຫຼັກຖານ​ຊັດ​ວ່າ ຄູ່​ສົມລົດ​ຂອງ​ເຈົ້າ​ບໍ່​ສັດ​ຊື່​ຕໍ່​ເຈົ້າ ເຈົ້າ​ກໍ​ຜະເຊີນ​ກັບ​ການ​ຕັດສິນ​ໃຈ​ທີ່​ລຳບາກ. ເຈົ້າ​ຈະ​ຮັກສາ​ສາຍ​ສົມລົດ​ໄວ້​ຫຼື​ວ່າ​ຈະ​ປະ​ຮ້າງ? ບໍ່​ມີ​ກົດ​ເກນ. ຄລິດສະຕຽນ​ບາງ​ຄົນ​ຍົກ​ໂທດ​ທັງ​ສິ້ນ​ໃຫ້​ຄູ່​ສົມລົດ​ທີ່​ກັບ​ໃຈ​ແທ້​ຈິງ​ແລະ​ສາຍ​ສົມລົດ​ທີ່​ຮັກສາ​ໄວ້​ນັ້ນ​ໄດ້​ກັບ​ກາຍ​ເປັນ​ດີ. ຄົນ​ອື່ນ​ໄດ້​ຕັດສິນ​ໃຈ​ບໍ່​ປະ​ຮ້າງ​ເພາະ​ເຫັນ​ແກ່​ລູກ.

16. (ກ) ມີ​ປັດໄຈ​ອັນ​ໃດ​ແດ່​ທີ່​ໄດ້​ກະຕຸ້ນ​ບາງ​ຄົນ​ໃຫ້​ປະ​ຮ້າງ​ກັບ​ຄູ່​ສົມລົດ​ທີ່​ເຮັດ​ຜິດ? (ຂ) ເມື່ອ​ຝ່າຍ​ທີ່​ບໍ່​ມີ​ຄວາມ​ຜິດ​ຕັດສິນ​ໃຈ​ທີ່​ຈະ​ປະ​ຮ້າງ​ຫຼື​ບໍ່​ປະ​ຮ້າງ​ນັ້ນ ເປັນ​ຫຍັງ​ບໍ່​ຄວນ​ທີ່​ໃຜໆ ຈະ​ວິພາກ​ວິຈານ​ການ​ຕັດສິນ​ໃຈ​ຂອງ​ເຂົາ?

16 ໃນ​ອີກ​ດ້ານ​ໜຶ່ງ ການ​ກະທຳ​ທີ່​ຜິດ​ບາບ​ອາດ​ຍັງ​ຜົນ​ໃຫ້​ເກີດ​ການ​ຕັ້ງ​ທ້ອງ​ຫຼື​ເປັນ​ໂລກ​ຕິດ​ຕໍ່​ທາງ​ເພດ. ຫຼື​ບາງ​ທີ​ລູກ​ອາດ​ຈຳຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ພໍ່​ຫຼື​ແມ່​ທີ່​ເຮັດ​ຜິດ​ທາງ​ເພດ. ປາກົດ​ຊັດ​ວ່າ ມີ​ຫຼາຍໆ ສິ່ງ​ທີ່​ຄວນ​ພິຈາລະນາ​ກ່ອນ​ເຮັດ​ການ​ຕັດສິນ​ໃຈ. ຢ່າງ​ໃດ​ກໍ​ດີ ຫາກ​ເຈົ້າ​ຮູ້​ເລື່ອງ​ການ​ນອກ​ໃຈ​ຂອງ​ຄູ່​ສົມລົດ​ຂອງ​ເຈົ້າ​ແລ້ວ ແລະ​ຫຼັງ​ຈາກ​ນັ້ນ​ກັບ​ມີ​ເພດ​ສຳພັນ​ກັບ​ຄູ່​ຂອງ​ເຈົ້າ​ອີກ ດັ່ງ​ນີ້​ເຈົ້າ​ສະແດງ​ວ່າ ເຈົ້າ​ໃຫ້​ອະໄພ​ຄູ່​ສົມລົດ​ຂອງ​ເຈົ້າ​ແລ້ວ​ແລະ​ປາຖະໜາ​ຈະ​ຮັກສາ​ສາຍ​ສົມລົດ​ໄວ້. ເຫດຜົນ​ຂອງ​ການ​ປະ​ຮ້າງ​ແລ້ວ​ແຕ່ງ​ດອງ​ໃໝ່​ໄດ້​ຕາມ​ຫຼັກ​ພະ​ຄຳພີ​ຈຶ່ງ​ເປັນ​ໂມຄະ​ໄປ. ບໍ່​ຄວນ​ມີ​ໃຜ​ໄປ​ຫຍຸ້ງ​ເລື່ອງ​ຂອງ​ຄົນ​ອື່ນ​ແລ້ວ​ພະຍາຍາມ​ຊັກ​ຈູງ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ ອີກ​ທັງ​ບໍ່​ຄວນ​ທີ່​ໃຜໆ ຈະ​ວິພາກ​ວິຈານ​ການ​ຕັດສິນ​ໃຈ​ທີ່​ເຈົ້າ​ເຮັດ​ລົງ​ໄປ. ເຈົ້າ​ຈະ​ຕ້ອງ​ທົນ​ຢູ່​ກັບ​ຜົນ​ທີ່​ເກີດ​ຈາກ​ສິ່ງ​ທີ່​ເຈົ້າ​ຕັດສິນ​ໃຈ​ນັ້ນ. “ແຕ່​ລະ​ຄົນ​ຈະ​ແບກ​ພາລະ​ຂອງ​ຕົນ​ເອງ.”—ຄາລາຊີ 6:5, ລ.ມ.

ເຫດຜົນ​ສຳລັບ​ການ​ແຍກ​ກັນ​ຢູ່

17. ຫາກ​ບໍ່​ມີ​ການ​ເຮັດ​ຜິດ​ປະເວນີ ພະ​ຄຳພີ​ວາງ​ຂໍ້​ຈຳກັດ​ອັນ​ໃດ​ເລື່ອງ​ການ​ແຍກ​ກັນ​ຢູ່​ຫຼື​ການ​ປະ​ຮ້າງ?

17 ມີ​ສະຖານະການ​ອັນ​ຄວນ​ບໍ​ໃນ​ການ​ແຍກ​ກັນ​ຢູ່​ຫຼື​ປະ​ຮ້າງ​ຈາກ​ຄູ່​ສົມລົດ​ເຖິງ​ແມ່ນ​ວ່າ​ເຂົາ​ບໍ່​ໄດ້​ເຮັດ​ຜິດ​ປະເວນີ? ມີ ແຕ່​ໃນ​ກໍລະນີ​ເຊັ່ນ​ນັ້ນ ຄລິດສະຕຽນ​ບໍ່​ມີ​ອິດສະຫຼະ​ທີ່​ຈະ​ສົນ​ໃຈ​ຄົນ​ອື່ນ​ຊຶ່ງ​ບໍ່​ແມ່ນ​ຄູ່​ຂອງ​ຕົນ​ໂດຍ​ມຸ່ງ​ໝາຍ​ຈະ​ແຕ່ງ​ດອງ​ໃໝ່. (ມັດທາຽ 5:32) ຄຳພີ​ໄບເບິນ​ແມ່ນ​ວ່າ​ຈະ​ອະນຸຍາດ​ໃຫ້​ມີ​ການ​ແຍກ​ກັນ​ຢູ່​ເຊັ່ນ​ນັ້ນ​ກໍ​ຕາມ ໄດ້​ລະບຸ​ວ່າ ຄົນ​ທີ່​ແຍກ​ກັນ​ຢູ່​ນັ້ນ ‘ຢ່າ​ໃຫ້​ໄປ​ມີ​ໃໝ່​ຫຼື​ບໍ່​ກໍ​ໃຫ້​ກັບ​ຄືນ​ດີ​ກັບ​ສາມີ​ເກົ່າ.’ (1 ໂກລິນໂທ 7:11) ສະຖານະການ​ເຖິງ​ຂີດ​ສຸດ​ອັນ​ໃດ​ແດ່​ທີ່​ອາດ​ເຮັດ​ໃຫ້​ການ​ແຍກ​ກັນ​ຢູ່​ເບິ່ງ​ຄື​ວ່າ​ເໝາະ​ສົມ?

18, 19. ສະພາບການ​ເຖິງ​ຂີດ​ສຸດ​ອັນ​ໃດ​ແດ່​ທີ່​ອາດ​ເຮັດ​ໃຫ້​ຄູ່​ສົມລົດ​ພິຈາລະນາ​ຄວາມ​ເໝາະ​ສົມ​ໃນ​ເລື່ອງ​ການ​ແຍກ​ກັນ​ຢູ່​ຢ່າງ​ຖືກ​ຕ້ອງ​ຕາມ​ກົດໝາຍ​ຫຼື​ປະ​ຮ້າງ ເຖິງ​ແມ່ນ​ວ່າ​ອາດ​ແຕ່ງ​ດອງ​ໃໝ່​ບໍ່​ໄດ້?

18 ຄອບຄົວ​ອາດ​ຍາກ​ຈົນ​ລົງ​ຍ້ອນ​ຄວາມ​ຄ້ານ​ຢ່າງ​ເຫັນ​ໄດ້​ຊັດ​ແລະ​ນິດໄສ​ທີ່​ບໍ່​ດີ​ຂອງ​ສາມີ.d ເຂົາ​ອາດ​ເອົາ​ລາຍ​ໄດ້​ຂອງ​ຄອບຄົວ​ໄປ​ເສຍ​ການ​ພະນັນ​ຈົນ​ໝົດ​ຫຼື​ໃຊ້​ເງິນ​ນັ້ນ​ເພື່ອ​ຈູນ​ເຈືອ​ການ​ຕິດ​ຢາ​ເສບ​ຕິດ​ຫຼື​ເຫຼົ້າ. ຄຳພີ​ໄບເບິນ​ຖະແຫຼງ​ວ່າ “ຖ້າ​ແມ່ນ​ຜູ້​ໃດ​ບໍ່​ຈັດ​ຫາ​ມາ​ລ້ຽງ​ຄົນ​ເຫຼົ່າ​ນັ້ນ​ຊຶ່ງ​ເປັນ​ຂອງ​ຕົນ​ເອງ ແລະ​ໂດຍ​ສະເພາະ​ຄົນ​ເຫຼົ່າ​ນັ້ນ​ຊຶ່ງ​ເປັນ​ສະມາຊິກ​ແຫ່ງ​ຄອບຄົວ​ຂອງ​ຕົນ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ເສຍ​ຊຶ່ງ​ຄວາມ​ເຊື່ອ ແລະ​ນັບ​ວ່າ​ຊົ່ວ​ຮ້າຍ​ກວ່າ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ເລີຍ​ດ້ວຍ​ຊ້ຳ.” (1 ຕີໂມເຕ 5:8, ລ.ມ.) ຫາກ​ຄົນ​ເຊັ່ນ​ນັ້ນ​ບໍ່​ຍອມ​ປ່ຽນ​ແນວ​ທາງ​ຂອງ​ຕົນ ບາງ​ທີ​ຍັງ​ເອົາ​ເງິນ​ທີ່​ພັນລະຍາ​ຫາ​ມາ​ໄດ້​ນັ້ນ​ໄປ​ໃຊ້​ໃນ​ການ​ກະທຳ​ຊົ່ວ​ຮ້າຍ​ຂອງ​ເຂົາ ພັນລະຍາ​ກໍ​ອາດ​ເລືອກ​ທີ່​ຈະ​ປົກ​ປ້ອງ​ສະຫວັດດີພາບ​ຂອງ​ນາງ​ແລະ​ຂອງ​ລູກໆ ໄວ້​ໂດຍ​ການ​ແຍກ​ກັນ​ຢູ່​ຢ່າງ​ຖືກ​ຕ້ອງ​ຕາມ​ກົດໝາຍ.

19 ອາດ​ມີ​ການ​ຄຳນຶງ​ເຖິງ​ການ​ດຳເນີນ​ຕາມ​ກົດໝາຍ​ເຊັ່ນ​ນີ້​ດ້ວຍ​ຫາກ​ຄູ່​ສົມລົດ​ໃຊ້​ຄວາມ​ຮຸນແຮງ​ຢ່າງ​ສຸດ​ຂີດ​ກັບ​ຄູ່​ຂອງ​ເຂົາ ບາງ​ທີ​ທຸບ​ຕີ​ເຂົາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຈົນ​ເຖິງ​ຂັ້ນ​ທີ່​ສຸຂະພາບ​ແລະ​ແມ່ນ​ແຕ່​ຊີວິດ​ຕົກ​ຢູ່​ໃນ​ອັນຕະລາຍ. ນອກ​ຈາກ​ນີ້ ຫາກ​ຄູ່​ສົມລົດ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ທີ່​ຈະ​ບັງຄັບ​ໃຫ້​ຄູ່​ຂອງ​ເຂົາ​ລະເມີດ​ພະ​ບັນຊາ​ຂອງ​ພະເຈົ້າ​ໂດຍ​ວິທີ​ໃດ​ວິທີ​ໜຶ່ງ ຝ່າຍ​ທີ່​ຖືກ​ຄຸກ​ຄາມ​ອາດ​ຄຳນຶງ​ເຖິງ​ການ​ແຍກ​ກັນ​ຢູ່​ດ້ວຍ ໂດຍ​ສະເພາະ​ຫາກ​ເລື່ອງ​ນັ້ນ​ເຖິງ​ຈຸດ​ທີ່​ຊີວິດ​ຝ່າຍ​ວິນຍານ​ຕົກ​ຢູ່​ໃນ​ອັນຕະລາຍ. ຝ່າຍ​ທີ່​ສ່ຽງ​ອັນຕະລາຍ​ອາດ​ລົງ​ຄວາມ​ເຫັນ​ວ່າ ວິທີ​ດຽວ​ທີ່​ຈະ “ເຊື່ອ​ຟັງ​ພະເຈົ້າ​ໃນ​ຖານະ​ເປັນ​ຜູ້​ຄອບຄອງ​ຍິ່ງ​ກວ່າ​ຟັງ​ມະນຸດ” ກໍ​ຄື​ການ​ແຍກ​ກັນ​ຢູ່​ຢ່າງ​ຖືກ​ຕ້ອງ​ຕາມ​ກົດໝາຍ.—ກິດຈະການ 5:29, ລ.ມ.

20. (ກ) ໃນ​ກໍລະນີ​ທີ່​ເກີດ​ການ​ແຕກ​ຫັກ​ໃນ​ຄອບຄົວ ຫມູ່​ເພື່ອນ​ແລະ​ຜູ້​ເຖົ້າ​ແກ່​ທີ່​ອາວຸໂສ​ອາດ​ສະເໜີ​ແນະ​ອັນ​ໃດ​ໃຫ້ ແລະ​ພວກ​ເຂົາ​ບໍ່​ຄວນ​ສະເໜີ​ອັນ​ໃດ? (ຂ) ບຸກຄົນ​ທີ່​ແຕ່ງ​ດອງ​ແລ້ວ​ບໍ່​ຄວນ​ໃຊ້​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ເຖິງ​ການ​ແຍກ​ກັນ​ຢູ່​ແລະ​ການ​ປະ​ຮ້າງ​ເປັນ​ຂໍ້​ແກ້​ຕົວ​ທີ່​ຈະ​ເຮັດ​ອັນ​ໃດ?

20 ໃນ​ທຸກ​ກໍລະນີ​ຂອງ​ການ​ກະທຳ​ຢ່າງ​ໂຫດ​ຮ້າຍ​ຕໍ່​ຄູ່​ສົມລົດ ບໍ່​ຄວນ​ມີ​ໃຜ​ມາ​ບີບ​ຄັ້ນ​ຝ່າຍ​ບໍ່​ຜິດ​ໃຫ້​ແຍກ​ຫຼື​ຄົງ​ຢູ່​ຕໍ່​ໄປ​ກັບ​ຄູ່​ສົມລົດ. ຂະນະ​ທີ່​ຫມູ່​ເພື່ອນ​ແລະ​ຜູ້​ເຖົ້າ​ແກ່​ທີ່​ອາວຸໂສ​ອາດ​ໃຫ້​ການ​ຊ່ວຍເຫຼືອ​ແລະ​ຄຳ​ແນະນຳ​ຕາມ​ຫຼັກ​ຄຳພີ​ໄບເບິນ ຄົນ​ເຫຼົ່າ​ນີ້​ບໍ່​ອາດ​ຮູ້​ເລື່ອງ​ລະອຽດ​ທັງ​ໝົດ​ຂອງ​ສິ່ງ​ທີ່​ເປັນ​ໄປ​ລະຫວ່າງ​ສາມີ​ແລະ​ພັນລະຍາ. ສະເພາະ​ພະ​ເຢໂຫວາ​ເທົ່າ​ນັ້ນ​ຮູ້​ເລື່ອງ​ນີ້. ແນ່ນອນ ພັນລະຍາ​ຄລິດສະຕຽນ​ຄົງ​ຈະ​ບໍ່​ນັບຖື​ການ​ຈັດ​ກຽມ​ຂອງ​ພະເຈົ້າ​ເລື່ອງ​ການ​ສົມລົດ ຫາກ​ນາງ​ໃຊ້​ຂໍ້​ອ້າງ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ເພື່ອ​ໃຫ້​ພົ້ນ​ຈາກ​ຊີວິດ​ສົມລົດ. ແຕ່​ຖ້າ​ສະຖານະການ​ທີ່​ເປັນ​ອັນຕະລາຍ​ເຖິງ​ຂີດ​ສຸດ​ມີ​ຢູ່​ເລື້ອຍໆ ກໍ​ບໍ່​ຄວນ​ມີ​ໃຜ​ຈະ​ວິພາກ​ວິຈານ​ນາງ ຫາກ​ນາງ​ເລືອກ​ທີ່​ຈະ​ແຍກ​ຈາກ​ຄູ່​ສົມລົດ. ອາດ​ກ່າວ​ໄດ້​ເຊັ່ນ​ດຽວ​ກັນ​ກັບ​ສາມີ​ຄລິດສະຕຽນ​ຊຶ່ງ​ຫາ​ທາງ​ແຍກ​ຈາກ​ຄູ່​ສົມລົດ. “ເຮົາ​ທຸກ​ຄົນ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ແຫ່ງ​ການ​ພິພາກສາ​ຂອງ​ພະເຈົ້າ.”—ໂລມ 14:10, ລ.ມ.

ວິທີ​ກອບ​ກູ້​ຊີວິດ​ສົມລົດ​ທີ່​ແຕກ​ສະຫຼາຍ

21. ປະສົບການ​ອັນ​ໃດ​ສະແດງ​ວ່າ ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ຊີວິດ​ສົມລົດ​ນັ້ນ​ໃຊ້​ໄດ້​ຜົນ?

21 ສາມ​ເດືອນ​ພາຍ​ຫຼັງ​ທີ່​ລູຊີອາ​ຊຶ່ງ​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ໄດ້​ແຍກ​ຈາກ​ສາມີ ນາງ​ໄດ້​ພົບ​ພະຍານ​ພະ​ເຢໂຫວາ​ແລ້ວ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພວກ​ເຂົາ. ນາງ​ອະທິບາຍ​ວ່າ “ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ປະຫຼາດ​ໃຈ​ຢ່າງ​ຍິ່ງ​ກໍ​ແມ່ນ​ຄຳພີ​ໄບເບິນ​ສະເໜີ​ທາງ​ແກ້​ທີ່​ໃຊ້​ໄດ້​ຜົນ​ແທ້ໆ ສຳລັບ​ບັນຫາ​ຂອງ​ຂ້ອຍ. ຫຼັງ​ຈາກ​ການ​ສຶກສາ​ພຽງ​ອາທິດ​ດຽວ​ທໍ່​ນັ້ນ ຂ້ອຍ​ຕ້ອງການ​ຈະ​ຄືນ​ດີ​ກັບ​ສາມີ​ທັນທີ. ທຸກ​ມື້​ນີ້​ຂ້ອຍ​ເວົ້າ​ໄດ້​ວ່າ ພະ​ເຢໂຫວາ​ຮູ້​ວິທີ​ກອບ​ກູ້​ຊີວິດ​ສົມລົດ​ໃນ​ຕອນ​ສຸກ​ເສີນ ເພາະ​ຄຳ​ສອນ​ຂອງ​ພະອົງ​ຊ່ວຍ​ຄູ່​ສົມລົດ​ໃຫ້​ຮຽນ​ຮູ້​ວິທີ​ທີ່​ຈະ​ໃຫ້​ຄວາມ​ນັບຖື​ຕໍ່​ກັນ. ບໍ່​ເປັນ​ຄວາມ​ຈິງ​ດັ່ງ​ທີ່​ບາງ​ຄົນ​ອ້າງ​ວ່າ ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ. ໃນ​ກໍລະນີ​ຂອງ​ຂ້ອຍ ສິ່ງ​ທີ່​ເປັນ​ຈິງ​ນັ້ນ​ກົງ​ກັນ​ຂ້າມ​ແທ້ໆ. ລູຊີອາ​ຮຽນ​ຮູ້​ທີ່​ຈະ​ນຳ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ມາ​ໃຊ້​ໃນ​ຊີວິດ​ສົມລົດ​ຂອງ​ນາງ.

22. ຄູ່​ສົມລົດ​ທຸກ​ຄູ່​ຄວນ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ສິ່ງ​ໃດ?

22 ລູຊີອາ​ບໍ່​ແມ່ນ​ກໍລະນີ​ຍົກ​ເວັ້ນ. ຊີວິດ​ສົມລົດ​ໜ້າ​ຈະ​ເປັນ​ພະ​ພອນ​ບໍ່​ແມ່ນ​ພາລະ​ໜັກ. ເພື່ອ​ຈຸດ​ປະສົງ​ນັ້ນ ພະ​ເຢໂຫວາ​ໄດ້​ກຽມ​ແຫຼ່ງ​ຍອດ​ຢ້ຽມ​ທີ່​ສຸດ​ຂອງ​ຄຳ​ແນະນຳ​ກ່ຽວ​ກັບ​ຊີວິດ​ສົມລົດ​ເທົ່າ​ທີ່​ເຄີຍ​ບັນທຶກ​ມາ—ພະ​ຄຳ​ອັນ​ລ້ຳ​ຄ່າ​ຂອງ​ພະອົງ. ຄຳພີ​ໄບເບິນ​ສາມາດ​ເຮັດ​ໃຫ້ “ຜູ້​ທີ່​ຂາດ​ປະສົບການ​ມີ​ປັນຍາ.” (ຄຳເພງ 19:7-11, ລ.ມ.) ພະ​ຄຳພີ​ໄດ້​ກອບ​ກູ້​ຊີວິດ​ສົມລົດ​ຫຼາຍໆ ລາຍ​ທີ່​ຢູ່​ໃນ​ຂັ້ນ​ວິກິດ ແລະ​ໄດ້​ຊ່ວຍ​ຊີວິດ​ສົມລົດ​ອີກ​ຫຼາຍໆ ລາຍ​ທີ່​ມີ​ບັນຫາ​ຮ້າຍແຮງ​ໃຫ້​ດີ​ຂຶ້ນ. ຂໍ​ໃຫ້​ຄູ່​ສົມລົດ​ທຸກ​ຄູ່​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ໃນ​ຄຳ​ແນະນຳ​ເລື່ອງ​ຊີວິດ​ສົມລົດ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຈັດ​ໄວ້​ໃຫ້. ຄຳ​ແນະນຳ​ນັ້ນ​ໃຊ້​ໄດ້​ຜົນ​ແທ້ໆ!

a ເປັນ​ຊື່​ສົມມຸດ.

b ມີ​ການ​ພິຈາລະນາ​ຂອບ​ເຂດ​ເຫຼົ່າ​ນີ້​ໃນ​ບົດ​ກ່ອນໆ.

c ຖ້ອຍ​ຄຳ​ໃນ​ຄຳພີ​ໄບເບິນ​ທີ່​ໄດ້​ຮັບ​ການ​ແປ​ວ່າ “ການ​ຜິດ​ປະເວນີ” ໝາຍ​ລວມ​ເຖິງ​ການ​ກະທຳ​ທີ່​ກ່ຽວ​ກັບ​ການ​ຫຼິ້ນ​ຊູ້, ການ​ຮັກ​ຮ່ວມ​ເພດ, ການ​ຮ່ວມ​ເພດ​ກັບ​ສັດ, ແລະ​ການ​ກະທຳ​ທີ່​ເຈຕະນາ​ແບບ​ອື່ນໆ ຊຶ່ງ​ບໍ່​ຖືກ​ທຳນອງ​ຄອງ​ທຳ​ອັນ​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ອະໄວຍະວະ​ເພດ.

d ນີ້​ບໍ່​ໄດ້​ໝາຍ​ລວມ​ເຖິງ​ສະພາບການ​ຊຶ່ງ​ສາມີ​ແມ່ນ​ວ່າ​ຈະ​ມີ​ຄວາມ​ຕັ້ງ​ໃຈ ກໍ​ບໍ່​ສາມາດ​ຫາ​ລ້ຽງ​ຄອບຄົວ​ໄດ້​ເນື່ອງ​ຈາກ​ເຫດຜົນ​ທີ່​ເຂົາ​ຄວບຄຸມ​ບໍ່​ໄດ້ ເຊັ່ນ​ຄວາມ​ເຈັບ​ປ່ວຍ​ຫຼື​ການ​ຂາດ​ໂອກາດ​ໄດ້​ຮັບ​ການ​ວ່າ​ຈ້າງ.

ຫຼັກ​ການ​ເຫຼົ່າ​ນີ້​ຈາກ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ . . . ໃຫ້​ຫຼີກ​ເວັ້ນ​ການ​ແຕກ​ຫັກ​ໃນ​ຊີວິດ​ສົມລົດ​ໄດ້​ຢ່າງ​ໃດ?

ຊີວິດ​ສົມລົດ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ທັງ​ຄວາມ​ຍິນດີ​ແລະ​ຄວາມ​ລຳບາກ​ໃຈ.—ສຸພາສິດ 5:18, 19; 1 ໂກລິນໂທ 7:28.

ຄວນ​ຈັດການ​ກັບ​ຄວາມ​ບໍ່​ລົງ​ຮອຍ​ກັນ​ທັນທີ.—ເອເຟດ 4:26.

ໃນ​ການ​ສົນທະນາ​ກັນ ການ​ຟັງ​ສຳຄັນ​ພໍໆ ກັບ​ການ​ເວົ້າ.—ຍາໂກໂບ 1:19.

ໜ້າ​ຈະ​ໃຫ້​ສິ່ງ​ອັນ​ຄວນ​ໄດ້​ໃນ​ຊີວິດ​ສົມລົດ​ດ້ວຍ​ເຈຕະຄະຕິ​ທີ່​ບໍ່​ເຫັນ​ແກ່​ຕົວ​ແລະ​ດ້ວຍ​ຄວາມ​ນຸ່ມນວນ.—1 ໂກລິນໂທ 7:3-5.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌