ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 30 ໜ້າ 76
  • ຣາຮາບ​ເຊື່ອງ​ຜູ້​ສອດແນມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຣາຮາບ​ເຊື່ອງ​ຜູ້​ສອດແນມ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລາຫາບ​ເຊື່ອ​ໃນ​ພະ​ເຢໂຫວາ
    ສອນລູກໃຫ້ເປັນຄົນດີ
  • ລາຫາບເຊື່ອງຜູ້ສອດແນມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ກຳແພງເມືອງເຢລິໂກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 30 ໜ້າ 76
ຣາຮາບ​ບອກ​ທະຫານ​ໄປ​ທາງ​ອື່ນ​ເພື່ອ​ຊ່ວຍ​ຄົນ​ສອດແນມ

ບົດ​ທີ 30

ຣາຮາບ​ເຊື່ອງ​ຜູ້​ສອດແນມ

ຕອນ​ທີ່​ຜູ້​ສອດແນມ​ຄົນ​ອິດສະຣາເອນ 2 ຄົນ​ໄປ​ເມືອງ​ເຢຣິໂກ ເຂົາເຈົ້າ​ໄດ້​ພັກ​ຢູ່​ເຮືອນ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ຣາຮາບ. ເມື່ອ​ກະສັດ​ເມືອງ​ເຢຣິໂກ​ຮູ້​ເລື່ອງ​ນີ້ ລາວ​ກໍ​ສົ່ງ​ທະຫານ​ໄປ​ເຮືອນ​ຂອງ​ຣາຮາບ. ແຕ່​ຣາຮາບ​ເຊື່ອງ​ຜູ້​ສອດແນມ 2 ຄົນ​ໄວ້​ຢູ່​ເທິງ​ດາດຟ້າ​ແລະ​ບອກ​ທະຫານ​ໃຫ້​ໄປ​ອີກ​ທາງ​ໜຶ່ງ. ລາວ​ເວົ້າ​ກັບ​ຜູ້​ສອດແນມ​ວ່າ: ‘ຂ້ອຍ​ຈະ​ຊ່ວຍ​ພວກ​ເຈົ້າ ຍ້ອນ​ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຢູ່​ຝ່າຍ​ພວກ​ເຈົ້າ​ແລະ​ພວກ​ເຈົ້າ​ຈະ​ຍຶດ​ແຜ່ນດິນ​ນີ້​ໄດ້. ແຕ່​ຂໍ​ສັນຍາ​ກັບ​ຂ້ອຍ​ແດ່​ວ່າ​ພວກ​ເຈົ້າ​ຈະ​ຊ່ວຍ​ຊີວິດ​ຄອບຄົວ​ຂອງ​ຂ້ອຍ.’

ຜູ້​ສອດແນມ​ເວົ້າ​ກັບ​ຣາຮາບ​ວ່າ: ‘ພວກ​ເຮົາ​ສັນຍາ​ວ່າ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ຈະ​ປອດໄພ.’ ເຂົາເຈົ້າ​ບອກ​ລາວ​ອີກ​ວ່າ: ‘ໃຫ້​ເຈົ້າ​ມັດ​ເຊືອກ​ສີ​ແດງ​ສົດ​ໄວ້​ຢູ່​ປ່ອງ​ຢ້ຽມ​ເດີ້ ແລ້ວ​ຄອບຄົວ​ຂອງ​ເຈົ້າ​ຈະ​ລອດ​ຊີວິດ.’

ກຳແພງ​ເມືອງ​ເຢຣິໂກ​ພັງ​ລົງ​ມາ ແຕ່​ເຮືອນ​ຂອງ​ຣາຮາບ​ບໍ່​ເປັນ​ຫຍັງ​ເພາະ​ມີ​ເຊືອກ​ສີ​ແດງ​ມັດ​ຢູ່​ປ່ອງ​ຢ້ຽມ

ຣາຮາບ​ເອົາ​ເຊືອກ​ຢ່ອນ​ລົງ​ປ່ອງ​ຢ້ຽມ​ເພື່ອ​ໃຫ້​ຄົນ​ສອດແນມ​ປີນ​ລົງ​ໄປ. ເຂົາເຈົ້າ​ໜີ​ໄປ​ລີ້​ຢູ່​ເຂດ​ພູ 3 ມື້ ແລ້ວ​ກໍ​ກັບ​ໄປ​ຫາ​ໂຢຊວຍ. ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ຂ້າມ​ແມ່​ນ້ຳ​ຈໍແດນ​ແລະ​ກຽມ​ຍຶດ​ແຜ່ນດິນ​ການາອານ. ເຂົາເຈົ້າ​ຍຶດ​ເມືອງ​ເຢຣິໂກ​ໄດ້​ເປັນ​ເມືອງ​ທຳອິດ. ພະ​ເຢໂຫວາ​ບອກ​ເຂົາເຈົ້າ​ໃຫ້​ຍ່າງ​ອ້ອມ​ເມືອງ​ນັ້ນ 6 ມື້ ມື້​ລະ 1 ຮອບ. ແຕ່​ໃນ​ມື້​ທີ 7 ໃຫ້​ຍ່າງ 7 ຮອບ. ແລ້ວ​ພວກ​ປະໂລຫິດ​ກໍ​ເປົ່າ​ແກ ແລະ​ທະຫານ​ທຸກ​ຄົນ​ກໍ​ຮ້ອງ​ສຽງ​ບັກ​ດັງໆ​ຈົນ​ສຸດ​ສຽງ ແລ້ວ​ກຳແພງ​ເມືອງ​ກໍ​ພັງ​ລົງ​ມາ! ແຕ່​ເຮືອນ​ຂອງ​ຣາຮາບ​ທີ່​ຢູ່​ເທິງ​ກຳແພງ​ບໍ່​ເປັນ​ຫຍັງ. ຣາຮາບ​ກັບ​ຄອບຄົວ​ປອດໄພ​ຍ້ອນ​ວ່າ​ລາວ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ.

“ຣາຮາບ . . . ກໍ​ຄື​ກັນ ພະເຈົ້າ​ຍອມຮັບ​ລາວ​ຍ້ອນ​ສິ່ງ​ທີ່​ລາວ​ເຮັດ​ຕອນ​ທີ່​ລາວ​ເຊື່ອງ​ຄົນ​ສອດແນມ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ໜີ​ໄປ​ທາງ​ອື່ນ.”—ຢາໂກໂບ 2:25

ຄຳ​ຖາມ: ເປັນ​ຫຍັງ​ຣາຮາບ​ຈຶ່ງ​ຊ່ວຍ​ຜູ້​ສອດແນມ? ພວກ​ອິດສະຣາເອນ​ຍຶດ​ເມືອງ​ເຢຣິໂກ​ໄດ້​ແນວ​ໃດ? ເກີດ​ຫຍັງ​ຂຶ້ນ​ກັບ​ຣາຮາບ​ແລະ​ຄອບຄົວ​ຂອງ​ລາວ?

ໂຢຊວຍ 2:1-24; 6:1-27; ເຮັບເຣີ 11:30, 31; ຢາໂກໂບ 2:24-26

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌