ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລປ ບົດທີ 16 ໜ້າ 170-181
  • ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ
  • ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ເຮົາ​ຈຶ່ງ​ປະຊຸມ​ນຳ​ກັນ?
  • ການ​ປະຊຸມ​ປະຈຳ​ອາທິດ​ເຮັດ​ໃຫ້ “ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ”
  • ການ​ປະຊຸມ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຮອບ​ປີ
  • ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕໍ່​ການ​ປະຊຸມ​ເປີດ​ເຜີຍ​ຫຍັງ?
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເປັນ​ຫຍັງ​ເຮົາ​ຄວນ​ປະຊຸມ​ຮ່ວມ​ກັນ​ເພື່ອ​ການ​ນະມັດສະການ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ການ​ທີ່​ເຮົາ​ມາ​ປະຊຸມ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ລປ ບົດທີ 16 ໜ້າ 170-181

ບົດ​ທີ 16

ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ທົບ​ທວນ​ເບິ່ງ​ວ່າ​ການ​ປະຊຸມ​ຂອງ​ເຮົາ​ມີ​ປະຫວັດ​ຄວາມ​ເປັນ​ມາ​ແລະ​ມີ​ຄວາມ​ສຳຄັນ​ແນວ​ໃດ

1. ຕອນ​ທີ່​ລູກ​ສິດ​ມາ​ລວມ​ຕົວ​ກັນ​ເຂົາ​ເຈົ້າ​ໄດ້​ຮັບ​ຫຍັງ ແລະ​ເປັນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ຈຳເປັນ​ສຳລັບ​ເຂົາ​ເຈົ້າ?

ບໍ່​ດົນ​ຫຼັງ​ຈາກ​ພະ​ເຍຊູ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ ລູກ​ສິດ​ຂອງ​ເພິ່ນ​ກໍ​ໄດ້​ມາ​ລວມ​ຕົວ​ກັນ​ເພື່ອ​ໃຫ້​ກຳລັງ​ໃຈ​ກັນ. ເຂົາ​ເຈົ້າ​ປິດ​ປະຕູ​ແລະ​ໃສ່​ລ໋ອກ​ເພາະ​ຢ້ານ​ພວກ​ສັດຕູ ແຕ່​ເຂົາ​ເຈົ້າ​ຄົງ​ຈະ​ເຊົາ​ຢ້ານ​ເມື່ອ​ພະ​ເຍຊູ​ປາກົດ​ຕົວ​ຂຶ້ນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ຮັບ​ພະ​ວິນຍານ​ບໍລິສຸດ​ເຖີ້ນ”! (ອ່ານ​ໂຢຮັນ 20:19-22) ຈາກ​ນັ້ນ ລູກ​ສິດ​ກໍ​ມາ​ລວມ​ຕົວ​ກັນ​ອີກ​ແລະ​ພະ​ເຢໂຫວາ​ໄດ້​ເທ​ພະລັງ​ບໍລິສຸດ​ມາ​ທີ່​ເຂົາ​ເຈົ້າ ເຊິ່ງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ຫຼາຍ​ພໍ​ທີ່​ຈະ​ເຮັດ​ວຽກ​ປະກາດ​ທີ່​ລໍ​ຖ້າ​ຢູ່​ຂ້າງ​ໜ້າ!—ກິດ. 2:1-7

2. (ກ) ເປັນ​ຫຍັງ​ເຮົາ​ຕ້ອງການ​ກຳລັງ​ຈາກ​ພະ​ເຢໂຫວາ ແລະ​ພະອົງ​ໃຫ້​ກຳລັງ​ແກ່​ເຮົາ​ໂດຍ​ວິທີ​ໃດ? (ຂ) ເປັນ​ຫຍັງ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຈຶ່ງ​ສຳຄັນ​ຫຼາຍ? (ເບິ່ງ​ໄຂ​ເງື່ອນ​ແລະ​ຂອບ “ການ​ນະມັດສະການ​ປະຈຳ​ຄອບຄົວ” ໜ້າ 175)

2 ພວກ​ເຮົາ​ກໍ​ປະສົບ​ບັນຫາ​ແບບ​ດຽວ​ກັບ​ພີ່​ນ້ອງ​ໃນ​ສະຕະວັດ​ທຳອິດ. (1 ເປ. 5:9) ບາງ​ເທື່ອ ເຮົາ​ກໍ​ຢ້ານ​ໜ້າ​ມະນຸດ​ແລະ​ເຮົາ​ຕ້ອງການ​ກຳລັງ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ອົດ​ທົນ​ແລະ​ເຮັດ​ວຽກ​ປະກາດ​ຕໍ່​ໄປ​ໄດ້. (ເອເຟ. 6:10) ສ່ວນ​ຫຼາຍ​ແລ້ວ ພະ​ເຢໂຫວາ​ໃຫ້​ກຳລັງ​ເຮົາ​ໂດຍ​ທາງ​ການ​ປະຊຸມ​ຕ່າງໆ. ໃນ​ທຸກ​ມື້​ນີ້​ເຮົາ​ມີ​ໂອກາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ທີ່​ສອນ​ເຮົາ​ອາທິດ​ລະ 2 ຄັ້ງ ຄັ້ງ​ໜຶ່ງ​ຄື: ການ​ປະຊຸມ​ສາທາລະນະ​ແລະ​ການ​ສຶກສາ​ຫໍສັງເກດການ ສ່ວນ​ອີກ​ຄັ້ງ​ໜຶ່ງ​ເປັນ​ການ​ປະຊຸມ​ກາງ​ອາທິດ​ທີ່​ເອີ້ນ​ວ່າ: ການ​ປະຊຸມ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້.a ເຮົາ​ຍັງ​ມີ​ການ​ປະຊຸມ​ປະຈຳ​ປີ​ອີກ 4 ຄັ້ງ​ຄື: ການ​ປະຊຸມ​ພາກ ການ​ປະຊຸມ​ໝວດ 2 ຄັ້ງ ແລະ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ຄລິດ. ເປັນ​ຫຍັງ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຈຶ່ງ​ສຳຄັນ​ຫຼາຍ​ສຳລັບ​ເຮົາ? ການ​ປະຊຸມ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ເປັນ​ມາ​ແນວ​ໃດ? ແລະ​ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕໍ່​ການ​ປະຊຸມ​ເປີດ​ເຜີຍ​ຫຍັງ​ກ່ຽວ​ກັບ​ຕົວ​ເຮົາ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ປະຊຸມ​ນຳ​ກັນ?

3, 4. ພະ​ເຢໂຫວາ​ຕ້ອງການ​ໃຫ້​ປະຊາຊົນ​ຂອງ​ພະອົງ​ເຮັດ​ຫຍັງ? ຂໍ​ໃຫ້​ອະທິບາຍ.

3 ດົນ​ມາ​ແລ້ວ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ປະຊາຊົນ​ຂອງ​ພະອົງ​ມາ​ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະອົງ. ຕົວຢ່າງ​ເຊັ່ນ: ໃນ​ປີ 1513 ກ່ອນ ຄ.ສ. ພະ​ເຢໂຫວາ​ໄດ້​ໃຫ້​ກົດ​ໝາຍ​ແກ່​ຊາດ​ອິດສະລາແອນ ແລະ​ກົດ​ໝາຍ​ນັ້ນ​ລວມ​ເຖິງ​ຄຳ​ສັ່ງ​ທີ່​ໃຫ້​ຖື​ວັນ​ຊະບາໂຕ​ປະຈຳ​ອາທິດ ເພື່ອ​ທຸກ​ຄອບຄົວ​ຈະ​ໄດ້​ນະມັດສະການ​ພະອົງ​ແລະ​ຮຽນ​ຮູ້​ຂໍ້​ກົດ​ໝາຍ​ຂອງ​ພະອົງ. (ບັນຍັດ. 5:12; 6:4-9) ເມື່ອ​ຊາວ​ອິດສະລາແອນ​ເຮັດ​ຕາມ​ຄຳ​ສັ່ງ​ນີ້ ຄອບຄົວ​ຂອງ​ເຂົາ​ເຈົ້າ​ກໍ​ໝັ້ນ​ຄົງ ຄົນ​ທັງ​ຊາດ​ກໍ​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ແລະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແຕ່​ເມື່ອ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ ເຊັ່ນ: ລະເລີຍ​ຄຳ​ສັ່ງ​ທີ່​ໃຫ້​ປະຊຸມ​ຮ່ວມ​ກັນ​ເປັນ​ປະຈຳ​ເພື່ອ​ນະມັດສະການ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເປັນ​ທີ່​ຮັກ​ຂອງ​ພະເຈົ້າ​ອີກ​ຕໍ່​ໄປ.—ເລວີ. 10:11; 26:31-35; 2 ຂ່າວ. 36:20, 21

4 ຂໍ​ໃຫ້​ນຶກ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ. ເພິ່ນ​ມັກ​ໄປ​ທີ່​ໂຮງ​ທຳ​ທຸກໆວັນ​ຊະບາໂຕ. (ລືກາ 4:16) ຫຼັງ​ຈາກ​ພະ​ເຍຊູ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຂຶ້ນ​ມາ​ຈາກ​ຕາຍ ລູກ​ສິດ​ຂອງ​ເພິ່ນ​ກໍ​ຍັງ​ມາ​ປະຊຸມ​ຮ່ວມ​ກັນ​ເປັນ​ປະຈຳ ເຖິງ​ແມ່ນ​ວ່າ​ຕອນ​ນັ້ນ​ເຂົາ​ເຈົ້າ​ບໍ່​ໄດ້​ຖື​ກົດ​ໝາຍ​ເລື່ອງ​ວັນ​ຊະບາໂຕ​ແລ້ວ. (ກິດ. 1:6, 12-14; 2:1-4; ໂລມ 14:5; ໂກໂລ. 2:13, 14) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ສອນ​ແລະ​ການ​ໜູນ​ກຳລັງ​ໃຈ​ຈາກ​ການ​ປະຊຸມ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ໄດ້​ສັນລະເສີນ​ພະເຈົ້າ​ເມື່ອ​ອະທິດຖານ ອອກ​ຄວາມ​ຄິດ​ເຫັນ​ແລະ​ຮ້ອງ​ເພງ.—ໂກໂລ. 3:16; ເຫບ. 13:15

ຫຼັງ​ຈາກ​ພະ​ເຍຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ໄດ້​ປາກົດ​ແກ່​ພວກ​ລູກ​ສິດ​ໃນ​ຫ້ອງ​ທີ່​ເຂົາ​ເຈົ້າ​ກຳລັງ​ປະຊຸມ​ຮ່ວມ​ກັນ

ລູກ​ສິດ​ຂອງ​ພະ​ເຍຊູ​ມາ​ລວມ​ຕົວ​ກັນ​ເພື່ອ​ເສີມ​ກຳລັງ​ແລະ​ໃຫ້​ກຳລັງ​ໃຈ​ກັນ.

5. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ອາທິດ​ແລະ​ການ​ປະຊຸມ​ໃຫຍ່​ທຸກ​ປີ? (ເບິ່ງ​ຂອບ “ການ​ປະຊຸມ​ປະຈຳ​ປີ​ທີ່​ລວມ​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ໜຶ່ງ​ດຽວ” ໜ້າ 176)

5 ຄ້າຍ​ຄື​ກັບ​ເຂົາ​ເຈົ້າ ເມື່ອ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ອາທິດ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ທຸກ​ປີ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ. ເຮົາ​ໄດ້​ຮັບ​ກຳລັງ​ຈາກ​ພະລັງ​ບໍລິສຸດ ແລະ​ຄົນ​ອື່ນ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ເຫັນ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ. ສຳຄັນ​ຫຼາຍ​ກວ່າ​ນັ້ນ ເຮົາ​ມີ​ໂອກາດ​ນະມັດສະການ​ພະ​ເຢໂຫວາ​ເມື່ອ​ອະທິດຖານ ອອກ​ຄຳ​ຄິດ​ເຫັນ ແລະ​ຮ້ອງ​ເພງ. ເຖິງ​ແມ່ນ​ການ​ປະຊຸມ​ທີ່​ເຮົາ​ຈັດ​ຂຶ້ນ​ອາດ​ມີ​ຮູບ​ແບບ​ແຕກຕ່າງ​ຈາກ​ການ​ປະຊຸມ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແຕ່​ກໍ​ມີ​ຄວາມ​ສຳຄັນ​ເທົ່າ​ທຽມ​ກັນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ການ​ປະຊຸມ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ເປັນ​ມາ​ແນວ​ໃດ?

ການ​ປະຊຸມ​ປະຈຳ​ອາທິດ​ເຮັດ​ໃຫ້ “ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ”

6, 7. (ກ) ຈຸດ​ປະສົງ​ຂອງ​ການ​ປະຊຸມ​ແມ່ນ​ຫຍັງ? (ຂ) ການ​ປະຊຸມ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ແຕ່​ລະ​ກຸ່ມ​ແຕກຕ່າງ​ກັນ​ແນວ​ໃດ?

6 ເມື່ອ​ພີ່​ນ້ອງ​ຊາລ ເທຊ ຣັດ​ເຊ​ວ​ເລີ່ມ​ຄົ້ນ​ຫາ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ ລາວ​ເຫັນ​ວ່າ​ການ​ພົບ​ປະ​ກັບ​ຄົນ​ທີ່​ມີ​ເປົ້າ​ໝາຍ​ຄື​ກັນ​ເປັນ​ສິ່ງ​ທີ່​ຈຳເປັນ. ໃນ​ປີ ຄ.ສ. 1879 ຣັດ​ເຊ​ວ​ຂຽນ​ວ່າ: “ຂ້ອຍ​ກັບ​ໝູ່​ໃນ​ເມືອງ​ພິດສເບິຣກ​ໄດ້​ຕັ້ງ​ກຸ່ມ​ເພື່ອ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ ເຊິ່ງ​ປະຊຸມ​ກັນ​ທຸກ​ອາທິດ.” ຜູ້​ອ່ານ​ຫໍສັງເກດການ ກໍ​ໄດ້​ຮັບ​ການ​ສະໜັບສະໜູນ​ໃຫ້​ມາ​ພົບ​ກັນ ເມື່ອ​ເຖິງ​ປີ 1881 ພີ່​ນ້ອງ​ເຫຼົ່າ​ນັ້ນ​ກໍ​ເລີ່ມ​ຈັດການ​ປະຊຸມ​ໃນ​ທຸກ​ວັນ​ອາທິດ​ແລະ​ວັນ​ພຸດ​ທີ່​ເມືອງ​ພິດສເບິຣກ ລັດ​ເພນຊິລເວເນຍ. ຫໍສັງເກດການ ພະຈິກ 1895 ບອກ​ວ່າ: ຈຸດ​ປະສົງ​ຂອງ​ການ​ປະຊຸມ​ກໍ​ຄື ເພື່ອ “ປູກ​ຝັງ​ມິດຕະພາບ ຄວາມ​ຮັກ ຄວາມ​ສາມັກຄີ​ລະຫວ່າງ​ພີ່​ນ້ອງ​ຄລິດສະຕຽນ” ແລະ​ເພື່ອ​ທຸກ​ຄົນ​ທີ່​ມາ​ຮ່ວມ​ປະຊຸມ​ຈະ​ໄດ້​ມີ​ໂອກາດ​ໜູນ​ໃຈ​ກັນ.—ອ່ານ​ເຫບເລີ 10:24, 25

7 ຕະຫຼອດ​ຫຼາຍ​ປີ​ນັ້ນ ການ​ປະຊຸມ​ຍັງ​ບໍ່​ມີ​ຮູບ​ແບບ​ທີ່​ແນ່ນອນ ນັກ​ສຶກສາ​ຄຳພີ​ໄບເບິນ​ແຕ່​ລະ​ກຸ່ມ​ຈຶ່ງ​ກຳນົດ​ເອງ​ວ່າ​ຈະ​ປະຊຸມ​ແນວ​ໃດ​ແລະ​ເລື້ອຍ​ປານ​ໃດ. ຕົວຢ່າງ​ເຊັ່ນ: ຈົດ​ໝາຍ​ຈາກ​ນັກ​ສຶກສາ​ກຸ່ມ​ໜຶ່ງ​ໃນ​ປະເທດ​ສະຫະລັດ​ທີ່​ພິມ​ໃນ​ປີ 1911 ບອກ​ວ່າ: “ເຮົາ​ຈັດການ​ປະຊຸມ​ຢ່າງ​ໜ້ອຍ​ອາທິດ​ລະ 5 ຄັ້ງ.” ເຂົາ​ເຈົ້າ​ປະຊຸມ​ວັນ​ຈັນ ວັນ​ພຸດ ວັນ​ສຸກ ແລະ 2 ຮອບ​ໃນ​ວັນ​ອາທິດ. ຈົດ​ໝາຍ​ຈາກ​ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ໜຶ່ງ​ໃນ​ອາ​ຝຼິກ​ກາ​ທີ່​ພິມ​ໃນ​ປີ 1914 ບອກ​ວ່າ: “ເຮົາ​ປະຊຸມ​ວັນ​ສຸກ ວັນ​ເສົາ ວັນ​ອາທິດ ເດືອນ​ລະ 2 ຄັ້ງ.” ໃນ​ທີ່​ສຸດ ແຕ່​ລະ​ກຸ່ມ​ກໍ​ເລີ່ມ​ມີ​ການ​ປະຊຸມ​ທີ່​ຄ້າຍ​ຄື​ກັບ​ເຮົາ​ໃນ​ທຸກ​ມື້​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ​ການ​ປະຊຸມ​ແຕ່​ລະ​ລາຍການ.

8. ໃນ​ສະໄໝ​ທີ່​ຫາ​ກໍ​ເລີ່ມ​ຈັດການ​ປະຊຸມ ຄຳ​ບັນລະຍາຍ​ສາທາລະນະ​ມີ​ເລື່ອງ​ຫຍັງ​ແດ່?

8 ການ​ປະຊຸມ​ສາທາລະນະ. ໃນ​ປີ 1880 ໜຶ່ງ​ປີ​ຫຼັງ​ຈາກ​ພີ່​ນ້ອງ​ຣັດ​ເຊ​ວ​ເລີ່ມ​ພິມ​ວາລະສານ​ຫໍສັງເກດການ ລາວ​ໄດ້​ເຮັດ​ຕາມ​ຕົວຢ່າງ​ທີ່​ພະ​ເຍຊູ​ວາງ​ໄວ້​ໂດຍ​ອອກ​ເດີນ​ທາງ​ເພື່ອ​ໄປ​ປະກາດ​ຕາມ​ສະຖານ​ທີ່​ຕ່າງໆ. (ລືກາ 4:43) ລະຫວ່າງ​ການ​ເດີນ​ທາງ ພີ່​ນ້ອງ​ຣັດ​ເຊ​ວ​ໄດ້​ວາງ​ຮູບ​ແບບ​ຂອງ​ການ​ປະຊຸມ​ຢ່າງ​ໜຶ່ງ​ໄວ້ ເຊິ່ງ​ຕອນ​ນີ້​ເຮົາ​ເອີ້ນ​ວ່າ​ການ​ປະຊຸມ​ສາທາລະນະ. ຫໍສັງເກດການ ໄດ້​ປະກາດ​ເລື່ອງ​ການ​ເດີນ​ທາງ​ຮອບ​ນັ້ນ​ແລະ​ບອກ​ວ່າ: ຣັດ​ເຊ​ວ “ຍິນດີ​ອະທິບາຍ​ເລື່ອງ​ການ​ປະຊຸມ​ສາທາລະນະ​ໃຫ້​ພີ່​ນ້ອງ​ຟັງ​ໃນ​ຄຳ​ບັນລະຍາຍ​ເລື່ອງ ‘ສິ່ງ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ.’” ໃນ​ປີ 1911 ຫຼັງ​ຈາກ​ໄດ້​ຕັ້ງ​ຊັ້ນ​ຮຽນ​ຫຼື​ປະຊາຄົມ​ຕ່າງໆຂຶ້ນ​ໃນ​ຫຼາຍ​ປະເທດ ມີ​ການ​ສະໜັບສະໜູນ​ໃຫ້​ແຕ່​ລະ​ປະຊາຄົມ​ສົ່ງ​ຜູ້​ບັນລະຍາຍ​ໄປ​ໃນ​ເຂດ​ອ້ອມ​ຮອບ​ນັ້ນ​ເພື່ອ​ຈັດ​ຄຳ​ບັນລະຍາຍ​ຊຸດ 6 ເລື່ອງ ເຊັ່ນ: ເລື່ອງ​ການ​ພິພາກສາ​ແລະ​ຄ່າໄຖ່. ເມື່ອ​ບັນລະຍາຍ​ແຕ່​ລະ​ເລື່ອງ​ຈົບ​ກໍ​ຈະ​ປະກາດ​ຊື່​ຜູ້​ບັນລະຍາຍ​ແລະ​ຫົວ​ເລື່ອງ​ທີ່​ຈະ​ບັນລະຍາຍ​ໃນ​ອາທິດ​ຕໍ່​ໄປ.

9. ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ການ​ປະຊຸມ​ສາທາລະນະ​ມີ​ການ​ປ່ຽນ​ແປງ​ຫຍັງ​ແດ່ ແລະ​ເຈົ້າ​ຈະ​ສະ​ໜັບ ສະ​ໜູນ​ການ​ປະຊຸມ​ນີ້​ແນວ​ໃດ?

9 ໃນ​ປີ 1945 ຫໍສັງເກດການ ໄດ້​ປະກາດ​ເລື່ອງ​ການ​ປະຊຸມ​ສາທາລະນະ​ຊຸດ​ພິເສດ​ທີ່​ຈະ​ເລີ່ມ​ຕົ້ນ​ຂຶ້ນ​ຕາມ​ສະຖານ​ທີ່​ຕ່າງໆໃນ​ທົ່ວ​ໂລກ ໂດຍ​ມີ​ຄຳ​ບັນລະຍາຍ​ຊຸດ​ກ່ຽວ​ກັບ​ຄຳພີ​ໄບເບິນ​ລວມ 8 ເລື່ອງ​ທີ່​ເວົ້າ​ເຖິງ “ບັນຫາ​ເລັ່ງ​ດ່ວນ​ຂອງ​ຍຸກ​ນີ້.” ເປັນ​ເວລາ​ຫຼາຍ​ສິບ​ປີ​ທີ່​ຜູ້​ບັນລະຍາຍ​ທີ່​ໄດ້​ຮັບ​ມອບ​ໝາຍ​ບັນລະຍາຍ​ໂດຍ​ໃຊ້​ຫົວ​ເລື່ອງ​ຕ່າງໆທີ່​ມາ​ຈາກ​ທາດ​ສັດ​ຊື່​ລວມ​ທັງ​ເລື່ອງ​ທີ່​ລາວ​ຂຽນ​ຂຶ້ນ​ເອງ. ແຕ່​ໃນ​ປີ 1981 ມີ​ຄຳ​ແນະນຳ​ໃຫ້​ຜູ້​ບັນລະຍາຍ​ທຸກ​ຄົນ​ໃຊ້​ໂຄງ​ເລື່ອງ​ຄຳ​ບັນລະຍາຍ​ທີ່​ສົ່ງ​ໃຫ້​ກັບ​ປະຊາຄົມ.b ຈົນ​ເຖິງ​ປີ 1990 ໂຄງ​ເລື່ອງ​ຄຳ​ບັນລະຍາຍ​ສາທາລະນະ​ບາງ​ເລື່ອງ​ກໍ​ກຳນົດ​ໃຫ້​ຜູ້​ຟັງ​ມີ​ສ່ວນ​ຮ່ວມ​ຫຼື​ສາທິດ ແຕ່​ໃນ​ປີ​ນັ້ນ​ກໍ​ມີ​ການ​ປັບ​ປ່ຽນ​ຄຳ​ແນະນຳ​ໃໝ່​ໂດຍ​ໃຫ້​ເຫຼືອ​ແຕ່​ຄຳ​ບັນລະຍາຍ​ລ້ວນໆ ຈາກ​ນັ້ນ ໃນ​ເດືອນ​ມັງກອນ ປີ 2008 ກໍ​ມີ​ການ​ປັບ​ປ່ຽນ​ອີກ​ເທື່ອ​ໜຶ່ງ ໂດຍ​ຫຼຸດ​ເວລາ​ຈາກ 45 ນາທີ​ເຫຼືອ 30 ນາທີ. ເຖິງ​ແມ່ນ​ວ່າ​ຮູບ​ແບບ​ຈະ​ປ່ຽນ​ແປງ ແຕ່​ຄຳ​ບັນລະຍາຍ​ສາທາລະນະ​ທີ່​ກຽມ​ຢ່າງ​ດີ​ກໍ​ຍັງ​ເສີມ​ສ້າງ​ຄວາມ​ເຊື່ອ​ໃນ​ຄຳພີ​ໄບເບິນ​ແລະ​ໃຫ້​ຄວາມ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຕໍ່ໆໄປ. (1 ຕີໂມ. 4:13, 16) ເຈົ້າ​ກະຕືລືລົ້ນ​ຢາກ​ຊວນ​ຄົນ​ທີ່​ເຈົ້າ​ໄປ​ຢາມ​ແລະ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ ໃຫ້​ມາ​ຟັງ​ຄຳ​ບັນລະຍາຍ​ເລື່ອງ​ສຳຄັນໆຈາກ​ຄຳພີ​ໄບເບິນ​ບໍ?

10-12. (ກ) ມີ​ການ​ປ່ຽນ​ຮູບ​ແບບ​ການ​ສຶກສາ​ຫໍສັງເກດການ ແນວ​ໃດ? (ຂ) ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

10 ການ​ສຶກສາ​ຫໍສັງເກດການ. ສະມາຄົມ​ວັອດທາວເວີ​ໄດ້​ສົ່ງ​ຜູ້​ຮັບໃຊ້​ທີ່​ເອີ້ນ​ກັນ​ວ່າ: ພິ​ວກຣີມ (ຜູ້​ດູ​ແລ​ເດີນ​ທາງ) ໄປ​ບັນລະຍາຍ​ຕາມ​ປະຊາຄົມ​ຕ່າງໆແລະ​ນຳ​ໜ້າ​ໃນ​ວຽກ​ປະກາດ. ໃນ​ປີ 1922 ເຂົາ​ເຈົ້າ​ໄດ້​ສະເໜີ​ໃຫ້​ຈັດການ​ປະຊຸມ​ໜຶ່ງ​ເປັນ​ປະຈຳ​ເພື່ອ​ສຶກສາ​ຫໍສັງເກດການ. ສະມາຄົມ​ເຫັນ​ດີ​ກັບ​ຂໍ້​ສະເໜີ​ນີ້ ແລະ​ໃນ​ໄລຍະ​ທຳອິດ​ການ​ສຶກສາ​ຫໍສັງເກດການ ໄດ້​ຈັດ​ຂຶ້ນ​ໃນ​ກາງ​ອາທິດ​ຫຼື​ບໍ່​ກໍ​ວັນ​ອາທິດ.

ການ​ປະຊຸມ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ປະເທດ​ການາ ໃນ​ປີ 1931

ການ​ສຶກສາ​ຫໍສັງເກດການ ໃນ​ການາ ປີ 1931

11 ຫໍສັງເກດການ 15 ມິຖຸນາ 1932 ໄດ້​ແນະນຳ​ເພີ່ມ​ເຕີມ​ວ່າ​ຄວນ​ຈັດການ​ປະຊຸມ​ນີ້​ແບບ​ດຽວ​ກັບ​ທີ່​ເຮັດ​ໃນ​ຄອບຄົວ​ເບເທນ ຄື​ໃຫ້​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ເປັນ​ຜູ້​ນຳ​ການ​ປະຊຸມ ແລະ​ໃຫ້​ພີ່​ນ້ອງ​ຊາຍ​ອີກ 3 ຄົນ​ມາ​ນັ່ງ​ຢູ່​ທາງ​ໜ້າ​ແລ້ວ​ປ່ຽນ​ກັນ​ອ່ານ​ຄົນ​ລະ​ຫຍໍ້​ໜ້າ. ເນື່ອງ​ຈາກ​ບົດ​ຄວາມ​ຕ່າງໆໃນ​ສະໄໝ​ນັ້ນ​ບໍ່​ມີ​ຄຳຖາມ ຜູ້​ນຳ​ຈຶ່ງ​ເຊີນ​ຜູ້​ຟັງ​ໃຫ້​ຕັ້ງ​ຄຳຖາມ​ກ່ຽວ​ກັບ​ບົດ​ຄວາມ​ທີ່​ກຳລັງ​ຮຽນ​ຢູ່ ແລ້ວ​ຂໍ​ໃຫ້​ຜູ້​ຟັງ​ຄົນ​ອື່ນໆຊ່ວຍ​ກັນ​ຕອບ​ຄຳຖາມ​ນັ້ນ. ຖ້າ​ມີ​ຈຸດ​ໃດ​ທີ່​ຕ້ອງ​ອະທິບາຍ​ເພີ່ມ​ເຕີມ ຜູ້​ນຳ​ກໍ​ຄວນ​ອະທິບາຍ​ແບບ “ສັ້ນໆແລະ​ກົງ​ຈຸດ”

12 ໃນ​ຕອນ​ທຳອິດ ແຕ່​ລະ​ປະຊາຄົມ​ໄດ້​ຮັບ​ອະນຸຍາດ​ໃຫ້​ເລືອກ​ເອງ​ວ່າ​ຈະ​ສຶກສາ​ວາລະສານ​ສະບັບ​ໃດ ເຊິ່ງ​ກໍ​ມັກ​ຈະ​ເປັນ​ສະບັບ​ທີ່​ພີ່​ນ້ອງ​ສ່ວນ​ຫຼາຍ​ຢາກ​ສຶກສາ ແຕ່​ຫໍສັງເກດການ 15 ເມສາ 1933 ແນະນຳ​ໃຫ້​ທຸກ​ປະຊາຄົມ​ສຶກສາ​ວາລະສານ​ສະບັບ​ຫຼ້າ​ສຸດ​ສະເໝີ. ໃນ​ປີ 1937 ມີ​ຄຳ​ແນະນຳ​ໃຫ້​ສຶກສາ​ຫໍສັງເກດການ ໃນ​ວັນ​ອາທິດ ແລະ​ຫໍສັງເກດການ 1 ຕຸລາ 1942 ກໍ​ມີ​ຄຳ​ແນະນຳ​ໃຫ້​ປັບ​ປ່ຽນ​ວິທີ​ສຶກສາ​ອີກ​ເທື່ອ​ໜຶ່ງ ເຊິ່ງ​ເປັນ​ແບບ​ທີ່​ເຮົາ​ເຮັດ​ມາ​ຈົນ​ເຖິງ​ທຸກ​ມື້​ນີ້ ເຊັ່ນ: ຜູ້​ນຳ​ຄວນ​ໃຊ້​ຄຳຖາມ​ທີ່​ມີ​ຢູ່​ທາງ​ລຸ່ມ​ໃນ​ແຕ່​ລະ​ໜ້າ​ຂອງ​ບົດ​ຄວາມ​ສຶກສາ. ການ​ປະຊຸມ​ກໍ​ບໍ່​ຄວນ​ເກີນ 1 ຊົ່ວ​ໂມງ ແລະ​ຜູ້​ຟັງ​ຄວນ​ຕອບ​ຄຳຖາມ “ເປັນ​ຄຳ​ເວົ້າ​ຂອງ​ຕົວ​ເອງ” ແທນ​ທີ່​ຈະ​ອ່ານ​ຈາກ​ຫຍໍ້​ໜ້າ​ນັ້ນ. ການ​ສຶກສາ​ຫໍສັງເກດການ ເປັນ​ການ​ປະຊຸມ​ທີ່​ສຳຄັນ​ເຊິ່ງ​ທາດ​ສັດ​ຊື່​ໄດ້​ຈັດ​ກຽມ​ຄວາມ​ຮູ້​ຈາກ​ພະເຈົ້າ​ເຊິ່ງ​ເປັນ​ຄື​ກັບ​ອາຫານ​ທີ່​ເໝາະ​ກັບ​ເວລາ​ໃຫ້​ເຮົາ​ມາ​ໂດຍ​ຕະຫຼອດ. (ມັດ. 24:45) ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໄດ້​ກຽມ​ຫໍສັງເກດການ ແຕ່​ລະ​ອາທິດ​ບໍ? ຂ້ອຍ​ພະຍາຍາມ​ອອກ​ຄວາມ​ຄິດ​ເຫັນ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ບໍ?’

13, 14. ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ​ມີ​ຄວາມ​ເປັນ​ມາ​ແນວ​ໃດ ແລະ​ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໄດ້​ແນວ​ໃດ?

13 ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ. ໃນ​ກາງ​ທົດສະວັດ 1890 ໄດ້​ມີ​ການ​ອອກ​ປຶ້ມ​ຫຼາຍ​ເຫຼັ້ມ​ໃນ​ຊຸດ​ຮຸ່ງ​ອະລຸນ​ແຫ່ງ​ລັດ​ສະໄໝ​ພັນ​ປີ (ພາສາ​ອັງກິດ) ພີ່​ນ້ອງ​ເອັດ​ຈ. ເອັນ. ຣານ ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ບັນ​ຕິ​ມໍ ລັດ​ແມ​ຣີ​ແລນ ສະຫະລັດ​ອາ​ເມຣິ​ກາ​ໄດ້​ສະເໜີ​ໃຫ້​ຈັດ “ກຸ່ມ​ຮຸ່ງ​ອະລຸນ” ເພື່ອ​ສຶກສາ​ຄຳພີ​ໄບເບິນ. ໃນ​ຕອນ​ທຳອິດ ກຸ່ມ​ເຫຼົ່າ​ນີ້​ລອງ​ຈັດການ​ປະຊຸມ​ຢູ່​ເຮືອນ​ຂອງ​ພີ່​ນ້ອງ​ກ່ອນ ແຕ່​ເມື່ອ​ເຖິງ​ເດືອນ​ກັນ​ຍາ ປີ 1895 ກຸ່ມ​ຮຸ່ງ​ອະລຸນ​ຕາມ​ເມືອງ​ຕ່າງໆໃນ​ປະເທດ​ສະຫະລັດ​ກໍ​ມີ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ຫຼາຍ​ຂຶ້ນ​ຢ່າງ​ເຫັນ​ໄດ້​ແຈ້ງ. ຫໍສັງເກດການ ໃນ​ເດືອນ​ນັ້ນ​ຈຶ່ງ​ແນະນຳ​ໃຫ້​ນັກ​ສຶກສາ​ຄຳພີ​ໄບເບິນ​ທຸກ​ຄົນ​ທີ່​ຮຽນ​ຄວາມ​ຈິງ​ຈັດການ​ປະຊຸມ​ແບບ​ນີ້​ຄື​ກັນ. ວາລະສານ​ສະບັບ​ນັ້ນ​ຍັງ​ແນະນຳ​ວ່າ ຜູ້​ນຳ​ການ​ປະຊຸມ​ຄວນ​ເປັນ​ຄົນ​ທີ່​ອ່ານ​ຄ່ອງ​ແຄ້ວ. ເມື່ອ​ອ່ານ​ແຕ່​ລະ​ປະໂຫຍກ​ຈົບ​ແລ້ວ​ຄວນ​ລໍ​ຖ້າ​ໃຫ້​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອອກ​ຄວາມ​ຄິດ​ເຫັນ. ເມື່ອ​ຈົບ​ແຕ່​ລະ​ຫຍໍ້​ໜ້າ​ໃຫ້​ອ່ານ​ຂໍ້​ພະ​ຄຳພີ​ທີ່​ອ້າງ​ເຖິງ​ໃນ​ຫຍໍ້​ໜ້າ​ນັ້ນ​ນຳ. ເມື່ອ​ພິຈາລະນາ​ຈົບ​ບົດ​ຄວາມ​ແລ້ວ ຄວນ​ໃຫ້​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ແຕ່​ລະ​ຄົນ​ສະ​ຫຼຸບ​ສັ້ນໆກ່ຽວ​ກັບ​ເລື່ອງ​ທີ່​ໄດ້​ຮຽນ​ນຳ​ກັນ.

14 ມີ​ການ​ປ່ຽນ​ຊື່​ການ​ປະຊຸມ​ນີ້​ຫຼາຍ​ເທື່ອ ຊື່​ໜຶ່ງ​ທີ່​ຮູ້ຈັກ​ກັນ​ດີ​ກໍ​ຄື: ກຸ່ມ​ເບີ​ລຽນ​ເພື່ອ​ການ​ສຶກສາ​ຄຳພີ​ໄບເບິນ ເຊິ່ງ​ເຮັດ​ໃຫ້​ຄິດ​ເຖິງ​ຊາວ​ເມືອງ​ເບເລ​ໃນ​ສະຕະວັດ​ທຳອິດ​ທີ່​ດຸ​ໝັ່ນ​ໃນ​ການ​ຄົ້ນ​ຄວ້າ​ແລະ​ກວດ​ສອບ​ຄຳພີ​ໄບເບິນ. (ກິດ. 17:11) ຕໍ່​ມາ​ໄດ້​ປ່ຽນ​ຊື່​ເປັນ ການ​ສຶກສາ​ໜັງສື​ປະຈຳ​ປະຊາຄົມ ປັດຈຸບັນ​ເອີ້ນ​ວ່າ​ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ ແລະ​ພີ່​ນ້ອງ​ທັງ​ໝົດ​ກໍ​ໄປ​ປະຊຸມ​ຮ່ວມ​ກັນ​ທີ່​ຫໍ​ປະຊຸມ​ແທນ​ທີ່​ຈະ​ພົບ​ກັນ​ເປັນ​ກຸ່ມ​ຕາມ​ເຮືອນ. ຕະຫຼອດ​ຫຼາຍ​ສິບ​ປີ ມີ​ການ​ສຶກສາ​ປຶ້ມ​ຫຼາຍ​ເຫຼັ້ມ ຈຸນລະສານ​ແລະ​ແມ່ນ​ແຕ່​ບົດ​ຄວາມ​ໃນ​ຫໍສັງເກດການ. ຕັ້ງ​ແຕ່​ສະໄໝ​ທຳອິດ ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ໄດ້​ຮັບ​ການ​ສະໜັບສະໜູນ​ໃຫ້​ອອກ​ຄວາມ​ຄິດ​ເຫັນ. ການ​ປະຊຸມ​ເຫຼົ່າ​ນັ້ນ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ. ເຈົ້າ​ກຽມ​ສ່ວນ​ການ​ປະຊຸມ​ແລະ​ອອກ​ຄວາມ​ຄິດ​ເຫັນ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ບໍ?

ພໍ່​ແມ່​ແລະ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ກຳລັງ​ມ່ວນ​ກັບ​ການ​ນະມັດສະການ​ປະຈຳ​ຄອບຄົວ

ເພື່ອ​ນະມັດສະການ​ປະຈຳ​ຄອບຄົວ​ບໍ?

ການ​ນະມັດສະການ​ປະຈຳ​ຄອບຄົວ

ໃນ​ຂະນະ​ທີ່​ເວລາ​ຂອງ​ສະໄໝ​ສຸດ​ທ້າຍ​ໃກ້​ຈະ​ຈົບ​ລົງ ອົງການ​ຂອງ​ພະ​ເຢໂຫວາ​ກໍ​ແຮ່ງ​ເນັ້ນ​ວ່າ​ແຕ່​ລະ​ຄອບຄົວ​ຕ້ອງ​ຈັດການ​ສຶກສາ​ພະ​ຄຳພີ​ນຳ​ກັນ. (2 ຕີໂມ. 3:1) ຕົວຢ່າງ​ເຊັ່ນ: ປຶ້ມ​ບ້ານ​ແລະ​ຄວາມ​ສຸກ (ພາສາ​ອັງກິດ) ທີ່​ພິມ​ໃນ​ປີ 1932 ເວົ້າ​ແບບ​ກົງໆວ່າ: “ແຕ່​ລະ​ຄອບຄົວ​ຄວນ​ເລີ່ມ​ຈັດການ​ສຶກສາ​ພະ​ຄຳພີ​ຢູ່​ເຮືອນ​ທັນທີ.” ແລະ​ຫໍສັງເກດການ 15 ພຶດສະພາ 1956 ໄດ້​ກະຕຸ້ນ​ຄລິດສະຕຽນ​ທຸກ​ຄອບຄົວ​ໃຫ້ “ສຶກສາ​ພະ​ຄຳພີ​ຢູ່​ເຮືອນ​ນຳ​ກັນ​ເປັນ​ປະຈຳ​ເພື່ອ​ທຸກ​ຄົນ​ໃນ​ຄອບຄົວ​ຈະ​ໄດ້​ຮັບ​ປະໂຫຍດ.” ແລະ​ຍັງ​ຖາມ​ອີກ​ວ່າ: “ຄອບຄົວ​ຂອງ​ເຈົ້າ​ໄດ້​ກຽມ​ຫໍສັງເກດການ ນຳ​ກັນ​ລ່ວງ​ໜ້າ​ໃນ​ຕອນ​ແລງ​ຂອງ​ແຕ່​ລະ​ອາທິດ ກ່ອນ​ຈະ​ໄປ​ສຶກສາ​ທີ່​ຫໍ​ປະຊຸມ​ບໍ?”

ໃນ​ປີ 2009 ອົງການ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສຶກສາ​ຄອບຄົວ ໂດຍ​ປັບ​ຕາ​ຕະລາງ​ການ​ປະຊຸມ​ກາງ​ອາທິດ​ໃໝ່. ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ ແລະ​ການ​ປະຊຸມ​ການ​ຮັບໃຊ້​ກໍ​ຢູ່​ໃນ​ຄືນ​ດຽວ​ກັນ. ພະ​ລາຊະກິດ​ຂອງ​ເຮົາ ສະບັບ​ເດືອນ​ມັງກອນ ປີ 2011 ໃຫ້​ເຫດຜົນ​ທີ່​ມີ​ການ​ປັບ​ປ່ຽນ​ແບບ​ນີ້​ວ່າ: “ເພື່ອ​ຄອບຄົວ​ຈະ​ມີ​ໂອກາດ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໂດຍ​ຈັດ​ຕອນ​ແລງ​ມື້​ໜຶ່ງ​ຂອງ​ແຕ່​ລະ​ອາທິດ​ໄວ້​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ.” ແລະ​ໃຫ້ “ໃຊ້​ໂອກາດ​ນີ້​ພິຈາລະນາ​ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ​ແບບ​ບໍ່​ຟ້າວ​ຝັ່ງ​ແລະ​ປັບ​ການ​ສຶກສາ​ໃຫ້​ເຂົ້າ​ກັບ​ຄວາມ​ຈຳເປັນ​ຂອງ​ຄອບຄົວ.”c

ເປັນ​ຫຍັງ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຈຶ່ງ​ສຳຄັນ​ເຖິງ​ຂັ້ນ​ທີ່​ບໍ່​ຄວນ​ລະເລີຍ? ເພາະ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ເສີມ​ສ້າງ​ຄອບຄົວ​ແລະ​ປະຊາຄົມ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ເພື່ອ​ເປັນ​ຕົວຢ່າງ ຄຳພີ​ໄບເບິນ​ປຽບ​ທຽບ​ປະຊາຄົມ​ເປັນ​ຄື​ກັບ​ເຮືອນ​ທີ່​ສ້າງ​ດ້ວຍ​ດິນ​ຈີ່. (ອ່ານ​ເຫບເລີ 3:4-6)d ກຳແພງ​ເຮືອນ​ຈະ​ແຂງແຮງ​ຫຼື​ບໍ່​ນັ້ນ​ຂຶ້ນ​ຢູ່​ກັບ​ອົງ​ປະກອບ​ສຳຄັນ 2 ຢ່າງ​ຄື: ຄວາມ​ທົນ​ທານ​ຂອງ​ຮາກ​ຖານ​ແລະ​ຄວາມ​ແຂງແຮງ​ຂອງ​ດິນ​ຈີ່​ແຕ່​ລະ​ກ້ອນ. ຖ້າ​ຮາກ​ຖານ​ບໍ່​ໝັ້ນ​ຄົງ ກຳແພງ​ກໍ​ພັງ​ທະລາຍ​ໄດ້​ງ່າຍ ແຕ່​ເຖິງ​ແມ່ນ​ກຳແພງ​ນັ້ນ​ອາດ​ມີ​ຮາກ​ຖານ​ທີ່​ໝັ້ນ​ຄົງ ແຕ່​ຖ້າ​ດິນ​ຈີ່​ບໍ່​ແຂງແຮງ​ມັນ​ກໍ​ພັງ​ທະລາຍ​ໄດ້​ຄື​ກັນ. ປະຊາຄົມ​ຄລິດສະຕຽນ​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ແຂງແຮງ​ທີ່​ສຸດ ນັ້ນ​ຄື: ຄຳ​ສອນ​ຂອງ​ພະ​ຄລິດ. (ອ່ານ 1 ໂກລິນໂທ 3:10-15)e ແຕ່​ລະ​ຄົນ​ແຕ່​ລະ​ຄອບຄົວ​ໃນ​ປະຊາຄົມ​ກໍ​ເປັນ​ຄື​ກັບ​ດິນ​ຈີ່​ແຕ່​ລະ​ກ້ອນ. ການ​ນະມັດສະການ​ປະຈຳ​ຄອບຄົວ​ເປັນ​ໂອກາດ​ພິເສດ​ທີ່​ຈະ​ຊ່ວຍ​ແຕ່​ລະ​ຄົນ​ແຕ່​ລະ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ພຽງ​ພໍ​ເພື່ອ​ຈະ​ທົນ​ທານ​ກັບ​ໄຟ​ແຫ່ງ​ການ​ທົດ​ສອບ​ທາງ​ຄວາມ​ເຊື່ອ​ໄດ້. ຄວາມ​ເຂັ້ມແຂງ​ຂອງ​ແຕ່​ລະ​ຄົນ​ແຕ່​ລະ​ຄອບຄົວ​ຈະ​ສົ່ງ​ຜົນ​ໃຫ້​ປະຊາຄົມ​ໝັ້ນ​ຄົງ. ຄອບຄົວ​ຂອງ​ເຈົ້າ​ໄດ້​ຈັດ​ເວລາ​ໄວ້​ທຸກໆອາທິດ​ເພື່ອ​ນະມັດສະການ​ປະຈຳ​ຄອບຄົວ​ບໍ?

c ຄຳ​ແນະນຳ​ກ່ຽວ​ກັບ​ການ​ນະມັດສະການ​ປະຈຳ​ຄອບຄົວ​ມີ​ຢູ່​ໃນ​ພະ​ລາຊະກິດ​ຂອງ​ເຮົາ ມັງກອນ 2011 (ພາສາ​ໄທ)

d ໂປໂລ​ກຳລັງ​ເວົ້າ​ກັບ​ຄົນ​ທີ່ “ເອີ້ນ​ໄປ​ສະຫວັນ” (ເຫບ. 3:1, ລ.ມ.) ແຕ່​ຫຼັກ​ການ​ນີ້​ກໍ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ທຸກ​ຄົນ.

e ຂໍ​ໃຫ້​ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້​ໃນ​ຫໍສັງເກດການ 15 ກໍລະກົດ 1999 ໜ້າ 12-14 ຫຍໍ້​ໜ້າ 15-20 (ພາສາ​ໄທ). ເຈົ້າ​ໜ້າ​ຈະ​ອ່ານ​ເລື່ອງ​ນີ້​ແລະ​ຄິດ​ຕຶກຕອງ​ວ່າ​ຈະ​ນຳ​ໄປ​ໃຊ້​ກັບ​ຄອບຄົວ​ຂອງ​ເຈົ້າ​ແນວ​ໃດ?

15. ຈຸດ​ປະສົງ​ຂອງ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

15 ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ. ພີ່​ນ້ອງ​ແຄ​ຣີ ບາ​ເບີ​ເຊິ່ງ​ເຄີຍ​ເຮັດ​ວຽກ​ຮັບໃຊ້​ໃນ​ສຳນັກງານ​ໃຫຍ່​ທີ່​ບຸກ​ລິນ ນິວຢອກ ເລົ່າ​ວ່າ: “ໃນ​ຄືນ​ວັນ​ຈັນ​ທີ 16 ກຸມພາ 1942 ສະມາຊິກ​ຄອບຄົວ​ເບເທນ​ທຸກ​ຄົນ​ໃນ​ບຸກ​ລິນ​ໄດ້​ຮັບ​ເຊີນ​ໃຫ້​ສະໝັກ​ເປັນ​ນັກ​ຮຽນ​ໃນ​ໂຮງ​ຮຽນ​ໜຶ່ງ ເຊິ່ງ​ຕໍ່​ມາ​ເອີ້ນ​ວ່າ: ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ.” ພີ່​ນ້ອງ​ບາ​ເບີ​ເຊິ່ງ​ຕໍ່​ມາ​ໄດ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ໄດ້​ເວົ້າ​ເຖິງ​ໂຮງ​ຮຽນ​ນີ້​ວ່າ: “ນີ້​ເປັນ​ສິ່ງ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ກຽມ​ໃຫ້​ກັບ​ປະຊາຊົນ​ຂອງ​ພະອົງ​ໃນ​ປັດຈຸບັນ.” ຫຼັກ​ສູດ​ຂອງ​ໂຮງ​ຮຽນ​ນີ້​ດີ​ຫຼາຍ ເພາະ​ສາມາດ​ຊ່ວຍ​ພີ່​ນ້ອງ​ໃຫ້​ສອນ​ແລະ​ປະກາດ​ໄດ້​ດີ​ຂຶ້ນ ດັ່ງ​ນັ້ນ ໃນ​ປີ 1943 ອົງການ​ຈຶ່ງ​ຄ່ອຍໆເລີ່ມ​ສົ່ງ​ຈຸນລະສານ​ຫຼັກ​ສູດ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ (ພາສາ​ອັງກິດ) ໃຫ້​ແກ່​ປະຊາຄົມ​ຕ່າງໆໃນ​ທົ່ວ​ໂລກ. ຫໍສັງເກດການ 1 ມິຖຸນາ 1943 ບອກ​ວ່າ: ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ມີ​ຈຸດ​ປະສົງ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້ “ຝຶກ​ຝົນ​ຕົນ​ເອງ​ເພື່ອ​ຈະ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ໄດ້​ດີ​ຂຶ້ນ.”—2 ຕີໂມ. 2:15

16, 17. ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ສອນ​ໃຫ້​ມີ​ສິລະປະ​ໃນ​ການ​ເວົ້າ​ເທົ່າ​ນັ້ນ​ບໍ? ຂໍ​ໃຫ້​ອະທິບາຍ.

16 ຕອນ​ທຳອິດ ຫຼາຍ​ຄົນ​ຮູ້ສຶກ​ກັງວົນ​ຫຼາຍ​ທີ່​ຕ້ອງ​ຢືນ​ເວົ້າ​ຕໍ່​ໜ້າ​ຜູ້​ຟັງ​ກຸ່ມ​ໃຫຍ່. ພີ່​ນ້ອງ​ເຄ​ຕັນ ວູດເວີດ ຈູ​ເນ​ຍ ເຊິ່ງ​ພໍ່​ຂອງ​ລາວ​ເຄີຍ​ຕິດ​ຄຸກ​ແບບ​ບໍ່​ຍຸຕິທຳ​ພ້ອມ​ກັບ​ພີ່​ນ້ອງ​ຣັດເທີ​ຝອດ​ແລະ​ອີກ​ຫຼາຍ​ຄົນ​ໃນ​ປີ 1918 ໄດ້​ເລົ່າ​ເຖິງ​ຄວາມ​ຮູ້ສຶກ​ຕອນ​ທີ່​ເປັນ​ນັກ​ຮຽນ​ໃນ​ໂຮງ​ຮຽນ​ນີ້​ຄັ້ງ​ທຳອິດ​ໃນ​ປີ 1943 ວ່າ: “ການ​ບັນລະຍາຍ​ເປັນ​ເລື່ອງ​ຍາກ​ຫຼາຍ​ສຳລັບ​ຂ້ອຍ ຂ້ອຍ​ຄໍ​ແຫ້ງ ລີ້ນ​ພັນ​ກັນ​ແລະ​ກໍ​ຍັງ​ອອກ​ສຽງ​ບໍ່​ແຈ້ງ​ອີກ.” ແຕ່​ເມື່ອ​ບັນລະຍາຍ​ເກັ່ງ​ຂຶ້ນ ເຄ​ຕັນ​ກໍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ບັນລະຍາຍ​ສາທາລະນະ​ອີກ​ຫຼາຍ​ເທື່ອ. ໂຮງ​ຮຽນ​ນີ້​ບໍ່​ພຽງ​ແຕ່​ສອນ​ໃຫ້​ມີ​ສິລະປະ​ໃນ​ການ​ເວົ້າ​ເທົ່າ​ນັ້ນ ແຕ່​ຍັງ​ສອນ​ໃຫ້​ເປັນ​ຄົນ​ຖ່ອມ​ໃຈ​ນຳ​ອີກ ແລະ​ທີ່​ສຳຄັນ​ກໍ​ຄື​ສອນ​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ. ລາວ​ເວົ້າ​ອີກ​ວ່າ: “ສຸດ​ທ້າຍ​ຂ້ອຍ​ກໍ​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ສຳຄັນ​ບໍ່​ແມ່ນ​ຕົວ​ຜູ້​ບັນລະຍາຍ ແຕ່​ຖ້າ​ລາວ​ກຽມ​ຕົວຢ່າງ​ດີ ແລະ​ວາງໃຈ​ໃນ​ພະ​ເຢໂຫວາ​ເຕັມທີ ລາວ​ກໍ​ຈະ​ດຶງ​ດູດ​ໃຈ​ຜູ້​ຟັງ​ໄດ້ ແລ້ວ​ຜູ້​ຟັງ​ກໍ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ.”

17 ໃນ​ປີ 1959 ພີ່​ນ້ອງ​ຍິງ​ກໍ​ຖືກ​ເຊີນ​ໃຫ້​ສະໝັກ​ໃນ​ໂຮງ​ຮຽນ​ນີ້​ຄື​ກັນ ພີ່​ນ້ອງ​ເອັດ​ນາ ບາ​ວເອີ ເລົ່າ​ເຖິງ​ຕອນ​ທີ່​ລາວ​ໄດ້​ຍິນ​ຄຳ​ປະກາດ​ນີ້​ທີ່​ການ​ປະຊຸມ​ໃຫຍ່​ວ່າ: “ຂ້ອຍ​ຍັງ​ຈື່​ໄດ້​ວ່າ​ພວກ​ພີ່​ນ້ອງ​ຍິງ​ພາ​ກັນ​ດີ​ໃຈ​ຫຼາຍ ຕອນ​ນີ້​ເປັນ​ໂອກາດ​ຂອງ​ເຂົາ​ເຈົ້າ​ແລ້ວ.” ຫຼາຍ​ປີ​ທີ່​ຜ່ານ​ມາ ພີ່​ນ້ອງ​ຊາຍ​ຍິງ​ໄດ້​ສະໝັກ​ເປັນ​ນັກ​ຮຽນ​ໃນ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ຍອມ​ໃຫ້​ພະ​ເຢໂຫວາ​ສອນ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້ ພວກ​ເຮົາ​ກໍ​ຍັງ​ໄດ້​ຮັບ​ການ​ສອນ​ແບບ​ນັ້ນ​ທາງ​ການ​ປະຊຸມ​ກາງ​ອາທິດ—ອ່ານ​ເອຊາອີ 54:13

18, 19. (ກ) ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ທີ່​ໃຊ້​ໄດ້​ແທ້​ແນວ​ໃດ​ໃນ​ວຽກ​ຮັບໃຊ້? (ຂ) ເປັນ​ຫຍັງ​ການ​ປະຊຸມ​ຂອງ​ເຮົາ​ຈຶ່ງ​ມີ​ການ​ຮ້ອງ​ເພງ? (ເບິ່ງ​ຂອບ “ການ​ຮ້ອງ​ເພງ​ແຫ່ງ​ຄວາມ​ຈິງ”)

18 ການ​ປະຊຸມ​ການ​ຮັບໃຊ້. ເລີ່ມ​ມີ​ການ​ປະຊຸມ​ເພື່ອ​ການ​ປະກາດ​ຕັ້ງ​ແຕ່​ປີ 1919 ຕອນ​ນັ້ນ​ຜູ້​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ຄື​ຜູ້​ທີ່​ຈະ​ອອກ​ໄປ​ແຈກ​ຢາຍ​ສັບພະ​ໜັງສື​ເທົ່າ​ນັ້ນ ບໍ່​ແມ່ນ​ໝົດ​ປະຊາຄົມ. ໃນ​ປີ 1923 ເກືອບ​ໝົດ​ປີ ການ​ປະຊຸມ​ການ​ຮັບໃຊ້​ມີ​ພຽງ​ເດືອນ​ລະ​ເທື່ອ​ແລະ​ທຸກ​ຄົນ​ໃນ​ປະຊາຄົມ​ກໍ​ຄວນ​ເຂົ້າ​ຮ່ວມ. ແຕ່​ເມື່ອ​ເຖິງ​ປີ 1928 ປະຊາຄົມ​ຕ່າງໆໄດ້​ຮັບ​ການ​ສະໜັບສະໜູນ​ໃຫ້​ຈັດການ​ປະຊຸມ​ນີ້​ອາທິດ​ລະ​ເທື່ອ ແລະ​ໃນ​ປີ 1935 ຫໍສັງເກດການ ໄດ້​ສະໜັບສະໜູນ​ໃຫ້​ທຸກ​ປະຊາຄົມ​ຈັດການ​ປະຊຸມ​ນີ້​ໂດຍ​ໃຊ້​ເນື້ອ​ໃນ​ທີ່​ລົງ​ໃນ​ຜູ້​ອຳນວຍ​ການ (ຕໍ່​ມາ​ເອີ້ນ​ວ່າ ໃບ​ແຈ້ງ​ຂ່າວ ພະ​ລາຊະກິດ​ຂອງ​ເຮົາ ແລະ​ປັດຈຸບັນ​ເອີ້ນ​ວ່າ ວຽກ​ຮັບໃຊ້​ພະເຈົ້າ). ບໍ່​ດົນ​ທຸກ​ປະຊາຄົມ​ກໍ​ຈັດການ​ປະຊຸມ​ແບບ​ນີ້.

19 ໃນ​ທຸກ​ມື້​ນີ້​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ວຽກ​ຮັບໃຊ້​ຜ່ານ​ທາງ​ການ​ປະຊຸມ​ກາງ​ອາທິດ. (ມັດ. 10:5-13) ຖ້າ​ເຈົ້າ​ໄດ້​ຮັບ​ຄູ່​ມື​ປະຊຸມ ເຈົ້າ​ອ່ານ​ແລະ​ເອົາ​ຄຳ​ແນະນຳ​ເຫຼົ່າ​ນັ້ນ​ໄປ​ໃຊ້​ໃນ​ວຽກ​ປະກາດ​ບໍ?

ການ​ປະຊຸມ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຮອບ​ປີ

ປະຊາຄົມ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ສະຫຼອງ​ການ​ປະຊຸມ​ອະນຸສອນ​ປະຈຳ​ປີ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ຄລິດ

ຕັ້ງ​ແຕ່​ສະໄໝ​ສະຕະວັດ​ທຳອິດ ຄລິດສະຕຽນ​ຈະ​ມາ​ປະຊຸມ​ນຳ​ກັນ​ທຸກ​ປີ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຍຊູ​ຄລິດ (ເບິ່ງ​ຂໍ້ 20)

20-22. (ກ) ເປັນ​ຫຍັງ​ເຮົາ​ຈັດການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຍຊູ? (ຂ) ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ທຸກ​ປີ?

20 ພະ​ເຍຊູ​ບອກ​ລູກ​ສິດ​ຂອງ​ພະອົງ​ໃຫ້​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ເພິ່ນ​ຈົນ​ກວ່າ​ເພິ່ນ​ຈະ​ມາ​ປົກຄອງ​ແຜ່ນດິນ​ໂລກ. ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ຄລິດ​ກໍ​ຈັດ​ຂຶ້ນ​ປີ​ລະ​ເທື່ອ​ຄື​ກັບ​ການ​ສະຫຼອງ​ປັດສະຄາ. (1 ໂກ. 11:23-26) ມີ​ຫຼາຍ​ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້​ໃນ​ທຸກໆປີ. ການ​ປະຊຸມ​ອະນຸສອນ​ຊ່ວຍ​ເຕືອນ​ໃຈ​ຜູ້​ຖືກ​ເຈີມ​ໃຫ້​ນຶກ​ເຖິງ​ກຽດ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ ຄື​ເປັນ​ຜູ້​ຮັບ​ມໍລະດົກ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ລາຊະອານາຈັກ. (ໂລມ 8:17) ການ​ປະຊຸມ​ນີ້​ຊ່ວຍ​ແກະ​ອື່ນ​ໃຫ້​ມີ​ຄວາມ​ນັບຖື​ແລະ​ຄວາມ​ພັກດີ​ຕໍ່​ກະສັດ​ຂອງ​ລາຊະອານາຈັກ​ພະເຈົ້າ.—ໂຢ. 10:16

21 ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ຮູ້​ວ່າ​ການ​ສະຫຼອງ​ອາຫານ​ແລງ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ເປັນ​ເລື່ອງ​ສຳຄັນ ແລະ​ຄວນ​ຈັດ​ປີ​ລະ​ເທື່ອ​ເທົ່າ​ນັ້ນ. ໃນ​ຫໍສັງເກດການ ເດືອນ​ເມສາ ປີ 1880 ກ່າວ​ວ່າ: “ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ພວກ​ເຮົາ​ຫຼາຍ​ຄົນ​ໃນ​ເມືອງ​ພິດສເບິຣກ . . . ໄດ້​ຈັດການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ປັດ​ຊະ​ຄາ [ການ​ປະຊຸມ​ອະນຸສອນ] ແລະ​ໄດ້​ກິນ​ສິ່ງ​ທີ່​ໃຊ້​ເປັນ​ເຄື່ອງ​ໝາຍ​ແທນ​ຮ່າງກາຍ​ແລະ​ເລືອດ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ.” ຈາກ​ນັ້ນ​ບໍ່​ດົນ​ກໍ​ມີ​ການ​ຈັດການ​ປະຊຸມ​ໃຫຍ່​ພ້ອມ​ກັບ​ການ​ປະຊຸມ​ອະນຸສອນ. ຄັ້ງ​ທຳອິດ​ທີ່​ມີ​ການ​ຈົດ​ບັນທຶກ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ແບບ​ນີ້​ກໍ​ຄື​ປີ 1889 ຕອນ​ນັ້ນ​ມີ​ຜູ້​ເຂົ້າ​ຮ່ວມ 225 ຄົນ​ແລະ​ມີ 22 ຄົນ​ຮັບ​ບັບເຕມາ.

22 ໃນ​ທຸກ​ມື້​ນີ້ ເຮົາ​ບໍ່​ໄດ້​ຈັດການ​ປະຊຸມ​ອະນຸສອນ​ພ້ອມ​ກັບ​ການ​ປະຊຸມ​ໃຫຍ່​ອີກ​ແລ້ວ ແຕ່​ເຮົາ​ກໍ​ເຊີນ​ທຸກ​ຄົນ​ທີ່​ຢູ່​ໃນ​ເຂດ​ຫຼື​ໃນ​ຊຸມຊົນ​ໃຫ້​ມາ​ຮ່ວມ​ການ​ປະຊຸມ​ອະນຸສອນ​ກັບ​ເຮົາ​ໄດ້​ທີ່​ຫໍ​ປະຊຸມ ຫຼື​ໃນ​ຫ້ອງ​ປະຊຸມ​ທີ່​ເຊົ່າ​ເພື່ອ​ຈັດ​ງານ​ນີ້. ໃນ​ປີ 2013 ມີ​ຫຼາຍ​ກວ່າ 19 ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຍຊູ. ເຮົາ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ຮ່ວມ​ການ​ປະຊຸມ​ອະນຸສອນ​ແລະ​ເຊີນ​ຄົນ​ອື່ນໆໃຫ້​ມາ​ປະຊຸມ​ກັບ​ເຮົາ​ໃນ​ຄືນ​ທີ່​ສັກສິດ​ທີ່​ສຸດ​ນີ້! ເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊວນ​ຄົນ​ອື່ນໆໃຫ້​ມາ​ຮ່ວມ​ການ​ປະຊຸມ​ນີ້​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ບໍ?

ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕໍ່​ການ​ປະຊຸມ​ເປີດ​ເຜີຍ​ຫຍັງ?

23. ເຈົ້າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ໄປ​ປະຊຸມ​ຮ່ວມ​ກັນ?

23 ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ວ່າ​ຄຳ​ສັ່ງ​ທີ່​ໃຫ້​ໄປ​ປະຊຸມ​ຮ່ວມ​ກັນ​ເປັນ​ພາລະ. (ເຫບ. 10:24, 25; 1 ໂຢ. 5:3) ຕົວຢ່າງ​ເຊັ່ນ: ກະສັດ​ດາວິດ​ມີ​ຄວາມ​ສຸກ​ທີ່​ໄດ້​ໄປ​ສະຖານ​ທີ່​ນະມັດສະການ​ພະ​ເຢໂຫວາ. (ເພງ. 27:4) ລາວ​ຍັງ​ມີ​ຄວາມ​ສຸກ​ຫຼາຍ​ເປັນ​ພິເສດ​ທີ່​ໄດ້​ນະມັດສະການ​ຮ່ວມ​ກັບ​ຄົນ​ທີ່​ຮັກ​ພະເຈົ້າ​ຄື​ກັບ​ລາວ. (ເພງ. 35:18) ແລະ​ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ ແມ່ນ​ແຕ່​ຕອນ​ເປັນ​ເດັກ​ນ້ອຍ ເພິ່ນ​ກໍ​ຢາກ​ຈະ​ຢູ່​ໃນ​ສະຖານ​ທີ່​ນະມັດສະການ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເພິ່ນ.—ລືກາ 2:41-49

ແຮ່ງ​ເຮົາ​ຢາກ​ໄປ​ປະຊຸມ​ຫຼາຍ​ເທົ່າ​ໃດ ກໍ​ສະແດງ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຈິງ​ສຳລັບ​ເຮົາ​ຫຼາຍ​ເທົ່າ​ນັ້ນ

24. ການ​ໄປ​ປະຊຸມ​ເປັນ​ໂອກາດ​ທີ່​ດີ​ແນວ​ໃດ?

24 ເມື່ອ​ເຮົາ​ໄປ​ປະຊຸມ ນັ້ນ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ໃຫ້​ກຳລັງ​ໃຈ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ແລະ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ຮຽນ​ຮູ້​ວິທີ​ທີ່​ຈະ​ເປັນ​ປະຊາຊົນ​ທີ່​ດີ​ຂອງ​ລາຊະອານາຈັກ ເພາະ​ການ​ປະຊຸມ​ຕ່າງໆລວມ​ເຖິງ​ການ​ປະຊຸມ​ໃຫຍ່​ເປັນ​ວິທີ​ສຳຄັນ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ຝຶກ​ສອນ​ແບບ​ນັ້ນ. ການ​ປະຊຸມ​ຍັງ​ຊ່ວຍ​ໃຫ້​ເຮົາ​ມີ​ທັກສະ​ແລະ​ມີ​ກຳລັງ​ພໍ​ທີ່​ຈະ​ເຮັດ​ວຽກ​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ລາຊະອານາຈັກ​ໃນ​ທຸກ​ມື້​ນີ້​ໄດ້​ຕໍ່ໆໄປ ເຊິ່ງ​ກໍ​ຄື​ວຽກ​ສອນ​ແລະ​ຊ່ວຍ​ຄົນ​ໃຫ້​ເປັນ​ລູກ​ສິດ​ຂອງ​ກະສັດ​ເຍຊູ​ຄລິດ. (ອ່ານ​ມັດທາຍ 28:19, 20) ແນ່ນອນ​ວ່າ ແຮ່ງ​ເຮົາ​ຢາກ​ໄປ​ປະຊຸມ​ຫຼາຍ​ເທົ່າ​ໃດ ກໍ​ສະແດງ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຈິງ​ສຳລັບ​ເຮົາ​ຫຼາຍ​ເທົ່າ​ນັ້ນ. ຂໍ​ໃຫ້​ເຮົາ​ຖື​ວ່າ​ການ​ປະຊຸມ​ຮ່ວມ​ກັນ​ມີ​ຄ່າ​ສະເໝີ!

a ນອກ​ຈາກ​ຈະ​ມີ​ການ​ປະຊຸມ​ໃນ​ປະຊາຄົມ​ເປັນ​ປະຈຳ​ທຸກ​ອາທິດ​ແລ້ວ ຍັງ​ມີ​ການ​ສະໜັບສະໜູນ​ໃຫ້​ທຸກ​ຄົນ​ຈັດ​ເວລາ​ໄວ້​ຕ່າງ​ຫາກ​ເພື່ອ​ນະມັດສະການ​ປະຈຳ​ຄອບຄົວ​ຫຼື​ສຶກສາ​ສ່ວນ​ຕົວ​ນຳ​ອີກ.

b ເມື່ອ​ເຖິງ​ປີ 2013 ໂຄງ​ເລື່ອງ​ຄຳ​ບັນລະຍາຍ​ສາທາລະນະ​ທີ່​ກຽມ​ໄວ້​ສຳລັບ​ຜູ້​ບັນລະຍາຍ​ກໍ​ມີ​ຫຼາຍ​ກວ່າ 180 ເລື່ອງ.

ເຈົ້າ​ໝັ້ນ​ໃຈ​ຫຼາຍ​ສ່ຳ​ໃດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້?

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ປະຊຸມ​ຮ່ວມ​ກັນ?

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ການ​ປະຊຸມ​ຕ່າງໆ?

  • ຄວາມ​ຮູ້ສຶກ​ທີ່​ເຈົ້າ​ມີ​ຕໍ່​ການ​ປະຊຸມ​ເປີດ​ເຜີຍ​ຫຍັງ? ຂໍ​ໃຫ້​ອະທິບາຍ.

ຝູງ​ຄົນ​ຈັບ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ສະບັບ​ແປ​ໂລກ​ໃໝ່​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຢູ່​ທີ່​ການ​ປະຊຸມ​ໃຫຍ່

ການ​ປະຊຸມ​ປະຈຳ​ປີ​ທີ່​ລວມ​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ໜຶ່ງ​ດຽວ

ພະ​ເຢໂຫວາ​ສັ່ງ​ຊາວ​ອິດສະລາແອນ​ທຸກ​ຄົນ​ໃຫ້​ໄປ​ປະຊຸມ​ຮ່ວມ​ກັນ​ປີ​ລະ 3 ຄັ້ງ​ທີ່​ເມືອງ​ເຢຣຶຊາເລມ. (ອົບ. 23:14-17; ເລວີ. 23:34-36) ໂຢເຊບ​ພໍ່​ລ້ຽງ​ຂອງ​ພະ​ເຍຊູ​ກໍ​ພາ​ທຸກ​ຄົນ​ໃນ​ຄອບຄົວ​ໄປ​ທີ່​ເມືອງ​ເຢຣຶຊາເລມ​ໃນ​ໂອກາດ​ແບບ​ນັ້ນ ແລະ​ຜູ້​ຊາຍ​ຊາວ​ອິດສະລາແອນ​ຄົນ​ອື່ນໆກໍ​ຄົງ​ເຮັດ​ໃນ​ແບບ​ດຽວ​ກັນ. ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ໄປ​ຮ່ວມ​ການ​ປະຊຸມ​ໃຫຍ່​ປີ​ລະ 3 ຄັ້ງ. ການ​ປະຊຸມ​ໃຫຍ່​ບາງ​ປີ​ກໍ​ເປັນ​ເຫດການ​ສຳຄັນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ອົງການ​ຂອງ​ພະ​ເຢໂຫວາ​ສ່ວນ​ທີ່​ຢູ່​ເທິງ​ໂລກ​ກ້າວ​ໜ້າ​ຫຼາຍ​ແທ້ໆໃນ​ສະໄໝ​ສຸດ​ທ້າຍ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ການ​ປະຊຸມ​ໃຫຍ່​ແລະ​ສິ່ງ​ທີ່​ໜ້າ​ຈົດ​ຈຳ​ຂອງ​ການ​ປະຊຸມ​ເຫຼົ່າ​ນັ້ນ.

  • 1919: ເມືອງ​ຊີ​ດາ​ພອຍ ລັດ​ໂອ​ຮາຍ​ໂອ ສະຫະລັດ​ອາ​ເມຣິ​ກາ

    ເປັນ​ການ​ປະຊຸມ​ຂະໜາດ​ໃຫຍ່​ຫຼາຍ​ຄັ້ງ​ທຳອິດ ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 1 ສິ້ນ​ສຸດ​ລົງ.

    ມີ​ການ​ຟື້ນຟູ​ວຽກ​ປະກາດ​ອີກ​ເທື່ອ​ໜຶ່ງ

    ມີ​ຄຳ​ປະກາດ​ເລື່ອງ​ການ​ຈັດ​ພິມ​ວາລະສານ​ເດິ ໂກ​ເດິ​ນ ເອດ​ຈ (ປັດຈຸບັນ​ແມ່ນ ຕື່ນ​ເຖີດ!)

  • 1922: ເມືອງ​ຊີ​ດາ​ພອຍ ລັດ​ໂອ​ຮາຍ​ໂອ

    ມີ​ຄຳ​ບັນລະຍາຍ​ເລື່ອງ “ລາຊະອານາຈັກ” ທີ່​ກະຕຸ້ນ​ພີ່​ນ້ອງ​ໃຫ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເຮັດ​ວຽກ​ປະກາດ ຄຳ​ບັນລະຍາຍ​ນີ້​ເລີ່ມ​ຕົ້ນ​ດ້ວຍ​ການ​ກະຕຸ້ນ​ໃຈ​ວ່າ: “ໂຄສະນາ ໂຄສະນາ ໂຄສະນາ ພະ​ມະຫາ​ກະສັດ​ແລະ​ລາຊະອານາຈັກ​ຂອງ​ພະອົງ”!

  • 1931: ເມືອງ​ໂຄ​ລຳ​ບັດ​ສ ລັດ​ໂອ​ຮາຍ​ໂອ

    ເຮົາ​ໄດ້​ຮັບ​ຊື່​ໃໝ່​ຄື: ພະຍານ​ພະ​ເຢໂຫວາ

  • 1935: ເມືອງ​ວໍຊິງຕັນ ດີ. ຊີ.

    ເປັນ​ເທື່ອ​ທຳອິດ​ທີ່​ເຮົາ​ເຂົ້າ​ໃຈ​ວ່າ​ຊົນ​ຝູງ​ໃຫຍ່​ຫຼື “ຄົນ​ຈຳນວນ​ຫຼາຍ” ທີ່​ເວົ້າ​ເຖິງ​ໃນ​ຄຳປາກົດ 7:9 ສະບັບ​ຄິງ​ເຈມ ໝາຍ​ເຖິງ ຄົນ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ

  • 1942: ການ​ປະຊຸມ​ໃຫຍ່​ໂລກ​ໃໝ່​ຕາມ​ລະບອບ​ຂອງ​ພະເຈົ້າ​ຈັດ​ຂຶ້ນ​ຕາມ​ເມືອງ​ຕ່າງໆ 85 ເມືອງ​ທົ່ວ​ໂລກ

    ຄຳ​ບັນລະຍາຍ​ເລື່ອງ “ສັນຕິສຸກ​ຈະ​ຍືນຍົງ​ບໍ?” ອະທິບາຍ​ຢ່າງ​ຊັດເຈນ​ກ່ຽວ​ກັບ​ຄຳ​ພະຍາກອນ​ທີ່​ບັນທຶກ​ໃນ​ຄຳປາກົດ​ບົດ 17 ໂດຍ​ສະແດງ​ໃຫ້​ເຫັນ​ວ່າ ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ ຜູ້​ຄົນ​ຈຳນວນ​ຫຼາຍ​ຈະ​ມີ​ໂອກາດ​ຖືກ​ລວບລວມ​ເຂົ້າ​ມາ​ເປັນ​ປະຊາຊົນ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ.

  • 1950: ການ​ປະຊຸມ​ໃຫຍ່​ການ​ເພີ່ມ​ພູນ​ແຫ່ງ​ລະບອບ​ຂອງ​ພະເຈົ້າ

    ມີ​ການ​ອອກ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ສະບັບ​ແປ​ໂລກ​ໃໝ່

  • 1958: ການ​ປະຊຸມ​ນານາ​ຊາດ​ໃຈ​ປະສົງ​ຂອງ​ພະເຈົ້າ

    ການ​ປະຊຸມ​ນານາ​ຊາດ​ທີ່​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ຈັດ​ຂຶ້ນ​ໃນ​ເມືອງ​ດຽວ ແລະ​ມີ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ນິວຢອກ​ຫຼາຍ​ກວ່າ 250.000 ຄົນ​ຈາກ 123 ປະເທດ

  • 1961: ການ​ປະຊຸມ​ໃຫຍ່​ເຫຼົ່າ​ຜູ້​ນະມັດສະການ​ທີ່​ເປັນ​ເອກະພາບ

    ມີ​ການ​ອອກ​ພະ​ຄຳພີ​ບໍລິສຸດ​ສະບັບ​ແປ​ໂລກ​ໃໝ່ ແບບ​ຄົບ​ຊຸດ

  • 1992: ການ​ປະຊຸມ​ໃຫຍ່ “ຜູ້​ຖື​ຄວາມ​ສະຫວ່າງ”

    ການ​ປະຊຸມ​ນານາ​ຊາດ​ຄັ້ງ​ທຳອິດ​ຂອງ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ຈັດ​ຂຶ້ນ​ທີ່​ອະດີດ​ສະຫະພາບ​ໂຊ​ຫວຽດ ເມືອງ​ແຊງ​ປີເຕີ​ສະ​ບວກ ລັດເຊຍ

  • 1993: ການ​ປະຊຸມ​ໃຫຍ່ “ການ​ສອນ​ຈາກ​ພະເຈົ້າ” ເມືອງ​ກີ​ແອບ ປະເທດ​ອູ​ແກ​ຣນ

    ນີ້​ເປັນ​ການ​ຮັບ​ບັບເຕມາ​ຄັ້ງ​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ມີ​ການ​ບັນທຶກ​ໄວ້​ຄື ມີ​ຜູ້​ຮັບໃຊ້​ໃໝ່​ຮັບ​ບັບເຕມາ​ຫຼາຍ​ເຖິງ 7.402 ຄົນ

  • 2011: ການ​ປະຊຸມ​ໃຫຍ່ “ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ເຖີດ!”

    ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່​ເລື່ອງ​ຮູບ​ປັ້ນ​ໃນ​ນິມິດ​ທີ່​ດານຽນ​ບົດ 2. ຕອນ​ນີ້​ເຮົາ​ເຂົ້າ​ໃຈ​ວ່າ​ຕີນ​ຂອງ​ຮູບ​ປັ້ນ​ທີ່​ເປັນ​ເຫຼັກ​ປົນ​ດິນ​ໝາຍ​ເຖິງ ມະຫາ​ອຳນາດ​ຄູ່​ອັງກິດ-ອາ​ເມຣິ​ກາ ເຊິ່ງ​ຈະ​ຍັງ​ເປັນ​ມະຫາ​ອຳນາດ​ໂລກ​ທີ່​ໂດດ​ເດັ່ນ​ຕອນ​ທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ທຳລາຍ​ຮູບ​ປັ້ນ​ໃນ​ນິມິດ​ນັ້ນ​ຈົນ​ແຫຼກ​ມຸ່ນ.

  • 2014: ການ​ປະຊຸມ​ໃຫຍ່ “ຈົ່ງ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ!”

    ທົບ​ທວນ​ເລື່ອງ​ລາຊະອານາຈັກ​ຂອງ​ພະ​ຄລິດ​ທີ່​ປົກຄອງ​ໃນ​ສະຫວັນ​ຄົບ​ຮອບ 100 ປີ.

ພະ​ເຍຊູ​ແລະ​ພວກ​ລູກ​ສິດ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ​ນຳ​ກັນ

“ການ​ຮ້ອງ​ເພງ​ແຫ່ງ​ຄວາມ​ຈິງ”

ປະຊາຊົນ​ຂອງ​ພະ​ເຢໂຫວາ​ມັກ​ສະແດງ​ຄວາມ​ເຫຼື້ອມ​ໃສ​ພະເຈົ້າ​ດ້ວຍ​ການ​ຮ້ອງ​ເພງ​ກ່ຽວ​ກັບ​ພະອົງ​ແລະ​ເພື່ອ​ພະອົງ. ຕົວຢ່າງ​ເຊັ່ນ: ເມື່ອ​ພະ​ເຢໂຫວາ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ພົ້ນ​ຈາກ​ການ​ໄລ່​ຂອງ​ຊາວ​ເອຢິບ​ທີ່​ທະເລ​ແດງ ເຂົາ​ເຈົ້າ​ສະແດງ​ຄວາມ​ຂອບໃຈ​ແລະ​ຍົກຍ້ອງ​ພະອົງ​ດ້ວຍ​ບົດ​ເພງ​ທີ່​ກັ່ນ​ອອກ​ມາ​ຈາກ​ໃຈ. (ອົບ. 15:1-21) ຈາກ​ນັ້ນ ການ​ຮ້ອງ​ເພງ​ກໍ​ກາຍ​ເປັນ​ສ່ວນ​ທີ່​ຂາດ​ບໍ່​ໄດ້​ເລີຍ​ສຳລັບ​ການ​ນະມັດສະການ​ພະ​ເຢໂຫວາ​ທີ່​ວິຫານ. (1 ຂ່າວ. 23:4, 5; 25:7) ໃນ​ສະຕະວັດ​ທຳອິດ ພະ​ເຍຊູ​ແລະ​ລູກ​ສິດ​ຂອງ​ເພິ່ນ​ກໍ​ສະແດງ​ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ດ້ວຍ​ການ​ຮ້ອງ​ເພງ​ສັນລະເສີນ​ພະອົງ.—ມັດ. 26:30; ເອເຟ. 5:19

ນັບ​ຕັ້ງ​ແຕ່​ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ເລີ່ມ​ຄົ້ນ​ຫາ​ຄວາມ​ຈິງ ເຂົາ​ເຈົ້າ​ກໍ​ມີ​ເພງ​ຫຼາຍ​ຊຸດ​ທີ່​ໃຊ້​ຮ້ອງ​ນຳ​ກັນ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ເຊັ່ນ​ດຽວ​ກັບ​ໃນ​ສະໄໝ​ຄຳພີ​ໄບເບິນ. ຫໍສັງເກດການ 15 ກຸມພາ 1896 ໄດ້​ເວົ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ້ອງ​ເພງ​ວ່າ: “ການ​ຮ້ອງ​ເພງ​ແຫ່ງ​ຄວາມ​ຈິງ​ເປັນ​ວິທີ​ທີ່​ເຮັດ​ໃຫ້​ຄວາມ​ຈິງ​ຝັງ​ເລິກ​ຢູ່​ໃນ​ຄວາມ​ຄິດ​ຈິດ​ໃຈ​ປະຊາຊົນ​ຂອງ​ພະເຈົ້າ.”

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1879

1879

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1890

1890

ເຈ້ຍ​ເນື້ອ​ເພງ​ສະໄໝ​ປີ 1896

1896

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1900

1900

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1905

1905

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1905

1925

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1928

1928

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1944

1944

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1950

1950

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1966

1966

ໜ້າ​ປົກ​ປຶ້ມ​ເພງ​ສະໄໝ​ປີ 1984

1984

ໜ້າ​ປົກ​ຂອງ​ປຶ້ມ​ເພງ​ສັນລະເສີນ​ພະ​ເຢໂຫວາ

ປັດຈຸບັນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌