ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 18 ໜ້າ 174-183
  • ການ​ຮັບ​ບັບເຕມາ​ແລະ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ຮັບ​ບັບເຕມາ​ແລະ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຈຳເປັນ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຊື່ອ
  • ການ​ແບ່ງ​ປັນ​ຄວາມ​ຈິງ​ໃນ ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ
  • ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລະ​ຫຼົບ​ຕັ້ງ​ໃຈ​ໃໝ່
  • ການ​ອຸທິດ​ຕົວ​ຂອງ​ເຈົ້າ​ເອງ
  • ການ​ເອົາ​ຊະນະ​ຄວາມ​ຢ້ານ​ວ່າ​ຈະ​ເຮັດ​ບໍ່​ໄດ້
  • ສະແດງ​ສັນຍະລັກ​ຂອງ​ການ​ອຸທິດ​ຕົວ​ໂດຍ​ການ​ຮັບ​ບັບເຕມາ
  • ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ​ຂອງ​ເຈົ້າ
  • ການ​ຮັບ​ບັບເຕມາ​ເປັນ​ເປົ້າໝາຍ​ສຳຄັນ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ຄວາມໝາຍແຫ່ງການຮັບບັບເຕມາຂອງເຮົາ
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຂ້ອຍ​ຄວນ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ຮັບ​ບັບເຕມາ​ບໍ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 18 ໜ້າ 174-183

ບົດ​ທີ​ສິບ​ແປດ

ການ​ຮັບ​ບັບເຕມາ​ແລະ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ

  • ຄລິດສະຕຽນ​ຮັບ​ບັບເຕມາ​ແນວ​ໃດ?

  • ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ເອງ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ອັນ​ໃດ​ແດ່?

  • ບຸກຄົນ​ໜຶ່ງ​ຈະ​ເຮັດ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ​ໂດຍ​ວິທີ​ໃດ?

  • ມີ​ເຫດຜົນ​ພິເສດ​ອັນ​ໃດ​ທີ່​ຄວນ​ຮັບ​ບັບເຕມາ?

1. ເປັນ​ຫຍັງ​ຂ້າລາຊະການ​ຄົນ​ເອທິໂອປີ​ຈຶ່ງ​ຂໍ​ຮັບ​ບັບເຕມາ?

“ຈົ່ງ​ເບິ່ງ ນ້ຳ​ກໍ​ມີ​ໃນ​ທີ່​ນີ້​ສິ່ງ​ໃດ​ຂັດ​ຂວາງ​ບໍ່​ໃຫ້​ຂ້າພະເຈົ້າ​ຮັບ​ສິນ​ບັບເຕມາ?” ນັ້ນ​ແມ່ນ​ຄຳຖາມ​ທີ່​ຂ້າລາຊະການ​ຄົນ​ເອທິໂອປີ​ໃນ​ສະຕະວັດ​ທຳອິດ​ໄດ້​ຖາມ. ຄລິດສະຕຽນ​ທີ່​ຊື່​ຟີລິບ​ໄດ້​ພິສູດ​ໃຫ້​ລາວ​ເຫັນ​ວ່າ​ພະ​ເຍຊູ​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້. ເນື່ອງ​ຈາກ​ປະທັບ​ໃຈ​ໃນ​ສິ່ງ​ທີ່​ຕົນ​ເອງ​ໄດ້​ຮຽນ​ຮູ້​ຈາກ​ພະ​ຄຳພີ ຊາຍ​ເອທິໂອປີ​ຄົນ​ນີ້​ຈຶ່ງ​ລົງ​ມື​ປະຕິບັດ​ຕາມ​ທີ່​ຕົນ​ໄດ້​ຮຽນ​ຮູ້​ນັ້ນ. ລາວ​ສະແດງ​ໃຫ້​ເຫັນ​ວ່າ​ຕ້ອງການ​ຮັບ​ບັບເຕມາ!—ກິດຈະການ 8:26-36.

ຟີລິບແລະຂ້າລາຊະການຄົນເອທິໂອປີກຳລັງລົມກັນກ່ຽວກັບການຮັບບັບເຕມາ

2. ເປັນ​ຫຍັງ​ເຈົ້າ​ຄວນ​ຄຶດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ?

2 ຖ້າ​ເຈົ້າ​ໄດ້​ສຶກສາ​ບົດ​ຕົ້ນໆຂອງ​ປຶ້ມ​ນີ້​ຢ່າງ​ລະອຽດ​ກັບ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ແລ້ວ ເຈົ້າ​ອາດ​ຮູ້ສຶກ​ວ່າ​ຕົນ​ເອງ​ພ້ອມ​ແລ້ວ​ທີ່​ຈະ​ຖາມ​ວ່າ ‘ສິ່ງ​ໃດ​ຂັດ​ຂວາງ​ຂ້ອຍ ໄວ້​ບໍ່​ໃຫ້​ຮັບ​ບັບເຕມາ?’ ມາ​ເຖິງ​ຕອນ​ນີ້​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ. (ລືກາ 23:43; ຄຳປາກົດ 21:3, 4) ເຈົ້າ​ຍັງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ສະພາບ​ທີ່​ແທ້​ຈິງ​ຂອງ​ຄົນ​ຕາຍ​ແລະ​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ອີກ. (ຜູ້​ເທສະໜາ​ປ່າວ​ປະກາດ 9:5; ໂຢຮັນ 5:28, 29) ເຈົ້າ​ອາດ​ໄດ້​ຄົບຫາ​ກັບ​ພະຍານ​ພະ​ເຢໂຫວາ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ​ຂອງ​ເຂົາ​ເຈົ້າ ແລະ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ວ່າ​ເຂົາ​ເຈົ້າ​ເຮັດ​ຕາມ​ຫຼັກ​ການ​ຂອງ​ສາສະໜາ​ແທ້. (ໂຢຮັນ 13:35) ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ຄື ເຈົ້າ​ຄົງ​ໄດ້​ເລີ່ມ​ຕົ້ນ​ສ້າງ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ແລ້ວ.

3. (ກ) ພະ​ເຍຊູ​ສັ່ງ​ພວກ​ລູກ​ສິດ​ໃຫ້​ເຮັດ​ຫຍັງ? (ຂ) ການ​ຮັບ​ບັບເຕມາ​ໃນ​ນ້ຳ​ເຮັດ​ແນວ​ໃດ?

3 ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຢາກ​ຮັບໃຊ້​ພະເຈົ້າ? ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ “ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ສິນ​ບັບເຕມາ.” (ມັດທາຍ 28:19) ພະ​ເຍຊູ​ເອງ​ໄດ້​ວາງ​ຕົວຢ່າງ​ໄວ້​ໂດຍ​ການ​ຮັບ​ບັບເຕມາ​ໃນ​ນ້ຳ. ພະອົງ​ບໍ່​ໄດ້​ເອົາ​ນ້ຳ​ມາ​ຊິດ​ໃສ່​ຕົນ​ໂຕ ຫຼື​ພຽງ​ແຕ່​ເທ​ນ້ຳ​ໃສ່​ຫົວ. (ມັດທາຍ 3:16) ຄຳ ‘ຮັບ​ບັບເຕມາ’ ມາ​ຈາກ​ຄຳ​ພາສາ​ກະເລັກ​ທີ່​ໝາຍ​ຄວາມ​ວ່າ “ຈຸ່ມ.” ດັ່ງ​ນັ້ນ ການ​ຮັບ​ບັບເຕມາ​ຂອງ​ຄລິດສະຕຽນ​ຈຶ່ງ​ໝາຍ​ເຖິງ​ການ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ.

4. ການ​ຮັບ​ບັບເຕມາ​ໃນ​ນ້ຳ​ບົ່ງ​ຊີ້​ເຖິງ​ຫຍັງ?

4 ການ​ຮັບ​ບັບເຕມາ​ໃນ​ນ້ຳ​ເປັນ​ຂໍ້​ຮຽກ​ຮ້ອງ​ຢ່າງ​ໜຶ່ງ​ສຳລັບ​ທຸກ​ຄົນ​ທີ່​ຢາກ​ມີ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ພະເຈົ້າ. ການ​ຮັບ​ບັບເຕມາ​ເປັນ​ການ​ບອກ​ຢ່າງ​ເປີດ​ເຜີຍ​ວ່າ​ເຈົ້າ​ຢາກ​ຮັບໃຊ້​ພະເຈົ້າ. ນັ້ນ​ສະແດງ​ວ່າ​ເຈົ້າ​ຍິນດີ​ທີ່​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ. (ຄຳເພງ 40:7, 8) ແຕ່​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ສະເພາະ.

ຈຳເປັນ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຊື່ອ

5. (ກ) ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ອັນ​ໃດ​ເປັນ​ຂັ້ນ​ຕອນ​ທຳອິດ? (ຂ) ເປັນ​ຫຍັງ​ການ​ປະຊຸມ​ຄລິດສະຕຽນ​ຈຶ່ງ​ສຳຄັນ?

5 ຕອນ​ນີ້​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ຂັ້ນ​ຕອນ​ທຳອິດ​ແລ້ວ. ເຈົ້າ​ໄດ້​ເລີ່ມ​ແນວ​ໃດ? ກໍ​ໂດຍ​ການ​ຮັບ​ເອົາ​ຄວາມ​ຮູ້​ຕໍ່ໆໄປ ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ ບາງ​ເທື່ອ​ໂດຍ​ການ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ເປັນ​ລະບົບ. (ໂຢຮັນ 17:3) ແຕ່​ວ່າ​ຍັງ​ມີ​ອີກ​ຫຼາຍ​ສິ່ງ​ທີ່​ຈຳເປັນ​ຕ້ອງ​ຮຽນ​ຮູ້. ຄລິດສະຕຽນ​ຢາກ​ຈະ​ເປັນ​ຜູ້​ທີ່ “ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຈັກ​ນ້ຳໃຈ​ພະເຈົ້າ.” (ໂກໂລດ 1:9) ການ​ທີ່​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ​ຂອງ​ພະຍານ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໄດ້​ຫຼາຍ​ໃນ​ເລື່ອງ​ນີ້. ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ດັ່ງ​ກ່າວ​ນັ້ນ​ສຳຄັນ​ຫຼາຍ. (ເຫບເລີ 10:24, 25) ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆເປັນ​ປະຈຳ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະເຈົ້າ.

ພະຍານພະເຢໂຫວາສອງຄົນກຳລັງສຶກສາຄຳພີໄບເບິນໃຫ້ກັບຜູ້ຊາຍຄົນໜຶ່ງ

ການ​ໄດ້​ຮັບ​ຄວາມ​ຮູ້​ຖ້ອງ​ແທ້​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຂັ້ນ​ຕອນ​ສຳຄັນ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ມີ​ຄຸນສົມບັດ​ສຳລັບ​ການ​ຮັບ​ບັບເຕມາ

6. ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ສ່ຳ​ໃດ?

6 ແນ່ນອນ ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຮູ້​ທຸກ​ສິ່ງ​ໃນ​ຄຳພີ​ໄບເບິນ. ຂ້າລາຊະການ​ຄົນ​ເອທິໂອປີ​ມີ​ຄວາມ​ຮູ້​ແດ່ ແລ້ວ ແຕ່​ລາວ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ເພື່ອ​ຈະ​ເຂົ້າ​ໃຈ​ພະ​ຄຳພີ​ບາງ​ຕອນ. (ກິດຈະການ 8:30, 31) ໃນ​ທຳນອງ​ດຽວ​ກັນ ເຈົ້າ​ເອງ​ຍັງ​ຕ້ອງ​ຮຽນ​ຮູ້​ອີກ​ຫຼາຍ​ແນວ. ທີ່​ຈິງ​ແລ້ວ ເຈົ້າ​ຈະ​ຮຽນ​ຮູ້​ເລື່ອງ​ຂອງ​ພະເຈົ້າ​ຢ່າງ​ບໍ່​ມີ​ມື້​ສິ້ນ​ສຸດ. (ຜູ້​ເທສະໜາ​ປ່າວ​ປະກາດ 3:11) ແຕ່​ກ່ອນ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້ ຢ່າງ​ໜ້ອຍ​ທີ່​ສຸດ​ເຈົ້າ​ຕ້ອງ​ຮູ້​ແລະ​ຍອມ​ຮັບ​ຫຼັກ​ຄຳ​ສອນ​ພື້ນຖານ​ຕ່າງໆໃນ​ຄຳພີ​ໄບເບິນ. (ເຫບເລີ 5:12) ຄຳ​ສອນ​ດັ່ງ​ກ່າວ​ນັ້ນ​ລວມ​ເຖິງ​ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ ແລະ​ຄວາມ​ສຳຄັນ​ຂອງ​ຊື່​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ.

7. ການ​ສຶກສາ​ຄຳພີ​ໄບເບິນ​ຄວນ​ສົ່ງ​ຜົນ​ຕໍ່​ເຈົ້າ​ຄື​ແນວ​ໃດ?

7 ແນວ​ໃດ​ກໍ​ຕາມ ການ​ມີ​ຄວາມ​ຮູ້​ພຽງ​ຢ່າງ​ດຽວ​ນັ້ນ​ຍັງ​ບໍ່​ພໍ ເພາະ “ປາສະຈາກ​ຄວາມ​ເຊື່ອ​ຈະ​ເປັນ​ທີ່​ຊອບ​ໃຈ​ພະເຈົ້າ​ກໍ​ບໍ່​ໄດ້.” (ເຫບເລີ 11:6) ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ເມື່ອ​ບາງ​ຄົນ​ໃນ​ເມືອງ​ໂກລິນໂທ​ບູຮານ​ໄດ້​ຍິນ​ຂ່າວ​ສານ​ທີ່​ຄລິດສະຕຽນ​ປະກາດ ເຂົາ​ເຈົ້າ “ກໍ​ໄດ້​ເຊື່ອ​ແລະ​ໄດ້​ຮັບ​ສິນ​ບັບເຕມາ.” (ກິດຈະການ 18:8) ໃນ​ວິທີ​ທີ່​ຄ້າຍ​ກັນ ການ​ສຶກສາ​ຄຳພີ​ໄບເບິນ​ຄວນ​ເຮັດ​ໃຫ້​ເຈົ້າ​ເຊື່ອ ຢ່າງ​ເຕັມທີ​ວ່າ​ຄຳພີ​ໄບເບິນ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ຂຽນ​ໂດຍ​ການ​ດົນ​ໃຈ. ການ​ສຶກສາ​ຄຳພີ​ໄບເບິນ​ຄວນ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ ແລະ​ເຊື່ອ​ວ່າ​ເຄື່ອງ​ບູຊາ​ຂອງ​ພະ​ເຍຊູ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ລອດ​ໄດ້.—ໂຢຊວຍ 23:14; ກິດຈະການ 4:12; 2 ຕີໂມເຕ 3:16, 17.

ການ​ແບ່ງ​ປັນ​ຄວາມ​ຈິງ​ໃນ ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ

8. ສິ່ງ​ໃດ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ແບ່ງ​ປັນ​ເລື່ອງ​ທີ່​ໄດ້​ຮຽນ​ຮູ້​ໃຫ້​ກັບ​ຄົນ​ອື່ນໆ?

8 ເມື່ອ​ຫົວໃຈ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເຈົ້າ​ຈະ​ປະສົບ​ດ້ວຍ​ຕົນ​ເອງ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເກັບ​ເລື່ອງ​ທີ່​ໄດ້​ຮຽນ​ຮູ້​ໄວ້​ຄົນ​ດຽວ. (ເຢເຣມີ 20:9) ເຈົ້າ​ຈະ​ມີ​ແຮງ​ຈູງ​ໃຈ​ໃຫ້​ເວົ້າ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ພະເຈົ້າ​ແລະ​ຈຸດ​ປະສົງ​ຂອງ​ພະອົງ.—2 ໂກລິນໂທ 4:13.

ນັກສຶກສາຄຳພີໄບເບິນກັບຜູ້ນຳການສຶກສາໄປກຳລັງລົມເລື່ອງຂ່າວດີກັບຜູ້ຊາຍຄົນໜຶ່ງ

ຄວາມ​ເຊື່ອ​ຄວນ​ກະຕຸ້ນ​ເຈົ້າ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຈົ້າ​ໄດ້​ເຊື່ອ​ໃຫ້​ແກ່​ຄົນ​ອື່ນ

9, 10. (ກ) ເຈົ້າ​ອາດ​ເລີ່ມ​ຕົ້ນ​ແບ່ງ​ປັນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ກັບ​ໃຜ​ແດ່? (ຂ) ຖ້າ​ເຈົ້າ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ການ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຈັດ​ເປັນ​ລະບົບ ເຈົ້າ​ຄວນ​ເຮັດ​ຫຍັງ?

9 ເຈົ້າ​ອາດ​ເລີ່ມ​ຕົ້ນ​ແບ່ງ​ປັນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ​ໂດຍ​ການ​ເວົ້າ​ແບບ​ຜ່ອນ​ໜັກ​ຜ່ອນ​ເບົາ​ກ່ຽວ​ກັບ​ເລື່ອງ​ນັ້ນ​ກັບ​ຍາຕິ​ພີ່​ນ້ອງ ຫມູ່​ເພື່ອນ ເພື່ອນ​ບ້ານ ແລະ​ຫມູ່​ເຮັດ​ວຽກ​ນຳ​ກັນ. ອີກ​ບໍ່​ດົນ​ເຈົ້າ​ຄົງ​ຈະ​ຢາກ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ການ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຈັດ​ເປັນ​ລະບົບ. ເມື່ອ​ເຖິງ​ຕອນ​ນັ້ນ ຂໍ​ໃຫ້​ລົມ​ເລື່ອງ​ນີ້​ກັບ​ພະຍານ​ພະ​ເຢໂຫວາ​ຜູ້​ທີ່​ກຳລັງ​ສອນ​ຄຳພີ​ໄບເບິນ​ໃຫ້​ເຈົ້າ. ຖ້າ​ເຫັນ​ວ່າ​ເຈົ້າ​ມີ​ຄຸນສົມບັດ​ສຳລັບ​ການ​ປະກາດ ຈະ​ມີ​ການ​ນັດ​ໃຫ້​ເຈົ້າ​ແລະ​ຜູ້​ທີ່​ສອນ​ເຈົ້າ​ພົບ​ກັບ​ຜູ້​ເຖົ້າ​ແກ່​ສອງ​ຄົນ​ຂອງ​ປະຊາຄົມ.

10 ການ​ຈັດ​ຕຽມ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້ຈັກ​ຄຸ້ນ​ເຄີຍ​ຫຼາຍ​ຂຶ້ນ​ກັບ​ຜູ້​ເຖົ້າ​ແກ່​ຄລິດສະຕຽນ​ບາງ​ຄົນ​ເຊິ່ງ​ເປັນ​ຜູ້​ລ້ຽງ​ຝູງ​ແກະ​ຂອງ​ພະເຈົ້າ. (ກິດຈະການ 20:28; 1 ເປໂຕ 5:2, 3) ຖ້າ​ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້​ສັງເກດ​ເຫັນ​ວ່າ​ເຈົ້າ​ເຂົ້າ​ໃຈ​ແລະ​ເຊື່ອ​ໃນ​ຄຳ​ສອນ​ພື້ນຖານ​ຂອງ​ຄຳພີ​ໄບເບິນ ເຈົ້າ​ພວມ​ໃຊ້​ຊີວິດ​ຕາມ​ຫຼັກ​ການ​ຂອງ​ພະເຈົ້າ​ແລະ​ທັງ​ຢາກ​ເປັນ​ພະຍານ​ພະ​ເຢໂຫວາ​ແທ້ໆ ພວກ​ຜູ້​ເຖົ້າ​ແກ່​ກໍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ເຈົ້າ​ມີ​ຄຸນສົມບັດ​ສຳລັບ​ການ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ການ​ປະກາດ​ຕໍ່​ສາທາລະນະ​ໃນ​ຖານະ​ເປັນ​ຜູ້​ປະກາດ​ຂ່າວ​ດີ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ບັບເຕມາ.

11. ກ່ອນ​ທີ່​ບາງ​ຄົນ​ຈະ​ມີ​ຄຸນສົມບັດ​ສຳລັບ​ວຽກ​ງານ​ການ​ປະກາດ ເຂົາ​ເຈົ້າ​ອາດ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ອັນ​ໃດ​ແດ່?

11 ໃນ​ອີກ​ທາງ​ໜຶ່ງ ເຈົ້າ​ອາດ​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ຮູບ​ແບບ​ຊີວິດ​ແລະ​ນິດໄສ​ບາງ​ຢ່າງ​ເພື່ອ​ຈະ​ມີ​ຄຸນສົມບັດ​ສຳລັບ​ວຽກ​ງານ​ການ​ປະກາດ. ການ​ປ່ຽນ​ແປງ​ນີ້​ອາດ​ລວມ​ເຖິງ​ການ​ປະ​ຖິ້ມ​ນິດໄສ​ບາງ​ຢ່າງ​ທີ່​ບໍ່​ໄດ້​ບອກ​ໃຫ້​ຄົນ​ອື່ນ​ຮູ້. ດັ່ງ​ນັ້ນ ກ່ອນ​ທີ່​ເຈົ້າ​ຈະ​ຂໍ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ທັນ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ເຊົາ​ເຮັດ​ບາບ​ທີ່​ຮ້າຍແຮງ​ເຊັ່ນ ການ​ຜິດ​ສິນລະທຳ​ທາງ​ເພດ ການ​ເມົາ​ເຫຼົ້າ ແລະ​ການ​ເສບ​ຢາ.—1 ໂກລິນໂທ 6:9, 10; ຄາລາຊີ 5:19-21.

ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລະ​ຫຼົບ​ຕັ້ງ​ໃຈ​ໃໝ່

12. ເປັນ​ຫຍັງ​ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຈຶ່ງ​ເປັນ​ສິ່ງ​ຈຳເປັນ?

12 ຍັງ​ມີ​ຂັ້ນ​ຕອນ​ອື່ນໆອີກ​ທີ່​ຕ້ອງ​ເຮັດ​ກ່ອນ​ຈະ​ມີ​ຄຸນສົມບັດ​ສຳລັບ​ການ​ຮັບ​ບັບເຕມາ. ອັກຄະສາວົກ​ເປໂຕ​ເວົ້າ​ວ່າ “ຈົ່ງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລະ​ຈົ່ງ​ຫຼົບ​ຕັ້ງ​ໃຈ​ໃໝ່.” (ກິດຈະການ 3:19) ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຄື​ການ​ຮູ້ສຶກ​ເສຍໃຈ​ຢ່າງ​ແທ້​ຈິງ​ຕໍ່​ການ​ກະທຳ​ບາງ​ແນວ​ທີ່​ເຄີຍ​ເຮັດ. ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ແມ່ນ​ເໝາະ​ສົມ​ແທ້ໆສຳລັບ​ຜູ້​ທີ່​ເຄີຍ​ໃຊ້​ຊີວິດ​ທີ່​ຜິດ​ສິນລະທຳ ແລະ​ກໍ​ຍັງ​ຈຳເປັນ​ສຳລັບ​ຄົນ​ທີ່​ບໍ່​ໄດ້​ໃຊ້​ຊີວິດ​ແບບ​ນັ້ນ​ນຳ​ອີກ. ເປັນ​ຫຍັງ​ຈຶ່ງ​ຈຳເປັນ? ກໍ​ເພາະ​ວ່າ​ມະນຸດ​ທຸກ​ຄົນ​ເປັນ​ຄົນ​ບາບ​ແລະ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ໃຫ້​ອະໄພ​ຈາກ​ພະເຈົ້າ. (ໂລມ 3:23; 5:12) ຕອນ​ທີ່​ຍັງ​ບໍ່​ທັນ​ໄດ້​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ບໍ່​ຮູ້ຈັກ​ວ່າ​ອັນ​ໃດ​ແມ່ນ​ໃຈ​ປະສົງ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ເຈົ້າ​ຈະ​ດຳເນີນ​ຊີວິດ​ໃນ​ແບບ​ທີ່​ສອດຄ່ອງ​ກັບ​ໃຈ​ປະສົງ​ຂອງ​ພະອົງ​ທຸກ​ປະການ​ໄດ້​ແນວ​ໃດ? ດ້ວຍ​ເຫດ​ນີ້ ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຈຶ່ງ​ເປັນ​ສິ່ງ​ຈຳເປັນ.

13. ການ​ຫຼົບ​ຕັ້ງ​ໃຈ​ໃໝ່​ແມ່ນ​ຫຍັງ?

13 ຫຼັງ​ຈາກ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລ້ວ ກໍ​ຕ້ອງ​ຫຼົບ​ຕັ້ງ​ໃຈ​ໃໝ່. ພຽງ​ແຕ່​ຮູ້ສຶກ​ເສຍໃຈ​ນັ້ນ​ຍັງ​ບໍ່​ພໍ. ເຈົ້າ​ຕ້ອງ​ປະ​ຖິ້ມ​ແນວ​ທາງ​ການ​ດຳເນີນ​ຊີວິດ​ແບບ​ເກົ່າ ແລະ​ຕັ້ງ​ໃຈ​ແນ່ວ​ແນ່​ວ່າ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ນັບ​ຕັ້ງ​ແຕ່​ນີ້​ເປັນ​ຕົ້ນ​ໄປ. ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ແລະ​ການ​ຫຼົບ​ຕັ້ງ​ໃຈ​ໃໝ່​ເປັນ​ຂັ້ນ​ຕອນ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຈະ​ຮັບ​ບັບເຕມາ.

ການ​ອຸທິດ​ຕົວ​ຂອງ​ເຈົ້າ​ເອງ

14. ອັນ​ໃດ​ເປັນ​ຂັ້ນ​ຕອນ​ສຳຄັນ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຮັບ​ບັບເຕມາ?

14 ກ່ອນ​ຮັບ​ບັບເຕມາ​ຍັງ​ມີ​ຂັ້ນ​ຕອນ​ໜຶ່ງ​ອີກ​ທີ່​ສຳຄັນ. ເຈົ້າ​ຕ້ອງ​ອຸທິດ​ຕົວ ໃຫ້​ແກ່​ພະ​ເຢໂຫວາ​ພະເຈົ້າ.

ນັກສຶກສາຄຳພີໄບເບິນໄດ້ອຸທິດຕົວເອງໃຫ້ແກ່ພະເຈົ້າໂດຍການອະທິດຖານ

ເຈົ້າ​ເອງ​ໄດ້​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ​ໂດຍ​ທາງ​ການ​ອະທິດຖານ​ແລ້ວ​ບໍ?

15, 16. ການ​ອຸທິດ​ຕົວ​ຂອງ​ເຈົ້າ​ໃຫ້​ແກ່​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ສິ່ງ​ໃດ​ທີ່​ກະຕຸ້ນ​ຄົນ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນັ້ນ?

15 ເມື່ອ​ເຈົ້າ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ​ພະເຈົ້າ​ໂດຍ​ການ​ອະທິດຖານ​ຢ່າງ​ຈິງ​ຈັງ ເຈົ້າ​ສັນຍາ​ວ່າ​ເຈົ້າ​ຈະ​ຖວາຍ​ຄວາມ​ເຫຼື້ອມ​ໃສ​ສັດທາ​ແກ່​ພະອົງ​ພຽງ​ຜູ້​ດຽວ​ຕະຫຼອດ​ໄປ. (ພະບັນຍັດ 6:15) ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຢາກ​ເຮັດ​ແນວ​ນັ້ນ? ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຕໍ່​ໄປ​ນີ້ ສົມມຸດ​ວ່າ​ຊາຍ​ຄົນ​ໜຶ່ງ​ເລີ່ມ​ຕົ້ນ​ຕິດ​ຕໍ່​ຝາກ​ຮັກ​ກັບ​ຍິງ​ຄົນ​ໜຶ່ງ. ແຮ່ງ​ຊາຍ​ຄົນ​ນີ້​ຮູ້ຈັກ​ແລະ​ເຫັນ​ຄຸນສົມບັດ​ທີ່​ດີ​ຂອງ​ຍິງ​ຄົນ​ນີ້ ຊາຍ​ຄົນ​ນີ້​ກໍ​ແຮ່ງ​ຢາກ​ໃກ້​ຊິດ​ຍິງ​ຄົນ​ນີ້​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ໃນ​ທີ່​ສຸດ ກໍ​ເປັນ​ເລື່ອງ​ທຳມະຊາດ​ທີ່​ຊາຍ​ຄົນ​ນີ້​ຈະ​ຂໍ​ຍິງ​ຄົນ​ນີ້​ແຕ່ງ​ດອງ. ແມ່ນ​ຢູ່ ການ​ແຕ່ງ​ດອງ​ຍ່ອມ​ໝາຍ​ເຖິງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພີ່ມ​ຂຶ້ນ. ແຕ່​ວ່າ​ຄວາມ​ຮັກ​ຈະ​ກະຕຸ້ນ​ລາວ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ທີ່​ສຳຄັນ​ນີ້.

16 ເມື່ອ​ເຈົ້າ​ໄດ້​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ ເຈົ້າ​ເອງ​ຈະ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ຮັບໃຊ້​ພະອົງ​ແບບ​ບໍ່​ມີ​ເງື່ອນ​ໄຂ​ຫຼື​ຈະ​ບໍ່​ຕັ້ງ​ຂໍ້​ຈຳກັດ​ໃດໆໃນ​ການ​ນະມັດສະການ​ພະອົງ. ຜູ້​ໃດ​ກໍ​ຕາມ​ທີ່​ຢາກ​ຕິດ​ຕາມ​ພະ​ເຍຊູ​ຄລິດ​ລູກ​ຊາຍ​ຂອງ​ພະເຈົ້າ​ຕ້ອງ “ປະຕິເສດ​ຕົວ​ເອງ.” (ມາລະໂກ 8:34, ລ.ມ.) ເຮົາ​ປະຕິເສດ​ຕົວ​ເອງ​ໂດຍ​ທີ່​ເຮົາ​ບໍ່​ຍອມ​ໃຫ້​ຄວາມ​ປາຖະໜາ​ຫຼື​ເປົ້າ​ໝາຍ​ສ່ວນ​ຕົວ​ມາ​ຂັດ​ຂວາງ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຊື່ອ​ຟັງ​ພະເຈົ້າ​ຢ່າງ​ຄົບ​ຖ້ວນ. ຈາກ​ນັ້ນ ກ່ອນ​ທີ່​ຈະ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ໃຫ້​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ເປັນ​ເປົ້າ​ໝາຍ​ຫຼັກ​ໃນ​ຊີວິດ.—1 ເປໂຕ 4:2.

ການ​ເອົາ​ຊະນະ​ຄວາມ​ຢ້ານ​ວ່າ​ຈະ​ເຮັດ​ບໍ່​ໄດ້

17. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຢັບຢັ້ງ​ຕົວ​ໄວ້​ຈາກ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ?

17 ບາງ​ຄົນ​ຢັບຢັ້ງ​ຕົວ​ເອງ​ໄວ້​ຈາກ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ​ເພາະ​ວ່າ​ເຂົາ​ເຈົ້າ​ຂ້ອນ​ຂ້າງ​ຢ້ານ​ທີ່​ຈະ​ເຮັດ​ຕາມ​ໜ້າ​ທີ່​ທີ່​ສຳຄັນ​ນີ້. ເຂົາ​ເຈົ້າ​ອາດ​ຢ້ານ​ທີ່​ຈະ​ຮັບ​ຜິດ​ຊອບ​ຕໍ່​ພະເຈົ້າ​ໃນ​ຖານະ​ເປັນ​ຄລິດສະຕຽນ​ທີ່​ອຸທິດ​ຕົວ​ແລ້ວ. ເນື່ອງ​ຈາກ​ຢ້ານ​ວ່າ​ຕົນ​ເອງ​ຈະ​ເຮັດ​ບໍ່​ໄດ້​ແລະ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຜິດ​ຫວັງ ເຂົາ​ເຈົ້າ​ຈຶ່ງ​ຄິດ​ວ່າ​ດີ​ທີ່​ສຸດ​ແມ່ນ​ບໍ່​ເຮັດ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະອົງ.

18. ສິ່ງ​ໃດ​ສາມາດ​ກະຕຸ້ນ​ເຈົ້າ​ໃຫ້​ອຸທິດ​ຕົວ​ແກ່​ພະ​ເຢໂຫວາ?

18 ຂະນະ​ທີ່​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ຮັກ​ພະ​ເຢໂຫວາ ເຈົ້າ​ຈະ​ຮູ້ສຶກ​ວ່າ​ຢາກ​ອຸທິດ​ຕົວ​ໃຫ້​ແກ່​ພະອົງ​ແລະ​ຢາກ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ດຳເນີນ​ຊີວິດ​ໃຫ້​ສົມ​ກັບ​ທີ່​ໄດ້​ອຸທິດ​ຕົວ. (ຜູ້​ເທສະໜາ​ປ່າວ​ປະກາດ 5:4) ພາຍ​ຫຼັງ​ອຸທິດ​ຕົວ​ແລ້ວ ແນ່ນອນ​ວ່າ​ເຈົ້າ​ຄົງ​ຢາກ “ກະທຳ​ການ​ຢ່າງ​ສົມຄວນ​ແກ່​ພະອົງ​ເຈົ້າ ເພື່ອ​ຈະ​ໄດ້​ເປັນ​ຊອບ​ໃຈ​ແກ່​ພະອົງ​ໃນ​ສັບພະ​ທຸກ​ສິ່ງ.” (ໂກໂລດ 1:10) ເນື່ອງ​ຈາກ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ ເຈົ້າ​ຈະ​ບໍ່​ຄິດ​ວ່າ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ​ເປັນ​ເລື່ອງ​ທີ່​ຍາກ​ໂພດ. ແນ່ນອນ​ເຈົ້າ​ຈະ​ເຫັນ​ດີ​ກັບ​ອັກຄະສາວົກ​ໂຢຮັນ​ທີ່​ຂຽນ​ວ່າ “ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ ຄື​ວ່າ​ໃຫ້​ເຮົາ​ທັງ​ຫຼາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ ແລະ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ.”—1 ໂຢຮັນ 5:3.

19. ເປັນ​ຫຍັງ​ຈຶ່ງ​ບໍ່​ຄວນ​ຢ້ານ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ?

19 ເພື່ອ​ຈະ​ອຸທິດ​ຕົວ​ໃຫ້​ແກ່​ພະເຈົ້າ ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເປັນ​ຄົນ​ສົມບູນ​ພ້ອມ. ພະ​ເຢໂຫວາ​ຮູ້​ຂໍ້​ຈຳກັດ​ຕ່າງໆຂອງ​ເຈົ້າ​ແລະ​ບໍ່​ເຄີຍ​ຄາດ​ໝາຍ​ເກີນ​ກວ່າ​ທີ່​ເຈົ້າ​ເຮັດ​ໄດ້. (ຄຳເພງ 103:14) ພະອົງ​ຢາກ​ໃຫ້​ເຈົ້າ​ປະສົບ​ຜົນ​ສຳເລັດ​ແລະ​ພະອົງ​ຈະ​ຫນູນ​ໃຈ​ແລະ​ຊ່ວຍ​ເຈົ້າ. (ເອຊາອີ 41:10) ເຈົ້າ​ໝັ້ນ​ໃຈ​ໄດ້​ໂລດ​ວ່າ​ຖ້າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ດ້ວຍ​ສິ້ນ​ສຸດ​ຫົວໃຈ ພະອົງ “ຈະ​ນຳ​ໜ້າ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ເຈົ້າ.”—ສຸພາສິດ 3:5, 6.

ສະແດງ​ສັນຍະລັກ​ຂອງ​ການ​ອຸທິດ​ຕົວ​ໂດຍ​ການ​ຮັບ​ບັບເຕມາ

20. ເປັນ​ຫຍັງ​ຈຶ່ງ​ບໍ່​ສາມາດ​ເກັບ​ເລື່ອງ​ການ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ໄວ້​ເປັນ​ຄວາມ​ລັບ​ສ່ວນ​ຕົວ?

20 ການ​ຄຶດ​ຄືນ​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ເຮົາ​ຫາ​ກໍ​ພິຈາລະນາ​ອາດ​ຊ່ວຍ​ເຈົ້າ​ໃຫ້​ອຸທິດ​ຊີວິດ​ແກ່​ພະ​ເຢໂຫວາ​ດ້ວຍ​ການ​ອະທິດຖານ. ທຸກ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແທ້ໆຕ້ອງ “ປະກາດ​ຢ່າງ​ເປີດ​ເຜີຍ​ເພື່ອ​ຄວາມ​ລອດ.” (ໂລມ 10:10, ລ.ມ.) ເຈົ້າ​ຈະ​ປະກາດ​ຢ່າງ​ເປີດ​ເຜີຍ​ໂດຍ​ວິທີ​ໃດ?

ຜູ້ຊາຍຄລິດສະຕຽນຄົນໜຶ່ງກຳລັງຮັບບັບເຕມາໃຫ້ຄົນໃໝ່ໂດຍການຈຸ່ມຕົວລາວຫຼິບລົງໃນນ້ຳແລ້ວກໍຍົກລາວຂຶ້ນຈາກນ້ຳ

ການ​ຮັບ​ບັບເຕມາ​ໝາຍ​ເຖິງ​ການ​ຕາຍ​ຈາກ​ແນວ​ທາງ​ຊີວິດ​ແບບ​ເກົ່າ​ແລ້ວ​ເລີ່ມ​ຊີວິດ​ໃໝ່​ເພື່ອ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ

21, 22. ເຈົ້າ​ຈະ “ປະກາດ​ຢ່າງ​ເປີດ​ເຜີຍ” ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ​ໄດ້​ແນວ​ໃດ?

21 ເຈົ້າ​ຄວນ​ບອກ​ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ໃຫ້​ຮູ້​ວ່າ​ຢາກ​ຮັບ​ບັບເຕມາ. ລາວ​ຈະ​ຈັດ​ໃຫ້​ຜູ້​ເຖົ້າ​ແກ່​ບາງ​ຄົນ​ທົບ​ທວນ​ຄຳຖາມ​ບາງ​ຂໍ້​ກ່ຽວ​ກັບ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ກັບ​ເຈົ້າ. ຖ້າ​ຜູ້​ເຖົ້າ​ແກ່​ເຫຼົ່າ​ນັ້ນ​ເຫັນ​ດີ​ວ່າ​ເຈົ້າ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້ ເຂົາ​ເຈົ້າ​ກໍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້​ໃນ​ການ​ປະຊຸມ​ໃຫຍ່​ເທື່ອ​ຕໍ່​ໄປ.a ຕາມ​ປົກກະຕິ​ແລ້ວ​ໃນ​ໂອກາດ​ນັ້ນ​ຈະ​ມີ​ການ​ໃຫ້​ຄຳ​ບັນຍາຍ​ເພື່ອ​ທົບ​ທວນ​ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ. ໃນ​ຕອນ​ນັ້ນ ຜູ້​ທີ່​ໃຫ້​ຄຳ​ບັນຍາຍ​ຈະ​ເຊີນ​ທຸກ​ຄົນ​ທີ່​ຈະ​ຮັບ​ບັບເຕມາ​ໃຫ້​ຕອບ​ຄຳຖາມ​ງ່າຍໆສອງ​ຂໍ້​ເຊິ່ງ​ເປັນ​ວິທີ​ໜຶ່ງ​ທີ່​ຈະ “ປະກາດ​ຢ່າງ​ເປີດ​ເຜີຍ” ດ້ວຍ​ຄຳ​ເວົ້າ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ.

22 ການ​ຮັບ​ບັບເຕມາ​ນັ້ນ​ເອງ​ເປັນ​ສິ່ງ​ຢັ້ງຢືນ​ຢ່າງ​ເປີດ​ເຜີຍ​ວ່າ​ເຈົ້າ​ເປັນ​ຜູ້​ທີ່​ໄດ້​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລ້ວ ແລະ​ຕອນ​ນີ້​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ. ຜູ້​ທີ່​ຈະ​ຮັບ​ບັບເຕມາ​ຈະ​ຖືກ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ​ເພື່ອ​ສະແດງ​ຢ່າງ​ເປີດ​ເຜີຍ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ການ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ​ແລ້ວ.

ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ​ຂອງ​ເຈົ້າ

23. ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ​ແລະ​ພະ​ບຸດ​ແລະ​ພະ​ວິນຍານ​ບໍລິສຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ?

23 ພະ​ເຍຊູ​ເວົ້າ​ວ່າ​ພວກ​ລູກ​ສິດ​ຂອງ​ພະອົງ​ຈະ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ​ແລະ​ພະ​ບຸດ​ແລະ​ພະ​ວິນຍານ​ບໍລິສຸດ.” (ມັດທາຍ 28:19) ນີ້​ໝາຍ​ຄວາມ​ວ່າ​ຜູ້​ທີ່​ຈະ​ຮັບ​ບັບເຕມາ​ຍອມ​ຮັບ​ສິດ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ແລະ​ຂອງ​ພະ​ເຍຊູ​ຄລິດ. (ຄຳເພງ 83:18; ມັດທາຍ 28:18) ຄົນ​ຜູ້​ນັ້ນ​ຍັງ​ຍອມ​ຮັບ​ບົດບາດ​ໜ້າ​ທີ່​ແລະ​ການ​ປະຕິບັດ​ການ​ຂອງ​ພະ​ວິນຍານ​ບໍລິສຸດ​ຫຼື​ພະລັງ​ປະຕິບັດ​ການ​ຂອງ​ພະເຈົ້າ.—ຄາລາຊີ 5:22, 23; 2 ເປໂຕ 1:21.

24, 25. (ກ) ການ​ຮັບ​ບັບເຕມາ​ເປັນ​ສັນຍະລັກ​ສະແດງ​ເຖິງ​ຫຍັງ? (ຂ) ຄຳຖາມ​ອັນ​ໃດ​ທີ່​ຕ້ອງ​ໄດ້​ມີ​ຄຳຕອບ?

24 ແນວ​ໃດ​ກໍ​ຕາມ ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ພຽງ​ການ​ຈຸ່ມ​ຕົວ​ໃນ​ນ້ຳ​ເທົ່າ​ນັ້ນ. ການ​ຮັບ​ບັບເຕມາ​ເປັນ​ສັນຍະລັກ​ສະແດງ​ເຖິງ​ສິ່ງ​ທີ່​ສຳຄັນ​ແທ້ໆ. ການ​ຢູ່​ໃຕ້​ນ້ຳ​ສະແດງ​ວ່າ​ເຈົ້າ​ໄດ້​ຕາຍ​ຈາກ​ແນວ​ທາງ​ຊີວິດ​ແບບ​ເກົ່າ​ຂອງ​ເຈົ້າ. ການ​ຂຶ້ນ​ມາ​ຈາກ​ນ້ຳ​ເປັນ​ເຄື່ອງ​ໝາຍ​ທີ່​ຊີ້​ບອກ​ວ່າ​ຕອນ​ນີ້​ເຈົ້າ​ມີ​ຊີວິດ​ໃໝ່​ເພື່ອ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ຂໍ​ໃຫ້​ຈື່​ໄວ້​ເຊັ່ນ​ກັນ​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ​ພະເຈົ້າ ບໍ່​ແມ່ນ​ອຸທິດ​ໃຫ້​ແກ່​ວຽກ​ງານ ໃຫ້​ແກ່​ເປົ້າ​ໝາຍ ໃຫ້​ແກ່​ມະນຸດ ຫຼື​ໃຫ້​ແກ່​ອົງການ​ໃດ​ໜຶ່ງ. ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ຂອງ​ເຈົ້າ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ມິດຕະພາບ​ທີ່​ໃກ້​ຊິດ​ທີ່​ສຸດ​ກັບ​ພະເຈົ້າ ເຊິ່ງ​ເປັນ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ສະໜິດ​ສະໜົມ​ກັບ​ພະອົງ.—ຄຳເພງ 25:14.

25 ການ​ຮັບ​ບັບເຕມາ​ບໍ່​ແມ່ນ​ສິ່ງ​ຄ້ຳ​ປະກັນ​ຄວາມ​ລອດ. ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ກະທຳ​ການ​ໃນ​ຄວາມ​ພົ້ນ​ຂອງ​ຕົວ​ເອງ ດ້ວຍ​ຄວາມ​ຢ້ານ​ແລະ​ຕົວ​ສັ່ນ.” (ຟີລິບ 2:12) ການ​ຮັບ​ບັບເຕມາ​ເປັນ​ພຽງ​ການ​ເລີ່ມ​ຕົ້ນ. ດັ່ງ​ນັ້ນ​ຈຶ່ງ​ມີ​ຄຳຖາມ​ວ່າ ເຮົາ​ຈະ​ຢືນຢັດ​ຕໍ່ໆໄປ​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ? ບົດ​ສຸດ​ທ້າຍ​ຂອງ​ປຶ້ມ​ນີ້​ຈະ​ໃຫ້​ຄຳຕອບ​ກ່ຽວ​ກັບ​ເລື່ອງ​ນີ້.

a ຕາມ​ປົກກະຕິ​ແລ້ວ​ຈະ​ມີ​ການ​ຮັບ​ບັບເຕມາ​ຢູ່​ການ​ປະຊຸມ​ໃຫຍ່​ຕ່າງໆປະຈຳ​ປີ​ທີ່​ພະຍານ​ພະ​ເຢໂຫວາ​ຈັດ​ຂຶ້ນ.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ການ​ຮັບ​ບັບເຕມາ​ຂອງ​ຄລິດສະຕຽນ​ກ່ຽວ​ຂ້ອງ​ກັບ​ການ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ ບໍ່​ແມ່ນ​ພຽງ​ແຕ່​ຊິດ​ນ້ຳ​ໃສ່​ເທົ່າ​ນັ້ນ.—ມັດທາຍ 3:16.

  • ຂັ້ນ​ຕອນ​ຕ່າງໆທີ່​ນຳ​ໄປ​ສູ່​ການ​ຮັບ​ບັບເຕມາ​ແມ່ນ​ເລີ່ມ​ຕົ້ນ​ດ້ວຍ​ການ​ຮັບ​ເອົາ​ຄວາມ​ຮູ້​ແລະ​ການ​ສະແດງ​ຄວາມ​ເຊື່ອ ຈາກ​ນັ້ນ​ກໍ​ສະແດງ​ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ການ​ຫຼົບ​ຕັ້ງ​ໃຈ​ໃໝ່ ແລະ​ການ​ອຸທິດ​ຕົວ​ເອງ​ໃຫ້​ແກ່​ພະເຈົ້າ.—ໂຢຮັນ 17:3; ກິດຈະການ 3:19; 18:8.

  • ເພື່ອ​ຈະ​ອຸທິດ​ຕົວ​ໃຫ້​ແກ່​ພະ​ເຢໂຫວາ ເຮົາ​ຕ້ອງ​ປະຕິເສດ​ຕົວ​ເອງ​ຄື​ກັບ​ທີ່​ຜູ້​ຄົນ​ປະຕິເສດ​ຕົວ​ເອງ​ເພື່ອ​ຕິດ​ຕາມ​ພະ​ເຍຊູ.—ມາລະໂກ 8:34.

  • ການ​ຮັບ​ບັບເຕມາ​ເປັນ​ສັນຍະລັກ​ທີ່​ສະແດງ​ວ່າ​ເຮົາ​ໄດ້​ຕາຍ​ຈາກ​ແນວ​ທາງ​ຊີວິດ​ແບບ​ເກົ່າ ແລະ​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ເພື່ອ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ.—1 ເປໂຕ 4:2.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌