ບົດສິບສີ່
ພະເຢໂຫວາຊີ້ນຳ ອົງການຂອງພະອົງຢ່າງໃດ?
1. ຄຳພີໄບເບິນເຜີຍໃຫ້ຮູ້ຂໍ້ມູນອັນໃດແດ່ກ່ຽວກັບອົງການຂອງພະເຢໂຫວາ ແລະເປັນຫຍັງເລື່ອງນີ້ຈຶ່ງສຳຄັນສຳລັບເຮົາ?
ພະເຈົ້າມີອົງການບໍ? ພະຄຳພີທີ່ມີຂຶ້ນໂດຍການດົນໃຈບອກເຮົາວ່າພະອົງມີ. ໃນພະຄຳຂອງພະເຈົ້າ ພະອົງໄດ້ໃຫ້ເຮົາເຫັນແບບຜິວເຜີນຂອງສ່ວນທີ່ຢູ່ໃນສະຫວັນເຊິ່ງເປັນສ່ວນທີ່ໜ້າເກງຂາມຂອງອົງການນັ້ນ. (ເອເຊກຽນ 1:1, 4-14; ດານຽນ 7:9, 10, 13, 14) ເຖິງແມ່ນວ່າເຮົາບໍ່ສາມາດເຫັນສ່ວນທີ່ບໍ່ປາກົດແກ່ຕານັ້ນກໍຕາມ ແຕ່ສ່ວນນັ້ນກໍສົ່ງຜົນກະທົບຫຼາຍຕໍ່ຜູ້ນະມັດສະການແທ້ໃນທຸກມື້ນີ້. (2 ກະສັດ 6:15-17) ອົງການຂອງພະເຢໂຫວາກໍມີສ່ວນທີ່ເຫັນໄດ້ເທິງແຜ່ນດິນໂລກ. ຄຳພີໄບເບິນຊ່ວຍເຮົາໃຫ້ເຂົ້າໃຈເຖິງຄວາມເປັນຈິງຂອງອົງການນີ້ ແລະວິທີທີ່ພະເຢໂຫວາຊີ້ນຳອົງການດັ່ງກ່າວ.
ການລະບຸສ່ວນທີ່ເຫັນໄດ້
2. ພະເຈົ້າໄດ້ຕັ້ງປະຊາຄົມໃໝ່ອັນໃດຂຶ້ນ?
2 ຕະຫຼອດ 1,545 ປີ ຊາດຍິດສະລາເອນເປັນປະຊາຄົມຂອງພະເຈົ້າ. (ກິດຈະການ 7:38) ເຖິງແນວນັ້ນກໍຕາມ ຊາດຍິດສະລາເອນບໍ່ໄດ້ປະຕິບັດຕາມກົດໝາຍຂອງພະເຈົ້າແລະຍັງໄດ້ປະຕິເສດພະບຸດຂອງພະອົງນຳອີກ. ຜົນກໍຄື ພະເຢໂຫວາໄດ້ປະຕິເສດແລະປະຖິ້ມປະຊາຄົມນັ້ນ. ພະເຍຊູບອກຊາວຢິວວ່າ “ຈົ່ງເບິ່ງ ວິຫານຂອງທ່ານທັງຫຼາຍເປັນທີ່ປະເສຍສຳລັບທ່ານ ເປັນຮ້າງເປົ່າ.” (ມັດທາຍ 23:38) ຕໍ່ຈາກນັ້ນ ພະເຈົ້າໄດ້ຕັ້ງປະຊາຄົມໃໝ່ຂຶ້ນ ແລະພະອົງຍັງໄດ້ຕັ້ງຄຳສັນຍາໃໝ່ກັບປະຊາຄົມນັ້ນ. ປະຊາຄົມນີ້ຈຶ່ງປະກອບດ້ວຍ 144,000 ຄົນ ເຊິ່ງພະເຈົ້າໄດ້ເລືອກເພື່ອໃຫ້ເປັນນ້ຳໜຶ່ງໃຈດຽວກັນກັບພະບຸດໃນສະຫວັນ.—ຄຳປາກົດ 14:1-4.
3. ມີສິ່ງໃດເກີດຂຶ້ນໃນວັນເພນເຕກອດປີ 33 ສາກົນສັກກະຫຼາດ ເຊິ່ງເປັນຫຼັກຖານຊີ້ແຈ້ງວ່າປັດຈຸບັນນີ້ພະເຈົ້າກຳລັງໃຊ້ປະຊາຄົມໃໝ່ຂອງພະອົງ?
3 ກຸ່ມທຳອິດຂອງປະຊາຄົມໃໝ່ນີ້ໄດ້ຮັບການເຈີມດ້ວຍພະວິນຍານບໍລິສຸດຂອງພະເຢໂຫວາໃນວັນເພນເຕກອດປີ 33 ສາກົນສັກກະຫຼາດ. ກ່ຽວກັບເຫດການອັນໂດດເດັ່ນນັ້ນ ເຮົາອ່ານວ່າ “ເມື່ອວັນເພນເຕກອດໄດ້ພວມສຳເລັດແລ້ວ ເຂົາໄດ້ຢູ່ພ້ອມກັນໃນບ່ອນດຽວ. ແລະໃນບັດດຽວໜຶ່ງກໍມີສຽງອັນດັງອອກມາຈາກຟ້າສະຫວັນເໝືອນດັ່ງລົມແຮງພັດມາແລະເຕັມທົ່ວໄປໃນເຮືອນທີ່ເຂົານັ່ງຢູ່ນັ້ນ. ແລະລີ້ນແຕກຈາກກັນເໝືອນເປັນແປວໄຟກໍໄດ້ມາປາກົດແກ່ເຂົາແລ້ວລົງມາຢູ່ເທິງເຂົາທຸກຄົນ ແລະເຂົາກໍເຕັມໄປດ້ວຍພະວິນຍານບໍລິສຸດ.” (ກິດຈະການ 2:1-4) ເມື່ອເປັນເຊັ່ນນັ້ນ ພະວິນຍານຂອງພະເຈົ້າໄດ້ໃຫ້ຫຼັກຖານທີ່ຊັດເຈນວ່າ ໃນຂະນະນີ້ພະເຈົ້າຈະໃຊ້ຄົນກຸ່ມນີ້ເພື່ອເຮັດໃຫ້ພະປະສົງຂອງພະອົງສຳເລັດພາຍໃຕ້ການຊີ້ນຳຂອງພະເຍຊູຄລິດໃນສະຫວັນ.
4. ໃນສະໄໝປັດຈຸບັນ ໃຜປະກອບກັນເປັນອົງການຂອງພະເຢໂຫວາທີ່ເຫັນໄດ້ດ້ວຍຕາ?
4 ປັດຈຸບັນນີ້ ມີພຽງກຸ່ມຄົນທີ່ເຫຼືອຂອງ 144,000 ຄົນເທົ່ານັ້ນທີ່ຢູ່ເທິງແຜ່ນດິນໂລກ. ເພື່ອເຮັດໃຫ້ຄຳພະຍາກອນໃນຄຳພີໄບເບິນສຳເລັດເປັນຈິງ ໄດ້ມີການຮິບໂຮມຫຼາຍລ້ານຄົນເຊິ່ງເປັນ “ຝູງຄົນເປັນອັນມາກ” ແຫ່ງ “ແກະອື່ນ” ໃຫ້ເຂົ້າສົມທົບກັບຊົນທີ່ເຫຼືອຜູ້ຖືກເຈີມ. ພະເຍຊູຜູ້ບຳລຸງລ້ຽງທີ່ດີໄດ້ໂຮມເອົາແກະອື່ນເຫຼົ່ານີ້ເຂົ້າກັບຊົນທີ່ເຫຼືອເພື່ອເຂົາເຈົ້າຈະເປັນຝູງດຽວພາຍໃຕ້ການຊີ້ນຳຂອງພະອົງໃນຖານະຜູ້ລ້ຽງຜູ້ດຽວ. (ຄຳປາກົດ 7:9; ໂຢຮັນ 10:11, 16, ທ.ປ.) ຄົນເຫຼົ່ານີ້ປະກອບກັນເປັນປະຊາຄົມທີ່ເປັນເອກະພາບ ເຊິ່ງກໍແມ່ນອົງການທີ່ເຫັນໄດ້ຂອງພະເຢໂຫວາ.
ອົງການທີ່ໄດ້ຮັບການຈັດຕັ້ງຕາມລະບອບການຂອງພະເຈົ້າ
5. ໃຜເປັນຜູ້ຊີ້ນຳອົງການຂອງພະເຈົ້າ ແລະໄດ້ຊີ້ນຳຢ່າງໃດ?
5 ຄຳກ່າວໃນພະຄຳພີທີ່ວ່າ “ພວກຊຸມນຸມ [“ປະຊາຄົມ,” ລ.ມ.] ແຫ່ງພະເຈົ້າຜູ້ເປັນຊີວິດຢູ່” ສະແດງໃຫ້ເຫັນວ່າພະເຈົ້າເປັນຜູ້ຊີ້ນຳອົງການນີ້. ອົງການນີ້ມີການຈັດຕັ້ງຕາມລະບອບການຂອງພະເຈົ້າ ຫຼືມີພະເຈົ້າເປັນຜູ້ປົກຄອງນັ້ນເອງ. ພະເຢໂຫວາໄດ້ຈັດໃຫ້ມີການຊີ້ນຳສຳລັບໄພ່ພົນຂອງພະອົງໂດຍທາງພະເຍຊູ ຜູ້ທີ່ພະອົງໄດ້ແຕ່ງຕັ້ງໃຫ້ເປັນປະມຸກທີ່ເບິ່ງບໍ່ເຫັນດ້ວຍຕາຂອງປະຊາຄົມ ແລະໂດຍທາງພະຄຳກໍຄືຄຳພີໄບເບິນເຊິ່ງມີຂຶ້ນໂດຍການດົນໃຈຈາກພະອົງ.—1 ຕີໂມເຕ 3:14, 15; ເອເຟດ 1:22, 23; 2 ຕີໂມເຕ 3:16, 17.
6. (ກ) ການຊີ້ນຳປະຊາຄົມຈາກທາງພາກສະຫວັນປາກົດແຈ້ງໃນສະຕະວັດທຳອິດຢ່າງໃດ? (ຂ) ແມ່ນຫຍັງສະແດງໃຫ້ເຫັນວ່າພະເຍຊູຍັງເປັນປະມຸກຂອງປະຊາຄົມ?
6 ການຊີ້ນຳດັ່ງກ່າວນັ້ນເຫັນໄດ້ແຈ້ງໃນວັນເພນເຕກອດ. (ກິດຈະການ 2:14-18, 32, 33) ເລື່ອງນີ້ປາກົດໃຫ້ເຫັນໃນຕອນທີ່ທູດສະຫວັນຂອງພະເຢໂຫວາຊີ້ນຳໃຫ້ມີການປະກາດຂ່າວດີເຂົ້າໄປສູ່ອາຟະລິກາ, ເມື່ອສຽງຂອງພະເຍຊູໃຫ້ການຊີ້ນຳໂຊໂລແຫ່ງເມືອງທາເຊໃຫ້ປ່ຽນຄວາມເຊື່ອ, ແລະເມື່ອເປໂຕເລີ່ມຕົ້ນວຽກງານການປະກາດກັບຄົນຕ່າງຊາດ. (ກິດຈະການ 8:26, 27; 9:3-7; 10:9-16, 19-22) ເມື່ອເວລາຜ່ານໄປ ພັດບໍ່ມີສຽງຈາກສະຫວັນ, ບໍ່ມີທູດສະຫວັນມາປາກົດໃຫ້ເຫັນ, ແລະບໍ່ມີຂອງປະທານອັນອັດສະຈັນຈາກພະວິນຍານອີກຕໍ່ໄປ. ເຖິງແນວນັ້ນກໍຕາມ ພະເຍຊູເຄີຍສັນຍາວ່າ “ຈົ່ງເບິ່ງ ຝ່າຍເຮົາ ເຮົາສະຖິດຢູ່ກັບທ່ານທັງຫຼາຍທຸກວັນໆ ຈົນເຖິງທີ່ສຸດໂລກ. (ມັດທາຍ 28:20; 1 ໂກລິນໂທ 13:8) ໃນທຸກມື້ນີ້ ພະຍານພະເຢໂຫວາຍອມຮັບການຊີ້ນຳຂອງພະເຍຊູ. ເພາະຖ້າປາສະຈາກການຊີ້ນຳນັ້ນ ຈະເປັນໄປບໍ່ໄດ້ທີ່ຈະປະກາດຂ່າວສານເລື່ອງລາຊະອານາຈັກຕອນທີ່ມີການຕໍ່ຕ້ານຢ່າງຮຸນແຮງ.
7. (ກ) ໃຜປະກອບກັນເປັນ “ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ” ແລະຍ້ອນຫຍັງເຈົ້າຈຶ່ງຕອບແນວນັ້ນ? (ຂ) “ຂ້າໃຊ້” ໄດ້ຮັບການມອບໝາຍຫຍັງ?
7 ບໍ່ດົນກ່ອນທີ່ພະອົງຈະສິ້ນຊີວິດ ພະເຍຊູບອກເຫຼົ່າສາວົກກ່ຽວກັບ “ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ” ເຊິ່ງພະອົງໃນຖານະເປັນນາຍຈະມອບໜ້າທີ່ຮັບຜິດຊອບພິເສດໃຫ້. “ຂ້າໃຊ້” ນັ້ນຈະຢູ່ພ້ອມເມື່ອອົງພະຜູ້ເປັນເຈົ້າໄດ້ລາເຂົາເຈົ້າແລ້ວຂຶ້ນໄປສູ່ສະຫວັນ ແລະຂ້າໃຊ້ນັ້ນກໍຍັງຈະເຮັດວຽກຢ່າງດຸໝັ່ນໃນຕອນທີ່ພະຄລິດກັບມາໃນແບບທີ່ບໍ່ເຫັນດ້ວຍຕາພ້ອມດ້ວຍສິດອຳນາດກະສັດ. ຄຳປຽບທຽບນີ້ຄົງບໍ່ໄດ້ໝາຍເຖິງບຸກຄົນໃດບຸກຄົນໜຶ່ງ ແຕ່ການປຽບທຽບນີ້ເຂົ້າກັນໄດ້ຢ່າງເໝາະສົມກັບປະຊາຄົມຜູ້ຖືກເຈີມຂອງພະຄລິດ. ໂດຍໄດ້ຊື້ປະຊາຄົມນີ້ດ້ວຍເລືອດຂອງພະອົງ ພະເຍຊູຈຶ່ງອ້າງເຖິງປະຊາຄົມນັ້ນວ່າເປັນ “ຂ້າໃຊ້” ຂອງພະອົງ. ພະເຍຊູມອບໝາຍໃຫ້ສະມາຊິກຂອງປະຊາຄົມນັ້ນໄປເຮັດໃຫ້ຄົນອື່ນເປັນລູກສິດ ແລະລ້ຽງຄົນເຫຼົ່ານັ້ນຢ່າງເປັນຂັ້ນຕອນໂດຍ “ແຈກປັນອາຫານ [ຝ່າຍວິນຍານ] ໃຫ້ແກ່ເຂົາໃນເວລາກຳນົດ.”—ມັດທາຍ 24:45-47, ລ.ມ.; 28:19; ເອຊາອີ 43:10; ລືກາ 12:42; 1 ເປໂຕ 4:10.
8. (ກ) ໃນປັດຈຸບັນນີ້ຊົນຈຳພວກຂ້າໃຊ້ມີໜ້າທີ່ຮັບຜິດຊອບອັນໃດ? (ຂ) ເປັນຫຍັງວິທີການຕອບສະໜອງຂອງເຮົາຕໍ່ການຊີ້ນຳຂອງພະເຈົ້າໂດຍຜ່ານຊ່ອງທາງນີ້ຈຶ່ງສຳຄັນ?
8 ເນື່ອງຈາກຊົນຈຳພວກຂ້າໃຊ້ກຳລັງເຮັດວຽກຂອງນາຍດ້ວຍຄວາມພັກດີໃນຕອນທີ່ພະອົງກັບມາຢ່າງບໍ່ເຫັນໄດ້ດ້ວຍຕາໃນປີ 1914 ດັ່ງນັ້ນຈຶ່ງມີຫຼັກຖານສະແດງໃຫ້ເຫັນວ່າໃນປີ 1919 ເຂົາເຈົ້າໄດ້ຮັບໜ້າທີ່ຮັບຜິດຊອບຫຼາຍກວ່າເກົ່າ. ນັບແຕ່ນັ້ນມາ ຈຶ່ງເປັນໄລຍະເວລາສຳລັບການໃຫ້ຄຳພິຍານເລື່ອງລາຊະອານາຈັກໃຫ້ແຜ່ຂະຫຍາຍໄປທົ່ວໂລກ ແລະຍັງໄດ້ມີການຮິບໂຮມຜູ້ນະມັດສະການຫມູ່ໃຫຍ່ຂອງພະເຢໂຫວາເຂົ້າມາເພື່ອຈະຊ່ວຍພວກເຂົາເຈົ້າໃຫ້ລອດຜ່ານຄວາມທຸກທໍລະມານຢ່າງໜັກ. (ມັດທາຍ 24:14, 21, 22; ຄຳປາກົດ 7:9, 10) ຄົນເຫຼົ່ານັ້ນກໍຕ້ອງການອາຫານຝ່າຍວິນຍານເຊັ່ນດຽວກັນ ດັ່ງນັ້ນ ເຫຼົ່າຂ້າໃຊ້ຈຶ່ງເປັນຜູ້ແຈກຢາຍອາຫານໃຫ້ເຂົາເຈົ້າ. ເຮົາຕ້ອງຍອມຮັບການຊີ້ນຳທີ່ພະອົງຈັດຕຽມໂດຍຜ່ານຊ່ອງທາງນີ້ ແລະປະຕິບັດໃຫ້ສອດຄ່ອງກັບຄຳແນະນຳນັ້ນ ເພື່ອເຮັດໃຫ້ພະເຢໂຫວາພໍໃຈ.
9, 10. (ກ) ໃນສະຕະວັດທຳອິດ ມີການຈັດຕຽມຫຍັງເພື່ອແກ້ໄຂບັນຫາຕ່າງໆ ກ່ຽວກັບຫຼັກຄຳສອນ ແລະເພື່ອໃຫ້ການຊີ້ນຳກ່ຽວກັບການປະກາດຂ່າວດີ? (ຂ) ໃນທຸກມື້ນີ້ມີການຈັດຕັ້ງການປະສານງານກິດຈະກຳຂອງໄພ່ພົນຂອງພະເຢໂຫວາຢ່າງໃດ?
9 ບາງຄັ້ງຄາວ ມີບັນຫາເກີດຂຶ້ນກ່ຽວກັບຫຼັກຄຳສອນແລະຂັ້ນຕອນການປະຕິບັດ. ຈະແກ້ໄຂເລື່ອງນີ້ແນວໃດ? ກິດຈະການ ບົດ 15 ບອກເຮົາເຖິງວິທີທີ່ມີການແກ້ໄຂປະເດັນເລື່ອງຄົນຕ່າງຊາດທີ່ປ່ຽນສາສະໜາເຂົ້າມາເປັນຜູ້ເຊື່ອຖື. ເລື່ອງນີ້ມີການນຳສະເໜີຕໍ່ເຫຼົ່າອັກຄະສາວົກແລະຜູ້ເຖົ້າຜູ້ແກ່ໃນເມືອງເຢຣຶຊາເລມ ເຊິ່ງຮັບໃຊ້ໃນຖານະຄະນະກຳມະການປົກຄອງກາງ. ຊາຍເຫຼົ່ານີ້ບໍ່ແມ່ນວ່າບໍ່ເຄີຍເຮັດຜິດພາດ ແຕ່ຢ່າງໃດກໍຕາມພະເຈົ້າກໍຍັງໃຊ້ເຂົາເຈົ້າ. ເຂົາເຈົ້າໄດ້ພິຈາລະນາຂໍ້ພະຄຳພີຫຼາຍຂໍ້ທີ່ກ່ຽວຂ້ອງກັບເລື່ອງທີ່ຍົກຂຶ້ນມານັ້ນ ແລະຍັງໄດ້ພິຈາລະນາຫຼັກຖານຕ່າງໆ ທີ່ກ່ຽວຂ້ອງກັບການດຳເນີນງານຂອງພະວິນຍານຂອງພະເຈົ້າເຊິ່ງເປີດທາງໄວ້ໃຫ້ກັບຄົນຕ່າງຊາດ. ຫຼັງຈາກນັ້ນຈຶ່ງຕັດສິນໃນເລື່ອງດັ່ງກ່າວ ແລະພະເຈົ້າໄດ້ອວຍພອນການຈັດຕຽມນັ້ນ. (ກິດຈະການ 15:1-29; 16:4, 5) ຕໍ່ມາ ຄະນະກຳມະການປົກຄອງກາງຈຶ່ງໄດ້ສົ່ງບາງຄົນອອກໄປເພື່ອສົ່ງເສີມການປະກາດເລື່ອງລາຊະອານາຈັກ.
10 ໃນສະໄໝຂອງເຮົາ ຄະນະກຳມະການປົກຄອງແຫ່ງອົງການຂອງພະເຢໂຫວາທີ່ເຫັນໄດ້ດ້ວຍຕາປະກອບດ້ວຍພີ່ນ້ອງຜູ້ຖືກເຈີມຈາກຫຼາຍດິນແດນ ແລະຄະນະກຳມະການປົກຄອງນີ້ປະຈຳການຢູ່ສຳນັກງານກາງຂອງພະຍານພະເຢໂຫວາ. ພາຍໃຕ້ການເປັນປະມຸກຂອງພະຄລິດ ຄະນະກຳມະການປົກຄອງໄດ້ສົ່ງເສີມການນະມັດສະການທີ່ບໍລິສຸດໃນທຸກໆ ດິນແດນ ແລະປະສານງານກິດຈະກຳງານປະກາດຂອງພະຍານພະເຢໂຫວາໃນຫຼາຍໝື່ນປະຊາຄົມ. ຄົນເຫຼົ່ານັ້ນໃນຄະນະກຳມະການປົກຄອງມີທັດສະນະແບບດຽວກັບອັກຄະສາວົກໂປໂລ ເຊິ່ງຂຽນເຖິງເພື່ອນຄລິດສະຕຽນວ່າ “ບໍ່ໃຊ່ທີ່ພວກເຮົາບັງຄັບຄວາມເຊື່ອຂອງພວກທ່ານ ແຕ່ວ່າພວກເຮົາເປັນເພື່ອນກະທຳການດ້ວຍກັນ ໃຫ້ທ່ານທັງຫຼາຍມີຄວາມຍິນດີ ເພາະດ້ວຍຄວາມເຊື່ອພວກທ່ານຢັ້ງຢືນຢູ່.”—2 ໂກລິນໂທ 1:24.
11. (ກ) ຜູ້ເຖົ້າຜູ້ແກ່ແລະຜູ້ຊ່ວຍງານຮັບໃຊ້ໄດ້ຮັບການແຕ່ງຕັ້ງຢ່າງໃດ? (ຂ) ເປັນຫຍັງເຮົາຄວນຮ່ວມມືຢ່າງໃກ້ຊິດກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງເຫຼົ່ານີ້?
11 ພະຍານພະເຢໂຫວາທົ່ວໂລກໝາຍເພິ່ງຄະນະກຳມະການປົກຄອງເພື່ອເລືອກພີ່ນ້ອງຊາຍທີ່ມີຄຸນວຸທິ ເຊິ່ງຕໍ່ມາພີ່ນ້ອງຊາຍເຫຼົ່ານັ້ນຈະໄດ້ຮັບສິດອຳນາດໃຫ້ແຕ່ງຕັ້ງບັນດາຜູ້ເຖົ້າຜູ້ແກ່ແລະຜູ້ຊ່ວຍງານຮັບໃຊ້ເພື່ອເບິ່ງແຍງປະຊາຄົມຕ່າງໆ. ຄຳພີໄບເບິນກຳນົດຂໍ້ຮຽກຮ້ອງສຳລັບຄົນເຫຼົ່ານັ້ນທີ່ຮັບການແຕ່ງຕັ້ງ ແຕ່ໃນເວລາດຽວກັນຍັງສະແດງວ່າບຸກຄົນເຫຼົ່ານັ້ນບໍ່ແມ່ນຄົນສົມບູນແລະສາມາດເຮັດຜິດພາດໄດ້. ຜູ້ເຖົ້າຜູ້ແກ່ທີ່ສະເໜີແລະຄົນເຫຼົ່ານັ້ນທີ່ເຮັດການແຕ່ງຕັ້ງ ຈຶ່ງມີຄວາມຮັບຜິດຊອບໜັກຕໍ່ໜ້າພະເຈົ້າ. (1 ຕີໂມເຕ 3:1-10, 12, 13; ຕິໂຕ 1:5-9) ດ້ວຍເຫດນັ້ນ ເຂົາເຈົ້າຈຶ່ງອະທິດຖານເພື່ອຂໍຄວາມຊ່ວຍເຫຼືອຈາກພະວິນຍານຂອງພະເຈົ້າ ແລະຊອກຫາການຊີ້ນຳຈາກພະຄຳທີ່ໄດ້ຮັບການດົນໃຈຂອງພະອົງ. (ກິດຈະການ 6:2-4, 6; 14:23) ຂໍໃຫ້ເຮົາສະແດງຄວາມຮູ້ຄຸນຄ່າຕໍ່ “ເຄື່ອງປະທານໃນລັກສະນະມະນຸດ” ເຊິ່ງຊ່ວຍເຮົາທຸກຄົນໃຫ້ບັນລຸເຖິງ “ໃຈເປັນອັນໜຶ່ງອັນດຽວກັນໃນຄວາມເຊື່ອ.”—ເອເຟດ 4:8, ລ.ມ.; 11-16.
12. ໃນການຈັດຕຽມຕາມລະບອບການຂອງພະອົງພະເຢໂຫວາໃຊ້ຜູ້ຍິງຢ່າງໃດ?
12 ຂໍ້ພະຄຳພີຕ່າງໆ ຊີ້ແຈງວ່າ ການເອົາໃຈໃສ່ເບິ່ງແຍງປະຊາຄົມເປັນໜ້າທີ່ຂອງຜູ້ຊາຍ. ເລື່ອງນີ້ບໍ່ໄດ້ເປັນການລົດຖານະຂອງຜູ້ຍິງ ເພາະຜູ້ຍິງບາງຄົນກໍເປັນຜູ້ທີ່ມີສິດຮັບມໍລະດົກແຫ່ງລາຊະອານາຈັກທາງພາກສະຫວັນຄືກັນ ແລະເຫຼົ່າຜູ້ຍິງກໍເຮັດການປະກາດມາກຫຼາຍອີກຊ້ຳ. (ຄຳເພງ 68:11) ໂດຍທີ່ເຂົາເຈົ້າໄດ້ເອົາໃຈໃສ່ຕໍ່ໜ້າທີ່ຮັບຜິດຊອບຂອງຕົນໃນຄອບຄົວຢ່າງສັດຊື່ ຜູ້ຍິງຈຶ່ງມີສ່ວນສົ່ງເສີມພາບພົດອັນດີງາມຂອງປະຊາຄົມນຳອີກ. (ຕິໂຕ 2:3-5) ແນວໃດກໍຕາມ ການສອນພາຍໃນປະຊາຄົມກໍຍັງແມ່ນໜ້າທີ່ຂອງຜູ້ຊາຍເຊິ່ງໄດ້ຮັບການແຕ່ງຕັ້ງໃຫ້ເຮັດເຊັ່ນນັ້ນ.—1 ຕີໂມເຕ 2:12, 13.
13. (ກ) ຄຳພີໄບເບິນກະຕຸ້ນຜູ້ເຖົ້າຜູ້ແກ່ໃຫ້ມີທັດສະນະຕໍ່ຕຳແໜ່ງຂອງເຂົາເຈົ້າຢ່າງໃດ? (ຂ) ເຮົາໝົດທຸກຄົນສາມາດເຂົ້າຮ່ວມໃນວຽກງານທີ່ພິເສດອັນໃດ?
13 ໃນໂລກນີ້ມີການຖືວ່າ ບຸກຄົນທີ່ມີຕຳແໜ່ງເດັ່ນຄືຄົນທີ່ມີຄວາມສຳຄັນ ແຕ່ພາຍໃນອົງການຂອງພະເຈົ້າມີກົດວ່າ “ຜູ້ໃດເປັນນ້ອຍທີ່ສຸດໃນທ່າມກາງພວກທ່ານທັງປວງເປັນຜູ້ນັ້ນທີ່ເປັນຜູ້ໃຫຍ່.” (ລືກາ 9:46-48; 22:24-26) ພະຄຳພີແນະນຳຜູ້ເຖົ້າຜູ້ແກ່ທັງຫຼາຍໃຫ້ລະວັງທີ່ຈະບໍ່ເປັນເຈົ້ານາຍເໜືອຄົນເຫຼົ່ານັ້ນທີ່ເປັນມໍລະດົກຂອງພະເຈົ້າ ແຕ່ໃຫ້ເປັນຕົວຢ່າງແກ່ຝູງແກະ. (1 ເປໂຕ 5:2, 3) ບໍ່ແມ່ນພຽງແຕ່ບາງຄົນເທົ່ານັ້ນ ແຕ່ພະຍານພະເຢໂຫວາໝົດທຸກຄົນທັງຊາຍແລະຍິງຕ່າງກໍມີສິດທິພິເສດໃນການເປັນຕົວແທນຂອງຜູ້ມີສິດທິສູງສຸດໃນການປົກຄອງເອກະພົບ ໂດຍການເວົ້າຢ່າງຖ່ອມໃຈກ່ຽວກັບຊື່ຂອງພະອົງແລະບອກຜູ້ຄົນຢູ່ທຸກຫົນທຸກແຫ່ງກ່ຽວກັບເລື່ອງລາຊະອານາຈັກຂອງພະອົງ.
14. ໂດຍການໃຊ້ຂໍ້ພະຄຳພີຕ່າງໆ ທີ່ອ້າງເຖິງ ຈົ່ງພິຈາລະນາຄຳຖາມຕ່າງໆ ທີ່ຢູ່ຕອນທ້າຍຂອງວັກນີ້.
14 ເຮົາຄວນຖາມຕົວເອງວ່າ ‘ເຮົາຮູ້ຄຸນຄ່າຢ່າງແທ້ຈິງຕໍ່ວິທີທີ່ພະເຢໂຫວາຊີ້ນຳອົງການຂອງພະອົງທີ່ເຫັນໄດ້ດ້ວຍຕາບໍ? ທັດສະນະຄະຕິ, ຄຳເວົ້າ, ແລະການກະທຳຂອງເຮົາສະທ້ອນເຖິງເລື່ອງນັ້ນບໍ’? ການຫາເຫດຜົນຈາກຈຸດຕ່າງໆ ຕໍ່ໄປນີ້ສາມາດຊ່ວຍເຮົາແຕ່ລະຄົນໃຫ້ເຮັດການວິເຄາະໄດ້.
ຖ້າເຮົາຍິນຍອມອ່ອນນ້ອມຢ່າງແທ້ຈິງຕໍ່ພະຄລິດໃນຖານະເປັນປະມຸກຂອງປະຊາຄົມ ເຮົາຈະເຮັດອັນໃດຕາມທີ່ລະບຸໄວ້ໃນຂໍ້ພະຄຳພີຕໍ່ໄປນີ້? (ມັດທາຍ 24:14; 28:19, 20; ໂຢຮັນ 13:34, 35)
ເມື່ອເຮົາຍອມຮັບດ້ວຍຄວາມຮູ້ຄຸນຄ່າຕໍ່ການຈັດຕຽມຝ່າຍວິນຍານເຊິ່ງມີມາທາງຊົນຈຳພວກຂ້າໃຊ້ແລະຄະນະກຳມະການປົກຄອງ ໃນຕົວຈິງແລ້ວເຮົາກຳລັງສະແດງຄວາມນັບຖືຕໍ່ຜູ້ໃດ? (ລືກາ 10:16)
ທຸກໆ ຄົນໃນປະຊາຄົມ ໂດຍສະເພາະແລ້ວແມ່ນຜູ້ເຖົ້າຜູ້ແກ່ ຄວນປະຕິບັດຕໍ່ກັນແລະກັນແນວໃດ? (ໂລມ 12:10)
15. (ກ) ໂດຍທັດສະນະຄະຕິທີ່ເຮົາມີຕໍ່ອົງການທີ່ເຫັນໄດ້ດ້ວຍຕາຂອງພະເຢໂຫວາ ເຮົາສະແດງໃຫ້ເຫັນສິ່ງໃດ? (ຂ) ມີໂອກາດໃດແດ່ສຳລັບເຮົາເພື່ອຈະພິສູດວ່າພະຍາມານເປັນຜູ້ຕົວະແລະເພື່ອເຮັດໃຫ້ພະເຢໂຫວາມີໃຈຍິນດີ?
15 ໃນປັດຈຸບັນນີ້ ພະເຢໂຫວາຊີ້ນຳພວກເຮົາໂດຍທາງອົງການທີ່ເຫັນໄດ້ດ້ວຍຕາພາຍໃຕ້ການນຳຂອງພະຄລິດ. ທັດສະນະຄະຕິຂອງເຮົາຕໍ່ການຈັດຕຽມນີ້ສະແດງໃຫ້ເຫັນໄດ້ໃນວິທີທີ່ເຮົາຮູ້ສຶກກ່ຽວກັບປະເດັນເລື່ອງສິດທິສູງສຸດໃນການປົກຄອງ. (ເຫບເລີ 13:17) ຊາຕານຢືນຢັນວ່າເຮົາເປັນຫ່ວງເປັນໃຍຕົວເຮົາເອງຫຼາຍທີ່ສຸດ. ຖ້າເຮົາຮັບໃຊ້ໃນທາງໃດກໍຕາມທີ່ຈຳເປັນ ແລະຫຼີກລ້ຽງການເຮັດສິ່ງຕ່າງໆ ເຊິ່ງຈະດຶງຄວາມສົນໃຈມາໃສ່ຕົວເຮົາເອງແບບທີ່ບໍ່ເໝາະສົມ ເຮົາກໍພິສູດວ່າພະຍາມານເປັນຜູ້ຕົວະ. ຖ້າເຮົາຮັກແລະນັບຖືຄົນເຫຼົ່ານັ້ນທີ່ນຳໜ້າທ່າມກາງພວກເຮົາ ແຕ່ປະຕິເສດທີ່ຈະ “ເລືອກໜ້າຄົນ ເພື່ອຈະໄດ້ປະໂຫຍດສຳລັບຕົນເອງ” ເຮົາກໍເຮັດໃຫ້ພະເຢໂຫວາມີຄວາມຍິນດີ. (ຢູເດ 16; ເຫບເລີ 13:7) ໂດຍການພັກດີຕໍ່ອົງການຂອງພະເຢໂຫວາ ເຮົາກໍສະແດງວ່າພະເຢໂຫວາເປັນພະເຈົ້າຂອງເຮົາແລະເຮົາກໍເປັນນ້ຳໜຶ່ງໃຈດຽວກັນໃນການນະມັດສະການພະອົງ.—1 ໂກລິນໂທ 15:58.
ການພິຈາລະນາທົບທວນ
• ອັນໃດແມ່ນອົງການທີ່ເຫັນໄດ້ດ້ວຍຕາຂອງພະເຢໂຫວາໃນທຸກມື້ນີ້? ແລະອົງການນີ້ມີຈຸດປະສົງຫຍັງ?
• ໃຜເປັນປະມຸກທີ່ໄດ້ຮັບການແຕ່ງຕັ້ງຂອງປະຊາຄົມ ແລະພະອົງໃຫ້ການຈັດຕຽມຫຍັງທີ່ເຫັນໄດ້ດ້ວຍຕາເພື່ອຊີ້ນຳເຮົາດ້ວຍຄວາມຮັກ?
• ເຮົາຄວນປູກຝັງທັດສະນະທີ່ດີແບບໃດຕໍ່ຄົນເຫຼົ່ານັ້ນທີ່ຢູ່ໃນອົງການຂອງພະເຢໂຫວາ?
[ຮູບພາບໜ້າ 133]
ພະເຢໂຫວາຊີ້ນຳເຮົາໂດຍທາງອົງການທີ່ເຫັນໄດ້ດ້ວຍຕາພາຍໃຕ້ການນຳຂອງພະຄລິດ