ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊລ ພາກ 3 ໜ້າ 8-9
  • ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?
  • ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ອື່ນ​ທີ່​ສູງ​ສົ່ງ​ກວ່າ​ພວກ​ເຮົາ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເຫດຜົນທີ່ພວກເຂົາໄດ້ເສຍທີ່ຢູ່ອາໄສ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຂົາ​ເຈົ້າ​ໄດ້​ເຊື່ອ​ຟັງ​ຊາຕານ—ແລ້ວ​ຜົນ​ເປັນ​ແນວ​ໃດ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ບົດ​ທີ 3
    ເຊື່ອຟັງພະເຈົ້າ
ເບິ່ງຕື່ມ
ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
ຊລ ພາກ 3 ໜ້າ 8-9

ພາກ​ທີ 3

ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?

ພະ​ເຢໂຫວາ​ໄດ້​ປະທານ​ສິ່ງ​ດີ​ຫຼາຍໆສິ່ງ​ໃຫ້​ກັບ​ອາດາມ​ແລະ​ເອວາ. ຕົ້ນເດີມ 1:28

ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ເອວາ ພະອົງ​ກໍ​ຍົກ​ລາວ​ໃຫ້​ອາດາມ

ພະ​ເຢໂຫວາ​ໄດ້​ສ້າງ​ເອວາ​ຍິງ​ຄົນ​ທຳອິດ ແລະ​ພະອົງ​ໄດ້​ຍົກ​ລາວ​ໃຫ້​ເປັນ​ເມຍ​ອາດາມ.—ຕົ້ນເດີມ 2:21, 22.

ພະ​ເຢໂຫວາ​ສ້າງ​ເຂົາ​ທັງ​ສອງ​ໃຫ້​ມີ​ຈິດ​ໃຈ​ແລະ​ຮ່າງກາຍ​ທີ່​ສົມບູນ​ແບບ ບໍ່​ມີ​ຂໍ້​ບົກ​ພ່ອງ​ເລີຍ.

ອາດາມ​ແລະ​ເອວາ​ຈ້ອງ​ເບິ່ງ​ໄປ​ທີ່​ອຸທິຍານ​ເຊິ່ງ​ເປັນ​ບ້ານ​ຂອງ​ເຂົາ​ເຈົ້າ

ບ້ານ​ຂອງ​ເຂົາ​ເຈົ້າ​ແມ່ນ​ສວນ​ເອເດນ—ສວນ​ນີ້​ເປັນ​ບ່ອນ​ຢູ່​ທີ່​ສວຍ​ງາມ​ມີ​ທັງ​ແມ່ນ້ຳ ຕົ້ນ​ໝາກ​ໄມ້​ແລະ​ຝູງ​ສັດ​ຊະນິດ​ຕ່າງໆ.

ພະ​ເຢໂຫວາ​ເວົ້າ​ນຳ​ເຂົາ​ເຈົ້າ; ພະອົງ​ສອນ​ເຂົາ​ເຈົ້າ. ຫາກ​ວ່າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະອົງ ເຂົາ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ.

ພະເຈົ້າ​ສັ່ງ​ວ່າ​ຢ່າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ. ຕົ້ນເດີມ 2:16, 17

ຕົ້ນ​ໄມ້​ໃນ​ສວນ​ນັ້ນ​ພະ​ເຢໂຫວາ​ບອກ​ອາດາມ​ແລະ​ເອວາ​ວ່າ​ບໍ່​ໃຫ້​ກິນ

ພະ​ເຢໂຫວາ​ໃຫ້​ອາດາມ​ແລະ​ເອວາ​ເບິ່ງ​ຕົ້ນ​ໝາກ​ໄມ້​ຕົ້ນ​ໜຶ່ງ​ໃນ​ສວນ ແລະ​ບອກ​ວ່າ​ຖ້າ​ເຂົາ​ເຈົ້າ​ກິນ​ໝາກ​ຈາກ​ຕົ້ນ​ນັ້ນ ເຂົາ​ເຈົ້າ​ຈະ​ຕາຍ.

ທູດ​ສະຫວັນ​ຊົ່ວ, ຊາຕານ ພະຍາມານ, ໃຊ້​ງູ​ເພື່ອ​ເວົ້າ​ກັບ​ເອວາ

ມີ​ທູດ​ສະຫວັນ​ຕົນ​ໜຶ່ງ​ໄດ້​ຂືນ​ອຳນາດ​ຂອງ​ພະເຈົ້າ. ທູດ​ສະຫວັນ​ຊົ່ວ​ນີ້​ແມ່ນ​ຊາຕານ​ພະຍາມານ.

ຊາຕານ​ບໍ່​ຢາກ​ໃຫ້​ອາດາມ​ແລະ​ເອວາ​ເຊື່ອ​ຟັງ​ພະ​ເຢໂຫວາ. ດັ່ງ​ນັ້ນ ມັນ​ຈຶ່ງ​ໃຊ້​ງູ​ໃຫ້​ໄປ​ບອກ​ເອວາ​ວ່າ​ຖ້າ​ລາວ​ກິນ​ໝາກ​ໄມ້​ທີ່​ຖືກ​ຫ້າມ​ນັ້ນ ລາວ​ຈະ​ບໍ່​ຕາຍ​ແຕ່​ຈະ​ເປັນ​ຄື​ພະເຈົ້າ. ແນ່ນອນ​ນັ້ນ​ເປັນ​ຄຳ​ຕົວະ.—ຕົ້ນເດີມ 3:1-5.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌