ບົດສິບສາມ
ຝູງຄົນເປັນອັນມາກຢືນຢູ່ຕໍ່ໜ້າພະທີ່ນັ່ງຂອງພະເຢໂຫວາ
1. (ກ) ກ່ອນທີ່ຜູ້ຮັບໃຊ້ພະເຈົ້າໃນສະໄໝກ່ອນຄລິດສະຕຽນແລະ 144,000 ຄົນຈະໄດ້ຮັບລາງວັນ ເຂົາເຈົ້າຕ້ອງປະສົບກັບອັນໃດ? (ຂ) ຈະມີສິ່ງໃດທີ່ເປັນໄປໄດ້ສຳລັບ “ຝູງຄົນເປັນອັນມາກ” ເຊິ່ງມີຊີວິດຢູ່ໃນເວລານີ້?
ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້ານັບຕັ້ງແຕ່ອາເບນຈົນເຖິງໂຢຮັນຜູ້ໃຫ້ບັບເຕມາ ໄດ້ຖືວ່າການເຮັດຕາມພະປະສົງຂອງພະເຢໂຫວາເປັນສິ່ງສຳຄັນອັນດັບທຳອິດໃນຊີວິດຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ ເຂົາເຈົ້າຍັງຕ້ອງຕາຍ ແຕ່ກໍກຳລັງລໍຖ້າການຟື້ນຄືນຈາກຕາຍເພື່ອຈະມີຊີວິດໃນໂລກໃໝ່ຂອງພະເຈົ້າ. 144,000 ຄົນເຊິ່ງຈະຮ່ວມປົກຄອງກັບພະເຍຊູໃນລາຊະອານາຈັກທາງພາກສະຫວັນຂອງພະເຈົ້າກໍຕ້ອງຕາຍກ່ອນເຊັ່ນກັນເພື່ອຈະໄດ້ຮັບລາງວັນນັ້ນ. ຢ່າງໃດກໍຕາມ ຄຳປາກົດ 7:9 ສະແດງໃຫ້ເຫັນວ່າໃນສະໄໝສຸດທ້າຍນີ້ ຈະມີ “ຝູງຄົນເປັນອັນມາກ” ອອກມາຈາກທຸກຊາດເຊິ່ງຈະບໍ່ຕ້ອງປະສົບກັບຄວາມຕາຍ ແຕ່ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກ. ເຮົາເດຢູ່ທ່າມກາງຄົນເຫຼົ່ານັ້ນບໍ?
ການລະບຸຕົວຝູງຄົນເປັນອັນມາກ
2. ອັນໃດຊ່ວຍໃຫ້ເກີດຄວາມເຂົ້າໃຈທີ່ຈະແຈ້ງໃນການລະບຸຕົວຝູງຄົນເປັນອັນມາກໃນຄຳປາກົດ 7:9?
2 ໃນປີ 1923 ຜູ້ຮັບໃຊ້ຂອງພະເຢໂຫວາໄດ້ຮັບການລະບຸຕົວວ່າເປັນ “ແກະ” ໃນຄຳອຸປະມາຂອງພະເຍຊູເຊິ່ງພົບໃນມັດທາຍ 25:31-46 (ທ.ປ.) ແລະ “ແກະອື່ນ” ທີ່ພະອົງອ້າງເຖິງເຊິ່ງບັນທຶກໄວ້ໃນໂຢຮັນ 10:16 (ທ.ປ.) ແມ່ນໝາຍເຖິງຜູ້ທີ່ມີໂອກາດທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກ. ໃນປີ 1931 ຄົນເຫຼົ່ານັ້ນທີ່ໄດ້ຮັບການພັນລະນາໃນເອເຊກຽນ 9:1-11 ເຊິ່ງໄດ້ຮັບການໝາຍໄວ້ຢູ່ໜ້າຜາກເຂົ້າໃຈວ່າເປັນກຸ່ມດຽວກັບຜູ້ທີ່ມີຄວາມຫວັງທາງແຜ່ນດິນໂລກ. ຈາກນັ້ນໃນປີ 1935 ໄດ້ມີການເຂົ້າໃຈວ່າຝູງຄົນເປັນອັນມາກປະກອບກັນເປັນສ່ວນຂອງແກະອື່ນຕາມທີ່ພະເຍຊູໄດ້ກ່າວໄວ້. ປັດຈຸບັນນີ້ ຝູງຄົນເປັນອັນມາກຜູ້ທີ່ໄດ້ຮັບຄວາມໂປດປານນີ້ມີຈຳນວນຫຼາຍລ້ານຄົນ.
3. ເປັນຫຍັງວະລີທີ່ວ່າ “ຢືນຢູ່ຕໍ່ໜ້າພະທີ່ນັ່ງ” ບໍ່ໄດ້ອ້າງເຖິງກຸ່ມທາງພາກສະຫວັນ?
3 ໃນຄຳປາກົດ 7:9 ຝູງຄົນເປັນອັນມາກນີ້ບໍ່ໄດ້ຢູ່ໃນສະຫວັນ. ການທີ່ເຂົາເຈົ້າ “ຢືນຢູ່ຕໍ່ໜ້າພະທີ່ນັ່ງ” ຂອງພະເຈົ້າ ບໍ່ໄດ້ໝາຍຄວາມວ່າເຂົາເຈົ້າຕ້ອງຢູ່ໃນສະຫວັນ. ເຂົາເຈົ້າພຽງແຕ່ຢູ່ໃນສາຍຕາຂອງພະເຈົ້າ. (ຄຳເພງ 11:4) ຄວາມຈິງທີ່ວ່າຝູງຄົນເປັນອັນມາກ “ທີ່ບໍ່ມີຜູ້ໃດຈະນັບປະມານໄດ້” ບໍ່ແມ່ນກຸ່ມທາງພາກສະຫວັນນັ້ນ ເຫັນໄດ້ຈາກຈຳນວນທີ່ບໍ່ສະເພາະເຈາະຈົງເມື່ອທຽບກັບຈຳນວນທີ່ຂຽນໄວ້ໃນຄຳປາກົດ 7:4-8 ແລະ ຄຳປາກົດ 14:1-4. ຂໍ້ພະຄຳພີເຫຼົ່ານັ້ນເຜີຍໃຫ້ຮູ້ວ່າຈຳນວນຄົນທີ່ເອົາຈາກແຜ່ນດິນໂລກໄປສະຫວັນມີພຽງ 144,000 ຄົນ.
4. (ກ) “ຄວາມທຸກທໍລະມານມາກຫຼາຍ” ອັນໃດທີ່ຝູງຄົນເປັນອັນມາກຈະລອດຜ່ານ? (ຂ) ດັ່ງທີ່ກ່າວໄວ້ໃນຄຳປາກົດ 7:11, 12 ໃຜເຝົ້າສັງເກດເບິ່ງຝູງຄົນເປັນອັນມາກແລະໄດ້ຮ່ວມກັບເຂົາເຈົ້າໃນການນະມັດສະການ?
4 ຄຳປາກົດ 7:14 ກ່າວເຖິງຝູງຄົນເປັນອັນມາກວ່າ “ຄົນທັງຫຼາຍນີ້ເປັນຄົນທີ່ມາຈາກຄວາມທຸກທໍລະມານມາກຫຼາຍນັ້ນ.” ຄົນທັງຫຼາຍນັ້ນຈະລອດຜ່ານຄວາມທຸກທໍລະມານຄັ້ງຮ້າຍແຮງທີ່ສຸດເທົ່າທີ່ປະຫວັດສາດມະນຸດເຄີຍປະສົບມາ. (ມັດທາຍ 24:21) ເມື່ອເຂົາເຈົ້າສະແດງຄວາມຮູ້ບຸນຄຸນວ່າຄວາມລອດຂອງຕົນມາຈາກພະເຈົ້າແລະພະຄລິດແລ້ວ ຈາກນັ້ນຜູ້ສັດຊື່ທັງໝົດໃນສະຫວັນຈະເປັນເອກະພາບກັບເຂົາເຈົ້າໃນການກ່າວວ່າ “ອາແມນ ຄວາມສັນລະເສີນ, ແລະລັດສະໝີ, ແລະຄວາມປັນຍາ, ແລະຄວາມໂມທະນາພະຄຸນ, ແລະຍົດສັກ, ແລະອຳນາດ, ແລະລິດເດດ ຈົ່ງມີແກ່ພະເຈົ້າຂອງເຮົາທັງຫຼາຍສືບໆ ໄປເປັນນິດ ອາແມນ.”—ຄຳປາກົດ 7:11, 12.
ການພິສູດຕົວວ່າເໝາະສົມ
5. ເຮົາຈະຮູ້ເຖິງສິ່ງທີ່ເປັນຂໍ້ຮຽກຮ້ອງເພື່ອຈະເປັນສ່ວນຂອງຝູງຄົນເປັນອັນມາກໄດ້ຢ່າງໃດ?
5 ການປົກປ້ອງຝູງຄົນເປັນອັນມາກໃຫ້ລອດຜ່ານຄວາມທຸກທໍລະມານຢ່າງໜັກນັ້ນເປັນສິ່ງທີ່ສອດຄ່ອງກັບມາດຕະຖານອັນຊອບທຳຂອງພະເຈົ້າ. ຄຸນລັກສະນະຂອງຜູ້ທີ່ຈະໄດ້ຮັບການຊ່ອຍໃຫ້ລອດນີ້ແມ່ນຂຽນໄວ້ຢ່າງຈະແຈ້ງໃນຄຳພີໄບເບິນ. ດັ່ງນັ້ນ ຈຶ່ງເປັນໄປໄດ້ສຳລັບຜູ້ທີ່ສະແຫວງຫາຄວາມຊອບທຳທີ່ຈະພິສູດວ່າຕົນເອງສົມຄວນທີ່ຈະລອດຊີວິດຫຼືບໍ. ຄົນເຫຼົ່ານີ້ຕ້ອງເຮັດຢ່າງໃດ?
6. ເປັນຫຍັງການທີ່ຝູງຄົນເປັນອັນມາກໄດ້ຮັບການປຽບທຽບວ່າເປັນແກະຈຶ່ງເໝາະສົມ?
6 ແກະມີນິດໄສອ່ອນໂຍນແລະຍອມຢູ່ໃຕ້ອຳນາດ. ດັ່ງນັ້ນ ເມື່ອພະເຍຊູກ່າວວ່າມີແກະອີກຝູງໜຶ່ງເຊິ່ງບໍ່ແມ່ນກຸ່ມທາງພາກສະຫວັນ ພະອົງບໍ່ພຽງແຕ່ໝາຍເຖິງຄົນທີ່ຕ້ອງການມີຊີວິດຕະຫຼອດໄປເທິງແຜ່ນດິນໂລກເທົ່ານັ້ນ ແຕ່ຍັງຕ້ອງເປັນຄົນທີ່ອ່ອນນ້ອມຕໍ່ຫຼັກຄຳສອນຂອງພະອົງນຳອີກ. ພະອົງກ່າວວ່າ “[ແກະ] ທັງຫຼາຍຂອງເຮົາກໍຟັງສຽງປາກຂອງເຮົາ ແລະເຮົາຮູ້ຈັກ [ແກະ] ນັ້ນ ແລະເຂົາຕາມເຮົາໄປ.” (ໂຢຮັນ 10:16, 27) ຄົນເຫຼົ່ານີ້ເປັນຜູ້ທີ່ຮັບຟັງຢ່າງແທ້ຈິງ ແລະໄດ້ປະຕິບັດໃນສິ່ງທີ່ພະເຍຊູບອກດ້ວຍຄວາມເຊື່ອຟັງ ດັ່ງນັ້ນ ເຂົາເຈົ້າຈຶ່ງກາຍມາເປັນລູກສິດຂອງພະອົງ.
7. ຜູ້ຕິດຕາມພະເຍຊູຕ້ອງພັດທະນາຄຸນລັກສະນະອັນໃດແດ່?
7 ຜູ້ຕິດຕາມພະເຍຊູແຕ່ລະຄົນຕ້ອງປູກຝັງຄຸນລັກສະນະອັນໃດອີກ? ພະຄຳຂອງພະເຈົ້າຕອບວ່າ “ໃຫ້ທ່ານທັ້ງຫຼາຍຖອກຖິ້ມເພດຄົນເກົ່າທີ່ເປື່ອຍເນົ່າເສຍໄປ . . . ແລະໃຫ້ເອົາເພດຄົນໃໝ່ຫົ່ມໄວ້ທີ່ເນລະມິດສ້າງຂຶ້ນໃໝ່ຕາມພະເຈົ້າໃນຄວາມຊອບທຳແລະໃນຄວາມບໍລິສຸດແຫ່ງຄວາມຈິງ.” (ເອເຟດ 4:22-24) ເຂົາເຈົ້າຈຶ່ງພັດທະນາຄຸນລັກສະນະທີ່ສົ່ງເສີມຄວາມເປັນນ້ຳໜຶ່ງໃຈດຽວກັນຂອງເຫຼົ່າຜູ້ຮັບໃຊ້ຂອງພະເຈົ້າຄື “ຄວາມຮັກ, ຄວາມຍິນດີ, ສັນຕິສຸກ, ຄວາມອົດກັ້ນດົນນານ, ຄວາມກະລຸນາ, ຄວາມດີ, ຄວາມເຊື່ອ, ຄວາມອ່ອນໂຍນ, ການຮູ້ຈັກບັງຄັບຕົນ.”—ຄາລາຊີ 5:22, 23, ລ.ມ.
8. ເມື່ອຝູງຄົນເປັນອັນມາກໃຫ້ການສະໜັບສະຫນູນກຸ່ມຊົນທີ່ເຫຼືອເຂົາເຈົ້າຈະປະສົບກັບຫຍັງ?
8 ຝູງຄົນເປັນອັນມາກສະໜັບສະຫນູນຄົນຈຳນວນໜ້ອຍເຫຼົ່ານັ້ນທີ່ມີຄວາມຫວັງທາງພາກສະຫວັນເຊິ່ງເປັນຜູ້ນຳໜ້າໃນວຽກງານການປະກາດ. (ມັດທາຍ 24:14; 25:40) ແກະອື່ນໃຫ້ການສະໜັບສະຫນູນແບບນີ້ ເຖິງແມ່ນເຂົາເຈົ້າຮູ້ວ່າຕົນເອງຈະປະສົບການຕໍ່ຕ້ານເນື່ອງຈາກໃນຕອນເລີ່ມຕົ້ນຂອງສະໄໝສຸດທ້າຍນີ້ ພະຄລິດເຍຊູແລະທູດສະຫວັນຂອງພະອົງໄດ້ຂັບໄລ່ຊາຕານແລະພວກພູດຜີສາດຂອງມັນອອກຈາກສະຫວັນ. ນີ້ກໍໝາຍເຖິງ “ວິບາກແກ່ແຜ່ນດິນໂລກ . . . ເຫດວ່າພະຍາມານໄດ້ລົງມາເຖິງທ່ານທັງຫຼາຍ ມີຄວາມຄຽດຮ້າຍນັກ ເພາະຮູ້ຈັກວ່າ ເວລາແຫ່ງຕົນຍັງແຕ່ໜ້ອຍດຽວ.” (ຄຳປາກົດ 12:7-12) ດ້ວຍເຫດນີ້ ຊາຕານຈຶ່ງຂຸ້ນຂ້ຽວຕໍ່ຕ້ານຜູ້ຮັບໃຊ້ຂອງພະເຈົ້າ ຍ້ອນວ່າອະວະສານຂອງລະບົບປັດຈຸບັນນີ້ໃກ້ເຂົ້າມາແລ້ວ.
9. ໃນການປະກາດຂ່າວດີ ຜູ້ຮັບໃຊ້ຂອງພະເຈົ້າໄດ້ປະສົບຜົນສຳເລັດຢ່າງໃດ ແລະຍ້ອນຫຍັງ?
9 ເຖິງແມ່ນວ່າມີການຂົ່ມເຫງທີ່ຮຸນແຮງກໍຕາມ ວຽກງານການປະກາດກໍຍັງກ້າວໜ້າຕໍ່ໆ ໄປ. ມີຜູ້ປະກາດລາຊະອານາຈັກພຽງສອງສາມພັນຄົນໃນຕອນທ້າຍຂອງສົງຄາມໂລກຄັ້ງທີໜຶ່ງ ແຕ່ວ່າໃນປັດຈຸບັນນີ້ມີຫຼາຍລ້ານຄົນ ເນື່ອງຈາກພະເຢໂຫວາສັນຍາວ່າ “ເຄື່ອງອາວຸດສ້າງໄວ້ຕໍ່ສູ້ເຈົ້າຈະບໍ່ຖືກສັກດວງ.” (ເອຊາອີ 54:17) ແມ່ນແຕ່ສະມາຊິກສານສູງຂອງຢິວຄົນໜຶ່ງຍັງສຳນຶກວ່າ ວຽກງານຂອງພະເຈົ້າບໍ່ສາມາດລົ້ມແຫຼວໄດ້. ລາວບອກພວກຟາລິຊຽນກ່ຽວກັບເລື່ອງສາວົກຂອງພະເຍຊູໃນສະຕະວັດທຳອິດວ່າ “ປ່ອຍເຂົາເສຍເພາະວ່າຖ້າຄຳຄຶດອັນນີ້ ຫຼືການອັນນີ້ມາແຕ່ມະນຸດມັນຈະສູນຫາຍໄປ. ແຕ່ວ່າຖ້າການອັນນີ້ມາແຕ່ພະເຈົ້າ ທ່ານທັງຫຼາຍຈະກະທຳໃຫ້ຈິບຫາຍເສຍກໍບໍ່ໄດ້ ຢ້ານກົວທ່ານທັງຫຼາຍຈະປາກົດວ່າເປັນຜູ້ຮົບສູ້ຕໍ່ພະເຈົ້າ.”—ກິດຈະການ 5:38, 39.
10. (ກ) “ເຄື່ອງໝາຍ” ທີ່ຢູ່ໜ້າຜາກຂອງຝູງຄົນເປັນອັນມາກໝາຍເຖິງອັນໃດ? (ຂ) ຜູ້ຮັບໃຊ້ຂອງພະເຈົ້າເຊື່ອຟັງ ‘ສຽງປາກຈາກຟ້າສະຫວັນ’ ຢ່າງໃດ?
10 ມີການພັນລະນາເຖິງຝູງຄົນເປັນອັນມາກເຫຼົ່ານັ້ນວ່າເປັນຜູ້ທີ່ໄດ້ຮັບການໝາຍໄວ້ສຳລັບຄວາມລອດ. (ເອເຊກຽນ 9:4-6, ທ.ປ.) “ເຄື່ອງໝາຍ” ນັ້ນ ເປັນຫຼັກຖານສະແດງວ່າເຂົາເຈົ້າໄດ້ອຸທິດຕົວແກ່ພະເຢໂຫວາ, ໄດ້ຮັບບັບເຕມາໃນຖານະເປັນລູກສິດຂອງພະເຍຊູ, ແລະລວມທັງພະຍາຍາມປູກຝັງບຸກຄະລິກພາບແບບພະຄລິດ. ເຂົາເຈົ້າເຊື່ອຟັງ ‘ສຽງປາກຈາກຟ້າສະຫວັນ’ ທີ່ເວົ້າເຖິງຈັກກະວັດໂລກແຫ່ງສາສະໜາປອມຂອງຊາຕານວ່າ “ຈົ່ງອອກມາຈາກເມືອງນັ້ນເທີ້ນ ເພື່ອທ່ານທັງຫຼາຍຈະບໍ່ເຂົ້າສ່ວນໃນການບາບທັງຫຼາຍຂອງເມືອງນັ້ນ ແລະເພື່ອທ່ານທັງຫຼາຍຈະບໍ່ຮັບແຕ່ໄພອັນຕະລາຍທີ່ຖືກເມືອງນັ້ນ.”—ຄຳປາກົດ 18:1-5.
11. ໃນແນວທາງທີ່ສຳຄັນອັນໃດເຊິ່ງຝູງຄົນເປັນອັນມາກສະແດງໃຫ້ເຫັນວ່າເຂົາເຈົ້າເປັນຜູ້ຮັບໃຊ້ພະເຢໂຫວາ?
11 ພະເຍຊູຍັງບອກຜູ້ຕິດຕາມພະອົງວ່າ “ຄົນທັງປວງຈະຮູ້ຈັກວ່າທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.” (ໂຢຮັນ 13:35) ໃນທາງກົງກັນຂ້າມ ສະມາຊິກຂອງສາສະໜາຕ່າງໆ ໃນໂລກນີ້ຂ້າຟັນກັນເອງໃນສົງຄາມ ຫຼາຍເທື່ອພຽງເພາະວ່າເຂົາເຈົ້າແຕກຕ່າງກັນທາງດ້ານເຊື້ອຊາດ! ພະຄຳຂອງພະເຈົ້າກ່າວວ່າ “ດ້ວຍຂໍ້ນີ້ຈຶ່ງໄດ້ປາກົດແຈ້ງວ່າໃຜເປັນລູກແຫ່ງພະເຈົ້າແລະໃຜເປັນລູກຂອງພະຍາມານ ຄືວ່າຄົນທຸກຄົນທີ່ບໍ່ກະທຳຕາມຄວາມຊອບທຳ ກໍບໍ່ເປັນແຕ່ພະເຈົ້າ ແລະຜູ້ທີ່ບໍ່ຮັກພີ່ນ້ອງແຫ່ງຕົນ ກໍບໍ່ເປັນເໝືອນກັນ. . . . ໃຫ້ເຮົາທັງຫຼາຍຮັກກັນແລະກັນ. ບໍ່ໃຊ່ເໝືອນທ່ານກາອີນທີ່ໄດ້ມາແຕ່ຜູ້ຮ້າຍ ແລະໄດ້ຂ້ານ້ອງຊາຍແຫ່ງຕົນ.”—1 ໂຢຮັນ 3:10-12.
12. ໃນລະຫວ່າງຄວາມທຸກທໍລະມານຢ່າງໜັກ ພະເຢໂຫວາຈະເຮັດຫຍັງກັບສາສະໜາຕ່າງໆ ເຊິ່ງຖືກປຽບທຽບວ່າເປັນ “ຕົ້ນໄມ້” ທີ່ເກີດໝາກອັນບໍ່ດີ?
12 ພະເຍຊູປະກາດວ່າ “ຕົ້ນໄມ້ອັນດີເກີດໝາກອັນດີ ແຕ່ວ່າຕົ້ນໄມ້ອັນບໍ່ດີເກີດໝາກອັນບໍ່ດີ. ຕົ້ນໄມ້ອັນດີຈະເກີດໝາກອັນບໍ່ດີກໍບໍ່ໄດ້ ຫຼືຕົ້ນໄມ້ອັນບໍ່ດີຈະເກີດໝາກອັນດີກໍບໍ່ໄດ້. ຕົ້ນໄມ້ທີ່ບໍ່ເກີດໝາກອັນດີກໍຕ້ອງບັກແລະຖິ້ມໃນໄຟເສຍທຸກກົກ. ເຫດສັນນີ້ ເພາະດ້ວຍໝາກຂອງເຂົາ ທ່ານທັງຫຼາຍຈະຮູ້ຈັກເຂົາ.” (ມັດທາຍ 7:17-20) ໝາກເຊິ່ງເກີດຈາກສາສະໜາຂອງໂລກນີ້ລະບຸວ່າ ສາສະໜາເຫຼົ່ານັ້ນເປັນ “ຕົ້ນໄມ້” ບໍ່ດີ ເຊິ່ງຈະຖືກທຳລາຍໃນໄວໆ ນີ້ໂດຍພະເຢໂຫວາໃນວັນແຫ່ງຄວາມທຸກທໍລະມານຢ່າງໜັກ.—ຄຳປາກົດ 17:16.
13. ຝູງຄົນເປັນອັນມາກສະແດງໃຫ້ເຫັນຢ່າງໃດວ່າ ເຂົາເຈົ້າເປັນນ້ຳໜຶ່ງໃຈດຽວກັນໃນການ “ຢືນຢູ່ຕໍ່ໜ້າພະທີ່ນັ່ງ” ຂອງພະເຢໂຫວາ?
13 ຄຳປາກົດ 7:9-15 ຊີ້ເຖິງປັດໄຈຕ່າງໆ ເຊິ່ງຈະພາໄປສູ່ການປົກປ້ອງຄຸ້ມຄອງຝູງຄົນເປັນອັນມາກ. ເຂົາເຈົ້າເປັນນ້ຳໜຶ່ງໃຈດຽວກັນໃນການ “ຢືນຢູ່ຕໍ່ໜ້າພະທີ່ນັ່ງ” ຂອງພະເຢໂຫວາ ແລະເຊີດຊູສິດທິສູງສຸດໃນການປົກຄອງຂອງພະອົງ. ເຂົາເຈົ້າໄດ້ “ລ້າງເສື້ອຊັ້ນຍາວຂອງເຂົາ ແລະກະທຳໃຫ້ຂາວໃນເລືອດຂອງ [ລູກແກະ]” ເຊິ່ງສະແດງວ່າເຂົາເຈົ້າຍອມຮັບເຄື່ອງບູຊາໄຖ່ບາບຂອງພະເຍຊູ. (ໂຢຮັນ 1:29) ເຂົາເຈົ້າໄດ້ອຸທິດຕົວແກ່ພະເຈົ້າແລະສະແດງເຖິງການອຸທິດຕົວນີ້ໂດຍການຈຸ່ມຕົວລົງໃນນ້ຳ. ສະນັ້ນ ເຂົາເຈົ້າຈຶ່ງມີຖານະທີ່ສະອາດຕໍ່ໜ້າພະເຈົ້າ ດັ່ງທີ່ເສື້ອຍາວສີຂາວສະແດງໄວ້ ແລະເຂົາເຈົ້າຖວາຍການ “ບົວລະບັດພະອົງ . . . ທັງກາງເວັນທັງກາງຄືນ.” ມີວິທີໃດເຊິ່ງເຮົາສາມາດເຮັດໃຫ້ຊີວິດຂອງເຮົາສອດຄ່ອງກັບສິ່ງທີ່ໄດ້ຮັບການພັນລະນາຢູ່ບ່ອນນີ້ຢ່າງເຕັມທີຫຼາຍຍິ່ງຂຶ້ນອີກບໍ?
ໄດ້ຮັບປະໂຫຍດໃນຕອນນີ້
14. ຜົນປະໂຫຍດສະເພາະບາງຢ່າງອັນໃດ ເຊິ່ງມີສຳລັບຜູ້ຮັບໃຊ້ພະເຢໂຫວາແມ່ນແຕ່ໃນຕອນນີ້?
14 ເຮົາຄົງຈະໄດ້ສັງເກດເຫັນຜົນປະໂຫຍດສະເພາະເຊິ່ງຄົນເຫຼົ່ານັ້ນທີ່ຮັບໃຊ້ພະເຢໂຫວາໄດ້ປະສົບແມ່ນແຕ່ໃນຕອນນີ້. ຕົວຢ່າງເຊັ່ນ ເມື່ອເຮົາໄດ້ຮຽນຮູ້ເຖິງພະປະສົງອັນຊອບທຳຂອງພະເຢໂຫວາ ເຮົາຈຶ່ງໄດ້ເຂົ້າໃຈວ່າມີຄວາມຫວັງອັນສົດໃສສຳລັບອະນາຄົດ. ສະນັ້ນ ຊີວິດຂອງເຮົາໃນຕອນນີ້ຈຶ່ງມີຈຸດໝາຍຢ່າງແທ້ຈິງ ນັ້ນກໍຄືການຮັບໃຊ້ພະເຈົ້າທ່ຽງແທ້ພ້ອມດ້ວຍຄວາມຫວັງທີ່ຈະຊື່ນຊົມຍິນດີກັບຊີວິດຕະຫຼອດໄປເທິງແຜ່ນດິນໂລກທີ່ເປັນອຸທິຍານ. ແມ່ນແລ້ວ ກະສັດເຍຊູຄລິດ “ຈະນຳ [ຝູງຄົນເປັນອັນມາກ] ໄປເຖິງນ້ຳພຸແຫ່ງຊີວິດ.”—ຄຳປາກົດ 7:17.
15. ພະຍານພະເຢໂຫວາໄດ້ຮັບປະໂຫຍດຢ່າງໃດ ເພາະຍຶດໝັ້ນກັບຫຼັກການໃນຄຳພີໄບເບິນກ່ຽວກັບເລື່ອງການເມືອງແລະສິນລະທຳ?
15 ຜົນປະໂຫຍດອັນໜ້າຈັບອົກຈັບໃຈເຊິ່ງຝູງຄົນເປັນອັນມາກເພີດເພີນກໍຄື ຄວາມຮັກ, ຄວາມເປັນນ້ຳໜຶ່ງໃຈດຽວກັນ, ແລະຄວາມປອງດອງກັນ ເຊິ່ງພົບໄດ້ທ່າມກາງຜູ້ຮັບໃຊ້ພະເຢໂຫວາທົ່ວໂລກ. ເນື່ອງຈາກເຮົາທຸກຄົນໄດ້ຮັບອາຫານຝ່າຍວິນຍານແບບດຽວກັນ ເຮົາໝົດທຸກຄົນກໍປະຕິບັດຕາມກົດໝາຍແລະຫຼັກການອັນດຽວກັນເຊິ່ງພົບໃນພະຄຳຂອງພະເຈົ້າ. ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ຖືກແບ່ງແຍກຍ້ອນແນວຄິດທາງດ້ານການເມືອງຫຼືແນວຄິດເລື່ອງຊາດນິຍົມ. ເຮົາຍັງຮັກສາມາດຕະຖານດ້ານສິນລະທຳອັນສູງເຊິ່ງພະເຈົ້າໄດ້ຮຽກຮ້ອງສຳລັບໄພ່ພົນຂອງພະອົງເຊັ່ນດຽວກັນ. (1 ໂກລິນໂທ 6:9-11) ດ້ວຍເຫດນັ້ນ ແທນທີ່ຈະປະສົບກັບການຕໍ່ສູ້, ຄວາມບໍ່ເປັນເອກະພາບກັນ ແລະຄວາມເສື່ອມເສຍທາງດ້ານສິນລະທຳເຊິ່ງພົບເຫັນທົ່ວໄປໃນໂລກ ໄພ່ພົນຂອງພະເຢໂຫວາເພີດເພີນກັບສິ່ງທີ່ເອີ້ນກັນວ່າອຸທິຍານຝ່າຍວິນຍານ. ຂໍໃຫ້ສັງເກດການພັນລະນາເລື່ອງນີ້ໃນເອຊາອີ 65:13, 14.
16. ເຖິງແມ່ນວ່າປະສົບກັບບັນຫາທົ່ວໄປໃນຊີວິດ ຝູງຄົນເປັນອັນມາກມີຄວາມຫວັງອັນໃດ?
16 ແມ່ນແລ້ວ ຜູ້ຮັບໃຊ້ຂອງພະເຢໂຫວາເປັນມະນຸດທີ່ບໍ່ສົມບູນ. ເຂົາເຈົ້າຈຶ່ງຍັງຕ້ອງປະສົບກັບບັນຫາທົ່ວໄປໃນຊີວິດຂອງໂລກນີ້ ເຊັ່ນວ່າ ປະສົບຄວາມລຳບາກ ຫຼືຕົກເປັນເຫຍື່ອໃນສົງຄາມຂອງຊາດຕ່າງໆທັງທີ່ບໍ່ຮູ້ເລື່ອງອັນຫຍັງ. ນອກຈາກນັ້ນ ເຂົາເຈົ້າຍັງປະສົບຄວາມເຈັບປ່ວຍ, ຄວາມທຸກທໍລະມານ, ແລະຄວາມຕາຍ. ຢ່າງໃດກໍຕາມ ເຂົາເຈົ້າມີຄວາມເຊື່ອວ່າໃນໂລກໃໝ່ ພະເຈົ້າ “ຈະເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກແລະຮ້ອງໄຫ້ແລະເຈັບປວດຈະບໍ່ມີຕໍ່ໄປ.”—ຄຳປາກົດ 21:4.
17. ບໍ່ວ່າຈະເກີດອັນໃດຂຶ້ນກັບເຮົາໃນຕອນນີ້ ອະນາຄົດທີ່ດີເລີດອັນໃດເຊິ່ງມີຢູ່ພ້ອມສຳລັບຜູ້ນະມັດສະການພະເຈົ້າອົງທ່ຽງແທ້?
17 ແມ່ນຢູ່ຕອນນີ້ເຮົາອາດຈະສູນເສຍຊີວິດຍ້ອນເຖົ້າແກ່, ຄວາມເຈັບປ່ວຍ, ອຸບັດຕິເຫດ ຫຼືການຂົ່ມເຫງ ແຕ່ພະເຢໂຫວາຈະປຸກເຮົາໃຫ້ຟື້ນຄືນຈາກຕາຍເພື່ອມີຊີວິດໃນອຸທິຍານ. (ກິດຈະການ 24:15) ຈາກນັ້ນ ເຮົາຈະເພີດເພີນກັບການລ້ຽງຝ່າຍວິນຍານຕໍ່ໄປໃນລະຫວ່າງການປົກຄອງພັນປີຂອງພະຄລິດ. ຄວາມຮັກຂອງເຮົາຕໍ່ພະເຈົ້າຈະເລິກເຊິ່ງຍິ່ງຂຶ້ນ ເມື່ອເຮົາເຫັນພະປະສົງທັງໝົດຂອງພະອົງກາຍເປັນຈິງຢ່າງເປັນຕາໜ້າງຶດງໍ້ ແລະພະພອນຕ່າງໆ ທາງດ້ານຮ່າງກາຍເຊິ່ງພະເຢໂຫວາຈະໃຫ້ໃນຕອນນັ້ນຈະເຮັດໃຫ້ຄວາມຮັກຂອງເຮົາຕໍ່ພະອົງເລິກເຊິ່ງຫຼາຍຂຶ້ນອີກ. (ເອຊາອີ 25:6-9) ຖືເປັນອະນາຄົດທີ່ດີເລີດເຊິ່ງມີຢູ່ພ້ອມສຳລັບໄພ່ພົນຂອງພະເຈົ້າ!
ການພິຈາລະນາທົບທວນ
• ຄຳພີໄບເບິນກ່າວເຖິງຝູງຄົນເປັນອັນມາກເມື່ອພັນລະນາເຖິງເຫດການພິເສດອັນໃດ?
• ຖ້າເຮົາຕ້ອງການແທ້ໆ ທີ່ຈະເປັນສ່ວນຂອງຝູງຄົນເປັນອັນມາກເຊິ່ງໄດ້ຮັບຄວາມໂປດປານຈາກພະເຈົ້າ ເຮົາຕ້ອງເຮັດຫຍັງໃນຕອນນີ້?
• ພະພອນຕ່າງໆ ເຊິ່ງຝູງຄົນເປັນອັນມາກກຳລັງເພີດເພີນໃນຕອນນີ້ ແລະຍັງຈະເພີດເພີນໃນໂລກໃໝ່ຂອງພະເຈົ້າມີຄວາມສຳຄັນຕໍ່ພວກເຮົາຫຼາຍເທົ່າໃດ?
[ຮູບພາບໜ້າ 123]
ຝູງຄົນເປັນອັນມາກ ຫຼາຍລ້ານຄົນເປັນນ້ຳໜຶ່ງໃຈດຽວກັນໃນການນະມັດສະການພະເຈົ້າອົງທ່ຽງແທ້