ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 42 ໜ້າ 102-ໜ້າ 103 ຂໍ້ 3
  • ໂຢນາທານ​ກ້າຫານ​ແລະ​ພັກດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຢນາທານ​ກ້າຫານ​ແລະ​ພັກດີ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຈົ່ງ​ພິສູດ​ຕົວ​ເອງ​ວ່າ​ເຈົ້າ​ພັກດີ​ຕໍ່​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ໃຫ້​ມີ​ຄວາມ​ຮັກ​ແບບ​ພີ່ນ້ອງ​ຕໍ່ໆໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ຄຳຖາມ​ຈາກ​ຜູ້​ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຮັກ​ຄົນ​ທີ່​ພະເຈົ້າ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 42 ໜ້າ 102-ໜ້າ 103 ຂໍ້ 3
ໂຢນາທານ​ກັບ​ຜູ້​ຖື​ອາວຸດ​ໃຫ້​ລາວ

ບົດ​ທີ 42

ໂຢນາທານ​ກ້າຫານ​ແລະ​ພັກດີ

ໂຢນາທານ​ເປັນ​ລູກ​ຊາຍ​ກົກ​ຂອງ​ກະສັດ​ຊາອູນ​ແລະ​ລາວ​ກໍ​ເປັນ​ນັກຮົບ​ທີ່​ກ້າຫານ​ຫຼາຍ. ດາວິດ​ເຄີຍ​ເວົ້າ​ວ່າ​ໂຢນາທານ​ວ່ອງໄວ​ກວ່າ​ນົກ​ອິນຊີ​ແລະ​ແຂງແຮງ​ກວ່າ​ໂຕ​ສິງ. ມີ​ມື້​ໜຶ່ງ​ໂຢນາທານ​ເຫັນ​ທະຫານ​ຟີລິດສະຕີນ 20 ຄົນ​ຢູ່​ເທິງ​ໂນນ​ພູ ລາວ​ຈຶ່ງ​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ວ່າ: ‘ເຮົາ​ຈະ​ໂຈມຕີ​ພວກ​ຟີລິດສະຕີນ​ກໍ​ຕໍ່​ເມື່ອ​ພະ​ເຢໂຫວາ​ໃຫ້​ສັນຍານ​ກັບ​ເຮົາ. ຖ້າ​ພວກ​ຟີລິດສະຕີນ​ບອກ​ເຮົາ​ຂຶ້ນ​ໄປ ກໍ​ສະແດງ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ໂຈມຕີ​ເຂົາເຈົ້າ.’ ແລ້ວ​ພວກ​ຟີລິດສະຕີນ​ກໍ​ຮ້ອງ​ວ່າ: ‘ຂຶ້ນ​ມາ​ສູ້​ກັນ​ຢູ່​ພີ້!’ ທັງ​ສອງ​ຄົນ​ຈຶ່ງ​ຂຶ້ນ​ໄປ​ສູ້​ກັບ​ເຂົາເຈົ້າ​ແລະ​ໄດ້​ໄຊ​ຊະນະ.

ໂຢນາທານ​ເອົາ​ເຄື່ອງ​ໃຊ້​ສ່ວນ​ໂຕ​ໃຫ້​ດາວິດ

ໂຢນາທານ​ຄວນ​ຈະ​ໄດ້​ເປັນ​ກະສັດ​ອົງ​ຕໍ່​ໄປ​ຍ້ອນ​ລາວ​ເປັນ​ລູກ​ຊາຍ​ກົກ​ຂອງ​ກະສັດ​ຊາອູນ. ເຖິງ​ວ່າ​ໂຢນາທານ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເລືອກ​ດາວິດ​ໃຫ້​ເປັນ​ກະສັດ​ອົງ​ຕໍ່​ໄປ​ຂອງ​ອິດສະຣາເອນ ແຕ່​ລາວ​ກໍ​ບໍ່​ໄດ້​ອິດສາ​ດາວິດ​ເລີຍ. ໂຢນາທານ​ກັບ​ດາວິດ​ເປັນ​ໝູ່​ສະໜິດ​ກັນ. ເຂົາເຈົ້າ​ສັນຍາ​ຕໍ່​ກັນ​ວ່າ​ຈະ​ປົກປ້ອງ​ແລະ​ຊ່ວຍ​ເຫຼືອ​ກັນ. ໂຢນາທານ​ເອົາ​ເສື້ອ​ຄຸມ ດາບ ທະນູ ແລະ​ສາຍ​ແອວ​ໃຫ້​ດາວິດ​ເພື່ອ​ຢືນຢັນ​ວ່າ​ເຂົາເຈົ້າ​ເປັນ​ໝູ່​ກັນ.

ຕອນ​ທີ່​ດາວິດ​ກຳລັງ​ໜີ​ຈາກ​ຊາອູນ ໂຢນາທານ​ກໍ​ໄປ​ຫາ​ດາວິດ​ແລະ​ເວົ້າ​ວ່າ: ‘ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ກ້າຫານ​ເດີ້. ພະ​ເຢໂຫວາ​ເລືອກ​ເຈົ້າ​ເປັນ​ກະສັດ​ແລ້ວ ແມ່ນ​ແຕ່​ພໍ່​ຂ້ອຍ​ກໍ​ຮູ້​ເລື່ອງ​ນີ້.’ ເຈົ້າ​ຢາກ​ມີ​ໝູ່​ທີ່​ດີ​ຄື​ກັບ​ໂຢນາທານ​ບໍ?

ໂຢນາທານ​ສ່ຽງ​ຊີວິດ​ຊ່ວຍ​ດາວິດ​ຫຼາຍ​ເທື່ອ. ລາວ​ຮູ້​ວ່າ​ກະສັດ​ຊາອູນ​ພໍ່​ຂອງ​ລາວ​ຢາກ​ຂ້າ​ດາວິດ ລາວ​ຈຶ່ງ​ເວົ້າ​ກັບ​ພໍ່​ວ່າ: ‘ຖ້າ​ພໍ່​ຂ້າ​ດາວິດ ພໍ່​ກໍ​ຈະ​ເຮັດ​ບາບ ເພາະ​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ.’ ຊາອູນ​ໃຈ​ຮ້າຍ​ໃຫ້​ໂຢນາທານ​ຫຼາຍ. ຫຼາຍ​ປີ​ຕໍ່​ມາ​ຊາອູນ​ກັບ​ໂຢນາທານ​ກໍ​ຕາຍ​ຢູ່​ສະໜາມ​ຮົບ.

ຫຼັງ​ຈາກ​ໂຢນາທານ​ຕາຍ ດາວິດ​ກໍ​ຊອກ​ຫາ​ເມຟີໂບເຊັດ. ເມື່ອ​ເຈິ​ແລ້ວ ລາວ​ກໍ​ບອກ​ເມຟີໂບເຊັດ​ວ່າ: ‘ຍ້ອນ​ພໍ່​ຂອງ​ເຈົ້າ​ເປັນ​ໝູ່​ຮັກ​ຂອງ​ຂ້ອຍ ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ​ຕະຫຼອດ​ຊີວິດ. ເຈົ້າ​ຈະ​ໄດ້​ຢູ່​ໃນ​ວັງ​ຂອງ​ຂ້ອຍ​ແລະ​ນັ່ງ​ກິນ​ເຂົ້າ​ນຳ​ຂ້ອຍ.’ ດາວິດ​ບໍ່​ເຄີຍ​ລືມ​ໂຢນາທານ​ໝູ່​ຂອງ​ລາວ​ເລີຍ.

“ໃຫ້​ພວກ​ເຈົ້າ​ຮັກ​ກັນ​ຄື​ກັບ​ທີ່​ຂ້ອຍ​ຮັກ​ພວກ​ເຈົ້າ. ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ຍອມ​ຕາຍ​ເພື່ອ​ໝູ່​ຂອງ​ລາວ.”—ໂຢຮັນ 15:12, 13

ຄຳ​ຖາມ: ໂຢນາທານ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ຄົນ​ກ້າຫານ? ໂຢນາທານ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ຄົນ​ພັກດີ?

1 ຊາມູເອນ 14:1-23; 18:1-4; 19:1-6; 20:32-42; 23:16-18; 31:1-7; 2 ຊາມູເອນ 1:23; 9:1-13

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌