ບົດທີ 27
‘ປະກາດຢ່າງລະອຽດຖີ່ຖ້ວນ’
ໂປໂລຖືກຂັງຄຸກໃນໂຣມແລະປະກາດຕໍ່ໄປ
1. ໂປໂລກັບໝູ່ໝັ້ນໃຈໃນເລື່ອງຫຍັງ ແລະຍ້ອນຫຍັງ?
ເຮືອທີ່ມີຮູບ “ລູກຊາຍຝາແຝດຂອງເທບພະເຈົ້າຊູດສ໌” ຢູ່ຫົວເຮືອຄືຊິແມ່ນເຮືອບັນທຸກເຂົ້າຂະໜາດໃຫຍ່. ເຮືອລຳນີ້ແລ່ນຈາກເກາະມັນຕາໃນທະເລເມດີແຕຣາເນໄປເຖິງອີຕາລີ. ຕອນປະມານປີ 59 ອັກຄະສາວົກໂປໂລເຊິ່ງເປັນນັກໂທດທີ່ມີທະຫານຄຸ້ມກັນ ແລະໝູ່ຂອງລາວຄືລູກາກັບອາຣິດຕາໂຂກໍຢູ່ເຮືອລຳນັ້ນ. (ກຈກ. 27:2) ຄົນເຫຼົ່ານີ້ບໍ່ຄືກັບລູກເຮືອຄົນອື່ນໆ ເຂົາເຈົ້າບໍ່ໄດ້ເພິ່ງການຄຸ້ມຄອງຈາກລູກຊາຍຝາແຝດຂອງເທບພະເຈົ້າຊູດສ໌ທີ່ຊື່ ຄັດສ໌ເຕີແລະໂພລັກສ໌. (ເບິ່ງຂໍ້ມູນສຳລັບສຶກສາໃນກິດຈະການ 28:11, ພາສາໄທ) ໂປໂລກັບໝູ່ຂອງລາວຮັບໃຊ້ພະເຢໂຫວາ ແລະເພິ່ນເປັນຜູ້ບອກໃຫ້ໂປໂລຮູ້ວ່າລາວຈະປະກາດຄວາມຈິງໃນເມືອງໂຣມແລະຢືນຕໍ່ໜ້າເຊຊາ.—ກຈກ. 23:11; 27:24
2, 3. ເຮືອຂອງໂປໂລແລ່ນໄປໃນເສັ້ນທາງໃດ ແລະລາວໄດ້ຮັບການຊ່ວຍເຫຼືອແນວໃດຕະຫຼອດການເດີນທາງຄັ້ງນີ້?
2 ສາມມື້ຫຼັງຈາກມາຈອດຢູ່ທ່າເຮືອໃນເມືອງຊີຣະກູເທິງເກາະຊິຊິລີເຊິ່ງເປັນເມືອງທີ່ງາມແລະສຳຄັນພໍໆກັບເມືອງອາແຖນແລະເມືອງໂຣມ ເຮືອກໍແລ່ນໄປຕໍ່ຈົນຮອດເມືອງເຣຄີໂອມເຊິ່ງຢູ່ທາງໃຕ້ຂອງອີຕາລີ. ຕໍ່ຈາກນັ້ນ ລົມທີ່ມາຈາກທິດໃຕ້ກໍຊ່ວຍໃຫ້ເຮືອເດີນທາງ 320 ກິໂລແມັດໄປຮອດເມືອງໂປຕີໂອລີເຊິ່ງເປັນທ່າເຮືອຂອງອີຕາລີ (ຢູ່ໃກ້ເມືອງເນເປິນສ໌ໃນປັດຈຸບັນ) ເຮືອມາຮອດໃນມື້ຕໍ່ມາເຊິ່ງຖືວ່າໄວຫຼາຍ.—ກຈກ. 28:12, 13
3 ຕອນນີ້ໂປໂລຢູ່ໃນຊ່ວງສຸດທ້າຍຂອງການເດີນທາງໄປເມືອງໂຣມ ເຊິ່ງເປັນບ່ອນທີ່ລາວຈະໄປຢູ່ຕໍ່ໜ້າຈັກກະພັດເນໂຣ. ຕະຫຼອດການເດີນທາງຕັ້ງແຕ່ຕົ້ນຈົນຈົບ “ພະເຈົ້າທີ່ໃຫ້ກຳລັງໃຈໃນທຸກສະຖານະການ” ໄດ້ຢູ່ກັບໂປໂລສະເໝີ. (2ກຣ. 1:3) ໃນບົດນີ້ ເຮົາຈະໄດ້ເຫັນວ່າພະເຢໂຫວາໄດ້ຊ່ວຍເຫຼືອໂປໂລ ແລະໂປໂລເອງກໍຍັງມີຄວາມກະຕືລືລົ້ນໃນການເຮັດວຽກມິດຊັນນາຣີຕໍ່ໆໄປ.
“ໂປໂລ . . . ຂອບໃຈພະເຈົ້າແລະມີກຳລັງໃຈ” (ກິດຈະການ 28:14, 15)
4, 5. (ກ) ພີ່ນ້ອງໃນເມືອງໂປຕີໂອລີສະແດງນ້ຳໃຈຕ້ອນຮັບຕໍ່ໂປໂລກັບໝູ່ຂອງລາວແນວໃດ ແລະເປັນຫຍັງໂປໂລຈຶ່ງມີອິດສະຫຼະຫຼາຍຂະໜາດນັ້ນ? (ຂ) ເຖິງວ່າຈະຢູ່ໃນຄຸກ ແຕ່ຄລິດສະຕຽນອາດໄດ້ຮັບປະໂຫຍດແນວໃດຈາກການປະພຶດໂຕທີ່ດີ?
4 ໃນເມືອງໂປຕີໂອລີ ໂປໂລກັບໝູ່ ‘ພົບພີ່ນ້ອງຢູ່ຫັ້ນ ພວກເຂົາອ້ອນວອນໃຫ້ພັກຢູ່ນຳ 7 ມື້.’ (ກຈກ. 28:14) ພີ່ນ້ອງເຫຼົ່ານີ້ເປັນຕົວຢ່າງທີ່ດີຫຼາຍໃນການສະແດງນ້ຳໃຈຕ້ອນຮັບ. ເຮົາໝັ້ນໃຈໄດ້ວ່າພີ່ນ້ອງເຫຼົ່ານີ້ກໍຈະໄດ້ຮັບການຕອບແທນຫຼາຍເທົ່າໂດຍໄດ້ຮັບກຳລັງໃຈຈາກໂປໂລກັບໝູ່ຂອງລາວ. ແຕ່ເປັນຫຍັງນັກໂທດທີ່ຖືກຄຸມໂຕຈຶ່ງມີອິດສະຫຼະຂະໜາດນັ້ນ? ເປັນໄປໄດ້ວ່າຜູ້ຄຸມຄົນໂຣມໄວ້ໃຈໂປໂລຫຼາຍ.
5 ໃນທຸກມື້ນີ້ກໍຄືກັນ ຕອນທີ່ຜູ້ຮັບໃຊ້ຂອງພະເຢໂຫວາຢູ່ໃນຄຸກຫຼືໃນຄ້າຍກັກຂັງ ຫຼາຍເທື່ອເຂົາເຈົ້າໄດ້ເສລີພາບຫຼືສິດທິພິເສດບາງຢ່າງຍ້ອນການປະພຶດໂຕທີ່ດີແບບຄລິດສະຕຽນ. ຕົວຢ່າງເຊັ່ນ ໃນປະເທດຣູມານີ ມີຜູ້ຊາຍຄົນໜຶ່ງຕິດຄຸກ 75 ປີໃນຂໍ້ຫາປຸ້ນຊັບສິນໄດ້ເລີ່ມສຶກສາຄຳພີໄບເບິນ ແລະຫຼັງຈາກນັ້ນກໍໄດ້ປ່ຽນແປງໂຕເອງຫຼາຍຢ່າງ. ຜົນກໍຄື ຕຳຫຼວດໃນຄຸກໄດ້ມອບໝາຍໃຫ້ລາວເຂົ້າໄປໃນເມືອງເພື່ອຊື້ເຄື່ອງສຳລັບທີ່ໃຊ້ໃນຄຸກໂດຍບໍ່ຕ້ອງມີໃຜຄຸມໂຕ! ສິ່ງສຳຄັນທີ່ສຸດຄື ການປະພຶດທີ່ດີຂອງເຮົາເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ.—1ປຕ. 2:12
6, 7. ພວກພີ່ນ້ອງໃນເມືອງໂຣມສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຮັກໂປໂລຫຼາຍ?
6 ໂປໂລກັບໝູ່ຄືຊິເດີນທາງປະມານ 50 ກິໂລແມັດຈາກເມືອງໂປຕີໂອລີໄປຫາເມືອງຄາປົວເທິງທາງຫຼວງແອັບປຽນ ທາງຫຼວງເສັ້ນນີ້ຈະພາເຂົາເຈົ້າໄປຮອດເມືອງໂຣມ. ຫົນທາງສ່ວນໃຫຍ່ປູດ້ວຍຫີນພູເຂົາໄຟກ້ອນໃຫຍ່ ແລະຖ້າແນມເບິ່ງທາງທີ່ມີຊື່ສຽງເສັ້ນນີ້ກໍຈະເຫັນທິວທັດໃນແຖວຊົນນະບົດຂອງອີຕາລີ ແລະເຖິງຂັ້ນເຫັນທະເລເມດີແຕຣາເນນຳ. ເສັ້ນທາງນີ້ຍັງຕັດຜ່ານເຂດບຶງນ້ຳທີ່ເອີ້ນວ່າປອນຕີເນເຊິ່ງຢູ່ຫ່າງຈາກເມືອງໂຣມປະມານ 60 ກິໂລແມັດ ແລະຍັງມີຕະຫຼາດອາປີໂອຢູ່ຫັ້ນນຳ. ລູກາຂຽນວ່າ ເມື່ອພວກພີ່ນ້ອງໃນເມືອງໂຣມ “ໄດ້ຍິນຂ່າວ” ບາງຄົນໄດ້ເດີນທາງໄກມາຮອດຕະຫຼາດ ສ່ວນບາງຄົນກໍຖ້າຢູ່ສາລາສາມຫຼັງເຊິ່ງເປັນບ່ອນຢຸດພັກທີ່ຢູ່ໄກຈາກເມືອງໂຣມປະມານ 50 ກິໂລແມັດ. ສິ່ງທີ່ເຂົາເຈົ້າເຮັດສະແດງວ່າເຂົາເຈົ້າຮັກໂປໂລຫຼາຍແທ້ໆ.—ກຈກ. 28:15
7 ຕະຫຼາດອາປີໂອບໍ່ໄດ້ເປັນບ່ອນພັກທີ່ສະດວກສະບາຍສຳລັບນັກເດີນທາງທີ່ເມື່ອຍ. ໂຮເຣດເຊິ່ງເປັນນັກກະວີແລະນັກຂຽນຄົນໂຣມໄດ້ເວົ້າເຖິງຕະຫຼາດນີ້ວ່າ “ແອອັດໄປດ້ວຍພວກລູກເຮືອແລະເຈົ້າຂອງໂຮງແຮມທີ່ຫຍາບຄາຍ.” ລາວຂຽນວ່າ “ນ້ຳຢູ່ຫັ້ນຂີ້ຮ້າຍເອົາແທ້ເອົາວ່າ” ແລະລາວເຖິງຂັ້ນບໍ່ຍອມກິນອາຫານຢູ່ຫັ້ນນຳ! ແຕ່ເຖິງຈະບໍ່ສະດວກສະບາຍຂະໜາດນີ້ ພວກພີ່ນ້ອງກໍຍິນດີທີ່ຈະໄປຖ້າໂປໂລກັບໝູ່ຢູ່ຫັ້ນເພື່ອຈະປົກປ້ອງເຂົາເຈົ້າໃນການເດີນທາງຊ່ວງສຸດທ້າຍ.
8. ເປັນຫຍັງໂປໂລຈຶ່ງຂອບໃຈພະເຈົ້າເມື່ອ “ເຫັນພີ່ນ້ອງ”?
8 ບັນທຶກໃນຄຳພີໄບເບິນບອກວ່າ “ເມື່ອໂປໂລເຫັນພີ່ນ້ອງກໍຂອບໃຈພະເຈົ້າແລະມີກຳລັງໃຈ.” (ກຈກ. 28:15) ພຽງແຕ່ໄດ້ເຫັນໜ້າພີ່ນ້ອງເຫຼົ່ານັ້ນກໍເຮັດໃຫ້ໂປໂລມີແຮງຫຼາຍຂຶ້ນແລະໄດ້ຮັບກຳລັງໃຈ. ບາງຄົນອາດເປັນພີ່ນ້ອງທີ່ໂປໂລຮູ້ຈັກເປັນສ່ວນໂຕ. ແຕ່ເປັນຫຍັງໂປໂລຈຶ່ງຂອບໃຈພະເຈົ້າ? ລາວຮູ້ດີວ່າຄວາມຮັກທີ່ບໍ່ເຫັນແກ່ໂຕແບບນີ້ເປັນຜົນທີ່ເກີດຈາກພະລັງຂອງພະເຈົ້າ. (ຄລຕ. 5:22) ໃນທຸກມື້ນີ້ ພະລັງບໍລິສຸດກໍກະຕຸ້ນຄລິດສະຕຽນໃຫ້ເສຍສະຫຼະເພື່ອກັນແລະກັນ ແລະໃຫ້ກຳລັງໃຈຄົນທີ່ຕ້ອງການຄວາມຊ່ວຍເຫຼືອ.—1ທຊ. 5:11, 14
9. ເຮົາຈະຮຽນແບບພີ່ນ້ອງທີ່ໄປຖ້າພົບໂປໂລໄດ້ແນວໃດ?
9 ຕົວຢ່າງເຊັ່ນ ພະລັງບໍລິສຸດກະຕຸ້ນພີ່ນ້ອງຊາຍຍິງທີ່ມີນ້ຳໃຈຕ້ອນຮັບໃຫ້ເບິ່ງແຍງຜູ້ດູແລໝວດແລະມິດຊັນນາຣີຕອນທີ່ເຂົາເຈົ້າມາຢາມ ຫຼືເບິ່ງແຍງຜູ້ຮັບໃຊ້ເຕັມເວລາຄົນອື່ນໆ. ພີ່ນ້ອງເຫຼົ່ານີ້ໄດ້ເສຍສະລະຫຼາຍຢ່າງເພື່ອຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ເຮົາອາດຖາມໂຕເອງວ່າ: ‘ຂ້ອຍຈະສະໜັບສະໜູນການຢ້ຽມຢາມຂອງຜູ້ດູແລໝວດຫຼາຍຂຶ້ນໄດ້ບໍ ເຊິ່ງອາດເປັນການສະແດງນ້ຳໃຈຕ້ອນຮັບເຂົາເຈົ້າກັບເມຍ? ຂ້ອຍຈະວາງແຜນລ່ວງໜ້າເພື່ອຈະເຮັດວຽກຮັບໃຊ້ກັບເຂົາເຈົ້າໄດ້ບໍ?’ ເຈົ້າອາດໄດ້ຮັບພອນຫຼາຍຢ່າງເມື່ອເຮັດແບບນີ້. ລອງຄິດເບິ່ງວ່າພີ່ນ້ອງໃນເມືອງໂຣມຈະມີຄວາມສຸກຫຼາຍສ່ຳໃດຕອນທີ່ຟັງໂປໂລກັບໝູ່ເລົ່າປະສົບການບາງຢ່າງທີ່ຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ.—ກຈກ. 15:3, 4
“ມີຄົນເວົ້າຕໍ່ຕ້ານນິກາຍນີ້ຢູ່ທຸກບ່ອນ” (ກິດຈະການ 28:16-22)
10. ສະພາບການຂອງໂປໂລຢູ່ເມືອງໂຣມເປັນແນວໃດ ແລະລາວໄດ້ເຮັດຫຍັງຫຼັງຈາກໄປຢູ່ຫັ້ນໄດ້ບໍ່ດົນ?
10 ເມື່ອໂປໂລກັບໝູ່ເດີນທາງມາຮອດເມືອງໂຣມ “ໂປໂລໄດ້ຮັບອະນຸຍາດໃຫ້ພັກຢູ່ໃນເຮືອນສ່ວນຕົວໂດຍມີທະຫານຄົນໜຶ່ງເຝົ້າລາວໄວ້.” (ກຈກ. 28:16) ເພື່ອປ້ອງກັນບໍ່ໃຫ້ຄົນທີ່ຖືກກັກຂັງໃນເຮືອນໜີໄປ ໂປໂລຈຶ່ງຖືກລ່າມໂສ້ຕິດກັບຜູ້ຄຸມຄຸກ. ແຕ່ເຖິງຈະເປັນແບບນັ້ນ ໂປໂລກໍຍັງປະກາດຕໍ່ໄປ. ການລ່າມໂສ້ບໍ່ສາມາດຢຸດໂປໂລໃຫ້ເຊົາປະກາດໄດ້. ດັ່ງນັ້ນ ຫຼັງຈາກທີ່ພັກ 3 ມື້ເພື່ອໃຫ້ເຊົາເມື່ອຍຈາກການເດີນທາງ ໂປໂລກໍໄດ້ເຊີນພວກຜູ້ນຳຂອງຄົນຢິວທີ່ຢູ່ໃນໂຣມມາປະຊຸມກັນເພື່ອຈະແນະນຳໂຕແລະປະກາດກັບເຂົາເຈົ້າ.
11, 12. ເມື່ອເວົ້າກັບຄົນຢິວທີ່ຢູ່ເມືອງໂຣມ ໂປໂລພະຍາຍາມເຮັດຫຍັງເພື່ອຈະເອົາຊະນະອະຄະຕິທີ່ເຂົາເຈົ້າອາດມີຕໍ່ລາວ?
11 ໂປໂລບອກວ່າ “ພີ່ນ້ອງເອີຍ ຂ້ອຍຖືກຈັບໃນເມືອງເຢຣູຊາເລັມແລະຖືກສົ່ງຕົວໄປໃຫ້ພວກໂຣມຄືກັບນັກໂທດ ທັງໆທີ່ຂ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ຄົນຮ່ວມຊາດຫຼືຕໍ່ທຳນຽມຂອງບັນພະບຸລຸດຂອງພວກເຮົາເລີຍ. ເມື່ອພວກໂຣມສອບສວນຂ້ອຍແລ້ວກໍຈະປ່ອຍຕົວຂ້ອຍ ຍ້ອນບໍ່ເຫັນວ່າຂ້ອຍມີຄວາມຜິດທີ່ສົມຄວນຕາຍ. ແຕ່ພວກຢິວບໍ່ຍອມ ຂ້ອຍຈຶ່ງຕ້ອງອຸທອນຕໍ່ເຊຊາ ແຕ່ບໍ່ແມ່ນວ່າຂ້ອຍຢາກຟ້ອງຄົນຮ່ວມຊາດຂອງຂ້ອຍ.”—ກຈກ. 28:17-19
12 ໂປໂລເອີ້ນຜູ້ຟັງທີ່ເປັນຄົນຢິວວ່າ “ພີ່ນ້ອງເອີຍ” ລາວພະຍາຍາມຫາຈຸດທີ່ເຫັນດີນຳກັນເພື່ອຈະເອົາຊະນະອະຄະຕິທີ່ເຂົາເຈົ້າອາດມີຕໍ່ລາວ. (1ກຣ. 9:20) ນອກຈາກນັ້ນ ໂປໂລຍັງບອກວ່າລາວບໍ່ໄດ້ມາເມືອງໂຣມເພື່ອຈະຟ້ອງຄົນຢິວທີ່ເປັນຄົນຮ່ວມຊາດຂອງລາວ ແຕ່ມາເພື່ອອຸທອນຕໍ່ເຊຊາ. ແນວໃດກໍຕາມ ກຸ່ມຄົນຢິວໃນໂຣມບໍ່ໄດ້ຮູ້ເລື່ອງການອຸທອນຂອງໂປໂລມາກ່ອນ. (ກຈກ. 28:21) ເປັນຫຍັງເບິ່ງຄືວ່າຄົນຢິວໃນແຂວງຢູດາຍຍັງບໍ່ໄດ້ສົ່ງເລື່ອງນີ້ເຖິງຄົນຢິວໃນເມືອງໂຣມ? ປຶ້ມອ້າງອີງຫົວໜຶ່ງບອກວ່າ: “ເຮືອທີ່ໂປໂລຂີ່ມາອາດຈະເປັນເຮືອລຳທຳອິດທີ່ມາຮອດອີຕາລີຫຼັງລະດູໜາວ ແລະຕົວແທນຂອງພວກຜູ້ນຳຄົນຢິວໃນເມືອງເຢຣູຊາເລັມກໍຍັງມາບໍ່ຮອດລວມທັງຈົດໝາຍກ່ຽວກັບຄະດີນັ້ນນຳ.”
13, 14. ໂປໂລເລີ່ມເວົ້າເຖິງຂ່າວສານເລື່ອງການປົກຄອງຂອງພະເຈົ້າແນວໃດ ແລະເຮົາຈະຮຽນແບບລາວໄດ້ແນວໃດ?
13 ຕອນນີ້ໂປໂລເວົ້າເຖິງຂ່າວສານເລື່ອງການປົກຄອງຂອງພະເຈົ້າໂດຍໃຊ້ຄຳເວົ້າທີ່ກະຕຸ້ນຄວາມຢາກຮູ້ຢາກເຫັນຂອງຄົນຢິວທີ່ມາຫາລາວ. ໂປໂລບອກວ່າ: “ຍ້ອນແນວນີ້ແຫຼະຂ້ອຍຈຶ່ງຂໍພົບແລະລົມກັບພວກເຈົ້າ ຂ້ອຍຖືກລ່າມໂສ້ຢູ່ນີ້ກໍຍ້ອນຄວາມຫວັງຂອງຊາວອິດສະຣາເອນ.” (ກຈກ. 28:20) ຄວາມຫວັງທີ່ຄລິດສະຕຽນກຳລັງປະກາດແມ່ນ ຄວາມຫວັງເລື່ອງເມຊີອາແລະການປົກຄອງຂອງເພິ່ນ. ພວກຜູ້ນຳຄົນຢິວໄດ້ຕອບວ່າ “ພວກເຮົາຢາກຈະຟັງຈາກປາກຂອງເຈົ້າ ເພາະພວກເຮົາຮູ້ວ່າມີຄົນເວົ້າຕໍ່ຕ້ານນິກາຍນີ້ຢູ່ທຸກບ່ອນ.”—ກຈກ. 28:22
14 ເມື່ອມີໂອກາດທີ່ຈະປະກາດຂ່າວດີ ເຮົາສາມາດຮຽນແບບໂປໂລໄດ້ໂດຍໃຊ້ຄຳເວົ້າຫຼືຄຳຖາມທີ່ກະຕຸ້ນໃຫ້ຜູ້ຟັງສົນໃຈ. ເຮົາສາມາດຊອກຫາຄຳແນະນຳທີ່ດີກ່ຽວກັບເລື່ອງນີ້ໄດ້ໃນປຶ້ມຕ່າງໆ ເຊັ່ນ: ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ ແລະປຶ້ມຝຶກຝົນຕົວເອງໃນການອ່ານແລະການສອນ. ເຈົ້າຈະເປັນຜູ້ສອນທີ່ດີຂຶ້ນໄດ້ຖ້າເຈົ້າເຮັດຕາມຄຳແນະນຳຈາກປຶ້ມເຫຼົ່ານີ້.
“ປະກາດຢ່າງລະອຽດຖີ່ຖ້ວນ”—ແບບຢ່າງສຳລັບພວກເຮົາ (ກິດຈະການ 28:23-29)
15. ໂປໂລໃຊ້ 4 ວິທີສຳຄັນຫຍັງແດ່ໃນການປະກາດ?
15 ໂປໂລເອີ້ນຄົນຢິວໃຫ້ມາຫາລາວອີກມື້ໜຶ່ງ. ຄຳພີໄບເບິນບອກວ່າ “ມີຄົນມາຫາໂປໂລຢູ່ເຮືອນພັກຫຼາຍກວ່າເກົ່າ.” ໂປໂລໄດ້ອະທິບາຍພະຄຳພີໃຫ້ເຂົາເຈົ້າຟັງ “ຕັ້ງແຕ່ເຊົ້າຮອດແລງ . . . ແລະໂນ້ມນ້າວໃຫ້ພວກເຂົາເຊື່ອໃນພະເຢຊູໂດຍອ້າງຈາກກົດໝາຍຂອງໂມເຊແລະຄຳສອນຂອງພວກຜູ້ພະຍາກອນ.” (ກຈກ. 28:23) ໂປໂລໃຊ້ 4 ວິທີສຳຄັນໃນການປະກາດ. ວິທີທຳອິດແມ່ນ ລາວໃຫ້ຄວາມສົນໃຈກັບເລື່ອງການປົກຄອງຂອງພະເຈົ້າ. ວິທີທີສອງ ລາວພະຍາຍາມເຮັດໃຫ້ຜູ້ຄົນສົນໃຈຟັງໂດຍ “ເວົ້າໂນ້ມນ້າວ.” ວິທີທີສາມ ລາວຫາເຫດຜົນເລື່ອງໃນພະຄຳພີກັບເຂົາເຈົ້າ. ວິທີທີສີ່ ລາວມີນ້ຳໃຈເສຍສະລະ ລາວປະກາດ “ຕັ້ງແຕ່ເຊົ້າຮອດແລງ.” ນີ້ເປັນຕົວຢ່າງທີ່ດີໃຫ້ເຮົາແທ້ໆ! ແລ້ວຜົນເປັນແນວໃດ? “ບາງຄົນເຊື່ອ” ສ່ວນບາງຄົນກໍບໍ່ເຊື່ອ. ລູກາບອກວ່າ ເມື່ອມີຄວາມເຫັນບໍ່ກົງກັນ ເຂົາເຈົ້າກໍ “ເລີ່ມຍ່າງອອກໄປ.”—ກຈກ. 28:24, 25ກ
16-18. ເປັນຫຍັງໂປໂລຈຶ່ງບໍ່ແປກໃຈເມື່ອຄົນຢິວໃນເມືອງໂຣມບໍ່ຍອມຮັບຂ່າວດີ ແລະເຮົາຄວນຮູ້ສຶກແນວໃດເມື່ອມີຄົນບໍ່ຕອບຮັບຂ່າວດີທີ່ເຮົາປະກາດ?
16 ໂປໂລບໍ່ແປກໃຈທີ່ຄົນຢິວມີທ່າທີແບບນີ້ ຍ້ອນລາວເຄີຍເຫັນມາກ່ອນແລ້ວແລະເລື່ອງນີ້ກໍມີການບອກໄວ້ລ່ວງໜ້າໃນຄຳພະຍາກອນທີ່ຢູ່ໃນຄຳພີໄບເບິນ. (ກຈກ. 13:42-47; 18:5, 6; 19:8, 9) ໂປໂລຈຶ່ງເວົ້າກັບຄົນທີ່ບໍ່ເຊື່ອເຊິ່ງກຳລັງຍ່າງອອກໄປວ່າ: “ພະລັງບໍລິສຸດຂອງພະເຈົ້າເວົ້າໄວ້ຖືກຕ້ອງແລ້ວຕອນທີ່ດົນໃຈຜູ້ພະຍາກອນເອຊາຢາໃຫ້ບອກບັນພະບຸລຸດຂອງພວກເຈົ້າວ່າ ‘ໄປບອກຊົນຊາດນີ້ວ່າ: “ພວກເຈົ້າຈະໄດ້ຍິນແຕ່ບໍ່ເຂົ້າໃຈຫຍັງເລີຍ ແລະພວກເຈົ້າຈະເບິ່ງແຕ່ບໍ່ເຫັນຫຍັງເລີຍ. ເພາະໃຈຂອງຊົນຊາດນີ້ດ້ານແລ້ວ.”’” (ກຈກ. 28:25ຂ-27) ຄຳພາສາເດີມທີ່ໄດ້ຮັບການແປວ່າ “ດ້ານແລ້ວ” ໝາຍເຖິງຫົວໃຈທີ່ “ໜາຂຶ້ນ” ຫຼື “ຕຸ້ຍຂຶ້ນ” ຈົນເຮັດໃຫ້ຂ່າວສານເລື່ອງການປົກຄອງຂອງພະເຈົ້າບໍ່ສາມາດເຂົ້າໄປໄດ້. (ກຈກ. 28:27) ໜ້າເສຍດາຍແທ້ໆທີ່ຄົນເຫຼົ່ານັ້ນບໍ່ຍອມຮັບຄວາມຈິງ!
17 ຕອນທ້າຍ ໂປໂລເວົ້າກັບຄົນຢິວທີ່ບໍ່ມີຄວາມເຊື່ອເຫຼົ່ານີ້ວ່າ “ຄົນຕ່າງຊາດ . . . ຈະຮັບຟັງແນ່ນອນ” ເຂົາເຈົ້າຈະບໍ່ເປັນແບບຄົນຢິວ. (ກຈກ. 28:28; ເພງ. 67:2; ອຊຢ. 11:10) ທີ່ຈິງ ໂປໂລເວົ້າແບບນີ້ດ້ວຍຄວາມໝັ້ນໃຈ ຍ້ອນລາວເອງກໍໄດ້ເຫັນຄົນຕ່າງຊາດຫຼາຍຄົນທີ່ຕອບຮັບຂ່າວສານເລື່ອງການປົກຄອງຂອງພະເຈົ້າ.—ກຈກ. 13:48; 14:27
18 ຄືກັບໂປໂລ ເຮົາບໍ່ຕ້ອງເສຍໃຈເມື່ອມີຄົນບໍ່ຕອບຮັບຂ່າວດີທີ່ເຮົາປະກາດ ຍ້ອນເຮົາຮູ້ວ່າມີບໍ່ເທົ່າໃດຄົນທີ່ຈະຍ່າງຢູ່ໃນທາງທີ່ພາໄປເຖິງຊີວິດ. (ມທ. 7:13, 14) ແຕ່ຖ້າມີຄົນເຕັມໃຈຕອບຮັບຂ່າວດີແລະເຂົ້າມານະມັດສະການພະເຢໂຫວານຳກັນກັບເຮົາ ເຮົາກໍມີຄວາມສຸກແລະຕ້ອນຮັບເຂົາເຈົ້າຢ່າງຈິງໃຈ.—ລກ. 15:7
“ປະກາດເລື່ອງການປົກຄອງຂອງພະເຈົ້າ” (ກິດຈະການ 28:30, 31)
19. ໂປໂລເຮັດຫຍັງແດ່ໃນຊ່ວງທີ່ຖືກກັກຂັງຢູ່ໃນເຮືອນ?
19 ໃນຕອນທ້າຍຂອງບັນທຶກທີ່ລູກາຂຽນໃນປຶ້ມກິດຈະການເປັນເລື່ອງທີ່ໃຫ້ກຳລັງໃຈແທ້ໆ. ລາວບອກວ່າ: “ໂປໂລໄດ້ຢູ່ໃນເຮືອນເຊົ່າຂອງລາວຕະຫຼອດ 2 ປີ ແລະຍິນດີຕ້ອນຮັບທຸກຄົນທີ່ມາຫາ. ໂປໂລປະກາດເລື່ອງການປົກຄອງຂອງພະເຈົ້າໃຫ້ພວກເຂົາຟັງ ແລະສອນເລື່ອງພະເຢຊູຄລິດຜູ້ເປັນນາຍຢ່າງກ້າຫານແລະຢ່າງໝັ້ນໃຈໂດຍບໍ່ມີໃຜຂັດຂວາງ.” (ກຈກ. 28:30, 31) ໂປໂລເປັນຕົວຢ່າງທີ່ດີຫຼາຍແທ້ໆໃນເລື່ອງນ້ຳໃຈຕ້ອນຮັບ ຄວາມເຊື່ອ ແລະຄວາມກະຕືລືລົ້ນ!
20, 21. ຂໍຍົກຕົວຢ່າງບາງຄົນທີ່ໄດ້ຮັບປະໂຫຍດຈາກວຽກປະກາດຂອງໂປໂລໃນເມືອງໂຣມ.
20 ໂອເນຊີໂມເປັນຄົນໜຶ່ງທີ່ໂປໂລຕ້ອນຮັບ. ລາວເປັນທາດທີ່ໜີມາຈາກເມືອງໂກໂລຊາຍ. ໂປໂລໄດ້ຊ່ວຍໂອເນຊີໂມໃຫ້ເຂົ້າມາເປັນຄລິດສະຕຽນ ແລະໂອເນຊີໂມກໍກາຍມາເປັນ “ພີ່ນ້ອງທີ່ຮັກແລະສັດຊື່” ຂອງໂປໂລ. ທີ່ຈິງ ໂປໂລໄດ້ເວົ້າເຖິງໂອເນຊີໂມວ່າເປັນ “ລູກຂອງຂ້ອຍ ຂ້ອຍກາຍເປັນພໍ່ຂອງລາວ.” (ກລຊ. 4:9; ຟລມ. 10-12) ໂອເນຊີໂມຕ້ອງເຮັດໃຫ້ໂປໂລມີກຳລັງໃຈຫຼາຍແທ້ໆ!a
21 ຄົນອື່ນໆກໍໄດ້ຮັບປະໂຫຍດຈາກຕົວຢ່າງທີ່ດີຂອງໂປໂລຄືກັນ. ໂປໂລຂຽນເຖິງພີ່ນ້ອງໃນຟີລິບປອຍວ່າ: “ເລື່ອງທີ່ເກີດຂຶ້ນກັບຂ້ອຍນັ້ນແຮ່ງເຮັດໃຫ້ຂ່າວດີແພ່ອອກໄປ. ຕອນນີ້ ເລື່ອງທີ່ຂ້ອຍຖືກກັກຂັງຍ້ອນຄວາມເຊື່ອໃນພະຄລິດເປັນທີ່ຮູ້ຈັກໄປທົ່ວໃນທ່າມກາງທະຫານຄຸ້ມກັນຈັກກະພັດແລະຄົນອື່ນນຳ. ແລະພີ່ນ້ອງສ່ວນຫຼາຍທີ່ຮັບໃຊ້ຜູ້ເປັນນາຍກໍເຂັ້ມແຂງຂຶ້ນເມື່ອໄດ້ຍິນຂ່າວເລື່ອງທີ່ຂ້ອຍຖືກກັກຂັງ ພວກເຂົາມີໃຈກ້າຫຼາຍຂຶ້ນແລະບໍ່ຢ້ານທີ່ຈະປະກາດຄຳສອນຂອງພະເຈົ້າ.”—ຟລປ. 1:12-14
22. ໂປໂລໃຊ້ໂອກາດໃນຊ່ວງທີ່ລາວຖືກກັກຂັງໃນໂຣມແນວໃດ?
22 ເຖິງວ່າຕອນທີ່ຢູ່ໂຣມໂປໂລຈະຖືກກັກຂັງຢູ່ແຕ່ໃນເຮືອນ ແຕ່ລາວກໍໃຊ້ໂອກາດໃນຊ່ວງນັ້ນຂຽນຈົດໝາຍຫຼາຍສະບັບ ເຊິ່ງຕໍ່ມາຈົດໝາຍເຫຼົ່ານັ້ນກໍເປັນສ່ວນໜຶ່ງຂອງພະຄຳພີຄລິດສະຕຽນພາກພາສາກຣີກ.b ຈົດໝາຍເຫຼົ່ານັ້ນເປັນປະໂຫຍດຕໍ່ຄລິດສະຕຽນໃນສະຕະວັດທຳອິດທີ່ໂປໂລຂຽນເຖິງ. ໃນທຸກມື້ນີ້ເຮົາກໍໄດ້ຮັບປະໂຫຍດຈາກຈົດໝາຍຂອງໂປໂລຄືກັນ ຍ້ອນຄຳແນະນຳທີ່ໄດ້ຮັບການດົນໃຈຍັງເປັນປະໂຫຍດຕໍ່ຄົນເຮົາຄືກັບໃນສະໄໝກ່ອນ.—2ຕມ. 3:16, 17
23, 24. ຄືກັບຕົວຢ່າງຂອງໂປໂລ ຄລິດສະຕຽນໃນທຸກມື້ນີ້ຍັງມີຄວາມສຸກແລະປະກາດຕໍ່ໆໄປໄດ້ແນວໃດທັງໆທີ່ຍັງຕິດຄຸກແບບບໍ່ຍຸຕິທຳ?
23 ເຖິງວ່າບໍ່ໄດ້ມີການເວົ້າເຖິງເລື່ອງນີ້ໃນປຶ້ມກິດຈະການ ແຕ່ສຸດທ້າຍໂປໂລກໍຖືກປ່ອຍໂຕຫຼັງຈາກທີ່ຖືກກັກຂັງປະມານ 4 ປີ. ລາວຖືກກັກຂັງປະມານ 2 ປີໃນເມືອງກາຍຊາເຣຍ ແລະອີກ 2 ປີໃນເມືອງໂຣມ.c (ກຈກ. 23:35; 24:27) ແຕ່ເຖິງຈະເປັນແບບນັ້ນ ໂປໂລກໍຍັງມີຄວາມສຸກ ແລະເຮັດທຸກສິ່ງທີ່ເຮັດໄດ້ເພື່ອຮັບໃຊ້ພະເຈົ້າ. ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນໃນທຸກມື້ນີ້ກໍເຮັດແບບນັ້ນຄືກັນ ເຖິງເຂົາເຈົ້າຈະຖືກຂັງຄຸກຢ່າງບໍ່ຍຸຕິທຳຍ້ອນຄວາມເຊື່ອ ແຕ່ເຂົາເຈົ້າກໍຍັງມີຄວາມສຸກແລະປະກາດຕໍ່ໆໄປ. ໃຫ້ເຮົາມາເບິ່ງຕົວຢ່າງຂອງອະໂດໂຟ ທີ່ຕິດຄຸກໃນສະເປນຍ້ອນຮັກສາຄວາມເປັນກາງແບບຄລິດສະຕຽນ. ຕຳຫຼວດຄົນໜຶ່ງບອກວ່າ “ເຈົ້າເຮັດໃຫ້ພວກເຮົາແປກໃຈ. ຕອນທີ່ຢູ່ໃນຄຸກພວກເຮົາໄດ້ເຮັດໃຫ້ຊີວິດເຈົ້າລຳບາກຫຼາຍ ແຕ່ແຮ່ງພວກເຮົາເຮັດໃຫ້ເຈົ້າລຳບາກຫຼາຍສ່ຳໃດ ເຈົ້າກໍຍັງຍິ້ມແລະເວົ້າດີກັບພວກເຮົາຫຼາຍຂຶ້ນ.”
24 ຕໍ່ມາ ອະໂດໂຟກໍໄດ້ຮັບຄວາມໄວ້ໃຈຫຼາຍຂຶ້ນເຖິງຂັ້ນທີ່ປະຕູຫ້ອງຂັງຂອງລາວຖືກເປີດປະໄວ້. ພວກທະຫານຈະແວ່ມາຢາມເພື່ອຖາມເລື່ອງຄຳພີໄບເບິນ. ທະຫານຄົນໜຶ່ງເຖິງຂັ້ນເຂົ້າໄປໃນຫ້ອງຂອງອະໂດໂຟເພື່ອຈະອ່ານຄຳພີໄບເບິນ ແລະໃຫ້ອະໂດໂຟເຝົ້າເບິ່ງວ່າພວກຜູ້ຄຸມບໍ່ເຫັນລາວ. ການເຮັດແບບນີ້ຄືກັບໃຫ້ນັກໂທດກາຍມາເປັນ “ຜູ້ຄຸມ” ທະຫານແທນ! ຂໍໃຫ້ຕົວຢ່າງທີ່ດີຂອງພະຍານພະເຢໂຫວາທີ່ສັດຊື່ເຫຼົ່ານີ້ກະຕຸ້ນເຮົາໃຫ້ “ມີໃຈກ້າຫຼາຍຂຶ້ນແລະບໍ່ຢ້ານທີ່ຈະປະກາດຄຳສອນຂອງພະເຈົ້າ” ບໍ່ວ່າເຮົາຈະຢູ່ໃນສະພາບທີ່ຍາກລຳບາກສ່ຳໃດ.
25, 26. ພາຍໃນເວລາບໍ່ຮອດ 30 ປີ ໂປໂລໄດ້ເຫັນຄຳພະຍາກອນທີ່ພະເຢຊູບອກໄວ້ເກີດຂຶ້ນແທ້ແນວໃດ ແລະໃນທຸກມື້ນີ້ເຮົາເຫັນວ່າຄຳພະຍາກອນນັ້ນເກີດຂຶ້ນແທ້ແນວໃດ?
25 ປຶ້ມກິດຈະການຊ່ວຍເຮົາໃຫ້ເຫັນເລື່ອງທີ່ໜ້າຕື່ນເຕັ້ນກ່ຽວກັບຄລິດສະຕຽນທີ່ເຮັດທຸກຢ່າງທີ່ເຮັດໄດ້ເພື່ອປະກາດຂ່າວດີ! ປຶ້ມນີ້ຍັງລົງທ້າຍດ້ວຍຕົວຢ່າງທີ່ດີຂອງໂປໂລຜູ້ “ປະກາດເລື່ອງການປົກຄອງຂອງພະເຈົ້າ” ໃຫ້ກັບທຸກຄົນທີ່ມາຫາລາວຕອນທີ່ຖືກກັກຂັງ. ໃນບົດທຳອິດຂອງປຶ້ມກິດຈະການ ເຮົາໄດ້ອ່ານກ່ຽວກັບວຽກທີ່ພະເຢຊູມອບໝາຍໃຫ້ລູກສິດທຸກຄົນເຮັດ ໃນນັ້ນບອກວ່າ: “ພວກເຈົ້າຈະໄດ້ຮັບພະລັງຈາກພະເຈົ້າ ພະລັງບໍລິສຸດນັ້ນຈະຢູ່ກັບພວກເຈົ້າ ແລະພວກເຈົ້າຈະເປັນພະຍານຂອງຂ້ອຍໃນເມືອງເຢຣູຊາເລັມ ແລະທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະຈົນຮອດສຸດຂອບໂລກ.” (ກຈກ. 1:8) ພາຍໃນເວລາບໍ່ຮອດ 30 ປີ ຂ່າວສານເລື່ອງການປົກຄອງຂອງພະເຈົ້າກໍ “ມີການປະກາດໄປທຸກແຫ່ງທົ່ວໃຕ້ຟ້າ.”d (ກລຊ. 1:23) ນີ້ເປັນຫຼັກຖານທີ່ຈະແຈ້ງເຖິງສິ່ງທີ່ພະລັງຂອງພະເຈົ້າສາມາດເຮັດໄດ້!—ຊຄຢ. 4:6
26 ໃນທຸກມື້ນີ້ ພະລັງບໍລິສຸດດຽວກັນນີ້ກໍໃຫ້ກຳລັງກັບພີ່ນ້ອງຜູ້ຖືກເຈີມທີ່ຍັງເຫຼືອຢູ່ໃນໂລກນີ້ ແລະຍັງໃຫ້ກຳລັງກັບ “ແກະອື່ນ” ນຳເພື່ອເຂົາເຈົ້າຈະປະກາດເລື່ອງການປົກຄອງຂອງພະເຈົ້າຢ່າງລະອຽດຖີ່ຖ້ວນຕໍ່ໆໄປໃນຫຼາຍກວ່າ 240 ດິນແດນ. (ຢຮ. 10:16; ກຈກ. 28:23) ເຈົ້າກຳລັງເຮັດວຽກນີ້ຢ່າງເຕັມທີບໍ?
a ໂປໂລຢາກໃຫ້ໂອເນຊີໂມຢູ່ກັບລາວຕໍ່ໄປ. ແຕ່ນີ້ອາດເປັນການຝ່າຝືນກົດໝາຍໂຣມ ແລະເປັນການລະເມີດສິດທິຂອງຟີເລໂມນທີ່ເປັນເຈົ້ານາຍຂອງໂອເນຊີໂມເຊິ່ງເປັນຄລິດສະຕຽນ. ດັ່ງນັ້ນ ໂອເນຊີໂມຈຶ່ງກັບໄປຫາຟີເລໂມນ ລາວເອົາຈົດໝາຍຈາກໂປໂລໄປນຳ. ໃນຈົດໝາຍນັ້ນ ໂປໂລສະໜັບສະໜູນໃຫ້ຟີເລໂມນຍິນດີຕ້ອນຮັບທາດຂອງລາວ ຍ້ອນຕອນນີ້ໂອເນຊີໂມໄດ້ມາຮັບໃຊ້ພະເຢໂຫວາແລະເຂົ້າມາເປັນຄລິດສະຕຽນແລ້ວ.—ຟລມ. 13-19
c ເບິ່ງຂອບ “ຊີວິດຂອງໂປໂລຫຼັງຈາກປີ 61”
d ເບິ່ງຂອບ “ຂ່າວດີ ‘ມີການປະກາດໄປທຸກແຫ່ງທົ່ວໃຕ້ຟ້າ.’”