ບົດທີ 29
ຂ້ອຍຈະຮູ້ໄດ້ແນວໃດວ່ານັ້ນຄືຄວາມຮັກແທ້ຫຼືບໍ່?
ຂໍໃຫ້ຕອບຄຳຖາມຕໍ່ໄປນີ້
1. ເຈົ້າຈະກຳນົດຄວາມໝາຍຄຳວ່າ “ຮັກ” ວ່າແນວໃດ? ․․․․․
2. ເຈົ້າຈະກຳນົດຄວາມໝາຍຄຳວ່າ “ຫຼົງໄຫຼ” ວ່າແນວໃດ? ․․․․․
3. ໃນທັດສະນະຂອງເຈົ້າ ທັງສອງນັ້ນແຕກຕ່າງກັນແນວໃດ? ․․․․․
ເຈົ້າຄົງຕອບຄຳຖາມຂ້າງເທິງນັ້ນບໍ່ຍາກ. ໃນທີ່ສຸດເປັນເລື່ອງງ່າຍທີ່ຈະເຫັນຄວາມແຕກຕ່າງລະຫວ່າງຄວາມຮັກແລະຄວາມຫຼົງໄຫຼເມື່ອເຈົ້າພຽງແຕ່ຄຶດແບບສົມມຸດຂຶ້ນມາ.
ແນວໃດກໍຕາມ ທຸກສິ່ງທຸກຢ່າງສາມາດປ່ຽນແປງໄດ້ເມື່ອເຈົ້າແນມເຫັນຜູ້ຊາຍຫຼືຜູ້ຍິງໃນຝັນຂອງຕົນເອງ. ທັນທີທັນໃດເຈົ້າກໍຖືກເຮັດໃຫ້ຫຼົງຮັກ ແລະບໍ່ມີຫຍັງອີກແລ້ວທີ່ມີຄວາມສຳຄັນ. ເຈົ້າຕົກຫລຸມຮັກແລ້ວ ຫຼືເຈົ້າໄດ້ຕົກຫລຸມຮັກແທ້ແລ້ວ ບໍ? ມັນແມ່ນຄວາມຮັກຫຼືຄວາມຫຼົງໄຫຼ? ເຈົ້າຈະບອກໄດ້ແນວໃດ? ເພື່ອທີ່ຈະຕອບຄຳຖາມເຫຼົ່ານີ້ ທຳອິດຂໍໃຫ້ພິຈາລະນາເບິ່ງວ່າທັດສະນະຂອງເຈົ້າທີ່ມີຕໍ່ເພດກົງກັນຂ້າມອາດປ່ຽນແປງໄປແນວໃດໃນບໍ່ເທົ່າໃດປີມານີ້. ເພື່ອເປັນຕົວຢ່າງ ຂໍໃຫ້ພິຈາລະນາຄຳຖາມຕໍ່ໄປນີ້
• ເຈົ້າມີທັດສະນະແນວໃດຕໍ່ເພດກົງກັນຂ້າມຕອນເຈົ້າອາຍຸຫ້າປີ?
• ຕອນນີ້ ເຈົ້າມີທັດສະນະແນວໃດຕໍ່ເພດກົງກັນຂ້າມ?
ຄຳຕອບຂອງເຈົ້າອາດເປີດເຜີຍໃຫ້ເຫັນວ່າ ເມື່ອເຈົ້າເຂົ້າສູ່ໄວເປັນບ່າວເປັນສາວ ເຈົ້າເລີ່ມເບິ່ງເພດກົງກັນຂ້າມໃນແບບທີ່ແຕກຕ່າງອອກໄປ. ທ້າວບາຍອັນອາຍຸ 12 ປີ ເວົ້າວ່າ: “ຂ້ອຍເລີ່ມສັງເກດເຫັນຄວາມງາມຂອງຍິງສາວ.” ນາງອິເລນອາຍຸ 16 ປີ ສຳນຶກເຖິງຄວາມປ່ຽນແປງທີ່ເລີ່ມຕົ້ນຂຶ້ນໃນສອງສາມປີທີ່ຜ່ານມາ. ອິເລນເວົ້າວ່າ: “ພວກໝູ່ຜູ້ຍິງໝົດທຸກຄົນເລີ່ມເວົ້າເຖິງເລື່ອງຜູ້ບ່າວ. ແລະສຳລັບຂ້ອຍ ເປັນເລື່ອງງ່າຍທີ່ຈະຕົກຫລຸມຮັກຜູ້ຊາຍ.”
ຕອນນີ້ເຈົ້າເລີ່ມສົນໃຈເພດກົງກັນຂ້າມ ເຈົ້າຈະຮັບມືກັບຄວາມຮູ້ສຶກທີ່ຮຸນແຮງນີ້ໄດ້ແນວໃດ? ແທນທີ່ຈະທຳທ່າວ່າເຈົ້າບໍ່ມີຄວາມຮູ້ສຶກເຫຼົ່ານີ້ເຊິ່ງທີ່ຈິງແລ້ວມັນຈະເພີ່ມໃຫ້ຄວາມຮູ້ສຶກຮຸນແຮງຂຶ້ນ ເຈົ້າສາມາດໃຊ້ຄວາມຮູ້ສຶກນີ້ໃຫ້ເປັນຄືກັບໂອກາດທີ່ເໝາະເພື່ອຈະຮຽນຮູ້ບາງສິ່ງກ່ຽວກັບຄວາມດຶງດູດໃຈ ຄວາມຫຼົງໄຫຼ ແລະຄວາມຮັກ. ການເຂົ້າໃຈແງ່ມຸມທັງສາມຢ່າງນີ້ກ່ຽວກັບຄວາມຮັກສາມາດທີ່ຈະຫຼີກລ່ຽງບໍ່ໃຫ້ເກີດການເຈັບປວດໃຈທີ່ບໍ່ຈຳເປັນ ແລະໃນທີ່ສຸດສາມາດຊ່ວຍເຈົ້າໃຫ້ພົບກັບຄວາມຮັກທີ່ແທ້ຈິງ.
ຄວາມດຶງດູດໃຈ → ສິ່ງທີ່ເຈົ້າເຫັນ
“ຂ້ອຍກັບໝູ່ມັກເວົ້າເລື່ອງຜູ້ສາວຕະຫຼອດ. ພວກເຮົາພະຍາຍາມທີ່ຈະລົມກັນໃນເລື່ອງອື່ນ ແຕ່ທັນທີທັນໃດທີ່ຜູ້ສາວງາມຍ່າງກາຍ ພວກເຮົາກໍພາກັນລືມເລື່ອງທີ່ພວມລົມກັນຊ້ຳ!”—ທ້າວ ອາເລັກ.
“ຊາຍໜຸ່ມທີ່ມັກຈ້ອງສາຍຕາ ຍິ້ມງາມ ແລະຍ່າງດ້ວຍທ່າທາງທີ່ໝັ້ນໃຈຈະໄດ້ຮັບຄວາມສົນໃຈຈາກຂ້ອຍ.”—ນາງ ລໍຣີ.
ເປັນເລື່ອງປົກກະຕິທີ່ຈະຖືກດຶງດູດໃຈຕໍ່ບາງຄົນທີ່ງາມຫຼືເຈົ້າຊູ້ເມື່ອເບິ່ງພາຍນອກ. ບັນຫາກໍຄືວ່າ ຫຼາຍຄັ້ງສິ່ງທີ່ເຈົ້າເຫັນບໍ່ແມ່ນສິ່ງທີ່ເປັນແທ້ໆ. ຍ້ອນຫຍັງ? ເພາະຮູບໂສມເປັນສິ່ງຫຼອກລວງ. ພະຄຳພີກ່າວວ່າ: “ຍິງຜູ້ໜຶ່ງມີຮູບງາມແຕ່ບໍ່ມີສະຕິເປັນຄືປອກຄຳປະດັບຮູດັງໝູຕົວໜຶ່ງ.” (ສຸພາສິດ 11:22) ແນ່ນອນວ່າຫຼັກການດຽວກັນນີ້ສາມາດໃຊ້ໄດ້ກັບຜູ້ຊາຍ.
ຄວາມຫຼົງໄຫຼ → ສິ່ງທີ່ເຈົ້າຮູ້ສຶກ
“ຂ້ອຍຕົກຫລຸມຮັກເດັກຊາຍຄົນໜຶ່ງເອົາແທ້ເອົາວ່າຕອນອາຍຸ 12 ປີ ແລະເມື່ອຂ້ອຍບໍ່ມີຄວາມຮູ້ສຶກນັ້ນແລ້ວ ຂ້ອຍກໍສຳນຶກເຖິງເຫດຜົນທີ່ຂ້ອຍມັກລາວ. ເປັນພຽງແຕ່ຍ້ອນວ່າໝູ່ຂ້ອຍທຸກຄົນສົນໃຈໃນພວກຜູ້ຊາຍແລະລາວກໍເປັນຜູ້ຊາຍ. ນັ້ນແຫຼະຄືເຫດຜົນ!”—ນາງ ອິເລນ.
“ຂ້ອຍຕົກຫລຸມຮັກຫຼາຍຄັ້ງ ແຕ່ເກືອບໝົດທຸກຄັ້ງຂ້ອຍມີແຕ່ພິຈາລະນາເບິ່ງບຸກຄົນພາຍນອກ. ເມື່ອຂ້ອຍຮູ້ວ່າຄົນພາຍໃນເປັນແນວໃດແທ້ໆ ຂ້ອຍສຳນຶກວ່າພວກເຮົາເຂົ້າກັນບໍ່ໄດ້ແບບທີ່ຂ້ອຍເຄີຍຄຶດໄວ້.”—ທ້າວ ມາກ.
ຄວາມຫຼົງໄຫຼແມ່ນຄວາມຮູ້ສຶກຄ້າຍຄືກັບຄວາມຮັກ. ທີ່ຈິງ ຄວາມຮັກລວມເອົາຄວາມຮູ້ສຶກຮັກໄຄ່. ແຕ່ຮາກຖານຂອງແຕ່ລະຢ່າງແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ຄວາມຫຼົງໄຫຼເກີດມາຈາກຄວາມຮູ້ສຶກແບບຜິວເຜີນຕໍ່ກັບຄຸນລັກສະນະຕ່າງໆທີ່ຢູ່ພາຍນອກ. ນອກຈາກນັ້ນ ຄວາມຫຼົງໄຫຼເຮັດໃຫ້ເບິ່ງຂ້າມຈຸດບົກພ່ອງຂອງອີກບຸກຄົນໜຶ່ງແລະເຮັດໃຫ້ເຫັນສະເພາະຈຸດດີ. ຜົນກໍຄື ຄວາມຫຼົງໄຫຼໝັ້ນຄົງເປັນຄືກັບຜາສາດທີ່ປັ້ນເອົາຈາກດິນຊາຍ. ຍິງສາວຊື່ຟີໂອນາເວົ້າວ່າ: “ມັນຈະຢູ່ບໍ່ດົນ ເຈົ້າສາມາດຖືກດຶງດູດໃຈຕໍ່ກັບຜູ້ໃດຜູ້ໜຶ່ງພຽງມື້ໜຶ່ງ ແລະໜຶ່ງເດືອນຫຼັງຈາກນັ້ນເຈົ້າຈະມີຄວາມຮູ້ສຶກແບບດຽວກັນນັ້ນ ແຕ່ຕໍ່ກັບອີກຜູ້ໜຶ່ງ!”
ຄວາມຮັກ → ສິ່ງທີ່ເຈົ້າຮູ້
“ຂ້ອຍຄິດວ່າກ່ຽວກັບຄວາມຮັກ ເຈົ້າມີເຫດຜົນທີ່ຈະຖືກດຶງດູດໃຈຕໍ່ກັບຜູ້ໃດຜູ້ໜຶ່ງ ແລະນັ້ນເປັນເຫດຜົນທີ່ດີ ບໍ່ແມ່ນເຫດຜົນທີ່ເຫັນແກ່ຕົວ.”—ທ້າວ ເດວິດ.
“ສຳລັບຂ້ອຍ ມັນເບິ່ງຄືວ່າຄວາມຮັກແທ້ຄວນຈະເຕີບໂຕຂຶ້ນໂດຍອາໄສເວລາ. ທຳອິດ ເປັນໝູ່ທີ່ດີຕໍ່ກັນກ່ອນ. ຈາກນັ້ນເທື່ອລະເລັກລະໜ້ອຍ ເຈົ້າຖືກໃຈໃນສິ່ງທີ່ຕົນເອງໄດ້ຮຽນຮູ້ກ່ຽວກັບບຸກຄົນນັ້ນ ແລະເຈົ້າເລີ່ມຕົ້ນພັດທະນາຄວາມຮູ້ສຶກທີ່ເຈົ້າບໍ່ເຄີຍມີມາກ່ອນ.”—ນາງ ຈູດິດ.
ຄວາມຮັກອີງໃສ່ຄວາມຮູ້ຈັກດີຕໍ່ກັບຈຸດດີແລະຈຸດບົກພ່ອງຂອງບຸກຄົນນັ້ນ. ບໍ່ແປກທີ່ຄຳພີໄບເບິນໄດ້ພັນລະນາເຖິງຄວາມຮັກວ່າເປັນຫຼາຍກວ່າຄວາມຮູ້ສຶກ. ເໜືອສິ່ງອື່ນໃດ ຄຳພີໄບເບິນກ່າວເຖິງຄວາມຮັກວ່າ: “ອົດທົນດົນນານແລະເຕັມດ້ວຍຄວາມດີ . . . ແລະປົກອັດສັບພະທຸກສິ່ງ ແລະເຊື່ອສັບພະທຸກສິ່ງ ແລະໄວ້ໃຈໃນສັບພະທຸກສິ່ງ ແລະອົດທົນສັບພະທຸກສິ່ງ. ຄວາມຮັກສູນເສຍບໍ່ໄດ້.” (1 ໂກລິນໂທ 13:4, 7, 8) ແລະຄວາມຮັກເຮັດໃຫ້ຄົນຜູ້ໜຶ່ງປະພຶດໃນແນວທາງດັ່ງກ່າວນີ້ໂດຍອາໄສຄວາມຮູ້ ບໍ່ແມ່ນອາໄສຄວາມເຊື່ອໃຈງ່າຍຫຼືການຂາດຄວາມຮູ້.
ຕົວຢ່າງຂອງຄວາມຮັກແທ້
ເລື່ອງຂອງທ້າວຢາໂຄບແລະນາງລາເຊນທີ່ບັນທຶກໄວ້ໃນຄຳພີໄບເບິນສະແດງໃຫ້ເຫັນຢ່າງຊັດເຈນເຖິງເລື່ອງຄວາມຮັກແທ້. ຄູ່ນີ້ພົບກັນຢູ່ນ້ຳສ້າງເຊິ່ງລາເຊນມາຕັກນ້ຳໃຫ້ແກະຂອງພໍ່. ຢາໂຄບຮູ້ສຶກຈັບອົກຈັບໃຈລາເຊນໂດຍທັນທີ. ເພາະເຫດໃດ? ເຫດຜົນໜຶ່ງກໍຄື ລາວ “ມີຮູບຮ່າງງາມດີໜ້າຊົມ.”—ຕົ້ນເດີມ 29:17.
ແນວໃດກໍຕາມ ຂໍໃຫ້ຈື່ໄວ້ວ່າຮັກແທ້ອີງໃສ່ຫຼາຍກວ່າຮູບຮ່າງໜ້າຕາທີ່ປາກົດພາຍນອກ. ຢາໂຄບພົບວ່າລາເຊນມີຢ່າງອື່ນອີກນອກຈາກຄວາມງາມ. ທີ່ຈິງ ຄຳພີໄບເບິນບອກວ່າເມື່ອເວລາຜ່ານໄປບໍ່ດົນ ຢາໂຄບບໍ່ພຽງແຕ່ປະທັບໃຈໃນຕົວລາເຊນ ລາວ “ໄດ້ຮັກນາງລາເຊນ.”—ຕົ້ນເດີມ 29:18.
ນີ້ແມ່ນຕອນຈົບຂອງເລື່ອງຄວາມຮັກບໍ? ບໍ່ແມ່ນ ເພາະວ່າເລື່ອງນີ້ບໍ່ໄດ້ຈົບເທົ່ານັ້ນ. ພໍ່ຂອງລາເຊນໃຫ້ຢາໂຄບລໍຖ້າເຈັດປີ ກ່ອນທີ່ຈະໄດ້ແຕ່ງດອງກັບລາເຊນ. ເປັນເລື່ອງຍຸຕິທຳຫຼືບໍ່ຍຸຕິທຳ ຕອນນີ້ຄວາມຮັກຂອງຢາໂຄບຖືກທົດສອບ. ຖ້າຄວາມຮູ້ສຶກນີ້ເປັນພຽງແຕ່ຄວາມຫຼົງໄຫຼ ຢາໂຄບຈະບໍ່ຄອຍຖ້າລາເຊນ. ເວລາເທົ່ານັ້ນທີ່ສາມາດພິສູດເຖິງຮັກແທ້. ດັ່ງນັ້ນ ມີຫຍັງເກີດຂຶ້ນ? ຄຳພີໄບເບິນກ່າວວ່າ: “ທ່ານຢາໂຄບໄດ້ບົວລະບັດຢູ່ 7 ປີເພາະນາງລາເຊນ ແລະ 7 ປີນັ້ນທ່ານຢາໂຄບໄດ້ເຫັນເໝືອນດັ່ງໜ້ອຍວັນຍ້ອນໄດ້ຮັກນາງ.”—ຕົ້ນເດີມ 29:20.
ເຈົ້າສາມາດຮຽນຮູ້ຫຍັງຈາກຕົວຢ່າງຂອງຢາໂຄບແລະລາເຊນ? ນັ້ນຄືຄວາມຮັກແທ້ສາມາດຜ່ານຜ່າການເວລາທີ່ຍາວນານ. ນອກຈາກນັ້ນ ຮັກແທ້ບໍ່ໄດ້ອາໄສພຽງແຕ່ຮູບຮ່າງໜ້າຕາພາຍນອກເທົ່ານັ້ນ. ທີ່ຈິງ ຄົນທີ່ເຈົ້າແຕ່ງດອງນຳອາດບໍ່ແມ່ນຄົນທີ່ເຈົ້າສົນໃຈໃນຕອນທຳອິດ. ຕົວຢ່າງເຊັ່ນ ນາງບາບາຣາພົບກັບຊາຍໜຸ່ມຄົນໜຶ່ງເຊິ່ງລາວຍອມຮັບວ່າຕົນເອງບໍ່ໄດ້ສົນໃຈຫຼາຍໃນຕອນທຳອິດ. ບາບາຣາຈື່ວ່າ: “ແຕ່ເມື່ອຂ້ອຍຮູ້ຈັກກັບລາວຫຼາຍຂຶ້ນ ສິ່ງຕ່າງໆກໍປ່ຽນແປງ. ຂ້ອຍເຫັນວ່າສະຕີບເວັນມີຄວາມຫ່ວງໃຍຕໍ່ກັບຄົນອື່ນ ແລະວິທີທີ່ລາວໃຫ້ຜົນປະໂຫຍດຂອງຄົນອື່ນມາກ່ອນຂອງຕົນເອງສະເໝີ. ສິ່ງເຫຼົ່ານີ້ເປັນຄຸນລັກສະນະທີ່ຂ້ອຍຮູ້ວ່າຈະເຮັດໃຫ້ລາວເປັນຜົວທີ່ດີ. ຂ້ອຍຖືກດຶງດູດໃຫ້ເຂົ້າໃກ້ຊິດລາວ ແລະເລີ່ມມີຄວາມຮູ້ສຶກຮັກລາວ.” ຜົນກໍຄືວ່າເປັນການແຕ່ງດອງທີ່ໝັ້ນຄົງ.
ເມື່ອເຈົ້າເປັນຜູ້ໃຫຍ່ພຽງພໍແລ້ວທີ່ຈະຕິດຕໍ່ຝາກຮັກໂດຍມີຈຸດມຸ່ງໝາຍທີ່ຈະແຕ່ງດອງຈະຮູ້ໄດ້ແນວໃດວ່າໄດ້ພົບຮັກແທ້ແລ້ວ? ເຈົ້າອາດຖືກກະຕຸ້ນຈາກຄວາມຮູ້ສຶກ ແຕ່ໃຫ້ຄິດຫາເຫດຜົນໂດຍອາໄສຫຼັກການໃນພະຄຳພີ. ໃຫ້ຮຽນຮູ້ຫຼາຍກວ່າຮູບຮ່າງໜ້າຕາພາຍນອກ. ໃຊ້ເວລາເພື່ອພັດທະນາສາຍສຳພັນ. ຂໍໃຫ້ຈື່ໄວ້ວ່າ ຄວາມຫຼົງໄຫຼຄ່ອຍໆຈາງຫາຍໄປພາຍໃນໄລຍະເວລາສັ້ນໆ. ຄວາມຮັກແທ້ເຕີບໂຕຂຶ້ນໄປກັບເວລາແລະເປັນ “ສິ່ງທີ່ຜູກພັນຜູ້ຄົນໃຫ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ.”—ໂກໂລດ 3:14, ລ.ມ.
ຂໍໃຫ້ໝັ້ນໃຈວ່າເຈົ້າສາມາດພົບກັບຄວາມຮັກແບບນັ້ນ ຖ້າເຈົ້າຮຽນຮູ້ທີ່ຈະເບິ່ງກາຍຄວາມດຶງດູດໃຈ (ສິ່ງທີ່ເຈົ້າເຫັນ) ແລະຄວາມຫຼົງໄຫຼ (ສິ່ງທີ່ເຈົ້າຮູ້ສຶກ). ໃນສາມໜ້າຕໍ່ໄປນີ້ຈະຊ່ວຍເຈົ້າໃຫ້ເຮັດເຊັ່ນນັ້ນ.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 1 ແລະບົດທີ 3 ຂອງເຫຼັ້ມທີ 2
ສົມມຸດວ່າເຈົ້າໄດ້ພົບຮັກແທ້ແລ້ວ. ເຈົ້າຈະຮູ້ໄດ້ແນວໃດວ່າເຈົ້າພ້ອມແລ້ວທີ່ຈະແຕ່ງດອງ?
ຂໍ້ພະຄຳພີຫຼັກ
“ນ້ຳທັງຫຼາຍອາດມອດຄວາມຮັກບໍ່ໄດ້ແລະແມ່ນ້ຳທັງຫຼາຍບໍ່ຖ້ວມຄວາມຮັກ.”—ບົດລຳເພງ 8:7.
ຄຳແນະນຳ
ເພື່ອທີ່ຈະຮູ້ວ່າເຈົ້າຮູ້ຈັກຜູ້ທີ່ເຈົ້າຕິດໃຈດີສ່ຳໃດແທ້ໆ ຂໍໃຫ້ຕອບຄຳຖາມຕ່າງໆທີ່ຢູ່ໜ້າ 39 (ສຳລັບຍິງສາວ) ແລະໜ້າ 40 (ສຳລັບຊາຍໜຸ່ມ) ຂອງເຫຼັ້ມທີ 2.
ເຈົ້າຮູ້ບໍ . . .?
ໜຸ່ມສາວທີ່ກ້າວເຂົ້າແລະກ້າວອອກຈາກສາຍສຳພັນຮັກໄຄ່ແບບທີ່ບໍ່ເອົາຈິງເອົາຈັງກຳລັງ “ຝຶກຊ້ອມ” ສຳລັບການຢ່າຮ້າງພາຍຫຼັງແຕ່ງດອງ.
ແຜນພາກປະຕິບັດ!
ເພື່ອທີ່ຈະຊ່ວຍຂ້ອຍໃຫ້ຕັດສິນໃຈວ່າຄວາມຮູ້ສຶກຂອງຂ້ອຍທີ່ມີຕໍ່ຄົນຜູ້ໜຶ່ງເປັນຄວາມຫຼົງໄຫຼຫຼືເປັນຄວາມຮັກ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງພະເຈົ້າຈຶ່ງສ້າງມະນຸດໃຫ້ມີຄວາມຮູ້ສຶກດຶງດູດໃຈທີ່ຮຸນແຮງເຊັ່ນນັ້ນຕໍ່ເພດກົງກັນຂ້າມ?
• ເປັນຫຍັງສາຍສຳພັນເລື່ອງ “ຄວາມຮັກ” ຂອງໄວຮຸ່ນຫຼາຍຄົນຈຶ່ງຫຼົມແຫຼວ?
[ຈຸດເດັ່ນໜ້າ 207]
“ຄວາມຮັກສາມາດຜ່ານຜ່າອຸປະສັກຕ່າງໆ ໃນຂະນະທີ່ຄວາມຫຼົງໄຫຼເບິ່ງຄືວ່າຈະຈົບລົງທັນທີທັນໃດເມື່ອສະພາບ ການປ່ຽນແປງຫຼືມີບັນຫາເກີດຂຶ້ນ. ດັ່ງນັ້ນ ຕ້ອງໃຊ້ເວລາຫຼາຍເພື່ອທີ່ຈະພັດທະນາຮັກແທ້.”—ນາງ ດາເນຍລາ
[ກອບໜ້າ 209]
ແບບສອບຖາມ
ເຈົ້າຈະເຮັດແນວໃດ?
ທ້າວໄມເກິນແລະນາງຈູດີຄົບຫາກັນມາໄດ້ສາມເດືອນແລ້ວ ແລະຈູດີເວົ້າວ່າຕົນ “ກຳລັງຕົກຫລຸມຮັກຫຼາຍແທ້ໆ.” ໄມເກິນໃສ່ໃຈຈູດີຕະຫຼອດເວລາ ແມ່ນແຕ່ບອກຈູດີເລື່ອງວິທີແຕ່ງຕົວ ແລະມີໃຜແດ່ທີ່ຈູດີສາມາດຄົບຫານຳໄດ້ແລະບໍ່ສາມາດຄົບຫານຳໄດ້. ໄມເກິນປະຕິບັດຕໍ່ຈູດີຄືກັບເຈົ້າຍິງ ຈົນວ່າຮອດອາທິດແລ້ວນີ້. ໄມເກິນຕົບໜ້າຈູດີພາຍຫຼັງທີ່ເຫັນຈູດີລົມກັບຊາຍໜຸ່ມອີກຄົນໜຶ່ງ.
ໄມເກິນເວົ້າວ່າ: “ຈູດີຄວນຮູ້ວ່າຂ້ອຍຢ້ານທີ່ຈະສູນເສຍລາວໄປ. ທີ່ຈິງແລ້ວ ຄວາມຄິດທີ່ວ່າຜູ້ຊາຍອີກຄົນໜຶ່ງຈະລັກເອົາແຟນໄປຈາກຂ້ອຍເຮັດໃຫ້ຂ້ອຍໃຈຮ້າຍຫຼາຍ! ຂ້ອຍຮູ້ສຶກບໍ່ດີເລີຍທີ່ຕົບໜ້າຈູດີ. ຂ້ອຍທົນບໍ່ໄດ້ແມ່ນແຕ່ເມື່ອລາວແນມເບິ່ງຜູ້ຊາຍຄົນອື່ນ. ຈາກນັ້ນ ຂ້ອຍກໍຂໍໂທດລາວ!”
ຈູດີເວົ້າວ່າ: “ພໍ່ແມ່ຂ້ອຍບອກວ່າໄມເກິນເປັນຄົນເຈົ້າກີ້ເຈົ້າການ ແຕ່ລາວພຽງແຕ່ເປັນຄົນທີ່ມີມາດຕະຖານສູງ. ຄວາມໝາຍຂອງຂ້ອຍກໍຄື ລາວບໍ່ເຄີຍພະຍາຍາມບັງຄັບຂ້ອຍໃຫ້ມີເພດສຳພັນນຳ. ແລະເມື່ອລາວໄດ້ຕົບໜ້າຂ້ອຍ ຕອນຂ້ອຍພວມລົມກັບຊາຍໜຸ່ມອີກຄົນໜຶ່ງ ຂ້ອຍບໍ່ໄດ້ບອກພໍ່ແມ່ໃນເລື່ອງນີ້. ໄມເກິນອິດສາ ເຊິ່ງບາງຄັ້ງຂ້ອຍຮູ້ສຶກວ່າເປັນສິ່ງທີ່ດີ. ແນວໃດກໍຕາມ ລາວຂໍໂທດແລະສັນຍາວ່າຈະບໍ່ເຮັດແບບນີ້ອີກ.”
ຜຽນຂອງເຈົ້າ ເຈົ້າເຫັນສັນຍານເຕືອນໄພໃນສາຍສຳພັນນີ້ບໍ? ຖ້າເຫັນ ມີສັນຍານຫຍັງແດ່? ․․․․․
ຈູດີຄວນຈະເຮັດແນວໃດ? ․․․․․
ເຈົ້າຈະເຮັດແນວໃດ? ․․․․․
[ກອບໜ້າ 210]
ແບບສອບຖາມ
ເຈົ້າຈະເຮັດແນວໃດ?
ທ້າວອີເທນຄົບຫາກັບນາງອາລິສາໄດ້ສອງເດືອນແລ້ວ ແລະອີເທນກໍສັງເກດເຫັນແລ້ວວ່າອາລິສາເປັນຄົນມັກສູ້ຄືນສ່ຳໃດ ໂດຍສະເພາະກັບພໍ່ແມ່ຂອງລາວ. ທີ່ຈິງ ອາລິສາມັກຖຽງກັບພໍ່ແມ່ເລື້ອຍໆ ແລະຕາມປົກກະຕິແລ້ວລາວກໍຊະນະ. ລາວກາຍເປັນຄົນຊຳນິຊຳນານຫຼາຍໃນການຮຽກຮ້ອງເອົາສິ່ງທີ່ຕົນຕ້ອງການຈົນວ່າພໍ່ແມ່ເມື່ອຍທີ່ຈະຄັດຄ້ານລາວ. ອາລິສາເວົ້າອ້າງກັບອີເທນວ່າພໍ່ແມ່ຢູ່ໃນກຳມືລາວ.
ອີເທນເວົ້າວ່າ: “ອາລິສາມັກເວົ້າໃນສິ່ງທີ່ລາວກຳລັງຄິດ. ລາວບໍ່ຍອມຢູ່ໃຕ້ອຳນາດຜູ້ໃດເລີຍ ເຊິ່ງລວມເຖິງພໍ່ແມ່ຂອງລາວນຳ. ພໍ່ລາວເປັນຕາໜ້າລຳຄານອີ່ຫຼີ ແລະກໍບໍ່ແມ່ນເລື່ອງແປກໃຈທີ່ລາວເສຍອາລົມກັບພໍ່. ແຕ່ລາວບໍ່ພຽງແຕ່ຮ້ອງໃສ່ເທົ່ານັ້ນ ລາວສາມາດຮ້ອງໄຫ້ ເຮັດໜ້າບູດ ແລະເຮັດເອາະເຊາະ ເຮັດອັນໃດກໍໄດ້ທີ່ຈະເຮັດໃຫ້ລາວໄດ້ໃນສິ່ງທີ່ຕ້ອງການຈາກພໍ່ແມ່.”
ອາລິສາເວົ້າວ່າ: “ຂ້ອຍບໍ່ສົນໃຈວ່າເຈົ້າແມ່ນໃຜ ຫຼືເຈົ້າມີໜ້າທີ່ຕຳແໜ່ງອັນໃດ ຂ້ອຍຈະເວົ້າກົງໆກັບເຈົ້າ ແລະຂ້ອຍອາດຈະບໍ່ເສີມແຕ່ງຄຳເວົ້າຂອງຂ້ອຍໃຫ້ຫວານຈ້ອຍໆ. ອີເທນແຟນຂອງຂ້ອຍຮູ້ກ່ຽວກັບຕົວຂ້ອຍ. ລາວເຫັນຂ້ອຍຢູ່ກັບພໍ່ແມ່.”
ຜຽນຂອງເຈົ້າ ເຈົ້າເຫັນສັນຍານເຕືອນໄພໃນສາຍສຳພັນນີ້ບໍ? ຖ້າເຫັນ ມີສັນຍານຫຍັງແດ່? ․․․․․
ອີເທນຄວນເຮັດແນວໃດ? ․․․․․
ເຈົ້າຈະເຮັດແນວໃດ? ․․․․․
[ຮູບພາບໜ້າ 211]
ແບບສອບຖາມ
ຄວາມຮັກຫຼືຄວາມຫຼົງໄຫຼ?
ໃຫ້ລອງເດົາຄຳເວົ້າທີ່ຂາດໄປໃນປະໂຫຍກທາງລຸ່ມນີ້. ໃຫ້ຂຽນຄຳວ່າຄວາມຮັກຫຼືຄຳວ່າຄວາມຫຼົງໄຫຼໃສ່ໃນບ່ອນຫວ່າງ.
1. “․․․․․ເບິ່ງຂ້າມຄວາມເປັນຈິງກ່ຽວກັບບຸກຄົນນັ້ນແລະມັນຈະເປັນແບບນັ້ນຕໍ່ໆໄປ. ບໍ່ມັກເບິ່ງທີ່ຄວາມເປັນຈິງ.”—ທ້າວ ຄານວິນ.
2. “ຖ້າຂ້ອຍຕ້ອງປ່ຽນນິດໄສໃຈຄໍເມື່ອຂ້ອຍຢູ່ກັບຜູ້ຍິງທີ່ຂ້ອຍຕິດໃຈ ນັ້ນແມ່ນ ․․․․․.”—ທ້າວ ໂທມັດ.
3. “ອາດມີບາງສິ່ງບາງຢ່າງທີ່ລົບກວນໃຈເຈົ້າກ່ຽວກັບຄົນນັ້ນ. ແຕ່ຖ້ານັ້ນແມ່ນ ․․․․․ ເຈົ້າຍັງຕ້ອງການຢູ່ກັບຄົນນັ້ນແລະແກ້ໄຂບັນຫາທີ່ມີຢູ່.”—ທ້າວ ຣາຍອັນ.
4. “ກັບ ․․․․․ເຮົາຄິດຫາແຕ່ສິ່ງທີ່ເຮົາທັງສອງເຫັນດີເຫັນພ້ອມນຳກັນ.”—ນາງ ຄໍເດຍ.
5. “ເມື່ອເປັນ ․․․․․ ເຈົ້າບໍ່ພະຍາຍາມເຊື່ອງບຸກຄົນທີ່ເຈົ້າເປັນຢູ່.”—ນາງ ອີບຟ.
6. “․․․․․ແມ່ນຮູບແບບຂອງຄວາມເຫັນແກ່ຕົວໃນສິ່ງທີ່ເຈົ້າຕ້ອງການ ບາງເທື່ອອາດພຽງແຕ່ຢາກເວົ້າວ່າເຈົ້າມີແຟນ.”—ນາງ ອາລິສັນ.
7. “․․․․․ສຳນຶກເຖິງຂໍ້ບົກພ່ອງແລະນິດໄສທີ່ຜິດທຳມະດາ ແຕ່ເຖິງຢ່າງນັ້ນກໍຍັງສາມາດດຳລົງຊີວິດຢູ່ກັບສິ່ງເຫຼົ່ານັ້ນ.”—ນາງ ເອພິວ.
8. “ເມື່ອເປັນ ․․․․․ ເຈົ້າບໍ່ສາມາດອະທິບາຍເຖິງເຫດຜົນທີ່ຮູ້ສຶກຖືກດຶງດູດໃຈ ເຈົ້າພຽງແຕ່ຖືກດຶງດູດໃຈ.”—ທ້າວ ເດວິດ.
9. “ເມື່ອເປັນ ․․․․․ ອີກຝ່າຍໜຶ່ງບໍ່ສາມາດເຮັດຜິດພາດໄດ້.”—ນາງ ແຊວຊີ.
10. “ເມື່ອເປັນ ․․․․․ ເຈົ້າບໍ່ສັງເກດເບິ່ງຄົນອື່ນໆທີ່ເປັນເພດກົງກັນຂ້າມແບບທີ່ເຈົ້າເຄີຍເບິ່ງ ເພາະເຈົ້າສຳນຶກເຖິງຄວາມພັກດີ.”—ນາງ ເດັນເນວ.
ຄຳຕອບ: ຄວາມຫຼົງໄຫຼ: 1, 2, 4, 6, 8, 9. ຄວາມຮັກ: 3, 5, 7, 10.
[ຮູບພາບໜ້າ 206, 207]
ຄວາມຫຼົງໄຫຼເປັນຄືກັບຜາສາດທີ່ປັ້ນດ້ວຍດິນຊາຍ ພາຍໃນເວລາພຽງສັ້ນໆ ມັນຈະພັງທະລາຍ