ບົດສິບ
ລາຊະອານາຈັກ “ທີ່ຈະບໍ່ຈິບຫາຍສັກເທື່ອ”
1. ຕະຫຼອດປະຫວັດສາດຂອງມະນຸດຊາດ ເຫດການຕ່າງໆໄດ້ເນັ້ນເຖິງຄວາມເປັນຈິງໃນເລື່ອງໃດ?
ເຫດການຕ່າງໆໃນໂລກທຸກມື້ນີ້ເນັ້ນເຖິງຄວາມຈິງທີ່ວ່າ ມະນຸດບໍ່ໄດ້ປະສົບຄວາມສຸກເມື່ອປະຕິເສດສິດທິສູງສຸດໃນການປົກຄອງຂອງພະເຢໂຫວາ ແລະເມື່ອພະຍາຍາມປົກຄອງຕົນເອງ. ບໍ່ມີລະບອບການປົກຄອງໃດໆຂອງມະນຸດທີ່ເອົາຜົນປະໂຫຍດມາສູ່ມະນຸດຊາດຢ່າງສະເໝີພາກ. ເຖິງແມ່ນວ່າມະນຸດໄດ້ພັດທະນາຄວາມຮູ້ດ້ານວິທະຍາສາດສຳເລັດໃນຂະໜາດທີ່ບໍ່ເຄີຍມີມາກ່ອນກໍຕາມ ແຕ່ເຂົາເຈົ້າກໍບໍ່ສາມາດເອົາຊະນະຄວາມເຈັບປ່ວຍຫຼືຍຸດຕິຄວາມຕາຍໄດ້ ແມ່ນແຕ່ສຳລັບຄົນຜູ້ໜຶ່ງກໍບໍ່ໄດ້. ການປົກຄອງຂອງມະນຸດບໍ່ໄດ້ກຳຈັດສົງຄາມ, ຄວາມຮຸນແຮງ, ອາດຊະຍາກຳ, ການສໍ້ໂກງ, ຫຼືຄວາມອຶດຢາກ. ລັດຖະບານຜູ້ກົດຂີ່ຂູດຮີດຍັງມີອຳນາດເໜືອປະຊາຊົນໃນຫຼາຍດິນແດນ. (ຜູ້ເທສະໜາປ່າວປະກາດ 8:9) ການປະສົມປະສານກັນຂອງເຕັກໂນໂລຊີ, ຄວາມໂລບ, ແລະຄວາມຮູ້ເທົ່າບໍ່ເຖິງການ ໄດ້ເຮັດໃຫ້ເກີດມົນລະພາວະເທິງຜືນດິນ, ໃນນ້ຳ, ແລະໃນອາກາດ. ການຄຸ້ມຄອງແບບຜິດໆທາງເສດຖະກິດໂດຍພະນັກງານລັດຖະກອນເຮັດໃຫ້ເປັນເລື່ອງຍາກສຳລັບຫຼາຍຄົນທີ່ຈະຈັດຫາສິ່ງຈຳເປັນໃນຊີວິດ. ການປົກຄອງຫຼາຍພັນປີຂອງມະນຸດເຮັດໃຫ້ຄວາມຈິງນີ້ເຫັນໄດ້ຢ່າງຈະແຈ້ງທີ່ວ່າ “ທາງມະນຸດບໍ່ເປັນແຫ່ງຕົນ ແລະຄົນທີ່ທຽວໄປກໍບໍ່ມີອຳນາດຈະນຳໜ້າບາດຕີນແຫ່ງຕົນໄປ.”—ເຢເຣມີ 10:23.
2. ແມ່ນຫຍັງເປັນທາງແກ້ທາງດຽວສຳລັບບັນຫາຂອງມະນຸດຊາດ?
2 ແມ່ນຫຍັງເປັນທາງແກ້ສຳລັບເຫດການເຫຼົ່ານີ້? ແມ່ນລາຊະອານາຈັກຂອງພະເຈົ້ານັ້ນເອງ ເຊິ່ງພະເຍຊູໄດ້ສອນຜູ້ຕິດຕາມພະອົງໃຫ້ອະທິດຖານວ່າ “ຂໍໃຫ້ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະອົງມາຕັ້ງຢູ່ ນ້ຳໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.” (ມັດທາຍ 6:9, 10) ມີການພັນລະນາລາຊະອານາຈັກທາງພາກສະຫວັນຂອງພະເຈົ້າໃນ 2 ເປໂຕ 3:13 ວ່າເປັນ “ຟ້າອາກາດໃໝ່” ເຊິ່ງຈະປົກຄອງເໜືອ “ແຜ່ນດິນໂລກໃໝ່” ນັ້ນຄືສັງຄົມມະນຸດທີ່ຊອບທຳ. ຄວາມສຳຄັນແຫ່ງລາຊະອານາຈັກທາງພາກສະຫວັນຂອງພະເຈົ້າສະແດງອອກຢູ່ບ່ອນວ່າ ພະເຍຊູໄດ້ເນັ້ນໃຫ້ເປັນຫົວຂໍ້ສຳຄັນທີ່ສຸດໃນການປະກາດຂອງພະອົງ. (ມັດທາຍ 4:17) ພະອົງສະແດງໃຫ້ເຫັນວ່າເລື່ອງນີ້ຄວນມາເປັນອັນດັບທຳອິດໃນຊີວິດຂອງເຮົາໂດຍກະຕຸ້ນເຕືອນວ່າ “ຈົ່ງຊອກຫາແຜ່ນດິນແຫ່ງພະເຈົ້າແລະຄວາມຊອບທຳແຫ່ງພະອົງກ່ອນ.”—ມັດທາຍ 6:33.
3. ເປັນຫຍັງການຮຽນຮູ້ກ່ຽວກັບລາຊະອານາຈັກຂອງພະເຈົ້າຈຶ່ງເປັນເລື່ອງຮີບດ່ວນຫຼາຍໃນຕອນນີ້?
3 ການຮຽນຮູ້ກ່ຽວກັບລາຊະອານາຈັກຂອງພະເຈົ້າແມ່ນສິ່ງຮີບດ່ວນທີ່ສຸດໃນຕອນນີ້ ເພາະວ່າອີກບໍ່ດົນລາຊະອານາຈັກນີ້ຈະປ່ຽນແປງການປົກຄອງຂອງໂລກນີ້ຕະຫຼອດໄປ. ດານຽນ 2:44 ບອກໄວ້ລ່ວງໜ້າວ່າ “ໃນຄາວກະສັດທັງຫຼາຍນັ້ນ [ລັດຖະບານເຊິ່ງປົກຄອງໃນປັດຈຸບັນນີ້] ພະເຈົ້າແຫ່ງຟ້າສະຫວັນຈະຕັ້ງພະລາຊະອານາຈັກອັນໜຶ່ງໄວ້ [ໃນສະຫວັນ] ທີ່ຈະບໍ່ຈິບຫາຍສັກເທື່ອ ແລະພະລາຊະອານາຈັກນີ້ຈະບໍ່ກາຍເປັນຂອງຊາວປະເທດອື່ນ [ມະນຸດຈະບໍ່ມີວັນໄດ້ປົກຄອງແຜ່ນດິນໂລກອີກ]. ມັນຈະໃຫ້ລາຊະອານາຈັກທັງປວງນີ້ [ໃນປັດຈຸບັນ] ຫັກແຕກຈິບຫາຍ ແຕ່ວ່າຕົວເອງຈະຕັ້ງຢູ່ສືບໆໄປເປັນນິດ.” ດ້ວຍເຫດນີ້ ລາຊະອານາຈັກດັ່ງກ່າວຈະເຮັດໃຫ້ສະໄໝສຸດທ້າຍນີ້ສິ້ນສຸດລົງໂດຍການທຳລາຍລະບົບຊົ່ວທັງໝົດ. ຈາກນັ້ນ ການປົກຄອງແຜ່ນດິນໂລກພາຍໃຕ້ລາຊະອານາຈັກທາງພາກສະຫວັນກໍຈະບໍ່ມີໃຜລົບກວນໄດ້. ເຮົາຄວນຮູ້ສຶກຂອບໃຈຫຼາຍພຽງໃດສຳລັບການປົດປ່ອຍທີ່ຈະມີມາຜ່ານທາງລາຊະອານາຈັກເຊິ່ງປັດຈຸບັນນີ້ໃກ້ຈະມາຮອດແລ້ວ!
4. ຢູ່ເທິງສະຫວັນໃນປີ 1914 ມີເຫດການຫຍັງເກີດຂຶ້ນເຊິ່ງກ່ຽວຂ້ອງກັບລາຊະອານາຈັກ ແລະເປັນຫຍັງເລື່ອງນັ້ນຈຶ່ງສຳຄັນສຳລັບເຮົາ?
4 ໃນປີ 1914 ພະເຍຊູຄລິດໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດ ແລະໄດ້ຮັບອຳນາດໃຫ້ “ຄຸ້ມຄອງໃນທ່າມກາງພວກສັດຕູຂອງພະອົງ.” (ຄຳເພງ 110:1, 2) ໃນປີດຽວກັນນັ້ນ “ເວລາວັນທັງຫຼາຍທີ່ສຸດ [“ສະໄໝສຸດທ້າຍ,” ລ.ມ.]” ຂອງລະບົບຊົ່ວປັດຈຸບັນນີ້ກໍໄດ້ເລີ່ມຕົ້ນນຳອີກ. (2 ຕີໂມເຕ 3:1-5, 13) ໃນຂະນະດຽວກັນ ເຫດການຕ່າງໆທີ່ດານຽນໄດ້ເຫັນໃນນິມິດແມ່ນໄດ້ເກີດຂຶ້ນໃນສະຫວັນ. ພະເຢໂຫວາພະເຈົ້າ “ພະອົງແຕ່ບູຮານ” ໄດ້ມອບອຳນາດ “ການຄຸ້ມຄອງ, ກັບຄວາມນັບຖື, ແລະລາຊະການກະສັດ [“ລາຊະອານາຈັກ,” ລ.ມ.]” ແກ່ບຸດມະນຸດຄື ພະເຍຊູຄລິດເພື່ອ ‘ຊາວປະເທດກັບກະກູນກັບພາສາທັງປວງຈະບົວລະບັດພະອົງ.’ ດານຽນຂຽນກ່ຽວກັບນິມິດນັ້ນວ່າ “ການຄຸ້ມຄອງຂອງພະອົງເປັນການຄຸ້ມຄອງສືບໆໄປເປັນນິດທີ່ຈະບໍ່ກາຍໄປ ແລະພະລາຊະອານາຈັກຂອງພະອົງຈະບໍ່ຖືກທຳລາຍ.” (ດານຽນ 7:13, 14) ໂດຍທາງລາຊະອານາຈັກທາງພາກສະຫວັນນີ້ແຫຼະເຊິ່ງຢູ່ພາຍໃຕ້ການຊີ້ນຳຂອງພະຄລິດເຍຊູ ພະເຈົ້າຈະເຮັດໃຫ້ຜູ້ທີ່ສະແຫວງຫາຄວາມຊອບທຳເພີດເພີນກັບສິ່ງດີຫຼາຍຢ່າງຈົນນັບບໍ່ຖ້ວນຕາມທີ່ພະອົງໄດ້ປະສົງໄວ້ຕອນທີ່ສ້າງມະນຸດຄູ່ທຳອິດໃນອຸທິຍານ.
5. ລາຍລະອຽດຕ່າງໆກ່ຽວກັບລາຊະອານາຈັກທີ່ເປັນຕາໜ້າສົນໃຈຫຼາຍແທ້ໆສຳລັບເຮົາມີອັນໃດແດ່ ແລະເພາະເຫດໃດ?
5 ເຮົາປາຖະໜາທີ່ຈະເປັນປະຊາຊົນຜູ້ພັກດີພາຍໃຕ້ລາຊະອານາຈັກນີ້ບໍ? ຖ້າເປັນເຊັ່ນນັ້ນ ເຮົາຄົງຈະສົນໃຈຢ່າງແທ້ຈິງໃນໂຄງຮ່າງແລະວິທີການດຳເນີນງານຂອງລັດຖະບານທາງພາກສະຫວັນນີ້. ເຮົາອາດຢາກຮູ້ເຖິງສິ່ງທີ່ລັດຖະບານນີ້ກຳລັງເຮັດໃນຕອນນີ້, ສິ່ງທີ່ລັດຖະບານນີ້ຈະເຮັດໃຫ້ສຳເລັດໃນອະນາຄົດ, ແລະສິ່ງທີ່ລັດຖະບານນີ້ຮຽກຮ້ອງຈາກເຮົາ. ເມື່ອເຮົາຊອກຮູ້ກ່ຽວກັບລາຊະອານາຈັກນີ້ຕື່ມອີກ ຄວາມຮູ້ຄຸນຄ່າຂອງເຮົາຕໍ່ລາຊະອານາຈັກນີ້ກໍຄວນຈະເຕີບໃຫຍ່ໄປພ້ອມໆກັນ. ຖ້າເຮົາຍອມຮັບຕໍ່ການປົກຄອງຂອງລາຊະອານາຈັກນີ້ ເຮົາກໍພ້ອມຫຼາຍຂຶ້ນທີ່ຈະບອກຄົນອື່ນກ່ຽວກັບສິ່ງວິເສດຕ່າງໆທີ່ລາຊະອານາຈັກຂອງພະເຈົ້າຈະເຮັດສຳລັບມະນຸດຊາດທີ່ເຊື່ອຟັງ.—ຄຳເພງ 48:12, 13.
ຜູ້ປົກຄອງແຫ່ງລາຊະອານາຈັກຂອງພະເຈົ້າ
6. (ກ) ພະຄຳພີຊີ້ໃຫ້ເຫັນຢ່າງໃດວ່າ ແມ່ນສິດທິສູງສຸດໃນການປົກຄອງຂອງຜູ້ໃດທີ່ຈະໄດ້ຮັບການສະແດງອອກໂດຍທາງລາຊະອານາຈັກເມຊີ? (ຂ) ເຮົາຄວນໄດ້ຮັບການກະຕຸ້ນຈາກສິ່ງທີ່ເຮົາໄດ້ຮຽນຮູ້ກ່ຽວກັບລາຊະອານາຈັກນີ້ຢ່າງໃດ?
6 ໜຶ່ງໃນສິ່ງທຳອິດທີ່ການຊອກຮູ້ແບບນັ້ນເຜີຍໃຫ້ເຫັນກໍຄື ລາຊະອານາຈັກເມຊີສະແດງໃຫ້ເຫັນເຖິງສິດທິສູງສຸດໃນການປົກຄອງຂອງພະເຢໂຫວາ. ພະເຢໂຫວາເອງເປັນຜູ້ໃຫ້ “ການຄຸ້ມຄອງ, ກັບຄວາມນັບຖື, ແລະລາຊະການກະສັດ [“ລາຊະອານາຈັກ,” ລ.ມ.]” ແກ່ພະບຸດຂອງພະອົງ. ພາຍຫຼັງພະບຸດຂອງພະເຈົ້າໄດ້ຮັບອຳນາດໃຫ້ເລີ່ມຕົ້ນປົກຄອງໃນຖານະກະສັດ ມີສຽງຈາກສະຫວັນປະກາດຢ່າງເໝາະສົມວ່າ “ແຜ່ນດິນແຫ່ງໂລກໄດ້ກາຍເປັນແຜ່ນດິນແຫ່ງພະອົງເຈົ້າ [ພະເຢໂຫວາພະເຈົ້າ] ຂອງເຮົາທັງຫຼາຍ ແລະແຫ່ງພະຄລິດຂອງພະອົງ ແລະພະອົງ [ພະເຢໂຫວາ] ຈະສະເຫວີຍລາດຄຸ້ມຄອງຢູ່ສືບໆໄປເປັນນິດ.” (ຄຳປາກົດ 11:15) ສະນັ້ນ ທຸກສິ່ງທຸກຢ່າງທີ່ເຮົາສັງເກດເຫັນກ່ຽວກັບລາຊະອານາຈັກນີ້ ແລະສິ່ງທີ່ລາຊະອານາຈັກນີ້ໄດ້ເຮັດໃຫ້ສຳເລັດແລ້ວ ກໍສາມາດດຶງດູດເຮົາໃຫ້ຫຍັບເຂົ້າໃກ້ພະເຢໂຫວາຫຼາຍກວ່າເກົ່າອີກ. ສິ່ງທີ່ເຮົາຮຽນຮູ້ຄວນປູກຝັງຄວາມປາຖະໜາຂອງເຮົາທີ່ຈະຍອມຢູ່ໃຕ້ສິດທິສູງສຸດໃນການປົກຄອງຂອງພະອົງຕະຫຼອດໄປ.
7. ເປັນຫຍັງການທີ່ພະເຍຊູເປັນຜູ້ປົກຄອງແທນພະເຢໂຫວາຈຶ່ງເປັນເລື່ອງທີ່ໜ້າສົນໃຈສຳລັບເຮົາເປັນພິເສດ?
7 ຂໍໃຫ້ພິຈາລະນາຄວາມຈິງທີ່ວ່າ ພະເຢໂຫວາໄດ້ຕັ້ງພະເຍຊູຄລິດໃຫ້ຄອງບັນລັງໃນຕຳແໜ່ງຜູ້ປົກຄອງແທນ. ໃນຖານະເປັນນາຍຊ່າງເຊິ່ງພະເຈົ້າໃຊ້ໃຫ້ສ້າງແຜ່ນດິນໂລກແລະມະນຸດ ພະເຍຊູຈຶ່ງຮູ້ເຖິງຄວາມຈຳເປັນຂອງເຮົາຫຼາຍກວ່າຜູ້ໃດຜູ້ໜຶ່ງຮູ້ຈັກ. ອີກຢ່າງໜຶ່ງ ນັບແຕ່ຕອນເລີ່ມຕົ້ນຂອງປະຫວັດສາດມະນຸດ ພະອົງໄດ້ສະແດງຄວາມ “ຊົມຊື່ນຍິນດີ . . . ດ້ວຍພວກລູກມະນຸດທັງຫຼາຍ.” (ສຸພາສິດ 8:30, 31; ໂກໂລດ 1:15-17) ຄວາມຮັກທີ່ພະເຍຊູມີຕໍ່ມະນຸດນັ້ນໃຫຍ່ຫຼວງຫຼາຍຈົນພະອົງໄດ້ລົງມາແຜ່ນດິນໂລກ ແລະມອບຊີວິດຂອງຕົນເອງໃຫ້ເປັນຄ່າໄຖ່ເພື່ອຜົນປະໂຫຍດຂອງພວກເຮົາ. (ໂຢຮັນ 3:16) ໂດຍວິທີນີ້ ພະອົງຊ່ວຍເຮົາໃຫ້ໄດ້ຮັບການປົດປ່ອຍຈາກບາບ, ຄວາມຕາຍ ແລະໃຫ້ມີໂອກາດທີ່ຈະມີຊີວິດຕະຫຼອດໄປ.—ມັດທາຍ 20:28.
8. (ກ) ເປັນຫຍັງລັດຖະບານຂອງພະເຈົ້າຈຶ່ງຖາວອນເມື່ອປຽບທຽບກັບການປົກຄອງຂອງມະນຸດ? (ຂ) “ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ” ມີຄວາມກ່ຽວພັນກັນກັບລັດຖະບານທາງພາກສະຫວັນແນວໃດ?
8 ລາຊະອານາຈັກຂອງພະເຈົ້າເປັນລັດຖະບານທີ່ໝັ້ນຄົງແລະຖາວອນ. ຄວາມຖາວອນຂອງລັດຖະບານນີ້ໄດ້ຮັບການຢັ້ງຢືນດ້ວຍຄວາມຈິງທີ່ວ່າ ພະເຢໂຫວາເອງບໍ່ໄດ້ຢູ່ໃຕ້ອຳນາດຂອງຄວາມຕາຍ. (ຄຳເພງ 146:3-5, 10) ພະເຍຊູຄລິດຜູ້ທີ່ພະເຈົ້າໄດ້ມອບໝາຍໃຫ້ເປັນກະສັດກໍມີຊີວິດເປັນອະມະຕະເຊັ່ນກັນ ເຊິ່ງຕ່າງຈາກຜູ້ປົກຄອງທີ່ເປັນມະນຸດຜູ້ຕ້ອງປະສົບກັບຄວາມຕາຍ. (ໂລມ 6:9; 1 ຕີໂມເຕ 6:15, 16) ຜູ້ຮັບໃຊ້ທີ່ພັກດີຕໍ່ພະເຈົ້າຈຳນວນ 144,000 ຄົນ ເຊິ່ງອອກມາຈາກ “ທຸກຕະກູນ ແລະທຸກພາສາ ແລະທຸກຊາດ ແລະທຸກປະເທດ” ຈະຮ່ວມປົກຄອງກັບພະຄລິດເທິງບັນລັງທາງພາກສະຫວັນ. ຄົນເຫຼົ່ານັ້ນກໍໄດ້ຮັບຊີວິດເປັນອະມະຕະເຊັ່ນດຽວກັນ. (ຄຳປາກົດ 5:9, 10; 14:1-4; 1 ໂກລິນໂທ 15:42-44, 53) ຈຳນວນສ່ວນຫຼາຍຂອງເຂົາເຈົ້າແມ່ນຢູ່ເທິງສະຫວັນແລ້ວ ແລະໃນປັດຈຸບັນຈຳນວນທີ່ເຫຼືອຂອງກຸ່ມຊົນນີ້ເຊິ່ງຍັງຢູ່ເທິງແຜ່ນດິນໂລກໄດ້ປະກອບກັນເປັນ “ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ” ເຊິ່ງສົ່ງເສີມຜົນປະໂຫຍດຂອງລາຊະອານາຈັກຢ່າງພັກດີເທິງແຜ່ນດິນໂລກ.—ມັດທາຍ 24:45-47, ລ.ມ.
9, 10. (ກ) ອິດທິພົນເສື່ອມຊາມທີ່ເຮັດໃຫ້ແຕກແຍກອັນໃດເຊິ່ງລາຊະອານາຈັກຈະກຳຈັດອອກໄປ? (ຂ) ຖ້າເຮົາບໍ່ຕ້ອງການເປັນສັດຕູແຫ່ງລາຊະອານາຈັກຂອງພະເຈົ້າ ເຮົາຄວນຫຼີກລ້ຽງການພົວພັນອັນໃດ?
9 ໃນອີກບໍ່ດົນ ເມື່ອເຖິງເວລາກຳນົດຂອງພະອົງ ພະເຢໂຫວາຈະສົ່ງກອງກຳລັງປະຕິບັດໂທດໃຫ້ມາລ້າງແຜ່ນດິນໂລກໃຫ້ສະອາດ. ກອງກຳລັງນີ້ຈະທຳລາຍມະນຸດເຫຼົ່ານັ້ນທີ່ຈົງໃຈບໍ່ຍອມຮັບເອົາສິດທິສູງສຸດໃນການປົກຄອງຂອງພະອົງແລະຈະທຳລາຍຜູ້ໝິ່ນປະໝາດການຈັດຕຽມອັນປ່ຽມດ້ວຍຄວາມຮັກຂອງພະອົງທີ່ໄດ້ຈັດຜ່ານທາງພະເຍຊູຄລິດ. (2 ເທຊະໂລນີກ 1:6-9) ນັ້ນຈະເປັນວັນແຫ່ງພະເຢໂຫວາ ເຊິ່ງເປັນເວລາທີ່ລໍຖ້າມາດົນນານແລ້ວເພື່ອຈະພິສູດວ່າພະອົງເປັນຜູ້ມີສິດທິສູງສຸດໃນການປົກຄອງເອກະພົບ. “ດັ່ງນີ້ວັນຂອງພະເຢໂຫວາພວມມາບໍ່ຮູ້ອີ່ດູ ມາດ້ວຍຄວາມຄຽດຮ້າຍແລະຄວາມຄຽດອັນເດືອດຮ້ອນ . . . ແລະພະອົງຈະໃຫ້ຄົນບາບທັງຫຼາຍຈິບຫາຍໄປຈາກທີ່ນັ້ນ.” (ເອຊາອີ 13:9) “ເປັນວັນແຫ່ງຄວາມຄຽດຮ້ອນ ເປັນວັນຂັດສົນກັບຄວາມລຳຄານໃຈ ເປັນວັນແຫ່ງການທຳລາຍກັບສິ່ງຊຳລຸດ ເປັນວັນມືດມົວເປັນວັນເມກບົດດຳໜາ.”—ໂຊໂຟນີ 1:15.
10 ທຸກໆສາສະໜາປອມແລະທຸກໆລັດຖະບານຂອງມະນຸດ ພ້ອມດ້ວຍກອງທະຫານທັງໝົດຂອງພວກເຂົາທີ່ຖືກຄວບຄຸມໂດຍຜູ້ປົກຄອງຊົ່ວເຊິ່ງບໍ່ເຫັນໄດ້ດ້ວຍຕາຂອງໂລກນີ້ ຈະຖືກທຳລາຍລ້າງຕະຫຼອດໄປ. ທຸກຄົນທີ່ຢູ່ຝ່າຍໂລກນີ້ເຊິ່ງຕິດຕາມແນວທາງຊີວິດທີ່ມຸ່ງຫາແຕ່ຕົວເອງ, ບໍ່ສັດຊື່, ແລະບໍ່ມີສິນລະທຳຈະຖືກທຳລາຍ. ຊາຕານແລະພວກຜີປີສາດຂອງມັນຈະຖືກກຳຈັດອອກໄປຈາກແຜ່ນດິນໂລກທີ່ຄົນອາໄສຢູ່ ໂດຍພວກມັນຈະຖືກກັກຂັງໄວ້ເປັນເວລາພັນປີ. ຈາກນັ້ນ ລາຊະອານາຈັກຂອງພະເຈົ້າຈະຄວບຄຸມທຸກຢ່າງກ່ຽວກັບແຜ່ນດິນໂລກ. ເປັນສິ່ງທີ່ເຮັດໃຫ້ໂລ່ງອົກໂລ່ງໃຈແທ້ໆສຳລັບໝົດທຸກຄົນທີ່ສະແຫວງຫາຄວາມຊອບທຳ!—ຄຳປາກົດ 18:21, 24; 19:11-16, 19-21; 20:1, 2.
ວິທີທີ່ເປົ້າໝາຍຂອງລາຊະອານາຈັກຈະບັນລຸຜົນສຳເລັດ
11. (ກ) ລາຊະອານາຈັກເມຊີຈະເຮັດໃຫ້ພະປະສົງຂອງພະເຢໂຫວາສຳລັບແຜ່ນດິນໂລກສຳເລັດຢ່າງໃດ? (ຂ) ການປົກຄອງຂອງລາຊະອານາຈັກຈະໝາຍເຖິງຫຍັງສຳລັບຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກໃນຕອນນັ້ນ?
11 ລາຊະອານາຈັກເມຊີຈະເຮັດໃຫ້ພະປະສົງດັ້ງເດີມຂອງພະເຈົ້າສຳລັບແຜ່ນດິນໂລກສຳເລັດເປັນຈິງ. (ຕົ້ນເດີມ 1:28; 2:8, 9, 15) ຈົນເຖິງທຸກມື້ນີ້ ມະນຸດຊາດບໍ່ໄດ້ສົ່ງເສີມພະປະສົງນັ້ນ. ເຖິງແນວນັ້ນກໍຕາມ “ໂລກພາຍໜ້າ” ທີ່ກຳລັງຈະມີມານັ້ນຈະຢູ່ໃຕ້ອຳນາດການຊີ້ນຳຂອງບຸດມະນຸດ ນັ້ນຄືພະເຍຊູຄລິດ. ໝົດທຸກຄົນທີ່ລອດຜ່ານການຕັດສິນລົງໂທດທີ່ພະເຢໂຫວາໄດ້ພິພາກສາຕໍ່ລະບົບເກົ່ານີ້ ຈະເຮັດວຽກຢ່າງເປັນນ້ຳໜຶ່ງໃຈດຽວກັນພາຍໃຕ້ການຊີ້ນຳຂອງພະຄລິດຜູ້ເປັນກະສັດດ້ວຍຄວາມເຕັມໃຈ ເພື່ອໃຫ້ທົ່ວແຜ່ນດິນໂລກກາຍເປັນອຸທິຍານ. (ເຫບເລີ 2:5-9) ມະນຸດຊາດທັງໝົດຈະຊື່ນຊົມຍິນດີກັບວຽກທີ່ເຮັດດ້ວຍເຫື່ອແຮງຂອງຕົນເອງ ແລະຈະໄດ້ຮັບໝາກຜົນຢ່າງເຕັມເມັດເຕັມໜ່ວຍຈາກຜົນຜະລິດອັນຫຼວງຫຼາຍເທິງແຜ່ນດິນໂລກ.—ຄຳເພງ 72:1, 7, 8, 16-19; ເອຊາອີ 65:21, 22.
12. ຜູ້ທີ່ຍອມຢູ່ໃຕ້ອຳນາດການຊີ້ນຳຂອງລາຊະອານາຈັກຈະບັນລຸຄວາມສົມບູນທາງດ້ານຈິດໃຈແລະຮ່າງກາຍໄດ້ຢ່າງໃດ?
12 ເມື່ອພະເຢໂຫວາສ້າງອາດາມແລະເອວາ ເຂົາເຈົ້າເປັນມະນຸດສົມບູນ ແລະພະອົງມີຈຸດປະສົງທີ່ຈະໃຫ້ທັງສອງມີລູກຫຼານເຕັມແຜ່ນດິນໂລກໃນສະພາບທີ່ສົມບູນທາງດ້ານຈິດໃຈແລະຮ່າງກາຍ. ຈຸດປະສົງນັ້ນຈະກາຍເປັນຄວາມຈິງອັນຮຸ່ງເຮືອງພາຍໃຕ້ການປົກຄອງຂອງລາຊະອານາຈັກ. ເລື່ອງນີ້ຮຽກຮ້ອງໃຫ້ມີການກຳຈັດຜົນກະທົບທັງໝົດຂອງບາບອອກໄປ ແລະເພື່ອບັນລຸຈຸດມຸ່ງໝາຍນັ້ນ ພະຄລິດບໍ່ພຽງແຕ່ຮັບໃຊ້ໃນຖານະເປັນກະສັດແຕ່ຍັງຮັບໃຊ້ໃນຖານະເປັນປະໂລຫິດໃຫຍ່ນຳອີກ. ດ້ວຍຄວາມອົດທົນ ພະອົງຈະຊ່ວຍຜູ້ເຊື່ອຟັງທີ່ຢູ່ໃຕ້ການຊີ້ນຳໃຫ້ຮັບປະໂຫຍດຈາກຄຸນຄ່າແຫ່ງເຄື່ອງບູຊາເພື່ອຊົດເຊີຍຜົນເສຍຫາຍຂອງບາບ ດ້ວຍຊີວິດມະນຸດຂອງພະອົງເອງ.
13. ຜົນປະໂຫຍດທາງດ້ານຮ່າງກາຍອັນໃດແດ່ທີ່ຈະເປັນຈິງພາຍໃຕ້ການປົກຄອງຂອງລາຊະອານາຈັກ?
13 ພາຍໃຕ້ການປົກຄອງຂອງລາຊະອານາຈັກນີ້ ຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກຈະໄດ້ຮັບຜົນປະໂຫຍດອັນໜ້າງຶດງໍ້ທາງດ້ານຮ່າງກາຍ. “ເມື່ອນັ້ນຕາຂອງຄົນຕາບອດທັງຫຼາຍຈະມືນອອກ ແລະຫູຂອງຄົນຫູໜວກທັງຫຼາຍຈະໄຂອອກ. ເມື່ອນັ້ນຄົນຂາເຢກຈະດ່ອງຄືກວາງ ແລະລີ້ນຂອງຄົນປາກກືກຈະລຳດ້ວຍຄວາມຍິນດີ.” (ເອຊາອີ 35:5, 6) ເນື້ອໜັງທີ່ຫ່ຽວຍານຍ້ອນມີອາຍຸຫຼາຍຫຼືຍ້ອນພະຍາດກໍຈະເຕັ່ງຕຶງຫຼາຍກວ່າເນື້ອໜັງຂອງເດັກນ້ອຍ ແລະຄວາມເຈັບປ່ວຍຊຳເຮື້ອຈະໄດ້ຮັບການປ່ຽນແທນດ້ວຍສຸຂະພາບທີ່ແຂງແຮງ. “ເມື່ອນັ້ນເນື້ອແຫ່ງຕົນຈະອ່ອນໃໝ່ກວ່າເວລາເປັນເດັກນ້ອຍ ເພິ່ນຈະຄືນມາໃນຄາວເວລາເປັນຄົນຫນຸ່ມ.” (ໂຢບ 33:25) ວັນນັ້ນຈະມາເຖິງເມື່ອບໍ່ມີໃຜກ່າວວ່າ “ຂ້ອຍບໍ່ສຳບາຍ.” ເພາະເຫດໃດ? ເພາະວ່າມະນຸດທີ່ຢ້ານຢຳພະເຈົ້າຈະໄດ້ຮັບການປົດປ່ອຍໃຫ້ຫລຸດພົ້ນຈາກບາບແລະຜົນກະທົບທີ່ໜ້າເສົ້າຂອງບາບນັ້ນ. (ເອຊາອີ 33:24; ລືກາ 13:11-12) ແມ່ນແລ້ວ ພະເຈົ້າ “ຈະເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກແລະຮ້ອງໄຫ້ແລະເຈັບປວດຈະບໍ່ມີຕໍ່ໄປ ເຫດວ່າສິ່ງທັງຫຼາຍທີ່ເປັນເມື່ອກ່ອນນັ້ນກໍລ່ວງໄປແລ້ວ.”—ຄຳປາກົດ 21:4.
14. ການເປັນມະນຸດສົມບູນນັ້ນໝາຍລວມເຖິງສິ່ງໃດແດ່?
14 ຢ່າງໃດກໍຕາມ ການບັນລຸຄວາມສົມບູນກ່ຽວຂ້ອງຫຼາຍກວ່າການມີຮ່າງກາຍແລະຈິດໃຈທີ່ສົມບູນ. ເລື່ອງນີ້ລວມເຖິງການສະທ້ອນຄຸນລັກສະນະຂອງພະເຢໂຫວາຢ່າງເໝາະສົມ ເນື່ອງຈາກມະນຸດເຮົາໄດ້ຮັບການສ້າງ ‘ຕາມຮູບຂອງພະອົງ.’ (ຕົ້ນເດີມ 1:26) ເພື່ອບັນລຸເຖິງສະພາບນັ້ນ ມີການຮຽກຮ້ອງໃຫ້ມີການສຶກສາຫຼາຍຢ່າງ. ໃນໂລກໃໝ່ ‘ຄວາມຊອບທຳຈະຕັ້ງຢູ່.’ ດັ່ງທີ່ເອຊາອີໄດ້ບອກໄວ້ລ່ວງໜ້າວ່າ “ຊາວຊົນໂລກທັງຫຼາຍກໍຮຽນຮູ້ຄວາມຊອບທຳ.” (2 ເປໂຕ 3:13; ເອຊາອີ 26:9) ຄຸນລັກສະນະນີ້ເຮັດໃຫ້ເກີດສັນຕິສຸກລະຫວ່າງຜູ້ຄົນທຸກເຊື້ອຊາດ, ທ່າມກາງເພື່ອນໃກ້ຊິດ, ຄົນໃນຄອບຄົວ ແລະເໜືອສິ່ງອື່ນໃດ ແມ່ນເກີດມີສັນຕິສຸກກັບພະເຈົ້າເອງ. (ຄຳເພງ 85:10-13; ເອຊາອີ 32:17) ຄົນເຫຼົ່ານັ້ນທີ່ຮຽນຮູ້ຄວາມຊອບທຳຈະໄດ້ຮັບການສອນເປັນຂັ້ນໆກ່ຽວກັບຈຸດປະສົງຂອງພະເຈົ້າສຳລັບເຂົາເຈົ້າເອງ. ໃນຂະນະທີ່ຄວາມຮັກຕໍ່ພະເຢໂຫວາຢັ່ງຮາກລົງເລິກໄປໃນຫົວໃຈ ເຂົາເຈົ້າຈະຕິດຕາມແນວທາງຕ່າງໆຂອງພະອົງໃນທຸກແງ່ມຸມຂອງຊີວິດ. ເຂົາເຈົ້າຈະສາມາດກ່າວໄດ້ແບບດຽວກັບພະເຍຊູກ່າວໄວ້ວ່າ “ເຮົາກະທຳການທີ່ເປັນຊອບໃຈແກ່ພະເຈົ້າຢູ່ເລື້ອຍ.” (ໂຢຮັນ 8:29) ຊີວິດຈະເປັນຕາໜ້າເພີດເພີນແທ້ໆເມື່ອເລື່ອງນີ້ເປັນຈິງສຳລັບມະນຸດຊາດໝົດທຸກຄົນ!
ຄວາມສຳເລັດເຊິ່ງໄດ້ປາກົດໃຫ້ເຫັນຢູ່ແລ້ວ
15. ໂດຍໃຊ້ຄຳຖາມໃນວັກນີ້ ຈົ່ງຍົກໃຫ້ເຫັນຄວາມສຳເລັດຂອງລາຊະອານາຈັກ ແລະຈົ່ງສະແດງໃຫ້ເຫັນວ່າເຮົາຄວນເຮັດສິ່ງໃດໃນຕອນນີ້.
15 ຄວາມສຳເລັດທີ່ໜ້າປະທັບໃຈກ່ຽວກັບລາຊະອານາຈັກຂອງພະເຈົ້າ ແລະປະຊາຊົນທີ່ຢູ່ໃຕ້ອຳນາດຂອງລາຊະອານາຈັກນັ້ນແມ່ນເຫັນໄດ້ແລ້ວ. ຄຳຖາມແລະຂໍ້ພະຄຳພີຕ່າງໆຕໍ່ໄປນີ້ຈະເຕືອນໃຈເຮົາກ່ຽວກັບຄວາມສຳເລັດບາງຢ່າງ ລວມທັງສິ່ງຕ່າງໆທີ່ປະຊາຊົນແຫ່ງລາຊະອານາຈັກນີ້ສາມາດເຮັດໄດ້ແລະສິ່ງທີ່ຄວນເຮັດໃນຕອນນີ້.
ລາຊະອານາຈັກໄດ້ເລີ່ມຈັດການກັບຜູ້ໃດກ່ອນ ແລະຜົນເປັນແນວໃດ? (ຄຳປາກົດ 12:7-10, 12)
ນັບຕັ້ງແຕ່ພະຄລິດໄດ້ຮັບການແຕ່ງຕັ້ງໃຫ້ຄອງບັນລັງ ມີການຮິບໂຮມສະມາຊິກທີ່ເຫຼືອຂອງກຸ່ມໃດ? (ຄຳປາກົດ 14:1-3)
ພະເຍຊູບອກລ່ວງໜ້າວ່າ ຫຼັງຈາກທີ່ຄວາມທຸກທໍລະມານຢ່າງໜັກໄດ້ເລີ່ມຕົ້ນຂຶ້ນ ພະອົງຈະເຮັດວຽກຫຍັງດັ່ງທີ່ບັນທຶກໄວ້ໃນມັດທາຍ 25:31-33?
ວຽກງານຂັ້ນທຳອິດທີ່ກຳລັງສຳເລັດເປັນຈິງໃນຕອນນີ້ແມ່ນຫຍັງ? ໃຜມີສ່ວນຮ່ວມໃນວຽກນີ້? (ຄຳເພງ 110:3; ມັດທາຍ 24:14; ຄຳປາກົດ 14:6, 7)
ເປັນຫຍັງຜູ້ຕໍ່ຕ້ານທາງດ້ານການເມືອງແລະທາງດ້ານສາສະໜາຕ່າງໆຈຶ່ງບໍ່ສາມາດເຮັດໃຫ້ວຽກງານການປະກາດຢຸດເຊົາໄດ້? (ຊາກາລີ 4:6; ກິດຈະການ 5:38, 39)
ຄົນເຫຼົ່ານັ້ນທີ່ຍອມຢູ່ໃຕ້ການປົກຄອງຂອງລາຊະອານາຈັກໄດ້ປ່ຽນແປງຫຍັງແດ່ແລ້ວໃນຊີວິດຂອງເຂົາເຈົ້າ? (ເອຊາອີ 2:4; 1 ໂກລິນໂທ 6:9-11)
ລາຊະອານາຈັກພັນປີ
16. (ກ) ພະຄລິດຈະປົກຄອງດົນປານໃດ? (ຂ) ສິ່ງຕ່າງໆທີ່ເປັນຕາໜ້າງຶດງໍ້ອັນໃດຈະເກີດຂຶ້ນລະຫວ່າງແລະພາຍຫຼັງເວລາດັ່ງກ່າວນັ້ນ?
16 ພາຍຫຼັງທີ່ຊາຕານແລະພວກຜີປີສາດຂອງມັນຖືກກັກຂັງໃນເຫວເລິກ ພະເຍຊູຄລິດແລະຜູ້ມີສິດຮ່ວມຮັບມໍລະດົກ 144,000 ຄົນ ຈະຮ່ວມປົກຄອງນຳກັນໃນຖານະກະສັດແລະປະໂລຫິດເປັນເວລາພັນປີ. (ຄຳປາກົດ 20:6) ໃນລະຫວ່າງເວລານັ້ນ ມະນຸດຊາດຈະບັນລຸຄວາມສົມບູນ ບາບແລະຄວາມຕາຍທີ່ສືບທອດມາຈາກອາດາມຈະຖືກກຳຈັດຕະຫຼອດໄປ. ໃນຕອນທ້າຍຂອງການປົກຄອງພັນປີ ເມື່ອຜູ້ເປັນເມຊີໄດ້ສຳເລັດໜ້າທີ່ມອບໝາຍໃນຖານະກະສັດປະໂລຫິດແລ້ວ ພະເຍຊູ “ຈະມອບແຜ່ນດິນ [“ລາຊະອານາຈັກ,” ລ.ມ.]” ໃຫ້ແກ່ພະບິດາຂອງພະອົງ “ເພື່ອພະເຈົ້າຈະເປັນໝົດສິ້ນໃນສັບພະທຸກສິ່ງ.” (1 ໂກລິນໂທ 15:24-28) ໃນຕອນນັ້ນ ຊາຕານຈະຖືກປ່ອຍອອກມາໄລຍະໜຶ່ງເພື່ອຈະທົດລອງມະນຸດຊາດທີ່ໄດ້ຮັບການໄຖ່ແລ້ວ ເພື່ອຈະໄດ້ລອງເບິ່ງວ່າເຂົາເຈົ້າສະໜັບສະຫນູນສິດທິໃນການປົກຄອງສູງສຸດຂອງພະເຢໂຫວາຫຼືບໍ່. ພາຍຫຼັງການທົດລອງຄັ້ງສຸດທ້າຍນີ້ສຳເລັດແລ້ວ ພະເຢໂຫວາຈະທຳລາຍຊາຕານແລະຜູ້ກະບົດທີ່ຢູ່ຝ່າຍມັນ. (ຄຳປາກົດ 20:7-10) ສ່ວນຄົນເຫຼົ່ານັ້ນທີ່ຍຶດໝັ້ນກັບສິດທິສູງສຸດໃນການປົກຄອງຂອງພະເຢໂຫວາ ຈະໄດ້ສະແດງຄວາມພັກດີຂອງຕົນຢ່າງເຕັມກຳລັງ. ຈາກນັ້ນ ເຂົາເຈົ້າຈະເຂົ້າສູ່ສາຍສຳພັນທີ່ຖືກຕ້ອງກັບພະເຢໂຫວາ ໂດຍໄດ້ຮັບການຍອມຮັບຈາກພະອົງໃນຖານະເປັນບຸດຊາຍຍິງທີ່ຈະມີຊີວິດຕະຫຼອດໄປ.—ໂລມ 8:21.
17. (ກ) ພາຍຫຼັງພັນປີສິ້ນສຸດລົງແລ້ວລາຊະອານາຈັກຈະເປັນແນວໃດ? (ຂ) ລາຊະອານາຈັກ “ຈະບໍ່ຈິບຫາຍສັກເທື່ອ” ເປັນຄວາມຈິງໃນແງ່ໃດ?
17 ດ້ວຍເຫດນັ້ນ ບົດບາດຂອງພະເຍຊູແລະກຸ່ມຊົນ 144,000 ຄົນ ຈະປ່ຽນໄປໃນສ່ວນທີ່ກ່ຽວຂ້ອງກັບແຜ່ນດິນໂລກ. ຕໍ່ຈາກເວລານັ້ນ ວຽກງານຂອງພະອົງແລະຂອງເຂົາເຈົ້າຈະເປັນແນວໃດ? ຄຳພີໄບເບິນບໍ່ໄດ້ກ່າວເຖິງເລື່ອງນີ້. ເຖິງຢ່າງນັ້ນກໍຕາມ ຖ້າເຮົາຍຶດໝັ້ນກັບສິດທິສູງສຸດໃນການປົກຄອງຂອງພະເຢໂຫວາຢ່າງສັດຊື່ ເຮົາຈະມີຊີວິດຮອດຕອນທ້າຍຂອງການປົກຄອງພັນປີເພື່ອຈະຮູ້ເຖິງສິ່ງທີ່ເປັນພະປະສົງຂອງພະເຢໂຫວາສຳລັບເຂົາເຈົ້າ ແລະສຳລັບເອກະພົບອັນໜ້າເກງຂາມຂອງພະອົງນຳອີກ. ແນວໃດກໍຕາມ ການປົກຄອງພັນປີຂອງພະເຍຊູຈະຢູ່ “ສືບໆໄປເປັນນິດ” ແລະລາຊະອານາຈັກຂອງພະອົງ “ຈະບໍ່ຖືກທຳລາຍ.” (ດານຽນ 7:14) ໃນຄວາມໝາຍໃດ? ໃນຄວາມໝາຍໜຶ່ງຄື ເນື່ອງຈາກພະເຢໂຫວາຈະເປັນຜູ້ປົກຄອງ ສະນັ້ນ ອຳນາດໃນການປົກຄອງຈະບໍ່ຕົກໄປຢູ່ໃນກຳມືຂອງຄົນອື່ນເຊິ່ງມີຈຸດປະສົງທີ່ແຕກຕ່າງອອກໄປ. ລາຊະອານາຈັກນັ້ນ “ຈະບໍ່ຈິບຫາຍສັກເທື່ອ” ເພາະວ່າຄວາມສຳເລັດຂອງລາຊະອານາຈັກນີ້ຈະຢັ້ງຢືນຕະຫຼອດໄປ. (ດານຽນ 2:44) ກະສັດປະໂລຫິດຜູ້ເປັນເມຊີແລະກະສັດປະໂລຫິດຜູ້ຮ່ວມສົມທົບຈະໄດ້ຮັບກຽດຕິຍົດເນື່ອງຈາກການຮັບໃຊ້ທີ່ສັດຊື່ຂອງເຂົາເຈົ້າຕໍ່ພະເຢໂຫວາ.
ການພິຈາລະນາທົບທວນ
• ເປັນຫຍັງລາຊະອານາຈັກຂອງພະເຈົ້າຈຶ່ງເປັນທາງແກ້ພຽງທາງດຽວສຳລັບບັນຫາຕ່າງໆຂອງມະນຸດຊາດ? ກະສັດແຫ່ງລາຊະອານາຈັກຂອງພະເຈົ້າໄດ້ເລີ່ມປົກຄອງເມື່ອໃດ?
• ສິ່ງໃດທີ່ດຶງດູດໃຈເຈົ້າເປັນພິເສດກ່ຽວກັບລາຊະອານາຈັກຂອງພະເຈົ້າ ແລະລາຊະອານາຈັກນີ້ຈະເຮັດໃຫ້ເລື່ອງໃດແດ່ສຳເລັດຜົນ?
• ເຮົາເຫັນສິ່ງໃດແດ່ທີ່ລາຊະອານາຈັກເຮັດສຳເລັດແລ້ວແລະໃນຄວາມສຳເລັດເຫຼົ່ານັ້ນເຮົາມີສ່ວນຢ່າງໃດແດ່?
[ຮູບພາບໜ້າ 93]
ພາຍໃຕ້ລາຊະອານາຈັກ ຂອງພະເຈົ້າ ມະນຸດໝົດທຸກຄົນຈະຮຽນຮູ້ຄວາມຊອບທຳ