ບົດທີ 1
ຂ້ອຍພ້ອມທີ່ຈະມີແຟນບໍ?
“ຜູ້ໃດກະພາກັນມີແຟນໝົດ ຂ້ອຍເລີຍຢາກມີຄືກັນ. ແຖມຜູ້ຊາຍຫຼໍ່ໆກໍຍັງມີບັກຫຼາຍໆ.”—ວິດນີ້
“ຜູ້ຍິງບາງຄົນມາຕື້ຂ້ອຍເພື່ອຢາກເປັນແຟນແລະຂ້ອຍກໍມັກ. ແຕ່ຖ້າຂ້ອຍຂໍອະນຸຍາດພໍ່ແມ່ ຂ້ອຍຮູ້ວ່າພໍ່ແມ່ຈະປະຕິເສດແທ້ໆ.”—ຟີລິບ
ເຈົ້າຄືຊິຢາກມີຄົນພິເສດແລະຢາກເປັນຄົນພິເສດສຳລັບໃຜບາງຄົນ. ເຖິງວ່າເຈົ້າຈະອາຍຸຍັງນ້ອຍ ແຕ່ຄວາມຮູ້ສຶກນີ້ອາດຮຸນແຮງຫຼາຍ. ເຈນນີເຟີ້ເລົ່າວ່າ: “ຂ້ອຍເລີ່ມຮູ້ສຶກກົດດັນໃຫ້ຢາກມີແຟນຕອນອາຍຸ 11 ປີ.” ບຣິດຕານີເວົ້າວ່າ: “ຢູ່ໂຮງຮຽນ ເຈົ້າຈະຮູ້ສຶກວ່າໂຕເອງແປກປະຫຼາດຖ້າບໍ່ມີແຟນ!”
ແລ້ວເຈົ້າເດ? ເຈົ້າພ້ອມທີ່ຈະມີແຟນແລ້ວບໍ? ເພື່ອຈະຕອບຄຳຖາມນັ້ນ ກ່ອນອື່ນໃຫ້ເຮົາມາພິຈາລະນາຄຳຖາມຕໍ່ໄປນີ້:
“ການເປັນແຟນກັນ” ເປັນແນວໃດ?
ໝາຍຄຳຕອບຂອງເຈົ້າສຳລັບຄຳຖາມຕໍ່ໄປນີ້:
ຖ້າເຈົ້າອອກໄປຫຼິ້ນກັບເພດກົງກັນຂ້າມຄົນໜຶ່ງເປັນປະຈຳ. ພວກເຈົ້າເປັນແຟນກັນບໍ?
□ ແມ່ນ
□ ບໍ່ແມ່ນ
ເຈົ້າກັບເພດກົງກັນຂ້າມຄົນໜຶ່ງມັກກັນ. ເຈົ້າສົ່ງຂໍ້ຄວາມຫຼືໂທລົມກັນຫຼາຍໆເທື່ອຕໍ່ມື້. ພວກເຈົ້າເປັນແຟນກັນບໍ?
□ ແມ່ນ
□ ບໍ່ແມ່ນ
ທຸກເທື່ອທີ່ເຈົ້າສັງສັນກັບໝູ່ ເຈົ້າຈະຢູ່ໃກ້ກັບເພດກົງກັນຂ້າມຄົນເກົ່າຕະຫຼອດ. ພວກເຈົ້າເປັນແຟນກັນບໍ?
□ ແມ່ນ
□ ບໍ່ແມ່ນ
ເຈົ້າອາດຈະຕອບຄຳຖາມທຳອິດໄດ້ບໍ່ຍາກ. ແຕ່ເຈົ້າອາດລັງເລກ່ອນທີ່ຈະຕອບຄຳຖາມທີສອງແລະສາມ. ແລ້ວການເປັນແຟນກັນເປັນແນວໃດແທ້ໆ? ທີ່ຈິງ ການເປັນແຟນກັນແມ່ນການທີ່ເຈົ້າມັກຄົນໆໜຶ່ງແລ້ວຄົນນັ້ນກໍມັກເຈົ້າ ແລະເຈົ້າທັງສອງຄົນຢາກຢູ່ໃກ້ຊິດກັນ ໄປຫຼິ້ນຫຼືໄປໃສມາໃສນຳກັນ. ດັ່ງນັ້ນ ຄຳຕອບສຳລັບຄຳຖາມທັງສາມຂໍ້ກໍຄື ແມ່ນ. ຖ້າເຈົ້າແລະໝູ່ຕ່າງເພດສະແດງຄວາມຮູ້ສຶກທີ່ພິເສດຕໍ່ກັນແລະລົມກັນເປັນປະຈຳທາງໂທລະສັບຫຼືເຈິໂຕກັນ ບໍ່ວ່າຈະແບບເປີດເຜີຍຫຼືແບບລັບໆ ນັ້ນກໍແມ່ນການເປັນແຟນກັນ. ເຈົ້າພ້ອມທີ່ຈະມີແຟນບໍ? ເພື່ອຈະຮູ້ຄຳຕອບ ໃຫ້ເຮົາມາພິຈາລະນາຄຳຖາມສາມຂໍ້ຕໍ່ໄປນີ້.
ເປັນຫຍັງເຈົ້າຈຶ່ງຢາກມີແຟນ?
ໃນຫຼາຍໆວັດທະນະທຳ ເປັນເລື່ອງປົກກະຕິທີ່ຜູ້ຊາຍກັບຜູ້ຍິງຈະຄົບຫາກັນເພື່ອຈະຮູ້ຈັກກັນຫຼາຍຂຶ້ນ. ແຕ່ການຄົບຫາເປັນແຟນກັນຄວນມີເປົ້າໝາຍທີ່ດີຄື ເພື່ອຊ່ວຍໃຫ້ຄົນທີ່ຄົບຫາກັນຕັດສິນໃຈວ່າເຂົາເຈົ້າຢາກຈະແຕ່ງດອງກັນຫຼືບໍ່.
ແຕ່ໝູ່ຂອງເຈົ້າບາງຄົນອາດເບິ່ງວ່າການຄົບກັນເປັນເລື່ອງຫຼິ້ນໆແລະບໍ່ຈິງຈັງ. ເຂົາເຈົ້າຢາກມີຄົນພິເສດ ແຕ່ບໍ່ຄິດທີ່ຈະແຕ່ງດອງກັບຄົນນັ້ນ. ບາງຄົນເຖິງຂັ້ນເບິ່ງວ່າການມີແຟນເປັນຄືກັບການໄດ້ຖ້ວຍລາງວັນຫຼືເຄື່ອງປະດັບທີ່ເອົາໄວ້ອວດຄົນອື່ນ. ຄວາມສຳພັນແບບນີ້ມັກຈະຢູ່ໄດ້ບໍ່ດົນ ແປັບດຽວກໍເລີກກັນ. ຜູ້ຍິງຊື່ເຮເທີ້ເວົ້າວ່າ: “ໜຸ່ມສາວຫຼາຍຄົນທີ່ເປັນແຟນກັນຈະຄົບກັນແຕ່ອາທິດດຽວຫຼືສອງອາທິດ ແລ້ວກໍເລີກ. ເຂົາເຈົ້າເບິ່ງວ່າມັນເປັນພຽງແຕ່ຄວາມສຳພັນຊົ່ວຄາວ. ຖ້າເຂົາເຈົ້າແຕ່ງດອງກັນກໍຄືຊິຢ່າຮ້າງກັນໄດ້ງ່າຍໆ.”
ແນ່ນອນວ່າ ຖ້າເຈົ້າເປັນແຟນກັບຜູ້ໃດ ເຈົ້າກໍຈະຮູ້ສຶກຜູກພັນກັບຜູ້ນັ້ນ. ດັ່ງນັ້ນ ຢ່າຄິດວ່າເປັນເລື່ອງຫຼິ້ນໆ. ລອງຄິດເບິ່ງວ່າ ເຈົ້າຢາກໃຫ້ຄົນອື່ນມາຫຼິ້ນກັບຄວາມຮູ້ສຶກຂອງເຈົ້າ ຄືກັບຂອງຫຼິ້ນບໍທີ່ເບື່ອແລ້ວກໍດຶກຖິ້ມເລີຍ? ໄວລຸ້ນຍິງທີ່ຊື່ເຊວຊີເວົ້າວ່າ: “ບາງເທື່ອຂ້ອຍກໍຢາກຄົບແບບຫຼິ້ນໆຊື່ໆ ແຕ່ຖ້າຄົນໜຶ່ງຈິງຈັງກັບເລື່ອງນີ້ ແຕ່ອີກຄົນໜຶ່ງພັດບໍ່ຈິງຈັງ ມັນກໍຕ້ອງມີຄົນເຈັບ.”
ເຈົ້າອາຍຸເທົ່າໃດ?
ເຈົ້າຄິດວ່າອາຍຸເທົ່າໃດຈຶ່ງຈະມີແຟນໄດ້? ․․․․․
ຕອນນີ້ໃຫ້ຖາມພໍ່ແມ່ດ້ວຍຄຳຖາມດຽວກັນ ແລະຂຽນຄຳຕອບຂອງເຂົາເຈົ້າລົງໄປ. ․․․․․
ໂຕເລກທີ່ເຈົ້າຕອບຄືຊິໜ້ອຍກວ່າທີ່ພໍ່ແມ່ຕອບ ຫຼືອາດຈະຫຼາຍກວ່າ. ຖ້າເປັນແບບນັ້ນສະແດງວ່າເຈົ້າເປັນຄົນທີ່ຮູ້ຈັກຄິດແລະຢາກໃຫຍ່ພໍທີ່ຈະຮູ້ຈັກໂຕເອງກ່ອນຈຶ່ງຈະມີແຟນ. ດານຽວເຊິ່ງອາຍຸ 17 ປີກໍຕັ້ງໃຈເຮັດແບບນັ້ນ. ລາວເວົ້າວ່າ: “ເມື່ອທຽບກັບສອງປີກ່ອນ ຄວາມຮູ້ສຶກຂອງຂ້ອຍກ່ຽວກັບຄົນທີ່ຈະມາເປັນຄູ່ຊີວິດນັ້ນປ່ຽນໄປຫຼາຍເລີຍ. ທີ່ຈິງ ແມ່ນແຕ່ຕອນນີ້ຂ້ອຍກໍຍັງບໍ່ກ້າຕັດສິນໃຈເລືອກຄົນທີ່ຈະມາເປັນຄູ່. ຂ້ອຍຄິດວ່າຕ້ອງລໍຖ້າອີກຈັກສອງສາມປີຈົນກວ່າອາລົມຂອງຂ້ອຍຈະໝັ້ນຄົງ ແລ້ວຈຶ່ງຄິດເຖິງການມີແຟນ.”
ນອກຈາກນັ້ນ ຍັງມີອີກເຫດຜົນໜຶ່ງທີ່ເຮັດໃຫ້ຮູ້ວ່າເປັນຫຍັງການລໍຖ້າຈຶ່ງສະຫຼາດ. ຄຳພີໄບເບິນບອກວ່າຖ້າຈະແຕ່ງດອງກໍຄວນໃຫ້ “ກາຍໄວໜຸ່ມສາວໄປແລ້ວ.” ຍ້ອນຊ່ວງໄວລຸ້ນເປັນຊ່ວງທີ່ມີຄວາມຮູ້ສຶກທາງເພດແລະອາລົມຮັກໃຄ່ຮຸນແຮງ. (1 ໂກຣິນໂທ 7:36) ຖ້າເຈົ້າສະໜິດຫຼືໄປໃສມາໃສກັບເພດກົງກັນຂ້າມ ຄົນໜຶ່ງເລື້ອຍໆຕອນທີ່ຍັງຢູ່ໃນຊ່ວງໄວນີ້ ນັ້ນອາດກໍ່ໃຫ້ເກີດອາລົມທາງເພດຮຸນແຮງຂຶ້ນແລະອາດເຮັດຜິດສິນລະທຳທາງເພດໄດ້. ແມ່ນຢູ່ວ່າໝູ່ຂອງເຈົ້າອາດບໍ່ສົນໃຈແລະເບິ່ງວ່າເປັນເລື່ອງທຳມະດາ ຍ້ອນຫຼາຍຄົນກໍຢາກລອງມີເຊັກ. ແຕ່ເຈົ້າຄືຊິບໍ່ຄິດແບບນັ້ນ! (ໂຣມ 12:2) ທີ່ຈິງ ຄຳພີໄບເບິນເຕືອນເຮົາໃຫ້ “ໜີໄກໆຈາກການເຮັດຜິດສິນລະທຳທາງເພດ.” (1 ໂກຣິນໂທ 6:18) ຖ້າເຈົ້າລໍຖ້າໃຫ້ກາຍໄວໜຸ່ມສາວໄປກ່ອນ ເຈົ້າກໍຈະ “ກຳຈັດສິ່ງທີ່ເປັນອັນຕະລາຍ” ໄດ້.—ປັນຍາຈານ 11:10
ເຈົ້າພ້ອມທີ່ຈະແຕ່ງດອງແລ້ວບໍ?
ເພື່ອຈະຮູ້ວ່າພ້ອມຫຼືບໍ່ ໃຫ້ກວດສອບໂຕເອງໃນເລື່ອງຕໍ່ໄປນີ້:
ຄວາມສຳພັນກັບຄົນອື່ນ. ເຈົ້າປະຕິບັດກັບພໍ່ແມ່ແລະເອື້ອຍອ້າຍນ້ອງຂອງເຈົ້າແນວໃດ? ເຈົ້າມັກຈະອາລົມເສຍແລ້ວເວົ້າແຮງໆຫຼືປະຊົດເຂົາເຈົ້າບໍ? ເຂົາເຈົ້າເວົ້າເຖິງເຈົ້າແນວໃດໃນເລື່ອງນີ້? ຕອນນີ້ເຈົ້າປະຕິບັດກັບຄົນໃນຄອບຄົວແນວໃດດຽວເຈົ້າກໍຈະປະຕິບັດແບບນັ້ນກັບຄູ່ຊີວິດຂອງເຈົ້າ.—ອ່ານເອເຟໂຊ 4:31
ນິດໄສ. ເຈົ້າເປັນຄົນເບິ່ງໂລກໃນແງ່ດີຫຼືແງ່ຮ້າຍ? ເຈົ້າເປັນຄົນມີເຫດຜົນຫຼືເອົາແຕ່ໃຈໂຕເອງ? ເມື່ອເຈິເລື່ອງທີ່ກົດດັນ ເຈົ້າໃຈເຢັນແລະອົດທົນບໍ? ຖ້າຕອນນີ້ເຈົ້າພະຍາຍາມປັບປຸງນິດໄສໃຫ້ດີຂຶ້ນ ນັ້ນກໍຈະຊ່ວຍເຈົ້າໃຫ້ກຽມໂຕເປັນຜົວຫຼືເມຍທີ່ດີໃນອະນາຄົດ.—ອ່ານຄາລາເຕຍ 5:22, 23
ການເງິນ. ເຈົ້າບໍລິຫານເງິນໄດ້ດີບໍ? ເຈົ້າມັກຈະເປັນໜີ້ບໍ? ເຈົ້າ ປ່ຽນວຽກເລື້ອຍໆບໍ? ຖ້າແມ່ນ ເປັນຍ້ອນຫຍັງ? ຍ້ອນວຽກບໍຫຼືຍ້ອນນາຍຈ້າງ? ຫຼືຍ້ອນເຈົ້າມີນິດໄສບາງຢ່າງທີ່ຕ້ອງປັບປຸງ? ຖ້າເຈົ້າຍັງບໍລິຫານເງິນຂອງໂຕເອງບໍ່ໄດ້ ເຈົ້າຈະບໍລິຫານເງິນຂອງຄອບຄົວໄດ້ແນວໃດ?—ອ່ານ 1 ຕີໂມທຽວ 5:8
ສາຍສຳພັນກັບພະເຈົ້າ. ຖ້າເຈົ້າເປັນພະຍານພະເຢໂຫວາ ສາຍສຳພັນຂອງເຈົ້າກັບພະເຢໂຫວາເປັນແນວໃດ? ເຈົ້າອ່ານຄຳພີໄບເບິນ ໄປປະກາດ ແລະໄປປະຊຸມໂດຍທີ່ບໍ່ຕ້ອງໃຫ້ພໍ່ແມ່ມາກະຕຸ້ນບໍ? ການມີສາຍສຳພັນທີ່ດີກັບພະເຈົ້າຈະຊ່ວຍເຈົ້າໃຫ້ເປັນຜົວຫຼືເມຍທີ່ດີໄດ້.—ອ່ານປັນຍາຈານ 4:9, 10
ເຈົ້າສາມາດເຮັດຫຍັງໄດ້ແດ່?
ການຖືກກົດດັນໃຫ້ມີແຟນທັງທີ່ຍັງບໍ່ພ້ອມກໍຄືກັບການຖືກບັງຄັບໃຫ້ສອບເສັງວິຊາທີ່ຫາກໍຮຽນ. ແນ່ນອນ ມັນບໍ່ຍຸຕິທຳເລີຍ! ເຈົ້າຕ້ອງໃຊ້ເວລາຮຽນຮູ້ວິຊານັ້ນໃຫ້ເຂົ້າໃຈກ່ອນຈຶ່ງຈະເສັງໄດ້.
ການມີແຟນກໍຄືກັນ. ເຮົາເຫັນແລ້ວວ່າມັນບໍ່ແມ່ນເລື່ອງຫຼິ້ນໆ. ດັ່ງນັ້ນ ກ່ອນທີ່ເຈົ້າຈະມີແຟນ ເຈົ້າຕ້ອງໃຊ້ເວລາສຶກສາ “ວິຊາ” ທີ່ສຳຄັນຫຼາຍ ນັ້ນຄືວິທີສ້າງສາຍສຳພັນທີ່ດີກັບຄົນອື່ນ. ແລ້ວເມື່ອເຈົ້າເຈິຄົນທີ່ຈະມາເປັນຄູ່ ເຈົ້າກໍຈະພ້ອມທີ່ຈະສ້າງສາຍສຳພັນທີ່ໝັ້ນຄົງກັບລາວ. ຂໍໃຫ້ຈື່ໄວ້ວ່າ ເພື່ອຊີວິດແຕ່ງດອງຈະມີຄວາມສຸກ ທັງສອງຕ້ອງເປັນໝູ່ທີ່ດີຕໍ່ກັນ.
ການລໍຖ້າໃຫ້ໃຫຍ່ຂຶ້ນຈັກບຶດໜຶ່ງກ່ອນຈຶ່ງມີແຟນບໍ່ໄດ້ເຮັດໃຫ້ເຈົ້າຂາດອິດສະຫຼະ. ກົງກັນຂ້າມ ມັນຈະເຮັດໃຫ້ເຈົ້າມີອິດສະຫຼະຫຼາຍຂຶ້ນທີ່ຈະ ‘ມີຄວາມສຸກຕອນທີ່ຍັງໜຸ່ມ.’ (ປັນຍາຈານ 11:9) ແລະເຈົ້າຈະມີເວລາປັບປຸງນິດໄສໃຈຄໍໃຫ້ດີຂຶ້ນ ແລະທີ່ສຳຄັນທີ່ສຸດແມ່ນມີສາຍສຳພັນທີ່ດີກັບພະເຈົ້າ.—ເພງໂສກເສົ້າ 3:27
ໃນລະຫວ່າງນີ້ ເຈົ້າກໍຄົບຫາໝູ່ທີ່ເປັນເພດກົງກັນຂ້າມໄດ້. ແຕ່ຈະຄົບແນວໃດຈຶ່ງດີ? ໃຫ້ຄົບຫາກັນໃນກຸ່ມທີ່ມີຜູ້ໃຫຍ່ເບິ່ງນຳ. ຜູ້ຍິງຄົນໜຶ່ງຊື່ທາມມີ້ເວົ້າວ່າ: “ຂ້ອຍຄິດວ່າການຄົບຫາກັນເປັນກຸ່ມມ່ວນກວ່າ ແລະມີໝູ່ຫຼາຍໆຄົນຢູ່ນຳກໍດີກວ່າ.” ໂມນິກ້າກໍເຫັນດີນຳ. ລາວບອກວ່າ: “ການຄົບຫາກັນເປັນກຸ່ມເປັນຄວາມຄິດທີ່ດີແທ້ໆ ຍ້ອນເຈົ້າຈະໄດ້ຮູ້ຈັກຄົນຫຼາກຫຼາຍ.”
ກົງກັນຂ້າມ ຖ້າເຈົ້າສົນໃຈແຕ່ຄົນໆດຽວຕັ້ງແຕ່ອາຍຸຍັງນ້ອຍ ເຈົ້າອາດຈະອົກຫັກໄດ້. ດັ່ງນັ້ນ ຢ່າໃຈຮ້ອນ. ໃຫ້ໃຊ້ຊ່ວງເວລານີ້ຝຶກທີ່ຈະມີສາຍສຳພັນທີ່ດີກັບຄົນອື່ນ. ແລ້ວຖ້າມື້ໜຶ່ງເຈົ້າຄິດທີ່ຈະມີແຟນ ເຈົ້າກໍຈະຮູ້ຈັກໂຕເອງດີຂຶ້ນແລະຮູ້ວ່າເຈົ້າຢາກໄດ້ຄູ່ຊີວິດແບບໃດ.
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 29 ແລະ 30
ເຈົ້າຢາກມີແຟນໂດຍບໍ່ໃຫ້ພໍ່ແມ່ຮູ້ບໍ? ການເຮັດແບບນັ້ນອັນຕະລາຍຫຼາຍກວ່າທີ່ເຈົ້າຄິດ.
ຂໍ້ຄຳພີຫຼັກ
“ຄົນຮອບຄອບຄິດຄັກໆກ່ຽວກັບຜົນທີ່ຈະຕາມມາ.”—ສຸພາສິດ 14:15
ຄຳແນະນຳ
ຖ້າເຈົ້າຄິດທີ່ຈະມີແຟນແລະແຕ່ງດອງ ໃຫ້ອ່ານ 2 ເປໂຕ 1:5-7 ແລ້ວເລືອກຄຸນລັກສະນະຢ່າງໜຶ່ງທີ່ເຈົ້າຕ້ອງປັບປຸງ. ເມື່ອຜ່ານໄປໜຶ່ງເດືອນ ໃຫ້ເບິ່ງວ່າເຈົ້າໄດ້ປັບປຸງຄຸນລັກສະນະນັ້ນຫຼາຍໜ້ອຍສ່ຳໃດ.
ເຈົ້າຮູ້ບໍ . . . ?
ຈາກການສຶກສາວິໄຈສ່ວນຫຼາຍຊີ້ໃຫ້ເຫັນວ່າ ຄູ່ຜົວເມຍທີ່ແຕ່ງດອງກ່ອນອາຍຸ 20 ປີມັກຈະຢ່າຮ້າງກັນພາຍໃນຫ້າປີ.
ແຜນພາກປະຕິບັດ!
ກ່ອນແຕ່ງດອງ ຂ້ອຍຕ້ອງປັບປຸງຄຸນລັກສະນະຕໍ່ໄປນີ້: ․․․․․
ຂ້ອຍຈະປັບປຸງໄດ້ໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເຈົ້າຈະຄົບຫາກັບເພດກົງກັນຂ້າມແນວໃດຈຶ່ງຈະເໝາະສົມ?
● ຖ້ານ້ອງຂອງເຈົ້າອາຍຸຍັງນ້ອຍແຕ່ຢາກມີແຟນ ເຈົ້າຈະຫາເຫດຜົນກັບລາວແນວໃດ?
● ຖ້າເຈົ້າກຳລັງຄົບກັບໃຜຄົນໜຶ່ງແຕ່ບໍ່ໄດ້ຄິດທີ່ຈະແຕ່ງດອງ ຄົນນັ້ນຈະຮູ້ສຶກແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 18]
“ຂ້ອຍຄິດວ່າຄົນທີ່ຈະມາເປັນແຟນຂ້ອຍຕ້ອງເປັນຄົນພິເສດແທ້ໆ ແລະຂ້ອຍຢາກໃຊ້ຊີວິດກັບລາວຕະຫຼອດໄປ. ລາວຕ້ອງເປັນຄົນທີ່ຂ້ອຍສົນໃຈອີ່ຫຼີ ບໍ່ແມ່ນຊິເປັນໃຜກໍໄດ້.”—ແອມເບີ
[ຮູບພາບໜ້າ 16, 17]
ຖ້າເຈົ້າມີແຟນໂດຍບໍ່ຄິດຈະແຕ່ງດອງ ເຈົ້າກໍກຳລັງເຮັດຄືເດັກນ້ອຍທີ່ຫຼິ້ນຂອງຫຼິ້ນໃໝ່ໄປເລື້ອຍໆ ເບື່ອແລ້ວກໍຖິ້ມໄປ