ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 31 ໜ້າ 162-166
  • ບ່ອນ​ທີ່​ຈະ​ພົບ​ການ​ປອບ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ບ່ອນ​ທີ່​ຈະ​ພົບ​ການ​ປອບ​ໃຈ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະ​ເຍຊູ​ສົນ​ໃຈ​ແກະ​ຂອງ​ເພິ່ນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • “ເຮົາ​ຈະ​ຊອກ​ຫາ​ຝູງ​ແກະ​ຂອງ​ເຮົາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 31 ໜ້າ 162-166

ບົດ​ທີ 31

ບ່ອນ​ທີ່​ຈະ​ພົບ​ການ​ປອບ​ໃຈ

ລູກ​ເຄີຍ​ຮູ້ສຶກ​ເສົ້າໃຈ​ແລະ​ໂດດ​ດ່ຽວ​ບໍ?— ລູກ​ເຄີຍ​ສົງໄສ​ບໍ​ວ່າ​ມີ​ໃຜ​ຮັກ​ລູກ​ຫຼື​ບໍ່?— ເດັກ​ນ້ອຍ​ບາງ​ຄົນ​ຮູ້ສຶກ​ແນວ​ນັ້ນ. ແຕ່​ພະເຈົ້າ​ສັນຍາ​ວ່າ: “ຝ່າຍ​ເຮົາ​ເຮົາ​ຈະ​ບໍ່​ລືມ​ເຈົ້າ.” (ເອຊາອີ 49:15) ເປັນ​ເລື່ອງ​ທີ່​ວິເສດ​ແທ້ໆ​ທີ່​ຈະ​ຄິດ​ກ່ຽວ​ກັບ​ຄຳ​ສັນຍາ​ດັ່ງ​ກ່າວ​ແມ່ນ​ບໍ?— ແມ່ນ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ຮັກ​ເຮົາ​ຢ່າງ​ແທ້​ຈິງ!

A sheep is lost on top of a cliff, far away from the flock

ລູກ​ຄິດ​ວ່າ​ແກະ​ໂຕ​ນ້ອຍ​ນີ້​ທີ່​ຫຼົງ​ທາງ​ຮູ້ສຶກ​ແນວ​ໃດ?

ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ກ່າວ​ວ່າ: “ຖ້າ​ພໍ່​ແມ່​ຈະ​ໄດ້​ປະ​ຂ້ານ້ອຍ​ແລ້ວ ພະ​ເຢໂຫວາ​ຈະ​ຮັບ​ເອົາ​ຂ້ານ້ອຍ​ໄວ້.” (ຄຳເພງ 27:10) ການ​ຮູ້​ເຊັ່ນ​ນັ້ນ​ເປັນ​ການ​ປອບ​ໂຍນ​ເຮົາ​ຢ່າງ​ແທ້​ຈິງ​ແມ່ນ​ບໍ?— ແມ່ນ​ແລ້ວ ພະ​ເຢໂຫວາ​ບອກ​ເຮົາ​ວ່າ “ຢ່າຊູ່​ຢ້ານ ເຫດ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ. . . . ເຮົາ​ຈະ​ຊ່ອຍ​ເຈົ້າ.”—ເອຊາອີ 41:10.

ແຕ່​ບາງ​ຄັ້ງ​ພະ​ເຢໂຫວາ​ກໍ​ຍອມ​ໃຫ້​ຊາຕານ​ສ້າງ​ຄວາມ​ຍາກ​ລຳບາກ​ໃຫ້​ເຮົາ. ພະ​ເຢໂຫວາ​ເຖິງ​ຂັ້ນ​ວ່າ​ຍອມ​ໃຫ້​ຊາຕານ​ທົດ​ສອບ​ຜູ້​ຮັບໃຊ້​ຂອງ​ພະອົງ. ມີ​ຄັ້ງ​ໜຶ່ງ​ທີ່​ພະຍາມານ​ເຄີຍ​ເຮັດ​ໃຫ້​ພະ​ເຍຊູ​ທົນ​ທຸກ​ທໍລະມານ​ຫຼາຍ​ຈົນ​ພະອົງ​ອະທິດຖານ​ຮ້ອງ​ເຖິງ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ຂອງ​ຂ້າພະເຈົ້າ ພະເຈົ້າ​ຂອງ​ຂ້າພະເຈົ້າ ເຫດ​ສັນ​ໃດ​ພະອົງ​ໄດ້​ປະ​ຂ້າພະເຈົ້າ​ເສຍ?” (ມັດທາຍ 27:46) ເຖິງ​ແມ່ນ​ວ່າ​ພະ​ເຍຊູ​ຕ້ອງ​ທົນ​ທຸກ​ທໍລະມານ ແຕ່​ພະອົງ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ພະອົງ. (ໂຢຮັນ 10:17) ແຕ່​ພະ​ເຍຊູ​ຍັງ​ຮູ້​ອີກ​ວ່າ​ພະເຈົ້າ​ຍອມ​ໃຫ້​ຊາຕານ​ທົດ​ສອບ​ຜູ້​ຮັບໃຊ້​ຂອງ​ພະອົງ​ແລະ​ຍອມ​ໃຫ້​ຊາຕານ​ສ້າງ​ຄວາມ​ທຸກ​ຍາກ​ລຳບາກ​ໃຫ້​ເຂົາ​ເຈົ້າ. ໃນ​ບົດ​ຕໍ່​ໄປ​ຈະ​ອະທິບາຍ​ເຖິງ​ສາເຫດ​ທີ່​ພະເຈົ້າ​ຍອມ​ໃຫ້​ຊາຕານ​ເຮັດ​ເຊັ່ນ​ນັ້ນ.

ເມື່ອ​ເຮົາ​ຍັງ​ນ້ອຍ ບາງ​ຄັ້ງ​ເຮົາ​ກໍ​ຮູ້ສຶກ​ຢ້ານ. ຕົວຢ່າງ​ເຊັ່ນ ລູກ​ເຄີຍ​ຫຼົງ​ທາງ​ບໍ?— ຕອນ​ນັ້ນ​ລູກ​ຢ້ານ​ບໍ?— ເດັກ​ນ້ອຍ​ຫຼາຍ​ຄົນ​ຢ້ານ. ຄູ​ຜູ້​ຍິ່ງໃຫຍ່​ເຄີຍ​ເລົ່າ​ເຖິງ​ເລື່ອງ​ການ​ຫຼົງ​ທາງ. ແຕ່​ບໍ່​ແມ່ນ​ເດັກ​ນ້ອຍ​ທີ່​ຫຼົງ​ທາງ. ມັນ​ແມ່ນ​ໂຕ​ແກະ​ທີ່​ຫຼົງ​ທາງ.

ລູກ​ກໍ​ຄື​ກັບ​ໂຕ​ແກະ​ໃນ​ບາງ​ແງ່. ຄື​ໃນ​ແງ່​ໃດ? ໂຕ​ແກະ​ບໍ່​ແມ່ນ​ສັດ​ທີ່​ໃຫຍ່​ຫຼື​ແຂງແຮງ​ຫຼາຍ. ແລະ​ພວກ​ມັນ​ຈຳເປັນ​ຕ້ອງ​ມີ​ຄົນ​ເອົາໃຈໃສ່​ເບິ່ງ​ແຍງ​ແລະ​ປົກ​ປ້ອງ​ພວກ​ມັນ. ເຮົາ​ເອີ້ນ​ຄົນ​ທີ່​ດູ​ແລ​ແກະ​ວ່າ​ຜູ້​ລ້ຽງ​ແກະ.

ໃນ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ​ເຖິງ​ນັ້ນ ພະອົງ​ເວົ້າ​ເຖິງ​ຄົນ​ລ້ຽງ​ແກະ​ທີ່​ມີ​ແກະ​ໜຶ່ງ​ຮ້ອຍ​ໂຕ. ແຕ່​ບັດ​ແລ້ວ​ແກະ​ໂຕ​ໜຶ່ງ​ພັດ​ເສຍ. ແກະ​ໂຕ​ນັ້ນ​ອາດ​ຢາກ​ເບິ່ງ​ສິ່ງ​ທີ່​ຢູ່​ເນີນ​ພູ​ອີກ​ຟາກ​ໜຶ່ງ. ແຕ່​ວ່າ​ບໍ່​ດົນ ແກະ​ໂຕ​ນັ້ນ​ກໍ​ພັດ​ພາກ​ໄປ​ໄກ​ຈາກ​ຝູງ. ລູກ​ນຶກ​ພາບ​ໄດ້​ບໍ​ວ່າ​ແກະ​ໂຕ​ນັ້ນ​ຮູ້ສຶກ​ແນວ​ໃດ​ເມື່ອ​ມັນ​ແນມ​ເບິ່ງ​ອ້ອມ​ແອ້ມ​ແຖວ​ນັ້ນ​ແລະ​ເຫັນ​ວ່າ​ມັນ​ຢູ່​ໂດດ​ດ່ຽວ?—

ຄົນ​ລ້ຽງ​ແກະ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຮູ້​ວ່າ​ແກະ​ໂຕ​ໜຶ່ງ​ເສຍ? ລາວ​ຈະ​ເວົ້າ​ວ່າ​ມັນ​ເປັນ​ຄວາມ​ຜິດ​ຂອງ​ແກະ ດັ່ງ​ນັ້ນ​ລາວ​ຈຶ່ງ​ບໍ່​ຕ້ອງ​ເປັນ​ຫ່ວງ​ມັນ​ບໍ? ຫຼື​ລາວ​ຈະ​ປະ​ແກະ 99 ໂຕ​ໄວ້​ໃນ​ບ່ອນ​ທີ່​ປອດໄພ​ແລະ​ໄປ​ຊອກ​ຫາ​ແກະ​ພຽງ​ໂຕ​ດຽວ​ນັ້ນ​ບໍ? ແກະ​ໂຕ​ດຽວ​ຈະ​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ຫຼາຍ​ເຖິງ​ຂັ້ນ​ນັ້ນ​ບໍ?— ຖ້າ​ລູກ​ເປັນ​ແກະ​ໂຕ​ທີ່​ເສຍ ລູກ​ຢາກ​ໃຫ້​ຄົນ​ລ້ຽງ​ແກະ​ໄປ​ຊອກ​ຫາ​ລູກ​ບໍ?—

A shepherd holds a sheep he rescued

ໃຜ​ທີ່​ເປັນ​ຄື​ກັບ​ຄົນ​ລ້ຽງ​ແກະ​ທີ່​ໄດ້​ຊ່ວຍ​ຊີວິດ​ແກະ​ຂອງ​ຕົນ?

ຄົນ​ລ້ຽງ​ແກະ​ຮັກ​ແກະ​ທຸກ​ໂຕ​ຂອງ​ລາວ​ຫຼາຍ ແມ່ນ​ແຕ່​ໂຕ​ທີ່​ເສຍ. ດັ່ງ​ນັ້ນ ລາວ​ຈຶ່ງ​ໄປ​ຊອກ​ຫາ​ແກະ​ໂຕ​ທີ່​ເສຍ. ຄິດ​ເບິ່ງ​ດູ​ວ່າ​ແກະ​ທີ່​ຫຼົງ​ທາງ​ໂຕ​ນັ້ນ​ຈະ​ດີ​ໃຈ​ສ່ຳ​ໃດ​ເມື່ອ​ເຫັນ​ຄົນ​ລ້ຽງ​ແກະ​ກຳລັງ​ຍ່າງ​ມາ! ແລະ​ພະ​ເຍຊູ​ກ່າວ​ວ່າ​ຄົນ​ລ້ຽງ​ແກະ​ດີ​ໃຈ​ທີ່​ໄດ້​ພົບ​ແກະ​ຂອງ​ຕົນ. ລາວ​ດີ​ໃຈ​ທີ່​ໄດ້​ພົບ​ແກະ​ໂຕ​ນັ້ນ​ຫຼາຍ​ກວ່າ​ແກະ 99 ໂຕ​ທີ່​ບໍ່​ໄດ້​ຫຼົງ​ເສຍ. ບັດ​ນີ້ ໃຜ​ທີ່​ເປັນ​ຄື​ກັບ​ຄົນ​ລ້ຽງ​ແກະ​ໃນ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ? ໃຜ​ທີ່​ຫ່ວງໃຍ​ເຮົາ​ຫຼາຍ​ເທົ່າໆ​ກັບ​ຄົນ​ລ້ຽງ​ແກະ​ຫ່ວງໃຍ​ແກະ​ຂອງ​ຕົນ?— ພະ​ເຍຊູ​ເວົ້າ​ວ່າ​ພໍ່​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ແບບ​ນັ້ນ. ແລະ​ພໍ່​ຂອງ​ພະອົງ​ແມ່ນ​ພະ​ເຢໂຫວາ.

ພະ​ເຢໂຫວາ​ພະເຈົ້າ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່​ສຳລັບ​ປະຊາຊົນ​ຂອງ​ພະອົງ. ພະອົງ​ຮັກ​ທຸກ​ຄົນ​ທີ່​ຮັບໃຊ້​ພະອົງ ລວມ​ທັງ​ຄົນ​ຫນຸ່ມ​ນ້ອຍ​ແບບ​ລູກ​ນຳ. ພະອົງ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ພວກ​ເຮົາ​ໄດ້​ຮັບ​ອັນຕະລາຍ​ຫຼື​ຖືກ​ທຳລາຍ. ແນ່ນອນ​ວ່າ​ມັນ​ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ແທ້ໆ​ທີ່​ຮູ້​ວ່າ​ພະເຈົ້າ​ສົນ​ໃຈ​ພວກ​ເຮົາ​ຫຼາຍ​ປານ​ນັ້ນ!—ມັດທາຍ 18:12-14.

A man comforts a boy who has skinned his knee

ພະ​ເຢໂຫວາ​ເປັນ​ບຸກຄົນ​ແທ້ໆ​ສຳລັບ​ລູກ​ຄື​ກັບ​ພໍ່​ຫຼື​ຄົນ​ອື່ນໆ​ບໍ?

ລູກ​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ​ຢ່າງ​ແທ້​ຈິງ​ບໍ?— ພະອົງ​ເປັນ​ບຸກຄົນ​ແທ້ໆ​ສຳລັບ​ລູກ​ບໍ?— ເປັນ​ຄວາມ​ຈິງ​ທີ່​ວ່າ​ເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ພະ​ເຢໂຫວາ​ໄດ້. ນີ້​ເປັນ​ຍ້ອນ​ວ່າ​ພະອົງ​ເປັນ​ກາຍ​ວິນຍານ. ພະອົງ​ມີ​ຮ່າງກາຍ​ທີ່​ຕາ​ເຮົາ​ເບິ່ງ​ບໍ່​ເຫັນ. ແຕ່​ພະອົງ​ເປັນ​ບຸກຄົນ​ແທ້ໆ ແລະ​ພະອົງ​ສາມາດ​ເຫັນ​ເຮົາ​ໄດ້. ພະອົງ​ຮູ້ຈັກ​ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍເຫຼືອ. ແລະ​ເຮົາ​ສາມາດ​ເວົ້າ​ກັບ​ພະອົງ​ໃນ​ຄຳ​ອະທິດຖານ​ຄື​ກັບ​ທີ່​ເຮົາ​ເວົ້າ​ລົມ​ກັບ​ຄົນ​ອື່ນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ. ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ​ເຊັ່ນ​ນັ້ນ.

ດັ່ງ​ນັ້ນ ຖ້າ​ເມື່ອ​ໃດ​ກໍ​ຕາມ​ທີ່​ລູກ​ຮູ້ສຶກ​ເສົ້າໃຈ​ຫຼື​ໂດດ​ດ່ຽວ ລູກ​ຄວນ​ເຮັດ​ຫຍັງ?— ໃຫ້​ເວົ້າ​ກັບ​ພະ​ເຢໂຫວາ. ທຳ​ຄວາມ​ໃກ້​ຊິດ​ກັບ​ພະອົງ ແລະ​ພະອົງ​ຈະ​ປອບ​ໂຍນ​ແລະ​ຊ່ວຍ​ລູກ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮັກ​ລູກ ແມ່ນ​ແຕ່​ເມື່ອ​ລູກ​ຮູ້ສຶກ​ຄື​ກັບ​ວ່າ​ຢູ່​ຄົນ​ດຽວ. ໃຫ້​ເຮົາ​ຈັບ​ເອົາ​ຄຳພີ​ໄບເບິນ ເປີດ​ໄປ​ພະທຳ​ຄຳເພງ​ບົດ​ທີ 23 ເລີ່ມ​ຈາກ​ຂໍ້ 1 ຂໍ້​ນັ້ນ​ບອກ​ເຮົາ​ວ່າ “ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ຂ້ານ້ອຍ. ຂ້ານ້ອຍ​ຈະ​ບໍ່​ອຶດ​ສິ່ງ​ໜຶ່ງ​ສິ່ງ​ໃດ. ພະອົງ​ໂຜດ​ໃຫ້​ຂ້ານ້ອຍ​ເຊົາ​ເມື່ອຍ​ໃນ​ປ່າ​ຫຍ້າ​ອັນ​ຂຽວ​ສົດ ພະອົງ​ໂຜດ​ພາ​ຂ້ານ້ອຍ​ໄປ​ທີ່​ບ່ອນ​ມີ​ນ້ຳ​ອັນ​ສະຫງັດ​ງຽບ​ຢູ່.”

ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຜູ້​ຂຽນ​ກ່າວ​ຕໍ່​ໄປ​ໃນ​ຂໍ້ 4 ທີ່​ວ່າ “ຖ້າ​ແມ່ນ​ຂ້ານ້ອຍ​ຈະ​ໄດ້​ເດີນ​ໄປ​ຕາມ​ຮ່ອມ​ແຫ່ງ​ຮົ່ມ​ຂອງ​ຄວາມ​ຕາຍ ຂ້ານ້ອຍ​ຈະ​ບໍ່​ຢ້ານ​ອັນຕະລາຍ​ສິ່ງ​ໃດ​ເຫດ​ວ່າ​ພະອົງ​ສະຖິດ​ຢູ່​ນຳ​ຂ້ານ້ອຍ ໄມ້​ເທົ້າ​ກັບ​ໄມ້​ຄ້ອນ​ຂອງ​ພະອົງ​ກໍ​ອອຍ​ໃຈ​ຂ້ານ້ອຍ.” ຄົນ​ເຮົາ​ຈະ​ມີ​ຄວາມ​ຮູ້ສຶກ​ເຊັ່ນ​ນັ້ນ​ຖ້າ​ເຮົາ​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ຕົນ. ເຂົາ​ເຈົ້າ​ໄດ້​ຮັບ​ການ​ປອບ​ໂຍນ​ເມື່ອ​ຕົກ​ຢູ່​ໃນ​ຄວາມ​ຍາກ​ລຳບາກ. ລູກ​ຮູ້ສຶກ​ແບບ​ນັ້ນ​ບໍ?—

ດັ່ງ​ທີ່​ຄົນ​ລ້ຽງ​ແກະ​ທີ່​ມີ​ຄວາມ​ຮັກ​ເອົາໃຈໃສ່​ຝູງ​ແກະ​ຂອງ​ຕົນ​ແນວ​ໃດ ພະ​ເຢໂຫວາ​ກໍ​ເອົາໃຈໃສ່​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະອົງ​ເປັນ​ຢ່າງ​ດີ​ແນວ​ນັ້ນ. ພະອົງ​ຊີ້​ໃຫ້​ເຫັນ​ທາງ​ເດີນ​ທີ່​ຖືກຕ້ອງ ແລະ​ເຂົາ​ເຈົ້າ​ກໍ​ຍິນດີ​ປະຕິບັດ​ຕາມ. ເຖິງ​ແມ່ນ​ເມື່ອ​ມີ​ຄວາມ​ຍາກ​ລຳບາກ​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ ເຂົາ​ເຈົ້າ​ກໍ​ບໍ່​ຢ້ານ. ຄົນ​ລ້ຽງ​ແກະ​ໃຊ້​ໄມ້​ຫຼື​ໄມ້​ຄ້ອນ​ເທົ້າ​ຂອງ​ຕົນ​ເພື່ອ​ປົກ​ປ້ອງ​ແກະ​ຈາກ​ສັດ​ຮ້າຍ​ຕ່າງໆ​ທີ່​ອາດມາ​ທຳ​ຮ້າຍ​ພວກ​ມັນ. ຄຳພີ​ໄບເບິນ​ເລົ່າ​ເຖິງ​ວິທີ​ທີ່​ຊາຍ​ຫນຸ່ມ​ດາວິດ​ເຊິ່ງ​ເປັນ​ຄົນ​ລ້ຽງ​ແກະ​ປົກ​ປ້ອງ​ແກະ​ຂອງ​ຕົນ​ຈາກ​ໂຕ​ສິງ​ແລະ​ໂຕ​ໝີ. (1 ຊາເມືອນ 17:34-36) ແລະ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ກໍ​ຮູ້​ວ່າ​ພະອົງ​ຈະ​ປົກ​ປ້ອງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ເຂົາ​ເຈົ້າ​ສາມາດ​ຮູ້ສຶກ​ປອດໄພ​ເພາະ​ພະເຈົ້າ​ຢູ່​ກັບ​ເຂົາ​ເຈົ້າ.

A shepherd protects his sheep from a lion

ຄື​ກັບ​ທີ່​ຄົນ​ລ້ຽງ​ແກະ​ປົກ​ປ້ອງ​ແກະ​ຂອງ​ຕົນ ໃຜ​ສາມາດ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຕົກ​ຢູ່​ໃນ​ຄວາມ​ຍາກ​ລຳບາກ?

ພະ​ເຢໂຫວາ​ຮັກ​ແກະ​ຂອງ​ພະອົງ​ຢ່າງ​ແທ້​ຈິງ ແລະ​ພະອົງ​ເອົາໃຈໃສ່​ເບິ່ງ​ແຍງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ​ໄຄ່. ຄຳພີ​ໄບເບິນ​ກ່າວ​ວ່າ: “ພະອົງ​ຈະ​ລ້ຽງ​ຝູງ​ແກະ​ຂອງ​ພະອົງ​ເໝືອນ​ດັ່ງ​ຜູ້​ລ້ຽງ​ແກະ. ພະອົງ​ຈະ​ໂຮມ​ເອົາ​ຝູງ​ລູກ​ແກະ​ອູ້ມ​ໄວ້​ດ້ວຍ​ແຂນ ພະອົງ​ຈະ​ນຳ . . . ລູກ​ກິນ​ນົມ​ທັງ​ຫຼາຍ​ໄປ​ຄ່ອຍໆ.”—ເອຊາອີ 40:11.

ການ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ເຊັ່ນ​ນັ້ນ​ເຮັດ​ໃຫ້​ລູກ​ສະບາຍ​ໃຈ​ແມ່ນ​ບໍ?— ລູກ​ຢາກ​ເປັນ​ແກະ​ໂຕ​ໜຶ່ງ​ຂອງ​ພະອົງ​ບໍ?— ແກະ​ຟັງ​ສຽງ​ຂອງ​ຜູ້​ລ້ຽງ. ພວກ​ມັນ​ຢູ່​ໃກ້​ຊິດ​ກັບ​ຜູ້​ລ້ຽງ. ລູກ​ຟັງ​ພະ​ເຢໂຫວາ​ບໍ?— ລູກ​ໃກ້​ຊິດ​ກັບ​ພະອົງ​ບໍ?— ຫາກ​ເປັນ​ເຊັ່ນ​ນັ້ນ​ລູກ​ກໍ​ບໍ່​ຕ້ອງ​ຢ້ານ. ພະ​ເຢໂຫວາ​ຈະ​ຢູ່​ກັບ​ລູກ.

ພະ​ເຢໂຫວາ​ເອົາໃຈໃສ່​ເບິ່ງ​ແຍງ​ຜູ້​ຮັບໃຊ້​ພະອົງ​ດ້ວຍ​ຄວາມ​ຮັກ. ຂໍ​ໃຫ້​ເຮົາ​ອ່ານ​ນຳ​ກັນ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ ຢູ່​ພະທຳ​ຄຳເພງ 37:25; 55:22; ແລະ​ລືກາ 12:29-31.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌