ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 6 ໜ້າ 50-59
  • ປະເດັນທີ່ເຮົາທຸກຄົນຕ້ອງປະເຊີນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປະເດັນທີ່ເຮົາທຸກຄົນຕ້ອງປະເຊີນ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ປະຫວັດສາດ​ໄດ້​ພິສູດ​ໃຫ້​ເຫັນ
  • ການ​ລອດ​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ
  • ວິທີ​ທີ່​ບາງ​ຄົນ​ສະແດງ​ຈຸດ​ຢືນ​ຕໍ່​ປະເດັນ​ນີ້
  • ຄຳຕອບ​ຂອງ​ເຮົາ​ເອງ​ແມ່ນ​ຫຍັງ?
  • ຈົດຈໍ່ທີ່ປະເດັນສຳຄັນສະເໝີ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 6 ໜ້າ 50-59

ບົດ​ຫົກ

ປະເດັນ​ທີ່​ເຮົາ​ທຸກ​ຄົນ​ຕ້ອງ​ປະເຊີນ

1, 2. (ກ) ປະເດັນ​ອັນ​ໃດ​ທີ່​ຊາຕານ​ໄດ້​ຍົກ​ຂຶ້ນ​ມາ​ໃນ​ສວນ​ເອເດນ? (ຂ) ໃນ​ຄຳ​ເວົ້າ​ຂອງ​ຊາຕານ ມີ​ການ​ບົ່ງ​ເຖິງ​ປະເດັນ​ນັ້ນ​ຢ່າງ​ໃດ?

ເຮົາ​ເຂົ້າ​ໄປ​ພົວ​ພັນ​ກັບ​ປະເດັນ​ສຳຄັນ​ທີ່​ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ປະສົບ​ມາ. ຈຸດ​ຢືນ​ຂອງ​ເຮົາ​ກ່ຽວ​ກັບ​ປະເດັນ​ນີ້​ຈະ​ກຳນົດ​ອະນາຄົດ​ຕະຫຼອດ​ໄປ​ຂອງ​ເຮົາ. ປະເດັນ​ນີ້​ໄດ້​ເກີດ​ຂຶ້ນ​ຕອນ​ທີ່​ມີ​ການ​ກະບົດ​ໃນ​ສວນ​ເອເດນ. ຕອນ​ນັ້ນ​ຊາຕານ​ໄດ້​ຖາມ​ເອວາ​ວ່າ “ຈິງ​ຫຼື​ພະເຈົ້າ​ໄດ້​ບອກ​ຫ້າມ​ວ່າ ພວກ​ເຈົ້າ​ຢ່າຊູ​ກິນ​ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ຫຼື?” ນາງ​ຕອບ​ວ່າ ສະເພາະ​ແຕ່​ຕົ້ນ​ໄມ້​ຕົ້ນ​ດຽວ​ທີ່​ພະເຈົ້າ​ກ່າວ​ວ່າ “ຢ່າ​ກິນ . . . ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ຕາຍ​ໄປ.” ຈາກ​ນັ້ນ ຊາຕານ​ໄດ້​ກ່າວ​ຫາ​ພະ​ເຢໂຫວາ​ແບບ​ກົງໆດ້ວຍ​ການ​ເວົ້າ​ຕົວະ ໂດຍ​ບອກ​ວ່າ​ຊີວິດ​ຂອງ​ອາດາມ​ແລະ​ເອວາ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ການ​ເຊື່ອ​ຟັງ​ພະເຈົ້າ. ຊາຕານ​ອ້າງ​ວ່າ​ພະເຈົ້າ​ກີດ​ກັນ​ສິ່ງ​ດີ​ຕ່າງໆໄວ້​ຈາກ​ມະນຸດ​ທີ່​ພະອົງ​ໄດ້​ສ້າງ ນັ້ນ​ແມ່ນ​ຄວາມ​ສາມາດ​ທີ່​ຈະ​ກຳນົດ​ມາດຕະຖານ​ໃນ​ການ​ດຳເນີນ​ຊີວິດ​ຂອງ​ຕົນ​ເອງ. ຊາຕານ​ຢືນຢັນ​ວ່າ “ພະເຈົ້າ​ຮູ້​ຢູ່​ວ່າ ພວກ​ເຈົ້າ​ຫາກ​ກິນ​ໝາກ​ໄມ້​ນັ້ນ​ໃນ​ວັນ​ໃດ ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ​ໃນ​ວັນ​ນັ້ນ ແລະ​ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້​ຈັກ​ການ​ດີ​ແລະ​ຊົ່ວ.”—ຕົ້ນເດີມ 3:1-5.

2 ທີ່​ຈິງ ຊາຕານ​ກຳລັງ​ບອກ​ວ່າ​ມະນຸດ​ຈະ​ມີ​ສະພາບ​ທີ່​ດີ​ກວ່າ​ຖ້າ​ເຂົາ​ເຈົ້າ​ຕັດສິນ​ໃຈ​ເອົາ​ເອງ ແທນ​ທີ່​ຈະ​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະເຈົ້າ. ດ້ວຍ​ເຫດ​ນີ້ ມັນ​ຈຶ່ງ​ທ້າທາຍ​ວິທີ​ທີ່​ພະເຈົ້າ​ປົກຄອງ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ເກີດ​ປະເດັນ​ສຳຄັນ​ຫຼາຍ​ກ່ຽວ​ກັບ​ສິດທິ​ສູງ​ສຸດ​ຂອງ​ພະເຈົ້າ​ໃນ​ການ​ປົກຄອງ​ເອກະພົບ ນັ້ນ​ແມ່ນ ສິດທິ​ອັນ​ຖືກ​ຕ້ອງ​ຂອງ​ພະອົງ​ທີ່​ຈະ​ປົກຄອງ. ມີ​ການ​ຍົກ​ຄຳຖາມ​ຂຶ້ນ​ມາ​ວ່າ ສິ່ງ​ໃດ​ຈະ​ດີ​ກວ່າ​ສຳລັບ​ມະນຸດ ວິທີ​ທີ່​ພະ​ເຢໂຫວາ​ປົກຄອງ​ຫຼື​ການ​ປົກຄອງ​ທີ່​ບໍ່​ໝາຍ​ເພິ່ງ​ພະອົງ? ຕອນ​ນັ້ນ ພະ​ເຢໂຫວາ​ສາມາດ​ລົງໂທດ​ອາດາມ​ແລະ​ເອວາ​ໄດ້​ທັນທີ ແຕ່​ນັ້ນ​ຈະ​ບໍ່​ເຮັດ​ໃຫ້​ປະເດັນ​ກ່ຽວ​ກັບ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ຈັດການ​ຢ່າງ​ເປັນ​ຕາ​ໜ້າ​ພໍ​ໃຈ. ສະນັ້ນ ພະເຈົ້າ​ໄດ້​ພິສູດ​ໃຫ້​ເຫັນ​ຜົນ​ຂອງ​ການ​ບໍ່​ໝາຍ​ເພິ່ງ​ພະອົງ​ແລະ​ກົດໝາຍ​ຂອງ​ພະອົງ ໂດຍ​ປ່ອຍ​ໃຫ້​ສັງຄົມ​ມະນຸດ​ດຳເນີນ​ໄປ​ໄລຍະ​ໜຶ່ງ​ທີ່​ນານ​ພໍ​ສົມຄວນ.

3. ແມ່ນ​ຫຍັງ​ເປັນ​ປະເດັນ​ອັນ​ດັບ​ຮອງ​ທີ່​ຊາຕານ​ຍົກ​ຂຶ້ນ​ມາ?

3 ການ​ໂຈມຕີ​ຂອງ​ຊາຕານ​ຕໍ່​ສິດ​ອຳນາດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ຈົບ​ລົງ​ພ້ອມ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ສວນ​ເອເດນ. ມັນ​ເຮັດ​ໃຫ້​ຄວາມ​ພັກດີ​ຂອງ​ຄົນ​ອື່ນໆທີ່​ມີ​ຕໍ່​ພະ​ເຢໂຫວາ​ເປັນ​ເລື່ອງ​ໜ້າ​ສົງໄສ. ເລື່ອງ​ນີ້​ຈຶ່ງ​ກາຍ​ເປັນ​ປະເດັນ​ອັນ​ດັບ​ຮອງ​ທີ່​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃກ້​ຊິດ. ການ​ທ້າທາຍ​ຂອງ​ມັນ​ລວມ​ໄປ​ເຖິງ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ພ້ອມ​ກັບ​ເຫຼົ່າ​ບຸດ​ຝ່າຍ​ວິນຍານ​ທັງ​ໝົດ​ຂອງ​ພະເຈົ້າ ແລະ​ແມ່ນ​ກະທັ່ງ​ບຸດ​ຫົວປີ​ທີ່​ພະ​ເຢໂຫວາ​ຮັກ​ທີ່​ສຸດ. ຕົວຢ່າງ​ເຊັ່ນ ໃນ​ສະໄໝ​ຂອງ​ໂຢບ ຊາຕານ​ໄດ້​ໂຕ້​ຖຽງ​ວ່າ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ບໍ່​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ຮັກ​ພະເຈົ້າ​ແລະ​ມັກ​ການ​ປົກຄອງ​ຂອງ​ພະອົງ ແຕ່​ຍ້ອນ​ຄວາມ​ເຫັນ​ແກ່​ຕົວ. ມັນ​ອ້າງ​ວ່າ​ເມື່ອ​ຄົນ​ເຮົາ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ລຳບາກ ທຸກ​ຄົນ​ຈະ​ຍອມ​ຈຳນົນ​ຕໍ່​ຄວາມ​ປາຖະໜາ​ທີ່​ເຫັນ​ແກ່​ຕົວ.—ໂຢບ 2:1-6; ຄຳປາກົດ 12:10.

ສິ່ງ​ທີ່​ປະຫວັດສາດ​ໄດ້​ພິສູດ​ໃຫ້​ເຫັນ

4, 5. ປະຫວັດສາດ​ໄດ້​ພິສູດ​ໃຫ້​ເຫັນ​ຫຍັງ​ໃນ​ເລື່ອງ​ທີ່​ມະນຸດ​ຈະ​ກຳນົດ​ບາດ​ກ້າວ​ຂອງ​ຕົນ​ເອງ​ນັ້ນ?

4 ຈຸດ​ສຳຄັນ​ຂອງ​ປະເດັນ​ໃນ​ເລື່ອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເປັນ​ດັ່ງ​ນີ້: ພະເຈົ້າ​ບໍ່​ໄດ້​ສ້າງ​ມະນຸດ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ປະສົບ​ຜົນ​ສຳເລັດ​ໄດ້​ໂດຍ​ບໍ່​ຕ້ອງ​ໝາຍ​ເພິ່ງ​ການ​ປົກຄອງ​ຂອງ​ພະອົງ. ເພື່ອ​ຜົນ​ປະໂຫຍດ​ຂອງ​ເຂົາ​ເຈົ້າ ພະອົງ​ສ້າງ​ເຂົາ​ເຈົ້າ​ໃຫ້​ເພິ່ງ​ພາ​ກົດໝາຍ​ທີ່​ຊອບທຳ​ຂອງ​ພະອົງ. ຜູ້​ພະຍາກອນ​ເຢເຣມີ​ຍອມ​ຮັບ​ວ່າ “ໂອ້​ພະ​ເຢໂຫວາ​ຂ້າ​ນ້ອຍ​ຮູ້​ຈັກ​ວ່າ​ທາງ​ມະນຸດ​ບໍ່​ເປັນ​ແຫ່ງ​ຕົນ ແລະ​ຄົນ​ທີ່​ທຽວ​ໄປ​ກໍ​ບໍ່​ມີ​ອຳນາດ​ຈະ​ນຳ​ໜ້າ​ບາດ​ຕີນ​ແຫ່ງ​ຕົນ​ໄປ. ໂອ້​ພະ​ເຢໂຫວາ​ເຊີນ​ຕີ​ສອນ​ຂ້າ​ນ້ອຍ.” (ເຢເຣມີ 10:23, 24) ສະນັ້ນ ພະ​ຄຳ​ຂອງ​ພະເຈົ້າ​ກະຕຸ້ນ​ວ່າ “ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ ແລະ​ຢ່າ​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ.” (ສຸພາສິດ 3:5) ພະເຈົ້າ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ມະນຸດ​ໃຫ້​ຢູ່​ພາຍ​ໃຕ້​ກົດ​ທາງ​ຮ່າງ​ກາຍ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້​ເທົ່າ​ນັ້ນ ແຕ່​ພະອົງ​ຍັງ​ໄດ້​ຕັ້ງ​ກົດ​ທາງ​ສິນ​ລະ​ທຳ​ຂຶ້ນ​ມາ​ອີກ ເຊິ່ງ​ຖ້າ​ເຊື່ອ​ຟັງ​ກໍ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສາມັກຄີ​ປອງດອງ​ກັນ​ໃນ​ສັງຄົມ.

5 ປາກົດ​ແຈ້ງ​ວ່າ ພະເຈົ້າ​ຮູ້​ວ່າ​ຄອບຄົວ​ມະນຸດ​ຈະ​ບໍ່​ປະສົບ​ຜົນ​ສຳເລັດ​ໃນ​ການ​ປົກຄອງ​ຕົນ​ເອງ​ຖ້າ​ຫາກ​ບໍ່​ໝາຍ​ເພິ່ງ​ການ​ປົກຄອງ​ຂອງ​ພະອົງ. ໃນ​ຄວາມ​ພະຍາຍາມ​ອັນ​ໄຮ້​ປະໂຫຍດ​ທີ່​ບໍ່​ຍອມ​ໝາຍ​ເພິ່ງ​ການ​ປົກຄອງ​ຂອງ​ພະເຈົ້າ ມະນຸດ​ໄດ້​ຕັ້ງ​ລະບົບ​ການ​ປົກຄອງ, ເສດຖະກິດ, ແລະ​ສາສະໜາ​ໃນ​ຮູບ​ແບບ​ຕ່າງໆຂຶ້ນ. ຄວາມ​ແຕກຕ່າງ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄົນ​ເຮົາ​ເກີດ​ການ​ຂັດ​ແຍ່ງ​ກັນ​ຢູ່​ເລື້ອຍໆເຊິ່ງ​ຜົນ​ທີ່​ຕາມ​ມາ​ແມ່ນ​ຄວາມ​ຮຸນແຮງ, ສົງຄາມ, ແລະ​ຄວາມ​ຕາຍ. “ຄົນ​ທັງ​ຫຼາຍ​ຄຸ້ມຄອງ​ຄົນ​ທັງ​ຫຼາຍ​ໃຫ້​ເປັນ​ການ​ອັນຕະລາຍ​ແກ່​ເຂົາ.” (ຜູ້​ເທສະໜາ​ປ່າວ​ປະກາດ 8:9) ນັ້ນ​ແຫຼະ​ເປັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຕະຫຼອດ​ປະຫວັດສາດ​ມະນຸດ ດັ່ງ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ໃນ​ພະ​ຄຳ​ຂອງ​ພະເຈົ້າ ເຫຼົ່າ​ຄົນ​ຊົ່ວ​ແລະ​ຄົນ​ຕົ້ມ​ຕົວະ “ຈະ​ທຳ​ຊົ່ວ​ຮ້າຍ​ມາກ​ກວ່າ​ຂຶ້ນ​ໄປ.” (2 ຕີໂມເຕ 3:13) ໃນ​ສະຕະວັດ​ທີ 20 ນອກ​ຈາກ​ໄດ້​ເຫັນ​ມະນຸດ​ບັນລຸ​ຜົນ​ສຳເລັດ​ຫຼາຍ​ທາງ​ດ້ານ​ວິທະຍາສາດ​ແລະ​ອຸດສາຫະກຳ​ແລ້ວ ຍັງ​ໄດ້​ເຫັນ​ຄວາມ​ຫາຍະນະ​ອັນ​ຮ້າຍແຮງ​ທີ່​ສຸດ​ກວ່າ​ທີ່​ຜ່ານ​ມາ. ຖ້ອຍ​ຄຳ​ຂອງ​ເຢເຣມີ 10:23 ໄດ້​ຮັບ​ການ​ພິສູດ​ເປັນ​ຄວາມ​ຈິງ​ຢ່າງ​ລົ້ນ​ເຫຼືອ​ທີ່​ມະນຸດ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ​ຈະ​ກຳນົດ​ບາດ​ກ້າວ​ຂອງ​ຕົນ​ເອງ.

6. ໃນ​ອີກ​ບໍ່​ດົນ​ພະເຈົ້າ​ຈະ​ແກ້ໄຂ​ເລື່ອງ​ທີ່​ມະນຸດ​ບໍ່​ໝາຍ​ເພິ່ງ​ພະອົງ​ຢ່າງ​ໃດ?

6 ຜົນ​ກະທົບ​ໄລຍະ​ຍາວ​ທີ່​ເສົ້າ​ສະຫຼົດ​ໃຈ​ຈາກ​ການ​ບໍ່​ໝາຍ​ເພິ່ງ​ພະເຈົ້າ ໄດ້​ສະແດງ​ໃຫ້​ເຫັນ​ຈົນ​ຄົບ​ແລ້ວ​ວ່າ​ການ​ປົກຄອງ​ໂດຍ​ມະນຸດ​ບໍ່​ມີ​ທາງ​ປະສົບ​ຄວາມ​ສຳເລັດ​ເລີຍ. ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ພາ​ໄປ​ສູ່​ຄວາມ​ສຸກ, ຄວາມ​ເປັນ​ເອກະພາບ, ສຸຂະພາບ​ແຂງແຮງ, ແລະ​ຊີວິດ. ພະ​ຄຳ​ຂອງ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ຕໍ່​ການ​ປົກຄອງ​ຂອງ​ມະນຸດ​ທີ່​ບໍ່​ໝາຍ​ເພິ່ງ​ພະອົງ​ນັ້ນ​ກຳລັງ​ຈະ​ສິ້ນ​ສຸດ​ແລ້ວ. (ມັດທາຍ 24:3-14; 2 ຕີໂມເຕ 3:1-5) ອີກ​ບໍ່​ດົນ ພະອົງ​ຈະ​ສະແດງ​ສິດ​ອຳນາດ​ໃນ​ການ​ປົກຄອງ​ເໜືອ​ແຜ່ນດິນ​ໂລກ​ໂດຍ​ການ​ແຊກ​ແຊງ​ກິດຈະການ​ຂອງ​ມະນຸດ. ຄຳພີ​ໄບເບິນ​ບອກ​ໄວ້​ລ່ວງ​ໜ້າ​ວ່າ “ໃນ​ຄາວ​ກະສັດ​ທັງ​ຫຼາຍ​ນັ້ນ [ການ​ປົກຄອງ​ຂອງ​ມະນຸດ​ທີ່​ມີ​ຢູ່​ໃນ​ເວລາ​ນີ້] ພະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຕັ້ງ​ພະ​ລາຊະອານາຈັກ​ອັນ​ໜຶ່ງ​ໄວ້ [ໃນ​ສະຫວັນ] ທີ່​ຈະ​ບໍ່​ຈິບຫາຍ​ສັກ​ເທື່ອ ແລະ​ພະ​ລາຊະອານາຈັກ​ນີ້​ຈະ​ບໍ່​ກາຍ​ເປັນ​ຂອງ​ຊາວ​ປະເທດ​ອື່ນ [ຈະ​ບໍ່​ມີ​ວັນ​ທີ່​ມະນຸດ​ຈະ​ປົກຄອງ​ແຜ່ນດິນ​ໂລກ​ອີກ] ມັນ​ຈະ​ໃຫ້​ລາຊະອານາຈັກ​ທັງ​ປວງ​ນີ້ [ໃນ​ສະໄໝ​ປັດຈຸບັນ] ຫັກ​ແຕກ​ຈິບຫາຍ ແຕ່​ວ່າ​ຕົວ​ເອງ​ຈະ​ຕັ້ງ​ຢູ່​ສືບໆໄປ​ເປັນ​ນິດ.”—ດານຽນ 2:44.

ການ​ລອດ​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ

7. ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ມະນຸດ​ສິ້ນ​ສຸດ​ລົງ ໃຜ​ແດ່​ຈະ​ລອດ?

7 ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ມະນຸດ​ສິ້ນ​ສຸດ​ລົງ ໃຜ​ແດ່​ຈະ​ລອດ? ຄຳພີ​ໄບເບິນ​ໃຫ້​ຄຳຕອບ​ດັ່ງ​ນີ້: “ຄົນ​ສັດ​ຊື່​ທັງ​ຫຼາຍ [ຄົນ​ເຫຼົ່າ​ນັ້ນ​ທີ່​ສະໜັບສະຫນູນ​ສິດທິ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ] ຈະ​ຕັ້ງ​ຢູ່​ໃນ​ແຜ່ນດິນ ແລະ​ຄົນ​ຍຸຕິທຳ​ທັງ​ຫຼາຍ​ຈະ​ຄ້າງ​ຢູ່​ຫັ້ນ. ແຕ່​ວ່າ​ຄົນ​ຮ້າຍ​ທັງ​ຫຼາຍ [ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ສະໜັບສະຫນູນ​ສິດທິ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ] ຈະ​ຈິບຫາຍ​ໄປ​ຈາກ​ແຜ່ນດິນ.” (ສຸພາສິດ 2:21, 22) ໃນ​ທຳນອງ​ດຽວ​ກັນ ຜູ້​ປະພັນ​ຄຳເພງ​ບອກ​ວ່າ “ຍັງ​ສັກ​ເວລາ​ໜ້ອຍ​ແລະ​ຄົນ​ຮ້າຍ​ຈະ​ບໍ່​ຢູ່​ຕໍ່​ໄປ . . . ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້ ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.”—ຄຳເພງ 37:10, 29.

8. ພະເຈົ້າ​ຈະ​ພິສູດ​ຢ່າງ​ເຕັມທີ​ເຖິງ​ຄວາມ​ຖືກ​ຕ້ອງ​ແຫ່ງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະອົງ​ຢ່າງ​ໃດ?

8 ຫຼັງ​ຈາກ​ລະບົບ​ຂອງ​ຊາຕານ​ຖືກ​ທຳລາຍ​ແລ້ວ ພະເຈົ້າ​ຈະ​ເອົາ​ໂລກ​ໃໝ່​ເຂົ້າ​ມາ​ແທນ ເຊິ່ງ​ຄວາມ​ຮຸນແຮງ​ທີ່​ສ້າງ​ຄວາມ​ເສຍຫາຍ, ສົງຄາມ, ຄວາມ​ທຸກ​ຍາກ, ຄວາມ​ທຸກ​ທໍລະມານ, ຄວາມ​ເຈັບ​ປ່ວຍ, ແລະ​ຄວາມ​ຕາຍ​ທີ່​ເຮັດ​ໃຫ້​ມະນຸດ​ຕົກ​ເປັນ​ທາດ​ມາ​ເປັນ​ເວລາ​ຫຼາຍ​ພັນ​ປີ​ຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ. ຄຳພີ​ໄບເບິນ​ພັນລະນາ​ໄວ້​ຢ່າງ​ງົດງາມ​ເຖິງ​ພະ​ພອນ​ຕ່າງໆທີ່​ກຳລັງ​ລໍ​ຖ້າ​ມະນຸດ​ຊາດ​ຜູ້​ເຊື່ອ​ຟັງ​ດັ່ງ​ນີ້: “ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທັງ​ຫຼາຍ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ ແລະ​ຄວາມ​ທຸກ​ໂສກ ແລະ​ຮ້ອງໄຫ້ ແລະ​ເຈັບ​ປວດ​ຈະ​ບໍ່​ມີ​ຕໍ່​ໄປ ເຫດ​ວ່າ​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ.” (ຄຳປາກົດ 21:3, 4) ໂດຍ​ທາງ​ລາຊະອານາຈັກ​ທາງ​ພາກ​ສະຫວັນ ເຊິ່ງ​ແມ່ນ​ລັດຖະບານ​ທີ່​ພະ​ຄລິດ​ປົກຄອງ ພະເຈົ້າ​ຈະ​ພິສູດ​ຢ່າງ​ເຕັມທີ​ເຖິງ​ຄວາມ​ຖືກ​ຕ້ອງ​ຂອງ​ພະອົງ​ທີ່​ຈະ​ເປັນ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ພວກ​ເຮົາ.—ໂລມ 16:20; 2 ເປໂຕ 3:10-13; ຄຳປາກົດ 20:1-6.

ວິທີ​ທີ່​ບາງ​ຄົນ​ສະແດງ​ຈຸດ​ຢືນ​ຕໍ່​ປະເດັນ​ນີ້

9. (ກ) ຄົນ​ທີ່​ຍັງ​ຄົງ​ຢູ່​ໃນ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ມີ​ທັດສະນະ​ຕໍ່​ພະ​ຄຳ​ຂອງ​ພະອົງ​ຢ່າງ​ໃດ? (ຂ) ໂນເອ​ໄດ້​ພິສູດ​ເຖິງ​ຄວາມ​ພັກດີ​ຂອງ​ຕົນ​ແນວ​ໃດ ແລະ​ເຮົາ​ຈະ​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ລາວ​ຢ່າງ​ໃດ?

9 ຕະຫຼອດ​ປະຫວັດສາດ ມີ​ຊາຍ​ຍິງ​ທີ່​ມີ​ຄວາມ​ເຊື່ອ​ໄດ້​ພິສູດ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ໃນ​ຖານະ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ. ເຂົາ​ເຈົ້າ​ຮູ້​ວ່າ​ຊີວິດ​ຂອງ​ຕົນ​ຂຶ້ນ​ຢູ່​ກັບ​ການ​ຮັບ​ຟັງ​ແລະ​ການ​ເຊື່ອ​ຟັງ​ພະອົງ. ໂນເອ​ເປັນ​ຄົນ​ແບບ​ນັ້ນ. ດັ່ງ​ນັ້ນ ພະເຈົ້າ​ກ່າວ​ແກ່​ໂນເອ​ວ່າ “ທີ່​ສຸດ​ແຫ່ງ​ເນື້ອ​ໜັງ​ທັງ​ສິ້ນ​ໄດ້​ມາ​ເຖິງ​ແລ້ວ​ຕໍ່​ໜ້າ​ເຮົາ . . . ເຈົ້າ​ຈົ່ງ​ເອົາ​ໄມ້​ໂຄເຟ ກໍ່​ສ້າງ​ນາວາ​ໃຫຍ່​ຫຼັງ​ໜຶ່ງ.” ຈາກ​ນັ້ນ ໂນເອ​ກໍ​ໄດ້​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ. ເຖິງ​ແມ່ນ​ວ່າ​ໄດ້​ຮັບ​ຄຳ​ເຕືອນ​ແລ້ວ​ກໍ​ຕາມ ຄົນ​ອື່ນໆໃນ​ສະໄໝ​ນັ້ນ​ກໍ​ຍັງ​ຄົງ​ດຳເນີນ​ຊີວິດ​ຄື​ກັບ​ວ່າ​ຈະ​ບໍ່​ມີ​ສິ່ງ​ຜິດ​ປົກກະຕິ​ອັນ​ໃດ​ເກີດ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ດີ ໂນເອ​ໄດ້​ສ້າງ​ນາວາ​ໃຫຍ່​ແລະ​ເຮັດ​ການ​ປະກາດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ເຖິງ​ແນວ​ທາງ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ແກ່​ຄົນ​ອື່ນໆ. ບັນທຶກ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ “ໂນເອ​ໄດ້​ກະທຳ​ດັ່ງ​ນີ້ ຕາມ​ທີ່​ພະເຈົ້າ​ໄດ້​ສັ່ງ​ແລ້ວ ທ່ານ​ໂນເອ​ໄດ້​ກະທຳ​ທຸກ​ສິ່ງ.”—ຕົ້ນເດີມ 6:13-22; ເຫບເລີ 11:7; 2 ເປໂຕ 2:5.

10. (ກ) ອັບລາຫາມ​ແລະ​ຊາລາ​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຢ່າງ​ໃດ? (ຂ) ຕົວຢ່າງ​ຂອງ​ທັງ​ສອງ​ໃຫ້​ປະໂຫຍດ​ແກ່​ເຮົາ​ໃນ​ທາງ​ໃດ​ແດ່?

10 ອັບລາຫາມ​ແລະ​ຊາລາ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຄື​ກັນ ເຂົາ​ເຈົ້າ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພະອົງ​ບອກ. ທັງ​ສອງ​ອາໄສ​ຢູ່​ໃນ​ເມືອງ​ອູຣ​ເຊິ່ງ​ເປັນ​ນະຄອນ​ທີ່​ຈະເລີນ​ຮຸ່ງເຮືອງ​ຂອງ​ຊາວ​ກາລະເດເອນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເມື່ອ​ພະ​ເຢໂຫວາ​ບອກ​ອັບລາຫາມ​ໃຫ້​ຍ້າຍ​ໄປ​ຢູ່​ອີກ​ດິນແດນ​ໜຶ່ງ​ເຊິ່ງ​ທ່ານ​ບໍ່​ຮູ້​ຈັກ ອັບລາຫາມ​ກໍ “ໄດ້​ອອກ​ໄປ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ທ່ານ.” ແນ່ນອນ​ວ່າ​ຊາລາ​ຄົງ​ຈະ​ມີ​ຊີວິດ​ທີ່​ມີ​ພ້ອມ​ທຸກ​ສິ່ງ​ເຊັ່ນ ມີ​ເຮືອນ, ຫມູ່​ເພື່ອນ, ແລະ​ຍາດ​ພີ່​ນ້ອງ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ດ້ວຍ​ຄວາມ​ອ່ອນ​ນ້ອມ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ສາມີ​ຂອງ​ຕົນ ນາງ​ຈຶ່ງ​ຮ່ວມ​ເດີນ​ທາງ​ໄປ​ແຜ່ນດິນ​ການາອານ​ເຊິ່ງ ນາງ​ເອງ​ກໍ​ບໍ່​ໄດ້​ຮູ້​ວ່າ​ສະພາບການ​ຢູ່​ຫັ້ນ​ເປັນ​ແນວ​ໃດ​ຊ້ຳ.—ຕົ້ນເດີມ 11:31–12:4; ກິດຈະການ 7:2-4.

11. (ກ) ໂມເຊ​ໄດ້​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ພາຍ​ໃຕ້​ສະພາບການ​ແນວ​ໃດ? (ຂ) ຕົວຢ່າງ​ຂອງ​ໂມເຊ​ອາດ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຢ່າງ​ໃດ?

11 ໂມເຊ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ລາວ​ເຮັດ​ເຊັ່ນ​ນີ້​ພາຍ​ໃຕ້​ສະພາບການ​ທີ່​ຍາກ​ລຳບາກ​ທີ່​ສຸດ ນັ້ນ​ຄື​ເມື່ອ​ລາວ​ປະເຊີນ​ໜ້າ​ກັບ​ຟາໂລ​ແຫ່ງ​ເອຢີບ. ບໍ່​ແມ່ນ​ວ່າ​ໂມເຊ​ເປັນ​ຄົນ​ທີ່​ໝັ້ນ​ໃຈ​ໃນ​ຕົວ​ເອງ. ຊ້ຳ​ບໍ່​ຫນຳ ລາວ​ແຮ່ງ​ບໍ່​ໝັ້ນ​ໃຈ​ຊ້ຳ​ວ່າ​ຕົນ​ຈະ​ສາມາດ​ເວົ້າ​ໄດ້​ດີ​ພໍ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ລາວ​ກໍ​ເຊື່ອ​ຟັງ​ພະ​ເຢໂຫວາ. ໂດຍ​ໄດ້​ຮັບ​ການ​ສະໜັບສະຫນູນ​ຈາກ​ພະ​ເຢໂຫວາ​ແລະ​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ອາໂລນ​ອ້າຍ​ຂອງ​ລາວ ໂມເຊ​ຈຶ່ງ​ກ່າວ​ຊ້ຳ​ຄຳ​ຂອງ​ພະ​ເຢໂຫວາ​ຕໍ່​ຟາໂລ​ຜູ້​ດື້​ດຶງ​ຫຼາຍ​ເທື່ອ​ຫຼາຍ​ທີ. ເຖິງ​ແມ່ນ​ວ່າ​ພວກ​ຍິດສະລາເອນ​ບາງ​ຄົນ​ໄດ້​ວິພາກ​ວິຈານ​ໂມເຊ​ຢ່າງ​ໜັກ​ໜ່ວງ​ກໍ​ຕາມ ໂມເຊ​ກໍ​ຍັງ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ດ້ວຍ​ຄວາມ​ພັກດີ ແລະ​ໂດຍ​ທາງ​ໂມເຊ​ນີ້​ເອງ ຊາດ​ຍິດສະລາເອນ​ຈຶ່ງ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ເອຢີບ.—ອົບພະຍົບ 7:6; 12:50, 51; ເຫບເລີ 11:24-27.

12. (ກ) ແມ່ນ​ຫຍັງ​ສະແດງ​ວ່າ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ພົວ​ພັນ​ຫຼາຍ​ກວ່າ​ການ​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ລະບຸ​ເປັນ​ລາຍລັກ​ອັກສອນ​ໄວ້​ແລ້ວ? (ຂ) ຄວາມ​ເຂົ້າ​ໃຈ​ເລື່ອງ​ຄວາມ​ພັກດີ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ນຳ​ເອົາ 1 ໂຢຮັນ 2:15 ໄປ​ໃຊ້​ຢ່າງ​ໃດ?

12 ຜູ້​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ​ບໍ່​ໄດ້​ອ້າງ​ເຫດຜົນ​ວ່າ ພະເຈົ້າ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ເຊື່ອ​ຟັງ​ແຕ່​ໃນ​ສິ່ງ​ທີ່​ພະອົງ​ໄດ້​ໃຫ້​ຂຽນ​ໄວ້​ເທົ່າ​ນັ້ນ. ຕອນ​ທີ່​ເມຍ​ຂອງ​ໂປຕີຟາ​ພະຍາຍາມ​ຍົວະ​ຍວນ​ໂຢເຊບ​ໃຫ້​ເຮັດ​ຜິດ​ປະເວນີ​ກັບ​ນາງ ຄຳ​ສັ່ງ​ຈາກ​ພະເຈົ້າ​ທີ່​ຫ້າມ​ເລື່ອງ​ການ​ຫຼິ້ນ​ຊູ້​ຍັງ​ບໍ່​ທັນ​ມີ​ເປັນ​ລາຍລັກ​ອັກສອນ​ເທື່ອ. ຢ່າງ​ໃດ​ກໍ​ຕາມ ໂຢເຊບ​ຮູ້​ເລື່ອງ​ສະຖາບັນ​ການ​ສົມລົດ​ທີ່​ພະເຈົ້າ​ໄດ້​ຈັດ​ຂຶ້ນ​ໃນ​ສວນ​ເອເດນ. ລາວ​ຮູ້​ວ່າ​ການ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ຄົນ​ອື່ນ​ຈະ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ. ໂຢເຊບ​ບໍ່​ໄດ້​ສົນ​ໃຈ​ທີ່​ຈະ​ລອງ​ເບິ່ງ​ຂອບ​ເຂດ​ທີ່​ພະເຈົ້າ​ຈະ​ຍອມ​ໃຫ້​ລາວ​ເປັນ​ຄື​ກັບ​ຊາວ​ເອຢີບ​ດ້ວຍ​ຊ້ຳ. ລາວ​ຍຶດ​ໝັ້ນ​ກັບ​ແນວ​ທາງ​ຕ່າງໆຂອງ​ພະ​ເຢໂຫວາ​ໂດຍ​ຄິດ​ຕຶກຕອງ​ເຖິງ​ວິທີ​ຕ່າງໆທີ່​ພະເຈົ້າ​ປະຕິບັດ​ກັບ​ມະນຸດ​ຊາດ ແລ້ວ​ເອົາ​ສິ່ງ​ທີ່​ລາວ​ເຂົ້າ​ໃຈ​ວ່າ​ເປັນ​ຈຸດ​ປະສົງ​ຂອງ​ພະເຈົ້າ​ໄປ​ໃຊ້​ຢ່າງ​ຖືກ​ຕ້ອງ.—ຕົ້ນເດີມ 39:7-12; ຄຳເພງ 77:11, 12.

13. ມີ​ການ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ​ຢ່າງ​ໃດ​ໃນ​ກໍລະນີ​ຂອງ (ກ) ໂຢບ? (ຂ) ຊາວ​ເຫບເລີ​ສາມ​ຄົນ?

13 ເຖິງ​ແມ່ນ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ ຄົນ​ເຫຼົ່າ​ນັ້ນ​ທີ່​ຮູ້​ຈັກ​ພະ​ເຢໂຫວາ​ຢ່າງ​ແທ້​ຈິງ​ກໍ​ຈະ​ບໍ່​ໜີ​ຈາກ​ພະອົງ. ຊາຕານ​ໄດ້​ກ່າວ​ວ່າ​ຖ້າ​ໂຢບ​ສູນ​ເສຍ​ຊັບ​ສິນ​ແລະ​ສຸຂະພາບ​ຂອງ​ຕົນ​ແລ້ວ ແມ່ນ​ວ່າ​ໂຢບ​ຜູ້​ທີ່​ພະ​ເຢໂຫວາ​ຍົກຍ້ອງ​ກໍ​ຈະ​ປະ​ຖິ້ມ​ພະເຈົ້າ. ໂຢບ​ໄດ້​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ ເຖິງ​ແມ່ນ​ວ່າ​ໂຢບ​ເອງ​ບໍ່​ໄດ້​ຮູ້​ເຖິງ​ເຫດຜົນ​ຂອງ​ຄວາມ​ຫາຍະນະ​ຕ່າງໆທີ່​ສຸມ​ໃສ່​ລາວ​ກໍ​ຕາມ. (ໂຢບ 2:9, 10) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ຊາຕານ​ຍັງ​ພະຍາຍາມ​ພິສູດ​ປະເດັນ​ນີ້ ໂດຍ​ເຮັດ​ໃຫ້​ກະສັດ​ບາບີໂລນ​ທີ່​ເປັນ​ເດືອດ​ເປັນ​ແຄ້ນ​ຂົ່ມ​ຂູ່​ຊາຍ​ຫນຸ່ມ​ຊາວ​ເຫບເລີ​ສາມ​ຄົນ​ວ່າ ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ກ້າ​ຖ້າ​ບໍ່​ຍອມ​ກົ້ມ​ລົງ​ຂາບ​ໄຫວ້​ຮູບ​ປັ້ນ​ທີ່​ກະສັດ​ໄດ້​ຕັ້ງ​ໄວ້​ນັ້ນ. ເມື່ອ​ຖືກ​ບັງຄັບ​ໃຫ້​ເລືອກ​ລະຫວ່າງ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ກະສັດ​ກັບ​ການ​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ຫ້າມ​ການ​ນະມັດສະການ​ຮູບ​ປັ້ນ ເຂົາ​ເຈົ້າ​ຢືນຢັນ​ຢ່າງ​ເດັດ​ດ່ຽວ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ອົງ​ຍິ່ງ​ໃຫຍ່​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ແຫ່ງ​ຕົນ​ເທົ່າ​ນັ້ນ. ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ໃນ​ເວລາ​ນັ້ນ!—ດານຽນ 3:14-18.

14. ໃນ​ຖານະ​ມະນຸດ​ທີ່​ບໍ່​ສົມບູນ ເຮົາ​ຈະ​ພິສູດ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ຢ່າງ​ແທ້​ຈິງ​ໄດ້​ແນວ​ໃດ?

14 ຈາກ​ຕົວຢ່າງ​ຕ່າງໆເຫຼົ່າ​ນີ້​ເຮົາ​ຈະ​ລົງ​ຄວາມ​ເຫັນ​ວ່າ ຜູ້​ທີ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຈະ​ຕ້ອງ​ເປັນ​ຄົນ​ສົມບູນ ແລະ​ຄົນ​ທີ່​ເຮັດ​ຜິດ​ພາດ​ຈະ​ເປັນ​ຄົນ​ທີ່​ລົ້ມ​ແຫຼວ​ທັງ​ໝົດ​ບໍ? ບໍ່​ເປັນ​ເຊັ່ນ​ນັ້ນ​ເລີຍ! ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ ລາງ​ເທື່ອ​ໂມເຊ​ກໍ​ເຮັດ​ຜິດ​ເຊັ່ນ​ກັນ. ເຖິງ​ແມ່ນ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ກໍ​ຕາມ ແຕ່​ພະອົງ​ກໍ​ບໍ່​ໄດ້​ປະ​ຖິ້ມ​ໂມເຊ. ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ຄລິດ​ກໍ​ມີ​ຂໍ້​ບົກ​ພ່ອງ​ຄື​ກັນ. ເມື່ອ​ຄຳນຶງ​ເຖິງ​ຄວາມ​ບໍ່​ສົມບູນ​ທີ່​ເຮົາ​ໄດ້​ຮັບ​ເປັນ​ມໍລະດົກ ພະ​ເຢໂຫວາ​ພໍ​ໃຈ​ຫາກ​ເຮົາ​ບໍ່​ເຈຕະນາ ລະເລີຍ​ພະ​ປະສົງ​ຂອງ​ພະອົງ​ໃນ​ທາງ​ໃດ​ທາງ​ໜຶ່ງ. ຫາກ​ເຮົາ​ເຂົ້າ​ໄປ​ພົວ​ພັນ​ກັບ​ການ​ເຮັດ​ຜິດ​ເນື່ອງ​ຈາກ​ຄວາມ​ອ່ອນແອ ນັບ​ວ່າ​ສຳຄັນ​ທີ່​ຕ້ອງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແທ້ໆແລະ​ບໍ່​ເຮັດ​ຜິດ​ແບບ​ນັ້ນ​ຈົນ​ຕິດ​ເປັນ​ນິດໄສ. ໂດຍ​ວິທີ​ນີ້ ຈຶ່ງ​ເປັນ​ການ​ສະແດງ​ໃຫ້​ເຫັນ​ຢ່າງ​ແທ້​ຈິງ​ວ່າ​ເຮົາ​ຮັກ​ສິ່ງ​ທີ່​ພະ​ເຢໂຫວາ​ກ່າວ​ວ່າ​ດີ​ແລະ​ກຽດ​ຊັງ​ສິ່ງ​ທີ່​ພະອົງ​ບອກ​ວ່າ​ບໍ່​ດີ. ໂດຍ​ອາໄສ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ໄຖ່​ບາບ​ຂອງ​ພະ​ເຍຊູ​ເປັນ​ພື້ນ​ຖານ ເຮົາ​ຈະ​ມີ​ຖານະ​ທີ່​ສະອາດ​ຕໍ່​ໜ້າ​ພະເຈົ້າ.—ອາໂມດ 5:15; ກິດຈະການ 3:19; ເຫບເລີ 9:14.

15. (ກ) ທ່າມກາງ​ມະນຸດ​ທັງ​ໝົດ ໃຜ​ສາມາດ​ຮັກສາ​ຄວາມ​ພັກດີ​ຕໍ່​ພະເຈົ້າ​ໄດ້​ຢ່າງ​ຄົບ​ຖ້ວນ ແລະ​ເລື່ອງ​ນີ້​ພິສູດ​ເຖິງ​ສິ່ງ​ໃດ? (ຂ) ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ສິ່ງ​ທີ່​ພະ​ເຍຊູ​ເຮັດ​ຢ່າງ​ໃດ?

15 ຢ່າງ​ໃດ​ກໍ​ຕາມ ການ​ເຊື່ອ​ຟັງ​ຢ່າງ​ຄົບ​ຖ້ວນ ຕໍ່​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ມະນຸດ​ບໍ? ຄຳຕອບ​ສຳລັບ​ເລື່ອງ​ນີ້​ຄ້າຍ​ກັບ​ວ່າ​ເປັນ “ຄວາມ​ລັບ​ທີ່​ສັກສິດ” ມາ​ເປັນ​ເວລາ 4,000 ປີ​ແລ້ວ. (1 ຕີໂມເຕ 3:16, ລ.ມ.) ເຖິງ​ແມ່ນ​ວ່າ​ອາດາມ​ຮັບ​ການ​ສ້າງ​ຢ່າງ​ສົມບູນ​ກໍ​ຕາມ ແຕ່​ລາວ​ກໍ​ບໍ່​ໄດ້​ວາງ​ຕົວຢ່າງ​ທີ່​ສົມບູນ​ໃນ​ເລື່ອງ​ຄວາມ​ເຫຼື້ອມໃສ​ຕໍ່​ພະເຈົ້າ. ແລ້ວ​ໃຜ​ຈະ​ເຮັດ​ໄດ້? ແນ່ນອນ​ລູກ​ຫຼານ​ທີ່​ຜິດ​ບາບ​ຂອງ​ລາວ​ເຮັດ​ບໍ່​ໄດ້​ຈັກ​ຄົນ. ມີ​ພຽງ​ມະນຸດ​ຄົນ​ດຽວ​ທີ່​ເຮັດ​ແບບ​ນັ້ນ​ໄດ້ ນັ້ນ​ແມ່ນ​ພະ​ເຍຊູ​ຄລິດ. (ເຫບເລີ 4:15) ສິ່ງ​ທີ່​ພະ​ເຍຊູ​ເຮັດ​ສຳເລັດ​ໄປ​ແລ້ວ​ໄດ້​ພິສູດ​ວ່າ​ອາດາມ​ເຊິ່ງ​ຢູ່​ໃນ​ສະພາບການ​ທີ່​ເອື້ອ​ອຳນວຍ​ຫຼາຍ​ກວ່າ ສາມາດ​ຮັກສາ​ຄວາມ​ພັກດີ​ຢ່າງ​ຄົບ​ຖ້ວນ​ໄດ້​ຖ້າ​ລາວ​ຕ້ອງການ​ຈະ​ເຮັດ. ຄວາມ​ຜິດ​ພາດ​ນີ້​ບໍ່​ແມ່ນ​ຍ້ອນ​ຜົນ​ງານ​ໃນ​ການ​ສ້າງ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ພະ​ເຍຊູ​ຄລິດ​ຈຶ່ງ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ຮຽນ​ແບບ​ຕາມ ບໍ່​ພຽງ​ແຕ່​ໃນ​ການ​ສະແດງ​ຄວາມ​ເຊື່ອ​ຟັງ​ຕໍ່​ກົດໝາຍ​ຂອງ​ພະເຈົ້າ​ເທົ່າ​ນັ້ນ ແຕ່​ເຮົາ​ເອງ​ຍັງ​ຕ້ອງ​ສະແດງ​ຄວາມ​ເຫຼື້ອມໃສ​ສັດທາ​ຕໍ່​ພະ​ເຢໂຫວາ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ​ນຳ​ອີກ.—ພະບັນຍັດ 32:4, 5.

ຄຳຕອບ​ຂອງ​ເຮົາ​ເອງ​ແມ່ນ​ຫຍັງ?

16. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ຕື່ນ​ຕົວ​ຢູ່​ສະເໝີ​ໃນ​ເລື່ອງ​ທັດສະນະ​ທີ່​ເຮົາ​ມີ​ຕໍ່​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ?

16 ທຸກ​ມື້​ນີ້​ເຮົາ​ແຕ່​ລະ​ຄົນ​ຕ້ອງ​ປະເຊີນ​ກັບ​ປະເດັນ​ເລື່ອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ. ຖ້າ​ເຮົາ​ປະກາດ​ຢ່າງ​ເປີດ​ເຜີຍ​ວ່າ​ເຮົາ​ຢູ່​ຝ່າຍ​ພະ​ເຢໂຫວາ ເຮົາ​ກໍ​ຕົກ​ເປັນ​ເປົ້າ​ຂອງ​ຊາຕານ​ໂລດ. ມັນ​ຈະ​ກົດ​ດັນ​ເຮົາ​ຈາກ​ທຸກໆດ້ານ​ແລະ​ຈະ​ເຮັດ​ຕໍ່ໆໄປ​ຈົນ​ເຖິງ​ອະວະສານ​ແຫ່ງ​ລະບົບ​ຊົ່ວ​ຂອງ​ມັນ. ເຮົາ​ຕ້ອງ​ລະ​ມັດ​ລະວັງ​ຢູ່​ຕະຫຼອດ​ເວລາ. (1 ເປໂຕ 5:8) ຄວາມ​ປະພຶດ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ຈຸດ​ຢືນ​ຂອງ​ເຮົາ​ທີ່​ມີ​ຕໍ່​ປະເດັນ​ໃຫຍ່​ແຫ່ງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ແລະ​ປະເດັນ​ຮອງ​ລົງ​ມາ​ແມ່ນ​ເລື່ອງ​ຄວາມ​ສັດ​ຊື່​ໝັ້ນຄົງ​ຕໍ່​ພະເຈົ້າ​ເມື່ອ​ຖືກ​ທົດລອງ. ເຮົາ​ບໍ່​ອາດ​ຍອມ​ຮັບ​ວ່າ​ຄວາມ​ປະພຶດ​ທີ່​ບໍ່​ພັກດີ​ເປັນ​ເລື່ອງ​ທີ່​ບໍ່​ສຳຄັນ ເພາະ​ເປັນ​ສິ່ງ​ທີ່​ປະຕິບັດ​ກັນ​ຢ່າງ​ແຜ່​ຫຼາຍ​ໃນ​ໂລກ​ນີ້. ການ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນຄົງ​ຮຽກ​ຮ້ອງ​ໃຫ້​ເຮົາ​ພະຍາຍາມ​ນຳ​ເອົາ​ແນວ​ທາງ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ໄປ​ໃຊ້​ກັບ​ທຸກ​ແງ່​ມຸມ​ຂອງ​ຊີວິດ.

17. ມີ​ຫຍັງ​ທີ່​ກ່ຽວ​ຂ້ອງ​ກັບ​ຕົ້ນ​ກຳເນີດ​ຂອງ​ການ​ຕົວະ​ແລະ​ການ​ລັກ​ຂະໂມຍ​ເຊິ່ງ​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ຫຼີກ​ລ້ຽງ​ການ​ເຮັດ​ເຊັ່ນ​ນັ້ນ?

17 ຍົກ​ຕົວຢ່າງ ເຮົາ​ບໍ່​ສາມາດ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ຊາຕານ​ເຊິ່ງ​ເປັນ “ພໍ່​ແຫ່ງ​ຄວາມ​ຕົວະ.” (ໂຢຮັນ 8:44) ເຮົາ​ຕ້ອງ​ເປັນ​ຄົນ​ສັດ​ຊື່​ໃນ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຄົນ​ອື່ນ. ໃນ​ລະບົບ​ຂອງ​ຊາຕານ ຄົນ​ຫນຸ່ມ​ສາວ​ມັກ​ຈະ​ບໍ່​ເວົ້າ​ຄວາມ​ຈິງ​ກັບ​ພໍ່​ແມ່​ຂອງ​ຕົນ. ເຖິງ​ແນວ​ນັ້ນ​ກໍ​ຕາມ ຫນຸ່ມ​ສາວ​ຄລິດສະຕຽນ​ພັດ​ຫຼີກ​ລ້ຽງ​ການ​ເຮັດ​ສິ່ງ​ນີ້ ແລະ​ດ້ວຍ​ເຫດ​ນີ້ ເຂົາ​ເຈົ້າ​ຈຶ່ງ​ພິສູດ​ຂໍ້​ກ່າວ​ຫາ​ບໍ່​ຈິງ​ຂອງ​ຊາຕານ​ທີ່​ວ່າ ໄພ່​ພົນ​ຂອງ​ພະເຈົ້າ​ຈະ​ປະ​ຖິ້ມ​ຄວາມ​ສັດ​ຊື່​ໝັ້ນຄົງ​ເມື່ອ​ຖືກ​ທົດລອງ. (ໂຢບ 1:9-11; ສຸພາສິດ 6:16-19) ນອກ​ນັ້ນ ຍັງ​ມີ​ການ​ປະກອບ​ທຸລະກິດ​ບາງ​ຢ່າງ​ເຊິ່ງ​ອາດ​ຈະ​ບົ່ງ​ບອກ​ວ່າ​ຄົນ​ນັ້ນ​ຢູ່​ຝ່າຍ “ພໍ່​ແຫ່ງ​ຄວາມ​ຕົວະ” ແທນ​ທີ່​ຈະ​ຢູ່​ຝ່າຍ​ພະເຈົ້າ​ແຫ່ງ​ຄວາມ​ຈິງ. (ມີເກ 6:11, 12) ເຮົາ​ຄວນ​ຫຼີກ​ລ້ຽງ​ການ​ເຮັດ​ທຸລະກິດ​ແບບ​ນີ້. ນອກ​ຈາກ​ນີ້ ການ​ລັກ​ຂະໂມຍ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ຖືກ​ຕ້ອງ​ເລີຍ ເຖິງ​ແມ່ນ​ວ່າ​ຄົນ​ນັ້ນ​ຈະ​ຂັດ​ສົນ​ຫຼື​ຜູ້​ທີ່​ຖືກ​ລັກ​ສິ່ງ​ຂອງ​ຈະ​ເປັນ​ຄົນ​ຮັ່ງມີ​ກໍ​ຕາມ. (ສຸພາສິດ 6:30, 31; 1 ເປໂຕ 4:15) ແມ່ນ​ວ່າ​ໃນ​ທ້ອງ​ຖິ່ນ​ທີ່​ເຮົາ​ອາໄສ​ຢູ່ ການ​ລັກ​ຂະໂມຍ​ເປັນ​ເລື່ອງ​ທຳມະດາ​ຫຼື​ສິ່ງ​ທີ່​ເອົາ​ໄປ​ນັ້ນ​ບໍ່​ມີ​ຄ່າ​ຫຼາຍ ການ​ລັກ​ຂະໂມຍ​ກໍ​ຍັງ​ຜິດ​ຕໍ່​ກົດໝາຍ​ຂອງ​ພະເຈົ້າ.—ລືກາ 16:10; ໂລມ 12:2; ເອເຟດ 4:28.

18. (ກ) ໃນ​ຕອນ​ສິ້ນ​ສຸດ​ແຫ່ງ​ການ​ປົກຄອງ​ພັນ​ປີ​ຂອງ​ພະ​ຄລິດ ມະນຸດ​ຊາດ​ທັງ​ປວງ​ຈະ​ປະເຊີນ​ກັບ​ການ​ທົດລອງ​ຫຍັງ​ແດ່? (ຂ) ເຮົາ​ຄວນ​ປູກ​ຝັງ​ນິດໄສ​ແບບ​ໃດ​ໃນ​ຕອນ​ນີ້?

18 ລະຫວ່າງ​ການ​ປົກຄອງ​ພັນ​ປີ​ຂອງ​ພະ​ຄລິດ ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ​ຈະ​ຖືກ​ກັກ​ຂັງ​ຢູ່​ໃນ​ເຫວ​ເລິກ ແລະ​ຈະ​ບໍ່​ມີ​ອິດທິພົນ​ເໜືອ​ມະນຸດ​ຊາດ​ອີກ​ຕໍ່​ໄປ. ຈັ່ງ​ແມ່ນ​ເບົາ​ອົກ​ເບົາ​ໃຈ​ແທ້ໆ! ຢ່າງ​ໃດ​ກໍ​ຕາມ ພາຍ​ຫຼັງ​ພັນ​ປີ​ຜ່ານ​ໄປ​ແລ້ວ ພວກ​ມັນ​ຈະ​ຖືກ​ປ່ອຍ​ອອກ​ມາ​ໄລຍະ​ສັ້ນໆ. ໃນ​ເວລາ​ນັ້ນ ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ຈະ​ສ້າງ​ຄວາມ​ກົດ​ດັນ​ແກ່​ບັນດາ​ມະນຸດ​ຊາດ​ທີ່​ໄດ້​ຮັບ​ການ​ຟື້ນຟູ​ເຊິ່ງ​ກຳລັງ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນຄົງ​ຕໍ່​ພະເຈົ້າ. (ຄຳປາກົດ 20:7-10) ຖ້າ​ເຮົາ​ມີ​ສິດທິ​ພິເສດ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ຕອນ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ​ຕໍ່​ປະເດັນ​ໃຫຍ່​ໃນ​ເລື່ອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ​ນີ້? ເນື່ອງ​ຈາກ​ຕອນ​ນັ້ນ​ມະນຸດ​ທຸກ​ຄົນ​ຈະ​ເປັນ​ຄົນ​ສົມບູນ ການ​ກະທຳ​ໃດໆທີ່​ບໍ່​ພັກດີ​ຈະ​ຖື​ວ່າ​ເປັນ​ການ​ກະທຳ​ໂດຍ​ເຈຕະນາ​ແລະ​ຈະ​ນຳ​ເຖິງ​ຄວາມ​ພິນາດ​ຕະຫຼອດ​ການ. ຖື​ວ່າ​ສຳຄັນ​ພຽງ​ໃດ​ທີ່​ເຮົາ​ຈະ​ປູກ​ຝັງ​ນິດໄສ​ການ​ເຊື່ອ​ຟັງ​ຕັ້ງ​ແຕ່​ດຽວ​ນີ້​ຕໍ່​ການ​ຊີ້​ນຳ​ຕ່າງໆທີ່​ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ ທັງ​ໂດຍ​ທາງ​ພະ​ຄຳ​ແລະ​ທາງ​ອົງການ​ຂອງ​ພະອົງ! ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ ກໍ​ສະແດງ​ວ່າ​ເຮົາ​ເຫຼື້ອມໃສ​ຢ່າງ​ແທ້​ຈິງ​ຕໍ່​ພະອົງ​ໃນ​ຖານະ​ເປັນ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ.

ການ​ພິຈາລະນາ​ທົບ​ທວນ

• ແມ່ນ​ຫຍັງ​ເປັນ​ປະເດັນ​ສຳຄັນ​ທີ່​ເຮົາ​ທຸກໆຄົນ​ຈະ​ຕ້ອງ​ປະເຊີນ? ເຮົາ​ເຂົ້າ​ໄປ​ພົວ​ພັນ​ໄດ້​ຢ່າງ​ໃດ?

• ຊາຍ​ຍິງ​ໃນ​ສະໄໝ​ບູຮານ​ໄດ້​ພິສູດ​ເຖິງ​ຄວາມ​ພັກດີ​ຂອງ​ຕົນ​ຕໍ່​ພະ​ເຢໂຫວາ​ໃນ​ວິທີ​ເດັນ​ຕ່າງໆໃດ​ແດ່?

• ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຢ່າງ​ຍິ່ງ​ທີ່​ເຮົາ​ຈະ​ຖວາຍ​ກຽດ​ແກ່​ພະ​ເຢໂຫວາ​ດ້ວຍ​ສິ່ງ​ທີ່​ເຮົາ​ປະຕິບັດ​ໃນ​ແຕ່​ລະ​ມື້?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌