ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 199-ໜ້າ 201 ຂໍ້ 3
  • ພະ​ເຍຊູ​ຄລິດ—ຜູ້​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ຄລິດ—ຜູ້​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ເລື່ອງທີ່ຄ້າຍກັນ
  • ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ພິສູດ​ບໍ​ວ່າ​ພະເຢຊູ​ເປັນ​ເມຊີອາ​ແທ້ໆ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ພະ​ເຍຊູ​ຄລິດ​ແມ່ນ​ໃຜ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ການ​ປາກົດ​ຕົວ​ຂອງ​ເມຊີ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 199-ໜ້າ 201 ຂໍ້ 3

ພາກ​ຜະໜວກ

ພະ​ເຍຊູ​ຄລິດ—ຜູ້​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້

ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ເມຊີ ພະ​ເຢໂຫວາ​ພະເຈົ້າ​ໄດ້​ດົນ​ໃຈ​ຜູ້​ພະຍາກອນ​ຫຼາຍ​ຄົນ​ທີ່​ຂຽນ​ຄຳພີ​ໄບເບິນ​ໃຫ້​ບັນທຶກ​ຂໍ້​ມູນ​ເລື່ອງ​ການ​ເກີດ ວຽກ​ງານ​ການ​ຮັບໃຊ້​ແລະ​ການ​ສິ້ນ​ຊີວິດ​ຂອງ​ຜູ້​ຊ່ວຍ​ໃຫ້​ລອດ​ຕາມ​ຄຳ​ສັນຍາ​ຜູ້​ນີ້. ຄຳ​ພະຍາກອນ​ທັງ​ໝົດ​ນີ້​ໃນ​ຄຳພີ​ໄບເບິນ​ສຳເລັດ​ເປັນ​ຈິງ​ໃນ​ໂຕ​ພະ​ເຍຊູ​ຄລິດ. ຄຳ​ພະຍາກອນ​ເຫຼົ່າ​ນີ້​ຖືກຕ້ອງ​ແລະ​ມີ​ລາຍ​ລະອຽດ​ທີ່​ໜ້າ​ງຶດງໍ້. ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ສຶກສາ​ຄຳ​ພະຍາກອນ​ບາງ​ຂໍ້​ທີ່​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ກ່ຽວ​ກັບ​ເຫດການ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ການ​ເກີດ​ແລະ​ຊີວິດ​ໃນ​ໄວ​ເດັກ​ຂອງ​ຜູ້​ເປັນ​ເມຊີ.

ຜູ້​ພະຍາກອນ​ເອຊາອີ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ເມຊີ​ຈະ​ເປັນ​ລູກ​ຫຼານ​ກະສັດ​ດາວິດ. (ເອຊາອີ 9:7) ພະ​ເຍຊູ​ໄດ້​ເກີດ​ໃນ​ເຊື້ອ​ສາຍ​ຂອງ​ດາວິດ​ແທ້ໆ.—ມັດທາຍ 1:1, 6-17.

ມີເກ ຜູ້​ພະຍາກອນ​ອີກ​ຄົນ​ໜຶ່ງ​ຂອງ​ພະເຈົ້າ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ໃນ​ທີ່​ສຸດ​ເດັກ​ນ້ອຍ​ຄົນ​ນີ້​ຈະ​ເຕີບ​ໃຫຍ່​ຂຶ້ນ​ແລ້ວ​ເປັນ​ຜູ້​ປົກຄອງ ແລະ​ລາວ​ຈະ​ເກີດ​ໃນ​ເມືອງ “ເບດເລເຫມ​ເອຟະຣາຕາ.” (ມີເກ 5:2) ໃນ​ສະໄໝ​ທີ່​ພະ​ເຍຊູ​ເກີດ ມີ​ສອງ​ເມືອງ​ໃນ​ອິດສະລາແອນ​ທີ່​ຊື່​ເບດເລເຫມ. ເມືອງ​ໜຶ່ງ​ຕັ້ງ​ຢູ່​ໃກ້​ເມືອງ​ນາຊາເລດ​ເຊິ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ ແລະ​ອີກ​ເມືອງ​ໜຶ່ງ​ຕັ້ງ​ຢູ່​ໃກ້​ເມືອງ​ເຢຣຶຊາເລມ​ໃນ​ແຂວງ​ຢູເດ. ເມືອງ​ເບດເລເຫມ​ທີ່​ຢູ່​ໃກ້​ເມືອງ​ເຢຣຶຊາເລມ​ນັ້ນ​ແຕ່​ກີ້​ເອີ້ນ​ວ່າ​ເອຟະຣາຕາ. ພະ​ເຍຊູ​ເກີດ​ຢູ່​ເມືອງ​ນັ້ນ​ແທ້​ຕາມ​ທີ່​ຄຳ​ພະຍາກອນ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ຢ່າງ​ຖືກຕ້ອງ!—ມັດທາຍ 2:1.

ຄຳ​ພະຍາກອນ​ອີກ​ຂໍ້​ໜຶ່ງ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ລູກ​ຊາຍ​ຂອງ​ພະເຈົ້າ​ຈະ​ຖືກ​ເອີ້ນ “ອອກ​ມາ​ຈາກ​ເອຄີບໂຕ.” ຕອນ​ເປັນ​ເດັກ​ນ້ອຍ ພະ​ເຍຊູ​ຖືກ​ພາ​ໄປ​ເອຢີບ. ພະອົງ​ຖືກ​ພາ​ກັບ​ມາ​ພາຍ​ຫຼັງ​ທີ່​ເຫໂລດ​ສິ້ນ​ຊີວິດ ໂດຍ​ວິທີ​ນີ້​ຈຶ່ງ​ເຮັດ​ໃຫ້​ຄຳ​ພະຍາກອນ​ຂໍ້​ນີ້​ສຳເລັດ​ເປັນ​ຈິງ.—ໂອເຊ 11:1; ມັດທາຍ 2:15.

ຕາ​ຕະລາງ​ທີ່​ສະແດງ​ໃນ​ໜ້າ 200 ມີ​ຂໍ້​ພະ​ຄຳພີ​ຕ່າງໆທີ່​ຈັດ​ໄວ້​ຢູ່​ທາງ​ລຸ່ມ​ຫົວ​ຂໍ້​ທີ່​ວ່າ “ຄຳ​ພະຍາກອນ” ເຊິ່ງ​ບັນທຶກ​ຂໍ້​ມູນ​ຕ່າງໆກ່ຽວ​ກັບ​ຜູ້​ເປັນ​ເມຊີ. ຂໍ​ໃຫ້​ສົມ​ທຽບ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້​ກັບ​ຂໍ້​ພະ​ຄຳພີ​ທີ່​ຢູ່​ທາງ​ລຸ່ມ​ຫົວ​ຂໍ້ “ຄວາມ​ສຳເລັດ​ເປັນ​ຈິງ.” ການ​ເຮັດ​ແນວ​ນີ້​ຈະ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ທີ່​ເຮົາ​ມີ​ຕໍ່​ຄວາມ​ຈິງ​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະເຈົ້າ​ເຂັ້ມແຂງ​ຫຼາຍ​ຂຶ້ນ.

ໃນ​ຂະນະ​ທີ່​ເຮົາ​ພິຈາລະນາ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້ ຂໍ​ໃຫ້​ຈື່​ໄວ້​ວ່າ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້​ທີ່​ມີ​ລັກສະນະ​ຄື​ເປັນ​ຄຳ​ພະຍາກອນ​ໄດ້​ຂຽນ​ໄວ້​ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ກ່ອນ​ທີ່​ພະ​ເຍຊູ​ເກີດ. ພະ​ເຍຊູ​ກ່າວ​ວ່າ “ສັບພະ​ຄຳ​ທີ່​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ພະບັນຍັດ​ຂອງ​ທ່ານ​ໂມເຊ ແລະ​ໃນ​ໜັງສື​ຂອງ​ພວກ​ຜູ້​ທຳນວາຍ ແລະ​ຄຳເພງ​ຕ້ອງ​ຈະ​ບັງເກີດ​ມາ.” (ລືກາ 24:44) ດັ່ງ​ທີ່​ເຈົ້າ​ສາມາດ​ພິສູດ​ໄດ້​ດ້ວຍ​ຄຳພີ​ໄບເບິນ​ຂອງ​ເຈົ້າ​ເອງ ທຸກ​ລາຍ​ລະອຽດ​ຂອງ​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ໄດ້​ສຳເລັດ​ເປັນ​ຈິງ!

ຄຳ​ພະຍາກອນ​ກ່ຽວ​ກັບ​ຜູ້​ເປັນ​ເມຊີ

ເຫດການ

ຄຳ​ພະຍາກອນ

ຄວາມ​ສຳເລັດ​ເປັນ​ຈິງ

ເກີດ​ໃນ​ຕະກູນ​ຢູດາ

ຕົ້ນເດີມ 49:10

ລືກາ 3:23-33

ເກີດ​ຈາກ​ຍິງ​ບໍລິສຸດ

ເອຊາອີ 7:14

ມັດທາຍ 1:18-25

ສືບ​ເຊື້ອ​ສາຍ​ມາ​ຈາກ​ກະສັດ​ດາວິດ

ເອຊາອີ 9:7

ມັດທາຍ 1:1, 6-17

ພະ​ເຢໂຫວາ​ປະກາດ​ວ່າ​ເປັນ​ລູກ​ຊາຍ​ຂອງ​ພະອົງ

ຄຳເພງ 2:7

ມັດທາຍ 3:17

ຄົນ​ສ່ວນ​ຫຼາຍ​ບໍ່​ເຊື່ອ​ໃນ​ພະອົງ

ເອຊາອີ 53:1

ໂຢຮັນ 12:37, 38

ເຂົ້າ​ເມືອງ​ເຢຣຶຊາເລມ​ໂດຍ​ນັ່ງ​ເທິງ​ຫຼັງ​ລາ

ຊາກາລີ 9:9

ມັດທາຍ 21:1-9

ຖືກ​ຫມູ່​ສະໜິດ​ທໍລະຍົດ

ຄຳເພງ 41:9

ໂຢຮັນ 13:18, 21-30

ຖືກ​ທໍລະຍົດ​ດ້ວຍ​ເງິນ 30 ແຜ່ນ

ຊາກາລີ 11:12

ມັດທາຍ 26:14-16

ມິດ​ງຽບ​ຕໍ່​ໜ້າ​ຜູ້​ທີ່​ກ່າວ​ຫາ​ພະອົງ

ເອຊາອີ 53:7

ມັດທາຍ 27:11-14

ຈັບ​ສະ​ຫຼາກ​ເຄື່ອງ​ນຸ່ງ​ຂອງ​ພະອົງ

ຄຳເພງ 22:18

ມັດທາຍ 27:35

ຖືກ​ດ່າ​ປະຈານ​ໃນ​ຂະນະ​ທີ່​ຢູ່​ເທິງ​ເສົາ​ທໍລະມານ

ຄຳເພງ 22:7, 8

ມັດທາຍ 27:39-43

ກະດູກ​ຂອງ​ພະອົງ​ບໍ່​ໄດ້​ຫັກ​ຈັກ​ອັນ

ຄຳເພງ 34:20

ໂຢຮັນ 19:33, 36

ຖືກ​ຝັງ​ຮ່ວມ​ກັບ​ຄົນ​ຮັ່ງມີ

ເອຊາອີ 53:9

ມັດທາຍ 27:57-60

ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກ່ອນ​ເປື່ອຍ​ເນົ່າ

ຄຳເພງ 16:10

ກິດຈະການ 2:24, 27

ຖືກ​ຍົກ​ໃຫ້​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ

ຄຳເພງ 110:1

ກິດຈະການ 7:56

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌