ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 218-ໜ້າ 219 ຂໍ້ 1
  • ມີກາເອນ​ອັກຄະ​ທູດ​ສະຫວັນ​ແມ່ນ​ໃຜ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມີກາເອນ​ອັກຄະ​ທູດ​ສະຫວັນ​ແມ່ນ​ໃຜ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ເລື່ອງທີ່ຄ້າຍກັນ
  • ນາຍ​ທູດສະຫວັນ​ມີກາເອນ​ແມ່ນ​ໃຜ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ທູດສະຫວັນ​ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 218-ໜ້າ 219 ຂໍ້ 1

ພາກ​ຜະໜວກ

ມີກາເອນ​ອັກຄະ​ທູດ​ສະຫວັນ​ແມ່ນ​ໃຜ?

ໃນ​ຄຳພີ​ໄບເບິນ​ມີ​ການ​ກ່າວ​ເຖິງ​ກາຍ​ວິນຍານ​ທີ່​ຊື່​ວ່າ​ມີກາເອນ​ບໍ່​ເທົ່າ​ໃດ​ຄັ້ງ. ແຕ່​ເມື່ອ​ມີ​ການ​ກ່າວ​ເຖິງ ກໍ​ເປັນ​ຕອນ​ທີ່​ພະອົງ​ພວມ​ປະຕິບັດ​ໜ້າ​ທີ່​ຢູ່. ໃນ​ພະທຳ​ດານຽນ ມີກາເອນ​ສູ້​ຮົບ​ກັບ​ທູດ​ສະຫວັນ​ຊົ່ວ; ໃນ​ຈົດ​ໝາຍ​ຂອງ​ຢູເດ ມີກາເອນ​ໂຕ້​ຖຽງ​ກັບ​ຊາຕານ; ແລະ​ໃນ​ພະທຳ​ຄຳປາກົດ ເພິ່ນ​ເຮັດ​ເສິກ​ກັບ​ພະຍາມານ​ແລະ​ຜີ​ປີ​ສາດ​ຂອງ​ມັນ. ໂດຍ​ການ​ສະໜັບສະຫນູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ຕໍ່​ສູ້​ກັບ​ພວກ​ສັດຕູ​ຂອງ​ພະອົງ ມີກາເອນ​ປະຕິບັດ​ສົມ​ກັບ​ຊື່​ເພິ່ນ ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ໃຜ​ຈະ​ເປັນ​ຄື​ພະເຈົ້າ?” ແຕ່​ມີກາເອນ​ແມ່ນ​ໃຜ?

ບາງ​ຄັ້ງ ຄົນ​ຜູ້​ໜຶ່ງ​ອາດ​ມີ​ຊື່​ຫຼາຍ​ກວ່າ​ຊື່​ໜຶ່ງ. ຕົວຢ່າງ​ເຊັ່ນ ຢາໂຄບ​ບັນພະບຸລຸດ​ຕົ້ນ​ຕະກູນ​ຍັງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອິດສະລາແອນ ແລະ​ອັກຄະສາວົກ​ເປໂຕ​ຍັງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຊີໂມນ. (ຕົ້ນເດີມ 49:1, 2; ມັດທາຍ 10:2) ເຊັ່ນ​ດຽວ​ກັນ ຄຳພີ​ໄບເບິນ​ຊີ້​ບອກ​ວ່າ​ມີກາເອນ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ພະ​ເຍຊູ​ຄລິດ ທັງ​ກ່ອນ​ແລະ​ຫຼັງ​ທີ່​ພະອົງ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ. ຂໍ​ໃຫ້​ພິຈາລະນາ​ເຫດຜົນ​ຕາມ​ຫຼັກ​ພະ​ຄຳພີ​ໃນ​ການ​ສະຫລຸບ​ແບບ​ນັ້ນ.

ອັກຄະ​ທູດ​ສະຫວັນ. ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ເຖິງ​ມີກາເອນ​ວ່າ​ເປັນ “ອັກຄະ​ທູດ​ສະຫວັນ.” (ຢູເດ 9, ລ.ມ.) ຄຳ​ນີ້​ໝາຍ​ເຖິງ “ຜູ້​ເປັນ​ຫົວ​ໜ້າ​ທູດ​ສະຫວັນ.” ຄຳ​ວ່າ “ອັກຄະ​ທູດ​ສະຫວັນ” ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ໝາຍ​ເຖິງ​ທູດ​ສະຫວັນ​ພຽງ​ອົງ​ດຽວ​ເທົ່າ​ນັ້ນ ບໍ່​ເຄີຍ​ມີ​ການ​ໃຊ້​ຄຳ​ນີ້​ໃນ​ຮູບ​ຄຳ​ແບບ​ທີ່​ໝາຍ​ເຖິງ​ທູດ​ສະຫວັນ​ຫຼາຍ​ອົງ. ເລື່ອງ​ນີ້​ຊີ້​ບອກ​ວ່າ​ມີ​ອັກຄະ​ທູດ​ສະຫວັນ​ພຽງ​ອົງ​ດຽວ​ເທົ່າ​ນັ້ນ. ນອກ​ຈາກ​ນີ້ ມີ​ການ​ລວມ​ເອົາ​ພະ​ເຍຊູ​ເຂົ້າ​ກັບ​ຕຳແໜ່ງ​ອັກຄະ​ທູດ​ສະຫວັນ. 1 ເທຊະໂລນີກ 4:16 ກ່າວ​ເຖິງ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ວ່າ “ເພາະ​ວ່າ​ພະອົງ​ເຈົ້າ​ເອງ​ຈະ​ສະເດັດ​ລົງ​ມາ​ຈາກ​ຟ້າ​ສະຫວັນ​ດ້ວຍ​ຮ້ອງ​ຄຳ​ສັ່ງ​ອັນ​ດັງ ດ້ວຍ​ສຽງ​ປາກ​ແຫ່ງ​ທູດ​ສະຫວັນ​ຜູ້​ໃຫຍ່ [“ອັກຄະ​ທູດ​ສະຫວັນ,” ລ.ມ.].” ດ້ວຍ​ເຫດ​ນີ້ ຈຶ່ງ​ມີ​ການ​ພັນລະນາ​ເຖິງ​ສຽງ​ຂອງ​ພະ​ເຍຊູ​ວ່າ​ເປັນ​ສຽງ​ຂອງ​ອັກຄະ​ທູດ​ສະຫວັນ. ດັ່ງ​ນັ້ນ ພະ​ຄຳພີ​ຂໍ້​ນີ້​ຊີ້​ບອກ​ວ່າ ພະ​ເຍຊູ​ເອງ​ເປັນ​ອັກຄະ​ທູດ​ສະຫວັນ​ມີກາເອນ.

ຜູ້​ນຳ​ກອງທັບ. ຄຳພີ​ໄບເບິນ​ກ່າວ​ວ່າ “ອົງ​ມີກາເອນ​ກັບ​ພວກ​ທູດ​ແຫ່ງ​ຕົນ ໄດ້​ເລວເສິກ​ຕໍ່​ສູ້​ມັງກອນ​ນັ້ນ . . . ກັບ​ພວກ​ທູດ​ແຫ່ງ​ຕົນ.” (ຄຳປາກົດ 12:7) ດ້ວຍ​ເຫດ​ນີ້ ມີກາເອນ​ຈຶ່ງ​ເປັນ​ຜູ້​ນຳ​ກອງທັບ​ທູດ​ສະຫວັນ​ທີ່​ສັດ​ຊື່. ພະທຳ​ຄຳປາກົດ​ຍັງ​ພັນລະນາ​ເຖິງ​ພະ​ເຍຊູ​ໃນ​ຖານະ​ເປັນ​ຜູ້​ນຳ​ກອງທັບ​ທູດ​ສະຫວັນ​ທີ່​ສັດ​ຊື່. (ຄຳປາກົດ 19:14-16) ແລະ​ອັກຄະສາວົກ​ໂປໂລ​ກ່າວ​ສະເພາະ​ເຖິງ “ພະອົງ​ເຈົ້າ​ເຍຊູ” ແລະ “ຝູງ​ທູດ​ສະຫວັນ​ອົງ​ມີ​ລິດເດດ​ຂອງ​ພະອົງ.” (2 ເທຊະໂລນີກ 1:7) ດັ່ງ​ນັ້ນ ຄຳພີ​ໄບເບິນ​ກ່າວ​ເຖິງ​ທັງ​ມີກາເອນ​ກັບ “ຝູງ​ທູດ​ສະຫວັນ​ຂອງ​ພະອົງ” ແລະ​ພະ​ເຍຊູ​ກັບ “ຝູງ​ທູດ​ສະຫວັນ​ຂອງ​ພະອົງ.” (ມັດທາຍ 13:41; 16:27; 24:31; 1 ເປໂຕ 3:22) ເນື່ອງ​ຈາກ​ບໍ່​ມີ​ບ່ອນ​ໃດ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ບອກ​ວ່າ​ມີ​ກອງທັບ​ທູດ​ສະຫວັນ​ທີ່​ສັດ​ຊື່​ສອງ​ກອງທັບ​ຢູ່​ໃນ​ສະຫວັນ ກອງທັບ​ໜຶ່ງ​ນຳ​ໜ້າ​ໂດຍ​ມີກາເອນ​ແລະ​ອີກ​ກອງທັບ​ໜຶ່ງ​ນຳ​ໜ້າ​ໂດຍ​ພະ​ເຍຊູ ຈຶ່ງ​ນັບ​ວ່າ​ມີ​ເຫດຜົນ​ທີ່​ຈະ​ລົງ​ຄວາມ​ເຫັນ​ວ່າ​ທີ່​ຈິງ​ແລ້ວ ມີກາເອນ​ກໍ​ຄື​ພະ​ເຍຊູ​ຄລິດ​ໃນ​ບົດບາດ​ຂອງ​ພະອົງ​ໃນ​ສະຫວັນ.a

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ທີ່​ສະແດງ​ວ່າ​ມີ​ການ​ໃຊ້​ຊື່​ມີກາເອນ​ກັບ​ລູກ​ຊາຍ​ຂອງ​ພະເຈົ້າ​ນັ້ນ​ມີ​ຢູ່​ໃນ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳພີ ຫົວ​ທີ 2 ໜ້າ 393-394 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌