ບົດທີ 48
ໂລກໃໝ່ທີ່ສະຫງົບສຸກຂອງພະເຈົ້າ—ລູກສາມາດຢູ່ທີ່ນັ້ນໄດ້
ພະເຈົ້າໃຫ້ອາດາມແລະເອວາຢູ່ໃນສວນເອເດນ. ເຖິງແມ່ນວ່າເຂົາເຈົ້າບໍ່ເຊື່ອຟັງແລະຕາຍ ແຕ່ພະເຈົ້າເຮັດໃຫ້ເປັນໄປໄດ້ສຳລັບລູກຫຼານຂອງອາດາມແລະເອວາເຊິ່ງລວມເຖິງພວກເຮົາໃນທຸກມື້ນີ້ທີ່ຈະມີຊີວິດຕະຫຼອດໄປໃນອຸທິຍານ. ຄຳພີໄບເບິນສັນຍາວ່າ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.”—ຄຳເພງ 37:29.
ຄຳພີໄບເບິນເວົ້າເຖິງ “ຟ້າອາກາດໃໝ່” ແລະ “ແຜ່ນດິນໂລກໃໝ່.” (ເອຊາອີ 65:17; 2 ເປໂຕ 3:13) ຟ້າອາກາດໃນເວລານີ້ປະກອບດ້ວຍລັດຖະບານຂອງມະນຸດໃນປັດຈຸບັນ ແຕ່ພະເຍຊູຄລິດແລະຜູ້ຮ່ວມປົກຄອງກັບພະອົງໃນສະຫວັນຈະປະກອບກັນເປັນ “ຟ້າອາກາດໃໝ່.” ຈະວິເສດແທ້ໆເມື່ອຟ້າອາກາດໃໝ່ນີ້ເຊິ່ງແມ່ນລັດຖະບານອັນຊອບທຳຂອງພະເຈົ້າທີ່ມີຄວາມສະຫງົບສຸກຈະປົກຄອງທົ່ວໂລກ!
ຄັນຊັ້ນ “ແຜ່ນດິນໂລກໃໝ່” ຄືຫຍັງ?— ແຜ່ນດິນໂລກໃໝ່ກໍຄືຄົນທີ່ດີທີ່ຮັກພະເຢໂຫວາ. ລູກຕ້ອງເຂົ້າໃຈວ່າ ເມື່ອຄຳພີໄບເບິນເວົ້າເຖິງ “ແຜ່ນດິນໂລກ” ບາງຄັ້ງຄຳນີ້ໝາຍເຖິງຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ ບໍ່ແມ່ນແຜ່ນດິນ. (ຕົ້ນເດີມ 11:1; ຄຳເພງ 66:4; 96:1) ສະນັ້ນຜູ້ຄົນທີ່ປະກອບເປັນແຜ່ນດິນໂລກໃໝ່ຈະອາໄສຢູ່ເທິງແຜ່ນດິນໂລກນີ້ແຫຼະ.
ໂລກທີ່ປະກອບດ້ວຍຄົນຊົ່ວໃນປັດຈຸບັນຈະບໍ່ມີອີກຕໍ່ໄປໃນຕອນນັ້ນ. ຂໍໃຫ້ຈື່ວ່າ ນ້ຳຖ້ວມໃຫຍ່ໃນສະໄໝຂອງທ່ານໂນເອກວາດລ້າງໂລກທີ່ປະກອບດ້ວຍຄົນຊົ່ວໃຫ້ໝົດໄປ. ແລະດັ່ງທີ່ເຮົາໄດ້ຮຽນແລ້ວ ໂລກຊົ່ວໃນປັດຈຸບັນຈະຖືກທຳລາຍໃນອະລະມະເຄໂດນ. ຕອນນີ້ຂໍໃຫ້ມາເບິ່ງນຳກັນວ່າການມີຊີວິດຢູ່ໃນໂລກໃໝ່ຂອງພະເຈົ້າພາຍຫຼັງອະລະມະເຄໂດນຈະເປັນແນວໃດ.
ລູກຢາກມີຊີວິດຕະຫຼອດໄປໃນອຸທິຍານເຊິ່ງແມ່ນໂລກໃໝ່ອັນສະຫງົບສຸກຂອງພະເຈົ້າບໍ?— ບໍ່ມີທ່ານໝໍຄົນໃດສາມາດເຮັດໃຫ້ເຮົາມີຊີວິດຕະຫຼອດໄປໄດ້. ບໍ່ມີຢາຊະນິດໃດທີ່ປ້ອງກັນເຮົາບໍ່ໃຫ້ຕາຍ. ວິທີດຽວເທົ່ານັ້ນທີ່ເຮົາຈະມີຊີວິດຕະຫຼອດໄປແມ່ນໂດຍການຫຍັບເຂົ້າໃກ້ພະເຈົ້າ. ແລະຄູຜູ້ຍິ່ງໃຫຍ່ບອກເຮົາເຖິງວິທີທີ່ຈະເຮັດເຊັ່ນນັ້ນ.
ຂໍໃຫ້ລູກຈັບເອົາຄຳພີໄບເບິນແລະເປີດໄປທີ່ພະທຳໂຢຫັນບົດທີ 17 ຂໍ່ 3. ໃນຂໍ້ນີ້ເຮົາພົບຄຳກ່າວຂອງຄູຜູ້ຍິ່ງໃຫຍ່ທີ່ວ່າ “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າໃຫ້ເຂົາຮູ້ຈັກ [“ຮັບຄວາມຮູ້ຕໍ່ໆໄປກ່ຽວກັບ,” ລ.ມ.] ພະເຈົ້າອົງດຽວທ່ຽງແທ້ ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.”
ດັ່ງນັ້ນ ພະເຍຊູເວົ້າວ່າເຮົາຕ້ອງເຮັດຫຍັງເພື່ອຈະມີຊີວິດຕະຫຼອດໄປ?— ທຳອິດ ເຮົາຕ້ອງຮັບເອົາຄວາມຮູ້ກ່ຽວກັບພະເຢໂຫວາເຊິ່ງແມ່ນພໍ່ຂອງເຮົາທີ່ຢູ່ໃນສະຫວັນ ແລະຍັງຕ້ອງຮັບເອົາຄວາມຮູ້ກ່ຽວກັບລູກຊາຍຂອງພະອົງນຳ ຜູ້ເຊິ່ງມອບຊີວິດຂອງຕົນເອງເພື່ອພວກເຮົາ. ນີ້ໝາຍຄວາມວ່າເຮົາຕ້ອງສຶກສາຄຳພີໄບເບິນ. ປຶ້ມຫົວນີ້ ຮຽນຈາກຄູຜູ້ຍິ່ງໃຫຍ່ ກຳລັງຊ່ວຍເຮົາໃຫ້ເຮັດເຊັ່ນນັ້ນ.
ແຕ່ການຮຽນຮູ້ກ່ຽວກັບພະເຢໂຫວາຈະຊ່ວຍເຮົາໃຫ້ມີຊີວິດຕະຫຼອດໄປໄດ້ແນວໃດ?— ທີ່ຈິງ ເຊັ່ນດຽວກັບທີ່ເຮົາຕ້ອງກິນເຂົ້າທຸກມື້ ເຮົາຈຳເປັນຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາທຸກມື້. ຄຳພີໄບເບິນກ່າວວ່າ “ຄົນຈະບໍ່ລ້ຽງຊີວິດດ້ວຍເຂົ້າຈີ່ສິ່ງດຽວ ແຕ່ວ່າດ້ວຍສັບພະຄຳທີ່ອອກມາແຕ່ປາກແຫ່ງພະເຈົ້າ.”—ມັດທາຍ 4:4.
ເຮົາຍັງຈຳເປັນຕ້ອງຮຽນຮູ້ກ່ຽວກັບພະເຍຊູຄລິດເພາະພະເຈົ້າສົ່ງລູກຊາຍຂອງພະອົງມາເພື່ອລົບລ້າງບາບຂອງເຮົາ. ຄຳພີໄບເບິນກ່າວວ່າ “ການພົ້ນກໍບໍ່ມີດ້ວຍຜູ້ອື່ນ.” ແລະຄຳພີໄບເບິນຍັງກ່າວວ່າ “ຜູ້ທີ່ເຊື່ອໃນພະບຸດນັ້ນກໍມີຊີວິດອັນຕະຫຼອດໄປເປັນນິດ.” (ກິດຈະການ 4:12; ໂຢຮັນ 3:36) ບັດນີ້ ‘ການສະແດງຄວາມເຊື່ອ’ ໃນພະເຍຊູໝາຍຄວາມວ່າແນວໃດ?— ກໍໝາຍຄວາມວ່າເຮົາຕ້ອງເຊື່ອໃນພະເຍຊູແທ້ໆແລະຮູ້ຈັກວ່າເຮົາບໍ່ສາມາດມີຊີວິດຕະຫຼອດໄປໂດຍປາສະຈາກພະອົງ. ເຮົາເຊື່ອແບບນັ້ນບໍ?— ຖ້າເຮົາເຊື່ອ ເຮົາຈະຮຽນຮູ້ຈາກຄູຜູ້ຍິ່ງໃຫຍ່ຕໍ່ໆໄປທຸກມື້ ແລະເຮົາຈະເຮັດໃນສິ່ງທີ່ພະອົງກ່າວ.
ວິທີໜຶ່ງທີ່ດີທີ່ຈະຮຽນຮູ້ຈາກຄູຜູ້ຍິ່ງໃຫຍ່ແມ່ນການອ່ານປຶ້ມຫົວນີ້ຊ້ຳແລ້ວຊ້ຳອີກ ລວມທັງພິຈາລະນາເບິ່ງແລະຄິດຕຶກຕອງກ່ຽວກັບຮູບພາບທັງໝົດນີ້. ລອງທົດສອບເບິ່ງວ່າລູກສາມາດຕອບຄຳຖາມກ່ຽວກັບຮູບພາບໄດ້ຫຼືບໍ່. ນອກຈາກນັ້ນ ຈົ່ງອ່ານປຶ້ມນີ້ກັບພໍ່ຫຼືແມ່. ຖ້າອ່ານກັບພໍ່ແມ່ບໍ່ໄດ້ ກໍໃຫ້ອ່ານກັບຜູ້ໃຫຍ່ຫຼືກັບເດັກນ້ອຍຄົນອື່ນ. ເປັນສິ່ງທີ່ດີເລີດບໍ່ແມ່ນບໍ ຖ້າລູກສາມາດຊ່ວຍຄົນອື່ນໃຫ້ຮຽນຮູ້ຈາກຄູຜູ້ຍິ່ງໃຫຍ່ກ່ຽວກັບສິ່ງທີ່ເຂົາເຈົ້າຕ້ອງເຮັດເພື່ອຈະມີຊີວິດຕະຫຼອດໄປໃນໂລກໃໝ່ຂອງພະເຈົ້າ?—
ຄຳພີໄບເບິນບອກເຮົາວ່າ “ໂລກນີ້ . . . ພວມໄປເສຍ.” ແຕ່ຈາກນັ້ນຄຳພີໄບເບິນກໍຍັງອະທິບາຍເຖິງວິທີທີ່ເຮົາສາມາດມີຊີວິດຢູ່ໃນໂລກໃໝ່ຂອງພະເຈົ້າ. ຄຳພີໄບເບິນກ່າວວ່າ “ຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ.” (1 ໂຢຮັນ 2:17) ດັ່ງນັ້ນເຮົາຈະມີຊີວິດຢູ່ໃນໂລກໃໝ່ຂອງພະເຈົ້າໄດ້ແນວໃດ?— ແມ່ນແລ້ວ ກໍໂດຍການຮັບເອົາຄວາມຮູ້ກ່ຽວກັບພະເຢໂຫວາແລະພະເຍຊູ ລູກຊາຍສຸດທີ່ຮັກຂອງພະອົງ. ແຕ່ເຮົາຍັງຕ້ອງປະຕິບັດຕາມສິ່ງທີ່ເຮົາໄດ້ຮຽນຮູ້. ຂໍໃຫ້ການສຶກສາປຶ້ມຫົວນີ້ຊ່ວຍລູກໃຫ້ເຮັດຕາມສິ່ງທີ່ໄດ້ຮຽນຮູ້ນັ້ນ.