ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຖຖ ບົດທີ 7 ໜ້າ 52-59
  • “ບອກ​ຂ່າວ​ດີ​ເລື່ອງ​ພະເຢຊູ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ບອກ​ຂ່າວ​ດີ​ເລື່ອງ​ພະເຢຊູ”
  • ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ຄົນ​ທີ່​ກະຈັດກະຈາຍ​ໄປ” (ກິດຈະການ 8:4-8)
  • “ຂໍ​ໃຫ້​ຂ້ອຍ​ມີ​ລິດເດດ​ແບບ​ນີ້​ຄື​ກັນ” (ກິດຈະການ 8:9-25)
  • “ເຈົ້າ​ເຂົ້າ​ໃຈ​ເລື່ອງ​ທີ່​ອ່ານ​ບໍ?” (ກິດຈະການ 8:26-40)
  • ເຈົ້າ​ຮູ້​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເປັນ​ທຳມະຊາດ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • “ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ຖຖ ບົດທີ 7 ໜ້າ 52-59

ບົດ​ທີ 7

“ບອກ​ຂ່າວ​ດີ​ເລື່ອງ​ພະ​ເຢຊູ”

ຟີລິບ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ຖານະ​ຜູ້​ປະກາດ​ຂ່າວ​ດີ

ຈາກ​ກິດຈະການ 8:4-40

1, 2. ການ​ຂົ່ມເຫງ​ເພື່ອ​ຈະ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເຊົາ​ປະກາດ​ໃນ​ສະຕະວັດ​ທຳອິດ​ພັດ​ສົ່ງ​ຜົນ​ທີ່​ກົງ​ກັນ​ຂ້າມ​ແນວ​ໃດ?

ການ​ຂົ່ມເຫງ​ຢ່າງ​ຮຸນແຮງ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ ແລະ​ໂຊໂລ​ເລີ່ມ “ກວາດ​ລ້າງ” ປະຊາຄົມ. ຄຳ​ນີ້​ໃນ​ພາສາ​ເດີມ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ລາວ​ເຮັດ​ແບບ​ນັ້ນ​ຢ່າງ​ໂຫດ​ຮ້າຍ​ທາລຸນ. (ກຈກ. 8:3) ພວກ​ລູກສິດ​ຕ້ອງ​ໜີ ແລະ​ສຳລັບ​ບາງ​ຄົນ ເຂົາ​ເຈົ້າ​ອາດ​ຄິດ​ວ່າ​ໂຊໂລ​ເຮັດ​ໃຫ້​ຄລິດສະຕຽນ​ເຊົາ​ປະກາດ​ໄດ້​ສຳເລັດ. ແຕ່​ການ​ທີ່​ຄລິດສະຕຽນ​ກະຈັດກະຈາຍ​ໄປ​ພັດ​ເຮັດ​ໃຫ້​ສິ່ງ​ທີ່​ໜ້າ​ງຶດ​ເກີດ​ຂຶ້ນ. ສິ່ງ​ນັ້ນ​ແມ່ນ​ຫຍັງ?

2 ຜູ້​ຄົນ​ທີ່​ກະຈັດກະຈາຍ​ໄປ​ໄດ້​ເລີ່ມ “ປະກາດ​ຂ່າວ​ດີ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພະເຈົ້າ” ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ໜີ​ໄປ. (ກຈກ. 8:4) ຄິດ​ເບິ່ງ​ແມ້! ການ​ຂົ່ມເຫງ​ບໍ່​ສາມາດ​ຢຸດ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ເຊົາ​ປະກາດ​ຂ່າວ​ດີ ແຕ່​ພັດ​ເຮັດ​ໃຫ້​ຂ່າວ​ດີ​ແຜ່​ອອກ​ໄປ! ເມື່ອ​ພວກ​ຜູ້​ຂົ່ມເຫງ​ເຮັດ​ໃຫ້​ພວກ​ລູກສິດ​ໜີ​ກະຈັດກະຈາຍ​ໄປ ເຂົາ​ເຈົ້າ​ກໍ​ໄດ້​ເຮັດ​ໃຫ້​ວຽກ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແຜ່​ອອກ​ໄປ​ໃນ​ເຂດ​ທີ່​ຢູ່​ຫ່າງ​ໄກ​ໂດຍ​ບໍ່​ຮູ້​ຕົວ. ໃນ​ສະໄໝ​ຂອງ​ເຮົາ​ກໍ​ເກີດ​ເລື່ອງ​ທີ່​ຄ້າຍຄື​ກັນ​ນີ້​ນຳ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ນີ້​ນຳ​ກັນ.

“ຄົນ​ທີ່​ກະຈັດກະຈາຍ​ໄປ” (ກິດຈະການ 8:4-8)

3. (ກ) ຟີລິບ​ແມ່ນ​ໃຜ? (ຂ) ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ການ​ປະກາດ​ຂ່າວ​ດີ​ໃນ​ແຂວງ​ຊາມາເຣຍ ແຕ່​ພະ​ເຢຊູ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ແຂວງ​ນັ້ນ?

3 ໜຶ່ງ​ໃນ “ຄົນ​ທີ່​ກະຈັດກະຈາຍ​ໄປ” ຄື​ຟີລິບ.a (ກຈກ. 8:4; ເບິ່ງ​ຂອບ “ຟີລິບ ‘ຜູ້​ປະກາດ​ຂ່າວ​ດີ’”) ລາວ​ໄປ​ທີ່​ຊາມາເຣຍ​ເຊິ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ຄົນ​ສ່ວນ​ໃຫຍ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ຂ່າວ​ດີ ຍ້ອນ​ມີ​ເທື່ອ​ໜຶ່ງ​ພະ​ເຢຊູ​ເຄີຍ​ສັ່ງ​ພວກ​ອັກຄະສາວົກ​ວ່າ: “ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຊາວ​ຊາມາເຣຍ ແຕ່​ໃຫ້​ໄປ​ຫາ​ຊາວ​ອິດສະຣາເອນ​ທີ່​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ທາງ.” (ມທ. 10:5, 6) ແນວ​ໃດ​ກໍ​ຕາມ ພະ​ເຢຊູ​ຮູ້​ວ່າ​ໃນ​ທີ່​ສຸດ​ຄົນ​ຊາມາເຣຍ​ກໍ​ຈະ​ໄດ້​ຍິນ​ຂ່າວ​ດີ​ນຳ ຍ້ອນ​ກ່ອນ​ທີ່​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ ເພິ່ນ​ບອກ​ວ່າ: “ພວກ​ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ​ໃນ​ເມືອງ​ເຢຣູຊາເລັມ ແລະ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ​ຈົນ​ຮອດ​ສຸດ​ຂອບ​ໂລກ.”—ກຈກ. 1:8

4. ຄົນ​ຊາມາເຣຍ​ຕອບ​ຮັບ​ແນວ​ໃດ​ຕໍ່​ການ​ປະກາດ​ຂອງ​ຟີລິບ ແລະ​ອັນ​ໃດ​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕອບ​ຮັບ​ແບບ​ນັ້ນ?

4 ຟີລິບ​ພົບ​ວ່າ​ແຂວງ​ຊາມາເຣຍ​ເປັນ​ຄື ‘ທົ່ງ​ນາ​ທີ່​ຮວງ​ເຂົ້າ​ສຸກ​ເຫຼືອງ​ພ້ອມ​ຈະ​ກ່ຽວ​ແລ້ວ.’ (ຢຮ. 4:35) ຂ່າວ​ສານ​ຂອງ​ລາວ​ດຶງດູດ​ໃຈ​ຜູ້​ຄົນ​ໃນ​ເມືອງ​ຊາມາເຣຍ​ແທ້​ໆ​ຍ້ອນຫຍັງ? ປົກກະຕິ​ແລ້ວ​ຄົນ​ຢິວ​ບໍ່​ຕິດຕໍ່​ກ່ຽວ​ຂ້ອງ​ກັບຄົນ​ຊາມາເຣຍ ແລະ​ຄົນ​ຢິວ​ຫຼາຍ​ຄົນ​ກໍ​ຊັງ​ຄົນ​ຊາມາເຣຍ​ຫຼາຍ. ແຕ່​ກົງ​ກັນ​ຂ້າມ ຕອນ​ນີ້​ຄົນ​ຊາມາເຣຍ​ພັດ​ໄດ້​ເຫັນ​ວ່າ​ມີ​ການ​ປະກາດ​ຂ່າວ​ດີ​ກັບ​ທຸກ​ຄົນ ເຊິ່ງ​ນີ້​ຕ່າງ​ກັນ​ຫຼາຍ​ກັບ​ທີ່​ພວກ​ຟາຣິຊາຍ​ຄິດ. ພວກ​ຟາຣິຊາຍ​ມີ​ອະຄະຕິ​ແລະ​ມັກ​ຄິດ​ວ່າ​ຕົວເອງ​ດີ​ກວ່າ​ຄົນ​ອື່ນ. ການ​ທີ່​ຟີລິບ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວ​ດີ​ກັບ​ຄົນ​ຊາມາເຣຍ​ທຸກ​ຄົນ​ຢ່າງ​ບໍ່​ລຳອຽງ ອາດ​ເປັນ​ເຫດຜົນ​ໜຶ່ງ​ທີ່​ຜູ້​ຄົນ​ຢູ່​ຫັ້ນ “ທຸກ​ຄົນ​ກໍ​ຕັ້ງໃຈ​ຟັງ​ລາວ.”—ກຈກ. 8:6

5-7. ການ​ທີ່​ຄລິດສະຕຽນ​ຕ້ອງ​ກະຈັດກະຈາຍ​ໄປ​ຊ່ວຍ​ໃຫ້​ຂ່າວ​ດີ​ແຜ່​ອອກ​ໄປ​ແນວ​ໃດ?

5 ໃນ​ທຸກ​ມື້​ນີ້​ກໍ​ຄ້າຍຄື​ກັບ​ໃນ​ສະຕະວັດ​ທຳອິດ ການ​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊົາ​ປະກາດ. ຫຼາຍ​ເທື່ອ ຕອນ​ທີ່​ຄລິດສະຕຽນ​ຖືກ​ບັງຄັບ​ໃຫ້​ຍ້າຍ​ອອກ​ຈາກ​ເຮືອນ​ໄປ​ບ່ອນ​ອື່ນ ເຖິງ​ວ່າ​ຈະ​ຕ້ອງ​ໄປ​ອີກ​ປະເທດ​ໜຶ່ງ ຫຼື​ແມ່ນ​ແຕ່​ຖືກ​ຈັບ​ເຂົ້າ​ຄຸກ ເຂົາ​ເຈົ້າ​ກໍ​ຈະ​ເຮັດ​ໃຫ້​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແຜ່​ອອກ​ໄປ​ເຖິງ​ຜູ້​ຄົນ​ໃນ​ເຂດ​ໃໝ່. ຕົວຢ່າງ​ເຊັ່ນ ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ 2 ພະຍານ​ພະ​ເຢໂຫວາ​ສາມາດ​ປະກາດ​ກັບ​ຄົນ​ອື່ນ​ເຖິງ​ວ່າ​ເຂົາ​ເຈົ້າ​ຢູ່​ໃນ​ຄ້າຍ​ກັກ​ຂັງ​ຂອງ​ນາຊີ. ຄົນ​ຢິວ​ຄົນ​ໜຶ່ງ​ທີ່​ໄດ້​ເຈິ​ພະຍານ​ພະ​ເຢໂຫວາ​ໃນ​ຄ້າຍ​ກັກ​ຂັງ​ເລົ່າ​ວ່າ: “ຄວາມ​ກ້າຫານ​ຂອງ​ນັກໂທດ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ວ່າ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ມາ​ຈາກ​ຄຳພີ​ໄບເບິນ ນີ້​ເຮັດ​ໃຫ້​ຂ້ອຍ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.”

6 ໃນ​ບາງ​ເທື່ອ ແມ່ນ​ແຕ່​ຜູ້​ຂົ່ມເຫງ​ກໍ​ໄດ້​ຕອບ​ຮັບ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ປະກາດ. ຕົວຢ່າງ​ເຊັ່ນ ຕອນ​ທີ່​ເຟຣນສ໌ ເດສ໌ ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຖືກ​ຍ້າຍ​ໄປ​ໃນ​ຄ້າຍ​ກັກ​ຂັງ​ກູເຊັນ​ໃນ​ໂອຕຣິດ. ລາວ​ມີ​ໂອກາດ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຈົ້າ​ໜ້າ​ໜ່ວຍ​ເອັດສ໌​ເອັດສ໌​ຄົນ​ໜຶ່ງ. ລອງ​ຄິດ​ເບິ່ງ​ວ່າ​ທັງ​ສອງ​ຄົນ​ຈະ​ມີ​ຄວາມ​ສຸກ​ສ່ຳ​ໃດ​ທີ່​ຫຼາຍ​ປີ​ຕໍ່​ມາ ເຂົາ​ເຈົ້າ​ໄດ້​ມາ​ເຂົ້າ​ຮ່ວມ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ນຳ​ກັນ ໂດຍ​ທີ່​ທັງ​ສອງ​ເປັນ​ຜູ້​ປະກາດ​ຂ່າວ​ດີ!

7 ມີ​ເລື່ອງ​ຄ້າຍຄື​ກັນ​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ບາງ​ຄົນ​ທີ່​ຕ້ອງ​ໜີ​ອອກ​ຈາກ​ປະເທດ​ຂອງ​ໂຕເອງ​ໄປ​ອີກ​ປະເທດ​ໜຶ່ງ. ຕົວຢ່າງ​ເຊັ່ນ ໃນ​ຊ່ວງ​ທົດສະວັດ 1970 ຕອນ​ທີ່​ພະຍານ​ພະ​ເຢໂຫວາ​ຈາກ​ມາລາວີ​ຖືກ​ບັງຄັບ​ໃຫ້​ໜີ​ໄປ​ໂມຊຳບິກ ເຂົາ​ເຈົ້າ​ມີ​ໂອກາດ​ປະກາດ​ກັບ​ຜູ້​ຄົນ​ຢູ່​ຫັ້ນ ເຖິງ​ວ່າ​ພາຍ​ຫຼັງ​ຈະ​ເກີດ​ການ​ຕໍ່ຕ້ານ​ໃນ​ໂມຊຳບິກ ແຕ່​ພີ່​ນ້ອງ​ກໍ​ບໍ່​ເຊົາ​ປະກາດ ຟຣານຊິດໂກ ໂຄອານາ​ເລົ່າ​ວ່າ: “ແມ່ນ​ຢູ່​ວ່າ​ທີ່​ພວກ​ເຮົາ​ບາງ​ຄົນ​ຖືກ​ຈັບ​ຫຼາຍ​ເທື່ອ​ຍ້ອນ​ເຮົາ​ປະກາດ ແຕ່​ເມື່ອ​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ຕອບ​ຮັບ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ເຮົາ​ກໍ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ກຳລັງ​ຊ່ວຍ​ພວກ​ເຮົາ​ຢູ່ ຄື​ກັບ​ທີ່​ເພິ່ນ​ເຄີຍ​ຊ່ວຍ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ.”

8. ການ​ປ່ຽນແປງ​ທາງ​ການເມືອງ​ແລະ​ເສດຖະກິດ​ໄດ້​ສົ່ງ​ຜົນ​ແນວ​ໃດ​ຕໍ່​ວຽກ​ປະກາດ?

8 ແນ່ນອນ ການ​ຂົ່ມເຫງ​ບໍ່​ແມ່ນ​ສາເຫດ​ດຽວ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ຈາກ​ຫຼາຍ​ບ່ອນ​ຕອບ​ຮັບ​ຂ່າວ​ດີ. ໃນ​ຊ່ວງ​ບໍ່​ເທົ່າ​ໃດ​ສິບ​ປີ​ມາ​ນີ້ ການ​ປ່ຽນແປງ​ທາງ​ການເມືອງ​ແລະ​ເສດຖະກິດ​ຍັງ​ເປີດ​ໂອກາດ​ໃຫ້​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ຮອດ​ຜູ້​ຄົນ​ຫຼາຍ​ເຊື້ອ​ຊາດ​ແລະ​ຫຼາຍ​ພາສາ​ນຳ. ໃນ​ຊ່ວງ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ຜູ້​ຄົນ​ຈຳນວນ​ຫຼາຍ​ຕ້ອງ​ຍ້າຍ​ອອກ​ມາ​ຈາກ​ປະເທດ​ທີ່​ໂຕເອງ​ຢູ່​ໄປ​ອີກ​ປະເທດ​ໜຶ່ງ​ຍ້ອນ​ໄພ​ສົງຄາມ ຫຼື​ເພື່ອ​ຫາ​ວຽກ​ເຮັດ ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ໂອກາດ​ໄດ້​ຍິນ​ຂ່າວ​ດີ​ແລະ​ສຶກສາ​ຄຳພີ​ໄບເບິນ​ໃນ​ບ່ອນ​ໃໝ່​ທີ່​ເຂົາ​ເຈົ້າ​ຍ້າຍ​ໄປ. ຜູ້​ລີ້ໄພ​ເຫຼົ່າ​ນີ້​ບໍ່​ໄດ້​ເວົ້າ​ພາສາ​ດຽວ​ກັບ​ຜູ້​ຄົນ​ໃນ​ປະເທດ​ທີ່​ເຂົາ​ເຈົ້າ​ຍ້າຍ​ໄປ ພີ່​ນ້ອງ​ຂອງ​ເຮົາ​ຈຶ່ງ​ຕ້ອງ​ພະຍາຍາມ​ຮຽນ​ພາສາ​ຂອງ​ເຂົາ​ເຈົ້າ​ເພື່ອ​ຈະ​ປະກາດ​ກັບ​ເຂົາ​ເຈົ້າ​ໄດ້. ເຈົ້າ​ພະຍາຍາມ​ປະກາດ​ກັບ​ຜູ້​ຄົນ “ຈາກ​ທຸກ​ປະເທດ ທຸກ​ຕະກູນ ທຸກ​ຊົນຊາດ ແລະ​ທຸກ​ພາສາ” ທີ່​ຢູ່​ໃນ​ເຂດ​ຂອງ​ເຈົ້າ​ບໍ?—ພນມ. 7:9

“ຂໍ​ໃຫ້​ຂ້ອຍ​ມີ​ລິດເດດ​ແບບ​ນີ້​ຄື​ກັນ” (ກິດຈະການ 8:9-25)

ຊີໂມນ​ທີ່​ເຄີຍ​ໃຊ້​ເວດ​ມົນ​ເຂົ້າ​ມາ​ຫາ​ອັກຄະສາວົກ​ພ້ອມ​ກັບ​ຖື​ເງິນ​ມາ​ນຳ. ອັກຄະສາວົກ​ກຳລັງ​ວາງ​ມື​ໃສ່​ບ່າ​ຂອງ​ຜູ້ຊາຍ​ຄລິດສະຕຽນ​ຄົນ​ໜຶ່ງ. ພາບ​ດ້ານ​ຫຼັງ​ມີ​ຜູ້ຊາຍ​ຄລິດສະຕຽນ​ອີກ​ຄົນ​ໜຶ່ງ​ກຳລັງ​ປິ່ນປົວ​ເດັກນ້ອຍ​ຜູ້ຍິງ​ທີ່​ເປັນ​ລ່ອຍ ແລະ​ກຳລັງ​ເບິ່ງ​ລາວ​ດ້ວຍ​ຄວາມ​ຕື່ນເຕັ້ນ.

“ເມື່ອ​ຊີໂມນ​ເຫັນ​ວ່າ​ຜູ້​ຄົນ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ​ໂດຍ​ທີ່​ອັກຄະສາວົກ​ທັງ​ສອງ​ວາງ​ມື​ເທິງ​ພວກ​ເຂົາ ລາວ​ຈຶ່ງ​ສະເໜີ​ເງິນ​ໃຫ້.”—ກິດຈະການ 8:18

9. ຊີໂມນ​ແມ່ນ​ໃຜ ແລະ​ອັນ​ໃດ​ອາດຈະ​ເຮັດ​ໃຫ້​ລາວ​ສົນໃຈ​ຟີລິບ?

9 ຟີລິບ​ໄດ້​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ໃນ​ແຂວງ​ຊາມາເຣຍ. ຕົວຢ່າງ​ເຊັ່ນ ລາວ​ໄດ້​ປິ່ນປົວ​ຄົນ​ພິການ​ແລະ​ເຖິງຂັ້ນ​ຂັບ​ໄລ່​ປີສາດ​ອອກ​ຈາກ​ຄົນ​ທີ່​ມັນ​ສິງ​ຢູ່. (ກຈກ. 8:6-8) ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ຊີໂມນ ລາວ​ຮູ້ສຶກ​ງຶດ​ທີ່​ເຫັນ​ການ​ອັດສະຈັນ​ແລະ​ປະ​ຕິ​ຫານ​ທີ່​ຟີລິບ​ເຮັດ. ຊີໂມນ​ເປັນ​ຄົນ​ໃຊ້​ເວດ​ມົນ​ຄາຖາ​ທີ່​ຜູ້​ຄົນ​ນັບຖື​ຫຼາຍ ຫຼາຍ​ຄົນ​ເວົ້າ​ເຖິງ​ລາວ​ວ່າ: “ຜູ້​ນີ້​ມີ​ລິດເດດ​ຍິ່ງໃຫຍ່​ຈາກ​ພະເຈົ້າ” ແຕ່​ຕອນນີ້​ຊີໂມນ​ໄດ້​ເຫັນ​ລິດເດດ​ທີ່​ແທ້​ຈິງ​ຂອງ​ພະເຈົ້າ​ຈາກ​ການ​ອັດສະຈັນ​ທີ່​ຟີລິບ​ເຮັດ ແລະ​ຊີໂມນ​ໄດ້​ເຂົ້າ​ມາ​ເປັນ​ລູກສິດ. (ກຈກ. 8:9-13) ແຕ່​ອັນ​ໃດ​ເປັນ​ແຮງ​ກະຕຸ້ນ​ໃຫ້​ລາວ​ເຂົ້າ​ມາ​ເປັນ​ຄລິດສະຕຽນ?

10. (ກ) ເປໂຕ​ກັບ​ໂຢຮັນ​ເຮັດ​ຫຍັງ​ໃນ​ແຂວງ​ຊາມາເຣຍ? (ຂ) ຊີໂມນ​ເຮັດ​ຫຍັງ​ເມື່ອ​ເຫັນ​ວ່າ​ລູກສິດ​ໃໝ່​ໆ​ໄດ້​ຮັບ​ພະລັງ​ບໍລິສຸດ​ຕອນ​ທີ່​ເປໂຕ​ກັບ​ໂຢຮັນ​ໄດ້​ວາງ​ມື​ເທິງ​ເຂົາ​ເຈົ້າ?

10 ເມື່ອ​ພວກ​ອັກຄະສາວົກ​ຮູ້​ວ່າ​ມີ​ຫຼາຍ​ຄົນ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ ເຂົາ​ເຈົ້າ​ກໍ​ສົ່ງ​ເປໂຕ​ກັບ​ໂຢຮັນ​ໄປ​ຢູ່​ຫັ້ນ. (ເບິ່ງ​ຂອບ “ເປໂຕ​ໃຊ້ ‘ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.’”) ຕອນ​ໄປ​ຮອດ ອັກຄະສາວົກ​ທັງ​ສອງ​ຄົນ​ໄດ້​ວາງ​ມື​ເທິງ​ພວກ​ລູກສິດ​ໃໝ່ ນີ້​ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ໄດ້​ຮັບ​ພະລັງ​ບໍລິສຸດ.b ເມື່ອ​ຊີໂມນ​ເຫັນ​ເຫດການ​ນີ້​ກໍ​ຮູ້ສຶກ​ງຶດ. ລາວ​ໄດ້​ບອກ​ອັກຄະສາວົກ​ວ່າ: “ຂໍ​ໃຫ້​ຂ້ອຍ​ມີ​ລິດເດດ​ແບບ​ນີ້​ຄື​ກັນ ເພື່ອ​ທຸກ​ຄົນ​ທີ່​ຂ້ອຍ​ວາງ​ມື​ເທິງ​ພວກ​ເຂົາ​ຈະ​ໄດ້​ຮັບ​ພະລັງ​ບໍ​ລິ​ສຸດ.” ຊີໂມນ​ເຖິງ​ກັບ​ສະເໜີ​ຈະ​ໃຫ້​ເງິນ​ເຂົາ​ເຈົ້າ​ນຳ ໂດຍ​ຫວັງ​ວ່າ​ພະເຈົ້າ​ຈະ​ໃຫ້​ອຳນາດ​ນີ້​ກັບ​ລາວ!—ກຈກ. 8:14-19

11. ເປໂຕ​ເຕືອນ​ຫຍັງ​ຊີໂມນ ແລະ​ຊີໂມນ​ຕອບ​ຮັບ​ແນວ​ໃດ?

11 ອັກຄະສາວົກ​ເປໂຕ​ໃຫ້​ຄຳ​ຕອບ​ທີ່​ໜັກແໜ້ນ​ກັບ​ຊີໂມນ​ວ່າ: “ໃຫ້​ເງິນ​ຂອງ​ເຈົ້າ​ພິນາດ​ໄປ​ພ້ອມ​ກັບ​ເຈົ້າ ເພາະ​ເຈົ້າ​ຄິດ​ວ່າ​ຈະ​ໃຊ້​ເງິນ​ຊື້​ສິ່ງ​ທີ່​ພະເຈົ້າ​ໃຫ້​ລ້າ​ໆ. ເຈົ້າ​ບໍ່​ມີ​ທາງ​ຈະ​ໄດ້​ສິ່ງ​ນີ້​ຍ້ອນ​ພະເຈົ້າ​ເຫັນ​ວ່າ​ໃຈ​ເຈົ້າ​ບໍ່​ສັດຊື່.” ຈາກ​ນັ້ນ​ເປໂຕ​ໄດ້​ກະຕຸ້ນ​ຊີໂມນ​ໃຫ້​ກັບໃຈ​ແລະ​ອະທິດຖານ​ຂໍ​ການ​ໃຫ້​ອະໄພ. ເປໂຕ​ບອກ​ວ່າ: “ໃຫ້​ກັບໃຈ​ແລະ​ເຊົາ​ຄິດ​ຊົ່ວ​ແບບ​ນີ້ ແລະ​ອ້ອນວອນ​ພະ​ເຢໂຫວາ ພະອົງ​ອາດຈະ​ໃຫ້​ອະໄພ​ທີ່​ເຈົ້າ​ມີ​ຄວາມ​ຄິດ​ຜິດ​ໆ​ແບບ​ນີ້.” ເບິ່ງ​ຄື​ວ່າ ຊີໂມນ​ບໍ່​ແມ່ນ​ຄົນ​ຊົ່ວ ລາວ​ຕ້ອງ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ລາວ​ພຽງ​ແຕ່​ພາດ​ແລະ​ຫັນ​ໄປ​ເຮັດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ໂຕເອງ​ຢູ່​ຊ່ວງ​ໜຶ່ງ. ເມື່ອ​ໄດ້​ຍິນ​ແບບ​ນັ້ນ ຊີໂມນ​ໄດ້​ອ້ອນວອນ​ພວກ​ອັກຄະສາວົກ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ອ້ອນວອນ​ພະ​ເຢໂຫວາ​ເພື່ອ​ຂ້ອຍ​ແດ່ ຢ່າ​ໃຫ້​ສິ່ງ​ທີ່​ພວກ​ເຈົ້າ​ເວົ້າ​ນັ້ນ​ເກີດ​ຂຶ້ນ​ກັບ​ຂ້ອຍ.”—ກຈກ. 8:20-24

12. ການ​ຊື້​ຂາຍ​ຕຳແໜ່ງ​ມີ​ຢູ່​ທົ່ວໄປ​ແນວ​ໃດ​ໃນ​ທ່າມກາງ​ຄລິດສະຕຽນ​ປອມ?

12 ຄຳ​ຕຳໜິ​ຂອງ​ເປໂຕ​ເປັນ​ຄຳ​ເຕືອນ​ຢ່າງ​ດີ​ສຳລັບ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້. ເລື່ອງ​ນີ້​ຊ່ວຍ​ໃຫ້​ຮູ້​ວ່າ​ຜິດ​ທີ່​ຈະ​ມີ​ການ​ຊື້​ຂາຍ​ຕຳແໜ່ງ​ຕ່າງ​ໆ​ໃນ​ປະຊາຄົມ. ແຕ່​ສຳລັບ​ຄລິດສະຕຽນ​ປອມ​ແລ້ວ ການ​ເຮັດ​ແບບ​ນີ້​ເປັນ​ເລື່ອງ​ປົກກະຕິ​ທີ່​ເຫັນ​ໄດ້​ທົ່ວໄປ. ຕົວຢ່າງ​ເຊັ່ນ ປຶ້ມ​ເຫຼັ້ມ​ໜຶ່ງ​ທີ່​ພິມ​ຕັ້ງແຕ່​ປີ 1878 ບອກ​ວ່າ ທຸກ​ເທື່ອ​ທີ່​ມີ​ການ​ຄັດ​ເລືອກ​ສັນຕະປາປາ ກໍ​ຈະ​ມີ​ການ​ຈ່າຍ​ເງິນ​ເພື່ອ​ຈະ​ໄດ້​ຕຳແໜ່ງ​ນັ້ນ. ຫຼາຍ​ຄົນ​ເຮັດ​ແບບ​ນີ້​ໂດຍ​ບໍ່​ຮູ້ສຶກ​ຫຍັງ ແລະ​ເຂົາ​ເຈົ້າ​ບໍ່​ຄິດ​ດ້ວຍ​ຊ້ຳ​ວ່າ​ຕ້ອງ​ປິດ​ບັງ​ເລື່ອງ​ແບບ​ນີ້.

13. ຄລິດສະຕຽນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ເປັນ​ຄົນ​ທີ່​ຊື້​ຂາຍ​ຕຳແໜ່ງ​ໃນ​ປະຊາຄົມ?

13 ຄລິດສະຕຽນ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຊື້​ຂາຍ​ຕຳແໜ່ງ​ໃນ​ປະຊາຄົມ. ຕົວຢ່າງ​ເຊັ່ນ ລາວ​ບໍ່​ຄວນ​ພະຍາຍາມ​ເອົາ​ໃຈ​ຄົນ​ທີ່​ສາມາດ​ໃຫ້​ສິດທິ​ພິເສດ​ກັບ​ຄົນ​ອື່ນ​ໃນ​ປະຊາຄົມ ໂດຍ​ພະຍາຍາມ​ໃຫ້​ຂອງຂວັນ​ຫຼື​ຍົກຍ້ອງ​ຊົມເຊີຍ​ຈົນ​ອອກ​ໜ້າ​ອອກ​ຕາ. ໃນ​ອີກ​ດ້ານ​ໜຶ່ງ ຄົນ​ທີ່​ສາມາດ​ໃຫ້​ສິດທິ​ພິເສດ​ກັບ​ຄົນ​ອື່ນ​ໄດ້​ກໍ​ບໍ່​ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​ຄົນ​ທີ່​ມີ​ເງິນ​ຫຼາຍ​ເປັນ​ພິເສດ. ການ​ກະທຳ​ທັງ​ສອງ​ແບບ​ນີ້​ບໍ່​ຖືກຕ້ອງ. ແທ້​ໆ​ແລ້ວ ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ​ທຸກ​ຄົນ​ຄວນ​ເຮັດ​ໃຫ້​ໂຕເອງ​ເປັນ “ຄົນ​ຕ່ຳຕ້ອຍ” ແລະ​ໃຫ້​ພະລັງ​ບໍ​ລິ​ສຸດ​ຂອງ​ພະ​ເຢໂຫວາ​ແຕ່ງຕັ້ງ​ລາວ​ໃຫ້​ມີ​ສິດທິ​ພິເສດ​ໃນ​ການຮັບໃຊ້. (ລກ. 9:48) ຄົນ​ທີ່​ພະຍາຍາມ “ຫາ​ກຽດ​ໃສ່​ຕົວ” ຈະ​ບໍ່​ສາມາດ​ຢູ່​ໃນ​ອົງການ​ຂອງ​ພະເຈົ້າ​ໄດ້.—ສຸພາ. 25:27, ລ.ມ

ເປໂຕ​ໃຊ້ “ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ”

ພະ​ເຢຊູ​ເວົ້າ​ກັບ​ເປໂຕ​ວ່າ: “ຂ້ອຍ​ຈະ​ເອົາ​ລູກ​ກະແຈ​ຂອງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ໃຫ້​ເຈົ້າ.” (ມທ. 16:19) ຄຳ​ເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ການ​ທີ່​ພະ​ເຢຊູ​ເວົ້າ​ເຖິງ “ລູກ​ກະແຈ” ຊ່ວຍ​ໃຫ້​ຮູ້​ວ່າ​ເປໂຕ​ຈະ​ເປັນ​ຄົນ​ເປີດເຜີຍ​ຄວາມ​ຮູ້ ແລະ​ເປີດ​ໂອກາດ​ໃຫ້​ຄົນ​ກຸ່ມ​ຕ່າງ​ໆ​ເຂົ້າ​ມາ​ໃນ​ການ​ປົກຄອງ​ຂອງ​ເມຊີອາ. ເປໂຕ​ໃຊ້​ລູກ​ກະແຈ​ເຫຼົ່າ​ນີ້​ຕອນ​ໃດ?

  • ເປໂຕ​ໃຊ້​ລູກ​ກະແຈ​ດອກ​ທຳອິດ​ໃນ​ວັນ​ເພັນເຕກອດ​ປີ 33 ຕອນ​ທີ່​ລາວ​ກະຕຸ້ນ​ຄົນ​ຢິວ​ແລະ​ຄົນ​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ​ໃຫ້​ກັບໃຈ​ແລະ​ຮັບ​ບັບເຕມາ. ຕອນ​ນັ້ນ ມີ​ປະມານ 3.000 ຄົນ​ທີ່​ເຮັດ​ແບບ​ນັ້ນ ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ປົກຄອງ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.—ກຈກ. 2:1-41

  • ບໍ່​ດົນ​ຫຼັງ​ຈາກ​ຊະເຕຟາໂນ​ສະລະ​ຊີວິດ​ເພື່ອ​ຄວາມ​ເຊື່ອ​ກໍ​ມີ​ການ​ໃຊ້​ລູກ​ກະແຈ​ດອກ​ທີ​ສອງ. ຕອນ​ນັ້ນ ເປໂຕ​ແລະ​ໂຢຮັນ​ໄດ້​ວາງ​ມື​ເທິງ​ຄົນ​ຊາມາເຣຍ​ທີ່​ຫາກໍ​ຮັບ​ບັບເຕມາ ຫຼັງ​ຈາກ​ນັ້ນ ຄົນ​ຊາມາເຣຍ​ກຸ່ມ​ນັ້ນ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ.—ກຈກ. 8:14-17

  • ເປໂຕ​ໃຊ້​ລູກ​ກະແຈ​ດອກ​ທີ​ສາມ​ໃນ​ປີ 36. ໃນ​ປີ​ນັ້ນ ລາວ​ໄດ້​ເປີດ​ໂອກາດ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ປົກຄອງ​ໃນ​ສະຫວັນ. ເຫດການ​ນີ້​ເກີດ​ຂຶ້ນ​ຕອນ​ທີ່​ອັກຄະສາວົກ​ປະກາດ​ກັບ​ໂກເນລີໂອ ເຊິ່ງ​ລາວ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ຄົນ​ທຳອິດ​ທີ່​ເຂົ້າ​ມາ​ເປັນ​ລູກສິດ.—ກຈກ. 10:1-48

“ເຈົ້າ​ເຂົ້າ​ໃຈ​ເລື່ອງ​ທີ່​ອ່ານ​ບໍ?” (ກິດຈະການ 8:26-40)

14, 15. (ກ) “ຂ້າລາຊະການ​ຄົນ​ເອທິໂອເປຍ” ແມ່ນ​ໃຜ ແລະ​ຟີລິບ​ເຈິ​ລາວ​ໄດ້​ແນວ​ໃດ? (ຂ) ຂ້າລາຊະການ​ຄົນ​ເອທິໂອເປຍ​ຮັບ​ຟັງ​ຂ່າວ​ສານ​ຂອງ​ຟີລິບ​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ຂອງ​ລາວ​ຈຶ່ງ​ບໍ່​ໄດ້​ເປັນ​ແບບ​ຟ້າວຟັ່ງ? (ເບິ່ງ​ໄຂເງື່ອນ)

14 ຕອນ​ທີ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ສັ່ງ​ໃຫ້​ຟີລິບ​ເດີນ​ທາງ​ໄປ​ຕາມ​ຖະໜົນ​ຈາກ​ເມືອງ​ເຢຣູຊາເລັມ​ໄປ​ເຖິງ​ເມືອງ​ກາ​ຊາ. ຖ້າ​ຟີລິບ​ສົງໄສ​ວ່າ​ລາວ​ຈະ​ໄປ​ເຮັດ​ຫຍັງ​ຢູ່​ຫັ້ນ ລາວ​ກໍ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃນ​ບໍ່​ຊ້າ ເຊິ່ງ​ຟີລິບ​ໄດ້​ເຈິ​ຂັນທີ​ທີ່​ເປັນ​ຂ້າລາຊະການ​ຄົນ​ເອທິໂອເປຍ​ຄົນ​ໜຶ່ງ ແລະ​ຂ້າລາຊະການ​ຄົນ​ນີ້​ກຳລັງ “ອ່ານ​ອອກ​ສຽງ​ຂໍ້​ຄວາມ​ໃນ​ປຶ້ມ​ຂອງ​ຜູ້​ພະຍາກອນ​ເອຊາຢາ.” (ເບິ່ງ​ຂອບ “‘ຂັນທີ’ ອາດຈະ​ໝາຍເຖິງ​ຄົນ​ແບບ​ໃດ​ແດ່?”) ພະລັງ​ບໍ​ລິ​ສຸດ​ຂອງ​ພະ​ເຢໂຫວາ​ກໍ​ກະຕຸ້ນ​ໃຫ້​ຟີລິບ​ເຂົ້າ​ໄປ​ໃກ້​ລົດ​ມ້າ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ. ຕອນ​ທີ່​ແລ່ນ​ຢູ່​ຂ້າງ​ລົດ​ມ້າ ຟີລິບ​ຖາມ​ລາວ​ວ່າ “ເຈົ້າ​ເຂົ້າ​ໃຈ​ເລື່ອງ​ທີ່​ອ່ານ​ບໍ?” ຜູ້​ຊາຍ​ຄົນ​ເອທິໂອເປຍ​ຕອບ​ວ່າ “ຖ້າ​ບໍ່​ມີ​ໃຜ​ອະທິບາຍ ຂ້ອຍ​ຈະ​ເຂົ້າ​ໃຈ​ໄດ້​ແນວ​ໃດ?”—ກຈກ. 8:26-31

15 ຂ້າລາຊະການ​ຄົນ​ເອທິໂອເປຍ​ເຊີນ​ຟີລິບ​ຂຶ້ນ​ລົດ​ມ້າ. ລອງ​ຄິດ​ເບິ່ງ​ແມ້​ວ່າ​ທັງ​ສອງ​ຈະ​ລົມ​ກັນ​ຢ່າງ​ຕື່ນເຕັ້ນ​ສ່ຳ​ໃດ! ຂ້າລາຊະການ​ຄົນ​ນີ້​ຄື​ຊິ​ເປັນ​ຄື​ກັບ​ຄົນ​ອື່ນ​ອີກ​ຫຼາຍ​ຄົນ​ທີ່​ບໍ່​ເຄີຍ​ຮູ້​ເລີຍ​ວ່າ “ແກະ” ຫຼື “ຜູ້​ຮັບ​ໃຊ້” ທີ່​ເອຊາຢາ​ເວົ້າ​ເຖິງ​ໃນ​ຄຳ​ພະຍາກອນ​ແມ່ນ​ໃຜ. (ອຊຢ. 53:1-12) ແຕ່​ຕອນ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ໄປ​ນຳ​ກັນ ຟີລິບ​ໄດ້​ອະທິບາຍ​ໃຫ້​ລາວ​ເຂົ້າ​ໃຈ​ວ່າ “ແກະ” ຫຼື “ຜູ້​ຮັບ​ໃຊ້” ທີ່​ເວົ້າ​ເຖິງ​ໃນ​ຄຳ​ພະຍາກອນ​ນັ້ນ​ໝາຍເຖິງ​ພະ​ເຢຊູ​ຄລິດ. ແທ້​ໆ​ແລ້ວ ຂ້າລາຊະການ​ຄົນ​ເອທິໂອເປຍຄົນ​ນີ້​ປ່ຽນ​ມາ​ຖື​ສາສະໜາ​ຢິວ​ຢູ່​ແລ້ວ. ດັ່ງ​ນັ້ນ ຄື​ກັບ​ຫຼາຍ​ຄົນ​ທີ່​ໄດ້​ຮັບ​ບັບເຕມາ​ໃນ​ວັນ​ເພັນເຕກອດ​ປີ 33 ຂ້າລາຊະການ​ຄົນ​ນີ້​ຮູ້​ທັນທີ​ວ່າ​ລາວ​ຄວນ​ເຮັດ​ຫຍັງ. ລາວ​ບອກ​ຟີລິບ​ວ່າ “ເບິ່ງ​ແມ້! ຢູ່​ນີ້​ມີ​ນ້ຳ ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?” ຫຼັງ​ຈາກ​ນັ້ນ ຂ້າລາຊະການ​ຄົນ​ເອທິໂອເປຍ​ກໍ​ຮັບ​ບັບເຕມາ​ທັນທີ!c (ເບິ່ງ​ຂອບ “ການ​ຮັບ​ບັບເຕມາ​ໃນ ‘ບ່ອນ​ໜຶ່ງ​ທີ່​ມີ​ໜອງ​ນ້ຳ.’”) ຕໍ່​ມາ ພະລັງ​ຂອງ​ພະ​ເຢໂຫວາ​ໄດ້​ຊີ້ນຳ​ໃຫ້​ຟີລິບ​ໄປ​ເມືອງ​ອາຊະໂດດ​ເຊິ່ງ​ເປັນ​ເຂດ​ງານ​ມອບໝາຍ​ໃໝ່​ຂອງ​ລາວ ຟີລິບ​ໄດ້​ປະກາດ​ຂ່າວ​ດີ​ຢູ່​ຫັ້ນ​ຕໍ່​ໄປ.—ກຈກ. 8:32-40

“ຂັນທີ” ອາດຈະ​ໝາຍເຖິງ​ຄົນ​ແບບ​ໃດ​ແດ່?

ຄຳ​ພາສາ​ກຣີກ​ເອຟນູຄອດສ໌​ທີ່​ໄດ້​ຮັບ​ການ​ແປ​ວ່າ “ຂັນທີ” ອາດຈະ​ໝາຍເຖິງ​ຜູ້​ຊາຍ​ທີ່​ຖືກ​ຕອນ ຫຼື​ໝາຍເຖິງ​ຜູ້​ຊາຍ​ທີ່​ເຮັດ​ວຽກ​ເປັນ​ຂ້າລາຊະການ​ລະດັບ​ສູງ​ໃນ​ວັງ​ຂອງ​ກະສັດ​ກໍ​ໄດ້. ຂ້າລາຊະການ​ເຊິ່ງ​ເບິ່ງແຍງ​ເມຍ​ແລະ​ເມຍ​ນ້ອຍ​ຂອງ​ກະສັດ​ອາດຈະ​ຖືກ​ຕອນ​ແທ້​ໆ​ແຕ່​ການ​ຕອນ​ບໍ່​ແມ່ນ​ຂໍ້​ຮຽກ​ຮ້ອງ​ສຳລັບ​ຂ້າລາຊະການ​ຄົນ​ອື່ນ​ໆ​ເຊັ່ນ ພະນັກງານ​ເຫຍັ້ນ​ເຄື່ອງ​ດື່ມ​ໃຫ້​ກະສັດ​ຫຼື​ຜູ້​ເບິ່ງແຍງ​ຊັບສິນ. ຂັນທີ​ຄົນ​ເອທິໂອເປຍ​ເຊິ່ງ​ຟີລິບ​ໃຫ້​ຮັບ​ບັບເຕມາ​ຈຶ່ງ​ໜ້າ​ຈະ​ເປັນ​ຂ້າລາຊະການ​ລະດັບ​ສູງ ຍ້ອນ​ລາວ​ເປັນ​ຄົນ​ເບິ່ງແຍງ​ຊັບສິນ​ຂອງ​ລາຊີນີ. ຫຼື​ອາດ​ບອກ​ໄດ້​ວ່າ ລາວ​ເປັນ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ເງິນ.

ນອກ​ຈາກ​ນີ້ ຄົນ​ເອທິໂອເປຍ​ຄົນ​ນີ້​ຍັງ​ເປັນ​ຜູ້​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ ເຊິ່ງ​ໝາຍ​ຄວາມ​ວ່າ ລາວ​ບໍ່​ແມ່ນ​ຄົນ​ຢິວ ແຕ່​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ກັບ​ຄົນ​ຢິວ. ແທ້​ໆ​ແລ້ວ ລາວ​ຫາກໍ​ໄປ​ນະມັດສະການ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ນຳ. (ກຈກ. 8:27) ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ສະຫຼຸບ​ໄດ້​ວ່າ​ຊາວ​ເອທິໂອເປຍ​ຄົນ​ນີ້​ບໍ່​ໄດ້​ເປັນ​ຂັນທີ​ທີ່​ຖືກ​ຕອນ​ແທ້​ໆ​ຍ້ອນ​ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ ຜູ້​ຊາຍ​ທີ່​ຖືກ​ຕອນ​ຈະ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້.—ພບຍ. 23:1

ການ​ຮັບ​ບັບເຕມາ​ໃນ “ບ່ອນ​ໜຶ່ງ​ທີ່​ມີ​ໜອງ​ນ້ຳ”

ການ​ຮັບ​ບັບເຕມາ​ຂອງ​ຄລິດສະຕຽນ​ຕ້ອງ​ເຮັດ​ແບບ​ໃດ​ຈຶ່ງ​ຈະ​ຖືກຕ້ອງ? ບາງ​ຄົນ​ເຊື່ອ​ວ່າ​ການ​ເທ​ຫຼື​ຊິດ​ນ້ຳ​ໃສ່​ຫົວ​ກໍ​ເປັນ​ການ​ຮັບ​ບັບເຕມາ​ແລ້ວ. ແຕ່​ໃນ​ຄຳພີ​ໄບເບິນ​ບອກ​ວ່າ ຂ້າລາຊະການ​ຄົນ​ເອທິໂອເປຍ​ໄດ້​ຮັບ​ບັບເຕມາ​ໃນ “ບ່ອນ​ໜຶ່ງ​ທີ່​ມີ​ໜອງ​ນ້ຳ.” ເລື່ອງ​ລາວ​ໃນ​ປຶ້ມ​ກິດຈະການ​ບອກ​ວ່າ: “ຟີລິບ​ກໍ​ລົງ​ໄປ​ໃນ​ນ້ຳ​ກັບ​ລາວ.” (ກຈກ. 8:36, 38) ຖ້າ​ການ​ຮັບ​ບັບເຕມາ​ເປັນ​ພຽງ​ການ​ເທ​ຫຼື​ການ​ຊິດ​ນ້ຳ​ໃສ່​ເທົ່າ​ນັ້ນ ຂ້າລາຊະການ​ຄົນ​ນີ້​ຄື​ຊິ​ບໍ່​ຕ້ອງ​ສັ່ງ​ໃຫ້​ຢຸດ​ລົດ​ມ້າ​ຢູ່​ບ່ອນ​ໜຶ່ງ​ທີ່​ມີ​ໜອງ​ນ້ຳ ຍ້ອນ​ນ້ຳ​ພຽງ​ແຕ່​ໜ້ອຍ​ດຽວ​ທີ່​ຢູ່​ໃນ​ຖົງໜັງ​ກໍ​ຄື​ຊິ​ພໍ​ແລ້ວ. ແທ້​ໆ​ແລ້ວ ຂ້າລາຊະການ​ຄົນ​ນີ້​ກໍ​ໜ້າ​ຈະ​ມີ​ນ້ຳ​ຢູ່​ແລ້ວ ຍ້ອນ​ລາວ​ເດີນ​ທາງ​ຜ່ານ “ບ່ອນ​ທຸລະກັນດານ.”—ກຈກ. 8:26

ຕາມ​ທີ່​ບອກ​ໄວ້​ໃນ​ວັດຈະນານຸກົມ​ກຣີກ-ອັງກິດ ໂດຍ​ລິດເດວລ໌​ແລະ​ສະກອດ ຄຳ​ພາສາ​ກຣີກ​ບັບທິໂສ ມີ​ຄວາມໝາຍ​ວ່າ “ຈຸ່ມ, ຈຸ່ມ​ທັງ​ຕົວ” ເຊິ່ງ​ຄຳ​ວ່າ “ບັບເຕມາ” ກໍ​ມາ​ຈາກ​ຄຳ​ພາສາ​ກຣີກ​ນີ້. ການ​ຮັບ​ບັບເຕມາ​ທີ່​ມີ​ບັນທຶກ​ໃນ​ຄຳພີ​ໄບເບິນ​ຫຼາຍ​ເທື່ອ​ກໍ​ສອດ​ຄ່ອງ​ກັບ​ຄວາມໝາຍ​ຂອງ​ຄຳ​ນີ້ ເຊັ່ນ ໃນ​ໂຢຮັນ 3:23 ບອກ​ວ່າ​ໂຢຮັນ “ໃຫ້​ບັບເຕມາ​ຢູ່​ທີ່​ໄອນົນ​ໃກ້​ໆ​ຊາລິມ​ເພາະ​ຢູ່​ຫັ້ນ​ມີ​ນ້ຳ​ຫຼາຍ.” ຄ້າຍຄື​ກັນ ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ ຄຳພີ​ໄບເບິນ​ກໍ​ບອກ​ວ່າ: “ທັນທີ​ທີ່​ຂຶ້ນ​ຈາກ​ນ້ຳ ພະ​ເຢຊູ​ກໍ​ເຫັນ​ທ້ອງຟ້າ​ເປີດ​ອອກ.” (ມຣກ. 1:9, 10) ດັ່ງ​ນັ້ນ ຄລິດສະຕຽນ​ແທ້​ຈຶ່ງ​ຮັບ​ບັບເຕມາ​ໃນ​ແບບ​ທີ່​ຖືກຕ້ອງ​ໂດຍ​ການ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ.

16, 17. ທູດສະຫວັນ​ມີ​ສ່ວນ​ຊ່ວຍ​ປະກາດ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

16 ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ມີ​ສິດທິ​ພິເສດ​ທີ່​ຈະ​ເຮັດ​ວຽກ​ແບບ​ທີ່​ຟີລິບ​ເຮັດ. ຕອນ​ທີ່​ເຂົາ​ເຈົ້າ​ມີ​ໂອກາດ​ໄດ້​ເຈິ​ຜູ້​ຄົນ​ທີ່​ພ້ອມ​ຈະ​ຮັບ​ຟັງ​ຂ່າວ​ດີ ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ເລື່ອງ​ແບບ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ເອງ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ພວກ​ທູດສະຫວັນ​ກຳລັງ​ຊີ້ນຳ​ວຽກ​ປະກາດ​ເພື່ອ​ໃຫ້​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ເຖິງ “ທຸກ​ປະເທດ ທຸກ​ຕະກູນ ທຸກ​ພາສາ ແລະ​ທຸກ​ຊົນຊາດ.” (ພນມ. 14:6) ພະ​ເຢຊູ​ກໍ​ບອກ​ນຳ​ວ່າ​ທູດສະຫວັນ​ຈະ​ມີ​ສ່ວນ​ຊ່ວຍ​ໃນ​ວຽກ​ປະກາດ. ເພິ່ນ​ບອກ​ໄວ້​ໃນ​ຕົວຢ່າງ​ປຽບທຽບ​ເລື່ອງ​ເມັດ​ເຂົ້າ​ກັບ​ຫຍ້າ ພະ​ເຢຊູ​ບອກ​ວ່າ​ໃນ​ຊ່ວງ​ເວລາ​ກ່ຽວ​ເຊິ່ງ​ກໍ​ຄື​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້ “ຄົນ​ທີ່​ກ່ຽວ​ໝາຍເຖິງ​ທູດສະຫວັນ.” ເພິ່ນ​ຍັງ​ບອກ​ຕື່ມ​ວ່າ ພວກ​ທູດສະຫວັນ​ຈະ “ຄັດ​ຄົນ​ທີ່​ເປັນ​ຕົ້ນເຫດ​ໃຫ້​ຄົນ​ອື່ນ​ຫຼົງ​ເຮັດ​ຜິດ​ແລະ​ຄັດ​ຄົນ​ທີ່​ເຮັດ​ຊົ່ວ​ອອກ​ໄປ​ຈາກ​ການ​ປົກຄອງ​ຂອງ​ເພິ່ນ.” (ມທ. 13:37-41) ໃນ​ເວລາ​ດຽວ​ກັນ​ນັ້ນ ພວກ​ທູດສະຫວັນ​ຈະ​ລວບລວມ​ຜູ້​ຄົນ​ທີ່​ຈະ​ເຂົ້າ​ມາ​ຮັບ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ເປັນ​ມໍລະດົກ ແລ້ວ​ຫຼັງ​ຈາກ​ນັ້ນ​ກໍ​ຈະ​ລວບລວມ “ຄົນ​ຝູງ​ໃຫຍ່” ທີ່​ເປັນ “ແກະ​ອື່ນ” ເຊິ່ງ​ເປັນ​ກຸ່ມ​ຄົນ​ທີ່​ພະ​ເຢໂຫວາ​ຊັກ​ນຳ​ໃຫ້​ເຂົ້າ​ມາ​ໃນ​ອົງການ​ຂອງ​ເພິ່ນ.—ພນມ. 7:9; ຢຮ. 6:44, 65; 10:16

17 ເຮົາ​ອາດ​ເຄີຍ​ເຫັນ​ຫຼັກຖານ​ກ່ຽວ​ກັບ​ເລື່ອງ​ນີ້​ດ້ວຍ​ຕົວເອງ ບາງ​ຄົນ​ທີ່​ເຮົາ​ປະກາດ​ນຳ​ບອກ​ວ່າ​ລາວ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ທີ່​ໜ້າສົນໃຈ ມື້​ໜຶ່ງ​ພີ່​ນ້ອງ 2 ຄົນ​ກັບ​ເດັກນ້ອຍ​ຄົນ​ໜຶ່ງ​ໄປ​ປະກາດ​ນຳ​ກັນ. ເມື່ອ​ຮອດ​ປະມານ​ຕອນ​ທ່ຽງ ພີ່​ນ້ອງ​ກຳລັງ​ຈະ​ເຊົາ​ປະກາດ ເດັກນ້ອຍ​ທີ່​ໄປ​ນຳ​ພັດ​ຢາກ​ປະກາດ​ກັບ​ເຮືອນ​ອີກ​ຫຼັງ​ໜຶ່ງ​ແຮງ. ທີ່ຈິງ ເດັກນ້ອຍ​ຄົນ​ນີ້​ເປັນ​ຄົນ​ໄປ​ເຄາະ​ປະຕູ​ເຮືອນ​ຫຼັງ​ນັ້ນ​ດ້ວຍ​ໂຕເອງ! ເມື່ອ​ຜູ້​ຍິງ​ຄົນ​ໜຶ່ງ​ເປີດ​ປະຕູ​ອອກ​ມາ ຜູ້​ປະກາດ​ທັງ 2 ຄົນ​ກໍ​ເຂົ້າ​ໄປ​ລົມ​ກັບ​ລາວ. ເຂົາ​ເຈົ້າ​ແປກໃຈ​ທີ່​ໄດ້​ຮູ້​ວ່າ ຜູ້​ຍິງ​ຄົນ​ນັ້ນ​ຫາກໍ​ອະທິດຖານ​ຂໍ​ໃຫ້​ມີ​ຄົນ​ມາ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ. ລາວ​ຕົກ​ລົງ​ສຶກສາ​ຄຳພີ​ໄບເບິນ​ທັນທີ!

ຄູ່​ແຕ່ງດອງ​ກຳລັງ​ກົດ​ກະດິງ​ຢູ່​ປະຕູ​ເຮືອນ ເຊິ່ງ​ໃນ​ເຮືອນ​ມີ​ຜູ້ຍິງ​ຄົນ​ໜຶ່ງ​ກຳລັງ​ອະທິດຖານ.

“ພະເຈົ້າ ຂ້ອຍ​ບໍ່​ຮູ້​ວ່າ​ພະອົງ​ແມ່ນ​ໃຜ ແຕ່​ຂໍ​ພະອົງ​ຊ່ວຍ​ຂ້ອຍ​ແດ່”

18. ເປັນ​ຫຍັງ​ເຮົາ​ຄວນ​ຮັກສາ​ສິດທິ​ພິເສດ​ໃນ​ການ​ປະກາດ​ຂອງ​ເຮົາ?

18 ເມື່ອ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ຄລິດສະຕຽນ ເຈົ້າ​ກໍ​ມີ​ສິດທິ​ພິເສດ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ທູດສະຫວັນ​ໃນ​ການ​ປະກາດ​ເຊິ່ງ​ມີ​ຂອບເຂດ​ທີ່​ກວ້າງ​ຂວາງ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ໃຫ້​ຮັກສາ​ສິດທິ​ພິເສດ​ນີ້​ໄວ້​ຕໍ່​ໆ​ໄປ. ຖ້າ​ເຈົ້າ​ປະກາດ​ຢ່າງ​ກະຕືລືລົ້ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ “ຂ່າວ​ດີ​ເລື່ອງ​ພະ​ເຢຊູ” ຕໍ່​ໆ​ໄປ.—ກຈກ. 8:35

ຟີລິບ “ຜູ້​ປະກາດ​ຂ່າວ​ດີ”

ເມື່ອ​ພວກ​ລູກສິດ​ຂອງ​ພະຄລິດ​ກະຈັດກະຈາຍ​ໄປ​ຍ້ອນ​ຖືກ​ຂົ່ມເຫງ ຟີລິບ​ໄປ​ທີ່​ແຂວງ​ຊາມາເຣຍ. ເບິ່ງ​ຄື​ວ່າ​ຟີລິບ​ເປັນ​ຄົນ​ລາຍງານ​ຄະນະ​ກຳມະ​ປົກຄອງ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ແຂວງ​ຊາມາເຣຍ ຍ້ອນ​ວ່າ “ເມື່ອ​ພວກ​ອັກຄະສາວົກ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຂ່າວ​ວ່າ​ຄົນ​ຊາມາເຣຍ​ຍອມຮັບ​ຄຳ​ສອນ​ຂອງ​ພະເຈົ້າ ພວກ​ເຂົາ​ຈຶ່ງ​ສົ່ງ​ເປໂຕ​ກັບ​ໂຢຮັນ​ໄປ​ທີ່​ນັ້ນ.” ນີ້​ສົ່ງ​ຜົນ​ໃຫ້​ຜູ້​ທີ່​ມີ​ຄວາມ​ເຊື່ອ​ໃໝ່​ທີ່​ຢູ່​ບ່ອນ​ນັ້ນ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ.—ກຈກ. 8:14-17

ຟີລິບ​ນັ່ງ​ຢູ່​ໃນ​ລົດ​ມ້າ​ກັບ​ຂ້າລາຊະການ​ຄົນ​ເອທິໂອເປຍ.

ຫຼັງ​ຈາກ​ເຫດການ​ທີ່​ບັນທຶກ​ໃນ​ກິດຈະການ​ບົດ​ທີ 8 ມີ​ການ​ເວົ້າ​ເຖິງ​ຟີລິບ​ອີກ​ພຽງ​ແຕ່​ເທື່ອ​ດຽວ​ໃນ​ປຶ້ມ​ກິດຈະການ. ປະມານ 20 ປີ ຫຼັງ​ຈາກ​ທີ່​ຟີລິບ​ປະກາດ​ຢູ່​ແຂວງ​ຊາມາເຣຍ​ເປັນ​ເທື່ອ​ທຳອິດ ອັກຄະສາວົກ​ໂປໂລ​ກັບ​ໝູ່​ຂອງ​ລາວ​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ​ໃນ​ຕອນ​ສິ້ນ​ສຸດ​ການ​ເດີນ​ທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ໃນ​ຮອບ​ທີ​ສາມ. ເຂົາ​ເຈົ້າ​ກໍ​ຂຶ້ນ​ຝັ່ງ​ທີ່​ເມືອງ​ປະໂຕເລມາຍ. ຢູ່​ຫັ້ນ ລູກາ​ເລົ່າ​ວ່າ “ມື້​ຕໍ່​ມາ ພວກ​ເຮົາ​ອອກ​ເດີນ​ທາງ​ມາ​ຮອດ​ເມືອງ​ກາຍຊາເຣຍ​ແລ້ວ​ເຂົ້າ​ໄປ​ພັກ​ຢູ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວ​ດີ ລາວ​ເປັນ 1 ໃນ 7 ຄົນ​ທີ່​ຖືກ​ເລືອກ​ກ່ອນ​ໜ້າ​ນີ້. ຟີລິບ​ມີ​ລູກ​ສາວ 4 ຄົນ​ທີ່​ຍັງ​ເປັນ​ໂສດ ແລະ​ເປັນ​ຜູ້​ພະຍາກອນ.”—ກຈກ. 21:8, 9

ເບິ່ງ​ຄື​ວ່າ​ຟີລິບ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເຂດ​ທີ່​ລາວ​ໄດ້​ຮັບ​ມອບໝາຍ​ໃຫ້​ປະກາດ ແລະ​ລາວ​ມີ​ຄອບຄົວ​ຢູ່​ຫັ້ນ​ນຳ. ການ​ທີ່​ລູກາ​ເອີ້ນ​ຟີລິບ​ວ່າ “ຜູ້​ປະກາດ​ຂ່າວ​ດີ” ເປັນ​ເລື່ອງ​ທີ່​ໜ້າສົນໃຈ. ຄຳພີ​ໄບເບິນ​ໃຊ້​ຄຳ​ນີ້​ເວົ້າ​ເຖິງ​ຄົນ​ທີ່​ຈາກ​ບ້ານ​ໄປ​ເພື່ອ​ເຮັດ​ວຽກ​ປະກາດ​ຂ່າວ​ດີ​ໃນ​ເຂດ​ທີ່​ຍັງ​ບໍ່​ເຄີຍ​ມີ​ໃຜ​ປະກາດ​ມາ​ກ່ອນ. ດັ່ງ​ນັ້ນ ເຫັນ​ໄດ້​ແຈ້ງ​ວ່າ​ຟີລິບ​ຍັງ​ມີ​ຄວາມ​ກະຕືລືລົ້ນ​ໃນ​ວຽກ​ປະກາດ. ແລະ​ການ​ທີ່​ລາວ​ມີ​ລູກ​ສາວ 4 ຄົນ​ເປັນ​ຜູ້​ພະຍາກອນ​ກໍ​ບອກ​ໃຫ້​ຮູ້​ວ່າ ຟີລິບ​ໄດ້​ສອນ​ຄອບຄົວ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັບ​ໃຊ້​ເພິ່ນ​ຢ່າງ​ແນ່ນອນ.

a ນີ້​ບໍ່​ແມ່ນ​ອັກຄະສາວົກ​ຟີລິບ ຄື​ທີ່​ບອກ​ໄວ້​ໃນ​ບົດ​ທີ 5 ຂອງ​ປຶ້ມ​ນີ້ ແຕ່​ລາວ​ເປັນ​ຟີລິບ​ທີ່​ຢູ່​ໃນ​ກຸ່ມ ‘ຜູ້​ຊາຍ 7 ຄົນ​ທີ່​ມີ​ຊື່​ສຽງ​ດີ’ ທີ່​ຖືກ​ແຕ່ງຕັ້ງ​ໃຫ້​ຈັດ​ລະບຽບ​ການ​ແຈກ​ອາຫານ​ປະຈຳ​ວັນ​ໃຫ້​ກັບ​ແມ່​ໝ້າຍ​ຄລິດສະຕຽນ​ທີ່​ເວົ້າ​ພາສາ​ກຣີກ​ແລະ​ແມ່​ໝ້າຍ​ທີ່​ເວົ້າ​ພາສາ​ເຮັບເຣີ​ໃນ​ເມືອງ​ເຢຣູຊາເລັມ.—ກຈກ. 6:1-6

b ເບິ່ງ​ຄື​ວ່າ ຕາມ​ປົກກະຕິ​ແລ້ວ​ພວກ​ລູກສິດ​ໃໝ່​ໃນ​ຕອນ​ນັ້ນ​ຈະ​ຖືກ​ເຈີມ​ຫຼື​ໄດ້​ຮັບ​ພະລັງ​ບໍ​ລິ​ສຸດ​ຕອນ​ທີ່​ເຂົາ​ເຈົ້າ​ຮັບ​ບັບເຕມາ. ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ປົກຄອງ​ເປັນ​ກະສັດ​ແລະ​ປະໂລຫິດ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ສະຫວັນ. (2ກຣ. 1:21, 22; ພນມ. 5:9, 10; 20:6) ແຕ່​ເຫດການ​ນີ້​ເປັນ​ກໍລະນີ​ພິເສດ ລູກສິດ​ໃໝ່​ບໍ່​ໄດ້​ຖືກ​ເຈີມ​ຕອນ​ທີ່​ເຂົາ​ເຈົ້າ​ຮັບ​ບັບເຕມາ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຂົາ​ເຈົ້າ​ໄດ້​ຮັບ​ພະລັງ​ບໍລິສຸດ​ແລະ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ການ​ອັດສະຈັນ​ຫຼັງ​ຈາກ​ທີ່​ເປໂຕ​ກັບ​ໂຢຮັນ​ວາງ​ມື​ເທິງ​ເຂົາ​ເຈົ້າ.

c ນີ້​ບໍ່​ແມ່ນ​ການ​ກະທຳ​ແບບ​ຟ້າວຟັ່ງ. ເນື່ອງ​ຈາກ​ຄົນ​ເອທິໂອເປຍ​ຄົນ​ນີ້​ເປັນ​ຜູ້​ທີ່​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ ລາວ​ຈຶ່ງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພະຄຳພີ​ຢູ່​ແລ້ວ ລວມ​ທັງ​ຄຳ​ພະຍາກອນ​ຕ່າງ​ໆ​ກ່ຽວ​ກັບ​ເມຊີອາ​ນຳ. ຕອນນີ້​ເມື່ອ​ໄດ້​ຮັບ​ຄວາມ​ຮູ້​ໃນ​ເລື່ອງ​ບົດບາດ​ຂອງ​ພະ​ເຢຊູ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ ລາວ​ຈຶ່ງ​ບໍ່​ລັງເລ​ທີ່​ຈະ​ຮັບ​ບັບເຕມາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌