ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 14 ໜ້າ 134-143
  • ວິທີ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ເຈົ້າ​ມີ​ຄວາມ​ສຸກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ເຈົ້າ​ມີ​ຄວາມ​ສຸກ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄອບຄົວ​ເກີດ​ມາ​ຈາກ​ພະເຈົ້າ
  • ແບບ​ຢ່າງ​ສຳລັບ​ຜູ້​ເປັນ​ຜົວ
  • ຕົວຢ່າງ​ສຳລັບ​ຜູ້​ເປັນ​ເມຍ
  • ຕົວຢ່າງ​ທີ່​ສົມບູນ​ແບບ​ສຳລັບ​ຜູ້​ເປັນ​ພໍ່​ແມ່
  • ຕົວຢ່າງ​ສຳລັບ​ຜູ້​ເປັນ​ລູກ
  • ເຄັດ​ລັບ​ສຳຄັນ​ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ
  • ຄອບຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 14 ໜ້າ 134-143

ບົດ​ທີ​ສິບ​ສີ່

ວິທີ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ເຈົ້າ​ມີ​ຄວາມ​ສຸກ

  • ເພື່ອ​ຈະ​ເປັນ​ຜົວ​ທີ່​ດີ ອັນ​ໃດ​ເປັນ​ສິ່ງ​ຈຳເປັນ?

  • ຜູ້​ຍິງ​ຈະ​ເຮັດ​ໜ້າ​ທີ່​ຂອງ​ເມຍ​ໄດ້​ຢ່າງ ປະສົບ​ຜົນ​ສຳເລັດ​ໄດ້​ແນວ​ໃດ?

  • ໃນ​ການ​ເປັນ​ພໍ່​ແມ່​ທີ່​ດີ ມີ​ຫຍັງ​ກ່ຽວ​ຂ້ອງ​ຢູ່​ນຳ?

  • ລູກ​ຈະ​ຊ່ວຍ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ມີ​ຄວາມ​ສຸກ​ໄດ້​ໂດຍ​ວິທີ​ໃດ?

1. ເພື່ອ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ມີ​ຄວາມ​ສຸກ ອັນ​ໃດ​ເປັນ​ເຄັດ​ລັບ​ທີ່​ສຳຄັນ?

ພະ​ເຢໂຫວາ​ພະເຈົ້າ​ຢາກ​ໃຫ້​ຊີວິດ​ຄອບຄົວ​ຂອງ​ເຈົ້າ​ມີ​ຄວາມ​ສຸກ. ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະອົງ​ມີ​ຄຳ​ແນະນຳ​ໃຫ້​ສະມາຊິກ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ໂດຍ​ຊີ້​ແຈງ​ເຖິງ​ບົດບາດ​ໜ້າ​ທີ່​ທີ່​ພະເຈົ້າ​ຢາກ​ໃຫ້​ແຕ່​ລະ​ຄົນ​ເຮັດ. ເມື່ອ​ສະມາຊິກ​ໃນ​ຄອບຄົວ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຕາມ​ຄຳ​ແນະນຳ​ຂອງ​ພະເຈົ້າ ຍ່ອມ​ເກີດ​ຜົນ​ທີ່​ເປັນ​ຕາ​ພໍ​ໃຈ​ຫຼາຍ​ແທ້ໆ. ພະ​ເຍຊູ​ກ່າວ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຟັງ​ພະ​ຄຳ​ຂອງ​ພະເຈົ້າ​ແລະ​ຂັບ​ຕາມ​ພະ​ຄຳ​ນັ້ນ​ກໍ​ເປັນ​ສຸກ​ຫຼາຍ”!—ລືກາ 11:28.

2. ຄວາມ​ສຸກ​ພາຍ​ໃນ​ຄອບຄົວ​ຂຶ້ນ​ຢູ່​ກັບ​ການ​ທີ່​ເຮົາ​ຍອມ​ຮັບ​ໃນ​ເລື່ອງ​ໃດ?

2 ສ່ວນ​ຫຼາຍ​ແລ້ວ​ຄວາມ​ສຸກ​ໃນ​ຄອບຄົວ​ຂຶ້ນ​ຢູ່​ກັບ​ການ​ທີ່​ເຮົາ​ຍອມ​ຮັບ​ວ່າ​ຄອບຄົວ​ເກີດ​ມາ​ຈາກ​ພະ​ເຢໂຫວາ ຜູ້​ທີ່​ພະ​ເຍຊູ​ເອີ້ນ​ວ່າ​ເປັນ “ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ.” (ມັດທາຍ 6:9) ທຸກ​ຄອບຄົວ​ຢູ່​ແຜ່ນດິນ​ໂລກ​ມີ​ຢູ່​ກໍ​ເນື່ອງ​ມາ​ຈາກ​ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ ແລະ​ແນ່ນອນ​ພະອົງ​ຮູ້​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ. (ເອເຟດ 3:14, 15) ດັ່ງ​ນັ້ນ ຄຳພີ​ໄບເບິນ​ສອນ​ຫຍັງ​ກ່ຽວ​ກັບ​ບົດບາດ​ໜ້າ​ທີ່​ຂອງ​ສະມາຊິກ​ແຕ່​ລະ​ຄົນ​ໃນ​ຄອບຄົວ?

ຄອບຄົວ​ເກີດ​ມາ​ຈາກ​ພະເຈົ້າ

3. ຄຳພີ​ໄບເບິນ​ອະທິບາຍ​ແນວ​ໃດ​ກ່ຽວ​ກັບ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄອບຄົວ​ມະນຸດ ແລະ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເປັນ​ຄວາມ​ຈິງ?

3 ພະ​ເຢໂຫວາ​ໄດ້​ສ້າງ​ອາດາມ​ແລະ​ເອວາ​ມະນຸດ​ຄູ່​ທຳອິດ ແລະ​ເອົາ​ທັງ​ສອງ​ມາ​ຢູ່​ນຳ​ກັນ​ແບບ​ຜົວ​ເມຍ. ພະອົງ​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ບ້ານ​ເທິງ​ແຜ່ນດິນ​ໂລກ​ເຊິ່ງ​ເປັນ​ອຸທິຍານ​ທີ່​ສວຍ​ງາມ ນັ້ນ​ຄື​ສວນ​ເອເດນ ແລະ​ບອກ​ເຂົາ​ເຈົ້າ​ໃຫ້​ມີ​ລູກ​ມີ​ຫຼານ. ພະ​ເຢໂຫວາ​ກ່າວ​ວ່າ “ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ.” (ຕົ້ນເດີມ 1:26-28; 2:18, 21-24) ນີ້​ບໍ່​ແມ່ນ​ເລື່ອງ​ທີ່​ແຕ່ງ​ຂຶ້ນ​ຫຼື​ນິທານ ເພາະ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ພະທຳ​ຕົ້ນເດີມ​ບອກ​ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ​ຂອງ​ຊີວິດ​ຄອບຄົວ​ນັ້ນ​ເປັນ​ເລື່ອງ​ຈິງ. (ມັດທາຍ 19:4, 5) ເຖິງ​ແມ່ນ​ວ່າ​ເຮົາ​ປະສົບ​ບັນຫາ​ຫຼາຍ​ຢ່າງ ແລະ​ຊີວິດ​ໃນ​ປັດຈຸບັນ​ນີ້​ກໍ​ບໍ່​ໄດ້​ເປັນ​ຄື​ກັບ​ທີ່​ພະເຈົ້າ​ປະສົງ​ໄວ້ ແຕ່​ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ຄວາມ​ສຸກ​ພາຍ​ໃນ​ຄອບຄົວ.

4. (ກ) ສະມາຊິກ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ຈະ​ມີ​ສ່ວນ​ສົ່ງເສີມ​ຄວາມ​ສຸກ​ໃນ​ຄອບຄົວ​ໄດ້​ໂດຍ​ວິທີ​ໃດ? (ຂ) ເພື່ອ​ຄອບຄົວ​ຈະ​ມີ​ຄວາມ​ສຸກ ເປັນ​ຫຍັງ​ການ​ສຶກສາ​ເລື່ອງ​ຊີວິດ​ພະ​ເຍຊູ​ຈຶ່ງ​ມີ​ຄວາມ​ສຳຄັນ?

4 ໂດຍ​ການ​ຮຽນ​ແບບ​ພະເຈົ້າ​ໃນ​ການ​ສະແດງ​ຄວາມ​ຮັກ ສະມາຊິກ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ສາມາດ​ຊ່ວຍ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ມີ​ຄວາມ​ສຸກ. (ເອເຟດ 5:1, 2) ເນື່ອງ​ຈາກ​ເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ພະເຈົ້າ​ໄດ້ ເຮົາ​ຈະ​ຮຽນ​ແບບ​ພະອົງ​ໄດ້​ແນວ​ໃດ? ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ ກໍ​ເພາະ​ພະອົງ​ໄດ້​ສົ່ງ​ລູກ​ຊາຍ​ກົກ​ຂອງ​ພະອົງ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ແຜ່ນດິນ​ໂລກ. (ໂຢຮັນ 1:14, 18) ເມື່ອ​ຢູ່​ແຜ່ນດິນ​ໂລກ ລູກ​ຊາຍ​ຜູ້​ນີ້​ເຊິ່ງ​ແມ່ນ​ພະ​ເຍຊູ​ຄລິດ​ໄດ້​ຮຽນ​ແບບ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ໄດ້​ຢ່າງ​ດີ​ເລີດ​ຈົນ​ກະທັ່ງ​ວ່າ​ການ​ໄດ້​ເຫັນ​ແລະ​ຟັງ​ພະ​ເຍຊູ​ກໍ​ຄື​ກັບ​ການ​ໄດ້​ຢູ່​ກັບ​ພະ​ເຢໂຫວາ​ແລະ​ໄດ້​ຍິນ​ພະ​ເຢໂຫວາ. (ໂຢຮັນ 14:9) ສະນັ້ນ ໂດຍ​ການ​ຮຽນ​ຮູ້​ຈາກ​ວິທີ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ຮັກ​ແລະ​ການ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະອົງ ເຮົາ​ແຕ່​ລະ​ຄົນ​ກໍ​ສາມາດ​ຊ່ວຍ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

ແບບ​ຢ່າງ​ສຳລັບ​ຜູ້​ເປັນ​ຜົວ

5, 6. (ກ) ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ປະຊາຄົມ​ເປັນ​ການ​ວາງ​ຕົວຢ່າງ​ໃຫ້​ຜູ້​ເປັນ​ຜົວ​ຄື​ແນວ​ໃດ? (ຂ) ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ ເຮົາ​ຈຳເປັນ​ຕ້ອງ​ເຮັດ​ຫຍັງ?

5 ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ເປັນ​ຜົວ​ຄວນ​ປະຕິບັດ​ຕໍ່​ເມຍ​ຂອງ​ຕົນ​ແບບ​ດຽວ​ກັບ​ທີ່​ພະ​ເຍຊູ​ປະຕິບັດ​ຕໍ່​ພວກ​ລູກ​ສິດ​ຂອງ​ເພິ່ນ. ຂໍ​ໃຫ້​ພິຈາລະນາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ທີ່​ວ່າ “ທ່ານ​ທັງ​ຫຼາຍ​ຜູ້​ເປັນ​ຜົວ ຈົ່ງ​ຮັກ​ເມຍ​ຂອງ​ຕົນ​ເອງ​ເໝືອນ​ດັ່ງ​ພະ​ຄລິດ​ໄດ້​ຮັກ​ພວກ​ຊຸມນຸມ [ປະຊາຄົມ​] ແລະ​ໄດ້​ມອບ​ພະອົງ​ເອງ​ໄວ້​ແທນ​ພວກ​ຊຸມນຸມ​ນັ້ນ . . . ຢ່າງ​ນັ້ນ​ຜົວ​ທັງ​ມວນ​ຕ້ອງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ກາຍ​ຂອງ​ຕົນ​ເອງ. ຜູ້​ທີ່​ຮັກ​ເມຍ​ແຫ່ງ​ຕົນ​ກໍ​ຮັກ​ຕົວ​ເອງ ເຫດ​ວ່າ​ບໍ່​ມີ​ຜູ້​ໃດ​ໄດ້​ກຽດ​ຊັງ​ເນື້ອ​ໜັງ​ແຫ່ງ​ຕົນ​ສັກ​ເທື່ອ ແຕ່​ວ່າ​ລ້ຽງ​ໄວ້​ແລະ​ແພງ​ມັນ​ເໝືອນ​ດັ່ງ​ພະ​ຄລິດ​ລ້ຽງ​ແລະ​ຮັກ​ພວກ​ຊຸມນຸມ.”—ເອເຟດ 5:23, 25-29.

6 ຄວາມ​ຮັກ​ທີ່​ພະ​ເຍຊູ​ມີ​ຕໍ່​ປະຊາຄົມ​ເຊິ່ງ​ປະກອບ​ດ້ວຍ​ພວກ​ລູກ​ສິດ ເປັນ​ຕົວຢ່າງ​ອັນ​ດີ​ເລີດ​ທີ່​ພະອົງ​ວາງ​ໄວ້​ສຳລັບ​ຜູ້​ເປັນ​ຜົວ. ພະ​ເຍຊູ “ຮັກ​ເຂົາ​ເຖິງ​ທີ່​ສຸດ” ຈົນ​ໄດ້​ສະລະ​ຊີວິດ​ເພື່ອ​ເຂົາ​ເຈົ້າ ເຖິງ​ແມ່ນ​ເຂົາ​ເຈົ້າ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ກໍ​ຕາມ. (ໂຢຮັນ 13:1; 15:13) ຄ້າຍ​ກັນ ມີ​ການ​ກະຕຸ້ນ​ເຕືອນ​ຜູ້​ເປັນ​ຜົວ​ດັ່ງ​ນີ້ “ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ ຢ່າ​ມີ​ໃຈ​ເຜັດ​ຮ້ອນ​ຕໍ່​ເຂົາ.” (ໂກໂລດ 3:19) ອັນ​ໃດ​ຈະ​ຊ່ວຍ​ຜົວ​ໃຫ້​ເອົາ​ຄຳ​ແນະນຳ​ດັ່ງ​ກ່າວ​ນີ້​ມາ​ໃຊ້ ໂດຍ​ສະເພາະ​ເມື່ອ​ບາງ​ຄັ້ງ​ເມຍ​ບໍ່​ໄດ້​ເຮັດ​ຢ່າງ​ສຸຂຸມ? ຜູ້​ເປັນ​ຜົວ​ຄວນ​ຈື່​ໄວ້​ວ່າ​ຕົນ​ເອງ​ກໍ​ຍັງ​ເຮັດ​ຜິດ​ພາດ ແລະ​ຄວນ​ນຶກ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງ​ເຮັດ​ເພື່ອ​ພະເຈົ້າ​ຈະ​ໃຫ້​ອະໄພ. ຜົວ​ຕ້ອງ​ເຮັດ​ຫຍັງ? ລາວ​ຕ້ອງ​ໃຫ້​ອະໄພ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ລາວ ແລະ​ນັ້ນ​ກໍ​ລວມ​ເຖິງ​ເມຍ​ດ້ວຍ. ແນ່ນອນ ເມຍ​ກໍ​ຄວນ​ເຮັດ​ແບບ​ດຽວ​ກັນ. (ມັດທາຍ 6:12, 14, 15) ເຈົ້າ​ເຂົ້າ​ໃຈ​ເຫດຜົນ​ບໍ​ວ່າ​ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ເວົ້າ​ວ່າ​ຊີວິດ​ແຕ່ງ​ດອງ​ທີ່​ປະສົບ​ຜົນ​ສຳເລັດ​ຄື​ການ​ຢູ່​ຮ່ວມ​ກັນ​ຂອງ​ຄົນ​ສອງ​ຄົນ​ທີ່​ເຕັມ​ໃຈ​ໃຫ້​ອະໄພ​ກັນ​ແລະ​ກັນ?

7. ພະ​ເຍຊູ​ຄລິດ​ຄຳນຶງ​ເຖິງ​ສິ່ງ​ໃດ​ເຊິ່ງ​ເປັນ​ການ​ວາງ​ຕົວຢ່າງ​ແນວ​ໃດ​ສຳລັບ​ຜູ້​ເປັນ​ຜົວ?

7 ຜູ້​ເປັນ​ຜົວ​ຄວນ​ສັງເກດ​ວ່າ​ພະ​ເຍຊູ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ພວກ​ລູກ​ສິດ​ຂອງ​ພະອົງ​ສະເໝີ. ພະອົງ​ຄຳນຶງ​ເຖິງ​ຂໍ້​ຈຳກັດ​ແລະ​ຄວາມ​ຕ້ອງການ​ທາງ​ຮ່າງກາຍ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ ເມື່ອ​ເຂົາ​ເຈົ້າ​ອິດ​ເມື່ອຍ ພະອົງ​ເວົ້າ​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ມາ​ຕ່າງ​ຫາກ​ໃນ​ປ່າ​ສະຫງັດ​ຢູ່​ແລະ​ເຊົາ​ການ​ຢູ່​ສັກ​ໜ້ອຍ​ໜຶ່ງ.” (ມາລະໂກ 6:30-32) ເມຍ​ກໍ​ສົມຄວນ​ໄດ້​ຮັບ​ການ​ຄຳນຶງ​ເຖິງ​ເຊັ່ນ​ດຽວ​ກັນ. ຄຳພີ​ໄບເບິນ​ປຽບ​ຜູ້​ເປັນ​ເມຍ​ຄື​ກັບ​ວ່າ​ເປັນ “ເຄື່ອງ​ສຳລັບ​ໃສ່​ທີ່​ມີ​ແຮງ​ໜ້ອຍ​ກວ່າ” ເຊິ່ງ​ຜົວ​ໄດ້​ຮັບ​ຄຳ​ສັ່ງ​ວ່າ​ຕ້ອງ “ນັບຖື” ຫຼື​ໃຫ້​ກຽດ​ເມຍ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ທັງ​ຜົວ​ແລະ​ເມຍ​ໄດ້​ຮັບ “ພະ​ຄຸນ​ຂອງ​ຊີວິດ​ເປັນ​ມູນ​ດ້ວຍ​ກັນ.” (1 ເປໂຕ 3:7) ຜົວ​ຄວນ​ຈື່​ໄວ້​ວ່າ​ສິ່ງ​ທີ່​ມີ​ຄ່າ​ສຳລັບ​ພະເຈົ້າ​ແມ່ນ​ຄວາມ​ສັດ​ຊື່ ບໍ່​ແມ່ນ​ວ່າ​ເປັນ​ຊາຍ​ຫຼື​ຍິງ.—ຄຳເພງ 101:6.

8. (ກ) ໂດຍ​ວິທີ​ໃດ​ຜົວ “ທີ່​ຮັກ​ເມຍ​ແຫ່ງ​ຕົນ​ກໍ​ຮັກ​ຕົວ​ເອງ”? (ຂ) ສຳລັບ​ຜູ້​ທີ່​ເປັນ​ຜົວ​ເມຍ​ກັນ ການ​ເປັນ “ເນື້ອ​ໜັງ​ອັນ​ດຽວ” ໝາຍ​ຄວາມ​ວ່າ​ແນວ​ໃດ?

8 ຄຳພີ​ໄບເບິນ​ກ່າວ​ວ່າ ຜົວ “ທີ່​ຮັກ​ເມຍ​ແຫ່ງ​ຕົນ​ກໍ​ຮັກ​ຕົວ​ເອງ.” ເປັນ​ແນວ​ນີ້​ກໍ​ເພາະ​ວ່າ​ຜູ້​ຊາຍ​ແລະ​ເມຍ​ຂອງ​ຕົນ “ບໍ່​ເປັນ 2 ຕໍ່​ໄປ​ແຕ່​ວ່າ​ເປັນ​ເນື້ອ​ອັນ​ດຽວ​ກັນ” ດັ່ງ​ທີ່​ພະ​ເຍຊູ​ໄດ້​ຊີ້​ແຈງ​ໃຫ້​ເຫັນ. (ມັດທາຍ 19:6) ດັ່ງ​ນັ້ນ ທັງ​ສອງ​ຕ້ອງ​ຈຳກັດ​ຄວາມ​ສົນ​ໃຈ​ທາງ​ເພດ​ໄວ້​ສະເພາະ​ກັບ​ຜູ້​ທີ່​ເປັນ​ຄູ່​ຂອງ​ຕົນ​ເທົ່າ​ນັ້ນ. (ສຸພາສິດ 5:15-21; ເຫບເລີ 13:4) ທັງ​ສອງ​ຈະ​ເຮັດ​ແບບ​ນີ້​ໄດ້​ເມື່ອ​ຄຳນຶງ​ເຖິງ​ຄວາມ​ຈຳເປັນ​ຂອງ​ອີກ​ຝ່າຍ​ໜຶ່ງ​ແບບ​ບໍ່​ເຫັນ​ແກ່​ຕົວ. (1 ໂກລິນໂທ 7:3-5) ສິ່ງ​ທີ່​ໜ້າ​ສັງເກດ​ແມ່ນ​ຂໍ້​ເຕືອນ​ໃຈ​ທີ່​ວ່າ “ບໍ່​ມີ​ຜູ້​ໃດ​ໄດ້​ກຽດ​ຊັງ​ເນື້ອ​ໜັງ​ແຫ່ງ​ຕົນ ສັກ​ເທື່ອ ແຕ່​ວ່າ​ລ້ຽງ​ໄວ້​ແລະ​ແພງ​ມັນ.” ຜົວ​ຕ້ອງ​ຮັກ​ເມຍ​ຄື​ກັບ​ຮັກ​ຕົນ​ເອງ ໂດຍ​ສຳນຶກ​ວ່າ​ຕ້ອງ​ໃຫ້​ການ​ຕໍ່​ພະ​ເຍຊູ​ເຊິ່ງ​ເປັນ​ປະມຸກ​ຂອງ​ລາວ.—ເອເຟດ 5:29; 1 ໂກລິນໂທ 11:3.

9. ຢູ່​ຟີລິບ 1:8 ມີ​ການ​ກ່າວ​ເຖິງ​ຄຸນ​ລັກສະນະ​ອັນ​ໃດ​ຂອງ​ພະ​ເຍຊູ ແລະ​ເປັນ​ຫຍັງ​ຜົວ​ຄວນ​ສະແດງ​ຄຸນ​ລັກສະນະ​ດັ່ງ​ກ່າວ​ຕໍ່​ເມຍ​ຂອງ​ຕົນ?

9 ອັກຄະສາວົກ​ໂປໂລ​ກ່າວ​ເຖິງ “ຄວາມ​ຮັກ​ໄຄ່​ຕາມ​ແບບ​ຢ່າງ​ຂອງ​ພະ​ຄລິດ​ເຍຊູ.” (ຟີລິບ 1:8, ລ.ມ.) ຄວາມ​ຮັກ​ໄຄ່​ຂອງ​ພະ​ເຍຊູ​ເປັນ​ຄຸນ​ລັກສະນະ​ທີ່​ພາ​ໃຫ້​ສົດ​ຊື່ນ​ໃຈ ເປັນ​ສິ່ງ​ທີ່​ດຶງ​ດູດ​ໃຈ​ພວກ​ຜູ້​ຍິງ​ທີ່​ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະອົງ. (ໂຢຮັນ 20:1, 11-13, 16) ແລະ​ເມຍ​ທັງ​ຫຼາຍ​ກໍ​ປາຖະໜາ​ຈະ​ໄດ້​ຮັບ​ຄວາມ​ຮັກ​ໄຄ່​ຈາກ​ຜົວ.

ຕົວຢ່າງ​ສຳລັບ​ຜູ້​ເປັນ​ເມຍ

10. ພະ​ເຍຊູ​ວາງ​ຕົວຢ່າງ​ແນວ​ໃດ​ສຳລັບ​ຜູ້​ເປັນ​ເມຍ?

10 ຄອບຄົວ​ເປັນ​ການ​ຈັດ​ຕັ້ງ​ອັນ​ໜຶ່ງ ແລະ​ເພື່ອ​ຈະ​ດຳເນີນ​ງານ​ຢ່າງ​ສະດວກ​ຈຳເປັນ​ຕ້ອງ​ມີ​ປະມຸກ. ແມ່ນ​ແຕ່​ພະ​ເຍຊູ​ກໍ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້​ທີ່​ເປັນ​ປະມຸກ​ຂອງ​ພະອົງ. “ຫົວ [ປະມຸກ] ຂອງ​ພະ​ຄລິດ​ເປັນ​ພະເຈົ້າ” ແບບ​ດຽວ​ກັບ​ທີ່ “ຜູ້​ຊາຍ​ເປັນ​ຫົວ [ປະມຸກ] ຂອງ​ຜູ້​ຍິງ.” (1 ໂກລິນໂທ 11:3) ການ​ທີ່​ພະ​ເຍຊູ​ອ່ອນ​ນ້ອມ​ຕໍ່​ຖານະ​ປະມຸກ​ຂອງ​ພະເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ ເພາະ​ເຮົາ​ທຸກ​ຄົນ​ມີ​ປະມຸກ​ທີ່​ເຮົາ​ຕ້ອງ​ອ່ອນ​ນ້ອມ​ຍອມ​ຟັງ.

11. ເມຍ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຜົວ ແລະ​ຄວາມ​ປະພຶດ​ຂອງ​ເມຍ​ອາດ​ກໍ່​ຜົນ​ແນວ​ໃດ?

11 ມະນຸດ​ບໍ່​ສົມບູນ​ແບບ​ເຮັດ​ຜິດ​ພາດ​ໄດ້ ແລະ​ຫຼາຍ​ເທື່ອ​ກໍ​ບົກ​ພ່ອງ​ໃນ​ການ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ພ້ອມ. ດັ່ງ​ນັ້ນ ຜູ້​ເປັນ​ເມຍ​ຄວນ​ເຮັດ​ແນວ​ໃດ? ເມຍ​ບໍ່​ຄວນ​ດູຖູກ​ສິ່ງ​ທີ່​ຜົວ​ເຮັດ​ຫຼື​ບໍ່​ຄວນ​ພະຍາຍາມ​ຍຶດ​ຕຳແໜ່ງ​ປະມຸກ​ຂອງ​ຜົວ. ເມຍ​ຄວນ​ຈື່​ວ່າ​ຕາມ​ທັດສະນະ​ຂອງ​ພະເຈົ້າ ນ້ຳໃຈ​ສະຫງົບ​ສະຫງ່ຽມ​ແລະ​ສຸພາບ​ມີ​ຄ່າ​ຫຼາຍ. (1 ເປໂຕ 3:4) ໂດຍ​ການ​ສະແດງ​ນ້ຳໃຈ​ແບບ​ນັ້ນ ຜູ້​ເປັນ​ເມຍ​ຈະ​ເຫັນ​ວ່າ​ການ​ອ່ອນ​ນ້ອມ​ຍອມ​ຟັງ​ດ້ວຍ​ຄວາມ​ເຫຼື້ອມ​ໃສ​ໃນ​ພະເຈົ້າ​ເປັນ​ເລື່ອງ​ທີ່​ເຮັດ​ໄດ້​ງ່າຍ​ຂຶ້ນ​ແມ່ນ​ວ່າ​ຢູ່​ໃນ​ສະພາບການ​ທີ່​ຍາກ​ລຳບາກ. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ກ່າວ​ວ່າ “ຝ່າຍ​ເມຍ​ນັ້ນ​ຈົ່ງ​ຢ້ານຢຳ​ຜົວ​ແຫ່ງ​ຕົນ.” (ເອເຟດ 5:33) ແຕ່​ຊິ​ວ່າ​ແນວ​ໃດ​ຖ້າ​ຜົວ​ບໍ່​ໄດ້​ຍອມ​ຮັບ​ພະ​ຄລິດ​ໃນ​ຖານະ​ເປັນ​ປະມຸກ​ຂອງ​ລາວ? ຄຳພີ​ໄບເບິນ​ກະຕຸ້ນ​ເຕືອນ​ຜູ້​ເປັນ​ເມຍ​ວ່າ “ຈົ່ງ​ນ້ອມ​ຍອມ​ຟັງ​ຜົວ​ແຫ່ງ​ຕົນ ເພື່ອ​ຖ້າ​ຜົວ​ຄົນ​ໃດ​ບໍ່​ເຊື່ອ​ຟັງ​ພະ​ຄຳ ກິດຈະການ​ແຫ່ງ​ເມຍ​ຈະ​ໄດ້​ເອົາ​ໃຈ​ຜົວ​ໄດ້​ປາສະຈາກ​ພະ​ຄຳ ເພື່ອ​ຜົວ​ຈະ​ໄດ້​ຈອບ​ເຫັນ​ເມຍ​ໄດ້​ກະທຳ​ຕາມ​ທຳນຽມ​ອັນ​ບໍລິສຸດ​ດ້ວຍ​ໃຈ​ຢ້ານຢຳ.”—1 ເປໂຕ 3:1, 2.

12. ເປັນ​ຫຍັງ​ຈຶ່ງ​ບໍ່​ຜິດ​ທີ່​ເມຍ​ຈະ​ສະແດງ​ຄວາມ​ເຫັນ​ຂອງ​ຕົນ​ໃນ​ແບບ​ທີ່​ສະແດງ​ຄວາມ​ນັບຖື?

12 ເຖິງ​ວ່າ​ຜົວ​ຈະ​ເປັນ​ຜູ້​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ຫຼື​ວ່າ​ບໍ່​ມີ​ກໍ​ຕາມ ການ​ທີ່​ເມຍ​ສະເໜີ​ຄວາມ​ຄິດ​ເຫັນ​ທີ່​ຕ່າງ​ກັນ​ຈາກ​ຜົວ​ແບບ​ຜ່ອນ​ໜັກ​ຜ່ອນ​ເບົາ​ກໍ​ບໍ່​ໄດ້​ສະແດງ​ວ່າ​ເມຍ​ຂາດ​ຄວາມ​ນັບຖື​ຕໍ່​ຜົວ. ຄວາມ​ຄິດ​ເຫັນ​ຂອງ​ເມຍ​ອາດ​ຖືກຕ້ອງ ແລະ​ທຸກ​ຄົນ​ໃນ​ຄອບຄົວ​ອາດ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ຜົວ​ຮັບ​ຟັງ​ລາວ. ເຖິງ​ວ່າ​ອັບລາຫາມ​ບໍ່​ເຫັນ​ດີ​ກັບ​ຊາລາ​ເມຍ​ຂອງ​ຕົນ​ທີ່​ໄດ້​ສະເໜີ​ວິທີ​ທີ່​ໃຊ້​ການ​ໄດ້​ເພື່ອ​ແກ້​ບັນຫາ​ບາງ​ຢ່າງ​ໃນ​ຄອບຄົວ ແຕ່​ພະເຈົ້າ​ບອກ​ອັບລາຫາມ​ວ່າ “ເຈົ້າ​ຈົ່ງ​ຟັງ​ນາງ​ເຖີ້ນ.” (ຕົ້ນເດີມ 21:9-12) ແນ່ນອນ ເມື່ອ​ຜົວ​ເຮັດ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ໜຶ່ງ​ໂດຍ​ສະເພາະ​ທີ່​ບໍ່​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ ຜູ້​ເປັນ​ເມຍ​ກໍ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ​ໂດຍ​ສະໜັບສະຫນູນ​ການ​ຕັດສິນ​ໃຈ​ນັ້ນ​ຂອງ​ຜົວ.—ກິດຈະການ 5:29; ເອເຟດ 5:24.

ອັບລາຫາມກຳລັງຟັງຊາລາ

ຊາລາ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ອັນ​ໃດ​ສຳລັບ​ຜູ້​ເປັນ​ເມຍ?

13. (ກ) ຕິໂຕ 2:4, 5 ກະຕຸ້ນ​ເຕືອນ​ຜູ້​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ໃຫ້​ເຮັດ​ຫຍັງ? (ຂ) ກ່ຽວ​ກັບ​ການ​ແຍກ​ກັນ​ຢູ່​ແລະ​ການ​ປະ​ຮ້າງ​ກັນ ຄຳພີ​ໄບເບິນ​ເວົ້າ​ວ່າ​ແນວ​ໃດ?

13 ຜູ້​ເປັນ​ເມຍ​ອາດ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ເອົາໃຈໃສ່​ເບິ່ງ​ແຍງ​ຄອບຄົວ​ໄດ້​ຫຼາຍ​ວິທີ. ຕົວຢ່າງ ຄຳພີ​ໄບເບິນ​ຊີ້​ໃຫ້​ເຫັນ​ວ່າ​ຜູ້​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ຄວນ “ຮູ້​ຮັກ​ຜົວ​ຮັກ​ລູກ​ຂອງ​ເຂົາ ແລະ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ ເປັນ​ຄົນ​ບໍລິສຸດ ໃຫ້​ຄາ​ການ​ໃນ​ເຮືອນ ມີ​ໃຈ​ດີ​ແລະ​ນ້ອມ​ຟັງ​ຄຳ​ຂອງ​ຜົວ.” (ຕິໂຕ 2:4, 5) ຜູ້​ເປັນ​ເມຍ​ແລະ​ແມ່​ທີ່​ເຮັດ​ແບບ​ນີ້​ຈະ​ໄດ້​ຄວາມ​ຮັກ​ແລະ​ນັບຖື​ຈາກ​ຄອບຄົວ​ຕະຫຼອດ​ໄປ. (ສຸພາສິດ 31:10, 28) ເນື່ອງ​ຈາກ​ຊີວິດ​ແຕ່ງ​ດອງ​ເປັນ​ການ​ຢູ່​ຮ່ວມ​ກັນ​ຂອງ​ສອງ​ບຸກຄົນ​ທີ່​ບໍ່​ສົມບູນ​ແບບ ສະພາບການ​ທີ່​ຮ້າຍແຮງ​ບາງ​ຢ່າງ​ອາດ​ເຮັດ​ໃຫ້​ມີ​ການ​ແຍກ​ກັນ​ຢູ່​ຫຼື​ປະ​ຮ້າງ​ກັນ​ກໍ​ມີ. ຄຳພີ​ໄບເບິນ​ຍອມ​ໃຫ້​ແຍກ​ກັນ​ຢູ່​ພາຍ​ໃຕ້​ສະພາບການ​ບາງ​ຢ່າງ. ແຕ່​ຜົວ​ແລະ​ເມຍ​ຕ້ອງ​ບໍ່​ຖື​ວ່າ​ການ​ແຍກ​ກັນ​ຢູ່​ເປັນ​ເລື່ອງ​ຫຼິ້ນໆເພາະ​ຄຳພີ​ໄບເບິນ​ແນະນຳ​ວ່າ “ຢ່າ​ໃຫ້​ເມຍ​ປະ​ຜົວ . . . ແລະ​ຜົວ​ນັ້ນ​ຢ່າ​ໃຫ້​ປະ​ເມຍ​ຈັກ​ເທື່ອ.” (1 ໂກລິນໂທ 7:10, 11) ແລະ​ສະເພາະ​ແຕ່​ການ​ຜິດ​ປະເວນີ​ຂອງ​ຄູ່​ແຕ່ງ​ດອງ​ເທົ່າ​ນັ້ນ​ເປັນ​ເຫດຜົນ​ຢ່າງ​ຖືກຕ້ອງ​ຕາມ​ຫຼັກ​ພະ​ຄຳພີ​ທີ່​ຈະ​ໃຫ້​ປະ​ຮ້າງ​ກັນ.—ມັດທາຍ 19:9.

ຕົວຢ່າງ​ທີ່​ສົມບູນ​ແບບ​ສຳລັບ​ຜູ້​ເປັນ​ພໍ່​ແມ່

14. ພະ​ເຍຊູ​ປະຕິບັດ​ແນວ​ໃດ​ກັບ​ເດັກ​ນ້ອຍ ແລະ​ລູກ​ຕ້ອງການ​ຫຍັງ​ຈາກ​ພໍ່​ແມ່?

14 ໃນ​ວິທີ​ທີ່​ພະ​ເຍຊູ​ໄດ້​ປະຕິບັດ​ກັບ​ພວກ​ເດັກ​ນ້ອຍ​ພະອົງ​ວາງ​ຕົວຢ່າງ​ທີ່​ສົມບູນ​ແບບ​ສຳລັບ​ຜູ້​ເປັນ​ພໍ່​ແມ່. ເມື່ອ​ຄົນ​ອື່ນ​ພະຍາຍາມ​ຫ້າມ​ພວກ​ເດັກ​ນ້ອຍ​ບໍ່​ໃຫ້​ເຂົ້າ​ໄປ​ຫາ​ພະ​ເຍຊູ ພະອົງ​ກ່າວ​ວ່າ “ຈົ່ງ​ໃຫ້​ຫມູ່​ເດັກ​ນ້ອຍ​ມາ​ຫາ​ເຮົາ​ເຖີ້ນ ຢ່າຊູ່​ຫ້າມ​ເຂົາ.” ຄຳພີ​ໄບເບິນ​ບອກ​ວ່າ ຈາກ​ນັ້ນ​ພະອົງ “ໄດ້​ກອດ​ເອົາ​ຫມູ່​ເດັກ​ນ້ອຍ​ນັ້ນ​ແລ້ວ ພະອົງ​ໄດ້​ວາງ​ມື​ເທິງ​ເຂົາ​ແລະ​ອວຍ​ພອນ​ໃຫ້​ເຂົາ.” (ມາລະໂກ 10:13-16) ເນື່ອງ​ຈາກ​ພະ​ເຍຊູ​ໃຫ້​ເວລາ​ກັບ​ເດັກ​ນ້ອຍ ຜູ້​ເປັນ​ພໍ່​ເປັນ​ແມ່​ກໍ​ຄວນ​ຈະ​ເຮັດ​ແບບ​ດຽວ​ກັນ​ກັບ​ລູກ​ຂອງ​ຕົນ​ບໍ່​ແມ່ນ​ບໍ? ບໍ່​ແມ່ນ​ວ່າ​ລູກ​ຕ້ອງການ​ເວລາ​ໜ້ອຍ​ດຽວ​ຈາກ​ພໍ່​ແມ່ ແຕ່​ວ່າ​ເຂົາ​ເຈົ້າ​ຕ້ອງການ​ໃຫ້​ພໍ່​ແມ່​ໃຊ້​ເວລາ​ກັບ​ເຂົາ​ເຈົ້າ​ຫຼາຍໆ. ພໍ່​ແມ່​ຕ້ອງ​ມີ​ເວລາ​ສອນ​ລູກ ເພາະ​ພະ​ເຢໂຫວາ​ສັ່ງ​ຜູ້​ເປັນ​ພໍ່​ເປັນ​ແມ່​ໃຫ້​ເຮັດ​ແນວ​ນັ້ນ.—ພະບັນຍັດ 6:4-9.

15. ຜູ້​ເປັນ​ພໍ່​ເປັນ​ແມ່​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ປົກ​ປ້ອງ​ລູກ​ຂອງ​ຕົນ?

15 ໃນ​ຂະນະ​ທີ່​ໂລກ​ນີ້​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ຂຶ້ນ ເດັກ​ນ້ອຍ​ຈຳເປັນ​ຕ້ອງ​ມີ​ພໍ່​ແມ່​ປົກ​ປ້ອງ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ເຝົ້າ​ຄອຍ​ຫາ​ໂອກາດ​ທຳ​ຮ້າຍ​ເດັກ​ນ້ອຍ ເຊັ່ນ ຄົນ​ທີ່​ພະຍາຍາມ​ຫຼອກ​ເດັກ​ນ້ອຍ​ໄປ​ທຳ​ຮ້າຍ​ທາງ​ເພດ. ຂໍ​ໃຫ້​ພິຈາລະນາ​ວິທີ​ທີ່​ພະ​ເຍຊູ​ໄດ້​ປົກ​ປ້ອງ​ພວກ​ສາວົກ​ເຊິ່ງ​ພະອົງ​ໄດ້​ເອີ້ນ​ດ້ວຍ​ຄວາມ​ຮູ້ສຶກ​ຮັກ​ໄຄ່​ວ່າ “ລູກ​ນ້ອຍ.” ເມື່ອ​ພະ​ເຍຊູ​ຖືກ​ຈັບ​ແລະ​ບໍ່​ດົນ​ຈາກ​ນັ້ນ​ກໍ​ຈະ​ຖືກ​ປະຫານ​ຊີວິດ ພະອົງ​ໄດ້​ຊ່ວຍ​ພວກ​ເຂົາ​ໃຫ້​ມີ​ທາງ​ໜີ​ໄດ້. (ໂຢຮັນ 13:33, ລ.ມ.; 18:7-9) ໃນ​ຖານະ​ທີ່​ເປັນ​ພໍ່​ແມ່ ເຈົ້າ​ຕ້ອງ​ຕື່ນ​ຕົວ​ຕໍ່​ຄວາມ​ພະຍາຍາມ​ຂອງ​ພະຍາມານ​ທີ່​ຢາກ​ທຳ​ຮ້າຍ​ລູກ​ນ້ອຍ​ຂອງ​ເຈົ້າ. ເຈົ້າ​ຈຳເປັນ​ຕ້ອງ​ເຕືອນ​ລູກ​ລ່ວງ​ໜ້າ.a (1 ເປໂຕ 5:8) ບໍ່​ເຄີຍ​ມີ​ຍຸກ​ໃດ​ທີ່​ມີ​ການ​ຄຸກຄາມ​ຄວາມ​ປອດໄພ​ດ້ານ​ຮ່າງກາຍ ດ້ານ​ຝ່າຍ​ວິນຍານ ແລະ​ດ້ານ​ສິນລະທຳ​ຫຼາຍ​ເທົ່າ​ທີ່​ມີ​ໃນ​ຍຸກ​ປັດຈຸບັນ​ນີ້.

1. ພະເຍຊູໃຊ້ເວລາຢູ່ກັບພວກເດັກນ້ອຍ 2. ພໍ່ກຳລັງສົນທະນາກັບລູກຊາຍໂດຍໃຊ້ປຶ້ມຮຽນຈາກຄູຜູ້ຍິ່ງໃຫຍ່

ຈາກ​ວິທີ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ພວກ​ເດັກ​ນ້ອຍ​ຜູ້​ເປັນ​ພໍ່​ແມ່​ໄດ້​ບົດຮຽນ​ຫຍັງ?

16. ພໍ່​ແມ່​ຈະ​ຮຽນ​ອັນ​ໃດ​ໄດ້​ຈາກ​ວິທີ​ທີ່​ພະ​ເຍຊູ​ຈັດການ​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ພວກ​ສາວົກ?

16 ໃນ​ຄືນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ສິ້ນ​ຊີວິດ ພວກ​ສາວົກ​ໄດ້​ຖຽງ​ກັນ​ວ່າ​ແມ່ນ​ໃຜ​ເປັນ​ໃຫຍ່​ໃນ​ທ່າມກາງ​ພວກ​ເຂົາ. ແທນ​ທີ່​ຈະ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ ພະ​ເຍຊູ​ໄດ້​ໂນ້ມນ້າວ​ໃຈ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ​ໄຄ່​ທາງ​ຄຳ​ເວົ້າ​ແລະ​ທາງ​ຕົວຢ່າງ. (ລືກາ 22:24-27; ໂຢຮັນ 13:3-8) ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ເຫັນ​ວິທີ​ທີ່​ຕົນ​ເອງ​ອາດ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ໃນ​ການ​ຕັກ​ເຕືອນ​ແກ້ໄຂ​ລູກ​ບໍ? ທີ່​ຈິງ ລູກ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຕີ​ສອນ ແຕ່​ການ​ຕີ​ສອນ​ນັ້ນ​ຄວນ​ໃຫ້ “ຕາມ​ຂະໜາດ” ແລະ​ຢ່າ​ເຮັດ​ດ້ວຍ​ຄວາມ​ຄຽດ​ຮ້າຍ. ເຈົ້າ​ຄົງ​ບໍ່​ຢາກ​ຈະ​ເວົ້າ​ແບບ​ບໍ່​ໄດ້​ຄຶດ​ກ່ອນ​ເຊິ່ງ “ແທງ​ຄື​ດາບ.” (ເຢເຣມີ 30:11, ລ.ມ.; ສຸພາສິດ 12:18) ການ​ຕີ​ສອນ​ຄວນ​ເຮັດ​ໃຫ້​ລູກ​ເຂົ້າ​ໃຈ​ໃນ​ພາຍ​ຫຼັງ​ວ່າ​ນັ້ນ​ເປັນ​ສິ່ງ​ທີ່​ເໝາະ​ສົມ​ແທ້ໆ.—ເອເຟດ 6:4; ເຫບເລີ 12:9-11.

ຕົວຢ່າງ​ສຳລັບ​ຜູ້​ເປັນ​ລູກ

17. ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ຜູ້​ເປັນ​ລູກ​ໃນ​ທາງ​ໃດ​ແດ່?

17 ລູກ​ຈະ​ຮຽນ​ຮູ້​ຈາກ​ພະ​ເຍຊູ​ໄດ້​ບໍ? ໄດ້​ແທ້! ໂດຍ​ທາງ​ຕົວຢ່າງ​ຂອງ​ພະ​ເຍຊູ​ເອງ ພະອົງ​ສະແດງ​ໃຫ້​ເຫັນ​ວ່າ​ລູກ​ຄວນ​ເຊື່ອ​ຟັງ​ພໍ່​ແມ່​ຂອງ​ຕົນ. ພະອົງ​ກ່າວ​ວ່າ “ເຮົາ​ໄດ້​ເວົ້າ . . . ຕາມ​ພະ​ບິດາ​ໄດ້​ສັ່ງ​ສອນ​ເຮົາ.” ພະອົງ​ຍັງ​ກ່າວ​ຕື່ມ​ວ່າ “ເຮົາ​ກະທຳ​ການ​ທີ່​ເປັນ​ຊອບ​ໃຈ​ແກ່​ພະເຈົ້າ​ຢູ່​ເລື້ອຍ.” (ໂຢຮັນ 8:28, 29) ພະ​ເຍຊູ​ເຊື່ອ​ຟັງ​ພໍ່​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ ແລະ​ຄຳພີ​ໄບເບິນ​ບອກ​ໃຫ້​ລູກ​ເຊື່ອ​ຟັງ​ພໍ່​ແມ່​ຂອງ​ຕົນ. (ເອເຟດ 6:1-3) ເຖິງ​ແມ່ນ​ວ່າ​ພະ​ເຍຊູ​ເປັນ​ເດັກ​ນ້ອຍ​ທີ່​ເປັນ​ມະນຸດ​ສົມບູນ​ແບບ ແຕ່​ພະອົງ​ເຊື່ອ​ຟັງ​ໂຢເຊບ​ກັບ​ມາລີ​ເຊິ່ງ​ເປັນ​ພໍ່​ແມ່​ຂອງ​ພະອົງ​ທີ່​ເປັນ​ມະນຸດ​ບໍ່​ສົມບູນ​ແບບ. ແນ່ນອນ ເລື່ອງ​ນີ້​ຄົງ​ຈະ​ເຮັດ​ໃຫ້​ສະມາຊິກ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຍຊູ​ມີ​ຄວາມ​ສຸກ!—ລືກາ 2:4, 5, 51, 52.

18. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຊື່ອ​ຟັງ​ພໍ່​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ​ສະເໝີ ແລະ​ໃນ​ປັດຈຸບັນ​ນີ້​ໃຜ​ຈະ​ມີ​ຄວາມ​ຍິນດີ​ຖ້າ​ລູກ​ເຊື່ອ​ຟັງ​ພໍ່​ແມ່​ຂອງ​ຕົນ?

18 ຜູ້​ເປັນ​ລູກ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ແບບ​ພະ​ເຍຊູ​ຫຼາຍ​ຂຶ້ນ​ໄດ້​ແລະ​ຈະ​ເຮັດ​ໃຫ້​ພໍ່​ແມ່​ຂອງ​ຕົນ​ມີ​ຄວາມ​ຍິນດີ? ແມ່ນ​ຢູ່ ບາງ​ຄັ້ງ​ລູກ​ຮູ້ສຶກ​ວ່າ​ການ​ເຊື່ອ​ຟັງ​ພໍ່​ແມ່​ເປັນ​ເລື່ອງ​ຍາກ ແຕ່​ພະເຈົ້າ​ຕ້ອງການ​ໃຫ້​ລູກ​ເຊື່ອ​ຟັງ​ພໍ່​ແມ່. (ສຸພາສິດ 1:8; 6:20) ແມ່ນ​ແຕ່​ພາຍ​ໃຕ້​ສະພາບການ​ທີ່​ຍາກ​ລຳບາກ​ພະ​ເຍຊູ​ໄດ້​ເຊື່ອ​ຟັງ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ສະເໝີ. ຄັ້ງ​ໜຶ່ງ ເມື່ອ​ພະເຈົ້າ​ປະສົງ​ໃຫ້​ພະ​ເຍຊູ​ເຮັດ​ສິ່ງ​ໜຶ່ງ​ທີ່​ຍາກ​ເປັນ​ພິເສດ ພະ​ເຍຊູ​ກ່າວ​ວ່າ “ໃຫ້​ຈອກ​ນີ້ [ຂໍ້​ຮຽກ​ຮ້ອງ​ສະເພາະ] ກາຍ​ໄປ​ຈາກ​ຂ້າພະເຈົ້າ.” ແຕ່​ພະ​ເຍຊູ​ຍັງ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ປະສົງ ເພາະ​ພະອົງ​ຍອມ​ຮັບ​ວ່າ​ຜູ້​ເປັນ​ພໍ່​ຮູ້​ດີ​ທີ່​ສຸດ. (ລືກາ 22:42) ເມື່ອ​ລູກ​ຮຽນ​ຮູ້​ທີ່​ຈະ​ເຊື່ອ​ຟັງ ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ພໍ່​ແມ່​ແລະ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ມີ​ຄວາມ​ຍິນດີ​ຫຼາຍ.b—ສຸພາສິດ 23:22-25.

ເດັກນ້ອຍຜູ້ຊາຍຄົນໜຶ່ງກຳລັງປະຕິເສດຢາສູບທີ່ໝູ່ຍື່ນໃຫ້

ເມື່ອ​ຖືກ​ລໍ້​ໃຈ​ຄົນ​ຫນຸ່ມ​ນ້ອຍ​ຄວນ​ຄິດ​ເຖິງ​ເລື່ອງ​ໃດ?

19. (ກ) ຊາຕານ​ລໍ້​ໃຈ​ຄົນ​ຫນຸ່ມ​ນ້ອຍ​ແນວ​ໃດ? (ຂ) ຄວາມ​ປະພຶດ​ທີ່​ບໍ່​ດີ​ຂອງ​ລູກ​ອາດ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ພໍ່​ແມ່?

19 ພະຍາມານ​ໄດ້​ລໍ້​ໃຈ​ພະ​ເຍຊູ ແລະ​ເຮົາ​ກໍ​ແນ່​ໃຈ​ໄດ້​ວ່າ​ມັນ​ຈະ​ລໍ້​ໃຈ​ຄົນ​ຫນຸ່ມ​ນ້ອຍ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ. (ມັດທາຍ 4:1-10) ຊາຕານ​ພະຍາມານ​ໃຊ້​ຄວາມ​ກົດ​ດັນ​ຈາກ​ຄົນ​ໃນ​ໄວ​ດຽວ​ກັນ ເຊິ່ງ​ອາດ​ຕ້ານ​ທານ​ໄດ້​ຍາກ. ດັ່ງ​ນັ້ນ ສຳຄັນ​ຢ່າງ​ຍິ່ງ​ທີ່​ຄົນ​ຫນຸ່ມ​ນ້ອຍ​ຈະ​ບໍ່​ຄົບ​ຄ້າ​ສະມາຄົມ​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຜິດ! (1 ໂກລິນໂທ 15:33) ດີນາ​ລູກ​ສາວ​ຂອງ​ຢາໂຄບ​ໄດ້​ຄົບ​ຄ້າ​ສະມາຄົມ​ກັບ​ຜູ້​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. (ຕົ້ນເດີມ 34:1, 2) ລອງ​ຄິດ​ເບິ່ງ​ດູ​ວ່າ​ຄົນ​ໃນ​ຄອບຄົວ​ຈະ​ເຈັບ​ປວດ​ໃຈ​ຫຼາຍ​ສ່ຳ​ໃດ​ຖ້າ​ສະມາຊິກ​ຄົນ​ໜຶ່ງ​ໃນ​ຄອບຄົວ​ເຂົ້າ​ໄປ​ພົວ​ພັນ​ກັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ!—ສຸພາສິດ 17:21, 25.

ເຄັດ​ລັບ​ສຳຄັນ​ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ

20. ເພື່ອ​ຈະ​ມີ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ ສະມາຊິກ​ແຕ່​ລະ​ຄົນ​ໃນ​ຄອບຄົວ​ຕ້ອງ​ໄດ້​ເຮັດ​ຫຍັງ?

20 ເມື່ອ​ນຳ​ໃຊ້​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ບັນຫາ​ຕ່າງໆໃນ​ຄອບຄົວ​ກໍ​ແກ້ໄຂ​ໄດ້​ງ່າຍ​ຂຶ້ນ. ທີ່​ຈິງ ການ​ນຳ​ໃຊ້​ຄຳ​ແນະນຳ​ດັ່ງ​ກ່າວ​ນັ້ນ​ເປັນ​ເຄັດ​ລັບ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ຊີວິດ​ຄອບຄົວ​ມີ​ຄວາມ​ສຸກ. ດັ່ງ​ນັ້ນ ຜົວ​ທັງ​ຫຼາຍ​ຄວນ​ຮັກ​ເມຍ​ຂອງ​ຕົນ​ເອງ​ແລະ​ປະຕິບັດ​ກັບ​ເມຍ​ຄື​ດັ່ງ​ທີ່​ພະ​ເຍຊູ​ປະຕິບັດ​ຕໍ່​ປະຊາຄົມ. ເມຍ​ທັງ​ຫຼາຍ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ​ຄວາມ​ເປັນ​ປະມຸກ​ຂອງ​ຜົວ ແລະ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ເມຍ​ທີ່​ມີ​ຄວາມ​ສາມາດ​ດັ່ງ​ທີ່​ພັນລະນາ​ໄວ້​ໃນ​ສຸພາສິດ 31:10-31. ພໍ່​ແມ່​ທັງ​ຫຼາຍ​ຄວນ​ຝຶກ​ສອນ​ລູກ​ຂອງ​ຕົນ. (ສຸພາສິດ 22:6) ຜູ້​ເປັນ​ພໍ່​ຄວນ “ຄຸ້ມຄອງ​ເຮືອນ​ແຫ່ງ​ຕົນ​ດ້ວຍ​ຢ່າງ​ດີ.” (1 ຕີໂມເຕ 3:4, 5; 5:8) ແລະ​ລູກ​ທັງ​ຫຼາຍ​ຄວນ​ເຊື່ອ​ຟັງ​ພໍ່​ແມ່​ຂອງ​ຕົນ. (ໂກໂລດ 3:20) ໃນ​ຄອບຄົວ​ບໍ່​ມີ​ໃຜ​ທີ່​ເປັນ​ມະນຸດ​ສົມບູນ​ແບບ ເພາະ​ທຸກ​ຄົນ​ລ້ວນ​ແຕ່​ເຮັດ​ຜິດ​ພາດ​ໄດ້. ດັ່ງ​ນັ້ນ ຈົ່ງ​ຖ່ອມ​ໃຈ​ຂໍ​ໂທດ​ກັນ​ແລະ​ກັນ.

21. ຄວາມ​ຫວັງ​ທີ່​ວິເສດ​ອັນ​ໃດ​ຄອຍ​ຖ້າ​ຢູ່​ຂ້າງ​ໜ້າ ແລະ​ໃນ​ປັດຈຸບັນ​ນີ້​ເຮົາ​ສາມາດ​ເພີດເພີນ​ກັບ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

21 ຄວາມ​ຈິງ​ແລ້ວ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ແລະ​ຄຳ​ສັ່ງ​ສອນ​ມາກ​ມາຍ​ທີ່​ເປັນ​ປະໂຫຍດ​ກ່ຽວ​ກັບ​ຊີວິດ​ຄອບຄົວ. ນອກ​ຈາກ​ນີ້ ຄຳພີ​ໄບເບິນ​ຍັງ​ສອນ​ເຮົາ​ກ່ຽວ​ກັບ​ໂລກ​ໃໝ່​ຂອງ​ພະເຈົ້າ​ແລະ​ອຸທິຍານ​ຢູ່​ແຜ່ນດິນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ມີ​ຄວາມ​ສຸກ​ເຊິ່ງ​ນະມັດສະການ​ພະ​ເຢໂຫວາ. (ຄຳປາກົດ 21:3, 4) ເປັນ​ຄວາມ​ຫວັງ​ທີ່​ວິເສດ​ເຊິ່ງ​ຄອຍ​ຖ້າ​ຢູ່​ຂ້າງ​ໜ້າ! ແມ່ນ​ແຕ່​ໃນ​ຕອນ​ນີ້ ເຮົາ​ກໍ​ສາມາດ​ເພີດເພີນ​ກັບ​ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ໄດ້​ໂດຍ​ການ​ນຳ​ໃຊ້​ຄຳ​ແນະນຳ​ຈາກ​ພະເຈົ້າ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ ພະ​ຄຳ​ຂອງ​ພະອົງ.

a ຄວາມ​ຊ່ວຍເຫຼືອ​ໃນ​ການ​ປົກ​ປ້ອງ​ລູກ​ແມ່ນ​ມີ​ໃນ​ປຶ້ມ​ຈົ່ງ​ຮຽນ​ຈາກ​ຄູ​ຜູ້​ຍິ່ງໃຫຍ່ (ພາສາ​ໄທ) ໃນ​ບົດ​ທີ 32 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

b ສະເພາະ​ເມື່ອ​ພໍ່​ແມ່​ສັ່ງ​ໃຫ້​ລູກ​ເຮັດ​ສິ່ງ​ທີ່​ລະເມີດ​ກົດ​ໝາຍ​ຂອງ​ພະເຈົ້າ​ເທົ່າ​ນັ້ນ ຈຶ່ງ​ຖື​ວ່າ​ຖືກຕ້ອງ​ທີ່​ລູກ​ຈະ​ບໍ່​ເຊື່ອ​ຟັງ​ພໍ່​ແມ່.—ກິດຈະການ 5:29.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ຜູ້​ເປັນ​ຜົວ​ຕ້ອງ​ຮັກ​ເມຍ​ຄື​ດັ່ງ​ຮັກ​ກາຍ​ຂອງ​ຕົນ​ເອງ.—ເອເຟດ 5:25-29.

  • ຜູ້​ເປັນ​ເມຍ​ຄວນ​ຮັກ​ຄອບຄົວ​ແລະ​ນັບຖື​ຜົວ​ຂອງ​ຕົນ.—ຕິໂຕ 2:4, 5.

  • ຜູ້​ເປັນ​ພໍ່​ແມ່​ຕ້ອງ​ຮັກ ສັ່ງ​ສອນ ແລະ​ປົກ​ປ້ອງ​ລູກ​ຂອງ​ຕົນ.—ພະບັນຍັດ 6:4-9.

  • ຜູ້​ເປັນ​ລູກ​ຈຳເປັນ​ຕ້ອງ​ເຊື່ອ​ຟັງ​ພໍ່​ແມ່​ຂອງ​ຕົນ.—ເອເຟດ 6:1-3.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌