ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊລ ພາກ 9 ໜ້າ 20-21
  • ເມື່ອ​ໃດ​ໂລກ​ນີ້​ຈະ​ເປັນ​ອຸທິຍານ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເມື່ອ​ໃດ​ໂລກ​ນີ້​ຈະ​ເປັນ​ອຸທິຍານ?
  • ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ເລື່ອງທີ່ຄ້າຍກັນ
  • ອຸທິຍານ​ໃກ້​ເຂົ້າ​ມາ​ແລ້ວ!
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ບົດ​ທີ 9
    ເຊື່ອຟັງພະເຈົ້າ
  • ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ “ຍຸກ​ສຸດ​ທ້າຍ” ບໍ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ໂລກ​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ​ບໍ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ເບິ່ງຕື່ມ
ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
ຊລ ພາກ 9 ໜ້າ 20-21

ພາກ​ທີ 9

ເມື່ອ​ໃດ​ໂລກ​ນີ້​ຈະ​ເປັນ​ອຸທິຍານ?

ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ພິສູດ​ວ່າ​ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ດຳເນີນ​ການ. ລືກາ 21:10, 11; 2 ຕີໂມເຕ 3:1-5

ບັນຫາ​ທີ່​ພົບ​ໄດ້​ເລື້ອຍໆໃນ​ສະໄໝ​ສຸດ​ທ້າຍ​ແມ່ນ ການ​ພະນັນ, ສົງຄາມ, ພະຍາດ​ລະ​ບາດ, ຄວາມ​ອຶດ​ຫິວ, ການ​ບໍ່​ເຊື່ອ​ຟັງ​ພໍ່​ແມ່, ແລະ​ຄວາມ​ຮຸນແຮງ​ໃນ​ຄອບຄົວ

ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເຖິງ​ຫຼາຍ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້. ຄຳພີ​ໄບເບິນ​ໄດ້​ກ່າວ​ໄວ້​ວ່າ​ຜູ້​ຄົນ​ຈະ​ເປັນ​ຄົນ​ຮັກ​ເງິນ​ຄຳ ລູກ​ຈະ​ບໍ່​ເຊື່ອ​ຟັງ​ພໍ່​ແມ່ ໂຫດ​ຮ້າຍ​ແລະ​ຮັກ​ຄວາມ​ສະໜຸກ​ສະໜານ.

ຈະ​ມີ​ແຜ່ນດິນ​ໄຫວ​ຮຸນແຮງ​ໃນ​ສ່ວນ​ຕ່າງໆຂອງ​ໂລກ ການ​ສູ້​ຮົບ​ກັນ ການ​ຂາດແຄນ​ອາຫານ ແລະ​ໂລກ​ລະ​ບາດ. ສິ່ງ​ຕ່າງໆເຫຼົ່າ​ນີ້​ກຳລັງ​ເກີດ​ຂຶ້ນ​ໃນ​ສະໄໝ​ນີ້.

ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ

ພະ​ເຍຊູ​ຍັງ​ບອກ​ວ່າ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ໂລກ.—ມັດທາຍ 24:14.

ລາຊະອານາຈັກ​ຈະ​ກຳຈັດ​ຄົນ​ຊົ່ວ​ທັງ​ໝົດ​ໃຫ້​ສາບ​ສູນ​ໄປ. 2 ເປໂຕ 3:13

ຄົນ​ຊົ່ວ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ອະລະມະເຄໂດນ​ແລະ​ພວກ​ຜີ​ປີສາດ​ຈະ​ຖືກ​ລົງໂທດ

ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ.

ຊາຕານ​ແລະ​ພວກ​ຜີ​ປີສາດ​ຈະ​ຖືກ​ລົງໂທດ.

ພະ​ເຍຊູ​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຜູ້​ຄົນ​ຈາກ​ຫຼາຍ​ເຊື້ອ​ຊາດ​ທີ່​ມີ​ຄວາມ​ສຸກ

ຄົນ​ເຫຼົ່າ​ນັ້ນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ຈະ​ລອດ​ຊີວິດ​ເຂົ້າ​ໄປ​ໃນ​ໂລກ​ທີ່​ຊອບທຳ ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມ​ຢ້ານ​ອີກ ເປັນ​ໂລກ​ທີ່​ຜູ້​ຄົນ​ໄວ້​ວາງໃຈ​ກັນ​ແລະ​ຮັກ​ກັນ​ແລະ​ກັນ.

  • ພະ​ເຍຊູ​ເວົ້າ​ເຖິງ​ສິ່ງ​ໃດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ?—ມັດທາຍ 24:3-14.

  • ຄົນ​ທີ່​ຊົ່ວ​ຮ້າຍ​ຈະ​ຖືກ​ທຳລາຍ.—2 ເປໂຕ 3:7.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌