ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 22 ໜ້າ 117-121
  • ເຫດຜົນ​ທີ່​ເຮົາ​ບໍ່​ຄວນ​ຕົວະ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຫດຜົນ​ທີ່​ເຮົາ​ບໍ່​ຄວນ​ຕົວະ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ເວົ້າ​ແຕ່​ຄວາມ​ຈິງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 22 ໜ້າ 117-121

ບົດ​ທີ 22

ເຫດຜົນ​ທີ່​ເຮົາ​ບໍ່​ຄວນ​ຕົວະ

ສົມມຸດ​ເດັກ​ຍິງ​ຄົນ​ໜຶ່ງ​ບອກ​ແມ່ຂອງ​ຕົນ​ວ່າ: “ໂດຍ ລູກ​ຈະ​ກັບ​ເມືອ​ເຮືອນ​ທັນທີ​ຫຼັງ​ຈາກ​ທີ່​ເລີກ​ໂຮງ​ຮຽນ.” ແຕ່​ລາວ​ຢູ່​ຫຼິ້ນ​ນຳ​ຫມູ່​ຕໍ່​ແລະ​ພາຍ​ຫຼັງ​ກໍ​ບອກ​ແມ່​ວ່າ: “ນາຍ​ຄູ​ໃຫ້​ລູກ​ຢູ່​ຕໍ່​ພາຍ​ຫຼັງ​ທີ່​ເລີກ​ໂຮງ​ຮຽນ​ແລ້ວ.” ເປັນ​ສິ່ງ​ຖືກຕ້ອງ​ບໍ​ທີ່​ຈະ​ເວົ້າ​ແນວ​ນັ້ນ?—

A boy talks to his father after he has kicked a ball in the house and knocked over a lamp

ເດັກ​ຊາຍ​ຄົນ​ນີ້​ເຮັດ​ຫຍັງ​ຜິດ?

ຫຼື​ສົມມຸດ​ເດັກ​ຊາຍ​ຄົນ​ໜຶ່ງ​ບອກ​ພໍ່​ຂອງ​ຕົນ​ວ່າ: “ບໍ່ ລູກ​ບໍ່​ໄດ້​ເຕະ​ບານ​ໃນ​ເຮືອນ​ໄດ໋.” ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ລາວ​ເຕະ​ບານ​ໃນ​ເຮືອນ​ແທ້ໆ? ມັນ​ຜິດ​ບໍ​ທີ່​ຈະ​ບອກ​ວ່າ​ລາວ​ບໍ່​ໄດ້​ເຕະ?—

ຄູ​ຜູ້​ຍິ່ງໃຫຍ່​ຊີ້​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ຖືກຕ້ອງ​ເຊິ່ງ​ຄວນ​ເຮັດ. ພະອົງ​ກ່າວ​ວ່າ: “ຈົ່ງ​ໃຫ້​ຖ້ອຍຄຳ​ຂອງ​ທ່ານ​ທັງ​ຫຼາຍ​ເປັນ​ຢ່າງ​ນີ້ ແມ່ນ​ກໍ​ວ່າ​ແມ່ນ ບໍ່​ແມ່ນ​ກໍ​ວ່າ​ບໍ່​ແມ່ນ ເພາະ​ວ່າ​ອັນ​ທີ່​ເຫຼືອ​ນີ້​ໄປ​ກໍ​ມາ​ແຕ່​ຜູ້​ຊົ່ວ​ຮ້າຍ.” (ມັດທາຍ 5:37) ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ກ່າວ​ເຊັ່ນ​ນັ້ນ?— ພະອົງ​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເວົ້າ.

ມີ​ເລື່ອງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ສຳຄັນ​ພຽງ​ໃດ​ທີ່​ຈະ​ເວົ້າ​ຄວາມ​ຈິງ. ນັ້ນ​ເປັນ​ເລື່ອງ​ກ່ຽວ​ກັບ​ສອງ​ຄົນ​ທີ່​ບອກ​ວ່າ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ. ໃຫ້​ເຮົາ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ.

ຫຼັງ​ຈາກ​ທີ່​ພະ​ເຍຊູ​ສິ້ນ​ຊີວິດ​ໄດ້​ບໍ່​ຮອດ​ສອງ​ເດືອນ ຫຼາຍ​ຄົນ​ໄດ້​ເດີນ​ທາງ​ແຕ່​ບ່ອນ​ທີ່​ໄກໆ​ເພື່ອ​ມາ​ເມືອງ​ເຢຣຶຊາເລມ​ສຳລັບ​ວັນ​ສຳຄັນ​ຂອງ​ຊາວ​ຢິວ​ເຊິ່ງ​ເອີ້ນ​ວ່າ​ວັນ​ເພນເຕກອດ. ປະຊາຊົນ​ໄດ້​ຟັງ​ອັກຄະສາວົກ​ເປໂຕ​ໃຫ້​ຄຳ​ບັນລະຍາຍ​ທີ່​ຄັກ​ຫຼາຍ ໂດຍ​ທີ່​ລາວ​ໄດ້​ເລົ່າ​ເຖິງ​ເລື່ອງ​ຂອງ​ພະ​ເຍຊູ​ຜູ້​ທີ່​ພະ​ເຢໂຫວາ​ໄດ້​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ສຳລັບ​ຫຼາຍໆ​ຄົນ​ທີ່​ມາ​ເມືອງ​ເຢຣຶຊາເລມ ນີ້​ເປັນ​ຄັ້ງ​ທຳອິດ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ເລື່ອງ​ພະ​ເຍຊູ. ຕອນ​ນີ້​ເຂົາ​ເຈົ້າ​ຕ້ອງການ​ຢາກ​ຮູ້​ຕື່ມ​ອີກ. ດັ່ງ​ນັ້ນ ເຂົາ​ເຈົ້າ​ເຮັດ​ຫຍັງ?

ເຂົາ​ເຈົ້າ​ຢູ່​ດົນ​ກວ່າ​ທີ່​ຄິດ​ໄວ້. ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ບາງ​ຄົນ​ເງິນ​ກໍ​ໝົດ ແລະ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ຊື້​ອາຫານ​ການ​ກິນ​ໄດ້. ເຫຼົ່າ​ສາວົກ​ໃນ​ເມືອງ​ເຢຣຶຊາເລມ​ຕ້ອງການ​ຊ່ວຍເຫຼືອ​ຄົນ​ເຫຼົ່າ​ນັ້ນ. ດັ່ງ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ພາ​ກັນ​ຂາຍ​ສິ່ງ​ຂອງ​ທີ່​ຕົນ​ມີ​ແລະ​ເອົາ​ເງິນ​ມາ​ໃຫ້​ພວກ​ອັກຄະສາວົກ​ຂອງ​ພະ​ເຍຊູ. ຈາກ​ນັ້ນ ເຫຼົ່າ​ອັກຄະສາວົກ​ກໍ​ປັນ​ເງິນ​ໃຫ້​ກັບ​ຜູ້​ທີ່​ຈຳເປັນ.

ທ້າວ​ອານາເນຍ​ກັບ​ນາງ​ສະຟີລາ​ເມຍ​ຂອງ​ລາວ ເຊິ່ງ​ເປັນ​ສະມາຊິກ​ຂອງ​ປະຊາຄົມ​ຄລິດສະຕຽນ​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ຂາຍ​ດິນ​ຂອງ​ຕົນ​ຕອນ​ໜຶ່ງ. ບໍ່​ມີ​ໃຜ​ບອກ​ເຂົາ​ເຈົ້າ​ໃຫ້​ຂາຍ​ດິນ​ຕອນ​ນັ້ນ. ເຂົາ​ເຈົ້າ​ຕັດສິນ​ໃຈ​ເອົາ​ເອງ. ແຕ່​ທີ່​ເຂົາ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ​ບໍ່​ແມ່ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຮັກ​ພວກ​ລູກ​ສິດ​ໃໝ່​ຂອງ​ພະ​ເຍຊູ. ທີ່​ຈິງ​ແລ້ວ ອານາເນຍ​ແລະ​ສະຟີລາ​ຕ້ອງການ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າ​ເຂົາ​ເຈົ້າ​ດີ​ກວ່າ​ທີ່​ເຂົາ​ເຈົ້າ​ເປັນ​ແທ້ໆ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຕັດສິນ​ໃຈ​ທີ່​ຈະ​ບອກ​ວ່າ​ພວກ​ຕົນ​ໃຫ້​ເງິນ​ທັງ​ໝົດ​ເພື່ອ​ຊ່ວຍເຫຼືອ​ຄົນ​ອື່ນໆ. ແທ້​ຈິງ​ແລ້ວ​ເຂົາ​ເຈົ້າ​ຈະ​ໃຫ້​ພຽງ​ແຕ່​ສ່ວນ​ໜຶ່ງ​ເທົ່າ​ນັ້ນ ແຕ່​ພັດ​ບອກ​ວ່າ​ພວກ​ຕົນ​ໃຫ້​ເງິນ​ທັງ​ໝົດ. ລູກ​ຄິດ​ແນວ​ໃດ​ກັບ​ເລື່ອງ​ນີ້?—

ແລ້ວ​ອານາເນຍ​ກໍ​ມາ​ຫາ​ພວກ​ອັກຄະສາວົກ. ລາວ​ເອົາ​ເງິນ​ໃຫ້​ເຂົາ​ເຈົ້າ. ແນ່ນອນ ພະເຈົ້າ​ຮູ້​ວ່າ​ລາວ​ບໍ່​ໄດ້​ເອົາ​ເງິນ​ທັງ​ໝົດ​ໃຫ້. ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ເປີດ​ເຜີຍ​ໃຫ້​ກັບ​ອັກຄະສາວົກ​ເປໂຕ​ຮູ້​ວ່າ​ອານາເນຍ​ບໍ່​ໄດ້​ສັດ​ຊື່​ໃນ​ເລື່ອງ​ນີ້.

Ananias lies to the apostle Peter

ທ້າວ​ອານາເນຍ​ຕົວະ​ທ່ານ​ເປໂຕ​ເລື່ອງ​ຫຍັງ?

ຕໍ່​ຈາກ​ນັ້ນ​ທ່ານ​ເປໂຕ​ເວົ້າ​ວ່າ: ‘ອານາເນຍ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຍອມ​ໃຫ້​ຊາຕານ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຈົ້າ​ເຮັດ​ເຊັ່ນ​ນີ້? ດິນ​ຕອນ​ນັ້ນ​ເປັນ​ຂອງ​ເຈົ້າ. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຂາຍ​ກໍ​ໄດ້. ແລະ​ເຖິງ​ແມ່ນ​ວ່າ​ເຈົ້າ​ຂາຍ​ດິນ​ແລ້ວ ມັນ​ກໍ​ຍັງ​ຂຶ້ນ​ຢູ່​ກັບ​ເຈົ້າ​ວ່າ​ຈະ​ຕັດສິນ​ໃຈ​ເຮັດ​ຫຍັງ​ກັບ​ເງິນ​ນັ້ນ. ແຕ່​ເປັນ​ຫຍັງ​ຈຶ່ງ​ທຳ​ທ່າ​ວ່າ​ເຈົ້າ​ໃຫ້​ເງິນ​ທັງ​ໝົດ​ໃນ​ເມື່ອ​ເຈົ້າ​ໃຫ້​ພຽງ​ແຕ່​ສ່ວນ​ໜຶ່ງ​ເທົ່າ​ນັ້ນ? ດ້ວຍ​ເຫດ​ນີ້​ເຈົ້າ​ໄດ້​ຕົວະ​ບໍ່​ແມ່ນ​ສະເພາະ​ຕໍ່​ພວກ​ເຮົາ ແຕ່​ຕໍ່​ພະເຈົ້າ​ນຳ.’

ນັ້ນ​ເປັນ​ເລື່ອງ​ຮ້າຍແຮງ​ຫຼາຍ. ອານາເນຍ​ຕົວະ! ລາວ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຕົນ​ເວົ້າ. ລາວ​ພຽງ​ແຕ່​ທຳ​ທ່າ​ເຮັດ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ: ‘ທ່ານ​ອານາເນຍ​ເມື່ອ​ໄດ້​ຍິນ​ຄຳ​ນີ້​ແລ້ວ ໄດ້​ລົ້ມ​ລົງ​ຕາຍ.’ ພະເຈົ້າ​ເຮັດ​ໃຫ້​ອານາເນຍ​ຕາຍ! ຫຼັງ​ຈາກ​ນັ້ນ ສົບ​ຂອງ​ລາວ​ກໍ​ຖືກ​ເອົາ​ໄປ​ຝັງ.

Ananias falls down and dies

ເກີດ​ຫຍັງ​ຂຶ້ນ​ກັບ​ທ້າວ​ອານາເນຍ​ເນື່ອງ​ຈາກ​ລາວ​ເວົ້າ​ຕົວະ?

ປະມານ​ສາມ​ຊົ່ວ​ໂມງ​ຕໍ່​ມາ ສະຟີລາ​ກໍ​ເຂົ້າ​ມາ. ລາວ​ບໍ່​ໄດ້​ຮູ້​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຜົວ​ຂອງ​ຕົນ. ດັ່ງ​ນັ້ນ ທ່ານ​ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ: ‘ພວກ​ເຈົ້າ​ທັງ​ສອງ​ຂາຍ​ດິນ​ໄດ້​ເງິນ​ຕາມ​ຈຳນວນ​ທີ່​ເອົາ​ມາ​ໃຫ້​ພວກ​ເຮົາ​ບໍ?’

ສະຟີລາ​ຕອບ​ວ່າ: “ໂດຍ ໄດ້​ທໍ່​ນັ້ນ.” ແຕ່​ນັ້ນ​ເປັນ​ການ​ຕົວະ! ພວກ​ເຂົາ​ເຈົ້າ​ໄດ້​ເກັບ​ເງິນ​ບາງ​ສ່ວນ​ຈາກ​ການ​ຂາຍ​ດິນ​ໄວ້​ສຳລັບ​ຕົວ​ເອງ. ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ເຮັດ​ໃຫ້​ສະຟີລາ​ຕາຍ​ເຊັ່ນ​ກັນ.—ກິດຈະການ 5:1-11.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ອານາເນຍ​ແລະ​ສະຟີລາ?— ເລື່ອງ​ນີ້​ສອນ​ເຮົາ​ວ່າ​ພະເຈົ້າ​ບໍ່​ມັກ​ຄົນ​ຂີ້​ຕົວະ. ພະອົງ​ຕ້ອງການ​ໃຫ້​ເຮົາ​ເວົ້າ​ຄວາມ​ຈິງ​ສະເໝີ. ແຕ່​ຫຼາຍ​ຄົນ​ບອກ​ວ່າ​ມັນ​ບໍ່​ເປັນ​ຫຍັງ​ທີ່​ຈະ​ຕົວະ. ລູກ​ຄິດ​ວ່າ​ຄົນ​ເຫຼົ່າ​ນັ້ນ​ເວົ້າ​ຖືກ​ບໍ?— ລູກ​ຮູ້​ບໍ​ວ່າ​ຄວາມ​ເຈັບ​ປ່ວຍ​ທຸກ​ຢ່າງ ຄວາມ​ເຈັບ​ປວດ ແລະ​ຄວາມ​ຕາຍ​ທີ່​ມີ​ຢູ່​ເທິງ​ແຜ່ນດິນ​ໂລກ​ລ້ວນ​ແຕ່​ເກີດ​ຂຶ້ນ​ຍ້ອນ​ການ​ຕົວະ?—

Jesus

ພະ​ເຍຊູ​ບອກ​ວ່າ​ໃຜ​ເປັນ​ຜູ້​ທຳອິດ​ທີ່​ຕົວະ ແລະ​ຜົນ​ເປັນ​ແນວ​ໃດ?

ຂໍ​ໃຫ້​ຈື່​ໄວ້​ວ່າ​ພະຍາມານ​ຕົວະ​ເອວາ​ເຊິ່ງ​ເປັນ​ຜູ້​ຍິງ​ຄົນ​ທຳອິດ. ມັນ​ບອກ​ເອວາ​ວ່າ​ຈະ​ບໍ່​ຕາຍ​ດອກ​ຖ້າ​ລາວ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ບອກ​ວ່າ​ບໍ່​ຄວນ​ກິນ. ເອວາ​ເຊື່ອ​ພະຍາມານ​ແລະ​ໄດ້​ກິນ​ໝາກ​ໄມ້. ເອວາ​ຊັກຊວນ​ໃຫ້​ອາດາມ​ກິນ​ນຳ. ບັດ​ນີ້​ເຂົາ​ເຈົ້າ​ກາຍ​ເປັນ​ຄົນ​ບາບ ແລະ​ລູກ​ຫຼານ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ຈະ​ເກີດ​ມາ​ເປັນ​ຄົນ​ບາບ. ແລະ​ເນື່ອງ​ຈາກ​ລູກ​ຫຼານ​ທັງ​ໝົດ​ຂອງ​ອາດາມ​ເປັນ​ຄົນ​ບາບ ເຂົາ​ເຈົ້າ​ຈຶ່ງ​ປະສົບ​ກັບ​ຄວາມ​ທຸກ​ແລ້ວ​ກໍ​ຕາຍ. ຄວາມ​ຫຍຸ້ງຍາກ​ທັງ​ໝົດ​ເກີດ​ຂຶ້ນ​ໄດ້​ແນວ​ໃດ?— ມັນ​ເກີດ​ຂຶ້ນ​ຍ້ອນ​ການ​ຕົວະ.

ບໍ່​ແປກ​ທີ່​ພະ​ເຍຊູ​ກ່າວ​ວ່າ​ພະຍາມານ “ເປັນ​ຜູ້​ຕົວະ​ແລະ​ເປັນ​ພໍ່​ແຫ່ງ​ຄວາມ​ຕົວະ”! ມັນ​ເປັນ​ຜູ້​ທຳອິດ​ທີ່​ເວົ້າ​ຕົວະ. ເມື່ອ​ໃຜ​ກໍ​ຕາມ​ທີ່​ເວົ້າ​ຕົວະ ລາວ​ກໍ​ກຳລັງ​ເຮັດ​ໃນ​ສິ່ງ​ທີ່​ພະຍາມານ​ໄດ້​ເຮັດ​ເປັນ​ຜູ້​ທຳອິດ. ເຮົາ​ຄວນ​ນຶກ​ເຖິງ​ເລື່ອງ​ນີ້​ທຸກ​ເທື່ອ​ທີ່​ເຮົາ​ຖືກ​ລໍ້​ໃຈ​ໃຫ້​ເວົ້າ​ຕົວະ.—ໂຢຮັນ 8:44.

ເມື່ອ​ໃດ​ທີ່​ລູກ​ອາດ​ຮູ້ສຶກ​ວ່າ​ຢາກ​ເວົ້າ​ຕົວະ?— ເມື່ອ​ລູກ​ເຮັດ​ຜິດ​ແມ່ນ​ບໍ?— ເຖິງ​ແມ່ນ​ວ່າ​ລູກ​ບໍ່​ໄດ້​ຕັ້ງ​ໃຈ ແຕ່​ລູກ​ອາດ​ເຮັດ​ເຄື່ອງ​ບາງ​ຢ່າງ​ເພ. ຖ້າ​ມີ​ຄົນ​ຖາມ​ລູກ​ກ່ຽວ​ກັບ​ເລື່ອງ​ນີ້ ລູກ​ຄວນ​ຈະ​ເວົ້າ​ວ່າ​ອ້າຍ​ເອື້ອຍ​ນ້ອງ​ເປັນ​ຜູ້​ເຮັດ​ບໍ? ຫຼື​ລູກ​ຄວນ​ເຮັດ​ທຳ​ທ່າ​ບໍ່​ຮູ້​ວ່າ​ມັນ​ເພ​ໄດ້​ແນວ​ໃດ?—

A mother tells her daughter to finish her homework

ເມື່ອ​ໃດ​ທີ່​ລູກ​ອາດ​ຮູ້ສຶກ​ວ່າ​ຢາກ​ເວົ້າ​ຕົວະ?

ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ຕ້ອງ​ເຮັດ​ເຮັດ​ບ້ານ ແຕ່​ລູກ​ເຮັດ​ແລ້ວ​ພຽງ​ແຕ່​ບາງ​ສ່ວນ​ເທົ່າ​ນັ້ນ? ລູກ​ຈະ​ບອກ​ວ່າ​ເຮັດ​ໝົດ​ແລ້ວ ທັ່ງໆ​ທີ່​ຍັງ​ເຮັດ​ບໍ່​ໝົດ​ບໍ?— ເຮົາ​ຄວນ​ຈື່​ຈຳ​ເລື່ອງ​ຂອງ​ອານາເນຍ​ແລະ​ສະຟີລາ. ເຂົາ​ເຈົ້າ​ບໍ່​ໄດ້​ບອກ​ຄວາມ​ຈິງ​ທັງ​ໝົດ. ແລະ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ການ​ເຮັດ​ແບບ​ນັ້ນ​ເປັນ​ສິ່ງ​ຊົ່ວ​ຮ້າຍ​ພຽງ​ໃດ​ໂດຍ​ລົງໂທດ​ເຂົາ​ເຈົ້າ​ຈົນ​ເຖິງ​ຕາຍ.

ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ເຮັດ​ອັນ​ໃດ​ກໍ​ຕາມ ມັນ​ຈະ​ເຮັດ​ໃຫ້​ເລື່ອງ​ຮ້າຍແຮງ​ຂຶ້ນ​ຖ້າ​ເຮົາ​ຕົວະ ແລະ​ເຮົາ​ບໍ່​ຄວນ​ເວົ້າ​ຄວາມ​ຈິງ​ພຽງ​ແຕ່​ເຄິ່ງ​ດຽວ. ຄຳພີ​ໄບເບິນ​ກ່າວ​ວ່າ: “ຈົ່ງ​ປາກ​ຄວາມ​ຈິງ.” ຄຳພີ​ໄບເບິນ​ຍັງ​ບອກ​ວ່າ: “ຢ່າ​ເວົ້າ​ຕົວະ​ກັນ​ແລະ​ກັນ.” ພະ​ເຢໂຫວາ​ເວົ້າ​ຄວາມ​ຈິງ​ສະເໝີ ແລະ​ພະອົງ​ຄາດ​ໝາຍ​ໃຫ້​ພວກ​ເຮົາ​ເຮັດ​ແບບ​ດຽວ​ກັນ​ນັ້ນ.—ເອເຟດ 4:25; ໂກໂລດ 3:9.

ເຮົາ​ຄວນ​ເວົ້າ​ຄວາມ​ຈິງ​ສະເໝີ. ນັ້ນ​ຄື​ຈຸດ​ສຳຄັນ​ທີ່​ບອກ​ໄວ້​ໃນ​ພະທຳ​ອົບພະຍົບ 20:16; ສຸພາສິດ 6:16-19; 12:19; 14:5; 16:6; ແລະ​ເຫບເລີ 4:13.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌