ບົດຮຽນ 12
ທ່ານຈະໃກ້ຊິດກັບພະເຈົ້າໄດ້ແນວໃດ?
1. ພະເຈົ້າຮັບຟັງຄຳອະທິດຖານຂອງທຸກຄົນບໍ?
ພະເຈົ້າເຊີນຄົນທຸກປະເພດໃຫ້ເຂົ້າໃກ້ຊິດກັບພະອົງດ້ວຍການອະທິດຖານ. (ຄຳເພງ 65:2) ແຕ່ພະອົງບໍ່ຟັງທຸກໆຄຳອະທິດຖານ. ຕົວຢ່າງເຊັ່ນ ຄຳອະທິດຖານຂອງຜູ້ຊາຍທີ່ປະຕິບັດຢ່າງບໍ່ເໝາະສົມຕໍ່ເມຍຈະຖືກຂັດຂວາງ. (1 ເປໂຕ 3:7) ອີກອັນໜຶ່ງ ພະເຈົ້າບໍ່ຟັງຄຳອະທິດຖານຂອງຊາດອິດສະລາແອນເມື່ອເຂົາເຈົ້າເຮັດຊົ່ວຢ່າງບໍ່ລົດລະ. ແຕ່ວ່າຄົນທີ່ເຮັດຜິດຮ້າຍແຮງທີ່ໄດ້ກັບໃຈ ພະເຈົ້າພັດຮັບຟັງຄຳອະທິດຖານຂອງຄົນນັ້ນ. ດັ່ງນັ້ນ ຈຶ່ງເຫັນໄດ້ວ່າການອະທິດຖານເປັນສິດທິພິເສດ.—ອ່ານເອຊາອີ 1:15; 55:7
ເບິ່ງວິດີໂອ ພະເຈົ້າຟັງຄຳອະທິດຖານຂອງທຸກຄົນບໍ?
2. ເຮົາຄວນຈະອະທິດຖານແນວໃດ?
ການອະທິດຖານເປັນສ່ວນໜຶ່ງຂອງການນະມັດສະການຂອງເຮົາ ດັ່ງນັ້ນເຮົາຄວນຈະອະທິດຖານເຖິງພະຜູ້ສ້າງຂອງເຮົາຄື ພະເຢໂຫວາເທົ່ານັ້ນ. (ມັດທາຍ 4:10; 6:9) ເນື່ອງຈາກວ່າເຮົາເປັນຄົນຜິດບາບ ເຮົາຄວນຈະອະທິດຖານໃນນາມຂອງພະເຍຊູ ເພາະພະອົງໄດ້ຕາຍສຳລັບຄວາມຜິດບາບຂອງເຮົາ. (ໂຢຮັນ 14:6) ພະເຢໂຫວາບໍ່ຕ້ອງການໃຫ້ເຮົາເວົ້າຊ້ຳຄຳອະທິດຖານທີ່ທ່ອງຂຶ້ນໃຈຫຼືເວົ້າຊ້ຳຄຳທີ່ຂຽນໄວ້. ພະອົງຕ້ອງການໃຫ້ເຮົາອະທິດຖານຈາກໃຈຂອງເຮົາ.—ອ່ານມັດທາຍ 6:7; ຟີລິບ 4:6, 7
ພະຜູ້ສ້າງໄດ້ຍິນແມ່ນແຕ່ຄຳອະທິດຖານໃນໃຈ. (1 ຊາເມືອນ 1:12, 13) ພະອົງເຊີນໃຫ້ອະທິດຖານເຖິງພະອົງໄດ້ໃນທຸກໂອກາດເຊັ່ນ ຕອນເລີ່ມຕົ້ນແລະຕອນສິ້ນສຸດຂອງແຕ່ລະມື້ ກ່ອນກິນເຂົ້າ ແລະເມື່ອປະສົບບັນຫາຕ່າງໆ.—ອ່ານຄຳເພງ 55:22; ມັດທາຍ 15:36
3. ເປັນຫຍັງຄລິດສະຕຽນຈຶ່ງປະຊຸມກັນ?
ການເຂົ້າໃກ້ຊິດກັບພະເຈົ້າບໍ່ແມ່ນເລື່ອງງ່າຍ ເນື່ອງຈາກວ່າເຮົາດຳລົງຊີວິດໃນທ່າມກາງຄົນທີ່ບໍ່ເຊື່ອໃນພະເຈົ້າ ແລະເຂົາເຍາະເຍີ້ຍເລື່ອງຄຳສັນຍາຂອງພະເຈົ້າທີ່ຈະເຮັດໃຫ້ໂລກນີ້ມີສັນຕິສຸກ. (2 ຕີໂມເຕ 3:1, 4; 2 ເປໂຕ 3:3, 13) ດັ່ງນັ້ນ ເຮົາແລະເພື່ອນຮ່ວມຄວາມເຊື່ອຄວນຈະມີການຄົບຫາທີ່ໜູນກຳລັງໃຈກັນແລະກັນ.—ອ່ານເຫບເລີ 10:24, 25
ການຄົບຫາສະມາຄົມກັບຜູ້ທີ່ຮັກພະເຈົ້າເຮັດໃຫ້ເຮົາໃກ້ຊິດກັບພະອົງ. ການເຂົ້າຮ່ວມປະຊຸມກັບພະຍານພະເຢໂຫວາເປີດໂອກາດທີ່ດີເຊິ່ງເຮົາຈະໄດ້ປະໂຫຍດຈາກຄວາມເຊື່ອຂອງຄົນອື່ນ.—ອ່ານໂລມ 1:11, 12
4. ທ່ານສາມາດໃກ້ຊິດກັບພະເຈົ້າໄດ້ແນວໃດ?
ທ່ານສາມາດໃກ້ຊິດກັບພະເຢໂຫວາໂດຍການຄິດຕຶກຕອງເຖິງສິ່ງທີ່ໄດ້ຮຽນຈາກພະຄຳຂອງພະອົງ ໂດຍການພິຈາລະນາເບິ່ງວຽກງານ ຄຳແນະນຳ ແລະຄຳສັນຍາຕ່າງໆຂອງພະອົງ. ການຄຶດຕຶກຕອງພ້ອມດ້ວຍການອະທິດຖານ ຈະເຮັດໃຫ້ເຮົາຮູ້ຄຸນຄ່າຢ່າງເລິກເຊິ່ງຕໍ່ຄວາມຮັກແລະສະຕິປັນຍາຂອງພະເຈົ້າຍິ່ງຂຶ້ນ.—ອ່ານໂຢຊວຍ 1:8; ຄຳເພງ 1:1-3
ທ່ານຈະມີສາຍສຳພັນກັບພະເຈົ້າໄດ້ກໍຕໍ່ເມື່ອທ່ານວາງໃຈ ແລະເຊື່ອໃນພະອົງ. ຄວາມເຊື່ອເປັນຄືກັບສິ່ງທີ່ມີຊີວິດທີ່ຕ້ອງບຳລຸງລ້ຽງ. ດັ່ງນັ້ນ ຈຳເປັນຕ້ອງບຳລຸງລ້ຽງຄວາມເຊື່ອໂດຍການພິຈາລະນາເບິ່ງເຫດຜົນທີ່ທ່ານເຊື່ອເຊັ່ນນັ້ນ.—ອ່ານມັດທາຍ 4:4; ເຫບເລີ 11:1, 6
5. ການໃກ້ຊິດກັບພະເຈົ້າຈະເປັນປະໂຫຍດຕໍ່ທ່ານຄືແນວໃດ?
ພະເຢໂຫວາຫ່ວງໃຍຜູ້ທີ່ຮັກພະອົງ. ພະອົງປົກປ້ອງເຂົາເຈົ້າຈາກສິ່ງທີ່ເປັນອັນຕະລາຍຕໍ່ຄວາມເຊື່ອແລະຄວາມຫວັງເລື່ອງຊີວິດຕະຫຼອດໄປຂອງເຂົາເຈົ້າ. (ຄຳເພງ 91:1, 2, 7-10) ພະອົງເຕືອນເຮົາເຖິງແນວທາງຊີວິດທີ່ເປັນອັນຕະລາຍຕໍ່ສຸຂະພາບແລະຄວາມສຸກຂອງເຮົາ. ພະເຢໂຫວາຍັງສອນເຮົາໃຫ້ຮູ້ວິທີດຳເນີນຊີວິດແບບດີທີ່ສຸດ.—ອ່ານຄຳເພງ 73:27, 28; ຢາໂກໂບ 4:4, 8