ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 6 ໜ້າ 20-ໜ້າ 21 ຂໍ້ 5
  • ແປດ​ຄົນ​ລອດ​ຊີວິດ​ຈາກ​ນ້ຳຖ້ວມ​ໂລກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ແປດ​ຄົນ​ລອດ​ຊີວິດ​ຈາກ​ນ້ຳຖ້ວມ​ໂລກ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເຮືອ​ໂນອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ນ້ຳຖ້ວມໃຫຍ່
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໂນເອສ້າງນາວາຫຼືຫີບມະຫຶມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ນ້ຳ​ຖ້ວມ​ໃຫຍ່​ທຳລາຍ​ໂລກ—ມັນ​ຈະ​ເກີດ​ຂຶ້ນ​ອີກ​ບໍ?
    ຮຽນຈາກຄູຜູ້ຍິ່ງໃຫຍ່
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 6 ໜ້າ 20-ໜ້າ 21 ຂໍ້ 5
ເຮືອ​ໂນອາ​ລອຍ​ຢູ່​ເທິງ​ໜ້າ​ນ້ຳ​ຕອນ​ທີ່​ຝົນ​ຕົກ​ໜັກ

ບົດ​ທີ 6

ແປດ​ຄົນ​ລອດ​ຊີວິດ​ຈາກ​ນ້ຳຖ້ວມ​ໂລກ

ໂນອາ​ກັບ​ຄອບຄົວ​ແລະ​ສັດ​ຕ່າງໆ​ພາກັນ​ອອກ​ມາ​ຈາກ​ເຮືອ

ເມື່ອ​ໂນອາ​ກັບ​ຄອບຄົວ​ແລະ​ສັດ​ຕ່າງໆ​ເຂົ້າ​ໄປ​ໃນ​ເຮືອ​ແລ້ວ ພະ​ເຢໂຫວາ​ກໍ​ປິດ​ປະຕູ​ເຮືອ. ຈາກ​ນັ້ນ ຝົນ​ກໍ​ເລີ່ມ​ຕົກ. ຝົນ​ຕົກ​ໜັກ​ເອົາ​ແທ້​ເອົາ​ວ່າ​ຈົນ​ດັນ​ເຮືອ​ໃຫ້​ຟູ​ຂຶ້ນ​ຈາກ​ພື້ນ​ດິນ. ໃນ​ທີ່​ສຸດ​ນ້ຳ​ກໍ​ຖ້ວມ​ໝົດ​ໂລກ ຄົນ​ຊົ່ວ​ທີ່​ຢູ່​ນອກ​ເຮືອ​ຕາຍ​ໝົດ. ແຕ່​ໂນອາ​ກັບ​ຄອບຄົວ​ທີ່​ຢູ່​ໃນ​ເຮືອ​ລອດ​ຊີວິດ. ເຈົ້າ​ນຶກພາບ​ອອກ​ບໍ​ວ່າ​ເຂົາເຈົ້າ​ຊິ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ເຊື່ອຟັງ​ພະ​ເຢໂຫວາ?

ຝົນ​ຕົກ​ໜັກ 40 ມື້ 40 ຄືນ​ແລ້ວ​ກໍ​ເຊົາ. ຈາກ​ນັ້ນ ນ້ຳ​ກໍ​ຄ່ອຍໆ​ບົກ​ລົງ. ໃນ​ທີ່​ສຸດ​ເຮືອ​ກໍ​ໄປ​ຄ້າງ​ຢູ່​ຈອມພູ. ແຕ່​ນ້ຳ​ກໍ​ຍັງ​ຖ້ວມ​ສູງ​ຢູ່ ໂນອາ​ກັບ​ຄອບຄົວ​ຈຶ່ງ​ຍັງ​ອອກ​ຈາກ​ເຮືອ​ບໍ່​ໄດ້.

ນ້ຳ​ໄດ້​ບົກ​ລົງ​ເລື້ອຍໆ​ຈົນ​ພື້ນ​ດິນ​ແຫ້ງ. ຫຼັງ​ຈາກ​ທີ່​ໂນອາ​ກັບ​ຄອບຄົວ​ຢູ່​ໃນ​ເຮືອ​ມາ 1 ປີ​ປາຍ​ແລ້ວ ພະ​ເຢໂຫວາ​ກໍ​ບອກ​ໃຫ້​ເຂົາເຈົ້າ​ອອກ​ຈາກ​ເຮືອ. ເຂົາເຈົ້າ​ໄດ້​ອອກ​ມາ​ເຈິ​ໂລກ​ໃໝ່​ທີ່​ສະອາດ​ແລະ​ບໍ່​ມີ​ຄົນ​ຊົ່ວ​ເລີຍ. ເຂົາເຈົ້າ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ເພິ່ນ​ຊ່ວຍ​ຊີວິດ​ເຂົາເຈົ້າ ແລະ​ເຂົາເຈົ້າ​ກໍ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ​ເພື່ອ​ສະແດງ​ຄວາມ​ຂອບໃຈ.

ຮຸ້ງ

ພະ​ເຢໂຫວາ​ພໍໃຈ​ເຄື່ອງ​ບູຊາ​ຂອງ​ເຂົາເຈົ້າ​ຫຼາຍ ແລະ​ເພິ່ນ​ສັນຍາ​ວ່າ​ຈະ​ບໍ່​ທຳລາຍ​ທຸກ​ສິ່ງ​ໃນ​ໂລກ​ດ້ວຍ​ນ້ຳຖ້ວມ​ອີກ​ຈັກ​ເທື່ອ. ແລ້ວ​ພະເຈົ້າ​ກໍ​ໃຫ້​ມີ​ຮຸ້ງ​ຢູ່​ເທິງ​ຟ້າ​ເປັນ​ເທື່ອ​ທຳອິດ​ເພື່ອ​ເປັນ​ສັນຍະລັກ​ຢືນຢັນ​ຄຳ​ສັນຍາ​ຂອງ​ເພິ່ນ. ເຈົ້າ​ເຄີຍ​ເຫັນ​ຮຸ້ງ​ບໍ?

ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ບອກ​ໂນອາ​ກັບ​ຄອບຄົວ​ໃຫ້​ມີ​ລູກ​ມີ​ຫຼານ​ຫຼາຍໆ​ຈົນ​ເຕັມ​ໂລກ.

“ໂນອາ​ເຂົ້າ​ໄປ​ໃນ​ເຮືອ ເຂົາເຈົ້າ​ບໍ່​ສົນໃຈ​ຈົນ​ນ້ຳ​ມາ​ຖ້ວມ​ແລະ​ພັດ​ເອົາ​ເຂົາເຈົ້າ​ໄປ​ຈົນ​ໝົດ.”—ມັດທາຍ 24:38, 39

ຄຳ​ຖາມ: ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ພະ​ເຢໂຫວາ​ປິດ​ປະຕູ​ເຮືອ? ຮຸ້ງ​ເຕືອນ​ໃຈ​ເຮົາ​ໃຫ້​ຄິດ​ເຖິງ​ຫຍັງ?

ປະຖົມມະການ 7:1–9:17

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌