ບົດທີ 15
ວິທີນະມັດສະການພະເຈົ້າໃນແບບທີ່ຖືກຕ້ອງ
1. ໃຜເທົ່ານັ້ນທີ່ບອກເຮົາໄດ້ວ່າການນະມັດສະການແບບໃດຖືກຕ້ອງ?
ສາສະໜາສ່ວນຫຼາຍອ້າງວ່າສອນຄວາມຈິງກ່ຽວກັບພະເຈົ້າ. ແຕ່ຈະເປັນໄປໄດ້ແນວໃດ ເພາະແຕ່ລະສາສະໜາກໍສອນບໍ່ຄືກັນໃນເລື່ອງທີ່ວ່າໃຜເປັນພະເຈົ້າແລະວິທີທີ່ເຮົາຄວນນະມັດສະການພະອົງ. ຄັນຊັ້ນ ເຮົາຈະຮູ້ໄດ້ຈັ່ງໃດວ່າການນະມັດສະການພະເຈົ້າໃນແບບທີ່ຖືກຕ້ອງເປັນແນວໃດ? ພະເຢໂຫວາພະເຈົ້າຜູ້ດຽວເທົ່ານັ້ນທີ່ບອກເຮົາໄດ້ວ່າຕ້ອງນະມັດສະການພະອົງແບບໃດ.
2. ເຈົ້າຈະຮູ້ວິທີນະມັດສະການພະເຈົ້າໃນແບບທີ່ຖືກຕ້ອງໄດ້ຈາກໃສ?
2 ພະເຢໂຫວາໃຫ້ເຮົາມີຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ຮູ້ວິທີທີ່ຖືກຕ້ອງໃນການນະມັດສະການພະອົງ. ດັ່ງນັ້ນ ເຮົາຕ້ອງຮຽນຄຳພີໄບເບິນ ແລ້ວພະເຢໂຫວາຈະຊ່ວຍເຮົາໃຫ້ໄດ້ຮັບປະໂຫຍດຈາກຄຳສອນຂອງພະອົງເພາະພະອົງຮັກແລະຫ່ວງໃຍເຮົາ.—ເອຊາອີ 48:17
3. ພະເຈົ້າຢາກໃຫ້ເຮົາເຮັດຫຍັງ?
3 ບາງຄົນບອກວ່າທຸກສາສະໜາດີໝົດ ແລະພະເຈົ້າກໍຍອມຮັບທຸກສາສະໜາ. ແຕ່ພະເຢຊູບໍ່ໄດ້ສອນແບບນັ້ນ ເພິ່ນບອກວ່າ: “ບໍ່ແມ່ນທຸກຄົນທີ່ເອີ້ນຂ້ອຍວ່າ ‘ນາຍ ນາຍ’ ຈະໄດ້ມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ ແຕ່ຄົນທີ່ຈະເຂົ້າໄປໄດ້ມີພຽງຄົນທີ່ເຮັດຕາມສິ່ງທີ່ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຕ້ອງການໃຫ້ເຮັດ.” ດັ່ງນັ້ນ ສິ່ງທີ່ພະເຈົ້າຢາກໃຫ້ເຮົາເຮັດກໍຄື ໃຫ້ເຮົາຮຽນຮູ້ວ່າພະອົງຕ້ອງການໃຫ້ເຮົາເຮັດຫຍັງແລ້ວກໍເຮັດຕາມນັ້ນ. ເລື່ອງນີ້ສຳຄັນຫຼາຍເພາະພະເຢຊູປຽບທຽບຄົນທີ່ບໍ່ເຮັດຕາມຄຳສອນຂອງພະເຈົ້າວ່າເປັນ “ພວກຄົນຊົ່ວ!”—ມັດທາຍ 7:21-23
4. ພະເຢຊູເຕືອນແນວໃດກ່ຽວກັບການເຮັດຕາມສິ່ງທີ່ພະເຈົ້າບອກ?
4 ພະເຢຊູເຕືອນວ່າການເຮັດຕາມສິ່ງທີ່ພະເຈົ້າບອກບໍ່ແມ່ນເລື່ອງງ່າຍ ເຮົາຈະເຈິອຸປະສັກຫຼາຍຢ່າງ. ເພິ່ນບອກວ່າ: “ໃຫ້ເຈົ້າເຂົ້າໄປທາງປະຕູແຄບ ເພາະປະຕູທີ່ກວ້າງແລະທາງທີ່ກວ້າງໃຫຍ່ນັ້ນພາໄປເຖິງຄວາມພິນາດ ແລະມີຄົນຈຳນວນຫຼາຍເຂົ້າໄປທາງນັ້ນ ແຕ່ປະຕູແຄບແລະທາງແຄບທີ່ໄປລຳບາກຈະພາໄປເຖິງຊີວິດ ແລະມີໜ້ອຍຄົນທີ່ພົບທາງນີ້.” (ມັດທາຍ 7:13, 14) “ທາງແຄບ” ແມ່ນການນະມັດສະການພະເຈົ້າໃນແບບທີ່ຖືກຕ້ອງເຊິ່ງຈະເຮັດໃຫ້ເຮົາໄດ້ຮັບຊີວິດຕະຫຼອດໄປ. ແຕ່ “ທາງທີ່ກວ້າງ” ແມ່ນການນະມັດສະການພະເຈົ້າແບບຜິດໆເຊິ່ງເຮັດໃຫ້ເຮົາຕ້ອງຕາຍ. ພະເຢໂຫວາບໍ່ຢາກໃຫ້ຜູ້ໃດຕາຍ ພະອົງຈຶ່ງໃຫ້ໂອກາດທຸກຄົນໄດ້ຮຽນຮູ້ກ່ຽວກັບພະອົງ.—2 ເປໂຕ 3:9
ຈະບອກໄດ້ແນວໃດວ່າສາສະໜາໃດເປັນສາສະໜາແທ້?
5. ເຈົ້າຈະຮູ້ໄດ້ແນວໃດວ່າສາສະໜາໃດເປັນສາສະໜາແທ້?
5 ພະເຢຊູບອກວ່າເຮົາສາມາດຮູ້ວ່າສາສະໜາໃດເປັນສາສະໜາແທ້ ກໍໂດຍເບິ່ງຈາກສິ່ງທີ່ຄົນໃນສາສະໜານັ້ນເຊື່ອແລະເຮັດ. ເພິ່ນບອກວ່າ: “ເຈົ້າຈະຮູ້ຈັກພວກເຂົາໄດ້ຈາກການກະທຳຂອງພວກເຂົາ.” ພະເຢຊູສົມທຽບສາສະໜາແທ້ກັບຕົ້ນໄມ້ທີ່ດີ ເພິ່ນບອກວ່າ: “ຕົ້ນໄມ້ທີ່ດີກໍເກີດໝາກທີ່ດີ.” (ມັດທາຍ 7:16, 17) ນີ້ບໍ່ໄດ້ໝາຍຄວາມວ່າຄົນທີ່ນັບຖືສາສະໜາແທ້ຈະບໍ່ເຮັດຫຍັງຜິດເລີຍ ແຕ່ພວກເຂົາພະຍາຍາມທີ່ຈະເຮັດສິ່ງທີ່ຖືກຕ້ອງສະເໝີ. ຕອນນີ້ໃຫ້ເຮົາມາເບິ່ງວ່າອັນໃດຈະຊ່ວຍເຮົາໃຫ້ຮູ້ວ່າໃຜທີ່ນັບຖືສາສະໜາແທ້.
6, 7. ເປັນຫຍັງສາສະໜາແທ້ຕ້ອງໃຊ້ຄຳພີໄບເບິນເປັນຫຼັກໃນການສອນ? ແລະພະເຢຊູວາງຕົວຢ່າງແນວໃດໃຫ້ເຮົາ?
6 ຕ້ອງໃຊ້ຄຳພີໄບເບິນເປັນຫຼັກໃນການສອນ. ຄຳພີໄບເບິນບອກວ່າ: “ພະຄຳພີທຸກຕອນ ພະເຈົ້າດົນໃຈໃຫ້ຂຽນຂຶ້ນມາ ມີປະໂຫຍດສຳລັບສອນ ຕັກເຕືອນ ແກ້ໄຂສິ່ງຕ່າງໆໃຫ້ຮຽບຮ້ອຍ ແລະສັ່ງສອນຄົນໃຫ້ເຮັດສິ່ງທີ່ຖືກຕ້ອງ ເພື່ອຄົນຂອງພະເຈົ້າຈະມີຄວາມສາມາດພຽງພໍ ແລະມີຄວາມພ້ອມສຳລັບວຽກທີ່ດີທຸກຢ່າງ.” (2 ຕີໂມທຽວ 3:16, 17) ອັກຄະສາວົກໂປໂລຂຽນເຖິງຄລິດສະຕຽນວ່າ: “ເມື່ອພວກເຈົ້າໄດ້ຍິນຄຳສອນຂອງພະເຈົ້າຈາກພວກເຮົາ ພວກເຈົ້າຍອມຮັບຄຳສອນນັ້ນໄວ້ຄືກັບເປັນຄຳສອນຂອງພະເຈົ້າແທ້ໆ ບໍ່ແມ່ນຂອງມະນຸດ.” (1 ເທຊະໂລນິກ 2:13) ການນະມັດສະການໃນແບບທີ່ຖືກຕ້ອງຫຼືສາສະໜາແທ້ຕ້ອງສອນຄຳສອນຂອງພະເຈົ້າທີ່ຢູ່ໃນຄຳພີໄບເບິນເທົ່ານັ້ນ. ບໍ່ແມ່ນສອນສິ່ງທີ່ມາຈາກຄວາມຄິດຂອງມະນຸດ ຮີດຄອງປະເພນີ ຫຼືຄຳສອນຈາກແຫຼ່ງອື່ນ.
7 ທຸກເລື່ອງທີ່ພະເຢຊູສອນມາຈາກຄຳພີໄບເບິນເຊິ່ງເປັນຖ້ອຍຄຳຂອງພະເຈົ້າ. (ອ່ານໂຢຮັນ 17:17) ເພິ່ນມັກຍົກຂໍ້ຄວາມຈາກຄຳພີໄບເບິນຂຶ້ນມາເວົ້າສະເໝີ. (ມັດທາຍ 4:4, 7, 10) ຜູ້ຮັບໃຊ້ແທ້ຂອງພະເຈົ້າເຮັດຕາມພະເຢຊູໂດຍສອນທຸກເລື່ອງຈາກຄຳພີໄບເບິນ.
8. ພະເຢຊູບອກຫຍັງກ່ຽວກັບການນະມັດສະການພະເຢໂຫວາ?
8 ຕ້ອງນະມັດສະການພະເຢໂຫວາອົງດຽວເທົ່ານັ້ນ. ຄຳເພງ 83:18 ບອກວ່າ: “ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” ພະເຢຊູຢາກໃຫ້ຜູ້ຄົນຮູ້ວ່າພະເຈົ້າທ່ຽງແທ້ແມ່ນໃຜ ແລະເພິ່ນສອນພວກເຂົາໃຫ້ຮູ້ຈັກຊື່ຂອງພະເຈົ້າ. (ອ່ານໂຢຮັນ 17:6) ພະເຢຊູບອກວ່າ: “ເຈົ້າຕ້ອງນະມັດສະການພະເຢໂຫວາພະເຈົ້າຂອງເຈົ້າ ແລະຮັບໃຊ້ພະອົງພຽງຜູ້ດຽວ.” (ມັດທາຍ 4:10) ດັ່ງນັ້ນ ພວກເຮົາທີ່ເປັນຜູ້ຮັບໃຊ້ຂອງພະເຈົ້າຈຶ່ງເຮັດຕາມຕົວຢ່າງຂອງພະເຢຊູ. ເຮົາຕ້ອງນະມັດສະການພະເຢໂຫວາອົງດຽວເທົ່ານັ້ນ ຕ້ອງໃຊ້ຊື່ຂອງພະອົງ ແລະຕ້ອງບອກຄົນອື່ນໃຫ້ຮູ້ຈັກຊື່ຂອງພະເຈົ້າແລະບອກວ່າພະອົງຈະເຮັດຫຍັງແດ່ເພື່ອພວກເຮົາ.
9, 10. ເຮົາສະແດງຄວາມຮັກຕໍ່ກັນແນວໃດ?
9 ຕ້ອງຮັກກັນແທ້ໆ. ພະເຢຊູສອນລູກສິດຂອງເພິ່ນໃຫ້ຮັກກັນ. (ອ່ານໂຢຮັນ 13:35) ບໍ່ວ່າຈະຮັ່ງມີຫຼືທຸກຍາກ ມາຈາກໃສ ມີວັດທະນະທຳແບບໃດ ເຮົາຕ້ອງຮັກກັນຄືກັບພີ່ນ້ອງແທ້ໆ. (ໂກໂລຊາຍ 3:14) ເຮົາບໍ່ເຂົ້າຮ່ວມໃນສົງຄາມແລະຂ້າຄົນອື່ນ. ຄຳພີໄບເບິນບອກວ່າ: “ຜູ້ໃດເປັນລູກຂອງພະເຈົ້າແລະຜູ້ໃດເປັນລູກຂອງມານຮ້າຍເຫັນໄດ້ຈາກສິ່ງນີ້ ນັ້ນຄື ຄົນທີ່ບໍ່ເຮັດສິ່ງທີ່ຖືກຕ້ອງແລະບໍ່ຮັກພີ່ນ້ອງກໍບໍ່ໄດ້ເກີດມາຈາກພະເຈົ້າ.” ຄຳພີໄບເບິນຍັງບອກອີກວ່າ: “ໃຫ້ພວກເຮົາຮັກກັນ ແລະຢ່າເປັນຄືກາອິນທີ່ເປັນຄົນຂອງຊາຕານຕົວຊົ່ວຮ້າຍ ລາວຂ້ານ້ອງຊາຍຕົວເອງ.”—1 ໂຢຮັນ 3:10-12; 4:20, 21
10 ເຮົາຄວນໃຊ້ເວລາ ກຳລັງ ແລະຊັບສິນເງິນຄຳເພື່ອຊ່ວຍເຫຼືອແລະສະໜັບສະໜູນກັນ. (ເຮັບເຣີ 10:24, 25) ນອກຈາກນີ້ ເຮົາຄວນ “ເຮັດດີກັບທຸກຄົນ.”—ຄາລາເຕຍ 6:10
11. ເປັນຫຍັງເຮົາເຊື່ອວ່າພະເຢຊູເປັນຜູ້ຊ່ວຍໃຫ້ລອດ?
11 ຕ້ອງເຊື່ອແລະຍອມຮັບວ່າພະເຢຊູເປັນຜູ້ຊ່ວຍໃຫ້ລອດ. ຄຳພີໄບເບິນບອກວ່າ: “ບໍ່ມີໃຜຈະຊ່ວຍມະນຸດໃຫ້ລອດໄດ້ນອກຈາກພະເຢຊູຜູ້ດຽວ ເພາະພະເຈົ້າບໍ່ໃຫ້ມີຜູ້ອື່ນໃນໂລກນີ້ທີ່ຈະຊ່ວຍພວກເຮົາໃຫ້ລອດໄດ້.” (ກິດຈະການ 4:12) ໃນບົດທີ 5 ຂອງປຶ້ມຫົວນີ້ເຮົາໄດ້ຮຽນແລ້ວວ່າພະເຢໂຫວາສົ່ງພະເຢຊູມາໃນໂລກເພື່ອສະລະຊີວິດຂອງເພິ່ນໃຫ້ເປັນຄ່າໄຖ່ສຳລັບຄົນທີ່ເຊື່ອຟັງ. (ມັດທາຍ 20:28) ພະເຢໂຫວາເລືອກພະເຢຊູໃຫ້ເປັນກະສັດປົກຄອງໂລກ. ຄຳພີໄບເບິນບອກວ່າເຮົາຕ້ອງເຊື່ອຟັງເພິ່ນຖ້າເຮົາຢາກມີຊີວິດຕະຫຼອດໄປ.—ອ່ານໂຢຮັນ 3:36
12. ເປັນຫຍັງເຮົາຕ້ອງບໍ່ເຂົ້າໄປຫຍຸ້ງກ່ຽວກັບການເມືອງ?
12 ຕ້ອງບໍ່ຫຍຸ້ງກ່ຽວກັບການເມືອງ. ພະເຢຊູບໍ່ເຂົ້າໄປຫຍຸ້ງກ່ຽວກັບການເມືອງ. ຕອນທີ່ຖືກພິຈາລະນາຄະດີ ເພິ່ນບອກປີລາດຜູ້ປົກຄອງຄົນໂຣມວ່າ: “ການປົກຄອງຂອງຂ້ອຍບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້.” (ອ່ານໂຢຮັນ 18:36) ເຮົາພັກດີຕໍ່ການປົກຄອງຂອງພະເຈົ້າທີ່ຢູ່ໃນສະຫວັນຄືກັບພະເຢຊູ ດັ່ງນັ້ນ ບໍ່ວ່າເຮົາຈະຢູ່ໃສ ເຮົາຕ້ອງບໍ່ເຂົ້າໄປຫຍຸ້ງກ່ຽວກັບການເມືອງ. ແຕ່ຄຳພີໄບເບິນກໍສັ່ງໄວ້ຄືກັນວ່າ ໃຫ້ເຊື່ອຟັງ “ຄົນທີ່ມີອຳນາດປົກຄອງ” ເຊິ່ງກໍແມ່ນລັດຖະບານຕ່າງໆໃນໂລກ. (ໂຣມ 13:1) ດັ່ງນັ້ນ ເຮົາຈຶ່ງເຊື່ອຟັງແລະເຮັດຕາມກົດໝາຍບ້ານເມືອງ. ແຕ່ຖ້າເມື່ອໃດທີ່ກົດໝາຍນັ້ນຂັດກັບກົດໝາຍຂອງພະເຈົ້າ ເຮົາກໍຈະເຮັດຄືກັບພວກອັກຄະສາວົກທີ່ບອກວ່າ: “ພວກເຮົາຕ້ອງເຊື່ອຟັງພະເຈົ້າທີ່ເປັນຜູ້ປົກຄອງ ບໍ່ແມ່ນມະນຸດ.”—ກິດຈະການ 5:29; ມາຣະໂກ 12:17
13. ເຮົາປະກາດເລື່ອງຫຍັງກ່ຽວກັບການປົກຄອງຂອງພະເຈົ້າ?
13 ຕ້ອງເຊື່ອແລະປະກາດວ່າການປົກຄອງຂອງພະເຈົ້າເທົ່ານັ້ນທີ່ຈະແກ້ໄຂບັນຫາຕ່າງໆໃນໂລກໄດ້. ພະເຢຊູບອກວ່າຈະມີການປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ” ໄປທົ່ວໂລກ. (ອ່ານມັດທາຍ 24:14) ບໍ່ມີລັດຖະບານໃດໃນໂລກທີ່ຈະແກ້ໄຂບັນຫາແລະເຮັດໃຫ້ມະນຸດມີຊີວິດທີ່ສະຫງົບສຸກ ມີແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ຈະເຮັດໄດ້. (ຄຳເພງ 146:3) ພະເຢຊູສອນເຮົາໃຫ້ອະທິດຖານວ່າ: “ຂໍໃຫ້ການປົກຄອງຂອງພະອົງມາທີ່ໂລກນີ້ ແລະຂໍໃຫ້ທຸກຢ່າງໃນໂລກແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.” (ມັດທາຍ 6:10) ຄຳພີໄບເບິນບອກເຮົາວ່າການປົກຄອງຂອງພະເຈົ້າຈະທຳລາຍການປົກຄອງທັງໝົດຂອງມະນຸດ ແລ້ວການປົກຄອງຂອງພະເຈົ້າຈະເປັນລັດຖະບານດຽວທີ່ປົກຄອງໂລກນີ້ແລະຈະຄົງຢູ່ຕະຫຼອດໄປ.—ດານຽນ 2:44
14. ເຈົ້າຄິດວ່າໃຜນັບຖືສາສະໜາແທ້?
14 ຫຼັງຈາກທີ່ໄດ້ຮຽນຮູ້ຈຸດສຳຄັນເຫຼົ່ານີ້ແລ້ວ ຂໍໃຫ້ເຈົ້າຄິດເບິ່ງວ່າ: ‘ໃຜໃຊ້ຄຳພີໄບເບິນເປັນຫຼັກໃນການສອນ? ໃຜບອກຄົນອື່ນໃຫ້ຮູ້ຈັກຊື່ພະເຈົ້າ? ໃຜຮັກກັນແທ້ໆ? ໃຜເຊື່ອວ່າພະເຈົ້າສົ່ງພະເຢຊູມາເພື່ອຊ່ວຍເຮົາໃຫ້ລອດ? ໃຜທີ່ບໍ່ຫຍຸ້ງກ່ຽວກັບການເມືອງ? ໃຜປະກາດວ່າການປົກຄອງຂອງພະເຈົ້າເທົ່ານັ້ນທີ່ຊ່ວຍແກ້ໄຂບັນຫາໃຫ້ເຮົາໄດ້?’ ເຈົ້າເຫັນດີນຳແມ່ນບໍວ່າມີແຕ່ພະຍານພະເຢໂຫວາເທົ່ານັ້ນທີ່ເຮັດແບບນີ້.—ເອຊາອີ 43:10-12
ເຈົ້າຈະເຮັດແນວໃດຕໍ່ໄປ?
15. ເຮົາຕ້ອງເຮັດຫຍັງຖ້າຢາກໃຫ້ພະເຈົ້າຍອມຮັບການນະມັດສະການຂອງເຮົາ?
15 ການເຊື່ອວ່າມີພະເຈົ້າເທົ່ານັ້ນຍັງບໍ່ພໍ ເພາະແມ່ນແຕ່ພວກປີສາດກໍເຊື່ອວ່າມີພະເຈົ້າ ແຕ່ພວກມັນບໍ່ເຊື່ອຟັງພະອົງ. (ຢາໂກໂບ 2:19) ຖ້າເຮົາຢາກໃຫ້ພະເຈົ້າຍອມຮັບການນະມັດສະການຂອງເຮົາ ເຮົາບໍ່ພຽງແຕ່ເຊື່ອວ່າມີພະເຈົ້າເທົ່ານັ້ນ ແຕ່ຕ້ອງເຮັດຕາມທີ່ພະອົງບອກນຳອີກ.
16. ເປັນຫຍັງເຮົາບໍ່ຄວນເຂົ້າໄປກ່ຽວຂ້ອງກັບສາສະໜາປອມ?
16 ຖ້າຢາກໃຫ້ພະເຈົ້າຍອມຮັບການນະມັດສະການຂອງເຮົາ ເຮົາຕ້ອງບໍ່ມີສ່ວນຮ່ວມກັບສາສະໜາປອມ ເພາະເອຊາຢາຜູ້ພະຍາກອນຂອງພະເຈົ້າຂຽນວ່າ: ‘ອອກໄປຈາກເມືອງນັ້ນ . . . ຈົ່ງເປັນຄົນບໍລິສຸດ.’ (ເອຊາອີ 52:11; 2 ໂກຣິນໂທ 6:17) ນີ້ຈຶ່ງເປັນເຫດຜົນທີ່ເຮົາບໍ່ເຂົ້າໄປກ່ຽວຂ້ອງກັບສາສະໜາປອມບໍ່ວ່າຈະໂດຍວິທີໃດ.
17, 18. “ບາບີໂລນໃຫຍ່” ແມ່ນຫຍັງ ແລະເປັນຫຍັງຕ້ອງຟ້າວຖອນຕົວອອກຈາກບາບີໂລນໃຫຍ່?
17 ສາສະໜາປອມແມ່ນຫຍັງ? ແມ່ນທຸກສາສະໜາທີ່ບໍ່ໄດ້ສອນໃຫ້ນະມັດສະການພະເຈົ້າຕາມທີ່ບອກໄວ້ໃນຄຳພີໄບເບິນ. ຄຳພີໄບເບິນເອີ້ນສາສະໜາປອມທັງໝົດວ່າ “ບາບີໂລນໃຫຍ່.” (ພະນິມິດ 17:5) ເປັນຫຍັງຈຶ່ງເອີ້ນແບບນັ້ນ? ຍ້ອນວ່າຫຼັງຈາກນ້ຳຖ້ວມໂລກໃນສະໄໝໂນອາ ຄຳສອນຫຼາຍຢ່າງຂອງສາສະໜາປອມເລີ່ມຕົ້ນມາຈາກເມືອງບາບີໂລນ ແລ້ວຄຳສອນຕົວະນີ້ກໍແພ່ໄປທົ່ວໂລກ. ຕົວຢ່າງເຊັ່ນ: ຜູ້ຄົນໃນບາບີໂລນນະມັດສະການພະເຈົ້າທີ່ເປັນຕີເອກະນຸພາບຫຼືຕີເອກະພາບ ແຕ່ຄຳພີໄບເບິນບອກຊັດເຈນວ່າພະເຈົ້າທ່ຽງແທ້ມີອົງດຽວກໍຄືພະເຢໂຫວາ ສ່ວນພະເຢຊູແມ່ນລູກຂອງພະເຈົ້າ. (ໂຢຮັນ 17:3) ຜູ້ຄົນໃນບາບີໂລນຍັງເຊື່ອວ່າເມື່ອຄົນເຮົາຕາຍແລ້ວຈະມີບາງສິ່ງໃນຕົວເຮົາທີ່ຍັງຢູ່ຕໍ່ໄປແລະອາດຕ້ອງຖືກທໍລະມານໃນນະລົກ. ແຕ່ເຈົ້າຮູ້ແລ້ວວ່າເລື່ອງນັ້ນບໍ່ແມ່ນຄວາມຈິງ.—ເບິ່ງຄຳອະທິບາຍເພີ່ມເຕີມ 14, 17 ແລະ 18
18 ພະເຈົ້າບອກໃຫ້ຮູ້ວ່າອີກບໍ່ດົນສາສະໜາປອມທັງໝົດຈະຖືກທຳລາຍ. (ພະນິມິດ 18:8) ຕອນນີ້ເຈົ້າເຂົ້າໃຈແລ້ວແມ່ນບໍວ່າເປັນຫຍັງຕ້ອງຟ້າວຖອນຕົວອອກຈາກສາສະໜາປອມ? ພະເຢໂຫວາພະເຈົ້າຢາກໃຫ້ເຈົ້າຖອນຕົວອອກມາ ກ່ອນທີ່ທຸກຢ່າງຈະຊ້າເກີນໄປ.—ພະນິມິດ 18:4
ເຈົ້າເປັນສ່ວນໜຶ່ງໃນຄອບຄົວທົ່ວໂລກຂອງພະເຢໂຫວາໄດ້ໂດຍການຮັບໃຊ້ຮ່ວມກັບປະຊາຊົນຂອງພະອົງ
19. ເມື່ອເຈົ້າຕັດສິນໃຈຮັບໃຊ້ພະເຢໂຫວາ ພະອົງຈະເບິ່ງແຍງເຈົ້າແນວໃດ?
19 ເມື່ອເຈົ້າຕັດສິນໃຈອອກຈາກສາສະໜາປອມແລະເຂົ້າມາຮັບໃຊ້ພະເຢໂຫວາ ໝູ່ບາງຄົນຫຼືຄົນໃນຄອບຄົວອາດບໍ່ເຂົ້າໃຈວ່າເປັນຫຍັງເຈົ້າຕັດສິນໃຈແບບນັ້ນ. ພວກເຂົາອາດຕໍ່ຕ້ານ ເຮັດໃຫ້ເຈົ້າຮູ້ສຶກລຳບາກໃຈຫຼືເຊົາຄົບຫາກັບເຈົ້າ ແຕ່ພະເຢໂຫວາຈະເບິ່ງແຍງແລະບໍ່ປະເຈົ້າ. ເຈົ້າຈະເປັນສ່ວນໜຶ່ງໃນຄອບຄົວໃຫຍ່ຂອງພະເຈົ້າທີ່ມີຫຼາຍລ້ານຄົນທົ່ວໂລກເຊິ່ງຮັກກັນແທ້ໆ. ນອກຈາກນັ້ນ ເຈົ້າຍັງມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່ຂອງພະເຈົ້ານຳອີກ. (ມາຣະໂກ 10:28-30) ບາງທີໝູ່ຫຼືບາງຄົນໃນຄອບຄົວທີ່ເຄີຍບໍ່ເຫັນດີນຳທີ່ເຈົ້າຕັດສິນໃຈຮັບໃຊ້ພະເຢໂຫວາ ພວກເຂົາອາດປ່ຽນໃຈມາຮຽນຄຳພີໄບເບິນກໍໄດ້.
20. ເປັນຫຍັງເຈົ້າຄວນນະມັດສະການພະເຈົ້າໃນແບບທີ່ຖືກຕ້ອງຕັ້ງແຕ່ຕອນນີ້?
20 ອີກບໍ່ດົນ ພະເຈົ້າຈະທຳລາຍຄວາມຊົ່ວຮ້າຍທຸກຢ່າງແລະການປົກຄອງຂອງພະອົງຈະປົກຄອງທົ່ວໂລກ. (2 ເປໂຕ 3:9, 13) ນັ້ນຈະເປັນເວລາທີ່ພິເສດແທ້ໆ! ທຸກຄົນຈະນະມັດສະການພະເຢໂຫວາໃນແບບທີ່ພະອົງຕ້ອງການ. ດັ່ງນັ້ນ ສຳຄັນຫຼາຍທີ່ເຈົ້າຈະນະມັດສະການພະເຈົ້າໃນແບບທີ່ຖືກຕ້ອງຕັ້ງແຕ່ຕອນນີ້.