ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 11 ໜ້າ 106-114
  • ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ທໍລະມານ​ຫຼາຍ​ແທ້?
  • ການ​ກໍ່​ປະເດັນ​ສຳຄັນ​ຂຶ້ນ​ມາ
  • ເປັນ​ຫຍັງ​ຈຶ່ງ​ດົນ​ແທ້?
  • ເຮົາ​ຈະ​ໃຊ້​ຂອງ​ປະທານ​ຈາກ​ພະເຈົ້າ​ແນວ​ໃດ?
  • ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ຫຼາຍ​ແທ້?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ​ລຳບາກ?
    ຂ່າວດີຈາກພະເຈົ້າ!
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 11 ໜ້າ 106-114

ບົດ​ທີ​ສິບ​ເອັດ

ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ?

  • ພະເຈົ້າ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ທຸກ​ທໍລະມານ​ໃນ​ທົ່ວ​ໂລກ​ບໍ?

  • ໃນ​ສວນ​ເອເດນ ມີ​ການ​ກໍ່​ປະເດັນ​ເລື່ອງ​ໃດ​ຂຶ້ນ​ມາ?

  • ພະເຈົ້າ​ຈະ​ແກ້ໄຂ​ຜົນ​ກະທົບ​ຈາກ​ຄວາມ ທຸກ​ທໍລະມານ​ຂອງ​ມະນຸດ​ແນວ​ໃດ?

1, 2. ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ປະສົບ​ກັບ​ຄວາມ​ທຸກ​ທໍລະມານ​ໃນ​ແບບ​ໃດ​ແດ່ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ຖາມ​ຄຳຖາມ​ຫຍັງ?

ພາຍ​ຫຼັງ​ການ​ສູ້​ຮົບ​ທີ່​ຮຸນແຮງ ປະເທດ​ໜຶ່ງ​ໄດ້​ຮັບ​ຄວາມ​ເສຍຫາຍ​ຢ່າງ​ຮາບ​ກ້ຽງ​ຍ້ອນ​ຜົນ​ຈາກ​ສົງຄາມ​ນັ້ນ ສາມັນຊົນ​ທັງ​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ຫຼາຍ​ພັນ​ຄົນ​ທີ່​ຖືກ​ຂ້າ​ໄດ້​ຖືກ​ຝັງ​ລວມ​ກັນ​ໃນ​ຫລຸມ​ໃຫຍ່​ທີ່​ມີ​ຫຼັກ​ປັກ​ໄວ້​ເປັນ​ເຄື່ອງ​ໝາຍ​ອ້ອມ​ຫລຸມ​ນັ້ນ. ແຕ່​ລະ​ຫຼັກ​ມີ​ຄຳ​ຈາລືກ​ວ່າ “ເປັນ​ຫຍັງ?” ບາງ​ເທື່ອ​ນີ້​ເປັນ​ຄຳຖາມ​ທີ່​ສະທ້ອນ​ໃຫ້​ເຫັນ​ຄວາມ​ເຈັບ​ປວດ​ໃຈ​ທີ່​ສຸດ. ຜູ້​ຄົນ​ຖາມ​ແບບ​ນີ້​ດ້ວຍ​ຄວາມ​ເສົ້າໃຈ​ເມື່ອ​ສົງຄາມ ໄພ​ທຳມະຊາດ ໂລກ​ພະຍາດ​ຫຼື​ອາດຊະຍາກຳ ເຮັດ​ໃຫ້​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ເຊິ່ງ​ເປັນ​ຜູ້​ບໍລິສຸດ​ເສຍ​ຊີວິດ ເຮືອນ​ຊານ​ຂອງ​ເຂົາ​ເຈົ້າ​ຖືກ​ທຳລາຍ ຫຼື​ຄວາມ​ທຸກ​ທໍລະມານ​ໃນ​ອີກ​ຫຼາຍໆວິທີ​ທີ່​ສຸດ​ແສນ​ຈະ​ພັນລະນາ​ໄດ້​ມາ​ຖືກ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ເຫດການ​ທີ່​ເສົ້າ​ສະຫຼົດ​ໃຈ​ແບບ​ນີ້​ຈຶ່ງ​ເກີດ​ຂຶ້ນ​ກັບ​ຕົນ​ເອງ.

2 ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ? ຖ້າ​ພະ​ເຢໂຫວາ​ພະເຈົ້າ​ມີ​ລິດເດດ​ຮອບ​ດ້ານ ມີ​ຄວາມ​ຮັກ ສະຕິ​ປັນຍາ ແລະ​ຄວາມ​ຍຸຕິທຳ ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ແຕ່​ຄວາມ​ກຽດ​ຊັງ​ແລະ​ຄວາມ​ບໍ່​ຍຸຕິທຳ? ເຈົ້າ​ເອງ​ເຄີຍ​ສົງໄສ​ຕໍ່​ກັບ​ເລື່ອງ​ເຫຼົ່າ​ນີ້​ບໍ?

3, 4. (ກ) ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ມັນ​ບໍ່​ຜິດ​ທີ່​ຈະ​ຖາມ​ເຫດຜົນ​ທີ່​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ? (ຂ) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄວາມ​ຊົ່ວ​ຮ້າຍ​ແລະ​ຄວາມ​ທຸກ​ທໍລະມານ?

3 ມັນ​ຜິດ​ບໍ​ທີ່​ຈະ​ຖາມ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ? ບາງ​ຄົນ​ເປັນ​ຫ່ວງ​ວ່າ​ການ​ຖາມ​ແບບ​ນັ້ນ​ຈະ​ສະແດງ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ມີ​ຄວາມ​ເຊື່ອ​ພຽງ​ພໍ ຫຼື​ສະແດງ​ວ່າ​ບໍ່​ມີ​ຄວາມ​ນັບຖື​ຕໍ່​ພະເຈົ້າ. ແນວ​ໃດ​ກໍ​ຕາມ ເມື່ອ​ອ່ານ​ຄຳພີ​ໄບເບິນ​ເຈົ້າ​ຈະ​ພົບ​ວ່າ​ບຸກຄົນ​ທີ່​ສັດ​ຊື່​ແລະ​ຢ້ານຢຳ​ພະເຈົ້າ​ກໍ​ເຄີຍ​ຖາມ​ຄ້າຍໆກັນ​ນັ້ນ. ຕົວຢ່າງ ຜູ້​ພະຍາກອນ​ຊື່​ຫາບາກຸກ​ຖາມ​ພະ​ເຢໂຫວາ​ວ່າ “ເຫດ​ສັນ​ໃດ​ພະອົງ​ໃຫ້​ຂ້ານ້ອຍ​ເຫັນ​ຄວາມ​ອະທຳ​ແລະ​ພະອົງ​ແຍງ​ເບິ່ງ​ການ​ບັງ​ບຽດ? ການ​ທຳລາຍ​ກັບ​ການ​ຫຍາບຊ້າ​ກໍ​ມີ​ຢູ່​ຕໍ່​ໜ້າ​ຂ້ານ້ອຍ ແລະ​ມີ​ຄວາມ​ຖຽງ​ກັນ​ແລະ​ສຽງ​ການ​ຜິດ​ກັນ​ກໍ​ຍົກ​ຂຶ້ນ?”—ຫາບາກຸກ 1:3.

ຫຼາຍຄົນກຳລັງຢືນໂສກເສົ້າຢູ່ຕໍ່ໜ້າໂລງສົບນ້ອຍໃນບ່ອນຝັງສົບ

ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ທໍລະມານ​ທັງ​ໝົດ​ສິ້ນ​ສຸດ​ລົງ

4 ເມື່ອ​ຫາບາກຸກ​ຜູ້​ພະຍາກອນ​ທີ່​ສັດ​ຊື່​ຖາມ​ແບບ​ນັ້ນ ພະ​ເຢໂຫວາ​ຮ້າຍ​ລາວ​ບໍ? ບໍ່. ແທນ​ທີ່​ຈະ​ຮ້າຍ ພະເຈົ້າ​ໄດ້​ເອົາ​ຄຳ​ເວົ້າ​ທີ່​ຈິງ​ໃຈ​ຂອງ​ຫາບາກຸກ​ລວມ​ໄວ້​ໃນ​ບັນທຶກ​ຂອງ​ຄຳພີ​ໄບເບິນ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ. ພະເຈົ້າ​ຍັງ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ໃນ​ເລື່ອງ​ຕ່າງໆຊັດເຈນ​ຫຼາຍ​ຂຶ້ນ​ແລະ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ດ້ວຍ. ພະ​ເຢໂຫວາ​ຕ້ອງການ​ເຮັດ​ແບບ​ດຽວ​ກັນ​ນີ້​ກັບ​ເຮົາ. ຂໍ​ໃຫ້​ຈື່​ວ່າ ຄຳພີ​ໄບເບິນ​ສອນ​ວ່າ “ພະອົງ​ເປັນ​ຫ່ວງ​ພວກ​ທ່ານ.” (1 ເປໂຕ 5:7, ທ.ປ.) ພະເຈົ້າ​ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ​ແລະ​ຄວາມ​ທຸກ​ທໍລະມານ​ທີ່​ເກີດ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ນັ້ນ​ຫຼາຍ​ກວ່າ​ທີ່​ມະນຸດ​ຄົນ​ໃດ​ຄົນ​ໜຶ່ງ​ກຽດ​ຊັງ. (ເອຊາອີ 55:8, 9) ຄັນ​ຊັ້ນ ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ຄວາມ​ທຸກ​ທໍລະມານ​ຫຼາຍ​ແທ້?

ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ທໍລະມານ​ຫຼາຍ​ແທ້?

5. ບາງ​ຄັ້ງ​ມີ​ການ​ໃຫ້​ເຫດຜົນ​ວ່າ​ແນວ​ໃດ​ເພື່ອ​ອະທິບາຍ​ເລື່ອງ​ຄວາມ​ທຸກ​ທໍລະມານ​ຂອງ​ມະນຸດ ແຕ່​ຄຳພີ​ໄບເບິນ​ສອນ​ວ່າ​ແນວ​ໃດ?

5 ຜູ້​ຄົນ​ໃນ​ສາສະໜາ​ຕ່າງໆໄດ້​ຖາມ​ພວກ​ຫົວໜ້າ​ສາສະໜາ​ແລະ​ພວກ​ອາຈານ​ສອນ​ສາສະໜາ​ຂອງ​ຕົນ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ທໍລະມານ​ຫຼາຍ​ແທ້. ຄຳຕອບ​ທີ່​ໄດ້​ຍິນ​ເລື້ອຍໆກໍ​ຄື​ວ່າ​ພະເຈົ້າ​ຢາກ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ​ແລະ​ພະອົງ​ໄດ້​ກຳນົດ​ທຸກ​ສິ່ງ​ໄວ້​ແຕ່​ດົນ​ແລ້ວ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ ເຊິ່ງ​ລວມ​ເຖິງ​ເຫດການ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ໂສກ​ເສົ້າ. ຊ້ຳ​ບໍ່​ຫນຳ​ຫຼາຍ​ຄົນ​ເຄີຍ​ໄດ້​ຍິນ​ວ່າ​ແນວ​ທາງ​ຂອງ​ພະເຈົ້າ​ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ບໍ່​ໄດ້​ເລີຍ ຫຼື​ໄດ້​ຍິນ​ວ່າ​ພະເຈົ້າ​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ແມ່ນ​ແຕ່​ເຮັດ​ໃຫ້​ເດັກ​ນ້ອຍ​ຕາຍ​ດ້ວຍ​ຊ້ຳ​ເພື່ອ​ຈະ​ໃຫ້​ຄົນ​ຕາຍ​ເຫຼົ່າ​ນັ້ນ​ໄປ​ຢູ່​ນຳ​ພະອົງ​ໃນ​ສະຫວັນ. ຕາມ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ມາ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ບໍ່​ເຄີຍ​ເຮັດ​ໃຫ້​ສິ່ງ​ຊົ່ວ​ຮ້າຍ​ເກີດ​ຂຶ້ນ. ຄຳພີ​ໄບເບິນ​ບອກ​ວ່າ “ຄວາມ​ຮ້າຍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ແລະ​ຄວາມ​ອະທຳ​ກໍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ອົງ​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.”—ໂຢບ 34:10.

6. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ໂທດ​ພະເຈົ້າ​ແບບ​ຜິດໆວ່າ​ພະອົງ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ທຸກ​ທໍລະມານ​ໃນ​ໂລກ​ນີ້?

6 ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ໂທດ​ພະເຈົ້າ​ແບບ​ຜິດໆວ່າ​ພະອົງ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ທຸກ​ທໍລະມານ​ທັງ​ສິ້ນ​ໃນ​ໂລກ​ນີ້? ໃນ​ຫຼາຍ​ກໍລະນີ ເຂົາ​ເຈົ້າ​ໂທດ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ​ເພາະ​ເຂົາ​ເຈົ້າ​ຄິດ​ວ່າ​ພະອົງ​ເປັນ​ຜູ້​ປົກຄອງ​ໂລກ​ນີ້​ແທ້ໆ. ເຂົາ​ເຈົ້າ​ບໍ່​ຮູ້ຈັກ​ຄວາມ​ຈິງ​ທີ່​ຄຳພີ​ໄບເບິນ​ສອນ​ເຊິ່ງ​ເປັນ​ເລື່ອງ​ງ່າຍໆແຕ່​ສຳຄັນ. ເຮົາ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ນັ້ນ​ໃນ​ບົດ​ທີ 3 ຂອງ​ປຶ້ມ​ນີ້. ຜູ້​ປົກຄອງ​ທີ່​ແທ້​ຈິງ​ຂອງ​ໂລກ​ນີ້​ແມ່ນ​ຊາຕານ​ພະຍາມານ.

7, 8. (ກ) ໂລກ​ນີ້​ສະທ້ອນ​ເຖິງ​ນິດໄສ​ໃຈ​ຄໍ​ຂອງ​ຜູ້​ປົກຄອງ​ໂລກ​ນີ້​ແນວ​ໃດ? (ຂ) ຄວາມ​ບໍ່​ສົມບູນ​ແບບ​ຂອງ​ມະນຸດ​ແລະ “ວາລະ​ແລະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ລ່ວງ​ໜ້າ” ເພີ່ມ​ຄວາມ​ທຸກ​ທໍລະມານ​ໃຫ້​ຫຼາຍ​ຂຶ້ນ​ຄື​ແນວ​ໃດ?

7 ຄຳພີ​ໄບເບິນ​ກ່າວ​ຢ່າງ​ຊັດເຈນ​ວ່າ “ມະນຸດສະໂລກ​ທັງ​ສິ້ນ​ນອນ​ຢູ່​ໃນ​ຜູ້​ຮ້າຍ​ນັ້ນ.” (1 ໂຢຮັນ 5:19) ເມື່ອ​ເຮົາ​ຄິດ​ເຖິງ​ເລື່ອງ​ນີ້​ນັບ​ວ່າ​ມີ​ເຫດຜົນ​ບໍ່​ແມ່ນ​ບໍ? ໂລກ​ນີ້​ສະທ້ອນ​ເຖິງ​ນິດໄສ​ໃຈ​ຄໍ​ຂອງ​ກາຍ​ວິນຍານ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ເຊິ່ງ “ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ.” (ຄຳປາກົດ 12:9) ຊາຕານ​ເປັນ​ຕາ​ໜ້າ​ກຽດ​ຊັງ ຫຼອກ​ລວງ ແລະ​ໂຫດ​ຮ້າຍ. ດັ່ງ​ນັ້ນ​ໂລກ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ມັນ​ຈຶ່ງ​ມີ​ແຕ່​ຄວາມ​ກຽດ​ຊັງ ການ​ຫຼອກ​ລວງ ແລະ​ຄວາມ​ໂຫດ​ຮ້າຍ. ນັ້ນ​ເປັນ​ເຫດຜົນ​ໜຶ່ງ​ທີ່​ກໍ່​ໃຫ້​ມີ​ຄວາມ​ທຸກ​ຫຼາຍ.

8 ດັ່ງ​ທີ່​ມີ​ການ​ພິຈາລະນາ​ໃນ​ບົດ​ທີ 3 ເຫດຜົນ​ທີ​ສອງ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ທໍລະມານ​ຫຼາຍ​ແທ້ໆກໍ​ຄື​ຄົນ​ເຮົາ​ບໍ່​ສົມບູນ​ແບບ​ແລະ​ມີ​ບາບ​ຕັ້ງ​ແຕ່​ການ​ກະບົດ​ໃນ​ສວນ​ເອເດນ​ພຸ້ນ. ມະນຸດ​ທີ່​ມີ​ບາບ​ມັກ​ຈະ​ຕໍ່​ສູ້​ເພື່ອ​ຍາດ​ຊີງ​ອຳນາດ ແລະ​ຜົນ​ທີ່​ຕາມ​ມາ​ກໍ​ຄື​ສົງຄາມ ການ​ກົດ​ຂີ່ ແລະ​ຄວາມ​ທຸກ​ທໍລະມານ. (ຜູ້ເທສະໜາປ່າວປະກາດ 4:1; 8:9) ເຫດຜົນ​ທີ​ສາມ​ສຳລັບ​ຄວາມ​ທຸກ​ທໍລະມານ​ແມ່ນ “ວາລະ​ແລະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ລ່ວງ​ໜ້າ.” (ຜູ້ເທສະໜາປ່າວປະກາດ 9:11, ລ.ມ.) ໃນ​ໂລກ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ຜູ້​ປົກຄອງ​ທີ່​ໃຫ້​ການ​ປົກ​ປ້ອງ​ດູ​ແລ ຜູ້​ຄົນ​ອາດ​ປະສົບ​ຄວາມ​ເຈັບ​ປວດ​ຍ້ອນ​ວ່າ​ເຂົາ​ເຈົ້າ​ບັງເອີນ​ໄປ​ຢູ່​ຜິດ​ບ່ອນ​ຜິດ​ເວລາ.

9. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ເຫດຜົນ​ທີ່​ດີ​ໃນ​ການ​ຍອມ​ໃຫ້​ຄວາມ​ທຸກ​ທໍລະມານ​ມີ​ຢູ່​ຕໍ່​ໄປ?

9 ເປັນ​ການ​ປອບ​ໂຍນ​ໃຈ​ເຮົາ​ທີ່​ຮູ້​ວ່າ​ພະເຈົ້າ​ບໍ່​ແມ່ນ​ຕົ້ນ​ເຫດ​ຂອງ​ຄວາມ​ທຸກ​ທໍລະມານ. ພະອົງ​ບໍ່​ແມ່ນ​ຕົ້ນ​ເຫດ​ຂອງ​ສົງຄາມ ອາດຊະຍາກຳ ການ​ກົດ​ຂີ່ ຫຼື​ແມ່ນ​ແຕ່​ໄພ​ທຳມະຊາດ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ທຸກ​ທໍລະມານ. ແນວ​ໃດ​ກໍ​ຕາມ ເຮົາ​ຈຳເປັນ​ຕ້ອງ​ຮູ້​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ​ທັງ​ໝົດ​ນີ້? ຖ້າ​ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ລິດທານຸພາບ​ທຸກ​ປະການ ພະອົງ​ຍ່ອມ​ມີ​ລິດເດດ​ທີ່​ຈະ​ຍຸດຕິ​ຄວາມ​ທຸກ​ທໍລະມານ. ຄັນ​ຊັ້ນ​ເປັນ​ຫຍັງ​ພະອົງ​ຈຶ່ງ​ບໍ່​ໃຊ້​ລິດເດດ​ນັ້ນ? ພະເຈົ້າ​ຜູ້​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ​ເຊິ່ງ​ເຮົາ​ໄດ້​ຮູ້ຈັກ​ຕ້ອງ​ມີ​ເຫດຜົນ​ທີ່​ດີ.—1 ໂຢຮັນ 4:8.

ການ​ກໍ່​ປະເດັນ​ສຳຄັນ​ຂຶ້ນ​ມາ

10. ຊາຕານ​ໄດ້​ຕັ້ງ​ຂໍ້​ສົງໄສ​ຫຍັງ ແລະ​ມັນ​ຕັ້ງ​ຂໍ້​ສົງໄສ​ໂດຍ​ວິທີ​ໃດ?

10 ເພື່ອ​ຈະ​ເຂົ້າ​ໃຈ​ເຫດຜົນ​ທີ່​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ ເຮົາ​ຕ້ອງ​ຄິດ​ຄືນ​ເຖິງ​ສະໄໝ​ທີ່​ຄວາມ​ທຸກ​ທໍລະມານ​ນັ້ນ​ເລີ່ມ​ຕົ້ນ. ເມື່ອ​ຊາຕານ​ຊັກ​ຈູງ​ອາດາມ​ແລະ​ເອວາ​ບໍ່​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ ຈຶ່ງ​ເຮັດ​ໃຫ້​ເກີດ​ຄຳຖາມ​ສຳຄັນ​ຂຶ້ນ​ມາ. ຊາຕານ​ບໍ່​ໄດ້​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ລິດເດດ ຂອງ​ພະ​ເຢໂຫວາ. ແມ່ນ​ແຕ່​ຊາຕານ​ເອງ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ບໍ່​ມີ​ຂີດ​ຈຳກັດ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຊາຕານ​ພັດ​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ສິດທິ​ໃນ​ການ​ປົກຄອງ ຂອງ​ພະ​ເຢໂຫວາ. ໂດຍ​ການ​ເອີ້ນ​ພະເຈົ້າ​ວ່າ​ເປັນ​ຜູ້​ຕົວະ​ເຊິ່ງ​ກີດ​ກັນ​ຜູ້​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະອົງ​ບໍ່​ໃຫ້​ໄດ້​ຮັບ​ສິ່ງ​ດີໆ ຊາຕານ​ໄດ້​ກ່າວ​ຫາ​ພະ​ເຢໂຫວາ​ວ່າ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ. (ຕົ້ນເດີມ 3:2-5) ຊາຕານ​ເວົ້າ​ໂດຍ​ທາງ​ອ້ອມ​ວ່າ​ມະນຸດ​ຄົງ​ຈະ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ກວ່າ​ຖ້າ​ບໍ່​ມີ​ການ​ປົກຄອງ​ຂອງ​ພະເຈົ້າ. ນີ້​ເປັນ​ການ​ໂຈມຕີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ ຂອງ​ພະ​ເຢໂຫວາ.

11. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ທຳລາຍ​ພວກ​ກະບົດ​ໃນ​ສວນ​ເອເດນ?

11 ອາດາມ​ແລະ​ເອວາ​ກະບົດ​ຕໍ່​ພະ​ເຢໂຫວາ. ໃນ​ຄວາມໝາຍ​ໜຶ່ງ​ທັງ​ສອງ​ເວົ້າ​ວ່າ ‘ພວກ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ຂອງ​ພວກ​ເຮົາ. ພວກ​ເຮົາ​ສາມາດ​ຕັດສິນ​ດ້ວຍ​ຕົວ​ເອງ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.’ ພະ​ເຢໂຫວາ​ຈະ​ແກ້ໄຂ​ບັນຫາ​ນັ້ນ​ໄດ້​ແນວ​ໃດ? ພະອົງ​ຈະ​ສອນ​ສິ່ງ​ເນລະມິດ​ສ້າງ​ທີ່​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ​ໄດ້​ແນວ​ໃດ​ວ່າ​ພວກ​ກະບົດ​ເປັນ​ຝ່າຍ​ຜິດ ແລະ​ແນວ​ທາງ​ຂອງ​ພະອົງ​ດີ​ທີ່​ສຸດ​ແທ້ໆ? ບາງ​ຄົນ​ອາດ​ບອກ​ວ່າ​ພະເຈົ້າ​ຄວນ​ຈະ​ທຳລາຍ​ພວກ​ກະບົດ​ແລ້ວ​ສ້າງ​ມະນຸດ​ຂຶ້ນ​ມາ​ໃໝ່. ແຕ່​ພະ​ເຢໂຫວາ​ໄດ້​ຊີ້​ແຈງ​ວ່າ​ພະອົງ​ປະສົງ​ທີ່​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ ແລະ​ພະອົງ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ. (ຕົ້ນເດີມ 1:28) ພະ​ເຢໂຫວາ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະອົງ​ສຳເລັດ​ເປັນ​ຈິງ​ສະເໝີ. (ເອຊາອີ 55:10, 11) ນອກ​ຈາກ​ນີ້ ການ​ກຳຈັດ​ພວກ​ກະບົດ​ໃນ​ສວນ​ເອເດນ​ຄົງ​ຈະ​ບໍ່​ໄດ້​ຕອບ​ຂໍ້​ສົງໄສ​ນັ້ນ​ກ່ຽວ​ກັບ​ສິດທິ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ.

12, 13. ຈົ່ງ​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ເຫດຜົນ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ຊາຕານ​ກາຍ​ເປັນ​ຜູ້​ປົກຄອງ​ໂລກ​ນີ້ ແລະ​ເຫດຜົນ​ທີ່​ພະເຈົ້າ​ອະນຸຍາດ​ໃຫ້​ມະນຸດ​ປົກຄອງ​ຕົນ​ເອງ.

12 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ໜຶ່ງ. ສົມມຸດ​ວ່າ​ນາຍ​ຄູ​ພວມ​ອະທິບາຍ​ວິທີ​ແກ້​ເລກ​ຂໍ້​ທີ່​ຍາກ​ໃຫ້​ກັບ​ລູກ​ສິດ. ລູກ​ສິດ​ຜູ້​ໜຶ່ງ​ທີ່​ສະຫຼາດ​ແຕ່​ດື້​ດ້ານ​ອ້າງ​ວ່າ​ວິທີ​ແກ້​ເລກ​ຂອງ​ນາຍ​ຄູ​ຜິດ. ໂດຍ​ບອກ​ທາງ​ອ້ອມ​ວ່າ​ນາຍ​ຄູ​ຂາດ​ຄວາມ​ສາມາດ ລູກ​ສິດ​ທີ່​ດື້​ດ້ານ​ຜູ້​ນີ້​ຢືນຢັນ​ວ່າ​ຕົນ​ເອງ​ຮູ້​ວິທີ​ແກ້​ເລກ​ທີ່​ດີ​ກວ່າ. ລູກ​ສິດ​ຄົນ​ອື່ນ​ຄິດ​ວ່າ​ຫມູ່​ທີ່​ດື້​ດ້ານ​ນັ້ນ​ເປັນ​ຝ່າຍ​ຖືກ​ແລະ​ຈຶ່ງ​ພາ​ກັນ​ດື້​ດ້ານ​ຕໍ່​ນາຍ​ຄູ​ນຳ​ກັນ. ນາຍ​ຄູ​ຄວນ​ເຮັດ​ແນວ​ໃດ? ຖ້າ​ນາຍ​ຄູ​ໄລ່​ພວກ​ລູກ​ສິດ​ທີ່​ດື້​ດ້ານ​ອອກ​ໄປ​ຈາກ​ຫ້ອງ​ຮຽນ ມັນ​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ນັກ​ຮຽນ​ຄົນ​ອື່ນ? ເຂົາ​ເຈົ້າ​ຈະ​ເຊື່ອ​ແມ່ນ​ບໍ​ວ່າ​ຫມູ່​ນັກ​ຮຽນ​ຜູ້​ນັ້ນ​ແລະ​ຜູ້​ທີ່​ເຂົ້າ​ຢູ່​ຝ່າຍ​ລາວ​ເປັນ​ຝ່າຍ​ຖືກ? ນັກ​ຮຽນ​ຄົນ​ອື່ນ​ທີ່​ຢູ່​ໃນ​ຫ້ອງ​ອາດ​ສູນ​ເສຍ​ຄວາມ​ນັບຖື​ຕໍ່​ນາຍ​ຄູ ໂດຍ​ຄິດ​ວ່າ​ນາຍ​ຄູ​ຢ້ານ​ຈະ​ຖືກ​ພິສູດ​ວ່າ​ເປັນ​ຝ່າຍ​ຜິດ. ແຕ່​ສົມມຸດ​ວ່າ​ນາຍ​ຄູ​ຍອມ​ໃຫ້​ລູກ​ສິດ​ທີ່​ດື້​ດ້ານ​ນັ້ນ​ສະແດງ​ໃຫ້​ຫມູ່​ໃນ​ຫ້ອງ​ເຫັນ​ວິທີ​ແກ້​ເລກ​ດ້ວຍ​ຕົວ​ລາວ ເອງ​ເດ.

ນາຍຄູກຳລັງໃຫ້ລູກສິດທີ່ດື້ດ້ານສະແດງໃຫ້ໝູ່ໃນຫ້ອງເຫັນວິທີແກ້ເລກດ້ວຍຕົວລາວເອງ

ລູກ​ສິດ​ຈະ​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ນາຍ​ຄູ​ບໍ?

13 ພະ​ເຢໂຫວາ​ໄດ້​ເຮັດ​ຄ້າຍ​ຄື​ກັບ​ທີ່​ນາຍ​ຄູ​ຜູ້​ນັ້ນ​ເຮັດ. ຂໍ​ໃຫ້​ຈື່​ໄວ້ ບໍ່​ໄດ້​ມີ​ພຽງ​ແຕ່​ພວກ​ກະບົດ​ໃນ​ສວນ​ເອເດນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ. ທູດ​ສະຫວັນ​ຫຼາຍ​ລ້ານ​ອົງ​ພວມ​ເຝົ້າ​ເບິ່ງ​ຢູ່. (ໂຢບ 38:7; ດານຽນ 7:10) ວິທີ​ທີ່​ພະ​ເຢໂຫວາ​ຈັດການ​ກັບ​ການ​ກະບົດ​ຈະ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ບັນດາ​ທູດ​ສະຫວັນ​ເຫຼົ່າ​ນັ້ນ​ແລະ​ໃນ​ທີ່​ສຸດ​ກໍ​ຕໍ່​ກັບ​ສິ່ງ​ເນລະມິດ​ສ້າງ​ທີ່​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ​ທັງ​ໝົດ. ດັ່ງ​ນັ້ນ ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ໃດ? ພະອົງ​ໄດ້​ຍອມ​ໃຫ້​ຊາຕານ​ສະແດງ​ວິທີ​ທີ່​ມັນ​ຈະ​ປົກຄອງ​ມະນຸດ​ຊາດ. ພະເຈົ້າ​ຍັງ​ຍອມ​ໃຫ້​ມະນຸດ​ປົກຄອງ​ຕົນ​ເອງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຊາຕານ.

14. ການ​ທີ່​ພະ​ເຢໂຫວາ​ຕັດສິນ​ໃຈ​ຍອມ​ໃຫ້​ມະນຸດ​ປົກຄອງ​ຕົນ​ເອງ ຈະ​ມີ​ປະໂຫຍດ​ແນວ​ໃດ?

14 ນາຍ​ຄູ​ໃນ​ຕົວຢ່າງ​ຂອງ​ເຮົາ​ຮູ້​ວ່າ​ລູກ​ສິດ​ທີ່​ດື້​ດ້ານ​ກັບ​ພວກ​ລູກ​ສິດ​ທີ່​ເຂົ້າ​ຂ້າງ​ລາວ​ເປັນ​ຝ່າຍ​ຜິດ. ແຕ່​ນາຍ​ຄູ​ຍັງ​ຮູ້​ອີກ​ວ່າ​ການ​ຍອມ​ໃຫ້​ພວກ​ລູກ​ສິດ​ເຫຼົ່າ​ນັ້ນ​ມີ​ໂອກາດ​ທີ່​ຈະ​ພະຍາຍາມ​ພິສູດ​ຂໍ້​ໂຕ້​ຖຽງ​ຂອງ​ຕົນ​ຈະ​ເປັນ​ປະໂຫຍດ​ແກ່​ນັກ​ຮຽນ​ໝົດ​ຫ້ອງ. ເມື່ອ​ລູກ​ສິດ​ທີ່​ດື້​ດ້ານ​ແກ້​ເລກ​ບໍ່​ໄດ້ ນັກ​ຮຽນ​ທີ່​ສັດ​ຊື່​ໝົດ​ທຸກ​ຄົນ​ຈະ​ເຫັນ​ວ່າ​ມີ​ແຕ່​ນາຍ​ຄູ​ຜູ້​ດຽວ​ມີ​ຄວາມ​ສາມາດ​ສອນ​ນັກ​ຮຽນ​ໃນ​ຫ້ອງ​ໄດ້. ໃນ​ພາຍ​ຫຼັງ​ນັ້ນ​ພວກ​ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ເຫດຜົນ​ທີ່​ນາຍ​ຄູ​ຈະ​ໄລ່​ພວກ​ນັກ​ຮຽນ​ທີ່​ດື້​ດ້ານ​ອອກ​ຈາກ​ຫ້ອງ​ຮຽນ. ຄ້າຍ​ກັນ ພະ​ເຢໂຫວາ​ຮູ້​ວ່າ​ມະນຸດ​ແລະ​ທູດ​ສະຫວັນ​ທັງ​ໝົດ​ທີ່​ມີ​ຫົວໃຈ​ສັດ​ຊື່​ຈະ​ໄດ້​ຮັບ​ປະໂຫຍດ​ຫາກ​ເຫັນ​ວ່າ​ຊາຕານ​ແລະ​ຜູ້​ຮ່ວມ​ກະບົດ​ກັບ​ມັນ​ເປັນ​ຝ່າຍ​ຫຼົ້ມ​ແຫຼວ ແລະ​ມະນຸດ​ບໍ່​ສາມາດ​ປົກຄອງ​ຕົນ​ເອງ​ໄດ້. ເຊັ່ນ​ດຽວ​ກັບ​ເຢເຣມີ​ໃນ​ສະໄໝ​ກ່ອນໆພຸ້ນ ເຂົາ​ເຈົ້າ​ຈະ​ຮຽນ​ຄວາມ​ຈິງ​ທີ່​ສຳຄັນ​ຂໍ້​ນີ້​ທີ່​ວ່າ “ໂອ້​ພະ​ເຢໂຫວາ​ຂ້ານ້ອຍ​ຮູ້ຈັກ​ວ່າ​ທາງ​ມະນຸດ​ບໍ່​ເປັນ​ແຫ່ງ​ຕົນ. ແລະ​ຄົນ​ທີ່​ທຽວ​ໄປ​ກໍ​ບໍ່​ມີ​ອຳນາດ​ຈະ​ນຳ​ໜ້າ​ບາດ​ຕີນ​ແຫ່ງ​ຕົນ​ໄປ.”—ເຢເຣມີ 10:23.

ເປັນ​ຫຍັງ​ຈຶ່ງ​ດົນ​ແທ້?

15, 16. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ​ດົນ​ແທ້? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ສະກັດ​ກັ້ນ​ບໍ່​ໃຫ້​ເກີດ​ເຫດການ​ຊົ່ວ​ຮ້າຍ​ຂຶ້ນ​ມາ?

15 ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ​ດົນ​ແທ້? ແລະ​ເປັນ​ຫຍັງ​ພະອົງ​ຈຶ່ງ​ບໍ່​ສະກັດ​ກັ້ນ​ບໍ່​ໃຫ້​ສິ່ງ​ຊົ່ວ​ເກີດ​ຂຶ້ນ? ຂໍ​ໃຫ້​ພິຈາລະນາ​ສອງ​ສິ່ງ​ທີ່​ນາຍ​ຄູ​ໃນ​ຕົວຢ່າງ​ຂອງ​ເຮົາ​ບໍ່ ໄດ້​ເຮັດ. ສິ່ງ​ທຳອິດ ນາຍ​ຄູ​ບໍ່​ໄດ້​ບອກ​ນັກ​ຮຽນ​ທີ່​ດື້​ດ້ານ​ໃຫ້​ເຊົາ​ໃນ​ຂະນະ​ທີ່​ລາວ​ຫາ​ກໍ​ເລີ່ມ​ອະທິບາຍ​ວິທີ​ແກ້​ເລກ. ສິ່ງ​ທີ​ສອງ ນາຍ​ຄູ​ບໍ່​ໄດ້​ຊ່ວຍ​ນັກ​ຮຽນ​ທີ່​ດື້​ດ້ານ​ຄົນ​ນັ້ນ​ໃນ​ການ​ແກ້​ເລກ​ຂໍ້​ນັ້ນ. ຄ້າຍ​ກັນ ຂໍ​ໃຫ້​ພິຈາລະນາ​ສອງ​ສິ່ງ​ທີ່​ພະ​ເຢໂຫວາ​ຕັດສິນ​ໃຈ​ບໍ່ ເຮັດ. ສິ່ງ​ທຳອິດ ພະອົງ​ບໍ່​ໄດ້​ຫ້າມ​ຊາຕານ​ແລະ​ຜູ້​ທີ່​ຢູ່​ຝ່າຍ​ມັນ​ໄວ້​ຈາກ​ການ​ພະຍາຍາມ​ພິສູດ​ວ່າ​ພວກ​ມັນ​ເປັນ​ຝ່າຍ​ຖືກ. ດ້ວຍ​ເຫດ​ນີ້​ຈຶ່ງ​ຈຳເປັນ​ຕ້ອງ​ປ່ອຍ​ໃຫ້​ເວລາ​ຜ່ານ​ໄປ. ຕະຫຼອດ​ປະຫວັດສາດ​ຫຼາຍ​ພັນ​ປີ ມະນຸດ​ສາມາດ​ທົດລອງ​ເບິ່ງ​ທຸກ​ຮູບ​ແບບ​ຂອງ​ລະ​ບອບ​ການ​ປົກຄອງ​ຫຼື​ລັດຖະບານ​ຂອງ​ຕົນ​ເອງ. ມະນຸດ​ໄດ້​ກ້າວ​ໜ້າ​ແດ່​ໃນ​ດ້ານ​ວິທະຍາສາດ​ແລະ​ຂະແໜງ​ການ​ອື່ນໆ ແຕ່​ຄວາມ​ບໍ່​ຍຸຕິທຳ ຄວາມ​ອຶດຢາກ ອາດຊະຍາກຳ ແລະ​ສົງຄາມ​ພັດ​ຮ້າຍແຮງ​ຂຶ້ນ​ກວ່າ​ແຕ່​ກ່ອນ. ຕອນ​ນີ້​ການ​ປົກຄອງ​ຂອງ​ມະນຸດ​ສະແດງ​ໃຫ້​ເຫັນ ແລ້ວ​ວ່າ​ຫຼົ້ມ​ແຫຼວ.

16 ສິ່ງ​ທີ​ສອງ ພະ​ເຢໂຫວາ​ບໍ່​ໄດ້​ຊ່ວຍ​ຊາຕານ​ໃນ​ການ​ປົກຄອງ​ໂລກ​ນີ້. ຖ້າ​ສົມມຸດ​ວ່າ​ພະເຈົ້າ​ສະກັດ​ກັ້ນ​ບໍ່​ໃຫ້​ມີ​ອາດຊະຍາກຳ​ທີ່​ຮ້າຍແຮງ​ເກີດ​ຂຶ້ນ ທີ່​ແທ້​ແລ້ວ​ການ​ເຮັດ​ເຊັ່ນ​ນັ້ນ​ກໍ​ໃຫ້​ຫຼັກຖານ​ວ່າ​ພວກ​ກະບົດ​ເປັນ​ຝ່າຍ​ຖືກ​ບໍ່​ແມ່ນ​ບໍ? ພະເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ບໍ​ວ່າ​ມະນຸດ​ສາມາດ​ປົກຄອງ​ຕົນ​ເອງ​ໄດ້ ໂດຍ​ບໍ່​ເກີດ​ຜົນ​ເສຍຫາຍ? ຖ້າ​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ ພະອົງ​ກໍ​ຈະ​ເປັນ​ຜູ້​ທີ່​ເຂົ້າ​ຮ່ວມ​ກັບ​ຝ່າຍ​ທີ່​ເວົ້າ​ຕົວະ. ແຕ່ “ພະເຈົ້າ​ຈະ​ເວົ້າ​ຕົວະ​ບໍ່​ໄດ້.”—ເຫບເລີ 6:18.

17, 18. ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຜົນ​ເສຍຫາຍ​ທັງ​ໝົດ​ທີ່​ເກີດ​ຈາກ​ການ​ປົກຄອງ​ຂອງ​ມະນຸດ​ແລະ​ຈາກ​ອິດທິພົນ​ຂອງ​ຊາຕານ?

17 ຊິ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຜົນ​ເສຍຫາຍ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງ​ທີ່​ມີ​ການ​ກະບົດ​ຕໍ່​ພະເຈົ້າ​ເຊິ່ງ​ເປັນ​ເວລາ​ດົນ​ນານ? ເຮົາ​ຄວນ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ມີ​ລິດທານຸພາບ​ທຸກ​ປະການ. ສະນັ້ນ ພະອົງ​ທັງ​ສາມາດ​ແລະ​ທັງ​ຈະ​ແກ້ໄຂ​ຜົນ​ກະທົບ​ຕ່າງໆທີ່​ເກີດ​ຈາກ​ຄວາມ​ທຸກ​ທໍລະມານ​ຂອງ​ມະນຸດ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ແລ້ວ ການ​ກໍ່​ຄວາມ​ເສຍຫາຍ​ແກ່​ໜ່ວຍ​ໂລກ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ແກ້ໄຂ​ໂດຍ​ການ​ປ່ຽນ​ແຜ່ນດິນ​ໂລກ​ໃຫ້​ເປັນ​ອຸທິຍານ. ຜົນ​ກະທົບ​ຈາກ​ບາບ​ຈະ​ຖືກ​ກຳຈັດ​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ທີ່​ພະ​ເຍຊູ​ຖວາຍ​ເປັນ​ຄ່າໄຖ່ ແລະ​ຜົນ​ກະທົບ​ຈາກ​ຄວາມ​ຕາຍ​ຈະ​ຖືກ​ລຶບ​ລ້າງ​ໄປ​ໂດຍ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ໂດຍ​ວິທີ​ນີ້​ພະເຈົ້າ​ຈະ​ໃຊ້​ພະ​ເຍຊູ​ໃຫ້ “ກະທຳ​ໃຫ້​ການ​ຂອງ​ພະຍາມານ​ຈິບຫາຍ​ເສຍ.” (1 ໂຢຮັນ 3:8) ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເລື່ອງ​ທັງ​ໝົດ​ນີ້​ສຳເລັດ​ໃນ​ເວລາ​ທີ່​ເໝາະ​ສົມ. ເຮົາ​ມີ​ຄວາມ​ຍິນດີ​ທີ່​ພະອົງ​ບໍ່​ໄດ້​ລົງ​ມື​ຈັດການ​ໄວ​ກວ່າ​ນີ້ ເນື່ອງ​ຈາກ​ຄວາມ​ອົດ​ທົນ​ຂອງ​ພະອົງ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ແລະ​ໄດ້​ຮັບໃຊ້​ພະອົງ. (2 ເປໂຕ 3:9, 10) ໃນ​ລະຫວ່າງ​ນີ້ ພະເຈົ້າ​ມີ​ຄວາມ​ປາຖະໜາ​ຢ່າງ​ຍິ່ງ​ທີ່​ຈະ​ຊອກ​ຫາ​ຜູ້​ນະມັດສະການ​ທີ່​ຈິງ​ໃຈ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ທີ່​ອາດ​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ໃນ​ໂລກ​ທີ່​ຫຍຸ້ງຍາກ​ນີ້.—ໂຢຮັນ 4:23; 1 ໂກລິນໂທ 10:13.

18 ບາງ​ຄົນ​ອາດ​ຄິດ​ວ່າ​ຖ້າ​ພະເຈົ້າ​ໄດ້​ສ້າງ​ອາດາມ​ແລະ​ເອວາ​ໃນ​ແບບ​ທີ່​ບໍ່​ສາມາດ ກະບົດ​ຕໍ່​ພະອົງ ນັ້ນ​ກໍ​ອາດ​ຊ່ວຍ​ປ້ອງກັນ​ບໍ່​ໃຫ້​ຄວາມ​ທຸກ​ທໍລະມານ​ທັງ​ປວງ​ເກີດ​ຂຶ້ນ​ແມ່ນ​ບໍ? ເພື່ອ​ຕອບ​ຄຳຖາມ​ນີ້ ເຮົາ​ຕ້ອງ​ນຶກ​ເຖິງ​ຂອງ​ປະທານ​ອັນ​ລ້ຳ​ຄ່າ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ເຮົາ.

ເຮົາ​ຈະ​ໃຊ້​ຂອງ​ປະທານ​ຈາກ​ພະເຈົ້າ​ແນວ​ໃດ?

ຜູ້ຍິງທີ່ໂສກເສົ້າໄດ້ຮັບຄຳປອບໂຍນຈາກການອ່ານຄຳພີໄບເບິນ

ພະເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ຄວາມ​ທຸກ​ທໍລະມານ

19. ພະ​ເຢໂຫວາ​ໃຫ້​ຂອງ​ປະທານ​ທີ່​ມີ​ຄ່າ​ອັນ​ໃດ​ແກ່​ເຮົາ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ຖື​ວ່າ​ຂອງ​ປະທານ​ນີ້​ມີ​ຄ່າ?

19 ດັ່ງ​ທີ່​ບອກ​ໄວ້​ໃນ​ບົດ​ທີ 5 ມີ​ການ​ສ້າງ​ມະນຸດ​ໃຫ້​ມີ​ເຈດຈຳນົງ​ເສລີ. ເຮົາ​ເຂົ້າ​ໃຈ​ບໍ​ວ່າ​ຂອງ​ປະທານ​ນັ້ນ​ມີ​ຄ່າ​ສ່ຳ​ໃດ? ພະເຈົ້າ​ສ້າງ​ສັດ​ນາໆຊະນິດ​ນັບ​ບໍ່​ຖ້ວນ​ແລະ​ສັດ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ເຮັດ​ສິ່ງ​ຕ່າງໆຕາມ​ສັນຊາດຕະຍານ. (ສຸພາສິດ 30:24) ມະນຸດ​ໄດ້​ສ້າງ​ຫຸ່ນ​ຍົນ​ບາງ​ປະເພດ​ເຊິ່ງ​ສາມາດ​ກຳນົດ​ໃຫ້​ມັນ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ. ຖ້າ​ພະເຈົ້າ​ສ້າງ​ເຮົາ​ແບບ​ນັ້ນ​ເຮົາ​ຈະ​ມີ​ຄວາມ​ສຸກ​ບໍ? ບໍ່​ມີ​ດອກ ເຮົາ​ດີ​ໃຈ​ທີ່​ມີ​ອິດສະຫຼະ​ທີ່​ຈະ​ເລືອກ​ວ່າ​ຈະ​ເປັນ​ຄົນ​ແບບ​ໃດ ຈະ​ດຳເນີນ​ຊີວິດ​ແນວ​ໃດ ຈະ​ຄົບຫາ​ກັບ​ໃຜ ແລະ​ອື່ນໆ. ເຮົາ​ຢາກ​ໄດ້​ອິດສະຫຼະ​ໃນ​ລະດັບ​ໃດ​ໜຶ່ງ ແລະ​ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ສິ່ງ​ນີ້.

20, 21. ເຮົາ​ອາດ​ໃຊ້​ຂອງ​ປະທານ​ກ່ຽວ​ກັບ​ເຈດຈຳນົງ​ເສລີ​ຢ່າງ​ທີ່​ດີ​ທີ່​ສຸດ​ໄດ້​ໂດຍ​ວິທີ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເຮັດ​ແນວ​ນັ້ນ?

20 ພະ​ເຢໂຫວາ​ບໍ່​ພໍ​ໃຈ​ກັບ​ການ​ຮັບໃຊ້​ທີ່​ເຮັດ​ແບບ​ຝືນ​ໃຈ. (2 ໂກລິນໂທ 9:7) ເພື່ອ​ເປັນ​ຕົວຢ່າງ ການ​ທີ່​ລູກ​ເວົ້າ​ວ່າ “ລູກ​ຮັກ​ພໍ່​ຮັກ​ແມ່” ຍ້ອນ​ມີ​ຄົນ​ບອກ​ໃຫ້​ເວົ້າ ກັບ​ການ​ທີ່​ລູກ​ເວົ້າ​ແນວ​ນັ້ນ​ອອກ​ມາ​ຈາກ​ໃຈ ອັນ​ໃດ​ຈະ​ເຮັດ​ໃຫ້​ພໍ່​ແມ່​ສຸກ​ໃຈ​ຫຼາຍ​ກວ່າ​ກັນ? ດັ່ງ​ນັ້ນ​ສິ່ງ​ສຳຄັນ​ທີ່​ຄວນ​ຈະ​ພິຈາລະນາ​ຄື ເຈົ້າ ຈະ​ໃຊ້​ເຈດຈຳນົງ​ເສລີ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ແນວ​ໃດ? ຊາຕານ ອາດາມ ແລະ​ເອວາ​ໃຊ້​ເຈດຈຳນົງ​ເສລີ​ໃນ​ທາງ​ທີ່​ຜິດ​ພາດ​ທີ່​ສຸດ. ພວກ​ເຂົາ​ປະຕິເສດ​ພະ​ເຢໂຫວາ​ພະເຈົ້າ. ເຈົ້າ​ເດ​ຈະ​ເຮັດ​ແນວ​ໃດ?

21 ເຈົ້າ​ມີ​ໂອກາດ​ທີ່​ຈະ​ໃຊ້​ຂອງ​ປະທານ​ອັນ​ດີ​ເລີດ​ກ່ຽວ​ກັບ​ເຈດຈຳນົງ​ເສລີ​ຢ່າງ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ເຈົ້າ​ສາມາດ​ເຂົ້າ​ຮ່ວມ​ກັບ​ຜູ້​ຄົນ​ນັບ​ເປັນ​ລ້ານໆເຊິ່ງ​ໄດ້​ຢູ່​ຝ່າຍ​ພະ​ເຢໂຫວາ. ເຂົາ​ເຈົ້າ​ເຮັດ​ໃຫ້​ພະເຈົ້າ​ຍິນດີ​ເພາະ​ເຂົາ​ເຈົ້າ​ປະກອບ​ສ່ວນ​ຢ່າງ​ຫ້າວຫັນ​ໃນ​ການ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ​ແລະ​ເປັນ​ຜູ້​ປົກຄອງ​ໂລກ​ທີ່​ຫຼົ້ມ​ແຫຼວ. (ສຸພາສິດ 27:11) ເຈົ້າ​ເອງ​ກໍ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ການ​ເລືອກ​ແນວ​ທາງ​ຊີວິດ​ທີ່​ຖືກຕ້ອງ. ຈະ​ມີ​ການ​ອະທິບາຍ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ພະເຈົ້າ​ບໍ່​ໄດ້​ເປັນ​ຕົ້ນ​ເຫດ​ຂອງ​ສະພາບການ​ທີ່​ບໍ່​ດີ​ໃນ​ໂລກ.—ໂຢບ 34:10.

  • ໂດຍ​ເອີ້ນ​ພະເຈົ້າ​ວ່າ​ເປັນ​ຜູ້​ຕົວະ​ແລະ​ເວົ້າ​ວ່າ​ພະອົງ​ກີດ​ກັນ​ສິ່ງ​ທີ່​ດີ​ໄວ້​ຈາກ​ຜູ້​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະອົງ ຊາຕານ​ຕັ້ງ​ຂໍ້​ສົງໄສ​ເລື່ອງ​ສິດທິ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ.—ຕົ້ນເດີມ 3:2-5.

  • ພະ​ເຢໂຫວາ​ຈະ​ໃຊ້​ລູກ​ຊາຍ​ຂອງ​ພະອົງ ເຊິ່ງ​ເປັນ​ຜູ້​ປົກຄອງ​ລາຊະອານາຈັກ​ເມຊີ​ເພື່ອ​ເຮັດ​ໃຫ້​ຄວາມ​ທຸກ​ທັງ​ໝົດ​ຂອງ​ມະນຸດ​ສິ້ນ​ສຸດ​ລົງ​ແລະ​ຈະ​ແກ້ໄຂ​ຜົນ​ກະທົບ​ທີ່​ເກີດ​ຈາກ​ຄວາມ​ທຸກ​ທໍລະມານ​ນັ້ນ.—1 ໂຢຮັນ 3:8.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌