ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄສ ຕອນ 9 ໜ້າ 29-31
  • ນະມັດສະການ​ພະ​ເຢໂຫວາ​ເປັນ​ຄອບຄົວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ນະມັດສະການ​ພະ​ເຢໂຫວາ​ເປັນ​ຄອບຄົວ
  • ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • 1 ພັດທະນາ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ
  • 2 ນະມັດສະການ​ປະຈຳ​ຄອບຄົວ​ຢ່າງ​ມີ​ຄວາມ​ສຸກ
  • ການ​ນະມັດສະການ​ປະຈຳ​ຄອບຄົວ​ແມ່ນ​ຫຍັງ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
  • “ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • ການ​ນະມັດສະການ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແໜ້ນ​ແຟ້ນ​ຂະໜາດ​ໃດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ເບິ່ງຕື່ມ
ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
ຄສ ຕອນ 9 ໜ້າ 29-31
ຄູ່​ຜົວ​ເມຍ​ສຶກສາ​ຄຳພີ​ໄບເບິນ

ຕອນ​ທີ 9

ນະມັດສະການ​ພະ​ເຢໂຫວາ​ເປັນ​ຄອບຄົວ

“ຈົ່ງ​ຂາບ​ໄຫວ້​ນະມັດສະການ​ພະອົງ​ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ.”—ຄຳປາກົດ 14:7

ເມື່ອ​ອ່ານ​ປຶ້ມ​ນີ້ ທ່ານ​ຈະ​ຮຽນ​ຮູ້​ຫຼັກ​ການ​ຕ່າງໆເຊິ່ງ​ເປັນ​ປະໂຫຍດ​ຕໍ່​ທ່ານ​ແລະ​ຄອບຄົວ. ພະ​ເຢໂຫວາ​ຕ້ອງການ​ໃຫ້​ທ່ານ​ມີ​ຄວາມ​ສຸກ. ພະອົງ​ສັນຍາ​ວ່າ​ຖ້າ​ທ່ານ​ຈັດ​ໃຫ້​ການ​ນະມັດສະການ​ພະອົງ​ສຳຄັນ​ກວ່າ​ສິ່ງອື່ນໆແລ້ວ “ສິ່ງ​ຂອງ​ທັງ​ປວງ​ນີ້​ຈະ​ເປັນ​ທີ່​ຕື່ມ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ມັດທາຍ 6:33) ພະອົງ​ຕ້ອງການ​ໃຫ້​ທ່ານ​ມາ​ເປັນ​ເພື່ອນ​ກັບ​ພະອົງ. ດັ່ງ​ນັ້ນ ທ່ານ​ຄວນ​ຫາ​ທຸກໆໂອກາດ​ເພື່ອ​ທີ່​ຈະ​ພັດທະນາ​ຄວາມ​ໃກ້​ຊິດ​ກັບ​ພະເຈົ້າ. ນີ້​ເປັນ​ໂອກາດ​ທີ່​ດີ​ແທ້ໆທີ່​ທ່ານ​ເອງ​ຈະ​ມີ​ໄດ້.—ມັດທາຍ 22:37, 38

1 ພັດທະນາ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ

ຜົວ​ແລະ​ເມຍ​ເຮັດ​ວຽກ​ຮັບໃຊ້​ຮ່ວມ​ກັນ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ເປັນ​ພະ​ບິດາ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ທ່ານ​ທັງ​ຫຼາຍ​ຈະ​ເປັນ​ລູກ​ຊາຍ​ລູກ​ຍິງ​ຂອງ​ເຮົາ.’” (2 ໂກລິນໂທ 6:18) ພະເຈົ້າ​ຕ້ອງການ​ໃຫ້​ທ່ານ​ມາ​ເປັນ​ເພື່ອນ​ທີ່​ສະໜິດ​ກັບ​ພະອົງ. ການ​ອະທິດຖານ​ເປັນ​ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ເປັນ​ເຊັ່ນ​ນັ້ນ​ໄດ້. ພະ​ເຢໂຫວາ​ເຊີນ​ທ່ານ​ໃຫ້ “ອ້ອນ​ວອນ​ບໍ່​ເຊົາ​ບໍ່​ຂາດ.” (1 ເທຊະໂລນີກ 5:17) ພະອົງ​ຢາກ​ຟັງ​ສິ່ງ​ທີ່​ມາ​ຈາກ​ຄວາມ​ຮູ້ສຶກ​ເລິກໆພາຍ​ໃນ​ແລະ​ສິ່ງ​ທີ່​ທ່ານ​ກັງວົນ. (ຟີລິບ 4:6) ເມື່ອ​ທ່ານ​ອະທິດຖານ​ຮ່ວມ​ກັບ​ຄອບຄົວ ທຸກ​ຄົນ​ໃນ​ຄອບຄົວ​ກໍ​ຈະ​ເຫັນ​ໄດ້​ວ່າ​ທ່ານ​ມີ​ຄວາມ​ໃກ້​ຊິດ​ກັບ​ພະເຈົ້າ​ຫຼາຍ​ສ່ຳ​ໃດ.

ຄຽງ​ຄູ່​ກັບ​ການ​ລົມ​ກັບ​ພະເຈົ້າ ທ່ານ​ເອງ​ກໍ​ຕ້ອງ​ຟັງ​ພະອົງ​ໂດຍ​ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ສັບພະ​ໜັງສື​ຕ່າງໆທີ່​ອາໄສ​ຄຳພີ​ໄບເບິນ. (ຄຳເພງ 1:1, 2) ທ່ານ​ຕ້ອງ​ຄຶດ​ຕຶກຕອງ​ໃນ​ສິ່ງ​ທີ່​ໄດ້​ຮຽນ​ມາ. (ຄຳເພງ 77:11, 12) ນອກ​ຈາກ​ນັ້ນ ການ​ເຊື່ອ​ຟັງ​ພະເຈົ້າ​ຍັງ​ລວມ​ເຖິງ​ການ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ​ເປັນ​ປະຈຳ.—ຄຳເພງ 122:1-4

ເພື່ອ​ທີ່​ຈະ​ມີ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ອີກ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ແມ່ນ​ການ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ກ່ຽວ​ກັບ​ພະອົງ. ເມື່ອ​ທ່ານ​ເຮັດ​ສິ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ​ນັ້ນ​ຫຼາຍ​ເທົ່າ​ໃດ ທ່ານ​ກໍ​ຈະ​ຮູ້ສຶກ​ວ່າ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.—ມັດທາຍ 28:19, 20

ຄຳ​ແນະນຳ:

  • ໃຫ້​ຈັດ​ເວລາ​ໄວ້​ທຸກໆມື້​ເພື່ອ​ອະທິດຖານ​ແລະ​ອ່ານ​ຄຳພີ​ໄບເບິນ

  • ໃນ​ຄອບຄົວ ທ່ານ​ຕ້ອງ​ຈັດ​ໃຫ້​ກິດຈະກຳ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ພະ​ເຢໂຫວາ​ມາ​ກ່ອນ​ຄວາມ​ບັນເທີງ​ແລະ​ການ​ພັກຜ່ອນ​ຢ່ອນ​ໃຈ

2 ນະມັດສະການ​ປະຈຳ​ຄອບຄົວ​ຢ່າງ​ມີ​ຄວາມ​ສຸກ

ພໍ່​ກຽມ​ຕົວ​ເພື່ອ​ສຶກສາ​ກັບ​ຄອບຄົວ​ແລະ​ຕໍ່​ມາ​ທັງ​ຄອບຄົວ​ກໍ​ນະມັດສະການ​ຄອບຄົວ​ຮ່ວມ​ກັນ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ແລະ​ພະອົງ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ທ່ານ.” (ຢາໂກໂບ 4:8) ເພື່ອ​ຈະ​ນະມັດສະການ​ປະຈຳ​ຄອບຄົວ​ໄດ້​ຢ່າງ​ສະໝ່ຳ​ສະເໝີ​ທ່ານ​ຕ້ອງ​ຈັດ​ເວລາ​ແລະ​ເຮັດ​ຕາມ​ນັ້ນ​ຢ່າງ​ຄັກ​ແນ່. (ຕົ້ນເດີມ 18:19) ແຕ່​ສິ່ງ​ທີ່​ສຳຄັນ ທ່ານ​ຕ້ອງ​ໃຊ້​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ໃນ​ຊີວິດ​ປະຈຳ​ວັນ. ທ່ານ​ຄວນ​ຊ່ວຍ​ຄອບຄົວ​ໃຫ້​ໃກ້​ຊິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ໂດຍ​ການ​ເວົ້າ​ເຖິງ​ເລື່ອງ​ຂອງ​ພະອົງ​ເປັນ​ປະຈຳ “ເມື່ອ​ນັ່ງ​ຢູ່​ເຮືອນ ແລະ​ເມື່ອ​ທຽວ​ທາງ ແລະ​ເມື່ອ​ນອນ ແລະ​ເມື່ອ​ລຸກ​ແຕ່​ນອນ.” (ພະບັນຍັດ 6:6, 7) ທ່ານ​ຕ້ອງ​ມີ​ເປົ້າ​ໝາຍ​ຄື​ກັບ​ໂຢຊວຍ​ທີ່​ເວົ້າ​ວ່າ “ຝ່າຍ​ຂ້ອຍ​ກັບ​ໄທ​ເຮືອນ​ຂອງ​ຂ້ອຍ​ກໍ​ຈະ​ບົວລະບັດ​ພະ​ເຢໂຫວາ.”—ໂຢຊວຍ 24:15

ຄຳ​ແນະນຳ:

  • ໃຫ້​ຈັດ​ເວລາ​ໄວ້​ເປັນ​ປະຈຳ​ແລະ​ໃຫ້​ເລືອກ​ເລື່ອງ​ທີ່​ເໝາະ​ເພື່ອ​ຈະ​ຝຶກ​ຄົນ​ໃນ​ຄອບຄົວ​ຕາມ​ຄວາມ​ຈຳເປັນ​ຂອງ​ແຕ່​ລະ​ຄົນ

ແມ່​ອ່ານ​ໜັງສື​ກັນ​ລູກ​ນ້ອຍ ຄອບຄົວ​ສະແດງ​ເລື່ອງ​ລາວ​ທີ່​ມາ​ຈາກ​ຄຳພີ​ໄບເບິນ ພໍ່​ສຶກສາ​ກັບ​ລູກ​ສາວ

ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ

ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ. ພະອົງ​ມີ​ຄວາມ​ສຸກ​ທີ່​ເຫັນ​ທ່ານ​ແລະ​ຄອບຄົວ​ເຕັມ​ໃຈ​ຮັບໃຊ້​ພະອົງ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ ທ່ານ​ກໍ​ຈະ​ຮັກ​ແລະ​ຮຽນ​ແບບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ມາລະໂກ 12:30; ເອເຟດ 5:1) ເມື່ອ​ທ່ານ​ໃຫ້​ພະເຈົ້າ​ຊີ້​ນຳ ສາຍ​ສຳພັນ​ຂອງ​ທ່ານ​ກັບ​ຄູ່​ຂອງ​ທ່ານ​ກໍ​ຈະ​ໝັ້ນ​ຄົງ. (ຜູ້​ເທສະໜາ​ປ່າວ​ປະກາດ 4:12; ເອຊາອີ 48:17) ທ່ານ​ແລະ​ຄອບຄົວ​ຈະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ ທີ່​ໄດ້​ຮູ້​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຂອງເຈົ້າ​ຈະ​ໄດ້​ອວຍ​ພອນ​ໃຫ້​ເຈົ້າ.”—ພະບັນຍັດ 12:7

ຖາມ​ຕົວ​ເອງ​ວ່າ . . .

  • ຂ້ອຍ​ແລະ​ຄູ່​ຂອງ​ຂ້ອຍ​ໄດ້​ອະທິດຖານ​ນຳ​ກັນ​ເທື່ອ​ສຸດ​ທ້າຍ​ເມື່ອ​ໃດ?

  • ເພື່ອ​ພວກ​ເຮົາ​ຈະ​ມີ​ຄວາມ​ເຊື່ອໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຂ້ອຍ​ຈະ​ສຶກສາ​ເລື່ອງ​ໃດ​ກັບ​ຄອບຄົວ?

ສິ່ງ​ທີ່​ຫົວ​ໜ້າ​ຄອບຄົວ​ຕ້ອງ​ເອົາໃຈໃສ່

  • ບໍ່​ໃຫ້​ມີ​ສິ່ງ​ໃດ​ມາ​ຂັດ​ຂວາງ​ການ​ນະມັດສະການ​ປະຈຳ​ຄອບຄົວ

  • ໃຫ້​ບອກ​ຄອບຄົວ​ລ່ວງ​ໜ້າ​ວ່າ​ຈະ​ສຶກສາ​ເລື່ອງ​ໃດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຈະ​ກຽມ​ຕົວ​ກ່ອນ

  • ໃຫ້​ແນ່​ໃຈ​ວ່າ​ສະມາຊິກ​ໃນ​ຄອບຄົວ​ມາ​ຄົບ​ທຸກ​ຄົນ

  • ເພື່ອ​ທຸກ​ຄົນ​ຈະ​ມ່ວນ​ໃຫ້​ສ້າງ​ບັນຍາກາດ​ທີ່​ເປັນ​ກັນ​ເອງ ແຕ່ໃຫ້​ມີ​ຄວາມ​ນັບຖື

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌