ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບບ ໝວດ 6 ໜ້າ 9
  • ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ
  • ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ຂໍ​ໃຫ້ “ລໍ​ຖ້າ​ພະ​ເຢໂຫວາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ໂຢບຮັກສາຄວາມສັດຊື່ເຖິງແມ່ນຖືກທົດລອງ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ໂຢບ​ແມ່ນ​ໃຜ?
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ຄຳພີໄບເບິນ—ບອກເລື່ອງຫຍັງ?
ບບ ໝວດ 6 ໜ້າ 9
ໂຢບເປັນຝີເຕັມທົ່ວຮ່າງກາຍ

ໝວດ 6

ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ

ຊາຕານ​ຕັ້ງ​ຂໍ້​ສົງໄສ​ໃນ​ເລື່ອງ​ຄວາມ​ສັດ​ຊື່​ໝັ້ນ​ຄົງ​ຂອງ​ໂຢບ​ຕໍ່​ໜ້າ​ພະເຈົ້າ ແຕ່​ໂຢບ​ຍັງ​ຄົງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ

ຈະ​ມີ​ມະນຸດ​ຄົນ​ໃດ​ສັດ​ຊື່​ຕໍ່​ພະເຈົ້າ​ບໍ​ຖ້າ​ຖືກ​ທົດລອງ​ຢ່າງ​ໜັກ​ໜ່ວງ​ແລະ​ການ​ເຊື່ອ​ຟັງ​ເບິ່ງ​ຄື​ບໍ່​ມີ​ປະໂຫຍດ​ທາງ​ວັດຖຸ​ເລີຍ? ມີ​ການ​ຕັ້ງ​ຂໍ້​ສົງໄສ​ແນວ​ນັ້ນ​ແລະ​ຄຳຕອບ​ກ່ຽວ​ຂ້ອງ​ກັບ​ຊາຍ​ທີ່​ຊື່​ໂຢບ.

ຕອນ​ທີ່​ຊາວ​ອິດສະລາແອນ​ຍັງ​ຢູ່​ໃນ​ປະເທດ​ເອຢິບ ໂຢບ​ເຊິ່ງ​ເປັນ​ພີ່​ນ້ອງ​ຂອງ​ອັບລາຫາມ​ອາໄສ​ຢູ່​ຂົງ​ເຂດ​ອາ​ລັບ​ໃນ​ປັດຈຸບັນ. ໃນ​ຂະນະ​ນັ້ນ ເຫຼົ່າ​ທູດ​ສະຫວັນ​ໄດ້​ມາ​ປະຊຸມ​ກັນ​ຕໍ່​ໜ້າ​ພະເຈົ້າ ແລະ​ຊາຕານ​ຜູ້​ກະບົດ​ກໍ​ຢູ່​ໃນ​ທ່າມກາງ​ທູດ​ເຫຼົ່າ​ນັ້ນ. ຕໍ່​ໜ້າ​ການ​ປະຊຸມ​ໃນ​ສະຫວັນ ພະ​ເຢໂຫວາ​ສະແດງ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ໂຢບ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ພະອົງ ທີ່​ຈິງ ພະ​ເຢໂຫວາ​ໄດ້​ກ່າວ​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ມີ​ຄວາມ​ພັກດີ​ຄື​ກັບ​ໂຢບ. ແຕ່​ຊາຕານ​ອ້າງ​ວ່າ​ໂຢບ​ຮັບໃຊ້​ພະເຈົ້າ​ກໍ​ຍ້ອນ​ພະເຈົ້າ​ໄດ້​ອວຍ​ພອນ​ແລະ​ປົກ​ປ້ອງ​ລາວ. ຊາຕານ​ກ່າວ​ວ່າ​ຖ້າ​ເອົາ​ທຸກ​ສິ່ງ​ທີ່​ໂຢບ​ມີ​ໄປ​ຈາກ​ລາວ ລາວ​ກໍ​ຈະ​ປ້ອຍ​ດ່າ​ພະເຈົ້າ​ໂລດ.

ເຫຼົ່າທູດສະຫວັນໄດ້ມາປະຊຸມກັນຕໍ່ໜ້າພະເຈົ້າ ແລະຊາຕານຜູ້ກະບົດກໍຢູ່ໃນທ່າມກາງທູດເຫຼົ່ານັ້ນ

ພະເຈົ້າ​ຍອມ​ໃຫ້​ຊາຕານ​ເຮັດ​ໃຫ້​ໂຢບ​ສູນ​ເສຍ​ຊັບ​ສົມບັດ​ແລະ​ລູກ​ກ່ອນ ແລະ​ຈາກ​ນັ້ນ​ກໍ​ແມ່ນ​ສຸຂະພາບ​ຂອງ​ລາວ. ຍ້ອນ​ບໍ່​ຮູ້​ວ່າ​ຊາຕານ​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ເລື່ອງ​ທັງ​ໝົດ​ນັ້ນ ໂຢບ​ຈຶ່ງ​ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ລາວ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ນັ້ນ. ແນວ​ໃດ​ກໍ​ຕາມ ໂຢບ​ບໍ່​ໄດ້​ປ້ອຍ​ດ່າ​ພະເຈົ້າ.

ເພື່ອນ​ປອມ​ສາມ​ຄົນ​ມາ​ຫາ​ໂຢບ. ຄຳ​ເວົ້າ​ເປັນ​ຊຸດ​ທີ່​ຂຽນ​ໄວ້​ໃນ​ພະທຳ​ໂຢບ ຊາຍ​ເຫຼົ່າ​ນັ້ນ​ພະຍາຍາມ​ເຮັດ​ໃຫ້​ໂຢບ​ເຊື່ອ​ຢ່າງ​ຜິດໆວ່າ​ລາວ​ຖືກ​ລົງໂທດ​ຍ້ອນ​ຄວາມ​ຜິດ​ທີ່​ປິດ​ບັງ​ໄວ້. ເຂົາ​ເຈົ້າ​ຍັງ​ກ່າວ​ວ່າ​ພະເຈົ້າ​ບໍ່​ຮູ້ສຶກ​ຍິນດີ​ຫຼື​ໄວ້​ວາງໃຈ​ຜູ້​ຮັບໃຊ້​ຂອງ​ພະອົງ. ໂຢບ​ບໍ່​ຍອມ​ຮັບ​ການ​ຫາ​ເຫດຜົນ​ທີ່​ບໍ່​ຖືກຕ້ອງ​ຂອງ​ພວກ​ເຂົາ. ດ້ວຍ​ຄວາມ​ໝັ້ນ​ໃຈ ໂຢບ​ປະກາດ​ວ່າ​ລາວ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ​ຈົນ​ຮອດ​ມື້​ຕາຍ!

ແຕ່​ວ່າ​ໂຢບ​ໄດ້​ເຮັດ​ຜິດ​ພາດ​ເພາະ​ເປັນ​ຫ່ວງ​ເລື່ອງ​ຄວາມ​ຊອບທຳ​ຂອງ​ຕົນ​ເກີນ​ໄປ. ຊາຍ​ຫນຸ່ມ​ຊື່​ເອລີຫຶ​ເຊິ່ງ​ໄດ້​ຟັງ​ການ​ໂຕ້​ຖຽງ​ທັງ​ໝົດ​ຈຶ່ງ​ໄດ້​ເວົ້າ​ຂຶ້ນ. ເອລີຫຶ​ຕຳໜິ​ໂຢບ​ທີ່​ບໍ່​ເຂົ້າ​ໃຈ​ວ່າ​ການ​ພິສູດ​ຄວາມ​ຖືກຕ້ອງ​ແຫ່ງ​ອຳນາດ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ສຳຄັນ​ຍິ່ງ​ກວ່າ​ການ​ພິສູດ​ຄວາມ​ຖືກຕ້ອງ​ຂອງ​ມະນຸດ​ຄົນ​ໃດ​ຄົນ​ໜຶ່ງ. ເອລີຫຶ​ຍັງ​ຕຳໜິ​ເພື່ອນ​ປອມ​ຂອງ​ໂຢບ​ຢ່າງ​ຮຸນແຮງ.

ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ກ່າວ​ກັບ​ໂຢບ​ເພື່ອ​ແກ້ໄຂ​ຄວາມ​ຄິດ​ຂອງ​ລາວ. ໂດຍ​ການ​ຊີ້​ເຖິງ​ສິ່ງ​ເນລະມິດ​ສ້າງ​ທີ່​ເປັນ​ຕາ​ງຶດງໍ້​ຫຼາຍ​ຢ່າງ ພະ​ເຢໂຫວາ​ເຕືອນ​ໂຢບ​ໃຫ້​ຄິດ​ເຖິງ​ຄວາມ​ຕ່ຳ​ຕ້ອຍ​ຂອງ​ມະນຸດ​ເມື່ອ​ທຽບ​ກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພະເຈົ້າ. ໂຢບ​ຖ່ອມ​ຕົວ​ຍອມ​ຮັບ​ການ​ແກ້ໄຂ​ຈາກ​ພະເຈົ້າ. ພະ​ເຢໂຫວາ “ເຕັມ​ດ້ວຍ​ຄວາມ​ອີ່ດູ​ແລະ​ດ້ວຍ​ຄວາມ​ເມດຕາ.” ເຮັດ​ໃຫ້​ສຸຂະພາບ​ຂອງ​ໂຢບ​ກັບ​ມາ​ດີ​ຄື​ເກົ່າ ແລະ​ອວຍ​ພອນ​ໃຫ້​ລາວ​ມີ​ລູກ​ອີກ​ສິບ​ຄົນ. (ຢາໂກໂບ 5:11) ໂດຍ​ການ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ​ຕໍ່​ພະ​ເຢໂຫວາ​ເມື່ອ​ຕ້ອງ​ປະເຊີນ​ການ​ທົດລອງ​ຢ່າງ​ໜັກ​ໜ່ວງ ໂຢບ​ໄດ້​ຕອບ​ຄຳ​ກ່າວ​ຫາ​ຂອງ​ຊາຕານ​ທີ່​ວ່າ​ມະນຸດ​ຈະ​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ​ຖ້າ​ຖືກ​ການ​ທົດລອງ.

—ຂໍ້​ມູນ​ມາ​ຈາກ​ໂຢບ.

  • ຊາຕານ​ຕັ້ງ​ຂໍ້​ສົງໄສ​ຫຍັງ​ກ່ຽວ​ກັບ​ໂຢບ?

  • ເມື່ອ​ໂຢບ​ໄດ້​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ​ຈຶ່ງ​ເຮັດ​ໃຫ້​ສິ່ງ​ໃດ​ສຳເລັດ?

ປະເດັນ​ທີ່​ສຳຄັນ

ໂດຍ​ການ​ເວົ້າ​ວ່າ​ໂຢບ ຊາຍ​ຜູ້​ດີ​ຮອບ​ດ້ານ​ແລະ​ຢ້ານຢຳ​ພະເຈົ້າ​ທີ່​ຢູ່​ໃນ​ໂລກ​ເວລາ​ນັ້ນ ວ່າ​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ດ້ວຍ​ເຫດຜົນ​ທີ່​ເຫັນ​ແກ່​ຕົວ​ເທົ່າ​ນັ້ນ ຊາຕານ​ຊີ້​ບອກ​ວ່າ​ມະນຸດ​ທຸກ​ຄົນ​ແລະ​ທູດ​ສະຫວັນ​ກໍ​ຮັບໃຊ້​ຍ້ອນ​ເຫດຜົນ​ແນວ​ດຽວ​ກັນ. ສະນັ້ນ ຊາຕານ​ຈຶ່ງ​ຕັ້ງ​ຂໍ້​ສົງໄສ​ເລື່ອງ​ຄວາມ​ສັດ​ຊື່​ພັກດີ​ຂອງ​ມະນຸດ​ທີ່​ມີ​ຕໍ່​ພະ​ເຢໂຫວາ. ເລື່ອງ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ປະເດັນ​ສຳຄັນ​ທີ່​ຊາຕານ​ຕັ້ງ​ຂຶ້ນ​ໃນ​ສວນ​ເອເດນ ນັ້ນ​ຄື​ສິດທິ​ແລະ​ຄວາມ​ຊອບທຳ​ໃນ​ເລື່ອງ​ສິດ​ອຳນາດ​ປົກຄອງ​ຂອງ​ພະ​ເຢໂຫວາ. ພະທຳ​ໂຢບ​ສະແດງ​ໃຫ້​ເຫັນ​ວ່າ​ທູດ​ສະຫວັນ​ແລະ​ມະນຸດ​ມີ​ສ່ວນ​ໃນ​ການ​ພິສູດ​ຄວາມ​ຖືກຕ້ອງ​ແຫ່ງ​ສິດ​ອຳນາດ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ການ​ຮັກສາ​ຄວາມ​ຊື່​ສັດ​ພັກດີ​ຕໍ່​ພະອົງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌