ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຖຖ ບົດທີ 16 ໜ້າ 124-132
  • “ມາ . . . ທີ່ແຂວງມາເກໂດເນຍແດ່”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ມາ . . . ທີ່ແຂວງມາເກໂດເນຍແດ່”
  • ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ” (ກິດຈະການ 16:6-15)
  • “ຝູງ​ຄົນ​ກໍ​ລຸກ​ຂຶ້ນ . . . ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈ​ຮ້າຍ” (ກິດຈະການ 16:16-24)
  • “ຮັບ​ບັບເຕມາ​ທັນທີ” (ກິດຈະການ 16:25-34)
  • “ຕອນນີ້​ຈະ​ໃຫ້​ພວກ​ເຮົາ​ໄປ​ມິດ​ໆ​ແບບ​ນີ້​ຫວາ?” (ກິດຈະການ 16:35-40)
  • ສັນຕິສຸກຂອງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຜູ້​ຄຸມ​ຄຸກ​ຮຽນ​ເລື່ອງ​ຂອງ​ພະເຈົ້າ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ‘ໂປໂລຍົກເຫດຜົນຈາກພະຄຳພີມາລົມກັບພວກຢິວ’
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ຖຖ ບົດທີ 16 ໜ້າ 124-132

ບົດ​ທີ 16

“ມາ . . . ທີ່​ແຂວງ​ມາເກໂດເນຍ​ແດ່”

ຫຼາຍ​ຄົນ​ໄດ້​ຮັບ​ພອນ​ຍ້ອນ​ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ໄປ​ນຳ​ລາວ​ຮັບ​ເອົາ​ວຽກ​ມອບໝາຍ​ແລະ​ອົດທົນ​ກັບ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ຍິນດີ

ຈາກ​ກິດຈະການ 16:6-40

1-3. (ກ) ພະລັງ​ບໍລິສຸດ​ຊີ້ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ແນວ​ໃດ? (ຂ) ເຮົາ​ຈະ​ໄດ້​ທົບທວນ​ເຫດການ​ຫຍັງ?

ຜູ້​ຍິງ​ກຸ່ມ​ໜຶ່ງ​ອອກ​ຈາກ​ເມືອງ​ຟີລິບປອຍ​ໃນ​ແຂວງ​ມາເກໂດເນຍ ບໍ່​ດົນ​ເຂົາເຈົ້າ​ກໍ​ເດີນທາງ​ມາ​ຮອດ​ແມ່​ນ້ຳ​ການກິທີດ​ເຊິ່ງ​ເປັນ​ແມ່​ນ້ຳ​ສາຍ​ນ້ອຍ. ເຂົາເຈົ້າ​ນັ່ງ​ລົງ​ແຄມ​ແມ່​ນ້ຳ​ເພື່ອ​ອະທິດຖານ​ຫາ​ພະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ແບບ​ທີ່​ເຮັດ​ເປັນ​ປະຈຳ. ພະ​ເຢໂຫວາ​ສັງເກດ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.—2ຂຄ. 16:9; ເພງ. 65:2

2 ໃນ​ເວລາ​ດຽວ​ກັນ​ນັ້ນ​ກໍ​ມີ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ເດີນທາງ​ມາ​ຈາກ​ເມືອງ​ລີສະຕຣາ. ເມືອງ​ນີ້​ຢູ່​ທາງ​ໃຕ້​ຂອງ​ແຂວງ​ຄາລາເຕຍ ແລະ​ຢູ່​ທາງ​ຕາເວັນ​ອອກ​ຂອງ​ເມືອງ​ຟີລິບປອຍ​ທີ່​ຢູ່​ຫ່າງ​ອອກ​ໄປ​ຫຼາຍ​ກວ່າ 800 ກິໂລແມັດ. ບໍ່​ເທົ່າ​ໃດ​ມື້​ຕໍ່​ມາ ເຂົາເຈົ້າ​ກໍ​ມາ​ຮອດ​ທາງ​ຫຼວງ​ທີ່​ປູ​ດ້ວຍ​ຫີນ​ຂອງ​ໂຣມ ທາງ​ຫຼວງ​ນີ້​ຈະ​ໄປ​ທາງ​ຕາເວັນ​ຕົກ​ຈົນ​ຮອດ​ເຂດ​ທີ່​ມີ​ປະຊາກອນ​ຫຼາຍ​ທີ່​ສຸດ​ຂອງ​ແຂວງ​ອາຊີ. ຜູ້​ຊາຍ​ກຸ່ມ​ນີ້​ມີ​ໂປໂລ ຊີລາ ແລະ​ຕີໂມທຽວ. ເຂົາເຈົ້າ​ຢາກ​ເດີນທາງ​ໄປ​ຕາມ​ເສັ້ນ​ທາງ​ນີ້​ເພື່ອ​ຈະ​ໄປ​ຢາມ​ເມືອງ​ເອເຟໂຊ​ແລະ​ເມືອງ​ອື່ນໆ​ທີ່​ຄົນ​ຈຳນວນ​ຫຼາຍ​ຈຳເປັນ​ຕ້ອງ​ໄດ້​ຍິນ​ເລື່ອງ​ພະຄລິດ. ແຕ່​ກ່ອນ​ທີ່​ເຂົາເຈົ້າ​ຈະ​ເລີ່ມ​ເດີນທາງ ພະລັງ​ບໍລິສຸດ​ໄດ້​ຫ້າມ​ເຂົາເຈົ້າ​ໄວ້. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ພະເຈົ້າ​ໃຊ້​ພະລັງ​ບໍລິສຸດ​ຫ້າມ​ເຂົາເຈົ້າ​ແນວ​ໃດ​ໃນ​ເຫດການ​ນັ້ນ ແຕ່​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ໄປ​ປະກາດ​ໃນ​ແຂວງ​ອາຊີ. ຍ້ອນຫຍັງ? ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ພະ​ເຢຊູ​ຊີ້ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ໃຫ້​ເດີນທາງ​ຜ່ານ​ອາຊີ​ນ້ອຍ ຂ້າມ​ທະເລ​ອີ​ຈຽນ ແລະ​ໄປ​ຮອດ​ຝັ່ງ​ແມ່​ນ້ຳ​ສາຍ​ນ້ອຍ​ທີ່​ຊື່​ການກິທີດ.

3 ວິທີ​ທີ່​ພະ​ເຢຊູ​ຊີ້ນຳ​ໂປໂລ​ກັບ​ໝູ່​ຂອງ​ລາວ​ໃຫ້​ໄປ​ແຂວງ​ມາເກໂດເນຍ​ນັ້ນ​ມີ​ບົດ​ຮຽນ​ທີ່​ໜ້າສົນໃຈ​ສຳລັບ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້. ດັ່ງນັ້ນ ໃຫ້​ເຮົາ​ມາ​ທົບທວນ​ບາງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ລະຫວ່າງ​ການ​ເດີນທາງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ຮອບ​ທີ​ສອງ​ຂອງ​ໂປໂລ​ເຊິ່ງ​ເລີ່ມ​ຕົ້ນ​ປະມານ​ປີ 49.

“ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ” (ກິດຈະການ 16:6-15)

4, 5. (ກ) ເກີດ​ຫຍັງ​ຂຶ້ນ​ກັບ​ໂປໂລ​ແລະ​ໝູ່​ຂອງ​ລາວ​ຕອນ​ທີ່​ຢູ່​ໃກ້​ແຂວງ​ບີທີເນຍ? (ຂ) ໂປໂລ​ກັບ​ໝູ່​ຂອງ​ລາວ​ຕັດສິນໃຈ​ເຮັດ​ຫຍັງ ແລະ​ຜົນ​ເປັນ​ແນວ​ໃດ?

4 ເມື່ອ​ຖືກ​ຫ້າມ​ບໍ່​ໃຫ້​ປະກາດ​ຢູ່​ແຂວງ​ອາຊີ ໂປໂລ​ກັບ​ໝູ່​ຂອງ​ລາວ​ເດີນທາງ​ໄປ​ທາງ​ເໜືອ​ເພື່ອ​ຈະ​ປະກາດ​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ບີທີເນຍ. ເພື່ອ​ຈະ​ໄປ​ຮອດ​ຫັ້ນ ເຂົາເຈົ້າ​ອາດ​ຕ້ອງ​ເດີນທາງ​ຫຼາຍ​ມື້​ເທິງ​ຫົນທາງ​ທີ່​ບໍ່​ໄດ້​ປູ​ດ້ວຍ​ຫີນ​ເຊິ່ງ​ຢູ່​ລະຫວ່າງ​ແຂວງ​ຟີເຄຍ​ແລະ​ແຂວງ​ຄາລາເຕຍ. ເສັ້ນ​ທາງ​ນີ້​ມີ​ຄົນ​ອາໄສ​ຢູ່​ບໍ່​ຫຼາຍ ແຕ່​ເມື່ອ​ເຂົາເຈົ້າ​ຮອດ​ແຂວງ​ບີທີເນຍ ພະ​ເຢຊູ​ໄດ້​ໃຊ້​ພະລັງ​ບໍລິສຸດ​ຫ້າມ​ເຂົາເຈົ້າ​ໄວ້​ອີກ. (ກຈກ. 16:6, 7) ຕອນ​ນັ້ນ ເຂົາເຈົ້າ​ຄື​ຊິ​ຮູ້ສຶກ​ສັບສົນ. ເຂົາເຈົ້າ​ຮູ້​ວ່າ​ຈະ​ປະກາດ​ເລື່ອງ​ຫຍັງ​ແລະ​ຈະ​ປະກາດ​ແນວ​ໃດ ແຕ່​ບໍ່​ຮູ້​ວ່າ​ຈະ​ປະກາດ​ຢູ່​ໃສ. ມັນ​ຄື​ກັບ​ວ່າ​ເຂົາເຈົ້າ​ໄດ້​ເຄາະ​ປະຕູ​ເພື່ອ​ຈະ​ເຂົ້າ​ສູ່​ແຂວງ​ອາຊີ ແຕ່​ກໍ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ. ເຂົາເຈົ້າ​ຈຶ່ງ​ເຄາະ​ປະຕູ​ເຂົ້າ​ສູ່​ແຂວງ​ບີທີເນຍ ແຕ່​ກໍ​ເຂົ້າ​ໄປ​ບໍ່​ໄດ້​ອີກ. ເຖິງ​ຈະ​ເປັນ​ແນວ​ນັ້ນ ໂປໂລ​ກໍ​ຕັ້ງໃຈ​ເຄາະ​ປະຕູ​ຕໍ່ໆ​ໄປ​ຈົນ​ກວ່າ​ຈະ​ພົບ​ປະຕູ​ທີ່​ເປີດ​ອອກ. ຫຼັງ​ຈາກນັ້ນ ເຂົາເຈົ້າ​ກໍ​ຕັດສິນໃຈ​ບາງ​ຢ່າງ​ທີ່​ເບິ່ງ​ຄື​ບໍ່​ສົມເຫດສົມຜົນ ເຂົາເຈົ້າ​ເດີນທາງ​ໄປ​ທາງ​ຕາເວັນ​ຕົກ​ແລະ​ຍ່າງ​ໃນ​ໄລຍະ​ທາງ 550 ກິໂລແມັດ ເຂົາເຈົ້າ​ຍ່າງ​ຜ່ານ​ໄປ​ຫຼາຍ​ເມືອງ​ຈົນ​ມາ​ຮອດ​ເມືອງ​ໂທອາດ​ເຊິ່ງ​ເປັນ​ປະຕູ​ສູ່​ແຂວງ​ມາເກໂດເນຍ. (ກຈກ. 16:8) ຢູ່​ຫັ້ນ ໂປໂລ​ໄດ້​ເຄາະ​ປະຕູ​ອີກ​ເປັນ​ເທື່ອ​ທີ​ສາມ ແລ້ວ​ປະຕູ​ກໍ​ເປີດ​ກວ້າງ!

5 ລູກາ​ຜູ້​ຂຽນ​ປຶ້ມ​ຂ່າວດີ​ໄດ້​ມາ​ສົມທົບ​ກັບ​ໂປໂລ​ແລະ​ໝູ່​ຂອງ​ລາວ​ຢູ່​ເມືອງ​ໂທອາດ. ລູກາ​ລາຍງານ​ສິ່ງ​ທີ່​ເກີດຂຶ້ນ​ວ່າ: “ຄືນ​ນັ້ນ ໂປໂລ​ເຫັນ​ນິມິດ ໃນ​ນິມິດ​ນັ້ນ​ມີ​ຜູ້​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ອ້ອນວອນ​ໂປໂລ​ວ່າ: ‘ຂໍ​ມາ​ຊ່ວຍ​ພວກ​ເຮົາ​ທີ່​ແຂວງ​ມາເກໂດເນຍ​ແດ່.’ ຫຼັງ​ຈາກ​ທີ່​ໂປໂລ​ເຫັນ​ນິມິດ ພວກ​ເຮົາ​ກໍ​ພະຍາຍາມ​ຈະ​ໄປ​ແຂວງ​ມາເກໂດເນຍ​ທັນທີ​ເພາະ​ເຫັນ​ວ່າ​ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ​ປະກາດ​ຂ່າວດີ​ກັບ​ຜູ້​ຄົນ​ທີ່​ຢູ່​ຫັ້ນ.”a (ກຈກ. 16:9, 10) ໃນ​ທີ່​ສຸດ ໂປໂລ​ກໍ​ຮູ້​ວ່າ​ຈະ​ປະກາດ​ຢູ່​ໃສ ໂປໂລ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ພະຍາຍາມ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້. ຜູ້​ຊາຍ​ທັງ​ສີ່​ຄົນ​ຂຶ້ນ​ເຮືອ​ໄປ​ແຂວງ​ມາເກໂດເນຍ​ທັນທີ.

ອັກຄະສາວົກໂປໂລກັບຕີໂມທຽວກຳລັງຢືນຢູ່ເທິງດາດຟ້າຂອງເຮືອ. ຕີໂມທຽວຊີ້ໄປຫາບາງຢ່າງທີ່ຢູ່ໄກໆ​ແລະລູກເຮືອກຳລັງເຮັດວຽກ.

“ດັ່ງນັ້ນ ພວກ​ເຮົາ​ຈຶ່ງ​ຂຶ້ນ​ເຮືອ​ຈາກ​ເມືອງ​ໂທອາດ.”—ກິດຈະການ 16:11

6, 7. (ກ) ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເຫດການ​ທີ່​ເກີດຂຶ້ນ​ລະຫວ່າງ​ການ​ເດີນທາງ​ຂອງ​ໂປໂລ? (ຂ) ປະສົບການ​ຂອງ​ໂປໂລ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

6 ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຂໍ​ສັງເກດ​ວ່າ ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເຂົ້າ​ມາ​ແຊກ​ແຊງ​ຫຼັງ​ຈາກ​ທີ່​ໂປໂລ​ເລີ່ມ​ອອກ​ເດີນທາງ​ໄປ​ແຂວງ​ອາຊີ​ແລ້ວ. ພະ​ເຢຊູ​ເຂົ້າ​ມາ​ຢຸດ​ໂປໂລ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເດີນທາງ​ໄປ​ໃກ້​ແຂວງ​ບີທີເນຍ ແລະ​ພະ​ເຢຊູ​ຊີ້ນຳ​ເຂົາເຈົ້າ​ໄປ​ແຂວງ​ມາເກໂດເນຍ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເຂົ້າ​ໄປ​ຮອດ​ເມືອງ​ໂທອາດ. ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ຜູ້​ນຳ​ປະຊາຄົມ​ກໍ​ໃຊ້​ວິທີ​ຄ້າຍໆ​ກັນ. (ກລຊ. 1:18) ຕົວຢ່າງ​ເຊັ່ນ ຊ່ວງ​ໜຶ່ງ​ເຮົາ​ອາດ​ຄິດ​ເຖິງ​ການ​ຮັບໃຊ້​ເປັນ​ໄພໂອເນຍ ຫຼື​ຄິດ​ເຖິງ​ການ​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ ແຕ່​ເປັນ​ໄປ​ໄດ້​ທີ່​ພະ​ເຢຊູ​ຈະ​ຊີ້ນຳ​ເຮົາ​ໂດຍ​ທາງ​ພະລັງ​ບໍລິສຸດ​ຫຼັງ​ຈາກ​ທີ່​ເຮົາ​ລົງມື​ເຮັດ​ບາງ​ຢ່າງ​ຕາມ​ເປົ້າໝາຍ​ທີ່​ເຮົາ​ວາງ​ໄວ້. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ລອງ​ຄິດ​ເຖິງ​ຕົວຢ່າງ​ນີ້ ຄົນ​ຂັບ​ລົດ​ຈະ​ບັງຄັບ​ລົດ​ໃຫ້​ລ້ຽວ​ຊ້າຍ​ຫຼື​ລ້ຽວ​ຂວາ​ໄດ້​ກໍ​ຕໍ່​ເມື່ອ​ລົດ​ກຳລັງ​ເຄື່ອນ​ທີ່​ໄປ​ເທົ່າ​ນັ້ນ ຄ້າຍ​ກັນ ພະ​ເຢຊູ​ຊີ້ນຳ​ເຮົາ​ໃຫ້​ຮັບໃຊ້​ຫຼາຍ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ກຳລັງ​ເຄື່ອນ​ທີ່​ໄປ​ຂ້າງ​ໜ້າ ເຊິ່ງ​ກໍ​ຄື​ຕອນ​ທີ່​ເຮົາ​ອອກ​ຄວາມ​ພະຍາຍາມ​ຢ່າງ​ເຕັມທີ.

7 ແຕ່​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ຍັງ​ບໍ່​ເຫັນ​ຜົນ​ຫຍັງ​ຈາກ​ສິ່ງ​ທີ່​ເຮົາ​ກຳລັງ​ພະຍາຍາມ​ເຮັດ? ເຮົາ​ຄວນ​ລົ້ມ​ເລີກ​ຄວາມ​ຕັ້ງໃຈ​ແລະ​ຄິດ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ບໍ່​ຊີ້ນຳ​ເຮົາ​ແລ້ວ​ບໍ? ເຮົາ​ບໍ່​ຄວນ​ເຮັດ​ແບບ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ ໂປໂລ​ຕ້ອງ​ເຈິ​ບັນຫາ​ຄື​ກັນ ແຕ່​ລາວ​ກໍ​ພະຍາຍາມ​ເຄາະ​ຕໍ່ໆ​ໄປ​ຈົນ​ໄດ້​ເຈິ​ປະຕູ​ທີ່​ເປີດ​ຢູ່. ເຮົາ​ໝັ້ນໃຈ​ໄດ້​ວ່າ ຖ້າ​ເຮົາ​ພະຍາຍາມ​ຕໍ່ໆ​ໄປ ເຮົາ​ກໍ​ຈະ​ເຈິ ‘ໂອກາດ​ທີ່​ເປີດ​ກວ້າງ​ໃຫ້​ໄດ້​ເຮັດ​ວຽກ’ ແລະ​ພະ​ເຢໂຫວາ​ຈະ​ອວຍພອນ​ທີ່​ເຮົາ​ເຮັດ​ແບບ​ນັ້ນ.—1ກຣ. 16:9

8. (ກ) ເມືອງ​ຟີລິບປອຍ​ເປັນ​ເມືອງ​ແບບ​ໃດ? (ຂ) ຕອນ​ທີ່​ໂປໂລ​ຢູ່ “ບ່ອນ​ສຳລັບ​ອະທິດຖານ” ມີ​ເຫດການ​ຫຍັງ​ທີ່​ໜ້າ​ຍິນດີ?

8 ຫຼັງ​ຈາກ​ທີ່​ມາ​ຮອດ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກັບ​ໝູ່​ຂອງ​ລາວ​ກໍ​ເດີນທາງ​ໄປ​ເມືອງ​ຟີລິບປອຍ. ຄົນ​ໃນ​ເມືອງ​ນີ້​ຮູ້ສຶກ​ພູມໃຈ​ທີ່​ຕົວເອງ​ເປັນ​ພົນລະເມືອງ​ໂຣມ. ໃນ​ເມືອງ​ນີ້​ມີ​ຫຼາຍ​ຢ່າງ​ທີ່​ຄ້າຍ​ກັບ​ເມືອງ​ໂຣມ ນີ້​ຈຶ່ງ​ເຮັດ​ໃຫ້​ທະຫານ​ໂຣມ​ທີ່​ກະສຽນ​ແລ້ວ​ມາ​ອາໄສ​ຢູ່​ເມືອງ​ນີ້. ຢູ່​ນອກ​ປະຕູ​ເມືອງ​ມີ​ແມ່​ນ້ຳ​ສາຍ​ນ້ອຍ ພວກ​ມິດຊັນນາຣີ​ເຂົ້າໃຈ​ວ່າ​ມີ​ບໍລິເວນ​ໜຶ່ງ​ທີ່​ຢູ່​ແຄມ​ແມ່​ນ້ຳ​ນັ້ນ​ເປັນ “ບ່ອນ​ສຳລັບ​ອະທິດຖານ.”b ໃນ​ວັນ​ຊະບາໂຕ ເຂົາເຈົ້າ​ໄດ້​ໄປ​ບ່ອນ​ນັ້ນ ແລະ​ເຈິ​ຜູ້​ຍິງ​ຫຼາຍ​ຄົນ​ມາ​ຊຸມນຸມ​ກັນ​ຢູ່​ຫັ້ນ​ເພື່ອ​ນະມັດສະການ​ພະເຈົ້າ. ພວກ​ລູກສິດ​ກໍ​ນັ່ງ​ລົງ​ລົມ​ກັບ​ພວກ​ຜູ້​ຍິງ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ລີເດຍ​ທີ່ “ພະ​ເຢໂຫວາ​ເປີດ​ໃຈ​ລາວ​ໃຫ້​ສົນໃຈ​ຟັງ.” ຫຼັງ​ຈາກ​ທີ່​ໄດ້​ຟັງ​ແລ້ວ ລີເດຍ​ກັບ​ຄົນ​ໃນ​ເຮືອນ​ຂອງ​ລາວ​ກໍ​ຖືກ​ກະຕຸ້ນ​ໃຈ​ໃຫ້​ຮັບ​ບັບເຕມາ. ລີເດຍ​ໄດ້​ອ້ອນວອນ​ໂປໂລ​ກັບ​ໝູ່​ທີ່​ເດີນທາງ​ມາ​ນຳ​ກັນ​ໃຫ້​ມາ​ພັກ​ຢູ່​ເຮືອນ​ຂອງ​ລາວ ລາວ​ອ້ອນວອນ​ຈົນ​ເຂົາເຈົ້າ​ປະຕິເສດ​ບໍ່​ໄດ້.c—ກຈກ. 16:13-15

9. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ຮຽນ​ແບບ​ໂປໂລ​ແນວ​ໃດ ແລະ​ເຂົາເຈົ້າ​ໄດ້​ຮັບ​ພອນ​ຫຍັງ​ແດ່?

9 ລອງ​ຄິດ​ເບິ່ງ​ວ່າ​ໂປໂລ​ກັບ​ໝູ່​ຂອງ​ລາວ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ລີເດຍ​ຮັບ​ບັບເຕມາ! ໂປໂລ​ຕ້ອງ​ດີໃຈ​ຫຼາຍ​ແທ້ໆ​ທີ່​ລາວ​ຕອບ​ຮັບ​ຄຳ​ເຊີນ​ໃຫ້ “ມາ . . . ທີ່​ແຂວງ​ມາເກໂດເນຍ” ແລະ​ພະ​ເຢໂຫວາ​ກໍ​ເຫັນ​ວ່າ​ເໝາະ​ສົມ​ທີ່​ຈະ​ໃຫ້​ລາວ​ກັບ​ໝູ່​ຂອງ​ລາວ​ຕອບ​ຄຳ​ອະທິດຖານ​ຂອງ​ພວກ​ຜູ້​ຍິງ​ທີ່​ຢ້ານຢຳ​ເພິ່ນ. ຄ້າຍ​ກັນ ໃນ​ທຸກ​ມື້​ນີ້​ກໍ​ມີ​ພີ່ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ ທັງ​ໜຸ່ມ​ສາວ​ແລະ​ຜູ້​ສູງ​ອາຍຸ ຄົນ​ໂສດ​ແລະ​ຄົນ​ທີ່​ແຕ່ງດອງ​ແລ້ວ ເຂົາເຈົ້າ​ໄດ້​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ທີ່ຈິງ​ບາງ​ເທື່ອ​ເຂົາເຈົ້າ​ກໍ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ເລື່ອງ​ນີ້​ທຽບ​ບໍ່​ໄດ້​ເລີຍ​ກັບ​ຄວາມ​ສຸກ​ທີ່​ເຂົາເຈົ້າ​ໄດ້​ເຈິ​ກັບ​ຄົນ​ທີ່​ເປັນ​ຄື​ລີເດຍ​ເຊິ່ງ​ຍອມຮັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ເຈົ້າ​ຈະ​ປັບ​ປ່ຽນ​ບາງ​ຢ່າງ​ໃນ​ຊີວິດ​ໄດ້​ບໍ​ເພື່ອ​ຈະ​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ? ຖ້າ​ເຮັດ​ແບບ​ນັ້ນ​ພະ​ເຢໂຫວາ​ຈະ​ອວຍພອນ​ເຈົ້າ​ແທ້ໆ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຊື່ ແອຣອນ. ຕອນ​ທີ່​ອາຍຸ​ປະມານ 20 ປີ ລາວ​ໄດ້​ຍ້າຍ​ໄປ​ປະເທດ​ໜຶ່ງ​ທີ່​ຢູ່​ແຖວ​ອາເມຣິກາ​ກາງ​ເພື່ອ​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ. ລາວ​ບອກ​ວ່າ: “ການ​ຮັບໃຊ້​ຢູ່​ຕ່າງ​ປະເທດ​ຊ່ວຍ​ຂ້ອຍ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ປະກາດ​ໃນ​ເຂດ​ນີ້ ຕອນນີ້​ຂ້ອຍ​ໄດ້​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ຕັ້ງ 8 ຄົນ!”

ພີ່ນ້ອງຍິງສອງຄົນກຳລັງປະກາດກັບໄວລຸ້ນຜູ້ຍິງຄົນໜຶ່ງຢູ່ແຄມທາງ. ຜູ້ຊາຍໄວລຸ້ນຄົນໜຶ່ງຫັນມາເບິ່ງວ່າເຂົາເຈົ້າກຳລັງລົມເລື່ອງຫຍັງ.

ເຮົາ​ຈະ​ໄປ “ທີ່​ແຂວງ​ມາເກໂດເນຍ” ໃນ​ທຸກ​ມື້​ນີ້​ໄດ້​ແນວ​ໃດ?

“ຝູງ​ຄົນ​ກໍ​ລຸກ​ຂຶ້ນ . . . ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈ​ຮ້າຍ” (ກິດຈະການ 16:16-24)

10. ປີສາດ​ເຮັດ​ແນວ​ໃດ​ເພື່ອ​ດຶງ​ຄວາມ​ສົນໃຈ​ຜູ້​ຄົນ​ໄປ​ຈາກ​ການ​ຕິດຕາມ​ພະ​ເຢຊູ​ຄລິດ?

10 ຊາຕານ​ຕ້ອງ​ໃຈ​ຮ້າຍ​ຫຼາຍ​ແທ້ໆ​ທີ່​ໄດ້​ເຫັນ​ຄົນ​ຮຽນ​ຄວາມ​ຈິງ​ແລະ​ຮັບ​ບັບເຕມາ​ໃນ​ເຂດ​ທີ່​ຜູ້​ຄົນ​ເຄີຍ​ຢູ່​ໃຕ້​ອຳນາດ​ຂອງ​ມັນ. ດັ່ງນັ້ນ ຈຶ່ງ​ບໍ່​ແປກ​ທີ່​ພວກ​ປີສາດ​ເຮັດ​ບາງ​ຢ່າງ​ເພື່ອ​ໃຫ້​ຜູ້​ຄົນ​ຕໍ່ຕ້ານ​ໂປໂລ​ກັບ​ໝູ່​ຂອງ​ລາວ! ຕອນ​ທີ່​ເຂົາເຈົ້າ​ໄປ​ຢາມ​ຜູ້​ຄົນ​ໃນ​ບ່ອນ​ສຳລັບ​ອະທິດຖານ ມີ​ສາວໃຊ້​ຄົນ​ໜຶ່ງ​ທີ່​ມີ​ປີສາດ​ສິງ​ຢູ່​ເຊິ່ງ​ຫາ​ເງິນ​ໃຫ້​ເຈົ້າ​ນາຍ​ຂອງ​ໂຕເອງ​ໂດຍ​ການ​ທຳນາຍ. ສາວໃຊ້​ຄົນ​ນີ້​ຍ່າງ​ຕາມ​ໂປໂລ​ກັບ​ໝູ່​ຂອງ​ລາວ​ແລະ​ຮ້ອງ​ວ່າ: “ຄົນ​ພວກ​ນີ້​ເປັນ​ທາດ​ຂອງ​ພະເຈົ້າ​ອົງ​ສູງ​ສຸດ ພວກ​ເຂົາ​ມາ​ປະກາດ​ທາງ​ລອດ​ໃຫ້​ແກ່​ພວກ​ເຈົ້າ.” ປີສາດ​ອາດ​ພະຍາຍາມ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ການ​ທຳນາຍ​ຂອງ​ສາວໃຊ້​ຄົນ​ນີ້​ແລະ​ຄຳສອນ​ຂອງ​ໂປໂລ​ມາ​ຈາກ​ບ່ອນ​ດຽວ​ກັນ. ນີ້​ໄດ້​ດຶງ​ຄວາມ​ສົນໃຈ​ຂອງ​ຜູ້​ຄົນ​ໄປ​ຈາກ​ການ​ຕິດຕາມ​ພະ​ເຢຊູ​ຄລິດ. ໂປໂລ​ຈຶ່ງ​ເຮັດ​ໃຫ້​ສາວໃຊ້​ຄົນ​ນີ້​ມິດ​ໂດຍ​ໄລ່​ປີສາດ​ອອກ​ຈາກ​ລາວ.—ກຈກ. 16:16-18

11. ຫຼັງ​ຈາກ​ໂປໂລ​ໄລ່​ປີສາດ​ອອກ​ຈາກ​ສາວໃຊ້​ແລ້ວ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂປໂລ​ແລະ​ຊີລາ?

11 ຫຼັງ​ຈາກ​ທີ່​ເຈົ້າ​ນາຍ​ຂອງ​ສາວໃຊ້​ຄົນ​ນີ້​ຮູ້​ວ່າ​ສາວໃຊ້​ບໍ່​ສາມາດ​ຫາ​ເງິນ​ໃຫ້​ລາວ​ໄດ້​ແລ້ວ ເຂົາເຈົ້າ​ກໍ​ໃຈ​ຮ້າຍ​ຫຼາຍ. ເຂົາເຈົ້າ​ລາກ​ໂຕ​ໂປໂລ​ກັບ​ຊີລາ​ໄປ​ຕະຫຼາດ​ເຊິ່ງ​ມີ​ເຈົ້າ​ໜ້າທີ່​ປົກຄອງ​ທີ່​ເປັນ​ຕົວແທນ​ຂອງ​ໂຣມ​ພິຈາລະນາ​ຄະດີ​ຢູ່. ເຈົ້າ​ນາຍ​ຂອງ​ສາວໃຊ້​ຮູ້​ວ່າ​ຜູ້​ພິພາກສາ​ຊັງ​ຄົນ​ຢິວ​ແລະ​ພູມໃຈ​ທີ່​ໂຕເອງ​ເປັນ​ພົນລະເມືອງ​ໂຣມ ລາວ​ຈຶ່ງ​ບອກ​ຜູ້​ພິພາກສາ​ວ່າ: ‘ຄົນ​ຢິວ​ພວກ​ນີ້​ກໍ່​ຄວາມ​ບໍ່​ສະຫງົບ​ໃນ​ບ້ານ​ເມືອງ​ຂອງ​ເຮົາ​ໂດຍ​ເຜີຍ​ແຜ່​ທຳນຽມ​ທີ່​ກົດໝາຍ​ຂອງ​ພວກ​ເຮົາ​ເຊິ່ງ​ເປັນ​ພົນລະເມືອງ​ໂຣມ​ຫ້າມ​ບໍ່​ໃຫ້​ເຮັດ.’ ຫຼັງ​ຈາກ​ໄດ້​ຟັງ​ຄຳເວົ້າ​ນັ້ນ ຜູ້​ຄົນ​ກໍ​ໃຈ​ຂຶ້ນ​ທັນທີ “ຝູງ​ຄົນ [ໃນ​ຕະຫຼາດ] ກໍ​ລຸກ​ຂຶ້ນ​ແລະ​ຮ້ອງ​ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈ​ຮ້າຍ” ແລະ​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ສັ່ງ​ໃຫ້ “ເອົາ​ໄມ້​ຕີ​ພວກ​ເຂົາ.” ຫຼັງ​ຈາກນັ້ນ ໂປໂລ​ກັບ​ຊີລາ​ຖືກ​ລາກ​ໂຕ​ເຂົ້າ​ຄຸກ. ທັງໆ​ທີ່​ເຂົາເຈົ້າ​ຍັງ​ບາດເຈັບ​ຢູ່ ແຕ່​ຜູ້​ຄຸມ​ຄຸກ​ກໍ​ໂຍນ​ເຂົາ​ເຈົ້າ​ເຂົ້າ​ໄປໃນຄຸກແລະ​ໃສ່​ຂື່​ໄວ້​ຢູ່​ຕີນ​ນຳ. (ກຈກ. 16:19-24) ເມື່ອ​ຜູ້​ຄຸມ​ຄຸກ​ປິດ​ປະຕູ ຫ້ອງ​ຂັງ​ຄື​ຊິ​ມືດ​ຈົນ​ໂປໂລ​ກັບ​ຊີລາ​ແນມ​ບໍ່​ເຫັນ​ກັນ​ເລີຍ. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ເຫດການ​ນີ້​ຢູ່.—ເພງ. 139:12

12. (ກ) ພວກ​ລູກສິດ​ຂອງ​ພະຄລິດ​ເບິ່ງ​ການ​ຂົ່ມເຫງ​ແນວ​ໃດ ແລະ​ຍ້ອນຫຍັງ? (ຂ) ການ​ຕໍ່ຕ້ານ​ແບບ​ໃດ​ແດ່​ທີ່​ຊາຕານ​ກັບ​ຄົນ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ມັນ​ຍັງ​ໃຊ້​ຢູ່?

12 ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ພະ​ເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ: “ພວກ​ເຂົາ​ຈະ​ຂົ່ມເຫງ​ພວກ​ເຈົ້າ​ຄື​ກັນ.” (ຢຮ. 15:20) ດັ່ງນັ້ນ ເມື່ອ​ໂປໂລ​ກັບ​ໝູ່​ຂອງ​ລາວ​ເຂົ້າ​ໄປ​ໃນ​ແຂວງ​ມາເກໂດເນຍ ເຂົາເຈົ້າ​ໄດ້​ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຕໍ່ຕ້ານ​ແລ້ວ. ເມື່ອ​ເຈິ​ການ​ຂົ່ມເຫງ ເຂົາເຈົ້າ​ກໍ​ເຂົ້າໃຈ​ວ່າ​ນີ້​ເປັນ​ຍ້ອນ​ຊາຕານ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ​ແລະ​ບໍ່​ໄດ້​ເປັນ​ຍ້ອນ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຂົາເຈົ້າ. ໃນ​ທຸກ​ມື້​ນີ້ ຜູ້​ຄົນ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ຊາຕານ​ຍັງ​ເຮັດ​ຄື​ກັບ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ເມືອງ​ຟີລິບປອຍ. ພວກ​ຜູ້​ຕໍ່ຕ້ານ​ເວົ້າ​ເລື່ອງ​ທີ່​ບໍ່​ຈິງ​ກ່ຽວກັບ​ພວກ​ເຮົາ​ຢູ່​ໂຮງຮຽນ​ແລະ​ຢູ່​ບ່ອນ​ເຮັດ​ວຽກ ເຂົາເຈົ້າ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ມັກ​ພວກ​ເຮົາ. ໃນ​ບາງ​ປະເທດ ພວກ​ຜູ້​ຕໍ່ຕ້ານ​ທາງ​ສາສະໜາ​ກ່າວຫາ​ວ່າ​ເຮົາ​ເປັນ​ໂຕ​ບັນຫາ​ເພາະ​ຜູ້​ຄົນ​ບໍ່​ມັກ​ສິ່ງ​ທີ່​ເຮົາ​ສອນ ແລະ​ໃນ​ບາງ​ປະເທດ ພີ່ນ້ອງ​ຂອງ​ເຮົາ​ຖືກ​ທຸບ​ຕີ​ແລະ​ຖືກ​ຂັງ​ຄຸກ. ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ເຝົ້າ​ເບິ່ງ​ຢູ່.—1ປຕ. 3:12

“ຮັບ​ບັບເຕມາ​ທັນທີ” (ກິດຈະການ 16:25-34)

13. ສິ່ງ​ໃດ​ເຮັດ​ໃຫ້​ຜູ້​ຄຸມ​ຄຸກ​ຖາມ​ວ່າ: “ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ​ໄດ້?”

13 ໂປໂລ​ກັບ​ຊີລາ​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ເພື່ອ​ຈະ​ຟື້ນ​ໂຕ​ຈາກ​ການ​ຖືກ​ທຸບ​ຕີ. ແຕ່​ເມື່ອ​ຮອດ​ປະມານ​ທ່ຽງ​ຄືນ ເຂົາເຈົ້າ​ກໍ​ຮູ້ສຶກ​ດີ​ຂຶ້ນ​ຈົນ​ສາມາດ “ອະທິດຖານ​ແລະ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ.” ແລ້ວ​ຢູ່​ດີໆ​ກໍ​ມີ​ແຜ່ນດິນ​ໄຫວ​ຈົນ​ຄຸກ​ສັ່ນ​ສະເທືອນ! ເມື່ອ​ຜູ້​ຄຸມ​ຄຸກ​ຕື່ນ​ຂຶ້ນ​ມາ​ເຫັນ​ປະຕູ​ຄຸກ​ເປີດ​ຢູ່​ກໍ​ຢ້ານ​ວ່າ​ນັກໂທດ​ໜີ​ໄປ​ໝົດ​ແລ້ວ. ຍ້ອນ​ລາວ​ຮູ້​ວ່າ​ໂຕເອງ​ຈະ​ຖືກ​ລົງໂທດ​ຖ້າ​ປ່ອຍ​ໃຫ້​ນັກໂທດ​ໜີ​ໄປ​ໄດ້ ລາວ​ຈຶ່ງ “ຖອດ​ດາບ​ອອກ​ມາ​ເພື່ອ​ຈະ​ຂ້າ​ຕົວ​ຕາຍ” ແຕ່​ໂປໂລ​ຮ້ອງ​ວ່າ: “ຢ່າ​ທຳຮ້າຍ​ຕົວເອງ​ເລີຍ ພວກ​ເຮົາ​ທຸກ​ຄົນ​ຍັງ​ຢູ່​ນີ້!” ຜູ້​ຄຸມ​ຄຸກ​ທີ່​ກຳລັງ​ທຸກໃຈ​ເລີຍ​ຖາມ​ວ່າ: “ທ່ານ​ເອີຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ​ໄດ້?” ໂປໂລ​ກັບ​ຊີລາ​ບໍ່​ສາມາດ​ຊ່ວຍ​ລາວ​ໃຫ້​ລອດ​ໄດ້ ມີ​ແຕ່​ພະ​ເຢຊູ​ເທົ່າ​ນັ້ນ​ທີ່​ຊ່ວຍ​ໄດ້. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຕອບ​ລາວ​ວ່າ: “ໃຫ້​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ເປັນ​ນາຍ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຈະ​ລອດ.”—ກຈກ. 16:25-31

14. (ກ) ໂປໂລ​ກັບ​ຊີລາ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ຄຸມ​ຄຸກ​ແນວ​ໃດ? (ຂ) ໂປໂລ​ກັບ​ຊີລາ​ໄດ້​ຮັບ​ພອນ​ຫຍັງ​ຫຼັງ​ຈາກ​ທີ່​ອົດທົນ​ກັບ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ຍິນດີ?

14 ຜູ້​ຄຸມ​ຄຸກ​ຈິງໃຈ​ບໍ​ທີ່​ຖາມ​ແບບ​ນັ້ນ? ໂປໂລ​ບໍ່​ສົງໄສ​ເລື່ອງ​ນີ້​ເລີຍ. ຜູ້​ຄຸມ​ຄຸກ​ເປັນ​ຄົນ​ຕ່າງ​ຊາດ​ເຊິ່ງ​ບໍ່​ລຶ້ງ​ເຄີຍ​ກັບ​ພະຄຳພີ. ກ່ອນ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ຕ້ອງ​ຮຽນ​ຮູ້​ແລະ​ຍອມຮັບ​ຄວາມ​ຈິງ​ພື້ນຖານ​ໃນ​ພະຄຳພີ. ດັ່ງນັ້ນ ໂປໂລ​ກັບ​ຊີລາ​ຈຶ່ງ​ໃຊ້​ເວລາ​ສອນ “ຄຳສອນ​ຂອງ​ພະ​ເຢໂຫວາ” ໃຫ້​ລາວ. ຕອນ​ທີ່​ໂປໂລ​ກັບ​ຊີລາ​ກຳລັງ​ຈົດຈໍ່​ກັບ​ການ​ສອນ​ພະຄຳພີ​ຈົນ​ລືມ​ຄວາມ​ເຈັບ​ປວດ​ຈາກ​ການ​ຖືກ​ທຸບ​ຕີ ຜູ້​ຄຸມ​ຄຸກ​ໄດ້​ສັງເກດ​ເຫັນ​ບາດ​ເລິກ​ຢູ່​ເທິງ​ຫຼັງ​ຂອງ​ເຂົາເຈົ້າ. ຜູ້​ຄຸມ​ຄຸກ​ຈຶ່ງ​ລ້າງ​ບາດ​ໃຫ້ ຈາກນັ້ນ​ລາວ​ກັບ​ຄົນ​ໃນ​ເຮືອນ “ກໍ​ຮັບ​ບັບເຕມາ​ທັນທີ.” ໂປໂລ​ກັບ​ຊີລາ​ໄດ້​ຮັບ​ພອນ​ຫຼາຍ​ແທ້ໆ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ອົດທົນ​ກັບ​ການ​ຂົ່ມເຫງ​ດ້ວຍ​ຄວາມ​ຍິນດີ!—ກຈກ. 16:32-34

15. (ກ) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ກັບ​ຊີລາ​ແນວ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ໄປ​ຫາ​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຮົາ​ຕໍ່ໆ​ໄປ?

15 ຄື​ກັບ​ໂປໂລ​ແລະ​ຊີລາ ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ປະກາດ​ຂ່າວດີ​ທັງໆ​ທີ່​ຖືກ​ຂັງ​ຄຸກ​ຍ້ອນ​ຄວາມ​ເຊື່ອ ແລະ​ພະ​ເຢໂຫວາ​ກໍ​ອວຍພອນ​ເຂົາເຈົ້າ​ນຳ. ຕົວຢ່າງ​ເຊັ່ນ ໃນ​ປະເທດ​ໜຶ່ງ​ທີ່​ວຽກ​ຂອງ​ເຮົາ​ເຄີຍ​ຖືກ​ສັ່ງ​ຫ້າມ ມີ​ຢູ່​ເທື່ອ​ໜຶ່ງ​ທີ່ 40 ເປີເຊັນ​ຂອງ​ພະຍານ​ພະ​ເຢໂຫວາ​ທັງໝົດ​ໃນ​ປະເທດ​ນັ້ນ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ​ຕອນ​ທີ່​ຢູ່​ໃນ​ຄຸກ! (ອຊຢ. 54:17) ຂໍ​ສັງເກດ​ອີກ​ຈຸດ​ໜຶ່ງ​ຄື ຜູ້​ຄຸມ​ຄຸກ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ແລ້ວ ຄ້າຍ​ກັນ ບາງ​ຄົນ​ໃນ​ທຸກ​ມື້​ນີ້​ທີ່​ບໍ່​ເຄີຍ​ຕອບ​ຮັບ​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ອາດຈະ​ເປັນ​ຄື​ກັບ​ຜູ້​ຄຸມ​ຄຸກ​ຄົນ​ນີ້ ເຂົາເຈົ້າ​ອາດຈະ​ສົນໃຈ​ຄວາມ​ຈິງ​ຫຼັງ​ຈາກ​ທີ່​ມີ​ບັນຫາ​ຫຼື​ເຫດການ​ບາງ​ຢ່າງ​ທີ່​ສົ່ງ​ຜົນ​ຕໍ່​ຊີວິດ​ເຂົາເຈົ້າ. ດັ່ງນັ້ນ ການ​ທີ່​ເຮົາ​ໄປ​ຫາ​ເຂົາເຈົ້າ​ຫຼາຍ​ເທື່ອ​ກໍ​ສະແດງ​ວ່າ​ເຮົາ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາເຈົ້າ.

“ຕອນນີ້​ຈະ​ໃຫ້​ພວກ​ເຮົາ​ໄປ​ມິດ​ໆ​ແບບ​ນີ້​ຫວາ?” (ກິດຈະການ 16:35-40)

16. ຕອນ​ເຊົ້າ​ຫຼັງ​ຈາກ​ທີ່​ໂປໂລ​ກັບ​ຊີລາ​ຖືກ​ຕີ ສະຖານະການ​ໄດ້​ປ່ຽນ​ໄປ​ແນວ​ໃດ?

16 ຕອນ​ເຊົ້າ​ຫຼັງ​ຈາກ​ທີ່​ໂປໂລ​ກັບ​ຊີລາ​ຖືກ​ຕີ​ແລ້ວ ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ກໍ​ສັ່ງ​ໃຫ້​ປ່ອຍ​ໂຕ​ໂປໂລ​ກັບ​ຊີລາ ແຕ່​ໂປໂລ​ບອກ​ວ່າ: “ພວກ​ເຂົາ​ຕີ​ພວກ​ເຮົາ​ທີ່​ເປັນ​ພົນລະເມືອງ​ໂຣມ​ໃນ​ບ່ອນ​ສາທາລະນະ ແລະ​ຂັງ​ພວກ​ເຮົາ​ໄວ້​ໃນ​ຄຸກ ທັງໆ​ທີ່​ຍັງ​ບໍ່​ໄດ້​ຕັດສິນ​ວ່າ​ມີ​ຄວາມ​ຜິ​ດ. ຕອນນີ້​ຈະ​ໃຫ້​ພວກ​ເຮົາ​ໄປ​ມິດໆ​ແບບ​ນີ້​ຫວາ? ບໍ່​ໄດ້​ດອກ! ໃຫ້​ພວກ​ເຂົາ​ມາ​ພາ​ພວກ​ເຮົາ​ອອກ​ໄປ​ແມະ.” ເມື່ອ​ໄດ້​ຍິນ​ວ່າ​ທັງ​ສອງ​ຄົນ​ນັ້ນ​ເປັນ​ພົນລະເມືອງ​ໂຣມ ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ “ກໍ​ຢ້ານ” ເພາະ​ເຂົາເຈົ້າ​ໄດ້​ລະເມີດ​ສິດທິ​ພົນລະເມືອງ.d ຕອນນີ້​ສະຖານະການ​ປ່ຽນ​ໄປ. ກ່ອນ​ໜ້າ​ນີ້​ພວກ​ລູກສິດ​ຖືກ​ທຸບ​ຕີ​ຕໍ່​ໜ້າ​ຜູ້​ຄົນ ແຕ່​ຕອນນີ້​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ຕ້ອງ​ມາ​ຂໍໂທດ​ພວກ​ລູກສິດ​ຕໍ່​ໜ້າ​ຜູ້​ຄົນ. ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ໄດ້​ອ້ອນວອນ​ໂປໂລ​ກັບ​ຊີລາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ຟີລິບປອຍ ເຂົາເຈົ້າ​ກໍ​ຍອມ​ເຮັດ​ຕາມ. ແຕ່​ກ່ອນ​ຈະ​ໄປ ເຂົາເຈົ້າ​ໄດ້​ໃຊ້​ເວລາ​ໃຫ້​ກຳລັງ​ໃຈ​ພວກ​ລູກສິດ​ໃໝ່​ທີ່​ກຳລັງ​ເພີ່ມ​ຂຶ້ນ ແລ້ວ​ຫຼັງ​ຈາກນັ້ນ​ກໍ​ອອກ​ເດີນທາງ.

17. ພວກ​ລູກສິດ​ໃໝ່​ໄດ້​ບົດ​ຮຽນ​ທີ່​ສຳຄັນ​ຫຍັງ​ເມື່ອ​ໄດ້​ເຫັນ​ຄວາມ​ອົດທົນ​ຂອງ​ໂປໂລ​ກັບ​ຊີລາ?

17 ຖ້າ​ໂປໂລ​ກັບ​ຊີລາ​ບອກ​ວ່າ​ເຂົາເຈົ້າ​ເປັນ​ພົນລະເມືອງ​ໂຣມ​ຕັ້ງ​ແຕ່​ທຳອິດ ເຂົາເຈົ້າ​ອາດຈະ​ບໍ່​ຖືກ​ຕີ. (ກຈກ. 22:25, 26) ແຕ່​ນີ້​ອາດ​ເຮັດ​ໃຫ້​ພວກ​ລູກສິດ​ໃນ​ເມືອງ​ຟີລິບປອຍ​ຮູ້ສຶກ​ວ່າ​ໂປໂລ​ກັບ​ຊີລາ​ໄດ້​ໃຊ້​ສິດ​ພົນລະເມືອງ​ຂອງ​ໂຕເອງ​ເພື່ອ​ຈະ​ບໍ່​ຕ້ອງ​ທົນທຸກ​ຍ້ອນ​ຂ່າວດີ. ແລ້ວ​ນັ້ນ​ອາດຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພວກ​ລູກສິດ​ທີ່​ບໍ່​ໄດ້​ເປັນ​ພົນລະເມືອງ​ໂຣມ? ເນື່ອງ​ຈາກ​ກົດໝາຍ​ນັ້ນ​ຈະ​ບໍ່​ໄດ້​ປົກປ້ອງ​ເຂົາເຈົ້າ​ບໍ່​ໃຫ້​ຖືກ​ຕີ ດັ່ງນັ້ນ ໂປໂລ​ກັບ​ໝູ່​ຈຶ່ງ​ເລືອກ​ທີ່​ຈະ​ຖືກ​ລົງໂທດ​ເພື່ອ​ເຮັດ​ໃຫ້​ພີ່ນ້ອງ​ໃໝ່​ເຫັນ​ວ່າ ລູກສິດ​ຂອງ​ພະຄລິດ​ສາມາດ​ຮັກສາ​ຄວາມ​ສັດຊື່​ໄດ້​ເຖິງ​ຈະ​ຖືກ​ຂົ່ມເຫງ. ນອກ​ຈາກນັ້ນ ຕໍ່​ມາ​ໂປໂລ​ກັບ​ຊີລາ​ບອກ​ວ່າ​ເຂົາເຈົ້າ​ເປັນ​ພົນລະເມືອງ​ໂຣມ ນີ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ຕ້ອງ​ຍອມ​ປະກາດ​ຕໍ່​ໜ້າ​ຜູ້​ຄົນ​ວ່າ​ເຂົາເຈົ້າ​ເອງ​ເປັນ​ຝ່າຍ​ເຮັດ​ຜິດ​ກົດ. ການ​ເຮັດ​ແບບ​ນີ້​ອາດ​ຊ່ວຍ​ໃຫ້​ພວກ​ເຈົ້າ​ໜ້າທີ່​ຝ່າຍ​ປົກຄອງ​ຕ້ອງ​ລະວັງ​ຫຼາຍ​ຂຶ້ນ ແລະ​ຍັງ​ເປັນ​ການ​ປົກປ້ອງ​ຄລິດສະຕຽນ​ໃນ​ຕອນ​ນັ້ນ​ຈາກ​ການ​ຖືກ​ຂົ່ມເຫງ.

18. (ກ) ຜູ້​ດູແລ​ໃນ​ທຸກ​ມື້​ນີ້​ຮຽນ​ແບບ​ໂປໂລ​ແນວ​ໃດ? (ຂ) ເຮົາ​ຈະ “ປົກປ້ອງ​ຂ່າວດີ​ແລະ​ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ” ແນວ​ໃດ​ໃນ​ປັດຈຸບັນ?

18 ໃນ​ທຸກ​ມື້​ນີ້ ຜູ້​ດູແລ​ນຳໜ້າ​ພີ່ນ້ອງ​ໃນ​ປະຊາຄົມ​ຄລິດສະຕຽນ​ໂດຍ​ເຮັດ​ໃຫ້​ເຫັນ​ເປັນ​ແບບ​ຢ່າ​ງ. ຜູ້​ດູແລ​ເຕັມໃຈ​ເຮັດ​ທຸກ​ຢ່າງ​ທີ່​ເຂົາເຈົ້າ​ຢາກ​ໃຫ້​ພີ່ນ້ອງ​ເຮັດ. ຄື​ກັບ​ໂປໂລ ເຮົາ​ຄິດ​ຢ່າງ​ຮອບຄອບ​ວ່າ​ຈະ​ໃຊ້​ສິດ​ທາງ​ກົດໝາຍ​ຂອງ​ເຮົາ​ແນວ​ໃດ​ແລະ​ຕອນ​ໃດ​ເພື່ອ​ຈະ​ໄດ້​ຮັບ​ການ​ຄຸ້ມຄອງ. ຖ້າ​ຈຳເປັນ ເຮົາ​ອາດ​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ທ້ອງຖິ່ນ ສານ​ລະດັບ​ຊາດ ລວມ​ທັງ​ສານ​ລະຫວ່າງ​ປະເທດ​ດ້ວຍ​ຊ້ຳ​ເພື່ອ​ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຕາມ​ກົດໝາຍ​ແລະ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ໄດ້. ເປົ້າໝາຍ​ຂອງ​ເຮົາ​ບໍ່​ແມ່ນ​ເພື່ອ​ປ່ຽນແປງ​ສັງຄົມ​ໃຫ້​ດີ​ຂຶ້ນ ແຕ່​ເພື່ອ “ປົກປ້ອງ​ຂ່າວດີ​ແລະ​ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ” ຄື​ກັບ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ປະຊາຄົມ​ໃນ​ເມືອງ​ຟີລິບປອຍ​ປະມານ 10 ປີ​ຫຼັງ​ຈາກ​ທີ່​ລາວ​ຖືກ​ຂັງ​ຄຸກ. (ຟລປ. 1:7) ແຕ່​ບໍ່​ວ່າ​ສານ​ຈະ​ຕັດສິນ​ອອກ​ມາ​ແນວ​ໃດ ເຮົາ​ຈະ​ເຮັດ​ຄື​ກັບ​ໂປໂລ​ແລະ​ໝູ່​ຂອງ​ລາວ ເຊິ່ງ​ກໍ​ຄື​ເຮົາ​ຈະ “ປະກາດ​ຂ່າວດີ” ຕໍ່​ໄປ​ໃນ​ທຸກ​ບ່ອນ​ທີ່​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊີ້ນຳ.—ກຈກ. 16:10

ລູກາ—ຜູ້​ຂຽນ​ປຶ້ມ​ກິດຈະການ

ຕັ້ງແຕ່​ບົດ​ທຳອິດ​ຈົນ​ຮອດ​ບົດ 16 ຂໍ້ 9 ຜູ້​ຂຽນ​ປຶ້ມ​ກິດຈະການ​ບັນລະຍາຍ​ເຫດການ​ຄື​ກັບ​ວ່າ​ເປັນ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ແລະ​ເຮັດ. ແນວ​ໃດ​ກໍ​ຕາມ ຕັ້ງແຕ່​ກິດຈະການ 16:10, 11 ລັກສະນະ​ການ​ຂຽນ​ຂອງ​ລາວ​ໄດ້​ປ່ຽນ​ໄປ​ຫຼາຍ. ຕົວຢ່າງ​ເຊັ່ນ ໃນ​ຂໍ້ 11 ຜູ້​ຂຽນ​ບອກ​ວ່າ “ພວກ​ເຮົາ​ຈຶ່ງ​ຂຶ້ນ​ເຮືອ​ຈາກ​ເມືອງ​ໂທອາດ​ໄປ​ທີ່​ເກາະ​ຊາໂມຕາເກ” ບ່ອນ​ນີ້​ແຫຼະ​ທີ່​ລູກາ​ຜູ້​ຂຽນ​ປຶ້ມ​ນີ້​ເລີ່ມ​ມີ​ສ່ວນ​ໃນ​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ. ແຕ່​ເນື່ອງ​ຈາກ​ໃນ​ປຶ້ມ​ກິດຈະການ​ບໍ່​ມີ​ຊື່​ຂອງ​ລູກາ​ເລີຍ ແລ້ວ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ລູກາ​ເປັນ​ຜູ້​ຂຽນ​ແທ້ໆ?

ລູການັ່ງຢູ່ໂຕະແລະກຳລັງຂຽນມ້ວນໜັງສື.

ຄຳ​ຕອບ​ຮູ້​ໄດ້​ຈາກ​ຄຳນຳ​ຂອງ​ປຶ້ມ​ກິດຈະການ​ແລະ​ປຶ້ມ​ຂ່າວດີ​ທີ່​ຂຽນ​ໂດຍ​ລູກາ. ຄຳນຳ​ໃນ​ປຶ້ມ​ທັງ​ສອງ​ຫົວ​ນີ້​ມີ​ການ​ຂຽນ​ເຖິງ​ຄົນ​ທີ່​ຊື່ “ເທໂອຟີໂລ.” (ລກ. 1:1, 3; ກຈກ. 1:1) ປຶ້ມ​ກິດຈະການ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ: “ສະບາຍ​ດີ​ເທໂອຟີໂລ ປຶ້ມ​ຫົວ​ທຳອິດ​ທີ່​ຂ້ອຍ​ເຄີຍ​ຂຽນ​ເຖິງ​ເຈົ້າ​ເປັນ​ເລື່ອງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະ​ເຢຊູ​ສອນ​ແລະ​ເຮັດ​ຕັ້ງແຕ່​ເລີ່ມ​ຕົ້ນ.” ເນື່ອງ​ຈາກ​ຜູ້​ຊ່ຽວຊານ​ໃນ​ສະໄໝ​ບູຮານ​ມີ​ຄວາມ​ເຫັນ​ກົງ​ກັນ​ວ່າ “ປຶ້ມ​ຫົວ​ທຳອິດ” ເປັນ​ປຶ້ມ​ທີ່​ລູກາ​ຂຽນ ດັ່ງນັ້ນ ລູກາ​ກໍ​ຕ້ອງ​ເປັນ​ຜູ້​ຂຽນ​ປຶ້ມ​ກິດຈະການ​ນຳ.

ເຮົາ​ມີ​ຂໍ້ມູນ​ກ່ຽວກັບ​ລູກາ​ບໍ່​ຫຼາຍ. ຊື່​ຂອງ​ລາວ​ມີ​ພຽງ​ແຕ່ 3 ເທື່ອ​ໃນ​ຄຳພີ​ໄບເບິນ. ອັກຄະສາວົກ​ໂປໂລ​ເອີ້ນ​ລູກາ​ວ່າ: “ທ່ານ​ໝໍ​ທີ່​ພີ່ນ້ອງ​ຮັກ” ແລະ​ເປັນ​ໜຶ່ງ​ໃນ “ເພື່ອນ​ຮ່ວມ​ງານ” ຂອງ​ລາວ. (ກລຊ. 4:14; ຟລມ. 24) ສ່ວນ​ຕ່າງໆ​ໃນ​ປຶ້ມ​ກິດຈະການ​ທີ່​ໃຊ້​ຄຳ​ວ່າ “ພວກ​ເຮົາ” ໝາຍ​ຄວາມ​ວ່າ​ລູກາ​ລວມ​ເອົາ​ຕົວເອງ​ຢູ່​ໃນ​ເຫດການ​ນຳ. ນີ້​ສະແດງ​ວ່າ​ລາວ​ຮ່ວມ​ເດີນທາງ​ໄປ​ກັບ​ອັກຄະສາວົກ​ໂປໂລ​ເປັນ​ເທື່ອ​ທຳອິດ​ຈາກ​ເມືອງ​ໂທອາດ​ຫາ​ເມືອງ​ຟີລິບປອຍ​ປະມານ​ປີ 50. ແຕ່​ຫຼັງ​ຈາກ​ທີ່​ໂປໂລ​ອອກ​ຈາກ​ເມືອງ​ຟີລິບປອຍ ລູກາ​ກໍ​ບໍ່​ໄດ້​ຢູ່​ກັບ​ໂປໂລ​ອີກ​ຕໍ່​ໄປ. ທັງ​ສອງ​ຄົນ​ເຈິ​ກັນ​ອີກ​ໃນ​ເມືອງ​ຟີລິບປອຍ​ປະມານ​ປີ 56 ແລະ​ເດີນທາງ​ຮ່ວມ​ກັບ​ພີ່ນ້ອງ​ຊາຍ​ອີກ 7 ຄົນ​ຈາກ​ເມືອງ​ຟີລິບປອຍ​ຫາ​ເມືອງ​ເຢຣູຊາເລັມ​ເຊິ່ງ​ເປັນ​ບ່ອນ​ທີ່​ໂປໂລ​ຖືກ​ຈັບ. ສອງ​ປີ​ຕໍ່​ມາ ລູກາ​ເດີນທາງ​ໄປ​ກັບ​ໂປໂລ​ຈາກ​ເມືອງ​ກາຍຊາເຣຍ​ຫາ​ໂຣມ ຕອນ​ນັ້ນ​ໂປໂລ​ຍັງ​ຖື​ລ່າມ​ໂສ້​ຢູ່. (ກຈກ. 16:10-17, 40; 20:5–21:17; 24:27; 27:1–28:16) ຕອນ​ທີ່​ໂປໂລ​ຖືກ​ຂັງ​ເປັນ​ເທື່ອ​ທີ​ສອງ​ໃນ​ໂຣມ ລາວ​ຮູ້​ວ່າ​ຕົວເອງ​ກຳລັງ​ຈະ​ຖືກ​ປະຫານ​ຊີວິດ ຕອນ​ນັ້ນ “ມີ​ລູກາ​ຜູ້​ດຽວ” ທີ່​ຢູ່​ນຳ​ລາວ. (2ຕມ. 4:6, 11) ເຫັນ​ໄດ້​ແຈ້ງ​ວ່າ​ລູກາ​ເດີນທາງ​ໄກ​ແລະ​ເຕັມໃຈ​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ເພື່ອ​ຂ່າວດີ.

ລູກາ​ບໍ່​ໄດ້​ບອກ​ວ່າ​ສິ່ງ​ທີ່​ລາວ​ຂຽນ​ກ່ຽວກັບ​ພະ​ເຢຊູ​ເປັນ​ສິ່ງ​ທີ່​ລາວ​ເຫັນ​ດ້ວຍ​ຕາ​ໂຕເອງ. ກົງ​ກັນ​ຂ້າມ ລູກາ​ບອກ​ວ່າ​ລາວ​ໄດ້​ພະຍາຍາມ “ລວບລວມ​ແລະ​ບັນທຶກ​ເລື່ອງ” ໂດຍ​ອາໄສ​ຄຳ​ບອກ​ເລົ່າ​ຈາກ “ຄົນ . . . ເຊິ່ງ​ເຫັນ​ເຫດການ” ຍິ່ງ​ກວ່າ​ນັ້ນ ເພື່ອ​ຈະ “ຮຽບ​ຮຽງ​ເລື່ອງ​ຢ່າງ​ຖືກຕ້ອງ​ເໝາະ​ສົມ” ລູກາ “ຄົ້ນຄວ້າ​ທຸກ​ສິ່ງ​ຕັ້ງແຕ່​ຕົ້ນ​ຢ່າງ​ລະອຽດ​ຖີ່​ຖ້ວນ.” (ລກ. 1:1-3) ຂໍ້ມູນ​ໃນ​ປຶ້ມ​ກິດຈະການ​ເປັນ​ຂໍ້​ພິສູດ​ວ່າ​ລູກາ​ເປັນ​ນັກ​ຄົ້ນຄວ້າ​ທີ່​ລະອຽດ​ຖີ່​ຖ້ວນ ເປັນ​ໄປ​ໄດ້​ວ່າ​ລາວ​ລວບລວມ​ຂໍ້ມູນ​ຈາກ​ເອລີຊາເບັດ ແລະມາຣີ​ແມ່​ຂອງ​ພະ​ເຢຊູ​ລວມ​ທັງ​ຄົນ​ອື່ນໆ​ນຳ. ສ່ວນ​ໃຫຍ່​ແລ້ວ ເນື້ອ​ຫາ​ໃນ​ປຶ້ມ​ລູກາ​ບໍ່​ມີ​ຢູ່​ປຶ້ມ​ຂ່າວດີ​ຫົວ​ອື່ນໆ.—ລກ. 1:5-80

ໂປໂລ​ບອກ​ວ່າ​ລູກາ​ເປັນ​ໝໍ. ເຮົາ​ເຫັນ​ໄດ້​ຈາກ​ປຶ້ມ​ຂ່າວດີ​ທີ່​ລາວ​ຂຽນ​ວ່າ ລາວ​ສົນໃຈ​ໃນ​ສຸຂະພາບ​ຂອງ​ຄົນ​ທີ່​ກຳລັງ​ທົນທຸກ. ຕົວຢ່າງ​ເຊັ່ນ ຕອນ​ທີ່​ພະ​ເຢຊູ​ປິ່ນປົວ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ປີສາດ​ສິງ​ຢູ່ ລູກາ​ໃຫ້​ຂໍ້​ສັງເກດ​ວ່າ​ປີສາດ​ນັ້ນ “ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່​ໄດ້​ທຳຮ້າຍ​ລາວ​ເລີຍ.” ລູກາ​ເວົ້າ​ເຖິງ​ແມ່​ເຖົ້າ​ຂອງ​ອັກຄະສາວົກ​ເປໂຕ​ທີ່​ປ່ວຍ​ວ່າ “ເປັນ​ໄຂ້​ແຮງ” ແລະ​ລາວ​ເວົ້າ​ເຖິງ​ຜູ້​ຍິງ​ທີ່​ພະ​ເຢຊູ​ໄດ້​ປິ່ນປົວ​ວ່າ​ລາວ “ຖືກ​ປີສາດ​ສິງ​ເຊິ່ງ​ເຮັດ​ໃຫ້​ເຈັບ​ປ່ວຍ​ແລະ​ຫຼັງ​ກົ່ງ​ໄດ້ 18 ປີ​ແລ້ວ ລາວ​ຢຽດ​ໂຕ​ຊື່​ບໍ່​ໄດ້​ເລີຍ.”—ລກ. 4:35, 38; 13:11

ເຫັນ​ໄດ້​ແຈ້ງ​ວ່າ ລູກາ​ຈັດ​ໃຫ້ “ວຽກ​ຂອງ​ຜູ້​ເປັນ​ນາຍ” ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (1ກຣ. 15:58) ລາວ​ບໍ່​ໄດ້​ມີ​ເປົ້າໝາຍ​ທີ່​ຈະ​ເຮັດ​ອາຊີບ​ໝໍ​ໃຫ້​ເດັ່ນ​ດັງ​ແລະ​ມີ​ລາຍ​ໄດ້​ດີ ແຕ່​ລາວ​ຕ້ອງການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ.

ລີເດຍ—ແມ່​ຄ້າ​ຂາຍ​ຜ້າ​ສີ​ມ່ວງ

ລີເດຍ​ຢູ່​ເມືອງ​ຟີລິບປອຍ​ເຊິ່ງ​ເປັນ​ເມືອງ​ສຳຄັນ​ໃນ​ແຂວງ​ມາເກໂດເນຍ. ລີເດຍ​ມາ​ຈາກ​ທົວຕີຣາ ເຊິ່ງ​ເປັນ​ເມືອງ​ໜຶ່ງ​ໃນ​ແຂວງ​ທີ່​ຊື່​ວ່າ​ລີເດຍ​ທາງ​ຕາເວັນ​ຕົກ​ຂອງ​ອາຊີ​ນ້ອຍ. ລີເດຍ​ເປັນ​ແມ່​ຄ້າ​ຂາຍ​ຜ້າ​ສີ​ມ່ວງ ລາວ​ໄດ້​ຍ້າຍ​ຂ້າມ​ທະເລ​ອີຈຽນ​ເພື່ອ​ມາ​ຄ້າ​ຂາຍ​ຢູ່​ບ່ອນ​ນີ້. ລີເດຍ​ໜ້າ​ຈະ​ຂາຍ​ສິນ​ຄ້າ​ຫຼາຍ​ຊະນິດ​ທີ່​ເປັນ​ສີ​ມ່ວງ ເຊັ່ນ: ພົມ​ປູ​ພື້ນ ຜ້າ​ລາຍ​ປັກ ແລະ​ສີ​ຍ້ອມ​ຜ້າ. ຄຳ​ຈາລຶກ​ທີ່​ພົບ​ໃນ​ເມືອງ​ຟີລິບປອຍ​ຢືນຢັນ​ວ່າ​ມີ​ສະມາຄົມ​ທີ່​ຂາຍ​ຜ້າ​ສີ​ມ່ວງ​ຢູ່​ໃນ​ເມືອງ​ນັ້ນ.

ລີເດຍເອົາຜ້າຜືນໜຶ່ງໃຫ້ເບິ່ງ.

ການ​ທີ່​ເວົ້າ​ເຖິງ​ລີເດຍ​ວ່າ “ເປັນ​ຜູ້​ນະມັດສະການ​ພະເຈົ້າ” ຄື​ຊິ​ໝາຍ​ຄວາມ​ວ່າ​ລາວ​ປ່ຽນ​ມາ​ນັບຖື​ສາສະໜາ​ຢິວ. (ກຈກ. 16:14) ລີເດຍ​ອາດ​ໄດ້​ຮູ້​ຈັກ​ການ​ນະມັດສະການ​ພະ​ເຢໂຫວາ​ຢູ່​ບ້ານ​ເກີດ​ຂອງ​ລາວ. ບ້ານ​ເກີດ​ຂອງ​ລາວ​ຕ່າງ​ຈາກ​ເມືອງ​ຟີລິບປອຍ​ຍ້ອນ​ມີ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. ບາງ​ຄົນ​ເຊື່ອ​ວ່າ​ລີເດຍ​ເປັນ​ຊື່​ຫຼິ້ນ​ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ຜູ້​ຍິງ​ຄົນ​ລີເດຍ” ມີ​ການ​ຕັ້ງ​ຊື່​ນີ້​ໃຫ້​ລາວ​ຕອນ​ຢູ່​ໃນ​ເມືອງຟີລິບປອຍ. ແຕ່​ແນວ​ໃດ​ກໍ​ຕາມ ມີ​ຫຼັກຖານ​ເປັນ​ລາຍລັກ​ອັກສອນ​ທີ່​ສະແດງ​ວ່າ​ຜູ້​ຄົນ​ໃນ​ຕອນ​ນັ້ນ​ໃຊ້​ຊື່​ລີເດຍ​ເປັນ​ຊື່​ສະເພາະ​ນຳ.

ຄົນ​ລີເດຍ​ກັບ​ຄົນ​ທີ່​ຢູ່​ແຖວ​ນັ້ນ​ມີ​ຊື່​ສຽງ​ເລື່ອງ​ການ​ຍ້ອມ​ຜ້າ​ສີ​ມ່ວງ​ຕັ້ງແຕ່​ສະໄໝ​ຂອງ​ໂຮເມີ​ໃນ​ສະຕະວັດ​ທີ 9 ຫຼື 8 ກ່ອນ ຄ.ສ. ທີ່ຈິງ ນ້ຳ​ໃນ​ເມືອງ​ທົວຕີຣາ​ມີ​ຊື່​ສຽງ​ວ່າ​ເຮັດ​ໃຫ້ “ສີ​ສົດ​ໃສ​ແລະ​ຕິດ​ທົນ​ດົນ​ນານ​ທີ່​ສຸດ.”

ຜ້າ​ສີ​ມ່ວງ​ເປັນ​ເຄື່ອງ​ທີ່​ຫຼູຫຼາ​ຟູມເຟືອຍ ສະເພາະ​ຄົນ​ລວຍ​ເທົ່າ​ນັ້ນ​ທີ່​ຈະ​ຊື້​ໄດ້. ເຖິງ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ຜູ້​ຄົນ​ເອົາ​ມາ​ເຮັດ​ເປັນ​ສີ​ຍ້ອມ​ຜ້າ​ສີ​ມ່ວງ ແຕ່​ສີ​ຍ້ອມ​ຜ້າ​ທີ່​ດີ​ທີ່​ສຸດ​ແລະ​ແພງ​ທີ່​ສຸດ​ເຊິ່ງ​ໃຊ້​ຍ້ອມ​ຜ້າ​ລີນິນ​ເນື້ອ​ດີ​ນັ້ນ​ມາ​ຈາກ​ຫອຍ​ໜາມ​ໃນ​ທະເລ​ເມດີແຕຣາເນ. ຫອຍ​ໂຕ​ໜຶ່ງ​ອາດຈະ​ສະກັດ​ສີ​ຍ້ອມ​ໄດ້​ໜຶ່ງ​ຫຍົດ ແລະ​ຕ້ອງ​ເອົາ​ຫອຍ​ປະມານ 8.000 ໂຕ​ມາ​ຜ່ານ​ວິທີ​ການ​ສະກັດ​ເພື່ອ​ຈະ​ໄດ້​ຂອງ​ແຫຼວ​ທີ່​ມີ​ຄ່າ​ເຊິ່ງ​ໜັກ​ພຽງ​ແຕ່​ໜຶ່ງ​ກຣາມ. ດັ່ງນັ້ນ ຜ້າ​ທີ່​ໃຊ້​ສີ​ຍ້ອມ​ຊະນິດ​ນີ້​ຈຶ່ງ​ມີ​ລາຄາ​ແພງ​ຫຼາຍ.

ເນື່ອງ​ຈາກ​ອາຊີບ​ຂອງ​ລີເດຍ​ຕ້ອງ​ໃຊ້​ເງິນ​ກ້ອນ​ໃຫຍ່​ເພື່ອ​ລົງ​ທຶນ​ໃນ​ການ​ຂາຍ​ສິນ​ຄ້າ​ສີ​ມ່ວງ ແລະ​ລາວ​ກໍ​ຍັງ​ມີ​ເຮືອນ​ໃຫຍ່​ທີ່​ຕ້ອນຮັບ​ຜູ້​ຊາຍ 4 ຄົນ​ໄດ້​ຄື ໂປໂລ ຊີລາ ຕີໂມທຽວ ແລະ​ລູກາ ຈຶ່ງ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ເຮົາ​ຈະ​ສະຫຼຸບ​ວ່າ​ລີເດຍ​ເປັນ​ເຈົ້າ​ຂອງ​ກິດຈະການ​ທີ່​ຮັ່ງມີ. ການ​ເວົ້າ​ເຖິງ “ຄົນ​ໃນ​ເຮືອນ” ຂອງ​ລີເດຍ​ອາດ​ໝາຍ​ຄວາມ​ວ່າ​ລາວ​ອາໄສ​ຢູ່​ກັບ​ຍາດ​ພີ່ນ້ອງ ແຕ່​ກໍ​ອາດ​ໝາຍ​ຄວາມ​ວ່າ​ລາວ​ມີ​ທາດ​ແລະ​ຄົນ​ຮັບໃຊ້​ນຳ. (ກຈກ. 16:15) ທີ່ຈິງ ກ່ອນ​ທີ່​ໂປໂລ​ກັບ​ຊີລາ​ອອກ​ຈາກ​ເມືອງ​ຟີລິບປອຍ ເຂົາເຈົ້າ​ໄດ້​ພົບ​ກັບ​ພີ່ນ້ອງ​ບາງ​ຄົນ​ໃນ​ເຮືອນ​ຂອງ​ລີເດຍ​ຜູ້​ຍິງ​ທີ່​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ຄົນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ອາດ​ມີ​ການ​ໃຊ້​ເຮືອນ​ຂອງ​ລີເດຍ​ເປັນ​ບ່ອນ​ປະຊຸມ​ສຳລັບ​ຄລິດສະຕຽນ​ກຸ່ມ​ທຳອິດ​ໃນ​ເມືອງ​ຟີລິບປອຍ.—ກຈກ. 16:40

ປະມານ 10 ປີ​ຕໍ່​ມາ​ເມື່ອ​ໂປໂລ​ຂຽນ​ຈົດໝາຍ​ເຖິງ​ປະຊາຄົມ​ຟີລິບປອຍ ລາວ​ກໍ​ບໍ່​ໄດ້​ເວົ້າ​ເຖິງ​ລີເດຍ. ດັ່ງນັ້ນ ລາຍລະອຽດ​ທັງໝົດ​ທີ່​ເຮົາ​ຮູ້ກ່ຽວກັບ​ລີເດຍ​ຈຶ່ງ​ມີ​ຢູ່​ແຕ່​ໃນ​ກິດຈະການ​ບົດ 16.

a ເບິ່ງ​ຂອບ “ລູກາ—ຜູ້​ຂຽນ​ປຶ້ມ​ກິດຈະການ”

b ເປັນ​ໄປ​ໄດ້​ວ່າ​ຄົນ​ຢິວ​ຖືກ​ຫ້າມ​ບໍ່​ໃຫ້​ມີ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໃນ​ເມືອງ​ຟີລິບປອຍ. ນີ້​ອາດ​ເປັນ​ຍ້ອນ​ວ່າ​ເມືອງ​ນີ້​ມີ​ຄວາມ​ສຳຄັນ​ດ້ານ​ການ​ທະຫານ ຫຼື​ອາດ​ເປັນ​ຍ້ອນ​ເມືອງ​ນີ້​ມີ​ຜູ້​ຊາຍ​ຄົນ​ຢິວ​ບໍ່​ຮອດ 10 ຄົນ. ເພື່ອ​ຈະ​ຕັ້ງ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໄດ້ ຈະ​ຕ້ອງ​ມີ​ຜູ້​ຊາຍ​ຢ່າງ​ໜ້ອຍ 10 ຄົນ.

c ເບິ່ງ​ຂອບ “ລີເດຍ—ແມ່​ຄ້າ​ຂາຍ​ຜ້າ​ສີ​ມ່ວງ”

d ກົດໝາຍ​ໂຣມ​ບອກ​ວ່າ​ພົນລະເມືອງ​ສົມຄວນ​ໄດ້​ຮັບ​ການ​ພິຈາລະນາ​ຄະດີ​ຢ່າງ​ຖືກຕ້ອງ​ສະເໝີ. ເຂົາເຈົ້າ​ບໍ່​ຄວນ​ຖືກ​ລົງໂທດ​ໃນ​ບ່ອນ​ສາທາລະນະ​ໂດຍ​ທີ່​ຍັງ​ບໍ່​ໄດ້​ພິຈາລະນາ​ຄະດີ​ແລະ​ເຫັນ​ວ່າ​ມີ​ຄວາມ​ຜິດ​ແທ້.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌