ບົດທີ 9
ຈະກຽມສຳລັບການປະຊຸມຕ່າງໆໃຫ້ດີທີ່ສຸດໂດຍວິທີໃດ?
ກຳປູເຈຍ
ອູແກຣນ
ຖ້າທ່ານກຳລັງສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ ທ່ານອາດພະຍາຍາມເບິ່ງບົດຮຽນລ່ວງໜ້າສຳລັບການສຶກສາແຕ່ລະຄັ້ງ. ເພື່ອຈະໄດ້ຮັບປະໂຫຍດຫຼາຍທີ່ສຸດ ເປັນສິ່ງທີ່ດີທີ່ຈະເຮັດແບບດຽວກັນນັ້ນກ່ອນເຂົ້າຮ່ວມການປະຊຸມປະຈຳປະຊາຄົມ. ເມື່ອເຮົາສ້າງກິດຈະວັດທີ່ດີດັ່ງກ່າວນັ້ນກໍຈະໄດ້ຮັບຜົນທີ່ດີທີ່ສຸດ.
ກຳນົດວ່າຈະສຶກສາເມື່ອໃດແລະຢູ່ໃສ. ຕອນໃດທີ່ທ່ານມີຄວາມຕັ້ງໃຈຫຼາຍທີ່ສຸດ? ຕັ້ງແຕ່ຕອນເຊົ້າ ໆ ກ່ອນເລີ່ມຕົ້ນເຮັດວຽກປະຈຳວັນຂອງທ່ານບໍ ຫຼືວ່າເປັນຕອນແລງ ໆ ຫຼັງຈາກທີ່ລູກໄປນອນແລ້ວ? ເຖິງແມ່ນວ່າບໍ່ສາມາດໃຊ້ເວລາດົນໃນການສຶກສາແຕ່ລະຄັ້ງ ໃຫ້ເລືອກວ່າຈະໃຊ້ເວລາຫຼາຍສ່ຳໃດສຳລັບການສຶກສາ ແລະຢ່າປ່ອຍໃຫ້ສິ່ງໃດມາລົບກວນ. ຊອກບ່ອນງຽບ ໆ ແລະໃຫ້ມອດສິ່ງຕ່າງ ໆ ທີ່ລົບກວນເຊັ່ນ ວິທະຍຸ ໂທລະພາບ ແລະໂທລະສັບມືຖື. ການອະທິດຖານກ່ອນສຶກສາຈະຊ່ວຍທ່ານໃຫ້ປ່ອຍວາງຄວາມວິຕົກກັງວົນຂອງວັນນັ້ນເພື່ອຈະສາມາດສຸມໃຈໃສ່ຖ້ອຍຄຳຂອງພະເຈົ້າ.—ຟີລິບ 4:6, 7
ໝາຍໄວ້ໃນສ່ວນທີ່ກຽມ ແລະກຽມພ້ອມທີ່ຈະມີສ່ວນຮ່ວມ. ເລີ່ມຕົ້ນໂດຍການເຂົ້າໃຈຫົວເລື່ອງແບບລວມ ໆ. ເບິ່ງຫົວຂໍ້ຂອງເລື່ອງຫຼືບົດ ໃຫ້ຄິດເບິ່ງວ່າແຕ່ລະຫົວຂໍ້ຍ່ອຍກ່ຽວຂ້ອງແນວໃດກັບເນື້ອໃນຫຼັກ ແລະພິຈາລະນາເບິ່ງຮູບພາບແລະຄຳຖາມທົບທວນເຊິ່ງເນັ້ນຈຸດຕ່າງ ໆ ທີ່ສຳຄັນ. ຈາກນັ້ນໃຫ້ອ່ານແຕ່ລະວັກ ແລະຊອກຫາຄຳຕອບສຳລັບຄຳຖາມທີ່ພິມໄວ້. ເປີດເບິ່ງແລະອ່ານຂໍ້ພະຄຳພີຕ່າງ ໆ ທີ່ຍົກມາອ້າງອີງ ແລະໃຫ້ຄິດເບິ່ງວ່າຂໍ້ພະຄຳພີເຫຼົ່ານັ້ນສົ່ງເສີມເລື່ອງທີ່ພິຈາລະນາແນວໃດ. (ກິດຈະການ 17:11) ເມື່ອໄດ້ຄຳຕອບໃຫ້ຂີດກ້ອງຫຼືໝາຍຄຳເວົ້າຫຼັກສອງສາມຄຳຫຼືກຸ່ມຄຳໃນວັກເຊິ່ງຈະຊ່ວຍທ່ານໃຫ້ຈື່ຄຳຕອບ. ເມື່ອຢູ່ໃນການປະຊຸມ ທ່ານສາມາດຍົກມືຂຶ້ນຖ້າທ່ານຢາກຕອບ ແລະໃຫ້ຄຳຄິດເຫັນສັ້ນ ໆ ດ້ວຍຄຳເວົ້າຂອງຕົນເອງ.
ໂດຍການຄິດຕຶກຕອງຫົວເລື່ອງຕ່າງ ໆ ທີ່ພິຈາລະນາຢູ່ທີ່ການປະຊຸມໃນແຕ່ລະອາທິດ ທ່ານຈະໄດ້ຄວາມຄິດໃໝ່ ໆ ຕື່ມເຂົ້າໃສ່ ‘ຄັງຊັບ’ ກ່ຽວກັບຄວາມຮູ້ໃນຄຳພີໄບເບິນ.—ມັດທາຍ 13:51, 52
ທ່ານສາມາດສ້າງກິດຈະວັດອັນໃດໃນການກຽມຕົວສຳລັບການປະຊຸມຕ່າງ ໆ?
ທ່ານສາມາດກຽມຕົວໂດຍວິທີໃດເພື່ອໃຫ້ຄຳຄິດເຫັນຢູ່ທີ່ການປະຊຸມ?