ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 12 ໜ້າ 105-110
  • ການ​ນິນທາ​ເປັນ​ອັນຕະລາຍ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ນິນທາ​ເປັນ​ອັນຕະລາຍ​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ການ​ເວົ້າ​ເຖິງ​ຄົນ​ອື່ນ​ບໍ່​ດີສະເໝີ​ບໍ?
  • ປ່ຽນ​ເລື່ອງ​ເວົ້າ
  • ເມື່ອ​ເຈົ້າ​ຖືກ​ນິນທາ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 12 ໜ້າ 105-110

ບົດ​ທີ 12

ການ​ນິນທາ​ເປັນ​ອັນຕະລາຍ​ແນວ​ໃດ?

“ມີ​ເທື່ອ​ໜຶ່ງ​ຂ້ອຍ​ໄປ​ງານ​ລ້ຽງ ແລະ​ມື້​ຕໍ່​ມາ​ກໍ​ມີ​ຂ່າວ​ລື​ແພ່​ໄປ​ທົ່ວ​ວ່າ​ຂ້ອຍ​ມີ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ຢູ່​ຫັ້ນ. ມັນ​ບໍ່​ແມ່ນ​ຄວາມ​ຈິງ​ເລີຍ!”—ລິນດາ

“ບາງ​ເທື່ອ​ຂ້ອຍ​ຈະ​ໄດ້​ຍິນ​ຂ່າວ​ລື​ວ່າ​ຂ້ອຍ​ເປັນ​ແຟນ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທັງ​ທີ່​ຂ້ອຍ​ບໍ່​ຮູ້​ຈັກ​ລາວ​ດ້ວຍ​ຊ້ຳ! ຄົນ​ທີ່​ມັກ​ຊຸບຊິບ​ນິນທາ​ບໍ່​ເຄີຍ​ຄິດ​ທີ່​ຈະ​ກວດ​ສອບ​ວ່າ​ມັນ​ເປັນ​ຄວາມ​ຈິງ​ຫຼື​ບໍ່.”—ໄມຄ໌

ການ​ນິນທາ​ເຮັດ​ໃຫ້​ຊີວິດ​ຄົນ​ເຮົາ​ເບິ່ງ​ຄື​ຊັບຊ້ອນ​ແລະ​ໜ້າສົນໃຈ​ຫຼາຍ​ກວ່າ​ໃນ​ລະຄອນ​ອີກ. ແອມເບີ​ອາຍຸ 19 ປີ​ບອກ​ວ່າ: “ຂ້ອຍ​ຖືກ​ນິນທາ​ຕະຫຼອດ. ມີ​ຂ່າວ​ລື​ວ່າ​ຂ້ອຍ​ກຳລັງ​ຖືພາ​ແລ້ວ​ກໍ​ໄປ​ເອົາ​ລູກ​ອອກ. ແຖມ​ຍັງ​ລື​ກັນ​ວ່າ​ຂ້ອຍ​ຊື້​ຂາຍ​ແລະ​ໃຊ້​ຢາເສບຕິດ. ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ຂະໜາດ​ນີ້? ບໍ່​ເຂົ້າໃຈ​ເລີຍ!”

ຍ້ອນ​ຄວາມ​ສະດວກ​ໃນ​ການ​ສົ່ງ​ອີເມວ​ແລະ​ຂໍ້​ຄວາມ ຄົນ​ທີ່​ມີ​ເຈຕະນາ​ບໍ່​ດີ​ຈຶ່ງ​ສາມາດ​ທຳລາຍ​ຊື່​ສຽງ​ຂອງ​ເຈົ້າ​ໄດ້​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ. ພຽງ​ແຕ່​ກົດ​ແປ້ນ​ພິມ​ບໍ່​ເທົ່າ​ໃດ​ເທື່ອ ກໍ​ສາມາດ​ແພ່​ຂ່າວ​ລື​ທີ່​ເສຍຫາຍ​ໄປ​ໃຫ້​ອີກ​ຫຼາຍ​ສິບ​ຄົນ​ທີ່​ຢາກ​ຮູ້​ຢາກ​ເຫັນ​ໄດ້! ບາງ​ຄົນ​ສ້າງ​ເວັບໄຊ​ຂຶ້ນ​ມາ​ເພື່ອ​ຢາກ​ທຳລາຍ​ຊື່​ສຽງ​ຂອງ​ຄົນ​ອື່ນ​ຊື່ໆ. ນອກ​ຈາກ​ນັ້ນ ຍັງ​ມີ​ການ​ໃຊ້​ເວັບ​ບຼັອກ​ເພື່ອ​ຊຸບຊິບ​ນິນທາ​ຄົນ​ນັ້ນ​ຄົນ​ນີ້ ເຊິ່ງ​ຖ້າ​ຢູ່​ຕໍ່​ໜ້າ​ກໍ​ຄື​ຊິ​ບໍ່​ກ້າ​ເວົ້າ​ແບບ​ນັ້ນ.

ແຕ່​ການ​ເວົ້າ​ເຖິງ​ຄົນ​ອື່ນ​ເປັນ​ສິ່ງ​ທີ່​ບໍ່​ດີ​ສະເໝີ​ໄປ​ບໍ?

ການ​ເວົ້າ​ເຖິງ​ຄົນ​ອື່ນ​ບໍ່​ດີສະເໝີ​ບໍ?

ໃຫ້​ໝາຍ​ຂໍ້​ຄວາມ​ຕໍ່​ໄປ​ນີ້​ວ່າ​ແມ່ນ​ຫຼື​ບໍ່​ແມ່ນ.

ການ​ເວົ້າ​ເຖິງ​ຄົນ​ອື່ນ​ເປັນ​ສິ່ງ​ທີ່​ບໍ່​ດີ​ສະເໝີ. □ ແມ່ນ □ ບໍ່​ແມ່ນ

ຄຳ​ຕອບ​ທີ່​ຖືກຕ້ອງ​ແມ່ນ​ຫຍັງ? ແທ້ໆ​ແລ້ວ ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ເວົ້າ​ເຖິງ​ຄົນ​ອື່ນ​ແນວ​ໃດ. ຖ້າ​ເວົ້າ​ເຖິງ​ເຂົາເຈົ້າ​ໃນ​ເລື່ອງ​ທົ່ວໄປ​ກໍ​ຄື​ຊິ​ບໍ່​ໄດ້​ຜິດ​ຫຍັງ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້ “ຄິດ​ເຖິງ​ຄົນ​ອື່ນ​ນຳ.” (ຟີລິບປອຍ 2:4) ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ເຂົ້າ​ໄປ​ຫຍຸ້ງ​ໃນ​ເລື່ອງ​ຂອງ​ຄົນ​ອື່ນ. (1 ເປໂຕ 4:15) ຫຼາຍ​ເທື່ອ​ການ​ລົມ​ກັນ​ເລື່ອງ​ທົ່ວໄປ​ເຮັດ​ໃຫ້​ເຮົາ​ຮູ້​ເລື່ອງ​ດີໆ ເຊັ່ນ ໃຜ​ກຳລັງ​ຈະ​ແຕ່ງດອງ​ຫຼື​ໃຜ​ເກີດ​ລູກ. ທີ່​ຈິງ ເຮົາ​ບໍ່​ສາມາດ​ເວົ້າ​ໄດ້​ວ່າ​ເຮົາ​ໃສ່​ໃຈ​ຄົນ​ອື່ນ​ຖ້າ​ເຮົາ​ເອງ​ບໍ່​ເຄີຍ​ເວົ້າ​ເຖິງ​ເຂົາເຈົ້າ​ເລີຍ!

ແຕ່​ການ​ເວົ້າ​ເລື່ອງ​ທົ່ວໄປ​ກໍ​ອາດ​ກາຍ​ເປັນ​ການ​ຊຸບຊິບ​ນິນທາ​ໄດ້. ຕົວຢ່າງ​ເຊັ່ນ ເມື່ອ​ມີ​ຄົນ​ເວົ້າ​ວ່າ “ຖ້າ​ບ໋ອບ​ກັບ​ນ້ອຍ​ມັກ​ກັນ​ກໍ​ຄື​ຊິ​ດີ.” ອີກ​ຄົນ​ໜຶ່ງ​ອາດ​ເອົາ​ໄປ​ເວົ້າ​ຕໍ່​ວ່າ “ບ໋ອບ​ກັບ​ນ້ອຍ​ກຳລັງ​ຄົບ​ກັນ” ໂດຍ​ທີ່​ເຈົ້າ​ໂຕ​ບໍ່​ຮູ້​ເລື່ອງ​ຫຍັງ​ເລີຍ. ເຈົ້າ​ອາດ​ບອກ​ວ່າ ‘ກໍ​ບໍ່​ເຫັນ​ຊິ​ເປັນ​ຫຍັງ​ນິ’ ເຈົ້າ​ເວົ້າ​ແບບ​ນັ້ນ​ໄດ້​ແທ້​ຍ້ອນ​ເຈົ້າ​ບໍ່​ແມ່ນ​ບ໋ອບ​ກັບ​ນ້ອຍ!

ຈູລີ້​ອາຍຸ 18 ປີ​ກໍ​ຖືກ​ນິນທາ​ແບບ​ນັ້ນ ແລະ​ມັນ​ເຮັດ​ໃຫ້​ລາວ​ເຈັບ​ໃຈ. ລາວ​ບອກ​ວ່າ: “ຂ້ອຍ​ໃຈ​ຮ້າຍ​ແລະ​ຮູ້ສຶກ​ວ່າ​ໄວ້ໃຈ​ໃຜ​ບໍ່​ໄດ້.” ເຈນ​ອາຍຸ 19 ປີ​ກໍ​ເຈິ​ແບບ​ດຽວ​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ຕ້ອງ​ພະຍາຍາມ​ຢູ່​ຫ່າງໆ​ຈາກ​ຜູ້​ຊາຍ​ທີ່​ມີ​ຂ່າວ​ລື​ວ່າ​ເປັນ​ແຟນ​ຂ້ອຍ. ມັນ​ບໍ່​ຍຸຕິທຳ​ເລີຍ ຍ້ອນ​ເຮົາ​ເປັນ​ໝູ່​ກັນ​ແທ້ໆ ແຕ່​ຂ່າວ​ລື​ແບບ​ນັ້ນ​ເຮັດ​ໃຫ້​ເຮົາ​ບໍ່​ກ້າ​ລົມ​ກັນ!”

ປ່ຽນ​ເລື່ອງ​ເວົ້າ

ຖ້າ​ເຈົ້າ​ຢາກ​ນິນທາ​ຄົນ​ອື່ນ ເຈົ້າ​ຈະ​ຄວບຄຸມ​ລີ້ນ​ຂອງ​ໂຕເອງ​ໄດ້​ແນວ​ໃດ? ເພື່ອ​ຕອບ​ຄຳ​ຖາມ​ນີ້ ໃຫ້​ຄິດ​ເຖິງ​ຕອນ​ທີ່​ເຈົ້າ​ຂັບ​ລົດ​ຢູ່​ທາງ​ດ່ວນ​ທີ່​ລົດ​ຕິດ​ຫຼາຍ. ອາດ​ເກີດ​ສະຖານະການ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຈົ້າ​ຕ້ອງ​ປ່ຽນ​ເລນ ຍອມ​ໃຫ້​ຄົນ​ອື່ນ​ແຊງ ຫຼື​ຢຸດ​ລົດ​ກະທັນຫັນ. ຖ້າ​ເຈົ້າ​ຕື່ນ​ໂຕ ເຈົ້າ​ຈະ​ຄາດ​ການ​ໄດ້​ລ່ວງ​ໜ້າ​ແລະ​ປັບ​ປ່ຽນ​ຕາມ​ນັ້ນ.

ເລື່ອງ​ການ​ເວົ້າ​ກໍ​ຄື​ກັນ. ປົກກະຕິ​ແລ້ວ​ເຮົາ​ສາມາດ​ຮູ້​ໄດ້​ວ່າ​ການ​ລົມ​ກັນ​ກຳລັງ​ຈະ​ກາຍ​ເປັນ​ການ​ຊຸບຊິບ​ນິນທາ​ຕອນ​ໃດ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຈົ້າ​ຈະ ‘ປ່ຽນ​ເລນ​ຫຼື​ປ່ຽນ​ເລື່ອງ​ລົມ’ ບໍ? ຖ້າ​ບໍ່ ການ​ຊຸບຊິບ​ນິນທາ​ກໍ​ຈະ​ສ້າງ​ບັນຫາ​ຕາມ​ມາ. ໄມຄ໌​ເລົ່າ​ວ່າ: “ຂ້ອຍ​ນິນທາ​ຜູ້​ຍິງ​ຄົນ​ໜຶ່ງ​ວ່າ​ລາວ​ບ້າ​ຜູ້​ຊາຍ. ເມື່ອ​ລາວ​ຮູ້ ລາວ​ກໍ​ມາ​ຫາ​ຂ້ອຍ. ຂ້ອຍ​ຈະ​ບໍ່​ມີ​ວັນ​ລືມ​ນ້ຳ​ສຽງ​ຂອງ​ລາວ​ວ່າ​ລາວ​ເຈັບ​ປວດ​ສ່ຳ​ໃດ​ເພາະ​ຄຳເວົ້າ​ທີ່​ບໍ່​ຄິດ​ຂອງ​ຂ້ອຍ. ເຮົາ​ແກ້ໄຂ​ເລື່ອງ​ຕ່າງໆ​ແລ້ວ ແຕ່​ຂ້ອຍ​ກໍ​ຍັງ​ຮູ້ສຶກ​ບໍ່​ດີ​ທີ່​ເຮັດ​ໃຫ້​ລາວ​ເຈັບ​ປວດ​ແບບ​ນັ້ນ!”

ແນ່ນອນ​ວ່າ ຄຳເວົ້າ​ສາມາດ​ເຮັດ​ໃຫ້​ເຈັບ​ໄດ້. ແມ່ນ​ແຕ່​ຄຳພີ​ໄບເບິນ​ກໍ​ຍັງ​ບອກ​ວ່າ “ຄຳເວົ້າ​ທີ່​ບໍ່​ຄິດ​ເປັນ​ຄື​ກັບ​ດາບ​ທີ່​ສຽບ​ແທງ.” (ສຸພາສິດ 12:18) ນັ້ນ​ເປັນ​ເຫດຜົນ​ທີ່​ເຈົ້າ​ຄວນ​ຈະ​ຄິດ​ຢ່າງ​ຮອບຄອບ​ກ່ອນ​ເວົ້າ! ເພາະ​ຖ້າ​ເຈົ້າ​ເລີ່ມ​ເວົ້າ​ຢ່າງ​ເມົາ​ມັນ​ແລ້ວ ມັນ​ກໍ​ຄື​ຊິ​ເບກ​ຍາກ. ຄາໂຣລິນ​ອາຍຸ 17 ປີ​ບອກ​ວ່າ: “ເຮົາ​ຕ້ອງ​ລະວັງ​ສິ່ງ​ທີ່​ເຮົາ​ເວົ້າ. ຖ້າ​ເຮົາ​ໄດ້​ຍິນ​ຈາກ​ແຫຼ່ງ​ທີ່​ບໍ່​ໜ້າ​ເຊື່ອຖື​ແລ້ວ​ເອົາ​ໄປ​ເວົ້າ​ຕໍ່ ເຮົາ​ອາດ​ກາຍ​ເປັນ​ຄົນ​ທີ່​ເຜີຍ​ແພ່​ເລື່ອງ​ຕົວະ.” ແຕ່​ຖ້າ​ເລື່ອງ​ທີ່​ເຈົ້າ​ໄດ້​ຍິນ​ມາ​ເປັນ​ເລື່ອງ​ຊຸບຊິບ​ນິນທາ ກໍ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ອັກຄະສາວົກ​ໂປໂລ​ທີ່​ວ່າ: “ໃຫ້​ພວກ​ເຈົ້າ​ຕັ້ງໃຈ​ໃຊ້​ຊີວິດ​ແບບ​ສະຫງົບ ຢ່າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.”—1 ເທຊະໂລນິກ 4:11

ເຈົ້າ​ຈະ​ສົນໃຈ​ຄົນ​ອື່ນ​ໂດຍ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ເລື່ອງ​ສ່ວນ​ໂຕ​ຂອງ​ເຂົາເຈົ້າ​ໄດ້​ແນວ​ໃດ? ກ່ອນ​ທີ່​ຈະ​ເວົ້າ​ເຖິງ​ໃຜ ກໍ​ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຮູ້​ເລື່ອງ​ນັ້ນ​ແທ້ໆ​ບໍ? ຂ້ອຍ​ມີ​ເຈຕະນາ​ຫຍັງ​ທີ່​ຈະ​ເລົ່າ​ເລື່ອງ​ນັ້ນ? ຖ້າ​ຂ້ອຍ​ເລົ່າ​ແລ້ວ ຄົນ​ອື່ນ​ຈະ​ເບິ່ງ​ຂ້ອຍ​ແນວ​ໃດ?’ ຄຳ​ຖາມ​ສຸດທ້າຍ​ນັ້ນ​ສຳຄັນ ເພາະ​ຖ້າ​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ມັກ​ຊຸບຊິບ​ນິນທາ ຊື່​ສຽງ​ຂອງ​ເຈົ້າ​ກໍ​ຈະ​ເສຍຫາຍ​ຫຼາຍ​ກວ່າ​ຄົນ​ທີ່​ຖືກ​ເວົ້າ​ເຖິງ​ອີກ.

ເມື່ອ​ເຈົ້າ​ຖືກ​ນິນທາ

ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຖືກ​ນິນທາ? ປັນຍາຈານ 7:9 ເຕືອນ​ວ່າ “ຢ່າ​ເປັນ​ຄົນ​ຄຽດ​ງ່າຍ.” ຢ່າ​ຄິດ​ຫຼາຍ​ຫຼື​ຈິງ​ຈັງ​ເກີນ​ໄປ ໃຫ້​ພະຍາຍາມ​ເຮັດ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ຢ່າ​ໄປ​ໃສ່​ໃຈ​ທຸກ​ຄຳ​ທີ່​ຄົນ​ອື່ນ​ເວົ້າ . . . ຍ້ອນ​ເຈົ້າ​ເອງ​ກໍ​ຮູ້​ດີ​ວ່າ​ເຈົ້າ​ກໍ​ເຄີຍ​ເວົ້າ​ແນວ​ບໍ່​ດີ​ໃຫ້​ຄົນ​ອື່ນ​ຄື​ກັນ.”—ປັນຍາຈານ 7:21, 22

ແນ່ນອນ​ວ່າ ການ​ນິນທາ​ເປັນ​ສິ່ງ​ທີ່​ຜິດ. ແຕ່​ຖ້າ​ເຈົ້າ​ຕອບ​ໂຕ້​ໂດຍ​ໃຊ້​ອາລົມ ຄົນ​ອື່ນ​ອາດ​ຈະ​ເບິ່ງ​ເຈົ້າ​ບໍ່​ດີ​ຫຼາຍ​ກວ່າ​ຄົນ​ທີ່​ນິນທາ​ອີກ! ຄັນຊັ້ນ​ເປັນ​ຫຍັງ​ບໍ່​ລອງ​ເຮັດ​ຄື​ເຣເນ້​ເບິ່ງ? ລາວ​ບອກ​ວ່າ: “ຂ້ອຍ​ເຈັບ​ໃຈ​ຕະຫຼອດ​ເມື່ອ​ມີ​ຄົນ​ເວົ້າ​ບໍ່​ດີ​ກ່ຽວກັບ​ຂ້ອຍ ແຕ່​ຂ້ອຍ​ພະຍາຍາມ​ບໍ່​ຄິດ​ຫຼາຍ ເພາະ​ຮູ້​ວ່າ​ດຽວ​ອາທິດ​ໜ້າ​ເຂົາເຈົ້າ​ກໍ​ລືມ​ເລື່ອງ​ຂ້ອຍ​ແລະ​ໄປ​ເວົ້າ​ເລື່ອງ​ອື່ນ​ແທນ.”a

ດັ່ງນັ້ນ ຖ້າ​ໃນ​ການ​ສົນທະນາ​ເລີ່ມ​ມີ​ການ​ຊຸບຊິບ​ນິນທາ ກໍ​ໃຫ້​ເຈົ້າ​ປ່ຽນ​ໄປ​ລົມ​ເລື່ອງ​ອື່ນ ແລະ​ຖ້າ​ມີ​ຄົນ​ເວົ້າ​ເຖິງ​ເຈົ້າ​ໃນ​ທາງ​ທີ່​ບໍ່​ດີ ກໍ​ໃຫ້​ໃຈ​ເຢັນໆ​ແລະ​ຢ່າ​ໃຊ້​ອາລົມ. ຂໍ​ໃຫ້​ຈື່​ໄວ້​ວ່າ ການ​ກະທຳ​ດັງ​ກວ່າ​ຄຳເວົ້າ. (1 ເປໂຕ 2:12) ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ​ແລະ​ພະເຈົ້າ​ກໍ​ຈະ​ພໍໃຈ​ເຈົ້າ.

[ຂໍ້​ຄວາມ​ໄຂ​ເງື່ອນ]

a ໃນ​ບາງ​ກໍລະນີ ອາດ​ເປັນ​ເລື່ອງ​ດີ​ທີ່​ຈະ​ໄປ​ລົມ​ກັບ​ຜູ້​ທີ່​ນິນທາ​ເຈົ້າ​ຢ່າງ​ຜ່ອນ​ໜັກ​ຜ່ອນ​ເບົາ. ສ່ວນ​ໃຫຍ່​ແລ້ວ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ແບບ​ນັ້ນ ເພາະ “ຄວາມ​ຮັກ​ເຮັດ​ໃຫ້​ຄົນ​ເຮົາ​ເຕັມໃຈ​ຍົກໂທດ​ໃຫ້​ຄົນ​ອື່ນ.”—1 ເປໂຕ 4:8

ຂໍ້​ຄຳພີ​ຫຼັກ

“ຄົນ​ທີ່​ລະວັງ​ຄຳເວົ້າ​ກໍ​ປົກປ້ອງ​ຊີວິດ​ຂອງ​ໂຕເອງ ແຕ່​ຄົນ​ທີ່​ເວົ້າ​ຫຼາຍ​ໂພດ​ຈະ​ເຈິ​ຄວາມ​ຈິບຫາຍ.”—ສຸພາສິດ 13:3

ຄຳ​ແນະນຳ

ຖ້າ​ເຈົ້າ​ໄດ້​ຍິນ​ຄົນ​ອື່ນ​ຊຸບຊິບ​ນິນທາ ເຈົ້າ​ອາດ​ເວົ້າ​ວ່າ: “ຂ້ອຍ​ວ່າ​ເຮົາ​ຢ່າ​ເວົ້າ​ເລື່ອງ​ນີ້​ເລີຍ. ເພາະ​ເຈົ້າ​ໂຕ​ກໍ​ບໍ່​ຢູ່ ອີກ​ຢ່າງ​ເຮົາ​ກໍ​ບໍ່​ຮູ້​ວ່າ​ເລື່ອງ​ມັນ​ເປັນ​ແນວ​ໃດ​ແທ້ໆ.”

ເຈົ້າ​ຮູ້​ບໍ . . . ?

ພຽງ​ແຕ່​ຟັງ​ຄົນ​ອື່ນ​ຊຸບຊິບ​ນິນທາ ເຈົ້າ​ກໍ​ມີ​ສ່ວນ​ຜິດ​ແລ້ວ. ຖ້າ​ເຈົ້າ​ປ່ອຍ​ໃຫ້​ລາວ​ນິນທາ​ຕໍ່​ໄປ​ກໍ​ສ່ຳ​ກັບ​ເຈົ້າ​ປ່ອຍ​ໃຫ້​ຂ່າວ​ນັ້ນ​ແພ່​ກະຈາຍ​ໄປ​ຫຼາຍ​ຂຶ້ນ!

ແຜນ​ພາກ​ປະຕິບັດ!

ຖ້າ​ຂ້ອຍ​ໄດ້​ຍິນ​ຂ່າວ​ລື​ແລ້ວ​ຢາກ​ເອົາ​ໄປ​ເລົ່າ​ຕໍ່ ຂ້ອຍ​ຈະ ․․․․․

ຖ້າ​ມີ​ຄົນ​ເວົ້າ​ເຖິງ​ຂ້ອຍ​ໃນ​ທາງ​ທີ່​ບໍ່​ດີ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເຮົາ​ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ເລື່ອງ​ໃດ​ໄດ້​ແດ່?

● ເຈົ້າ​ເຄີຍ​ຖືກ​ນິນທາ​ບໍ? ຖ້າ​ເຄີຍ ເຈົ້າ​ຮຽນ​ຮູ້​ຫຍັງ​ຈາກ​ປະສົບການ​ນັ້ນ?

● ຖ້າ​ເຈົ້າ​ເອົາ​ເລື່ອງ​ທີ່​ຄົນ​ອື່ນ​ນິນທາ​ໄປ​ເລົ່າ​ຕໍ່ ເຈົ້າ​ຈະ​ເສຍ​ຊື່​ສຽງ​ແນວ​ໃດ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 107]

“ຂ້ອຍ​ນິນທາ​ໝູ່​ຄົນ​ໜຶ່ງ ເມື່ອ​ລາວ​ຮູ້​ເລື່ອງ ລາວ​ກໍ​ມາ​ຫາ​ຂ້ອຍ​ແລະ​ຂ້ອຍ​ບໍ່​ຮູ້​ຈະ​ແກ້​ໂຕ​ແນວ​ໃດ. ຕອນ​ນັ້ນ​ແຫຼະ​ທີ່​ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ ຖ້າ​ມີ​ບັນຫາ​ກັບ​ໃຜ​ກໍ​ໃຫ້​ໄປ​ລົມ​ຄົນ​ນັ້ນ​ກົງໆ​ດີ​ກວ່າ​ທີ່​ຈະ​ນິນທາ​ລາວ​ລັບຫຼັງ!”—ພ໋ອນລ້າ

[ຮູບ​ພາບ​ໜ້າ 108]

ການ​ນິນທາ​ເປັນ​ຄື​ກັບ​ອາວຸດ​ທີ່​ທຳລາຍ​ຊື່​ສຽງ​ຂອງ​ຄົນ​ອື່ນ​ໄດ້

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌