ບົດສິບຫ້າ
ການໃຫ້ກຽດພໍ່ແມ່ຜູ້ສູງອາຍຸ
1. ເຮົາເປັນໜີ້ພໍ່ແມ່ຂອງເຮົາໃນສິ່ງໃດ ແລະດັ່ງນັ້ນເຮົາຄວນຮູ້ສຶກແລະປະຕິບັດຢ່າງໃດຕໍ່ທ່ານ?
ບຸລຸດຜູ້ສຸຂຸມໃນອະດີດໃຫ້ຄຳແນະນຳໄວ້ວ່າ “ຈົ່ງຟັງຄວາມພໍ່ຂອງເຈົ້າທີ່ໄດ້ໃຫ້ເຈົ້າເກີດ ແລະຢ່າປະໝາດແມ່ຂອງເຈົ້າເມື່ອເພິ່ນເຖົ້າແລ້ວ.” (ສຸພາສິດ 23:22) ເຈົ້າອາດຈະເວົ້າວ່າ ‘ຂ້ອຍຈະບໍ່ມີທາງເຮັດແບບນັ້ນ!’ ແທນທີ່ຈະໝິ່ນປະໝາດແມ່—ຫຼືພໍ່—ເຮົາສ່ວນຫຼາຍຮູ້ສຶກຮັກທ່ານຢ່າງສຸດຊຶ້ງ. ເຮົາຍອມຮັບວ່າເປັນໜີ້ບຸນຄຸນທ່ານຫຼວງຫຼາຍ. ກ່ອນອື່ນ ພໍ່ແມ່ຂອງເຮົາໃຫ້ຊີວິດແກ່ເຮົາ. ເຖິງແມ່ນວ່າພະເຢໂຫວາເປັນບໍ່ເກີດຂອງຊີວິດ ແຕ່ຖ້າບໍ່ມີພໍ່ແມ່ແລ້ວ ເຮົາກໍຄົງຈະບໍ່ໄດ້ມີຊີວິດແນ່ນອນ. ບໍ່ມີສິ່ງໃດທີ່ເຮົາຈະໃຫ້ພໍ່ແມ່ຂອງເຮົາໄດ້ຊຶ່ງມີຄ່າທຽບເທົ່າກັບຊີວິດ. ນອກນັ້ນ ຂໍລອງຄຶດເຖິງການເສຍສະລະ, ການເບິ່ງແຍງດ້ວຍຄວາມຫ່ວງໃຍ, ຄ່າໃຊ້ຈ່າຍ, ແລະການເອົາໃຈໃສ່ດ້ວຍຄວາມຮັກທີ່ຮ່ວມຢູ່ໃນການຊ່ວຍລູກຕັ້ງແຕ່ໄວທາລົກຈົນເປັນຜູ້ໃຫຍ່. ສະນັ້ນ ຊ່າງມີເຫດຜົນສົມຄວນປານໃດທີ່ພະຄຳຂອງພະເຈົ້າແນະນຳວ່າ “ຈົ່ງໃຫ້ກຽດພໍ່ແລະແມ່ຂອງຕົນ . . . ເພື່ອວ່າເຈົ້າຈະຢູ່ດີມີສຸກແລະເຈົ້າຈະຢູ່ຍືນຍົງເທິງແຜ່ນດິນໂລກ”!—ເອເຟດ 6:2, 3, ລ.ມ.
ການສຳນຶກເຖິງຄວາມຈຳເປັນທາງອາລົມ
2. ລູກທີ່ໃຫຍ່ແລ້ວສາມາດ “ຕອບແທນບຸນຄຸນ” ພໍ່ແມ່ຂອງຕົນໄດ້ໂດຍວິທີໃດ?
2 ອັກຄະສາວົກໂປໂລຂຽນເຖິງຄລິດສະຕຽນວ່າ “ໃຫ້ [ລູກຫຼືຫຼານ] ຮຽນຮູ້ທີ່ຈະສະແດງຄວາມເຫຼື້ອມໃສໃນພະເຈົ້າໃນຄອບຄົວຂອງຕົນເອງກ່ອນ ແລະຕອບແທນບຸນຄຸນພໍ່ແມ່ຫຼືປູ່ຍ່າຕານາຍຂອງຕົນສະເໝີ ເພາະການເຮັດຢ່າງນີ້ເປັນທີ່ຊອບໃນສາຍຕາພະເຈົ້າ.” (1 ຕີໂມເຕ 5:4, ລ.ມ.) ລູກທີ່ໃຫຍ່ແລ້ວໃຫ້ການ “ຕອບແທນບຸນຄຸນ” ເຊັ່ນນີ້ໂດຍສະແດງຄວາມຢັ່ງຮູ້ຄ່າຕໍ່ຄວາມຮັກ, ວຽກການ, ແລະການເອົາໃຈໃສ່ເບິ່ງແຍງທີ່ພໍ່ແມ່ແລະປູ່ຍ່າຕານາຍໃຫ້ກັບພວກເຂົາຕະຫຼອດຫຼາຍປີ. ວິທີໜຶ່ງທີ່ລູກເຮັດເຊັ່ນນີ້ໄດ້ແມ່ນໂດຍການສຳນຶກວ່າ ເຊັ່ນດຽວກັບຄົນອື່ນທຸກຄົນ ຜູ້ສູງອາຍຸກໍຕ້ອງການຄວາມຮັກແລະຄຳຢືນຢັນໃນຄວາມຮັກນັ້ນຢູ່ສະເໝີ—ຫຼາຍເທື່ອຕ້ອງການຫຼາຍເຫຼືອເກີນ. ເຊັ່ນດຽວກັບເຮົາທຸກຄົນ ພວກເຂົາຕ້ອງການຮູ້ສຶກວ່າຄົນອື່ນຖືວ່າເຂົາມີຄ່າ. ເຂົາຕ້ອງການຮູ້ສຶກວ່າ ຊີວິດຂອງເຂົາມີຄຸນປະໂຫຍດ.
3. ເຮົາສາມາດໃຫ້ກຽດພໍ່ແມ່ແລະປູ່ຍ່າຕານາຍໄດ້ຢ່າງໃດ?
3 ດັ່ງນັ້ນ ເຮົາສາມາດໃຫ້ກຽດພໍ່ແມ່ແລະປູ່ຍ່າຕານາຍຂອງເຮົາໄດ້ໂດຍໃຫ້ທ່ານຮູ້ວ່າເຮົາຮັກທ່ານ. (1 ໂກລິນໂທ 16:14) ຫາກພໍ່ແມ່ບໍ່ໄດ້ຢູ່ນຳເຮົາ ເຮົາຄວນຈື່ໄວ້ວ່າ ການໄດ້ຂ່າວຄາວຈາກເຮົາຍ່ອມມີຄວາມໝາຍຫຼາຍຕໍ່ທ່ານ. ຈົດໝາຍ, ການໂທລະສັບ, ຫຼືການໄປຢາມທີ່ເຮັດໃຫ້ຊື່ນບານໃຈອາດມີສ່ວນຊ່ວຍຫຼາຍໃນການທີ່ຈະໃຫ້ທ່ານມີຄວາມສຸກ. ມິໂຍະຊຶ່ງຢູ່ໃນຍີ່ປຸ່ນຂຽນເມື່ອນາງອາຍຸ 82 ປີວ່າ “ລູກສາວຂອງຂ້ອຍ [ຊຶ່ງມີສາມີເປັນຜູ້ເຜີຍແພ່ເດີນທາງ] ບອກຂ້ອຍວ່າ ‘ແມ່ເອີຍ ຂໍເຊີນ “ເດີນທາງ” ໄປກັບເຮົາ.’ ລູກສາວສົ່ງກຳນົດຕາລາງການເດີນທາງແລະໝາຍເລກໂທລະສັບຂອງແຕ່ລະສັບປະດາໃຫ້ຂ້ອຍ. ຂ້ອຍສາມາດເປີດແຜນທີ່ແລະເວົ້າວ່າ ‘ເອີ ຕອນນີ້ພວກເຂົາຢູ່ນີ້!’ ຂ້ອຍຂອບພະຄຸນພະເຢໂຫວາສະເໝີສຳລັບພະພອນທີ່ມີລູກແບບນີ້.”
ການຊ່ວຍເຫຼືອກ່ຽວກັບຄວາມຈຳເປັນດ້ານວັດຖຸ
4. ປະເພນີທາງສາສະໜາຂອງຊາວຍິວສົ່ງເສີມຄວາມໃຈດຳຕໍ່ພໍ່ແມ່ທີ່ສູງອາຍຸຢ່າງໃດ?
4 ການໃຫ້ກຽດພໍ່ແມ່ອາດໝາຍລວມເຖິງການເອົາໃຈໃສ່ຄວາມຈຳເປັນຂອງທ່ານທາງດ້ານວັດຖຸດ້ວຍບໍ? ແມ່ນແລ້ວ. ມັກຈະເປັນເຊັ່ນນັ້ນຢູ່ເລື້ອຍໆ. ໃນສະໄໝຂອງພະເຍຊູ ຜູ້ນຳທາງສາສະໜາຊາວຍິວສົ່ງເສີມປະເພນີທີ່ວ່າ ຫາກບຸກຄົນໜຶ່ງຖະແຫຼງວ່າເງິນຫຼືຊັບສິນຂອງເຂົາເປັນ “ເຄື່ອງຖວາຍແລ້ວແກ່ພະເຈົ້າ” ເຂົາກໍພົ້ນຈາກຄວາມຮັບຜິດຊອບທີ່ຈະໃຊ້ຊັບນັ້ນເພື່ອເອົາໃຈໃສ່ລ້ຽງດູພໍ່ແມ່ຂອງຕົນ. (ມັດທາຽ 15:3-6) ຊ່າງໃຈດຳແທ້ໆ! ທີ່ຈິງແລ້ວ ຜູ້ນຳທາງສາສະໜາເຫຼົ່ານັ້ນພວມສະໜັບສະຫນູນຜູ້ຄົນທີ່ຈະບໍ່ໃຫ້ກຽດພໍ່ແມ່ ແຕ່ໃຫ້ປະຕິບັດກັບທ່ານດ້ວຍການໝິ່ນປະໝາດໂດຍປະຕິເສດຄວາມຈຳເປັນຂອງທ່ານຢ່າງເຫັນແກ່ຕົວ. ເຮົາບໍ່ຕ້ອງການເຮັດເຊັ່ນນັ້ນເລີຍ!—ພະບັນຍັດຕິທີ2 27:16.
5. ທັງໆ ທີ່ມີການສົງເຄາະໂດຍລັດຖະບານຂອງບາງປະເທດກໍຕາມ ເປັນຫຍັງການໃຫ້ກຽດພໍ່ແມ່ບາງເທື່ອໝາຍລວມເຖິງການໃຫ້ຄວາມຊ່ວຍເຫຼືອດ້ານການເງິນດ້ວຍ?
5 ໃນຫຼາຍປະເທດທຸກມື້ນີ້ ໂຄງການທາງສັງຄົມສົງເຄາະທີ່ລັດຖະບານອຸປະຖຳຈັດກຽມສິ່ງຈຳເປັນດ້ານວັດຖຸບາງຢ່າງໃຫ້ກັບຜູ້ສູງອາຍຸ ເຊັ່ນ ອາຫານ, ເຄື່ອງນຸ່ງຫົ່ມ, ແລະທີ່ພັກອາໄສ. ນອກນັ້ນ ຜູ້ສູງອາຍຸເອງອາດສາມາດເກັບເງິນໄວ້ສ່ວນໜຶ່ງເພື່ອໃຊ້ໃນຍາມເຖົ້າ. ແຕ່ຫາກເງິນທີ່ເກັບໄວ້ນີ້ໝົດໄປ ຫຼືປາກົດວ່າບໍ່ພໍ ລູກໆ ໃຫ້ກຽດພໍ່ແມ່ຂອງຕົນໂດຍເຮັດສິ່ງທີ່ເຂົາເຮັດໄດ້ເພື່ອສະໜອງຄວາມຈຳເປັນຂອງພໍ່ແມ່. ແທ້ຈິງແລ້ວ ການເອົາໃຈໃສ່ດູແລພໍ່ແມ່ທີ່ຊະລາເປັນຫຼັກຖານຂອງຄວາມເຫຼື້ອມໃສໃນພະເຈົ້າ ນັ້ນແມ່ນຄວາມເຫຼື້ອມໃສຂອງຄົນເຮົາທີ່ມີຕໍ່ພະເຢໂຫວາພະເຈົ້າ ຜູ້ລິເລີ່ມການຈັດກຽມກ່ຽວກັບຄອບຄົວ.
ຄວາມຮັກແລະການເສຍສະລະຕົວເອງ
6. ບາງຄົນໄດ້ເຮັດການຈັດກຽມອັນໃດເລື່ອງການຢູ່ອາໄສເພື່ອຈະເອົາໃຈໃສ່ຄວາມຕ້ອງການຂອງພໍ່ແມ່?
6 ລູກທີ່ໃຫຍ່ແລ້ວຫຼາຍຄົນໄດ້ສະໜອງຄວາມຕ້ອງການຂອງພໍ່ແມ່ທີ່ທຸພົນລະພາບດ້ວຍຄວາມຮັກແລະເສຍສະລະຕົວເອງ. ບາງຄົນໄດ້ຮັບພໍ່ແມ່ເຂົ້າມາຢູ່ໃນເຮືອນຂອງຕົນເອງຫຼືໄດ້ຍ້າຍໄປຢູ່ໃກ້ທ່ານ. ສ່ວນຄົນອື່ນໄດ້ຍ້າຍໄປຢູ່ກັບພໍ່ແມ່. ຫຼາຍໆ ເທື່ອ ການຈັດກຽມເຊັ່ນນີ້ປາກົດວ່າເປັນພະພອນແກ່ທັງພໍ່ແມ່ແລະລູກດ້ວຍ.
7. ເຫດໃດຈຶ່ງເປັນການດີທີ່ຈະບໍ່ລົງມືຈັດການຢ່າງຮີບເຮ່ງເມື່ອຕັດສິນໃຈກ່ຽວກັບພໍ່ແມ່ທີ່ສູງອາຍຸ?
7 ແຕ່ບາງເທື່ອການຍ້າຍດັ່ງກ່າວບໍ່ໄດ້ເປັນຜົນດີ. ເພາະເຫດໃດ? ບາງທີອາດເປັນເພາະເຮັດການຕັດສິນໃຈຮີບເຮ່ງເກີນໄປ ຫຼືອາໄສອາລົມເທົ່ານັ້ນ. ຄຳພີໄບເບິນເຕືອນຢ່າງສຸຂຸມວ່າ “ຄົນມີປັນຍາຄຶດກ່ອນຈຶ່ງກ້າວອອກໄປ.” (ສຸພາສິດ 14:15, ສະບັບແປ 97) ເພື່ອເປັນຕົວຢ່າງ ສົມມຸດວ່າ ແມ່ທີ່ສູງອາຍຸຂອງເຈົ້າມີຄວາມລຳບາກໃນການຢູ່ຜູ້ດຽວ ແລະເຈົ້າຄຶດວ່າທ່ານອາດໄດ້ຮັບປະໂຫຍດໂດຍການຍ້າຍມາຢູ່ນຳເຈົ້າ. ເພື່ອເປັນການຄຳນຶງເຖິງຂັ້ນຕອນຕ່າງໆ ຢ່າງຮອບຄອບ ເຈົ້າອາດພິຈາລະນາເລື່ອງຕໍ່ໄປນີ້: ຄວາມຈຳເປັນແທ້ຈິງຂອງທ່ານແມ່ນຫຍັງ? ມີການບໍລິການຂອງເອກະຊົນຫຼືການຊ່ວຍເຫຼືອຂອງລັດບໍທີ່ໃຫ້ທາງເລືອກຊຶ່ງເປັນຫົນທາງອອກທີ່ຖືກໃຈ? ທ່ານຕ້ອງການຍ້າຍບໍ? ຫາກທ່ານຕ້ອງການ ຊີວິດຂອງທ່ານຈະໄດ້ຮັບຜົນກະທົບໃນທາງໃດແດ່? ທ່ານຈະຕ້ອງຈາກຫມູ່ເພື່ອນໄປບໍ? ເລື່ອງນີ້ອາດມີຜົນກະທົບຕໍ່ອາລົມຂອງທ່ານຢ່າງໃດ? ເຈົ້າໄດ້ເວົ້າເລື່ອງເຫຼົ່ານີ້ກັບທ່ານຫຼືຍັງ? ການຍ້າຍເຊັ່ນນີ້ອາດມີຜົນກະທົບກັບເຈົ້າ, ຄູ່ສົມລົດຂອງເຈົ້າ, ລູກໆ ຂອງເຈົ້າເອງຢ່າງໃດ? ຫາກແມ່ຂອງເຈົ້າຈຳເປັນຕ້ອງໄດ້ຮັບການເບິ່ງແຍງ ໃຜຈະໃຫ້ການເບິ່ງແຍງ? ຈະແບ່ງຄວາມຮັບຜິດຊອບກັນໄດ້ບໍ? ເຈົ້າໄດ້ປຶກສາເລື່ອງນີ້ກັບທຸກຄົນທີ່ກ່ຽວຂ້ອງໂດຍກົງແລ້ວບໍ?
8. ເຈົ້າອາດສາມາດປຶກສາກັບໃຜເມື່ອຕັດສິນໃຈກ່ຽວກັບວິທີທີ່ຈະຊ່ວຍພໍ່ແມ່ທີ່ສູງອາຍຸ?
8 ເນື່ອງຈາກລູກທຸກຄົນໃນຄອບຄົວມີສ່ວນຮັບຜິດຊອບໃນການເອົາໃຈໃສ່ເບິ່ງແຍງນັ້ນ ອາດເປັນການສຸຂຸມທີ່ຈະຈັດການປະຊຸມຄອບຄົວຂຶ້ນ ດັ່ງນັ້ນທຸກຄົນອາດມີສ່ວນຮ່ວມກັນໃນການຕັດສິນໃຈ. ການປຶກສາກັບຜູ້ເຖົ້າແກ່ໃນປະຊາຄົມຄລິດສະຕຽນຫຼືຫມູ່ເພື່ອນທີ່ເຄີຍຜະເຊີນສະພາບການຄ້າຍກັນອາດຊ່ວຍໄດ້ດ້ວຍ “ຖ້າບໍ່ມີຄວາມປຶກສາກັນຄວາມໝາຍໃຈກໍບໍ່ຊະນະ ແຕ່ວ່າດ້ວຍພວກປຶກສາຫຼາຍຄົນກໍຊະນະໄດ້.”—ສຸພາສິດ 15:22.
ຈົ່ງມີຄວາມຮ່ວມຮູ້ສຶກແລະຄວາມເຂົ້າໃຈ
9, 10. (ກ) ເຖິງແມ່ນວ່າອາຍຸຫຼາຍແລ້ວ ຄວນຄຳນຶງເຖິງສິ່ງໃດກ່ຽວກັບຜູ້ສູງອາຍຸ? (ຂ) ບໍ່ວ່າລູກທີ່ໃຫຍ່ແລ້ວດຳເນີນການເຊັ່ນໃດກໍຕາມເພື່ອປະໂຫຍດຂອງພໍ່ແມ່ ເຂົາຄວນໃຫ້ສິ່ງໃດແກ່ທ່ານສະເໝີ?
9 ການໃຫ້ກຽດພໍ່ແມ່ທີ່ສູງອາຍຸຕ້ອງການມີຄວາມຮ່ວມຮູ້ສຶກແລະຄວາມເຂົ້າໃຈ. ຂະນະທີ່ໄວຊະລາກໍ່ຜົນກະທົບຮ້າຍແຮງ ຜູ້ສູງອາຍຸອາດເຫັນວ່າຍາກຂຶ້ນທຸກທີທີ່ຈະຍ່າງ, ຮັບປະທານ, ແລະຈື່ຈຳ. ທ່ານອາດຕ້ອງການຄວາມຊ່ວຍເຫຼືອ. ຫຼາຍເທື່ອ ລູກໆ ຕ້ອງການປົກປ້ອງແລະພະຍາຍາມໃຫ້ການຊີ້ແນະ. ແຕ່ຜູ້ສູງອາຍຸເປັນຜູ້ໃຫຍ່ທີ່ມີສະຕິປັນຍາແລະປະສົບການທີ່ສະສົມມາຕະຫຼອດຊີວິດ ເອົາໃຈໃສ່ດູແລຕົວເອງແລະເຮັດການຕັດສິນໃຈເອງມາຕະຫຼອດຊີວິດ. ເອກະລັກຂອງເຂົາແລະຄວາມນັບຖືຕໍ່ຕົວເອງອາດລວມຈຸດຢູ່ທີ່ບົດບາດຂອງເຂົາຖານະພໍ່ແມ່ແລະຜູ້ໃຫຍ່. ພໍ່ແມ່ຜູ້ຮູ້ສຶກຕ້ອງຍອມໃຫ້ລູກໆ ຄວບຄຸມຊີວິດຂອງຕົນນັ້ນອາດຮູ້ສຶກຫົດຫູ່ໃຈຫຼືຄຽດ. ບາງຄົນຂຸ່ນເຄືອງແລະຕໍ່ຕ້ານສິ່ງທີ່ເຂົາອາດເຂົ້າໃຈວ່າເປັນຄວາມພະຍາຍາມທີ່ຈະເຮັດໃຫ້ເຂົາສູນເສຍອິດສະຫຼະພາບຂອງຕົນເອງໄປ.
10 ບໍ່ມີວິທີແກ້ງ່າຍໆ ສຳລັບບັນຫາເຊັ່ນນັ້ນ ແຕ່ເປັນຄວາມກະລຸນາທີ່ຍອມໃຫ້ພໍ່ແມ່ທີ່ສູງອາຍຸດູແລຕົວເອງແລະເຮັດການຕັດສິນໃຈເອງເຖິງຂະໜາດທີ່ເປັນໄປໄດ້. ເປັນການສຸຂຸມທີ່ຈະບໍ່ເຮັດການຕັດສິນວ່າອັນໃດດີທີ່ສຸດຕໍ່ພໍ່ແມ່ຂອງເຈົ້າໂດຍຍັງບໍ່ໄດ້ເວົ້າກັບທ່ານກ່ອນ. ທ່ານອາດສູນເສຍອັນໃດໄປຫຼາຍຢ່າງແລ້ວ. ຈົ່ງຍອມໃຫ້ທ່ານຮັກສາສິ່ງທີ່ທ່ານຍັງຄົງມີຢູ່. ເຈົ້າອາດຈະພົບວ່າ ຍິ່ງເຈົ້າພະຍາຍາມຄວບຄຸມຊີວິດຂອງພໍ່ແມ່ນ້ອຍເທົ່າໃດ ຄວາມສຳພັນຂອງເຈົ້າກັບທ່ານກໍຈະດີຂຶ້ນເທົ່ານັ້ນ. ທ່ານຈະມີຄວາມສຸກຫຼາຍຂຶ້ນ ແລະເຈົ້າກໍເຊັ່ນກັນ. ເຖິງແມ່ນວ່າຈຳເປັນທີ່ຈະຢືນການໃນບາງເລື່ອງເພື່ອປະໂຫຍດຂອງທ່ານກໍຕາມ ການໃຫ້ກຽດພໍ່ແມ່ຮຽກຮ້ອງໃຫ້ເຈົ້າມອບສັກສີແລະຄວາມນັບຖືທີ່ທ່ານສົມຄວນໄດ້ຮັບແກ່ທ່ານ. ພະຄຳຂອງພະເຈົ້າແນະນຳວ່າ “ຈົ່ງຄຳນັບຄົນທີ່ມີຜົມຫງອກແລະຈົ່ງນັບຖືຄົນເຖົ້າແລ້ວ.”—ລະບຽບການພວກເລວີ 19:32.
ການຮັກສາເຈຕະຄະຕິທີ່ຖືກຕ້ອງໄວ້
11-13. ຫາກລູກທີ່ເປັນຜູ້ໃຫຍ່ແລ້ວບໍ່ມີຄວາມສຳພັນທີ່ດີກັບພໍ່ແມ່ຂອງຕົນໃນອະດີດ ເຂົາຈະຍັງຄົງສາມາດຈັດການກັບຂໍ້ທ້າທາຍໃນການເອົາໃຈໃສ່ເບິ່ງແຍງທ່ານຕອນສູງອາຍຸໄດ້ຢ່າງໃດ?
11 ບາງເທື່ອບັນຫາທີ່ລູກຊຶ່ງໃຫຍ່ແລ້ວຜະເຊີນໃນການໃຫ້ກຽດແກ່ພໍ່ແມ່ທີ່ສູງອາຍຸນັ້ນກ່ຽວຂ້ອງກັບຄວາມສຳພັນທີ່ເຂົາເຄີຍມີກັບພໍ່ແມ່ເມື່ອຕອນທີ່ເຂົາຍັງນ້ອຍຢູ່. ບາງທີພໍ່ຂອງເຈົ້າເຄີຍເຢັນຊາແລະບໍ່ສະແດງຄວາມຮັກ ແມ່ຂອງເຈົ້າອາດມັກໃຊ້ອຳນາດແລະຫຍາບກະດ້າງ. ເຈົ້າອາດຍັງຄົງຮູ້ສຶກຂ້ອງຂັດໃຈ, ຄຽດ, ຫຼືເຈັບໃຈເນື່ອງຈາກທ່ານບໍ່ໄດ້ເປັນພໍ່ແມ່ແບບທີ່ເຈົ້າຕ້ອງການໃຫ້ເພິ່ນເປັນ. ເຈົ້າຈະເອົາຊະນະຄວາມຮູ້ສຶກເຊັ່ນນີ້ໄດ້ບໍ?a
12 ບັດເຊ ຊຶ່ງໃຫຍ່ຂຶ້ນໃນແຟງລັງເລົ່າວ່າ “ພໍ່ລ້ຽງຂອງຂ້ອຍເຄີຍເປັນທະຫານໜ່ວຍເອສເອສໃນເຢຍລະມັນສະໄໝນາຊີ. ທ່ານຂີ້ໂມໂຫ ແລະຖ້າເກີດຂຶ້ນຕອນໃດກໍເປັນອັນຕະລາຍ. ທ່ານຕົບຕີແມ່ຕໍ່ໜ້າຂ້ອຍຫຼາຍເທື່ອ. ເທື່ອໜຶ່ງທີ່ທ່ານໂມໂຫຂ້ອຍ ທ່ານເອົາສາຍແອວຟາດໜ້າຂ້ອຍພ້ອມກັບຫົວສາຍແອວ. ມັນແຮງຈົນເຮັດໃຫ້ຂ້ອຍລົ້ມຂວ້ຳລົງເທິງຕຽງ.”
13 ແຕ່ມີອີກດ້ານໜຶ່ງກ່ຽວກັບບຸກຄະລິກຂອງທ່ານ. ບັດເຊເລົ່າເພີ່ມວ່າ “ໃນອີກດ້ານໜຶ່ງ ທ່ານເຮັດວຽກໜັກຫຼາຍແລະບໍ່ໄດ້ຫວງຕົວເອງໃນການເອົາໃຈໃສ່ດູແລຄອບຄົວທາງດ້ານວັດຖຸ. ທ່ານບໍ່ເຄີຍສະແດງຄວາມຮັກແພງແບບທີ່ພໍ່ຄວນຈະມີຕໍ່ລູກ ແຕ່ຂ້ອຍຮູ້ວ່າ ທ່ານມີຮອຍແປ້ວທາງໃຈ. ຍ່າໄລ່ທ່ານອອກຈາກບ້ານຕອນທີ່ທ່ານຍັງນ້ອຍ. ທ່ານໃຫຍ່ຂຶ້ນມາພ້ອມກັບການຕ່ອຍຕີແລະເຂົ້າສູ່ສົງຄາມເມື່ອເປັນຫນຸ່ມ. ຂ້ອຍເຂົ້າໃຈໄດ້ລະດັບໜຶ່ງແລະບໍ່ໄດ້ໂທດທ່ານ. ເມື່ອຂ້ອຍອາຍຸຫຼາຍຂຶ້ນ ຂ້ອຍຕ້ອງການຊ່ວຍທ່ານເທົ່າທີ່ເຮັດໄດ້ຈົນເຖິງທ່ານເສຍຊີວິດ. ນັ້ນບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍພະຍາຍາມເຮັດສິ່ງທີ່ຂ້ອຍເຮັດໄດ້. ຂ້ອຍພະຍາຍາມຈະເປັນລູກທີ່ດີຈົນເຖິງທີ່ສຸດ ແລະຂ້ອຍຄຶດວ່າທ່ານຍອມຮັບວ່າເປັນເຊັ່ນນັ້ນ.”
14. ຂໍ້ພະຄຳພີໃດເອົາມາໃຊ້ໄດ້ໃນທຸກສະຖານະການ ລວມທັງສະຖານະການຕ່າງໆ ທີ່ເກີດຂຶ້ນໃນການເອົາໃຈໃສ່ເບິ່ງແຍງພໍ່ແມ່ທີ່ສູງອາຍຸ?
14 ກັບສະພາບການໃນຄອບຄົວ ຄືກັບເລື່ອງອື່ນ ຄຳແນະນຳໃນຄຳພີໄບເບິນໃຊ້ໄດ້ທີ່ວ່າ “ຈົ່ງສວມຕົວທ່ານດ້ວຍຄວາມຮັກແພງອັນອ່ອນລະມຸນແຫ່ງຄວາມເມດຕາ, ຄວາມກະລຸນາ, ໃຈຖ່ອມ, ຄວາມອ່ອນໂຍນ, ແລະຄວາມອົດກັ້ນໄວ້ນານ. ຈົ່ງທົນຕໍ່ກັນແລະກັນຢູ່ເລື້ອຍໄປແລະຈົ່ງອະໄພໃຫ້ກັນແລະກັນຢ່າງໃຈກວ້າງ ຖ້າແມ່ນຜູ້ໃດມີສາເຫດຈົ່ມວ່າຄົນອື່ນ. ພະເຢໂຫວາໃຫ້ອະໄພທ່ານຢ່າງໃຈກວ້າງສັນໃດ ທ່ານທັງຫຼາຍຈົ່ງເຮັດຢ່າງນັ້ນດ້ວຍ.”—ໂກໂລດ 3:12, 13, ລ.ມ.
ຜູ້ທີ່ໃຫ້ການເອົາໃຈໃສ່ຈຳຕ້ອງໄດ້ຮັບການເອົາໃຈໃສ່ເຊັ່ນກັນ
15. ເປັນຫຍັງການເອົາໃຈໃສ່ເບິ່ງແຍງພໍ່ແມ່ບາງເທື່ອເປັນເລື່ອງທີ່ເຮັດໃຫ້ທຸກໃຈ?
15 ການເອົາໃຈໃສ່ພໍ່ແມ່ທີ່ທຸພົນລະພາບເປັນວຽກໜັກ ກ່ຽວຂ້ອງກັບພາລະກິດຫຼາກຫຼາຍ ໜ້າທີ່ຮັບຜິດຊອບຫຼາຍຢ່າງ ແລະເວລາຍາວນານ. ແຕ່ສ່ວນຍາກທີ່ສຸດຫຼາຍເທື່ອແມ່ນດ້ານອາລົມ. ເປັນເລື່ອງທຸກໃຈທີ່ຈະເຝົ້າເບິ່ງພໍ່ແມ່ຂອງເຈົ້າມີສຸຂະພາບເສື່ອມລົງ, ສູນເສຍຄວາມຈຳ, ແລະສູນເສຍຄວາມເປັນຕົວຂອງຕົວເອງ. ແຊນດີ ຊຶ່ງມາແຕ່ປ້ອກໂຕຣິໂກ ເລົ່າວ່າ “ແມ່ຂອງຂ້ອຍເປັນສູນລວມຂອງຄອບຄົວ. ເປັນສິ່ງທີ່ເຮັດໃຫ້ປວດຮ້າວໃຈຫຼາຍທີ່ຈະເບິ່ງແຍງທ່ານ. ຕອນທຳອິດທ່ານເລີ່ມຍ່າງກະໂຫຍ່ງກະເຫຍ່ງ ຈາກນັ້ນທ່ານຕ້ອງໃຊ້ໄມ້ເທົ້າ ແລ້ວກໍໃຊ້ອຸປະກອນຊ່ວຍຍ່າງ ຫຼັງຈາກນັ້ນກໍລໍ້ຍູ້. ຫຼັງຈາກນັ້ນກໍເສື່ອມລົງເລື້ອຍໆ ຈົນເສຍຊີວິດ. ທ່ານເປັນມະເຮັງກະດູກແລະຕ້ອງໄດ້ຮັບການເບິ່ງແຍງຕະຫຼອດ—ທັງມື້ທັງຄືນ. ເຮົາອາບນ້ຳແລະປ້ອນອາຫານໃຫ້ທ່ານແລະອ່ານໜັງສືໃຫ້ທ່ານຟັງ. ເປັນເລື່ອງຍາກຫຼາຍແທ້ໆ—ໂດຍສະເພາະຢ່າງຍິ່ງທາງອາລົມ. ເມື່ອຂ້ອຍຮູ້ວ່າແມ່ພວມຈະຕາຍ ຂ້ອຍຮ້ອງໄຫ້ເພາະຂ້ອຍຮັກທ່ານຫຼາຍເຫຼືອເກີນ.”
16, 17. ຄຳແນະນຳແບບໃດອາດຊ່ວຍຜູ້ທີ່ໃຫ້ການເອົາໃຈໃສ່ເບິ່ງແຍງມີທັດສະນະທີ່ສົມດຸນຕໍ່ເລື່ອງຕ່າງໆ ສະເໝີ?
16 ຫາກເຈົ້າພົບວ່າຕົວເອງຢູ່ໃນສະພາບການຄ້າຍກັນ ເຈົ້າສາມາດເຮັດປະການໃດເພື່ອຈະຮັບມືໄດ້? ການຮັບຟັງພະເຢໂຫວາໂດຍການອ່ານຄຳພີໄບເບິນແລະເວົ້າກັບພະອົງໂດຍການອະທິດຖານຈະຊ່ວຍໄດ້ຢ່າງຫຼວງຫຼາຍ. (ຟີລິບ 4:6, 7) ໃນທາງປະຕິບັດ ຈົ່ງເຮັດໃຫ້ແນ່ໃຈວ່າ ເຈົ້າຮັບປະທານອາຫານໄດ້ສັດສ່ວນແລະພະຍາຍາມນອນຫຼັບໃຫ້ພໍ. ໂດຍການເຮັດເຊັ່ນນີ້ ເຈົ້າຈະຢູ່ໃນສະພາບດີກວ່າ ທັງດ້ານອາລົມແລະດ້ານຮ່າງກາຍ ເພື່ອຈະເບິ່ງແຍງຜູ້ທີ່ເຈົ້າຮັກ. ບາງທີເຈົ້າອາດຈັດໃຫ້ມີການພັກຈາກກິດຈະວັດປະຈຳວັນເປັນບາງໂອກາດ. ເຖິງແມ່ນວ່າການຢຸດພັກອາດເປັນໄປບໍ່ໄດ້ກໍຕາມ ກໍຍັງເປັນການສຸຂຸມທີ່ຈະຈັດເວລາບາງລະຍະໄວ້ສຳລັບການຢ່ອນໃຈ. ເພື່ອຈະມີເວລາປີກຕົວຈາກຄົນເຈັບ ເຈົ້າອາດສາມາດຈັດໃຫ້ຄົນອື່ນມາຢູ່ນຳພໍ່ຫຼືແມ່ທີ່ປ່ວຍຢູ່ນັ້ນໄດ້.
17 ບໍ່ແມ່ນເລື່ອງຜິດປົກກະຕິຊຶ່ງຜູ້ໃຫຍ່ທີ່ໃຫ້ການເອົາໃຈໃສ່ເບິ່ງແຍງນັ້ນຈະມີການຄາດໝາຍຈາກຕົວເອງຢ່າງບໍ່ມີເຫດຜົນ. ແຕ່ຢ່າຮູ້ສຶກຜິດຍ້ອນສິ່ງທີ່ເຈົ້າເຮັດບໍ່ໄດ້. ໃນສະພາບແວດລ້ອມບາງຢ່າງ ເຈົ້າອາດຕ້ອງມອບຄົນທີ່ເຈົ້າຮັກໄວ້ໃນຄວາມດູແລຂອງສະຖານພະຍາບານ. ຖ້າເຈົ້າເປັນຄົນທີ່ໃຫ້ການດູແລ ຈົ່ງຕັ້ງຄວາມຄາດໝາຍຢ່າງສົມເຫດຜົນກັບຕົວເອງ. ເຈົ້າຕ້ອງເຮັດໃຫ້ສົມດຸນກັນບໍ່ພຽງແຕ່ຄວາມຕ້ອງການຂອງພໍ່ແມ່ ແຕ່ຂອງລູກໆ, ຂອງຄູ່ສົມລົດ, ແລະຂອງຕົວເຈົ້າເອງດ້ວຍ.
ກຳລັງທີ່ເກີນກວ່າກຳລັງປົກກະຕິ
18, 19. ພະເຢໂຫວາໃຫ້ຄຳສັນຍາອັນໃດກ່ຽວກັບການເກື້ອກູນ ແລະປະສົບການອັນໃດສະແດງວ່າພະອົງຮັກສາຄຳສັນຍາຂໍ້ນີ້?
18 ໂດຍທາງຄຳພີໄບເບິນ ພະຄຳຂອງພະອົງ ພະເຢໂຫວາຈັດກຽມການຊີ້ນຳດ້ວຍຄວາມຮັກຊຶ່ງສາມາດຊ່ວຍຄົນເຮົາໄດ້ຫຼາຍໃນການເອົາໃຈໃສ່ເບິ່ງແຍງພໍ່ແມ່ທີ່ຊະລາ ແຕ່ນັ້ນບໍ່ແມ່ນການຊ່ວຍເຫຼືອຢ່າງດຽວເທົ່ານັ້ນທີ່ພະອົງຈັດກຽມໄວ້. ຜູ້ປະພັນຄຳເພງທີ່ຂຽນພາຍໃຕ້ການດົນໃຈໄດ້ກ່າວວ່າ “ພະເຢໂຫວາສະຖິດໃກ້ຄົນທັງປວງທີ່ຮ້ອງທູນຕໍ່ພະອົງ . . . ຈະສະດັບສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາ ແລະພະອົງຈະຊ່ວຍເຂົາໃຫ້ລອດ.” ພະເຢໂຫວາຈະຊ່ວຍຜູ້ສັດຊື່ຂອງພະອົງໃຫ້ລອດຫຼືຮັກສາເຂົາໃຫ້ຜ່ານພົ້ນສະຖານະການທີ່ຍາກລຳບາກທີ່ສຸດດ້ວຍ.—ຄຳເພງ 145:18, 19, ລ.ມ.
19 ເມີຣ໌ນາໃນຟີລິບປິນ ຮຽນຮູ້ເລື່ອງນີ້ຂະນະທີ່ເອົາໃຈໃສ່ເບິ່ງແຍງແມ່ຂອງນາງ ຊຶ່ງຊ່ວຍຕົວເອງບໍ່ໄດ້ເລີຍຍ້ອນເປັນອຳມະພາດ. ເມີຣ໌ນາຂຽນວ່າ “ບໍ່ມີອັນໃດທີ່ຈະເຮັດໃຫ້ຫົດຫູ່ໃຈໄປຍິ່ງກວ່າການເຫັນຄົນທີ່ເຈົ້າຮັກຕ້ອງທົນທຸກບໍ່ສາມາດບອກເຈົ້າວ່າເຈັບບ່ອນໃດ. ມັນຄືກັບວ່າເຫັນທ່ານຄ່ອຍໆ ຈົມນ້ຳໄປ ແລະຂ້ອຍບໍ່ສາມາດເຮັດຫຍັງໄດ້ເລີຍ. ຫຼາຍເທື່ອຂ້ອຍຄູ້ເຂົ່າລົງເວົ້າກັບພະເຢໂຫວາວ່າ ຂ້ອຍອິດເມື່ອຍແຄ່ໃດ. ຂ້ອຍຮ້ອງໄຫ້ອອກມາຄືດາວິດຜູ້ຊຶ່ງອ້ອນວອນພະເຢໂຫວາໃຫ້ເກັບນ້ຳຕາຂອງທ່ານໄວ້ໃນກວດແລະລະນຶກເຖິງທ່ານ. [ຄຳເພງ 56:8] ແລະດັ່ງທີ່ພະເຢໂຫວາສັນຍາໄວ້ ພະອົງປະທານກຳລັງທີ່ຂ້ອຍຕ້ອງການ. ‘ພະເຢໂຫວາເປັນຜູ້ໄດ້ຄ້ຳຊູຂ້ານ້ອຍໄວ້.’”—ຄຳເພງ 18:18.
20. ຄຳສັນຍາອັນໃດໃນຄຳພີໄບເບິນຊ່ວຍຜູ້ທີ່ໃຫ້ການເອົາໃຈໃສ່ເບິ່ງແຍງໃນແງ່ດີ ເຖິງແມ່ນວ່າຜູ້ທີ່ເຂົາເບິ່ງແຍງນັ້ນຕາຍໄປກໍຕາມ?
20 ກ່າວກັນວ່າ ການເອົາໃຈໃສ່ເບິ່ງແຍງພໍ່ແມ່ທີ່ສູງອາຍຸນັ້ນເປັນ “ນິຍາຍທີ່ບໍ່ໄດ້ຈົບຢ່າງມີຄວາມສຸກ.” ແມ່ນຈະມີຄວາມພະຍາຍາມຢ່າງດີທີ່ສຸດໃນການເອົາໃຈໃສ່ເບິ່ງແຍງແລ້ວກໍຕາມ ຜູ້ສູງອາຍຸອາດເສຍຊີວິດກໍໄດ້ ເຊັ່ນແມ່ຂອງເມີຣ໌ນາ. ແຕ່ຄົນເຫຼົ່ານັ້ນທີ່ວາງໃຈໃນພະເຢໂຫວາຮູ້ວ່າຄວາມຕາຍບໍ່ແມ່ນຈຸດຈົບຂອງເລື່ອງ. ອັກຄະສາວົກກ່າວວ່າ “ຂ້າພະເຈົ້າມີຄວາມຫວັງໃນພະເຈົ້າ . . . ວ່າຈະມີການກັບເປັນຂຶ້ນຈາກຕາຍທັງຂອງຄົນຊອບທຳແລະຄົນບໍ່ຊອບທຳ.” (ກິດຈະການ 24:15, ລ.ມ.) ຄົນເຫຼົ່ານັ້ນທີ່ໄດ້ສູນເສຍພໍ່ແມ່ທີ່ສູງອາຍຸເນື່ອງຈາກຄວາມຕາຍນັ້ນໄດ້ຮັບການປອບໂຍນດ້ວຍຄວາມຫວັງເລື່ອງການກັບເປັນຂຶ້ນຈາກຕາຍພ້ອມກັບຄຳສັນຍາເລື່ອງໂລກໃໝ່ອັນເຮັດໃຫ້ຊື່ນຊົມຍິນດີທີ່ພະເຈົ້າສ້າງຊຶ່ງ “ຄວາມຕາຍຈະບໍ່ມີອີກຕໍ່ໄປ.”—ຄຳປາກົດ 21:4.
21. ຜົນດີອັນໃດແດ່ເກີດຈາກການໃຫ້ກຽດພໍ່ແມ່ທີ່ສູງອາຍຸ?
21 ຜູ້ຮັບໃຊ້ຂອງພະເຈົ້າມີຄວາມນັບຖືສຸດຊຶ້ງຕໍ່ພໍ່ແມ່ ເຖິງແມ່ນວ່າທ່ານອາດຊະລາແລ້ວກໍຕາມ. (ສຸພາສິດ 23:22-24) ພວກເຂົາໃຫ້ກຽດຕໍ່ພໍ່ແມ່. ໂດຍການເຮັດແບບນັ້ນ ພວກເຂົາປະສົບສິ່ງທີ່ສຸພາສິດຊຶ່ງມີຂຶ້ນໂດຍການດົນໃຈກ່າວໄວ້ວ່າ “ພໍ່ແລະແມ່ຂອງເຈົ້າຈະປິຕິຍິນດີ ແລະນາງຜູ້ໃຫ້ກຳເນີດເຈົ້າຈະຊົມຊື່ນຍິນດີ.” (ສຸພາສິດ 23:25, ລ.ມ.) ແລະສຳຄັນຍິ່ງກວ່າອັນໃດທັງໝົດ ຄົນເຫຼົ່ານັ້ນທີ່ໃຫ້ກຽດພໍ່ແມ່ທີ່ສູງອາຍຸເຮັດໃຫ້ພະເຢໂຫວາພະເຈົ້າພໍພະໄທແລະຖວາຍກຽດແດ່ພະອົງດ້ວຍ.
a ໃນທີ່ນີ້ເຮົາບໍ່ໄດ້ພິຈາລະນາສະພາບການທີ່ພໍ່ແມ່ມີຄວາມຜິດຖານໃຊ້ອຳນາດແລະໜ້າທີ່ໃນທາງຜິດຢ່າງເກີນຂອບເຂດ ຊຶ່ງອາດຖືວ່າເປັນຄວາມຜິດທາງອາຍາ.