ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 23 ໜ້າ 60-ໜ້າ 61 ຂໍ້ 4
  • ສັນຍາ​ກັບ​ພະ​ເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສັນຍາ​ກັບ​ພະ​ເຢໂຫວາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພະເຢໂຫວາປະທານກົດໝາຍຂອງພະອົງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເຈົ້າ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 23 ໜ້າ 60-ໜ້າ 61 ຂໍ້ 4
ພວກ​ອິດສະຣາເອນ​ຢືນ​ຢູ່​ຕີນ​ພູ​ຊີນາຍ

ບົດ​ທີ 23

ສັນຍາ​ກັບ​ພະ​ເຢໂຫວາ

ຫຼັງ​ຈາກ​ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ​ໄດ້​ປະມານ 2 ເດືອນ ເຂົາເຈົ້າ​ກໍ​ມາ​ຮອດ​ພູ​ຊີນາຍ​ແລະ​ຕັ້ງ​ຄ້າຍ​ຢູ່​ຫັ້ນ. ພະ​ເຢໂຫວາ​ເອີ້ນ​ໂມເຊ​ຂຶ້ນ​ໄປ​ເທິງ​ພູ​ແລະ​ບອກ​ວ່າ: ‘ເຮົາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ໄວ້. ຖ້າ​ເຂົາເຈົ້າ​ເຊື່ອຟັງ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ ເຂົາເຈົ້າ​ຈະ​ເປັນ​ຊາດ​ພິເສດ​ຂອງ​ເຮົາ.’ ໂມເຊ​ລົງ​ມາ​ຈາກ​ພູ​ແລະ​ເລົ່າ​ໃຫ້​ພວກ​ອິດສະຣາເອນ​ຟັງ​ວ່າ​ພະ​ເຢໂຫວາ​ບອກ​ຫຍັງ​ແດ່. ແລ້ວ​ພວກ​ອິດສະຣາເອນ​ຕອບ​ແນວ​ໃດ? ເຂົາເຈົ້າ​ຕອບ​ວ່າ: ‘ພວກ​ເຮົາ​ຈະ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ.’

ໂມເຊ​ຂຶ້ນ​ໄປ​ເທິງ​ພູ​ອີກ. ພະ​ເຢໂຫວາ​ບອກ​ລາວ​ວ່າ: ‘ອີກ 3 ມື້​ເຮົາ​ຈະ​ມາ​ເວົ້າ​ກັບ​ເຈົ້າ. ໃຫ້​ໄປ​ເຕືອນ​ປະຊາຊົນ​ວ່າ​ຫ້າມ​ບໍ່​ໃຫ້​ໃຜ​ຂຶ້ນ​ມາ​ເທິງ​ພູ​ຊີນາຍ.’ ແລ້ວ​ໂມເຊ​ກໍ​ລົງ​ມາ​ຈາກ​ພູ​ແລະ​ບອກ​ປະຊາຊົນ​ໃຫ້​ກຽມ​ໂຕ​ເພື່ອ​ຈະ​ຟັງ​ພະ​ເຢໂຫວາ.

ພວກ​ອິດສະຣາເອນ​ເຫັນ​ຟ້າ​ແມບ​ຟ້າ​ຮ້ອງ​ແລະ​ຂີ້ເຝື້ອ​ປົກ​ຄຸມ​ພູ​ຊີນາຍ

ເມື່ອ​ຮອດ​ມື້​ທີ 3 ພວກ​ອິດສະຣາເອນ​ກໍ​ເຫັນ​ຟ້າ​ແມບ​ແລະ​ຂີ້ເຝື້ອ​ຕຶບໜາ​ຢູ່​ເທິງ​ພູ. ເຂົາເຈົ້າ​ໄດ້​ຍິນ​ສຽງ​ຟ້າ​ຮ້ອງ​ແລະ​ສຽງ​ແກ​ດັງ​ບັກ​ແຮງໆ ແລ້ວ​ພະ​ເຢໂຫວາ​ກໍ​ລົງ​ມາ​ເທິງ​ພູ​ນັ້ນ​ພ້ອມ​ກັບ​ໄຟ. ພວກ​ອິດສະຣາເອນ​ຢ້ານ​ຈົນ​ໂຕ​ສັ່ນ. ແລ້ວ​ພູ​ໜ່ວຍ​ນັ້ນ​ກໍ​ສັ່ນ​ສະເທືອນ​ແຮງ​ຫຼາຍ​ແລະ​ມີ​ຄວັນ​ປົກ​ຄຸມ​ທົ່ວ​ພູ ແລະ​ສຽງ​ແກ​ກໍ​ດັງ​ແຮງ​ຂຶ້ນໆ. ແລ້ວ​ພະ​ເຈົ້າ​ກໍ​ເວົ້າ​ວ່າ: ‘ເຮົາ​ແມ່ນ​ເຢໂຫວາ. ຫ້າມ​ນະມັດສະການ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.’

ໂມເຊ​ກັບ​ຂຶ້ນ​ໄປ​ເທິງ​ພູ​ອີກ​ແລະ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ກົດໝາຍ​ກັບ​ລາວ​ເພື່ອ​ພວກ​ອິດສະຣາເອນ​ຈະ​ຮູ້​ວິທີ​ນະມັດສະການ​ເພິ່ນ​ແລະ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍໃຈ. ໂມເຊ​ໄດ້​ຂຽນ​ກົດໝາຍ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ບອກ​ແລະ​ອ່ານ​ໃຫ້​ພວກ​ອິດສະຣາເອນ​ຟັງ. ເມື່ອ​ໂມເຊ​ອ່ານ​ຈົບ ເຂົາເຈົ້າ​ກໍ​ສັນຍາ​ວ່າ: ‘ພວກ​ເຮົາ​ຊິ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ບອກ.’ ພວກ​ອິດສະຣາເອນ​ໄດ້​ສັນຍາ​ກັບ​ພະເຈົ້າ​ແລ້ວ. ແຕ່​ເຂົາເຈົ້າ​ຈະ​ເຮັດ​ຕາມ​ສັນຍາ​ບໍ?

“ເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ແລະ​ສຸດ​ຄວາມ​ຄິດ.”—ມັດທາຍ 22:37

ຄຳ​ຖາມ: ເກີດ​ຫຍັງ​ຂຶ້ນ​ຢູ່​ພູ​ຊີນາຍ? ພວກ​ອິດສະຣາເອນ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ?

ອົບພະຍົບ 19:1–20:21; 24:1-8; ພະ​ບັນຍັດ 7:6-9; ເນເຮມີຢາ 9:13, 14

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌